ໂທລະເລກ

ນາຍົກລັດຖະມົນຕີ ສປປ ລາວ​ໄດ້​ຮັບ ​ຄວາມ​ຊົມ​ເຊີຍ​ຈາກ​ນາຍົກບັງ​ກະລາ​ເທດ

(06/09/2011)  

*(ຂປລ) ພະນະ​ທ່ານ​ທອງ​ສິງ​ ທຳ​ມະ​ວົງ ນາຍົກລັດຖະມົນຕີ ​ແຫ່ງ ສ​ປປ ລາວ ​ໄດ້​ຮັບ​ໂທລະ​ເລກ​ສະ​ແດງ​ຄວາມ​ຊົມ​ເຊີຍ​ ຈາກພະນະ​ທ່ານ​ເຊ​ອິກຮາ​ຊີ​ນາ (SheikhHasina) ນາຍົກ ລັດຖະມົນຕີ ບັງກະລາ​ເທດ​ໃນ​ໂອກາດ​ທີ່​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ນາຍົກລັດຖະມົນຕີ ​ແຫ່ງ​ສປປ ລາວ.

​ໃນ​ນາມ​ປະຊາຊົນ ​ແລະ ລັດຖະບານ​ບັງ​ກະລາ​ເທດ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ​ມີ​ຄວາມ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ສະ​ແດງ​ຄວາມ​ຊົມ​ເຊີຍ ອັນ​ອົບ​ອຸ່ນ​ມາ​ຍັງ​ ພະນະ​ທ່ານ ທີ່​ໄດ້​ຖືກ​ແຕ່ງຕັ້ງຄືນ​ໃໝ່​ໃຫ້​ເປັນ​ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ, ​ເຊິ່ງ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໄວ້​ວາງ​ໃຈ, ຄວາມ​ເຊື່ອ​ໜັ້ນ ​ແລະ ຄວາມ​ເຊື່ອ​ຖື ຂອງ​ປະຊາຊົນ​ລາວ​ທີ່​ມີ​ຕໍ່​ຄວາມ​ອາດ​ສາມາດ ​ແລະ ສະຫລຽວສະຫ​ລາດ​ໃນ​ການ​ນຳພາ​ຂອງ​ພະນະ​ທ່ານ ​ເພື່ອ​ບັນລຸ​ຄວາມ​ມຸ້ງ​ມາດ​ປາດ​ຖະໜາ ​ແລະ ​ເປົ້າ​ໝາຍ​ທີ່​ລັດຖະບານ​ວາງ​ອອກ.

ສປປ ລາວ ​ແລະ ບັງ​ກະລະ​ເທດ ມີ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ກັບ​ສາຍ​ພົວພັນ​ອັນ​ດີງາມ ທີ່​ໄດ້​​ເຕີບ​ໃຫຍ່ຂື້ນ​ຢ່າງ​ໜັກ​ແໜ້ນ ບົນ​ພື້ນຖານ​ການ​ຮ່ວມ​ມື​ອັນ​ໃກ້ຊິດ. ພ້ອມ​ນີ້; ຂ້າ ພະ​ເຈົ້າ​ກໍ​ເຊື້ອ​ວ່າ​ຍັງ​ມີ​ຄວາມ​ອາດ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫລວງ​ທີ່​ຍັງ​ຄົງ​ຄ້າງ​ຢູ່ ​ໃນ​ການ​ສືບຕໍ່​ຮັດ​ແໜ້ນ​ການ​ພົວພັນ ຂອງ​ພວກ​ເຮົາ, ​ໂດຍ​ສະ​ເພາະ​ການ​ຄ້າ ຂາຍ ​ແລະ ການ​ຄ້າ ​ແລະ ຜ່ານ​ການ​ຕິດຕໍ່​ພົວພັນ​ລະຫວ່າງ ປະຊາຊົນ​ກັບ​ປະຊາຊົນ. ຂ້າພະ​ເຈົ້າ​ຍັງ​ເຊື່ອ​ໜັ້ນອີກ​ວາ ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ, ສິ່ງ​ທີ່​ກ່າວ​ມານັ້ນ ສາມາດ​ເປັນ​ໄດ້ ດ້ວຍ​ການ​ສົ່ງ​ເສີມ​ສອງ​ຝ່າຍ ​ແລະ ການ​ສະໜັບສະໜູນ​ຊຶ່ງ​ກັນ​ແລະ ກັນ​ໃນ​ອານາ​ຄົດ.

ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໃຫ້​ພະນະ​ທ່ານ ​ແລະ ຄອບຄົວ ຈົ່ງ​ມີ​ສຸຂະພາບ​ແຂງ​ແຮງ, ອາຍຸ​ໜັ້ນຍືນ ​ແລ​ະ ປະສົບ​ຜົນສຳ​ເລັດ​ທຸກ​ປະການ ​ແລະ ຂໍ​ໃຫ້​ປະຊາຊົນ​ລາວ​ ເພື່ອນ​ມິດ​ມີ​ສັນຕິພາບ, ຄວາມ​ກ້າວໜ້າ ​ແລະ ວັດທະນາ​ຖາວອນ.

 

ລັດຖະມົນຕີການຕ່າງປະເທດ ຊົມເຊີຍຄູ່ຮ່ວມຕຳແໜ່ງ ທີ່ຍີ່ປຸ່ນ

(05/09/2011)  

*(ຂປລ): ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສະແດງ ຄວາມຊົມເຊີຍ ຜ່ານທາງໂທລະເລກ ເຖິງພະນະທ່ານ ໂກອິຈິ ໂຣະ ເຫງມບາ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຄົນໃໝ່ ແຫ່ງປະເທດຍີ່ປຸ່ນ.

ຂ້າພະເຈົ້າມີຄວາມຍີນດີເປັນຢ່າງຍິ່ງ ທີ່ພະນະທ່ານໄດ້ຮັບການແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງລັດຖະມົນຕີວ່າການກະຊວງການຕ່າງປະເທດ ຍີ່ປຸ່ນຄົນໃໝ່ ຈຶ່ງຂໍຖື ໂອກາດນີ້ ສະແດງຄາວມຊົມເຊີຍຢ່າງຈິງໃຈ ແລະ ສົ່ງພອນໄຊອັນປະເສີດ ມາຍັງພະນະທ່ານຈົ່ງມີພາລະນາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ ອັນ ມີກຽດຂອງພະນະທ່ານ.

ຂ້າພະ​ເຈົ້າ​ຫວັງວ່າ: ຈະໄດ້ຮ່ວມມືກັບພະນະທ່ານຢ່າງໃກ້ຊິດ ເພື່ອ​ສືບຕໍ່​ຜັນ​ຂະຫຍາຍ​ການ​ເປັນ​ຄູ່​ຮ່ວມມື​ຮອບດ້ານ ເພື່ອມິດຕະພາບອັນຍາວນານ ລະຫວ່າງ ສປປ ລາວ ​ແລະ ຍີ່​ປຸ່ນ ​ກໍຄື​ ເພື່ອ​ນຳ​ເອົາ​ປະ​ໂຫຍ​ດ ມາ​ສູ້ປະຊາຊົນ​ສອງ​ຊາດ​ພວກ​ເຮົາ ໃຫ້ນັບມື້ນັບສູງຂຶ້ນ ​ແລະ​ ເພີ່ມທະວີການຮ່ວມມື ລະຫວ່າງ ກະຊວງການ ຕ່າງ ປະເທດພວກເຮົາ ໃຫ້ປະສົບຜົນສຳເລັດໃນລະດັບສູງ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ສັນຕິພາບ, ສະເຖຍລະພາບ ແລະ ການຮ່ວມມື ເພື່ອການ ​ພັດທະນາ​ຂອງ​ພາກພື້ນ ​ແລະ ຂອງ​ໂລກ./.

 

ໂທລະ​ເລກ​ອວຍພອນຫົວໜ້າ​ຄະນະ​ພົວພັນ​ ຕ່າງປະ​ເທດ ພັກ​ກອມ​ມູນິດ​ຫວຽດນາມ

(05/09/2011)  

*(ຂປລ): ສະຫາຍ ດຣ. ທອງ​ລຸນ​ ສີ​ສຸ​ລິດ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ຫົວ ໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດສູນ​ກາງ​ພັກ, ລັດຖະມົນຕີ​ ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້ສະແດງຄວາມ ຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານທາງໂທລະເລກ ເຖິງສະຫາຍ ຮ່ວາງ ​ບິງ​ກວັນ, ກຳມະ ການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດສູນ​ກາງ​ພັກ ກອມ​ມູນິດ​ຫວຽດນາມ ໃນ​ໂອກາດວັນ​ຊາດ ສາ ທາລະນະ​ລັດ ສັງຄົມ​ນີຍົມ​ ຫວຽດນາມ ຄົບຮອບ 66 ປີ (02/09/1945-02/092011).

​ເນື້ອໃນໂທລະເລກ ລະບຸວ່າ: ​ໃນ​ໂອກາດວັນຊາດ​ຂອງ ສາທາລະນະ​ລັດ ສັງຄົມ​ນີຍົມ​ ຫວຽດນາມ, ໃນ​ນາມຄະນະນຳ, ພະນັກງານ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ ​ແລະ​ ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ ຂໍ​ສົ່ງ​ຄຳອວຍພອນ​ອັນ​ປະ​ເສີດ​, ຄວາມ​ສະມັກ​ຄີ​ຮັກ​ແພງ ຖານ​ສະຫາຍ​ອ້າຍ​ນ້ອງອັນ​ສະໜິດ ສະໜົມ ມາ​ຍັງ​ສະຫາຍ​ ແລະ ​​ຜ່ານ​ສະຫາຍ ​ໄປ​ຍັງບັນດາ​ສະຫາຍ ​ຄະນະ​ນຳ​ກໍ​ຄື​ພະນັກງານ ຄະນະ​ພົວພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ​ອ້າຍ​ນ້ອງ​ ທຸກ​ ຖ້ວນ​ໜ້າ.

ພວກ​ຂ້າພະ​ເຈົ້າ ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ ​ແລະ ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ ​ເປັນ​ຢ່າງ​ຍິ່ງ​ ຕໍ່​ຜົນສຳ​ເລັດ ແລະ ​ໄຊຊະນະ​ອັນ​ໃຫຍ່, ຮອບດ້ານ ​ແລະ ມີ​ຄວາມ​ໝາຍ​ສຳຄັນ ​ທີ່​ປະຊາຊົນ​ຫວຽດນາມ​ອ້າຍ​ນ້ອງ​ຍາດ​ມາ​ໄດ້​ຕະຫລອດ​ໄລຍະ 66 ປີ ​ໂດຍພາຍ​ໃຕ້​ການ​ນຳພາ​ອັນ​ສະຫລາດ​ສ່ອງ​ໃສ​ຂອງ​ພັກ ກອມ​ມູນິດ​ຫວຽດນາມ ພິ​ເສດ ​ແມ່ນ​ຕະຫລອດ​ໄລຍະ 25 ປີ ​ແຫ່ງ​ການ​ດຳ​ເນີນ​ການ​ປ່ຽນ​ແປງໃໝ່​ມາ​ນີ້, ສສ ຫວຽດນາມ ​ໄດ້​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ,​ ເຂັ້ມ​ແຂງໜັກ​ແໜ້ນ​ໃນ​ທຸກ​ດ້ານ, ການ​ເມືອງ​ມີ​ຄວາມ​ໜັກ​ແໜ້ນ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ທາງ​ສັງຄົມໄດ້​ຮັບປະກັນ, ​ເສດຖະກິດ​ມີ​ການ​ຂະຫຍາຍຕົວ​ໄວ ​ແລະ ອິດ​ທິພົນ​ ບົດບາດ ຂອງ​ ສສ ຫວຽດນາມ ໃນ​ເວທີ​ພາກ​ພື້ນ ​ແລະ ສາກົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ພວກ​ຂ້າພະ​ເຈົ້າ ຕີ​ລາຄາ​ສູງ​ການ​ປະກອບ ສ່ວນ​ສຳຄັນ ຂອງ​ຂະ​ແໜງ​ການ​ຕ່າງ ປະ​ເທດ ​ເວົ້າ​ລວມ, ຂອງ​ຄະນະ​ພົວພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ກອມ​ມູນິດ​ຫວຽດນາມ ​ເວົ້າ​ສະ​ເພາະ ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມດັ່ງກ່າວ ​ຂອງ​ປະ​ເທດ​ຊາດ ຫວຽດ ນາມ​ອ້າຍ​ນ້ອງ.

ພວກ​ຂ້າພະ​ເຈົ້າ ມີ​ຄວາມ​ພາກພູມ​ໃຈ ​ເປັນ​ຢ່າງ​ຍິ່ງ​ທີ່​ເຫັນ​ວ່າ ຕະຫລອດ​ໄລຍະ​ທີ່​ຜ່ານ​ມາ, ສາຍ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ສອງ​ພັກ, ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ທັງ​ທາງ​ກວ້າງ ​ແລະ ທາງ​ເລິກ, ນຳ​ເອົາ​ຜົນ​ປະ​ໂຫຍດຕົວ​ຈິງ​ມາ​ສູ່​ສອງ​ຝ່າຍ. ການ​ຢ້ຽມຢາມ​ສັນຖະວະ​ໄມຕີ ສປປ ລາວ​ຢ່າງ​ເປັນ​ທາງ​ການ ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ສະພາ​ແຫ່ງ​ ຊາດ ຫງວຽນ ​ຝູ​ ຈ້ອງ​ ໃນ​ເດືອນ​ມີ​ຖຸນາ 2011 ​ແລະ ​ການ​ຢ້ຽມຢາມ​ສັນຖະວະ​ໄມ​ຕີ ສສ ຫວຽດນາມ​ ຢ່າງ​ເປັນ​ທາງ​ການ​ຂອງ​ສະຫາຍ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຈູມ​ມາລີ ​ໄຊ​ຍະ​ສອນ ໃນ​ຕົ້ນ​ເດືອນ​ສິງຫາ ຜ່ານ​ມາ​ນີ້ ​ໄດ້​ນຳ​ເອົາ​ການ​ພົວພັນ​ພິ​ເສດ​ ກ້າວ​ສູ່​ລະດັບ​ສູງ​ອັນ​ໃໝ່.

ໃນ​ໂອກາດ​ອັນ​ສະຫງ່າ​ລາສີນີ້ ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ​-ຫວຽດນາມ ​ເວົ້າ​ລວມ, ເວົ້າ​ສະ​ເພາະ ລະຫວ່າງ ​ສອງ​ຄະນະ​ພົວພັນ​ຕ່າງປະ​ເທດ​ຂອງ​ສູນ​ກາງ​ພັກ​ ​ຈົ່ງ​ໝັ້ນຄົງ​ທະ​ນົງ​ແກ່ນ ​ແລະ ​ເກີດ​ດອກ ​ອອກ​ຜົນ​ຕະຫລອດ​ໄປ.

ຂໍ​ອວຍພອນ​ໃຫ້​ສະຫາຍ ພ້ອມ​ດ້ວຍ​ຄະນະນຳ ຕະຫລອດ​ເຖິງ​ພະນະກງານ​ທັງ​ໝົດ ​ໃນ​ຄະນະ​ພົວພັນ​ຕ່າງປະ​ເທດຂອງ​ສູນ​ກາງ​ພັກ ກອມ​ມູນິດ​ຫວຽດນາມ ຈົ່ງ​ສຸຂະ ພາບ​ເຂັ້ມ​ແຂງ ​ແລະ ປະສົບ​ຜົນສຳ​ເລັດ​ໃໝ່ ໃຫຍ່​ຫລວງ​ກວ່າ​ເກົ່າ​ໃນ​ໜ້າ​ທີ່​ອັນ​ສູງ​ສົ່ງ ​ແລະ ມີ​ກຽດ​ຂອງ​ບັນດາ​ສະຫາຍ./.

 

ທ່ານນາຍົກລັດຖະມົນຕີ​ ຊົມ​ເຊີຍຄູ່ຮ່ວມ​ຕຳ​ແໜ່​ງ ທີ່​ເນ​ປານ

(02/09/2011)

*(ຂປລ): ພະນະ​ທ່ານ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ​ ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ ​ເຖິງພະນະ​ທ່ານ ບາ​ບູ ຣາມ ບາ​ຕາ​ໄຣ (Babu Ram Bhattarai) ​ໃນ​ໂອກາດ​ທີ່​ພະນະ​ທ່ານ ໄດ້​ຮັບ​ເລືອກ​ຕັ້ງ​ ເປັນ ນາຍົກລັດຖະມົນຕີ ຄົນ​ໃໝ່ ແຫ່ງ ​ສະຫະພັນ ສາທາລະນະ​ລັດ ປະຊາທິປະ​ໄຕ ​ເນ​ປານ.

​ເນື້ອ​ໃນ​ໂທລະ​ເລກ​ລະບຸວ່າ: ​ເນື່ອງ​ໃນ​ໂອກາດ ທີ່​ພະນະ​ທ່ານ ​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​​ແໜ່​ງ ​ເປັນ​ນາຍົກລັດຖະມົນຕີ ​ແຫ່ງ ສະຫະພັນ ສາທາລະນະ​ລັດ ປະຊາທິປະ​ໄຕ ​ເນ​ປານ, ​ໃນ​ນາມ​ລັດຖະບານ ​ແລະ ປະຊາຊົນ ​​ແຫ່ງ ສປປ ລາວ ແລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ ຂໍ​ຖື​ໂອກາດ​ນີ້ ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ພະນະ​ທ່ານ ຈົ່ງ​ປະສົບ​ຜົນສຳ​ເລັດ ​ໃນ​ໜ້າ​ທີ່​ການ​ນຳພາ​ປະ​ເທດ​ຊາດ ສືບຕໍ່​ພັດທະ ນາ ​ເສດຖະກິດ-ສັງຄົມ ​ຕໍ່​ໄປ ​ເພື່ອ​ຜົນ​ປະ​ໂຫຍດຂອງ​ປະຊາຊົນ ຂອງ​ພະນະ​ທ່ານ.

ຂ້າພະ​ເຈົ້າ​ຫວັງ​ວ່າ: ຈະ​ໄດ້​ຮ່ວມ​ເຮັດ​ວຽກ​ກັບ​ພະນະ​ທ່ານ ​ໃນ​ຊຸມ​ປີ​ຂ້າງ​ໜ້າ ​ໃນ​ການ​ສົ່ງ​ເສີມການ​ພົວ ພັນ ​ແລະ ຮ່ວມ​ມື​ແບບ​ສ້າງສັນ ລະຫວ່າງ ​ລັດຖະບານ ສປປ ລາວ ​ແລະ ​ເນ​ປານ ​ເພື່ອ​ຜົນ​ປະ​​ໂຫຍ​ດຂອງ​ປະຊາຊົນ ​ສອງ​ຊາດ​ພວກ​ເຮົາ ກໍ​ຄື ​​ເພື່ອສັນຕິພາບ, ການ​ຮ່ວມ​ມື ​ແລ​ະ ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ສາກົນ.

ອິກ​ເທື່ອ​ໜຶ່ງ ຂໍ​ອວຍພອນ​ໃຫ້​ພະນະ​ທ່ານ ​ໃຫ້​ມີສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ​ແລະ ມີ​ຜົນສຳ​ເລັດ​ອັນ​ຈົບງາມ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ອັນ​ມີ​ກຽດ ​ແລະ ສູງສົ່ງ ຂອງ​ພະນະ​ທ່ານ ​ແລະ ຂໍ​ໃຫ້​ປະຊາຊົນ ​ເນ​ປານ ​ເພື່ອນ​ມິດ ຈົ່ງ​ສືບຕໍ່​ມີ​ຄວາມ​ກ້າວໜ້າ, ວັດທະນາ​ຖາວອນ ​ແລະ ມີ​ສະ​ເຖຍ​ລະ​ພາບ./.

ຜູ້ນຳ​ລາວ​ສົ່ງ​ສານ​ອວຍພອນ​​ຜູ້ນຳ​ສສຫວຽດນາມ​ ໃນ​ໂອກາດ​ວັນຊາດ​ຄົບຮອບ 66 ປີ

(01/09/2011)

*(ຂປລ) ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ສະຫາຍ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ, ສະຫາຍ ນາງ​ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ສປປ ລາວ​ໄດ້​ສົ່ງ​ສານ​ອວຍພອນ​ເຖິງ ສະຫາຍ ຫງວຽນ​ຝູຈ໋ອງ ​ເລຂາທິການ​ໃຫຍ່ ຄະນະ​ບໍລິ ຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ​ຫວຽດນາມ, ສະຫາຍ ​ເຈື່ອງ​ເຕີນ​ຊາງ, ປະທານ​ປະ​ເທດ ​ແຫ່ງ ສສ ຫວຽດນາມ , ສະຫາຍ​ຫງວຽນ​ເຕີນ​ຢຸງ ນາຍົກລັດຖະມົນຕີ ​ແຫ່ງ ສສ ຫວຽດນາມ ​ແລ​ະ ສະຫາຍ ຫງວຽນ​ຊີ​ຮຸ່ງ, ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ​ສສຫວຽດນາມ ​ໃນ​ໂອກາດ​ວັນ ຊາດ​ຄົບຮອບ 66 ປີ.

ສານ​ອວຍພອນ​ໄດ້​ຂຽນ​ວ່າ: ​ເນື່ອງ​ໃນ​ໂອກາດ ສະ​ເຫລີ​ມ ສະຫລອງ​ວັນ​ຄົບຮອບ 66 ປີ ​ແຫ່ງ ການ​ສະຖາ​ປະນາ ສາທາລະນະ​ລັດ ສັງຄົມ​ນີຍົມ​ ຫວຽດນາມ , ​ໃນ​ນາມ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ, ສະພາ​ແຫ່ງ​ຊາດ, ລັດຖະບານ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ​ກໍ​ຄື ​ໃນ​ນາມ​ສ່ວນ​ຕົວ, ພວກ​ຂ້າພະ​ເຈົ້າ ຂໍ​ສົ່ງ​ຄວາມ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ, ຄວາມ​ສະມັກ​ຄີ​ຮັກ​ແພງ ອັນ​ສະໜິດສະໜົມ ຖານ​ສະຫາຍ​ອ້າຍ ​ນ້ອງ ​ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ ບັນດາສະຫາຍ ​ແລະ ​ໂດຍ​ຜ່ານ​ບັນດາ​ສະຫາຍ ​ໄປ​ຍັງ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ, ສະ ພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ​ອ້າຍ​ນ້ອງ​ທຸກ​ຖ້ວນ​ໜ້າ.

ພວກ​ຂ້າພະ​ເຈົ້າ ມີ​ຄວາມ​ປີຕິ​ຍິນ​ດີ ​ແລະ ພາກພູມ​ໃຈ ​ເປັນ​ຢ່າງ​ຍິ່ງ ທີ່​ເຫັນ​ວ່າ ຕະຫອດ​ໄລຍະ 66 ປີ, ພາຍ​ໃຕ້​ການ​ນຳພາ​ອັນ​ສະຫລາດ​ສ່ອງ​ໃສ​ຂອງ​ພັກ ກອມ​ ມູນິດ​ຫວຽດນາມ ທີ່​ປະທານ​ໂຮ່ຈີ​ມີ​ນຜູ້​ຍິ່ງ​ໃຫຍ່ ​ເປັນ​ຜູ້​ສ້າງຕັ້ງ ​ແລະ ດ້ວຍ​ຈິດ​ໃຈ​ຮັກ​ຊາດ​ອັນ​ດູດ​ດື່ມ ສົມທົບ​ກຳລັງ​ແຮງ​ສັງ​ລວມ ຂອງ​ທົວປວງ​ຊົນ​ທັງ​ຊາດ ບວກ​ ກັບ​ມູນ​ເຊື້ອ ການ​ຕໍ່​ສູ້​ອັນ​ອົງອາດ​ກ້າ​ແກ່ນ, ປະຊາຊົນ​ຫວຽດນາມ​ອ້າຍ​ນ້ອງ ​ໄດ້​ດຳ​ເນີນ​ການ​ຕໍ່​ສູ້ ຢ່າງ​ພິລະ​ອາດ​ຫານ ຕ້ານ​ພວກ​ຈັກກະ​ພັດ​ຮູ​ກຮານ ຈົນ​ສາມາດ​ ໄດ້​ຮັບ​ໄຊຊະນະ​ອັນ​ໃຫຍ່​ຫລວງ ​ໃນ​ການ​ປົດ​ປ່ອຍ, ​ຍາດ​ເອົາຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ​ ​ແລະ ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຕົນ ຈົນ​ກ້າວ​ໄປ​ເຖິງ​ການ​ທ້ອນ ​ໂຮມ​ປະ​ເທດ​ຊາດ ​ເປັນ​ເອກະ​ພາບ​ຢ່າງ​ສົມບູນ. ພິ​ເສດ, ​ແມ່ນ​ນັບ​ແຕ່​ການ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່​ເປັນຕົ້ນ​ມາ, ປະຊາຊົນ​ຫວຽດນາມ​ອ້າຍ​ນ້ອງ ສາ​ມາດ ຍາດ​ໄດ້ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫລວງ​ສຳຄັນ ​ແລະ ຮອບດ້ານ: ສະຖຽນ​ລະ​ພາບ​ການ​ເມືອງ ມີ​ຄວາມ​ໜັກ​ແໜ້ນ ; ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ ​ໄດ້​ຮັບ​ ການ​ຮັບປະກັນ; ​ເສດຖະກິດ ຂະຫຍາຍຕົວ​ໃນ​ລະດັບ​ສູງ​ຢ່າງ​ຕໍ່​ເນື່ອງ; ການ​ສຶກສາ, ວັດທະນະທຳ, ສາທາລະນະ​ສຸກ ມີ​ຄວາມ​ກ້າວໜ້າ; ຊີວິດ​ການ​ເປັນ​ຢູ່​ຂອງ​ ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ ​ແລະ ຍົກ​ສູງ​ຂື້ນ​ຢ່າງ​ເດັ່ນ​ຊັດ; ການ​ເຄື່ອນ​ໄຫວ​ຕ່າງປະ​ເທດ​ໄດ້​ຮັບ​ການ​ເປີດ​ກ້ວາງ ​ແລະ ມີ​ຜົນສຳ​ເລັດ​ຢ່າງ​ຫລາຍ​ປະກັນ; ຖານະ​ ບົດບາດ ​ແລະ ອິດ​ທິພົນ​ຊື່​ສຽງ​ຂອງ ສາທາລະນະ​ລັດ ສັງຄົມ​ນີຍົມ​ຫວຽດນາມ ​ໃນ​ເວທີ ສາກົນ ​ແລະ ພາກ​ພື້ນ ​ໄດ້​ຮັບ​ການ​ເຊີດ​ຊູ​ສູງ​ເດັ່ນ​ຂື້ນ​ຢ່າງ​ບໍ່​ຢຸດ​ຢັ້ງ; ປະກອບ ສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ພາລະກິດ​ສັນຕິພາບ, ການ​ຮ່ວມ​ມື​ພັດທະນາ​ກັບ​ປະຊາ​ຄົມ​ໂລກ.

ພັກ,ລັດຖະບານ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ ພວກ​ຂ້າພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ອົກ​ສຸດ​ໃຈ ຕໍ່​ບັນດາ​ຜົນສຳ​ເລັດ​ອັນ​​ໃຫຍ່​ຫລວງ​ຂອງ​ ປະຊາຊົນ​ຫວຽດນາມ ອ້າຍ​ນ້ອງ​ດັ່ງກ່າວ ​ແລະ ​ເຊື່ອ​ໜັ້ນຢ່າງ​ໜັກ​ແໜ້ນ​ວ່າ ພາຍ​ໃຕ້​ການ​ນຳພາ​ອັນ​ຖືກຕ້ອງ ​ແລະ ສະຫລາດ​ສ່ອງ​ໃສ ຂອງ​ຄະນະ​ນຳ​ຊຸດ​ໃໝ່ ຂອງ​ພັກ-ລັດ ຫວຽດນາມ ອັນ​ມີ​ສະຫາຍ ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ໋ອງ ​ເປັນ​ຜູ້ນຳ​ໜ້ານັ້ນ, ປະຊາຊົນ​ຫວຽດນາມ ອ້າຍ​ນ້ອງ ຈະ​ສືບຕໍ່​ຍາດ​ຜົນສຳ​ເລັດ ອັນ​ໃຫຍ່​ຫລວງ ​ແລະ ໜັກ​ແໜ້ນ​ກວ່າ​ເກົ່າ ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່, ນຳ​ເອົາ​ປະ​ເທດ​ຊາດ​ກ້າວ​ຂື້ນ​ຕາມ​ທິດ​ສັງຄົມ​ນີຍົມ, ບັນລຸ​ເປົ້າ​ໝາຍ​ສ້າງ​ປະ​ເທດ​ຫວຽດນາມ ​ໃຫ້​ກາຍ​ເປັນ​ປະ​ເທດ​ອຸດ​ສະຫະ​ກຳ​ໂດຍ​ພື້ນຖານ ຕາມ​ທິດ​ທັນ​ສະ​ໄໝ​ໃນ​ປີ 2020 , ປະຕິບັດ​ບັນດາ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ XI ຂອງ​ພັກ​ກອມ​ມູນິດ ​ຫວຽດ ນາມ ຢ່າງ​ມີ​ໄຊ, ບັນລຸ​ຈຸ​ດໝາຍ ​ເຮັດ​ໃຫ້​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ ປະຊາທິປະ​ໄຕ, ຍຸຕິ​ທຳ ​ແລະ ສີວິ​ໄລ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ພັດທະນາ ​ແລະ ຄວາມ​ກ້າວໜ້າ​ທັງ​ສັງຄົມ ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ພວກ​ຂ້າພະ​ເຈົ້າ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ​ເປັນ​ຢ່າງ​ຍິ່ງ ທີ່​ເຫັນ​ວ່າ ຕະຫລອດ​ໄລຍະ​ຜ່ານ​ມາ, ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສະມາ​ຄີ​ພິ​ເສດ ​ແລະ ການ​ຮ່ວມ ​ມື​ຮອບດ້ານ ລະ ຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ລາວ-ຫວຽດນາມ ທີ່​ປະທານ​ໂຮ່ຈີ​ມີ​ນຜູ້​ຍິ່ງ​ໃຫຍ່ , ປະທານ​ໄກສອນ ພົມວິຫານ ​ແລະ ປະທານ ​ສຸພາ​ນຸວົງ ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ ພ້ອມ​ດ້ວຍ​ບັນດາ​ການ​ນຳ​ຮຸ່ນ​ສືບ​ທອດ ຂອງ​ສອງ​ພັກ ສອງ​ປະ​ເທດ​ຂອງ​ພວກ​ເຮົາ ​ໄດ້​ອອກ​ເຫື່ອ​ເທ​ແຮງ ​ເພີ່ມ​ພູມ​ຄູນ​ສ້າງ, ຝືກຝົນ​ຫລໍ່​ຫລອມ ​ແລະ ​ໄດ້​ຜ່ານ​ການ​ທົດ​ສອບ ດ້ວຍ​ການ​ເວລາ ​ແລະ ຊີວິດ​ເລືອດ​ເນື້ອ ຂອງ​ບັນດາ​ນັກຮົບ​ປະຕິວັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ມາ​ເປັນ​ເວລາ​ ຫລາຍ​ທົດ​ສະ​ວັດ​ນັ້ນ, ປະຈຸ​ບັນ ​ໄດ​ຮັບ​ການ​ເສີມ​ຂະຫຍາຍ ທັງ​ທາງ​ກວ້າງ ​ແລະ ທາງ​ເລີກ, ກາຍ​ເປັນ​ມູນ​ລະ​ດົກ​ອັນ​ລ້ຳ​ຄ່າ, ​ເປັນ​ກົດ​ແກນ ​ແຫ່ງ​ການ​ຄົງ​ຕົວ ​ແລະ ຂະຫຍາຍຕົວ, ທັງ​ເປັນ​ປັດ​ໃຈ​ຕັດ ສິນ​ໄຊຊະນະ​ການ​ປະຕິວັດ​ຂອງ​ສອງ​ຊາດ ລາວ-ຫວຽດນາມ. ​ໄລຍະ​ໃໝ່ ​ເວລາ​ທີ ສອງ​ປະ​ເທດ​ພວມ​ຕັ້ງໜ້າ​ເຊື່ອມ​ໂຍງ​ສາ ກົນ​ຢ່າງ​ກວ້າງຂວາງ​ນັ້ນ, ສອງ​ພັກ, ສອງ​ລັດ​ພວກ​ເຮົາ ກໍ​ຍັງ​ໄດ້​ເສີມ​ຂະຫຍາຍ​ສາຍ​ພົວພັນ​ພິ​ເສດ​ນັ້ນ ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ. ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ ການ​ແລກປ່ຽນ​ຢ້ຽມຢາມ​ຂອງ​ການ​ນຳ​ຂັ້ນສູງ​ພັກ-ລັດ ລາວ-ຫວຽດນາມ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ , ​ໂດຍ​ສະ​ເພາະ​ແມ່ນ ການ​ຢ້ຽມຢາມ​ສັນຖະ​ວະ​ໄມຕີ ສປປ ລາວ​ ຢ່າງ​ເປັນ​ທາງ​ການ ຂອງ​ສະຫາຍ ​ເລຂາທິການ​ໃຫຍ່, ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຝູຈ໋ອງ ​ໃນ​ເດືອນ​ມີ​ຖຸນາ ​ແລະ ​ການ​ຢ້ຽມຢາມ​ສັນຖະວະ​ໄມ​ຕີ ສສ.ຫວຽດ ນາມ​ ຢ່າງ​ເປັນ​ທາງ​ການ​ຂອງ​ສະຫາຍ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈູມ​ມາລີ ​ໄຊ​ຍະ​ສອນ ໃນ​ຕົ້ນ​ເດືອນ​ສິງຫາ 2011 ຜ່ານ​ມາ​ນີ້, ​ເຊິ່ງ​ເປັນ​ການ​ປະກອບ ສ່ວນ​ນຳ​ເອົາ​ສາຍ​ພົວພັນ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ-ຫວຽດນາມ​ກ້າວ​ຂື້ນ​ສູ່​ຈຸດ​ສູງ​ໃໝ່.

​ໃນ​ໂອກາດ​ອັນ​ສະຫງ່າ​ລາສີ ​ແລະ ມີ​ຄວາມ​ໝາຍ​ສຳຄັນຍິ່ງ​ນີ້, ອິກ​ເທື່ອ​ໜື່ງ ພັກ,ລັດ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ ພວກ​ຂ້າພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ ຢ່າງ​ຈິງ​ໃຈ ​ແລະ ຄວາມ​ຮູ້​ບຸນ​ຄູນ​ຢ່າງ​ເລີກ​ເຊິ່ງ ມາ​ຍັງ ພັກ,ລັດ ​ແລະ ປະຊາຊົນ​ຫວຽດນາມ​ອ້າຍ​ນ້ອງ ທີ່​ໄດ້​ໃຫ້ ການ​ສະໜັບສະໜູນ ອັນ​ແຮງ​ກ້າ, ການ​ຊ່ວຍ​ເຫລືອ ​ອັນ​ໃຫຍ່​ຫລວງ, ລ້ຳ​ຄ່າ, ທັນ​ການ ​ແລະ ມີ​ຜົນ​ສັກສິດ ​ແກ່ ພາລະກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ ​ໃນ​ເມື່ອ​ກ່ອນ​ກໍ​ຄື​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດ​ທະນາ ປະ​ເທດ​ຊາດ​ຂອງ​ປະຊາຊົນ​ລາວ​ໃນ​ປະຈຸ​ບັນ.

ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ ອັນ​ເປັມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ ສອງ​ຊາດ​ພວກ​ເຮົາ ຈົ່ງ​ນັບ​ມື້​ໄດ້​ຮັບ​ການ​ເສີມ​ຂະ​ຫຍາ​ຍຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ມີ​ປະສິທິຜົນ​ຍິ່ງໆ​ຂື້ນ ​ເພື່ອ​ຜົນ​ປະ​ໂຫຽດຂອງ​ປະຊາຊົນ​ສອງ​ຊາດ​ພວກ​ເຮົາ.

ອວຍພອນ​ໃຫ້​ບັນດາ​ສະຫາຍ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ພະ​ລາ​ນາ​ໄມ​ສົມບູນ ​ແລະ ​ໄດ​້ຮັບ​ຜົນສຳ​ເລັດ​ໃໝ່​ໃຫຍ່​ຫລວງ​ກວ່າ​ເກົ່າ​ໃນ​ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງ​ຕົນ.

​ໃນ​ໂອກາດ​ດັ່ງກ່າວ​ສະຫາຍ ດຣ ທອງ​ລຸນ ສີ​ສຸ​ລິດ , ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ​ກໍ​ໄດ້ ສົ່ງ​ສານ ​ອວຍພອນ​ເຖິງ ສະຫາຍ ຟາ​ມ ບິ່ງ​ມິ​ງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ​ສາທາລະນະ​ລັດ ສັງຄົມ​ນີຍົມ​ຫວຽດນາມ ​ເຊັ່ນ​ດຽວ​ກັນ.

 

ນາຍົກສະແດງຄວາມຊົມເຊີຍຄູ່​ຮ່ວມ​ຕຳ​ແໜ່​ງຍີ່ປຸ່ນ

(31/08/2011)

*(ຂປລ): ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໄດ້ສົ່ງໂທລະເລກສະແດງຄວາມຊົມເຊີຍ ​ເຖິງພະນະທ່ານ ​ໂຢຊີ​ຮີ​ໂກະ​ ໂນ​ດະ, ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ໂທລະເລກຂຽນວ່າ:

ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ທີ່​ພະ​ນະ​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງດຳລົງ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີ ​ແຫ່ງປະເທດ ຍີ່ປຸ່ນ. ​ໃນ​ໂອກາດ​ນີ້ ຂໍ​ຖື​ເປັນ​ກຽດ​ສົ່ງ​ ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ພະນະ​ທ່ານ ຈົ່ງ​ມີ​ພາລະ​ນາ​ໄມ​ສົມບູນ, ມີ​ຄວາມ​ຜາ​ສຸກ ​ແລະ ປະສົມ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ອັນ​ມີ​ກຽດ ​ຂອງ​ພະນະ​ທ່ານ.

​ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້, ຂ້າພະ​ເຈົ້າ​ຂໍ​ສົ່ງ​ຄວາມ​ປາ​ຖາ​ໜາ ທີ່​ຈະ​ສືບຕໍ່​ຜັນ​ຂະຫຍາຍ​ການ​ເປັນ​ຄູ່​ຮ່ວມ​ຮອບດ້ານ ລະຫວ່າງ ສປປ ລາວ ​ແລະ ຍີ່​ປຸ່ນ ​ໃຫ້​ກ້າວ ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ນຳ​ເອົາຜົນ​ປະ​ໂຫຍ​ດສູງ​ສຸດ​ມາ​ສູ່ປະຊາຊົນ​ສອງ​ຊາດ​ພວກ​ເຮົາ ທັງ​ໃນຕໍ່ໜ້າ ​ແລະ​ ຍາວ​ນານ ກໍ​ຄື​ຜົນ​ປະ​ໂຫຍ​ດ ​ແຫ່ງ​ສັນຕິພາບ ​ແລະ ການ​ພັດທະນາ​ຂອງ​ພາກພື້ນ ​ແລະ ຂອງ​ໂລກ./.

 

ຜູ້ນຳ​ລາວ ອວຍພອນ​ວັນຊາດ ຮົງກາຣີ

(30/08/2011)

*(ຂປລ): ບັນດາ​ທ່ານ​ຜູ້ນຳ​ລາວ ​ຊຶ່ງ​ປະະກອບ​ມີ ພະນະ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ​ແຫ່ງ ສາທາລະນະ​ລັດ ​ປະຊາ​ທິປະ​ໄຕ ປະຊາຊົນ​ລາວ; ພະນະ​ທ່ານ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ແລະ ພະນະ​ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ຕ່າງກໍໄດ້ສະແດງຄວາມຊົມເຊີຍ ຜ່ານທາງໂທລະເລກ ເຖິງພະນະ​ທ່ານ ​ປານ ສະມິດ, ປະທານ​າທິບໍດີ ​ແຫ່ງ ສາ​ທາລະນະ​ລັດ ຮົງກາຣີ; ພະນະ​ທ່ານ ວິກເຕີ ອໍບານ, ນາຍົກລັດຖະມົນຕີ ແລະ ​ພະນະ​ທ່ານ ຈາໂນສ ມາໂຕນີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສ. ຮົງກາຣີ ໃນໂອກາດວັນຊາດ ຂອງປະເທດດັ່ງກ່າວ.

​ເນື້ອ​ໃນ​ຂອງ​ໂທລະ​ເລກ​ໄດ້​ລະບຸ​ວ່າ: ​ເນື່ອງ​ໃນ​ໂອກາດ​ວັນຊາດ​ຂອງ ສາທາລະນະ​ລັດ ຮົງກາຣີ, ​ໃນ​ນາມ​ລັດຖະບານ, ປະຊາຊົນ ​ແຫ່ງ ສາທາລະນະ​ລັດ ປະຊາ ທິປະ​ໄຕ ປະຊາຊົນ​ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ພວກຂ້າພະ​ເຈົ້າ ​ຂໍ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ພະນະ​ທ່ານ ແລະ ຜ່ານພະນະ ທ່ານ ໄປຍັງປະຊາ ຊົນ​ຮົງກາຣີ ​ເພື່ອນ​ມິດ ທຸກຖ້ວນໜ້າ.

ພວກຂ້າພະ​ເຈົ້າ​ ​ເຊື່ອ​ໝັ້ນວ່າ: ສາຍ​ພົວພັນ​ມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສ ຮົງກາຣີ ຈະ​ສືບຕໍ່​ໄດ້​ຮັບ​ການ​ພັດທະນາ ໃຫ້ເຕີບໃຫຍ່​ຂະຫຍາຍ​ຕົວ ແລະ ເກີດດອກອອກ ຜົນຍິ່ງໆຂຶ້ນ ​ເພື່ອ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງ​ປະຊາຊົນ​ສອງ​ຊາດພວກເຮົາ ກໍ​ຄື​ ເພື່ອ​ສັນຕິພາບ ​ແລະ ການ ຮ່ວມມືສາກົນ ເພື່ອການພັດທະນາ./.

 

ຜູ້ນຳ​ລາວ ອວຍພອນ​ວັນປະກາດເອກະລາດ ມາ​ເລ​ເຊຍ

(29/08/2011)   

*(ຂປລ): ພະນະ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ​ແຫ່ງ ສາທາລະນະ​ລັດ ​ປະຊາ​ທິປະ​ໄຕ ປະຊາຊົນ​ລາວ; ໄດ້ສະແດງຄວາມຊົມເຊີຍອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ຜ່ານທາງໂທລະເລກ ເຖິງສົມ​ເດັດ ຕວນກູ ມີ​ຊານ ​ໄຊ​ນານ ອັບ​ບີ​ດິນ, ຣາຊາ​ທິບໍດີ ແຫ່ງ ມາເລເຊຍ ໃນໂອກາດວັນຊາດຂອງປະເທດດັ່ງກ່າວ.

​ເນື້ອ​ໃນ​ຂອງ​ໂທລະ​ເລກ​ໄດ້​ລະບຸ​ວ່າ: ​ເນື່ອງ​ໃນ​ໂອກາດ​ອັນສະຫງ່າລາສີ ແຫ່ງວັນປະກາດເອກະລາດ ​ຄົບຮອບ 54 ປີ, ​ໃນ​ນາມ​ປະຊາຊົນ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ພວກຂ້າພະ​ເຈົ້າ ​ຂໍຖືເປັນກຽດຢ່າງສູງ ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດມາ​ຍັງ​ ສົມເດັດ ພ້ອມດ້ວຍພະບໍລົມວົງສານຸວົງ ແລະ ຜ່ານສົມເດັດ ໄປຍັງປະຊາຊົນມາເລເຊຍ ທຸກຖ້ວນໜ້າ.

ຂ້າພະ​ເຈົ້າ​ ມີ​ຄວາມ​ຊົມຊື່ນຍິນດີ​ເປັນ​ຢ່າງ​ຍິ່ງ ທີ່​ເຫັນ​ວ່າ: ​ສາຍ​ພົວພັນ​ມິດຕະພາບ ທີ່ເປັນມູນເຊື້ອ ​ແລະ ການ​ຮ່ວມ​ມື​ອັນດີ​ ລະ​ຫວ່າ​ງ ສປປ ລາວ ແລະ ມາເລເຊຍ ​ໄດ້​ມີ​ການ​ຂະຫຍາຍຕົວ​ ແລະ ຮັດໜ້ນຍິ່ງໆຂຶ້ນ ໃນຊຸມປີຜ່ານມາ ແລະ ​ເຊື່ອ​ໝັ້ນວ່າ: ສາຍ​ພົວພັນ​ອັນ​ດີງາມ​ ແລະ ການຮ່ວມມືດັ່ງກ່າວ ຈະ​ສືບຕໍ່​ຮັດແໜ້ນ ແລະ ເພີ່ມທະວີຍິ່ງຂຶ້ນເລື້ອຍໆ ​ເພື່ອ​ນຳເອົາ ຜົນ​ປະ​ໂຫຍ​ດມາສູ່ສອງປະເທດ ກໍຄື ປະຊາຊົນສອງຊາດຂອງພວກເຮົາ, ທັງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການ ປົກປັກຮັກສາ​ສັນຕິພາບ, ສະເຖຍ​ລະ​ພາບ ​ແລະ ການຮ່ວມມືເພື່ອພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

ສ່ວນເນື້ອໃນໂທລະເລກ ຂອງພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ສົ່ງເຖິງ ພະນະທ່ານ ດາໂຕະ ສຣິ ນາຈິບ ຕຸນ ອັບດຸນ ຣາຊົກ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ມີເນື້ອຄວາມວ່າ: ຂ້າພະ​ເຈົ້າ​ ມີ​ຄວາມ​ຍິນດີ​ເປັນ​ຢ່າງ​ຍິ່ງ ທີ່​ເຫັນ​ວ່າ​: ສາຍ​ພົວພັນ​ມິດຕະພາບ ທີ່ເປັນມູນເຊື້ອ ​ແລະ ການ​ຮ່ວມ​ມື​ອັນດີ​ ລະ​ຫວ່າ​ງ ສປປ ລາວ ແລະ ມາເລເຊຍ ​ໄດ້​ມີ​ການ​ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນຫລາຍປີທີ່ຜ່ານມາ ແລະ ​ຫວັງວ່າ: ຈະໄດ້ເນັດວຽກຢ່າງໃກ້ຊິດ ຮ່ວມກັບ ພະນະທ່ານ ເພື່ອສົ່ງເສີມ ແລະ ຮັດແໜ້ນສາຍ​ພົວພັນ ແລະ ການຮ່ວມມື ອັນດີທີ່ມີມາດັ່ງກ່າວ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງປະຊາ ຊົນສອງ ຊາດຂອງພວກເຮົາ ກໍຄື ເພື່ອສັນຕິພາບ, ສະເຖຍ​ລະ​ພາບ ​ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

ໂອກາດດຽວກັນນີ້ ພະນະທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ກໍໄດ້ສົ່ງໂທລະ ເລກເຖິງພະນະທ່ານ ດາໂຕະ ສຣິ ອານີຟາ ຮາຈິ ອາມານ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ມາເລເຊຍ ເຊັ່ນດຽວກັນ./.

 

​ທ່ານປະທານປະເທດ ຊົມ​ເຊີຍ ຄູ່ຮ່ວມຕຳແໜ່ງ ທີ່ສິງກະ​ໂປ​

(29/08/2011)   

*(ຂປລ): ພະນະ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ໄດ້​ສະແດງຄວາມຊົມ​ເຊີຍ ຜ່ານ ທາງ​​ໂທລະ​ເລກ ເຖີງພະນະ​ທ່ານ ດຣ​. ​ໂທ​ນີ ຕັນ ​​ໃນ​ໂອກາດທີ່ພະນະທ່ານ ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳແໜ່​ງ ​ເປັນ​ປະທາ ນາທິບໍດີ​ຄົນ​ໃໝ່ ​ແຫ່ງ ສ. ສິງກະ​ໂປ.

​ເນື້ອ​ໃນ​ໂທລະ​ເລກ​ໄດ້​ຂຽນ​ວ່າ: ​ຂ້າພະ​ເຈົ້າ ມີ​ຄວາມປີຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ສົ່ງ​ຄວາມ​ຊົມ​ເຊີຍອັນ​ອົບ​ອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ພະນະ​ທ່ານ.

ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ດີ ລະຫວ່າງ ສປປ ລາວ ​ແລະ ສ ສິງກະ​ໂປ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ ​ແລະ ກວ້າງ​ຂວາງອອກ ​ໃນ​ຫລາຍ​ຂະ ​ແໜງ​ການ. ຂ້າພະ​ເຈົ້າ ຫວັງ​ຢ່າງ​ຍິ່ງ​ວ່າ: ຈະ​ໄດ້​ເຮັດ​ວຽກ​ຢ່າງ​​ໃກ້​ຊິດ ຮ່ວມ​ກັບ​ພະນະ​ທ່ານ ​ເພື່ອ​ສືບຕໍ່​ເສີມ​ຂະຫຍາຍສາຍ​ພົວພັນ​ທີ່​ດີ​ດັ່ງກ່າວ ທັງ​ໃນ​ຂອບ​ສອງ​ຝ່າຍ ​ແລະ ຂອບ​ອາ​ຊຽນ ​ເພື່ອ​ຜົນ​ປະ ​ໂຫຍ​ດຮ່ວມ​ກັນ ຂອງ​ປະຊາຊົນ​ສອງ​ຊາດ ລາວ ​ແລະ ສິງກະ​ໂປ ກໍ​ຄື​ ເພື່ອ​ສັນຕິພາບ, ສະເຖຍລະ​ພາບ ​ ແລະ ການ​ຮ່ວມ​ມື ເພື່ອ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ້າພະ​ເຈົ້າ ​ເຊື່ອ​ໜັ້ນວ່າ : ພາຍ​ໃຕ້​ການ​ນຳພາຂອງ​ພະນະ​ທ່ານ, ສິງກະ​ໂປ​ຈະ​ສືບຕໍ່​ໄປ​ກ້າວ​ໄປ​ສູ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຍິ່ງໆ​ຂຶ້ນ. ຂ້າພະ​ເຈົ້າ ຂໍ​ຖື​ໂອກາດ​ນີ້ ອວຍ ພອນ​ໃຫ້​ພະນະ​ທ່ານ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມຜາສຸກ ​ແລະ ປະສົບ​ຜົນສຳ​ເລັດ ​ໃນ​ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງ​ພະນະ​ທ່ານ./.

 

ລັດຖະມົນຕີການຕ່າງປະເທດ ຊົມເຊີຍຄູ່ຮ່ວມຕຳແໜ່ງ ແຫ່ງ ສ.ເປຣູ

(12/08/2011)   

*(ຂປລ): ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ຜ່ານທາງໂທລະເລກ ເຖິງພະນະທ່ານ ຣາແຝວ ຣອນກາກລຽວໂລ ອໍເບໂກໂຊ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເປຣູ ໃນໂອ ກາດທີ່ພະນະທ່ານຖືກແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສ.ເປຣູ.

ເນື້ອໃນໂທລະເລກຂຽນວ່າ: ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ. ຂ້າພະເຈົ້າຫວັງວ່າ: ຈະໄດ້ເຮັດວຽກ ຮ່ວມກັບພະນະທ່ານ ເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດພວກເຮົາໃຫ້ກວ້າງຂວາງ ແລະ ເກີດດອກ ອອກຜົນຍິ່ງໆຂຶ້ນ. ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ ແລະ ການຮ່ວມມື ການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ./.

 

ຜູ້ນຳ​ລາວ ອວຍພອນ​ວັນຊາດ ສິງກະ​ໂປ

(09/08/2011)   

*(ຂປລ): ບັນດາ​ທ່ານ​ຜູ້ນຳ​ລາວ ​ຊຶ່ງ​ປະະກອບ​ມີ ພະນະ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ​ແຫ່ງ ສາທາລະນະ​ລັດ ​ປະຊາ​ທິປະ​ໄຕ ປະຊາຊົນ​ລາວ; ພະນະ​ທ່ານ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ແລະ ພະນະ​ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ຕ່າງກໍໄດ້ສະແດງຄວາມຊົມເຊີຍ ຜ່ານທາງໂທລະເລກ ເຖິງຄູ່ຮ່ວມຕຳແໜ່ງ ພະນະ​ທ່ານ ​ເອສ ອາ ນາ​ທານ, ປະທານ​ປະ​ເທດ ​ແຫ່ງ ສາ​ທາ ລະນະ​ລັດ ​ສິງກະ​ໂປ; ພະນະ​ທ່ານ ລີ ຊຽນລຸງ, ນາຍົກລັດຖະມົນຕີ ແລະ ​ພະນະ​ທ່ານ ​ເຄ ຊານ​ມູກາມ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສ. ສິງກະ​ໂປ ໃນໂອກາດວັນຊາດຂອງປະເທດດັ່ງກ່າວ.

​ເນື້ອ​ໃນ​ຂອງ​ໂທລະ​ເລກ​ໄດ້​ລະບຸ​ວ່າ: ​ເນື່ອງ​ໃນ​ໂອກາດ​ວັນຊາດ​ຂອງ ສາທາລະນະ​ລັດ​ສິງກະ​ໂປ ​ຄົບ ຮອບ 64 ປີ, ​ໃນ​ນາມ​ປະຊາຊົນ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ພວກຂ້າພະ​ເຈົ້າ​ຂໍ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ຈິງ​ໃຈ ​ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ພະນະ​ທ່ານ ຈົ່ງ​ມີ​ພະລາ​ນາ​ ໄມ​ສົມບູນ, ມີ​ຄວາມ​ຜາ​ສຸກ ​ແລະ ປະສົບ​ຜົນສຳ​ເລັດ​ ໃນ​ໜ້າ​ທີ່​ອັນ​ມີ​ກຽດ​ສູງ​ສົ່ງ​ຂອງ​ພະນະ​ທ່ານ ​ແລະ ຂໍ​ໃຫ້ປະຊາຊົນ​ສິງ​ກະ​ໂປ ​ເພື່ອນ​ມິດ ຈົ່ງ​ມີ​ແຕ່​ຄວາມ​ວັດ​ ທະນາ​ຖາວອນ ​ຕະຫລອດ​ໄປ.

ພວກຂ້າພະ​ເຈົ້າ​ມີ​ຄວາມ​ເພິ່ງພໍ​ໃຈ​ເປັນ​ຢ່າງ​ຍິ່ງ ທີ່​ເຫັນ​ວ່າ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ດີ​ ລະ​ຫວ່າ​ງ ສອງ​ປະ​ເທດ​ພວກ​ເຮົາ ​ໄດ້​ມີ​ການ​ພັດທະນາ ​ແລະ ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ​ແລະ ​ເຊື່ອ​ໝັ້ນວ່າ: ສາຍ​ພົວພັນ​ອັນ​ດີງາມ​ດັ່ງກ່າວ ຈະ​ສືບຕໍ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງ​ ປະຊາຊົນ​ສອງ​ຊາດ ລາວ ​ແລະ ສິງກະ​ໂປ ກໍ​ຄື​ ເພື່ອ​ສັນຕິພາບ, ສະເຖຍ​ລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ ໃນ​ພາກພື້ນ ​ແລະ ​ໃນ​ໂລກ./.

 

ໂທລະເລກສະແດງຄວາມຊົມເຊີຍ

(08/08/2011)   

*(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມ ຊົມເຊີຍ ຜ່ານທາງໂທລະເລກ ເຖິງພະນະທ່ານນາງ ຍິ່ງລັກ ຊິນນະວັດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາ ຈັກໄທ ຄົນໃໝ່ ­ເນື່ອງໃນ­ໂອກາດທີ່ພະ­ະທ່ານ­ ໄດ້ຮັບພະຣາຊະອົງການ ­ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ນາຍົກລັດ ຖະມົນ­ຕີ ແຫ່ງ ຣາຊະອາ­ນາຈັກໄທ. ໃນນາມລັດຖະບານ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ. ຂ້າພະ ເຈົ້າຂໍຖືເປັນກຽດສະແດງຄວາມຍິນດີ ແລະ ຊົມເຊີຍ ຢ່າງຈິງໃຈ ມາຍັງພະນະທ່ານ.

ຂ້າພະເຈົ້າຫວັງວ່າ: ຈະໄດ້ເຮັດວຽກຢ່າງໃກ້ຊິດ ຮ່ວມກັບພະນະທ່ານ ເພື່ອສືບຕໍ່ສົ່ງເສີມ ແລະ ຮັດແໜ້ນ ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມື ອັນດີງາມ ຖານຍາດຕິພີນ້ອງບ້ານໃກ້ ເຮືອນຄຽງທີ່ດີ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ-ໄທ ໃຫ້ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະ ຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນລາວ-ໄທ ກໍຄື ເພື່ອສັນຕິ ພາບ, ສະເຖຍລະພາບ ແລະ ການຮ່ວມມື ເພື່ອພັດ ທະນາ ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດແດ່ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນພາລະກິດອັນ ສູງສົ່ງ ແລະ ມີກຽດສະຫງ່າ ຂອງພະນະທ່ານ./.

 

ອົງການສະພາກາແດງ ຍີ່ປຸ່ນ ຂອບໃຈ ຕໍ່ການຊ່ວຍເຫລືອຂອງລັດຖະບານລາວ

(08/08/2011)  

*(ຂປລ): ອົງການສະພາກາແດງ ຍີ່ປຸ່ນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄວາມເຫັນໃຈ ແລະ ການສືບຕໍ່ໃຫ້ການຊ່ວຍເຫລືອຂອງທ່ານ ຕໍ່ກັບຜູ້ປະສົບໄພ ຈາກແຜ່ນດິນໄຫວ ແລະ ຄື້ນຊຶນາມິ ເມື່ອວັນທີ 11 ມີນາ 2011 ຜ່ານມາ ໂດຍຜ່ານທາງໂທລະເລກ ຊຶ່ງມີເນື້ອໃນວ່າ:

ໃນນາມອົງການສະພາກາແດງ ຍີ່ປຸ່ນ ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄວາມເຫັນໃຈ ແລະ ການສືບຕໍ່ໃຫ້ການຊ່ວຍເຫລືອຂອງທ່ານ ຕໍ່ກັບຜູ້ ປະສົບໄພຈາກແຜ່ນດິນໄຫວ ແລະ ຄື້ນຊຶນາມິ ເມື່ອ ວັນທີ 11 ມີນາ 2011 ຜ່ານມາ. ພວກເຮົາຂໍສະແດງຄວາມຮູ້ບຸນຄຸນຢ່າງສູງສົ່ງ ຕໍ່ຄວາມເປັນຫວ່ງ ແລະ ການ ຊ່ວຍເຫລືອ ທີ່ເຕັມໄປດ້ວຍຄວາມເມດຕາຂອງທ່ານ.

ໄພພິບັດດັ່ງກ່າວ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າ 15.000 ຄົນ ແລະ ຍັງມີຜູ້ຫາຍສາບສູນອີກ 5.000 ຄົນ. ເຖິງແມ່ນວ່າໄພພິບັດດັ່ງກ່າວຈະຜ່ານມາແລ້ວ 4 ເດືອນ, ປະຊາຊົນຫລາຍກວ່າ 100.000 ຄົນ. ຍັງອາໄສຢູ່ສູນອົບພະຍົກ, ເຮືອນສຳເລັດຮູບ ແລະ ເຮືອນຂອງລັດຖະບານ. ນັບຕັງແຕ່ມື້ເກີດເຫດການໄພພິ ບັດ, ອົງການກາແດງຍີ່ປຸ່ນໄດ້ສ່ົງທິມງານແພດ, ທິມງານຊ່ວຍເຫລືອດ້ານຈິດສັງຄົມ ແລະ ໄດ້ແຈກຢາຍ ເຄື່ອງບັນເທົາທຸກເຊັ່ນ: ຜ້າຫ່ົມ ໃຫ້ແກ່ເຂດທີ່ໄດ້ຮັບຜົນກະທົບ. ພວກເຮົາສືບຕໍ່ການເຄື່ອນໄຫວສຸກເສີນເຫລົ່ານີ້ ແລະ ໃນຂະນະດຽວກັນ ໂດຍມີການນຳໃຊ້ທຶນນ້ຳໃຈຊ່ວຍເຫລືອ ຊຶ່ງໄດ້ຮັບຜ່ານອົງການກາແດງ ແລະ ອົງການ ຊິກວົງເດືອນແດງຈາກທົ່ວໂລກ. ພວກເຮົາໄດ້ສ້າງຫລາຍໂຄງການ ເພື່ອປັບປຸງຊີວິດການຍເປັນຢູ່ຂອງ ປະຊາຊົນ ທີ່ອາໄສຢູ່ເຮືອນພັດຊົ່ວຄາວ, ໃຫ້ການດູແລ ພິເສດຕໍ່ຄົນຊະລາ ແລະ ກຸ່ມສ່ຽງອື່ນໆ.

ກິດຈະກຳການເຄື່ອນໄຫວຕ່າງໆຂອງພວກເຮົາ ຈະສືບຕໍ່ແກ່ຍາວເປັນເວລາຫລາຍເດືອນ ແລະ ຫລາຍປີຂ້າງໜ້າ, ແຕ່ຂ້າພະເຈົ້າຂໍຖືໂອກາດນີ້ ເພື່ອລາຍງານໃຫ້ ທ່ານຊາບ ເຖິງກິດຈະກຳການເຄືອນໄຫວ ຫລ້າສຸດຂອງພວກເຮົາ. ທ່ານສາມາດອັບເດດຂໍ້ມູນຂ່າວສານເພີ່ມເຕີມ ໄດ້ທີ່ (WWW.jrc.or.jp/eg japan 2011/). ມັນຈະມີຄວາມກະລຸນາຢ່າງສູງ, ຖ້າຫາກທ່ານແລກປ່ຽນຂໍ້ມູນເຫລົ່ານີ້ ໃຫ້ລັດຖະບານ ແລະ ປະຊາຊົນ ໃນປະເທດຂອງທ່ານ ຊຶ່ງມີນ້ຳໃຈໃຫ້ການຊ່ວຍເຫລືອແກ່ ພວກເຮົາ ໃນໄລຍະເວລາແຫ່ງຄວາມຈຳເປັນ./.

 

ໂທລະເລກອວຍພອນວັນຊາດ

(05/08/2011)   

*(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກ ອວຍພອນວັນຊາດ ເຖິງພະນະທ່ານ ນາງ ມີເຊີລິນ ຄານເມີ-ເຣ, ປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະ ເທດ ກໍໄດ້ສົ່ງໂທລະເລກອວຍພອນເຖິງ ພະນະທ່ານ ເອເວີລິນ ວິດເມີ-ສະລຸມເພີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ແຫ່ງ ສະມາພັນທະລັດ ສະວິດ ເຊັ່ນ ດຽວກັນ.

ເນື້ອໃນຂອງໂທລະເລກໄດ້ລະບຸວ່າ: ເນື່ອງໃນໄອກາດວັນຊາດ ແຫ່ງ ສະມາພັນທະລັດ ສະວິດ, ໃນນາມປະຊາຊົໄນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍມີຄວາມປິຕິຍິນດີສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພຸອນໄຊອັນປະເສີດມາຍັງພະນະທ່ານ ແລະ ປະຊາຊົນສະວິດເຊີແລນ ຈົ່ງມີພາລານາໄມສົມບູນ ແລະ ມີຄວາມຜາສຸກ. ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍ ໃຫ້ແຕກດອອກຜົນຍິ່ງໆຂຶ້ນໃນອະນາຄົດ ເພື່ອຜົນປະໂຫຍດຂອງ ປະຊາຊົນທັງສອງຊາດພວກເຮົາ, ເພື່ອສັນຕິພາບ, ສະຖຽນລະພາບ ກໍຄືການຮ່ວມມືພັດທະ ນາໃນແຕ່ລະພາກ ພື້ນຂອງພວກເຮົາ ແລະ ໃນໂລກ./.

 

ໂທລະເລກສະແດງຄວາມຊົມເຊີຍ

(05/08/2011)  

*(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບໂທລະເລກສະແດງຄວາມຊົມເຊີຍ ຈາກພະນະທ່ານ ຈອ໋ສ ປາພັນດຣາອູ, ນາຍົກລັດຖະ ມົນຕີແຫ່ງ ສາທາລະນະລັດ ເກຣັກ. ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບການແຕ່ງຕັ້ງຄືນໃໝ່ເປັນນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນມາຍັງພະນະທ່ານ ແລະ ຂໍອວຍພອນໃຫ້ພະນະ ທ່ານ ຈົ່ງປະສົບຜົນສຳເລັດ ໃນກາປະຕີບັດໜ້າທີ່ອັນສຳຄັນຂອງພະນະທ່ານ.

ຂ້າພະເຈົ້າຫວັງວ່າໃນວາລະການດຳລົງຕຳແໜ່ງ ຂອງພະນະທ່ານ ການພົວພັນ ລະຫວ່າງ ສອງປະເທດຂອງພວກເຮົາຈະໄດ້ຮັບການພັດທະນາຂຶ້ນເລື້ອຍໆ ເພື່ອຜົນ ປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.

ໂອກາດດຽວກັນ, ພະນະທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະ ຊວງການຕ່າງປະເທດ ກໍໄດ້ຮັບໂທລະເລກສະແດງ ຄວາມຊົມເຊີຍຈາກ ພະນະທ່ານ ສະຕຣັບຣອດ ແລັມ ບຣິນິດິສ, ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ເກຣັກ ໃນໂອກາດໄດ້ຮັບການແຕ່ງຕັ້ງເປັນຮອງ ນາຍົກລັດຖະມົນຕີ, ລັດຖະມົຮຕີວ່າການກະຊວງການຕ່າງປະເທດ ເຊັ່ນດຽວກັນ./

 

 

ໂທລະເລກສະແດງຄວາມຊົມເຊີຍ

(04/08/2011)  

*(ຂປລ): ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຮັບໂທລະເລກ ສະແດງຄວາມຊົມເຊີຍ ຈາກທ່ານ Meira Kumar, ປະທານ ສະພາຕ່ຳ ອິນເດຍ ໃນໂອກາດທີ່ທ່ານໄດ້ຮັບການ ເລືອກຕັ້ງ ເປັນປະທານສະພາແຫ່ງຊາດຄືນໃໝ່.

ໃນນາມສະພາຕ່ຳ ແຫ່ງ ອິນເດຍ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນທີ່ ສຸດ ຕໍ່ການໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ຄືນໃໝ່ ຂອງພະນະທ່ານ, ຂ້າພະເຈົ້າຂໍອວຍພອນໃຫ້ພະນະທ່ານ ຈົ່ງປະສົບຜົນສຳເລັດທຸກປະການ. ອິນເດຍ ແລະ ສປປ ລາວ ມີສາຍພົວພັນ ອັນໃກ້ຊິດ ທີ່ເປັນມູນເຊື້ອ ພວກເຮົາຫວັງວ່າ ຈະໄດ້ຮັດແໜ້ນ ສາຍພົວພັນ ລະຫວ່າງ ສອງຝ່າຍຂອງພວກເຮົາ ໂດຍຜ່ານການແລກປ່ຽນ ຢ້ຽມຢາມ ລະຫວ່າງ ສອງສະພາ ຢ່າງເປັນປັກກະຕິ./.

 

ລັດຖະມົນຕີການຕ່າງປະເທດ ຊົມເຊີຍ ຄູ່ຮ່ວມຕຳແໜ່ງ ທີ່ສສ ຫວຽດນາມ

(04/08/2011)

*(ຂປລ): ເມື່ອມໍ່ໆມານີ້ ທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທ ລະເລກຊົມເຊີຍ ເຖິງທ່ານ ຟາມ ບິ່ງ ມິງ, ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນີຍົມ ຫວຽດນາມ.

ເນື້ອໃນໂທລະເລກລະບຸວ່າ: ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບເລືອກຕັ້ງ ໃຫ້ດຳລົງຕຳແໜ່ງ ເປັນລັດ ຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດ ນາມ, ຂ້າພະເຈົ້າ ຂໍສະແດງ ຄວາມຊົມເຊີຍຢ່າງ ສຸດອົກສຸດໃຈ ມາຍັງສະຫາຍ. ຂ້າພະເຈົ້າ ເຊື້ອໝັ້ນຢ່າງໜັກແໜ້ນວ່າ: ດ້ວຍຄວາມສາມາດ ແລະ ປະສົບການ ອັນຖ້ວມທົ້ນຂອງສະຫາຍ, ສະຫາຍຈະສືບຕໍ່ປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນພາລະກິດປ່ຽນແປງໃໝ່ ແລະ ເປີດກວ້າງການ ຮ່ວມມືສາກົນ, ຍົກຖານະບົດ ບາດຂອງສາທາລະນະລັດ ສັງຄົມນີຍົມ ຫວຽດນາມ ໃຫ້ນັບມື້ນັບສູງເດັ່ນຂຶ້ນ ຢ່າງບໍ່ຢຸດຢັ້ງ ທັງໃນພາກພື້ນ ແລະ ໃນໂລກ.

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງ ຊາດ ຫວຽດນາມ-ລາວ ກໍຄື ການຮ່ວມມືອັນ ສະໜິດສະໜົມ ແລະ ແໜ້ນແຟ້ນ ລະຫວ່າງ ສອງກະຊວງການຕ່າງປະເທດພວກເຮົາ ຈົ່ງນັບມື້ນັບໄດ້ຮັບການເສີມ ຂະຫຍາຍ ແລະ ພັດທະນາຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ສະເຖຍ ລະພາບ ແລະ ການຮ່ວມມືເພື່ອພັດທະນາໃນພາກພື້ນ ແລະ ໃນໂລກ. ອວຍພອນໃຫ້ສະຫາຍ ແລະ ຄອບຄົວ ຈົ່ງມີພະລານາໄມເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນ ສຳເລັດໃນໜ້າທີ່ອັນສູງສົ່ງ ຂອງຕົນ./.

 

ສານສະແດງຄວາມເຫັນໃຈ

(03/08/2011)

*(ຂປລ): ພະນະທ່ານ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ​ ໄດ້​ຮັບ​ສານ​ສະ​ແດງ​ຄວາມ​ເຫັນໃຈ​ ຈາກຄູ່ຮ່ວມຕຳ​ແໜ່​ງ ແຫ່ງ ຣາຊະ​ອານາ ຈັກ​ກຳປູ​ເຈຍ​ ສົມ​ເດັດ ​ອັກຄະມະຫາ ​ເສນາ​ບໍດີ ເຕໂຈ ຮຸນ​ເຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະ​ອານາຈັກ​ກຳປູ​ເຈຍ​ ຕໍ່​ກັບ​ຜົນ​ເສຍ​ຫາຍ ທີ່​ ສປປ ລາວ ໄດ້ຮັບຈາກ ​ພະຍຸ​ຮາ​ຍມາ.

ເນື້ອ​ໃນ​ສານ​ລະບຸ​ວ່າ: ຂ້າພະ​ເຈົ້າ ມີຄວາມເສົ້າສະຫລົດໃຈ ທີ່ໄດ້​ຊາບ​ຂ່າວວ່າ ມີ​ຫລາຍ​ຄົນ​ເສຍ​ຊີວິດ​ ຈາກ​ພະຍຸ​ຮາ​ຍມາ ທີ່​ໄດ້​ພັດ​ເຂົ້າ ສປປ ລາວ ອັນ​ໄດ້​ສ້າງ​ ຄວາມ​ສູນ​ເສຍ​ທາງ​ດ້ານ​ຊັບ​ສິນ ຢ່າງ​ຫລວງຫລາຍ ແລະ ສ້າງຄວາມເດືອດຮ້ອນຢ່າງໃຫຍ່ຫລວງ ໃຫ້​ແກ່​ປະຊາຊົນ​ໃນ​ຂົງ​ເຂດ​ທີ່​ປະສົບ​ກັບ​ພະ​ຍຸດັ່ງກ່າວ.

ຕາງໜ້າ​ໃຫ້​ລັດຖະບານ ແຫ່ງ ຣາຊະ​ອານາຈັກ​ກຳປູ​ເຈຍ ​ແລະ ປະຊາຊົນ​ກຳປູ​ເຈຍ, ຂ້າພະເຈົ້າ ຂໍ​ສະ​ແດງ​ຄວາມ​ເຫັນ​ໃຈ​ຢ່າງ​ຈິງ​ໃຈ ​ແລະ ຄວາມ​ເສົ້າ​ໂສກ​ເສຍ​ໃຈ​ ມາ​ຍັງ​​ທ່ານ ແລະ​ ຜ່ານ​ ທ່ານ​ໄປ​ຍັງ​ປະຊາຊົນ​ລາວ ​ໂດຍ​ສະ​ເພາະ​ ຕໍ່​ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ ​ແລະ ຄອບຄົວ​ທີ່​ສູນ​ເສຍ​ສະມາຊິກ​ທີ່​ແສນ​ຮັກ​ຂອງ​ຕົນ​ ແລະ​ ພ້ອມ​ກັນນີ້ ຂໍ​ມອບ​ເງິນ​ຊ່ວຍ​ເຫລືອ​ຈຳນວນ 50.000 ໂດ​ລາ​ສະຫະລັດ ​ເພື່ອ​ຊ່ວຍ​ບັນ​ເທົາ​ທຸກ ​ແກ່​ປະ​ຊົນ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ​ຄັ້ງນີ້./

 

ຜູ້ນຳ ​ແຫ່ງສປປ ລາວ​ໄດ້​ຮັບ​ສານ​ອວຍພອນ​ຈາກ​ຜູ້ນຳ ອູ​ ກຣາອິນ

(01/08/2011)

*(ຂປລ) ພະນະ​ທ່ານ ຈູມ​ມາ​ລີ​ ໄຊ​ຍະ​ສອນ ປະທານ​ ປະ​ເທດ ​ແຫ່ງ ສປປ ລາວ ​ແລະ ພະນະ​ທ່ານ ທອງ​ສິງ​ ທຳ​ມະ​ວົງ ນາຍົກລັດຖະມົນຕີ ແຫ່ງ​ ສປປ ລາວຕ່າງກໍໄດ້ຮັບສານອວຍ ພອນຈາກ ພະນະ ທ່ານ ວິກຕໍ​ຢາ​ນູ​ໂກ​ວິຈ໌ ປະທາ ນາທິບໍດີ ແຫ່ງ ອູ​ກຣາອິນ ແລະ ພະນະ​ທ່ານ ມິ​ໂກລາ ອາຊາຣົບ ນາຍົກລັດຖະມົນຕີ ແຫ່ງ ອູກຣາອິນ.

ເນື່ອງໃນໂອກາດທີ່ພະນະທ່ານໄດ້້ຮັບເລືອກຕັ້ງດຳລົງຕຳແໜ່ງເປັນ ປະທານປະເທດ ແລະ ພະນະທ່ານໄດ້ຮັບເລືອກຕັ້ງໃຫ້ເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວອິກເທື່ອໃໝ່. ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນມາຍັງພະນະທ່ານ ຈົ່ງປະສົບຜົນສຳເລັດ ໃນການ ປະຕິບັດໜ້າທີ່ ອັນສຳຄັນ ເພື່ອພັດທະນາເສດຖະກິດ ແລະ ສັງຄົມ ຂອງປະເທດ, ພ້ອມນີ້ກໍສະ ແດງຄວາມມຸ້ງຫວັງ ທີ່ຈະສືບຕໍ່ ໃນການຮ່ວມມືຢ່າງສ້າງສັນ ລະຫວ່າງ ລັດຖະບານ ອູກຣາອິນ ແລະ ສປປ ລາວ. ຂ້າພະ ເຈົ້າ ຂໍອວຍພອນມາຍັງພະນະທ່ານ ຈົ່ງມີປະສົບຜົນສຳເລັດ ໃນໜ້າທີ່ວຽກງານອັນສຳຄັນ ແລະ ຂໍໃຫ້ປະຊາຊົນລາວເພື່ອນມິດ ຈົ່ງມີຄວາມສັນຕິສຸກ, ຈະເລີນ ວັດທະນາ ແລະ ມີສະຖຽນລະພາບ.

 

ໂທລະເລກອວຍພອນ

(01/08/2011)

*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກ ອວຍພອນເຖິງ ສົມເດັດ ໂມຮາເມັດ VI ກະສັດ ແຫ່ງ ຣາຊະອານາຈັກ ໂມຣົກໂກ ຊຶ່ງມີເນື້ອໃນລະບຸວ່າ: ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ສະແດງຄວາມຊົມເຊີຍອັນຈິງໃຈ ມາຍັງສົມເດັດ, ລັດຖະບານ ແລະ ປະຊາຊົນ ໂມຣົກໂກ ໃນໂອກາດສະເຫລີມສະຫລອງ ວັນຊາດ ແຫ່ງ ຣາ ຊະອານາຈັກ ໂມຣົກໂກ.

ຂ້າພະເຈົ້າມີຄວາມພາກພູມໃຈ ທີ່ເຫັນວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ-ໂມຣົກໂກ ໄດ້ຮັບການຜັນຂະ ຫຍາຍຢ່າງຕໍ່ເນື່ອງ ແລະ ຫວັງເປັນຢ່າງຍິ່ງວ່າ ສາຍ ພົວພັນມິດຕະພາບ ແລະ ການຮ່ວມມືດັ່ງກ່າວ ຈະສືບຕໍ່ຮັດແໜ້ນຂະຫຍາຍຕົວຂຶ້ນໄປເລື້ອຍໆ ເພື່ອຜົນປະ ໂຫຍດຂອງສອງຊາດ ກໍຄື ເພື່ອສັນຕິພາບ, ສະເຖຍລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກ ພື້ນ ແລະ ໃນໂລກ. ຂ້າພະ ເຈົ້າ ຂໍຖືໂອກາດນີ້ ສົ່ງຄຳອວຍພອນອັນປະເສີດ ຂໍໃຫ້ສົມເດັດ ຈົ່ງມີພະລານາໄມສົມບູນ, ມີ ຄວາມຜາສຸກ ແລະ ປະຊາຊົນ ໂມຣົກໂກ ສືບຕໍ່ມີຄວາມກ້າວໜ້າ ວັດທະນາຖາວອນ.

ໃນໂອກາດດຽວກັນນິ້ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ ສົ່ງພະນະທ່ານ ຕາອິບ ຟາຊີຟີຣິ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ຣາຊະອານາຈັກ ໂມຣົກໂກ ເຊັ່ນດຽວກັນ./.

 

ໂທລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ

(29/07/2011)

*(ຂປລ): ພະນະ​ທ່ານ ຈູມ​ມາລີ ໄຊ​ຍະ​ສອນ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ໄດ້ສະແດງຄວາມ ເສົ້າສະຫຼົດໃຈ ໂດຍຜ່ານທາງໂທລະເລກ ເຖິງພະບຳດສົມເດັດ ພະເຈົ້າມະຫາຊີດວິດ ພູມີພົນ ອະດຸນຍະເດດ ມາຫາຣ່ດ ແຫ່ງ ຣາຊະອານາຈັກໄທ ຊຶ່ງມີເນື້ອຄວາມລະບຸວ່າ:

ຂ້າພະເຈົ້າ ຮູ້ສຶກໂສກເສົ້າເສຍໃຈຢ່າງສຸດຊຶ້ງ ທີ່ໄດ້ຊາບຂ່າວກ່ຽວກັບການຊິ້ນພະຊົນ ຂອງສົມເດັດ ເຈົ້າພະຄີນີເທີ ເຈົ້າຟ້າເພດຊະຣັ້ດຣາຊະສຸດາ ສີຣິໂສພາ ໂສພາພັນນະວະດີ ໃນວັນທີ 27 ກໍລະກົດ 2011. ໃນນາມ ປະຊາຊົນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສົ່ງຄວາມໄວ້ອາໄລອັນເລິກເຊິ່ງ ແລະ ຂໍແບ່ງເບົາຄວາມທຸກໂສກມາຍັງ ພະບາດສົມເດັດ ພະເຈົ້າມະຫາຊີວິດ ແລະ ພະບໍຣົມວົງສານຸວົງ ພ້ອມດ້ວຍປະຊາ ຊົນໄທມານະທີ່ນີ້ດ້ວຍ./.

ໂທລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈ

(29/07/2011)

ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມເຫັນໃຈ ຜ່ານທາງໂທລະເລກ ເຖິງພະນະທ່ານ ຄິມຫວາງ ຊິກ, ນາຍົກລັດ ຖະມົນຕີ ແຫ່ງ ສ. ເກົາຫຼີ ຊຶ່ງມີເນື້ອໃນ ລະບຸ ວ່າ:

ຂ້າພະເຈົ້າ ໄດ້ຊາບຂ່າວວ່າ ໃນລະຫວ່າງວັນທີ 26-27 ກໍລະກົດ 2011 ໄດ້ເກີດມີຝົນຕົກໜັກ ຢູ່ເຂດນະ ຄອນຫລວງເຊອູນ ແລະ ເຂດພາກກາງຂອງ ສ.ເກົາຫລີ ອັນໄດ້ເຮັດໃຫ້ມີດິນຖະຫລົ່ມ, ນ້ຳຖ້ວມ, ໄຟຟ້າຕັດ ຂາດ ຊຶ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດ, ສູນຫາຍ, ບາດເຈັບ ແລະ ຊັບສິນຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍ ຈຳນວນຫລາຍ. ຂ້າພະເຈົ້າ ຂໍຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສົ່ງຄວາມເຫັນອົກເຫັນໃຈມາຍັງ ລັດຖະບານ ແລະ ປະຊາຊົນ ສ.ເກົາຫລີ ໂດຍ ສະເພາະບັນດາຄອບ ຄົວ ຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກໄພທຳມະຊາດຄັ້ງນີ້.

ຂ້າພະເຈົ້າ ເຊື່ອໝັ້ນວ່າ: ລັດຖະບານ ສາທາລະນະລັດ ເກົາຫລີ ໂດຍພາຍໃຕ້ການນຳພາຂອງພະນະ ທ່ານ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ເພື່ອເຮັດ ໃຫ້ເຂດປະສົບໄພທຳມະຊາດ ກັບຄືນສູ່ສະພາບປົກ ກະຕິ ໂດຍໄວ./.

ທ່ານຮອງ​ປະທານ​ປະ​ເທດ​ລາວ ​ຊົ​ມ​ເຊີຍ​ ຄູ່​ຮ່ວມ​ຕຳ​ແໜ່​ງທີ່​ຫວຽດນາມ

(29/07/2011)

*(ຂປລ): ໃນວັນທີ 27 ກໍລະກົດ 2011 ນີ້ ທ່ານ ບຸນຍັງ ວໍລະຈິດ, ຮອງປະທານປະເທດ ​ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກຊົມເຊີຍເຖິງທ່ານນາງ ຫງວຽນ ຖິ ຢວານ, ຮອງປະທານປະເທດ ແຫ່ງ ສາທາລະນະ ລັດ ສັງຄົມນິຍົມຫວຽດນາມ ໃນໂອກາດທີ່ໄດ້ຮັບເລືອກໃຫ້ດຳລົງຕຳແໜ່ງ ເປັນຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ອີກສະໄໝໜຶ່ງ ຊຶ່ງ​ມີເນື້ອໃນບາງຕອນສຳຄັນ ວ່າ:

ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ຢ່າງສຸດອົກສຸດໃຈມາຍັງທ່ານ. ການທີ່ທ່ານໄດ້ຮັບການເລືອກ ຕັ້ງຄືນໃໝ່ອີກວາລະໜຶ່ງນັ້ນ, ເປັນການສະແດງໃຫ້ເຫັນເຖິງ ຄວາມໄວ້ເນື້ອເຊື່ອໃຈ ແລະ ຕີລາຄາສູງຂອງ ພັກ- ລັດ ແລະ ປະຊາຊົນຫວຽດນາມ ຕໍ່ພາລະບົດຍາດການນຳພາຂອງທ່ານ ໃນຕະຫລອດໄລຍະຜ່ານມາ. ຂ້າ ພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ: ດ້ວຍຄວາມສາມາດ ແລະ ປະສົບການອັນຖ້ວມທົ້ນຂອງທ່ານ ຈະສືບຕໍ່ ປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນພາລະກິດ ປ່ຽນແປງໃໝ່ ແລະ ເປີດກວ້າງການຮ່ວມມືກັນສາກົນຂອງ ສສ ຫວຽດນາມ ກໍຄື ການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຄວາມສາ ມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ ອ້າຍນ້ອງ ໃຫ້ນັບມື້ນັບ ໄດ້ຮັບການເພີ່ມທະວີ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ສະ​ເຖຍລະພາບ ແລະ ການຮ່ວມມືພັດ ທະນາ ໃນພາກພື້ນ ແລະ ໃນໂລກ, ຂໍອວຍພອນໃຫ້ທ່ານ ແລະ ຄອບຄົວ ຈົ່ງມີພະລານາໄມເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສຳເລັດ ໃນຕໍ່ໜ້າທີ່ອັນ ສູງສົ່ງຂອງທ່ານ./.

 

ໂທລະເລກສະແດງຄວາມເສົ້າສະຫລົດໃຈ

(29/07/2011)

*(ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກ ສະແດງຄວາມເສົ້າສະຫລົດໃຈ ເຖິງພະບາດສົມເດັດ ພະເຈົ້າມະຫາຊີວິດ ພູມີພົນ ອະດຸນຍະເດດ ມະຫາຣາດ ແຫ່ງ ຣາຊະອານາຈັກໄທ ຕໍ່ການສີ້ນພະຊົນຂອງ ສົມເດັດພະເຈົ້າຄິນີເທີ ເຈົ້າຟ້າເພດຊະຣັດຣາຊະສຸດາ ສິຣິໂສ ພາ ພັນນະວະດີ ແຫ່ງ ຣາຊະອານາຈັກໄທ.

ຂ້າພະເຈົ້າ ຮູ້ສຶກໂສກເສົ້າເສຍໃຈຢ່າງຊຸດຊຶ້ງ ທີ່ໄດຊາບຂ່າວກ່ຽວກັບ ການສີ້ນພະຊົນຂອງ ສົມເດັດ ພະເຈົ້າຄິນີເທີ ເຈົ້າຟ້າເພດຊະຣັດຣາຊະສຸດາ ສິຣິໂສພາພັນ ນະວະດີ ໃນວັນທີ 27 ກໍລະກົດ 2011. ໃນນາມປະຊາຊົນແຫ່ງ ສປປ ລາວ ແລະ ໃນນາມສ່ວຍຕົວ, ຂ້າພະເຈົ້າ ຂໍສົ່ງຄວາມໄວ້ອາໄລອັນ ເລິກເຊິ່ງ ແລະ ຂໍແບ່ງຄວາມທຸກໂສກມາຍັງ ພະບາດສົມເດັດ ພະເຈົ້າມະຫາຊີວິດ ແລະ ພະບໍຣົມຊານຸວົງ ພ້ອມປະຊາຊົນຊາວໄທ ມານະທີ່ນີ້ດ້ວຍ. ຂໍວິ້ງວອນໃຫ້ດວງວິນຍານ ຂອງສົມເດັດພະເຈົ້າພະຄິນີເທີ ຈົ່ງໄປສູູ່ ສຸຂະຕິ./.

 

ຜູ້ນຳ​ລາວ​ໄດ້​ຮັບ​ໂທລະ​ເລກ​ຊົມ​ເຊີຍ​ຈາກ​ປະ​ເທດ​ເພ​ື່ອນມິດ

(28/07/2011)

*(ຂປລ) ພະນະ​ທ່ານ ຈູມ​ມາລີ​ ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ , ພະນະ​ທ່ານ ທອງ ສິງ​ ທຳ​ມະ​ວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ແລະ ພະນະ ​ທ່ານ ດຣ ທອງ​ລຸນ​ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ , ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ຕ່າງ​ກໍ​ໄດ້​ຮັບ​ໂທລະ​ເລກ​ຊົມ​ເຊີຍ ​ຈາກ​ຄູ່​ຮ່ວມ​ຕຳ​ແໜ່​ງຂອງ​ປະ​ເທດ​ເພື່ອນ​ມິດ​ເຊັ່ນ: ພະນະ​ທ່ານ ວາ​ຄຣາບ​ໂຄສ ປະທາ​ນາ​ທິບໍດີ ແຫ່ງ​ສາທາລະນະ​ລັດ ​ເຊັກ,​ພະນະ​ທ່ານ ເພທ ນີກາສ ນາຍົກລັດ ຖະມົນຕີ ແຫ່ງສາທາລະນະ​ລັດ ​ເຊັກ, ພະນະ​ທ່ານ ຄາ​ເຣວສະ​ວາ ​ເຊັນ​ເບີກ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ​ສາທາ ລະນະ​ລັດ ​ເຊັກ ​ແລະ ພະນະ​ທ່ານ​ ອາລີ ອັກ​ບາ ຊາ​ເລ​ຮີ ລັດຖະມົນຕີ​ ​ການ​ຕ່າງປະ​ເທດ ​ແຫ່ງສາທາລະນະ​ລັດ ອິດສະ​ລາມ ​ໃນ​ໂອກາດ​ທີ​ໄດ້​ຮັບ​ເລືອກ​ຕັ້ງຄືນ​ໃໝ່.

​ເນື້ອ​ໃນ​ໂທລະ​ເລກ​ຂຽນ​ວ່າ: ພວກ​ຂ້າພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ ມາ​ຍັງ​ພະນະ ທ່ານ ທີ່​ໄດ້​ຮັບ ​ເລືອ​ກຕັ້ງຄືນ​ໃໝ່ ໃຫ້​ດຳລົງ​ເປັນ​ປະທານ​ປະ​ເທດ. ນາຍົກລັດ ຖະມົນຕີ. ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ. ​ເນື່ອງ​ໃນ​ໂອກາດ​ດັ່ງກ່າວ ພວກ​ຂ້າພະ​ເຈົ້າ​ຂໍ​ອວຍພອນ ມາ​ຍັງ​ພະນະ​ທ່ານ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ພາລະກິດ​ຂອງ​ພະນະ​ທ່ານ.

 

ຜູ້ນຳ​ລາວ​ສະ​ແດງ​ຄວາມ​ເຫັນ​ໃຈ​ ຕໍ່​ອຸປະຕິ​ເຫດ​ລົດ​ໄຟ​ຄວາມ​ໄວ​ສູງ ຢູ່ ສປ ຈີນ

(28/07/2011)

*(ຂປລ) : ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ, ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ​ແລະ ສະຫາຍ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈ ​ເຖິງ ສະຫາຍ ຮູ ຈິນທາວ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ ​ແລະ ສະຫາຍ ​ເວີນ ​ເຈຍ​ປາວ, ນາຍົກລັດຖະມົນຕີ​ ແຫ່ງ​ສາທາລະນະ​ລັດ​ປະຊາຊົນ​ຈີນ ຕໍ່​ການ​ເກີດ​ອຸບັດຕິ​ເຫດ​ ລົດ​ໄຟ​ຄວາມ​ໄວ​ສູງ​ຕຳ​ກັນ ຢູ່​ເມືອງ​ເວີນ​ໂຈ​ວ, ​ແຂວງ​ເຈີ​ຈຽງ ຂອງ ສປ ຈີນ ອັນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ຊີວິດ ​ແລະ ຊັບ​ສິນ​ຂອງ​ລັດ ຢ່າງ​ໜັກໜ່ວງ​ທີ່​ບໍ່​ ເຄີຍມີ​ມາ​ກ່ອນ.

​ໃນ​ນາມ​ພັກ, ລັດຖະບານ, ປະຊາຊົນ​ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ ຜູ້ນຳ​ລາວ​ໄດ້​ສະ​ແດງ​ຄວາມ​ເຫັນ​ໃຈ ​ແລະ ຂໍ​ແບ່ງ​ເບົາ​ຄວາມທຸກ​ໂສກ​ມາ​ຍັງ​ບັນດາ​ສະຫາຍ ​ແລະ ​ຜ່ານ​ໄປ​ຍັງ​ພັກ, ລັດຖະບານ ​ແລະ ປະຊາຊົນ​ຈີນ​ອ້າຍ​ນ້ອງ ​ໂດຍ​ສະ​ເພາະ​ໄປ​ຍັງ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ອຸບັດ​ຕິ​ເຫດ​ຄັ້ງນີ້ດ້ວຍ. ພ້ອມ​ນີ້ຜູ້ນຳ​ລາວ ຍັງ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ຊ່ວຍ​ເຫລືອ​ຂອງ​ພັກ, ລັດຖະບານ ​ແລະ ປະຊາຊົນ​ຈີນ ຄວາມ​ເສຍ​ຫາຍ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ປົວ​ແປງ​ ໃຫ້​ສະພາບ​ກັບ​ຄືນ​ສູ່​ປົກກະຕິ​ໂດຍ​ໄວ./.

ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ຊົມ​ເຊີຍ​ຄູ່​ຮ່ວມ​ຕຳ​ແໜ່​ງ ​ແຫ່ງ ສສ ຫວຽດນາມ

(26/07/2011)

*(ຂປລ) : ສະຫາຍ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ ​ເຖິງ ສະຫາຍ ຫງວຽນ ​ເຕີນ ຢຸງ, ນາຍົກລັດຖະມົນຕີ ​ແຫ່ງ ສສ ຫວຽດນາມ ​ໃນ​ໂອກາດ​ທີ່​ສະຫາຍ ​ໄດ້​ຮັບ​​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງ ​ເປັນ​ນາຍົກລັດຖະມົນຕີ ​ແຫ່ງ ສສ ຫວຽດນາມ ອີກ​ວາລະ​ໜຶ່ງ.

​ເນື້ອ​ໃນ​ຂອງ​ໂທລະ​ເລກ ສະຫາຍ ທອງ​ສິງ ທຳ​ມະ​ວົງ ​ໄດ້​ສະ​ແດງ​ຄວາ​ມຊົມ​ເຊີຍ ທີ່ ສະຫາຍ ຫງວຽນ ​ເຕີນ ຢຸງ ​ໄດ້​ຮັບ​ການ​ເລືອກ​ຕັ້ງຄືນ​ໃໝ່​ໃຫ້​ດຳລົງ​ຕຳ​ແໜ່​ງ​ ເປັນ​ນາຍົກລັດຖະມົນຕີ ອີກ​ວາລະ​ໜຶ່ງ​ນັ້ນ ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຕີ​ລາຄາ​ສູງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ຕໍ່​ບົດບາດ ​ແລະ ການ​ທຸ້ມ​ເທ​ເສຍສະຫລະ​ອັນ​ໃຫຍ່​ຫລວງ ຂອງ​ສະຫາຍ​ຕະຫລອດ​ໄລຍະ​ຜ່ານ​ມາ. ສະຫາຍ ທອງ​ສິງ ທຳ​ມະ​ວົງ ຍັງ​​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ ຢ່າງ​ໜັກ​ແໜ້ນ​ວ່າ : ພາຍ​ໃຕ້​ການ​ນຳພາ​ຂອງ ສະຫາຍ ບົນ​ເສ້ັນທາງ​ແຫ່ງ​ການຈັດຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ XI ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ຍຸດ​ທະ​ສາດ​ພັດທະນາ​ປະ​ເທດ​ຊາດ​ໃນ​ໄລຍະ 2011-2020 ​ແລະ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ໄລຍະ 2011-2020 ຂອງ ສສ ຫວຽດນາມ, ລັດຖະບານ ​ແຫ່ງ ສສ ຫວຽດນາມ ​ແລະ ປະຊາຊົນ​ຫວຽດນາມ​ອ້າຍ​ນ້ອງ ຈະ​ປະສົບ​ຜົນສຳ​ເລັດຢ່າງ​ມີ​ໄຊ ​ແລະ ໜັກ​ແໜ້ນ​ກວ່າ​ເກົ່າ ​ໃນການຈັດຕັ້ງປະຕິບັດ​ພາລະກິດ​ ແຫ່ງ​ການປ່ຽນ​ແປງ​ໃໝ່​ຮອບດ້ານ, ​ເສດຖະກິດ​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ ​ແລະ ມີ​ຄວາມ​ໝັ້ນທ່ຽງ ; ​ເຮັດ​ໃຫ້​ປະຊາຊົນ​ຫວຽດນາມ​ຮັ່ງມີ​ຜາ​ສຸກ, ປະ​ເທດ​ຊາດ​ ມັ່ງ​ຄັ່ງ​ເຂັ້ມ​ແຂງ, ຍຸຕິ​ທຳ, ປະຊາທິປະ​ໄຕ ​ແລະ ສີວິ​ໄລ, ອິດ​ທິພົນ​ຊື່​ສຽງ​ຂອງ​ຫວຽດນາມ​ນັບ​ມື້ນັບ​ມີ​ບົດບາດ​ສູງ​ເດັ່ນ​ຂຶ້ນ​ໃນ​ເວທີ​ສາກົນ.

​ໂອກາດ​ນີ້ ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ຍັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ ພາຍ​ໃຕ້ ການ​ນຳພາ​ຂອງ ສະຫາຍ ຫງວຽນ ​ເຕີນ ຢຸງ , ສາຍ​ພົວພັນ​ມິດຕະ ພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ອ້າຍ​ນ້ອງ ຈະ​ນັບ​ມື້​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ແລະ ພັດທະນາ​ຂຶ້ນຢ່າງ​ໜັກ​ແໜ້ນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ຊາດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ ຮ່ວມ​ມື​ ​ແລະ ພັດທະນາ​ໃນ​ພາກພື້ນ ​ແລະ ​ໃນ​ໂລກ./.

 

ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ຊົມ​ເຊີຍ​ຄູ່​ຮ່ວມ​ຕຳ​ແໜ່​ງ ສສ ຫວຽດນາມ

(25/07/2011)

*(ຂປລ) : ສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ, ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ ​ເຖິງ ສະ​ຫາຍ ເຈື່ອງ​ເຕີນ​ຊາງ, ປະທານ​ປະ​ເທດ ​ແຫ່ງ ສສ ຫວຽດນາມ ​ໃນ​ໂອ​ທີ່​ສະຫາຍໄດ້​ຮັບ​ການ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ປະ​ເທດ​ແຫ່ງສສ ຫວຽດນາມ.

ໃນ​ໂທລະ​ເລກ​ຊົມ​ເຊີຍ ສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ທີ່ ສະຫາຍ ເຈື່ອງ​ເຕີນ​ຊາງ ​ໄດ້ຮັບການ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງ ​ເປັນ​ປະທານ​ປະ​ເທດ ​ແຫ່ງ ສສ ຫວຽດນາມ ຊຶ່ງ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຊື່ອ​ໝັ້ນ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ອັນ​ສູງ​ສົ່ງ​ຂອງ​ພັກ, ລັດຖະບານ ແລະ ປະຊາຊົນ​ຫວຽດນາມ ຕໍ່​ກັບ​ຄຸນງາມຄວາມດີ, ຄວາມ​ປີ​ຊາ​ສາມາດ ​ແລະ ຜົນງານ​ອັນ​ໃຫຍ່​ຫລວງ​ຂອງ​ສະຫາຍ ທີ່​ໄດ້​ປະກອບສ່ວນ​​ຕະ ຫລອດ​ໄລຍະ​ຜ່ານ​ມາ. ພ້ອມ​ນີ້ ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ຍັງ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝ້ັນຢ່າງ​ໜັກ​ແໜ້ນ​ວ່າ : ພາຍ​ໃຕ້​ການ​ນຳພາ​ອັນ​ປີ​ຊາ​ສາມາດ ຂອງ ສະຫາຍ ບົນ​ເສ້ັນທາງ​ ແຫ່ງ​ການຈັດຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ XI ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ຍຸດ​ທະ​ສາດ​ພັດທະນາ​ປະ​ເທດ​ຊາດ​ໃນ​ໄລຍະ 2011-2020 ​ແລະ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ໄລຍະ 2011-2020 ຂອງ ສສ ຫວຽດນາມ, ປະຊາຊົນ​ຫວຽດນາມ​ອ້າຍ​ນ້ອງ ຈະ​ປະສົບ​ຜົນສຳ​ເລັດ​ອັນ​ໃຫຍ່​ຫລວງ ​ແລະ ໜັກ​ແໜ້ນ​ກວ່າ​ເກົ່າ ​ໃນ​ພາລະກິດ​ແຫ່ງ​ການ​ສ້າງສາ​ສັງຄົມ​ນິຍົມ, ​ເຮັດ​ໃຫ້​ປະຊາຊົນ​ຫວຽດນາມ​ຮັ່ງມີ​ຜາ​ສຸກ, ປະ​ເທດ​ຊາດ​ມັ່ງ​ຄັ່ງ​ເຂັ້ມ​ແຂງ, ຍຸຕິ​ທຳ, ປະຊາທິປະ​ໄຕ ​ແລະ ສີວິ​ໄລ, ອິດ​ທິພົນ​ຊື່​ສຽງ​ຂອງ​ຫວຽດນາມ​ນັບ​ມື້ນັບ​ມີ​ບົດບາດ​ສູງ​ເດັ່ນ​ຂຶ້ນ​ໃນ​ເວທີ​ສາກົນ.

​ໂອກາດ​ນີ້ ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ ຍັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ ພາຍ​ໃຕ​້ການ​ນຳພາ​ຂອງ ສະຫາຍ ​ເຈື່ອງ​ເຕີນ​ຊາງ, ສາຍ​ພົວພັນ​ມິດຕະ ພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ອ້າຍ​ນ້ອງ ຈະ​ນັບ​ມື້ສືບຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ​ເກີດ​ດອກ​ອອກ​ຜົນ​ຍິ່ງ​ໆຂຶ້ນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ຊາດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ພັດທະນາ​ໃນ​ພາກພື້ນ ​ແລະ ​ໃນ​ໂລກ./.

 

ລັດຖະບານລາວສະແດງຄວາມເສົ້າສະຫລົດ ໃຈເຖິງລັດຖະບານນອກແວ

(25/07/2011)

*(ຂປລ) ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງ ໂທລະເລກ ສະແດງຄວາມເສົ້າສະຫລົດໃຈເຖິງພະນະທ່ານ ເຈນສ ສະໂຕ ເຕັນເບີກ ນາຍົກລັດ ຖະມົນຕີ ແຫ່ງ ຣາຊະອານາຈັກ ນອກແວ ຕໍ່ເຫດການໂສກນາດຕະກຳທີ່ເກີດຂື້ນໃຈກາງ ເມືອງ ໂອສໂລ ແລະ ຢູ່ເກາະອູໂທເອຢາ ຣາຊະອາ ນາຈັກ ນອກແວ.

ເນື້ອໃນໂທລະເລກຂຽນວ່າ ຂ້າພະເຈົ້າຕາງໜ້າ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ,ຂໍສະແດງຄວາມເສຍໃຈຢ່າງເລີກເຊິ່ງ ຕໍ່ເຫດການ ໂສກນາດຕະກຳ ທີ່ເກີດຂື້ນ ເມື່ອ ມໍ່ໆນີ້ ທີ່ໃຈກາງເມືອງໂອສໂລ ແລະ ເກາະ ອູໂທເອຢາ ຊຶ່ງໄດ້ກໍ່ ຄວາມເສຍຫາຍອັນ ຮ້າຍແຮງ ຕໍ່ອາຄານສຳນັກງານລັດຖະບານ ແລະ ເຮັດໃຫ້ມີ ຄົນຕາຍ ແລະ ບາດເຈັບຢ່າງຫລວງຫລາຍ. ໃນຂະນະກ່າວປະນາມ ພຶດຕິກຳກໍ່ການຮ້າຍດັ່ງກ່າວ, ຂ້າພະເຈົ້າຂໍສະແດງຄວາມເສົ້າ ສະຫລົດໃຈອັນຈິງໃຈ ແລະ ຄວາມເຫັນໃຈ ຂອງລັດຖະບານ ແລະ ປະຊາຊົນລາວຕໍ່ລັດຖະບານ ແລະ ປະຊາຊົນນອກແວ, ໂດຍສະເພາະຕໍ່ຄອບຄົວຂອງຜູ້ປະສົບເຄາະຮ້າຍ ຈາກໂສກນາດ ຕະກຳດັ່ງກ່າວ.

ຊົມ​ເຊີຍປະທານ​ສະພາ​ແຫ່ງຊາດ ​ແຫ່ງ ສສ.ຫວຽ​ດນາມ ຄົນ​ໃໝ

(25/07/2011)

*(ຂປລ) ສະຫາຍ ນາງ ​ປານີ ຢາ​ທໍ່ຕູ້, ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ສປປ ລາວ ​ໄດ້​ສົ່ງ​ໂທລະ​ເລກ​ເຖິງ ສະຫາຍ ຫງວຽນ ຊິງ ຮຸ່ງ, ​ເນື່ອງ​ໃນ​ໂອກາດ ທີ່ ທ່ານ ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງ​ເປັນ ປະທານ​ສະພາ​ແຫ່ງຊາດ ​ແຫ່ງ ສສ.ຫວຽ​ດນາມ ຄົນ​ໃໝ່.

​​ເນື້ອ​ໃນໂທ​ລະ​ເລກ​ລະບຸ​ວ່າ: ​ໃນ​ນາມສະພາ​ແຫ່ງ​ຊາດ ​ແລະ ​ໃນ​ນາມ​ສ່ວນ​ຕົວ ຂ້າພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ຄຳນັບ​ຊົມ​ເຊີຍ​ມາ​ຍັງ ສະຫາຍ ດ້ວຍ​ຄວາມ​ຈິງ​ໃຈ ​ແລະ ດ້ວຍ​ນ້ຳ​ໃຈ​ມິດ​ພາບ ​ແລະ ຄວາມ​ສາມັກຄີ​ອັນ​ບໍລິສຸດ​ຜຸດ​ຜ່ອງ​ຂອງ​ປະຊາຊົນ​ສອງ​ຊາດ​ພວກ​ເຮົາ. ສະພາ​ແຫ່ງ​ຊາດ ສປປ ລາວ ​ແລະ ​ປະຊາຊົນລາວບັນດາ​ເຜົ່າ ມີ​ຄວາມ​ປິ​ຕິ​ຍິນ​ດີ ແລະ ຕີ​ລາຄາ​ສູງ​ຕໍ່ຜົນສຳ​ເລັດ​ອັນ​ໃຫຍ່​ຫລວງ​ຂອງ​ປະຊາຊົນຫວຽດນາມ ອ້າຍ​ນ້ອງ​ທີ່​ຍາດ​ມາ​ໄດ້​ໃນ​ໄລຍະ​ໃໝ່​ແຫ່ງ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນຢ່າງ​ໜັກ​ແໜ້ນ​ວ່າ​ພາຍ​ໃຕ້ ການ​ນຳພາ​ຂອງ​ສະຫາຍ, ສະ​ພາ​ແຫ່ງ​ຊາດສສ.ຫວຽດນາມ​ ແລະ ປະຊາຊົນ​ຫວຽດນາມ​ ອ້າຍ​ນ້ອງ​ຈະ​ປະສົບ​ຜົນສຳ​ເລັດ​ໃນ​ການຈັດຕັ້ງປະຕິບັດ​ມະຕິ​ກອງປະຊຸມ​ໃຫຍ່​ຄັ້ງທີ XI ຂອງ​ພັກ​ກອມ​ມຸນິ​ດຫວຽດນາມ ​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ໃຫ້​ເປັນ​ປະ​ເທດ​ສັງຄົມ​ນະ​ຍົມ ອຸດສາຫະກຳ​ທັນ​ສະ​ໄໝ, ພ້ອມ​ດຽວ​ກັນນີ້ ກໍ​ຈະ​ປະກອບສ່ວນ​ສຳຄັນ ເຂົ້າ​ໃນ​ການ​ເສີມ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກ​ຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ລາວ-ຫວຽດນາມ​ເວົ້າ​ລວມ ​ເວົ້າ​ສະ​ເພາະ​ສາຍ​ພົວພັນ ​ມິດຕະພາບ​ ລະຫວ່າງ​ສອງ​ສະ​ພາ​ແຫ່ງ​ຊາ​ດ ຂ​ອງສອງ​ປະ​ເທດ​ ລາວ-ຫວຽດນາມ​ ພວກ​ເຮົາ​ໃຫ້​ຈະ​ເລີ​ນ ງອກ​ງາມ ​ແລະ ​ເກີດ​ອກກອອກ​ຜົນ​ຍິ່ງ​ໆຂຶ້ນ./

ສານ​ສະ​ແດງ​ຄວາມ​ເສຍ​ໃຈ ທີ່ລາວ ປະສົບ​ໄພ​ທຳ​ມະ​ຊາດ​ຈາກ​ພະຍຸ​ໄຮມາ

(22/07/2011)   

*(ຂປລ): ພະນະ​ທ່ານ ອະພິສິດ ​ເວດ​ຊາ​ຊີວະ, ນາຍົກລັດຖະມົນຕີ​ ແຫ່ງ ຣາຊະ​ອານາຈັກ​ໄທ ແລະ ພະນະ​ທ່ານ ກະ​ສິດ ພິຣົມ, ລັດ​ຖະມົນຕີ​ວ່າການ​ກະຊວງ ​ການ​ຕ່າງປະ​ເທດ​ ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ເສຍ​ໃຈ​ເຖິງ​ຄູ່​ຮ່ວມ​ຕຳ​ແໜ່ງ ພະນະ​ທ່ານ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ​ແລະ ພະນະ​ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັ​ດຖ​ະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສປປ​ລາວ ຊຶ່ງ​ມີ​ເນື້ອຄວາມ​ວ່າ:

ພວກ​ຂ້າພະ​ເຈົ້າຮູ້ສຶກ​ເສຍ​ໃຈ​ຢ່າງ​ຍິ່ງ ​ຕໍ່​ໄພ​ທຳ​ມະ​ຊາດ​ຈາກ​ພະຍຸ​ໄຮມາ​ທີ່ ສປປ ລາວ ກຳລັງ​ປະສົບ​ເປັນ​ເຫດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃນ​ເນື້ອທີ່​ເຖິງ​ ສາມ​ແຂວງ ທັງ​ຕໍ່​ບ້ານ​ເຮືອນ ເນື້ອທີ່ກະສິກຳ ລະບົບ ຊົນລະປະທານ ລວມທັງກໍໃຫ້ເກີດແຜ່ນດິນເຈື່ອນ ເຮັດໃຫ້ເສັ້ນທາງຄົມມະນາຄົມຖືກຕັດຂາດ. ໃນນາມ ລັດຖະ ບານໄທ ແລະ ສ່ວນຕົວ ພວກຂ້າພະເຈົ້າຂໍສະແດງຄວາມເສຍໃຈມາຍັງລາວ ແລະ ຄອບຄົວຜູ້ເສຍຫາຍຈາກ ໄພທຳມະຊາດຄັ້ງນີ້.

ພວກຂ້າພະເຈົ້າເຊື່ອໝັ້ນວ່າ: ພາຍໃຕ້ການບໍລິຫານຈັດການທີ່ວ່ອງໄວ ແລະ ມີປະສິດທິພາບຂອງລັດ ຖະບານລາວ ຈະສົ່ງຜົນໃຫ້ປະຊາຊົນໃນພື້ນທີ່ປະສົບໄພ ໄດ້ຮັບຄວາມຊ່ວຍເຫລືອ ແລະ ຖືກຟື້ນຟູກັບຄືນສູ່ປົກ ກະຕິໂດຍໄວ ແລະ ຂໍຮຽນວ່າ: ລັດຖະບານໄທ ໄດ້ອະນຸມັດຄວາມຊ່ວຍເຫລືອ ຜ່ານສະຖານເອກອັກ ຄະຣາຊະ ທູດ ແຫ່ງ ຣາຊະອານະຈັກໄທ ປະຈຳ ສປປ ລາວ ຈຳນວນ 3 ລ້ານບາດ ເພື່ອສະໜັບສະໜູນ ການດຳເນີນ ການຂອງລັດຖະບານລາວ ອີກທາງໜຶ່ງດ້ວຍ.

ພວກຂ້າພະເຈົ້າ ຍິນດີທີ່ຈະໃຫ້ຄວາມຊ່ວຍເຫລືອຢ່າງສຸດຄວາມສາມາດ ຫາກ ສປປ ລາວ ຍັງມີຄວາມຕ້ອງການເພີ່ມເຕີມ ແລະ ຂໍສະແດງຄວາມນັບຖືຢ່າງສູງ ມາຍັງພະນະທ່ານ ໃນໂອກາດນີ້ດ້ວຍ./.

 

 

ຜູ້ນຳ​ລາວ​ສົ່ງ​ໂທລະ​ເລກ​ອວຍພອນ​ວັນຊາດ​ສ.​ໂກ​ລົມ​ເບຍ

(21/07/2011) 

*(ຂປລ) ພະນະ​ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ປະທານ ປະເທດແຫ່ງ ສປປ ລາວ ແລະ ພະນະທ່ານ ດຣ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງ ການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງ ພະນະທ່ານ ຈູອານ ມານູເອວ ຊານໂຕດ ຄາເດີຣອນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ໂກລົມເບຍ ແລະ ພະນະທ່ານ ນາງ ມາເລຣຍ ແອນເຈີລາ ໂຮກູອິນ ຄູແອວລາ ແຫ່ງ ສາທາລະນະລັດ ໂກລົມເບຍໃນໂອກາດ ວັນຊາດ ສາທາລະນະລັດ ໂກລົມເບຍ.

ໃນນາມລັດຖະບານ ແລະ ປະຊາຊົນລາວ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ໂກລົມເບຍ ເນື່ອງໃນໂອກາດວັນຊາດສາທາລະນະລັດ ໂກລົມເບຍ.

ຂ້າພະເຈົ້າ ເຊື່ອໜັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງປະເທດ ພວກເຮົາຈະສືບຕໍ່ຂະຫຍາຍຕົວ ແລະ ຮັດແໜ້ນຍິ່ງໆຂື້ນ ເພື່ອຜົນປະໂຫຽດ ຂອງປະຊາຊົນສອງ ຊາດພວກເຮົາກໍຄືເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນ.

 

ປະທານ​ປະ​ເທດ​ແຫ່ງ​ສປປ ລາວ​ໄດ້​ຮັບ​ ຄຳ​ອວຍພອນຈາກຜູ້ນຳ​ປະ​ເທດ​ບັງ​ກະລາ​ເທດ

(20/07/2011) 

*(ຂປລ) ພະນະ​ທ່ານ ຈູມ​ມາລີ ໄຊະ​ສອນ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຄຳອວຍພອນຈາກພະນະທ່ານເອັມດີ-ຊີລູຣຣາມັນປະທານາທິບໍດີແຫ່ງ ບັງກະລາເທດ ເນື່ອງໃນໂອກາດໄດ້ຮັບເລືອກຕັ້ງໃຫ້ ເປັນປະທານປະເທດ ແຫ່ງສປປ ລາວ ອີກວາລະໜື່ງ.

ໃນນາມປະຊາຊົນບັງກະລາເທດ ແລະ ໃນາມສ່ວນຕົວ, ຂ້າພະເຈ້າ ຂໍສົ່ງຄຳອວຍພອນ ອັນອົບອຸ່ນເຖິງພະນະທ່ານທີ່ໄດຮັບການເລືອກຕັ້ງອີກສະໄໝໜື່ງ ທີ່ກອງ ປະຊຸມ ສະພາແຫ່ງຊາດ ຊຸດທີ 07 ເພື່ອດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສປປ ລາວ.

ຂ້າພະເຈົ້າຕີລາຄາສູງສາຍພົວພັນກັບ ສປປ ລາວ, ສາຍພົວພັນມິດຕະພາບອັນສະໜິດແໜ້ນລະຫວ່າງສອງປະເທດພວກເຮົາໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍ ຜ່ານການຮ່ວມມືຢ່າງໃກ້ຊິດ. ຂ້າພະເຈົ້າມີຄວາມເຊື້ອໜັ້ນຢ່າງໜັກແໜ້ນວ່າພາຍໃຕ້ການນຳອັນສະຫລາດສ່ອງໃສຂອງພະນະທ່ານ, ການພົວພັນແບບ ສອງຝ່າຍ ຂອງພວກເຮົາ ຈະໄດ້ຮັບການຮັດແໜ້ນຍິ່ງໆຂື້ນ ແລະ ເສີມຂະຫຍາຍສາຍພົວພັນແບບພີ່ນ້ອງລະຫວ່າງປະຊາຊົນສອງຊາດ.

ຂ້າພະເຈົ້າຂໍອວຍພອນ ໃຫ້ພະນະທ່ານ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ, ອາຍຸໜັ້ນຂັວນຍືນ ແລະ ປະສົບຜົນສຳເລັດ ໃນພາລະກິດອັນມີກຽດຂອງ ພະນະທ່ານ.

 

ທ່ານນາຍົກລັດຖະມົນຕີ​ ໄດ້​ຮັບ​ຄຳ​ຊົມ​ເຊີຍ​ຈາກ​ ຄູ່ຮ່ວມຕຳແໜ່ງ ສປປ ອານເຊລີ

(19/07/2011) 

*(ຂປລ): ພະນະ​ທ່ານ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບ ຄຳຊົມເຊີຍ ຈາກພະນະທ່ານ ອາຮີເນດ ອູຢາເຮຍ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊລີ ຊຶ່ງມີເນື້ອໃນວ່າ: ໃນໂອກາດທີ່ພະນະທ່ານໄດ້ຮັບຕຳແໜ່ງອັນສູງສົ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກເທື່ອໃໝ່, ໃນນາມລັດຖະບານອານເຊລີ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າມີຄວາມປິຕິຍິນດີ ເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ຂໍໃຫ້ ພະນະທ່ານ ຈົ່ງປະສົບຜົນສຳເລັດໃນໜ້າທີ່ອັນມີກຽດ ແລະ ສູງສົ່ງຂອງພະນະທ່ານ.

ຂ້າພະເຈົ້າ ຂໍຢືນຢັນ ກ່ຽວກັບເຈດຕະນາລົມ ຂອງລັດຖະບານອານເຊລີ ໃນການສືບຕໍ່ປັບປຸງສາຍ ພົວພັນ ລະຫວ່າງ ສອງປະເທດພວກເຮົາ ກໍຄືການເສີມສ້າງການ ຮ່ວມມື ເພື່ອຜົນປະໂຫຍດຮ່ວມກັນ ຂອງປະ ຊາຊົນອານເຊລີ ແລະ ປະຊາຊົນລາວ./.

 

ຜູ້ນຳລາວ ອວຍພອນວັນຊາດແບນຊິກ

(19/07/2011) 

*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມ ເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ໂດຍຜ່ານ ທາງໂທລະເລກ ເຖິງສະເດັດ ອານແບກ II ເຈົ້າຊີວິດ ແຫ່ງ ຣາຊະອານາຈັກ ແບນຊິກ ໃນໂອກາດວັນຊາດຂອງປະເທດດັ່ງກ່າວ.

ເນື້ອໃນໂທລະເລກລະບຸວ່າ: ດຍຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້ ຂໍຖື ເປັນກຽດ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະອົງ ແລະ ປະຊາຊົນແບນຊິກທຸກຖ່ວນ ໜ້າ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມຜ່ສຸກຕະຫຼອດກາລະນານ. ພ້ອມທັງຫວັງວ່າ: ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດຂອງພວກເຮົາ ຈະໄດ້ຮັບການເສີມຂະຫຍາຍ ເພື່ອຜົນປະ ໂຫຍດຂອງປະຊາຊົນສອງລາວ ລາວ-ແບນຊິກ ກໍຄື ສັນຕິພາບໂລກ ແລະ ການຮ່ວມມືເພື່ອການພັດທະນາ.

ສ່ວນເນື້ອໃນໂທລະເລກ ຂອງພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ສົ່ງເຖິງ ພະນະທ່ານ ອີເວີ ເລີແຕກເມີ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ແບນຊິກ ກໍໄດ້ສະແດງ ຄວາມຫວັງວ່າ: ສາຍພົມພັນມິດຕະພາບ ແລະ ການຮ່ວມມືແບບສອງຝ່າຍ ແລະ ຫຼາຍຝ່າຍ ລະຫວ່າງ ລັດຖະ ບານ ສປປ ລາວ ແລະ ຣາຊະອານາຈັກ ແບນຊິກ ຈະໄດ້ຮັບການສືບຕໍ່ໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນ ສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບໂລກ ແລະ ການ ຮ່ວມມືເພື່ອການພັດທະນາ.

ໃນໂອກາດດຽວກັນນີ້ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ກໍໄດ້ສົ່ງໂທລະເລກອວຍ ພອນເຖິງ ພະນະທ່ານ ສະຕີເວັນ ວານາແກ, ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ແບນຊິກ ເຊັ່ນດຽວ ກັນ./.

 

ລັດຖະບານຫວຽດນາມສະ​ແດງ​ຄວາມ​ເຫັນ​ໃຈ​ ປະຊາຊົນ​ລາວ​ຜູ້​ຖືກໄພພິບັດນ້ຳ​ຖ້ວມ ຈາກ​ພະຍຸ​ຮາ​ຍມາ

(14/07/2011) 

*(ຂປລ) ສະຫາຍ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ແຫ່ງ​ ສປປ ລາວ ​ໄດ້​ຮັບ​ໂທລະ​ເລກ ສະ​ແດງ​ຄວາມ​ເຫັນ​ໃຈ ຈາກ ສະຫາຍ ຫງວຽນ​ເຕີນ​ຢຸງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະ​ລັດ ສັງຄົມ​ນີຍົມ ຫວຽດນາມ.

​ເນື້ອ​ໃນ​ໂທລະ​ເລກ​ຂຽນ​ວ່າ: ຂ້າພະ​ເຈົ້າ​ມີ​ຄວາມ​ເສົ້າ​​ເສຍ​ໃຈ​ເປັນ​ຢ່າງ​ຍິ່ງ ທີ່​ໄດ້​ຮັບ​ຂ່າວ​ວ່າ: ​ໃນ​ໄລຍະ​ທ້າ​ຍ​ເດືອນ​ມີ​ຖຸນາ 2011 ທີ່​ຜ່ານ​ມາ, ພະຍຸ ຮາ​ຍມາ ​ໄດ້​ສ້າງ ຄວາມ​ເສຍ​ຫາຍ ຢ່າງ​ໜັກໜ່ວງ ​ແກ່​ບາງ​ແຂວງ ​ແລະ ທ້ອງ​ຖິ່ນ​ທາງ​ພາກ​ເໜືອ​ຂອງ​ລາວ, ​ໂດຍ​ສະ​ເພາະ ​ແມ່ນ ແຂວງ​ຊຽງຂວາງ ​ແລະ ​ໄຊະ​ບູລີ. ຕາງໜ້າ​ໃຫ້​ລັດ ຖະບານ, ປະຊາຊົນ​ຫວຽດນາມ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ ຂໍ​ສົ່ງ​ຄວາມ​ຢືຢາມ​ຖາມ​ຂ່າວ ​ແລະ ສະ​ແດງ​ຄວາມ​ເຫັນ​ໃຈ​ຢ່າງ​ສຸດ​ຊື້ງມາ​ຍັງ​ພັກ, ລັດຖະບານ ແລະ ປະຊາຊົນ​ລາວບັນດາ​ເຜົ່າ​ອ້າຍ​ນ້ອງ , ພິ​ເສດ​ແມ່ນ​ຄອບຄົວ​ຂອງ​ຜູ້​ທີ່​ປະສົບ​ເຄາະ​ຮ້າຍ​ຄັ້ງນີ້.

ຂ້າພະ​ເຈົ້າ ມີ​ຄວາມ​ເຊື້ອ​ໜັ້ນວ່າ ພາຍ​ໃຕ້​ການ​ນຳພາ ຂອງ​ພັກ ​ແລະ ລັດຖະບານ ແຫ່ງ ສປປ ລາວ, ປະຊາຊົນ​ເຂດ​ທີ​່ປະສົບ​ໄພ ຈະ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ ທັນ​ການ ແລະ ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່ ໄດ້​ຮັບ​ການ​ຟື້ນ​ຟູ​ຄືນ​ສູ່​ຄວາມ​ເປັນ​ປົກ​ຄະຕິ​ໂດຍ​ໄວ.

ຜູ້ນຳລາວອວຍພອນວັນເກີດສົມເດັດຊຸນຕານ ຮາຈີຮັດຊານາ ໂບນໂກຍ ແຫ່ງບຣູໄນ ດາຣູຊາລາມ

 (14/07/2011) 

*(ຂປລ) ພະນະທ່ານ ຈູມມາລີໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ແລະ ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງຄຳອວຍພອນວັນເກີດ ຂອງ ສົມເດັດຊຸນຕານຮາຈີຮັດຊານາ ໂບນໂກຍ ແຫ່ງບຣູໄນ ດາຣູຊາລາມ.

ເນື່ອງໃນໂອກາດ ອັນສະຫງ່າສາສີ ແຫ່ງວັນພະຣາຊະສົມພົບ ຄົບຮອບ 65 ພັນສາ ຂອງ ສົມເດັດ, ໃນນາມປະຊາຊົນ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍ ສົ່ງ ຄວາມປາດຖະໜາດີ ແລະ ພອນໄຊອັນປະເສີດມາຍັງສົມເດັດ.

ຕະຫລອດໄລຍະຫລາຍປີທີ່ຜ່ານມາ ພາຍໃຕ້ການປົກຄອງ ດ້ວຍຄວາມປີຊາສາມາດ ແລະ ສະຫລາດສ່ອງໃສ່ ຂອງສົມເດັດ ຊຸນຕານ ທີ່ຊົງເປັນປະມຸກ, ປະ ເທດບຣູໄນດາຣູຊາລາມ ໄດ້ຮັບການພັດທະນາ ແລະ ຈະເລີນຮຸ່ງເຮືອງ ອັນເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນ ບຣູໄນ ໄດ້ຮັບການຍົກຂື້ນຢ່າງບໍ່ຢຸດຢັ້ງ. ໃນໄລຍະການຢ້ຽມຢາມລັດຖະກິດຂອງຂ້າພະເຈົ້າ ແລະ ພັນລະຍາ ທີ່ປະເທດສົມເດັດ ຊຸນຕານ ເມື່ອເດືອນ ພະຈີກ ຜ່ານມາ, ນອກຈາກໄດ້ເຫັນຜົນສຳເລັດ ຂອງ ບຣູໄນ ດາຣູຊາລາມ ຢ່າງປະຈັກຕາແລ້ວ, ຂ້າພະເຈົ້າຍັງມີຄວາມເພິ່ງພໍໃຈຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາ ລະຫວ່າງ ສອງປະເທດພວກເຮົາ ໄດ້ມີບາດກ້າວຂະຫຍາຍ ຕົວ ສູງຂື້ນ ຢ່າງຕໍ່ເນື່ອງ.

ຂ້າພະເຈົ້າເຊື່ອໜັ້ນວ່າ ສົມເດັດ ຊຸນຕານ ຈະສືບຕໍ່ປະກອບສ່ວນ ເຂົ້າໃນການເພີ່ມ ທະວີ ສາຍພົວພັນມິດຕະພາບ ແລະ ການຮ່ວມມືເພື່ອຜົນປະໂຫຽດລວມ ຂອງປະຊາຊົນ ສອງ ຊາດລາວ-ບຣູໄນ ກໍຄືຂອງປະຊາຄົມອາຊຽນຂອງພວກເຮົາ. ຂໍອວຍພອນໄຊ ໃຫ້ສົມເດັດ ຈົ່ງຊົງພະກະເສມສຳລານ ແລະ ມີພະຊົນພັນສາຍິ່ງ ຍືນ ນານ, ເປັນຮົ່ມໂພໄຊໃຫ້ແກ່ປະຊາຊົນບຣູໄນ ດາຣູຊາລາມຕະຫລອດໄປ.

 

ຜູ້ນຳ​ລາວ​ໄດ້ຮັບ​ສານ​ຊົມ​ເຊີຍ​ຈາກ​ສປປ ອານ​ເຊ​ລີ

 (14/07/2011) 

*(ຂປລ) ພະນະ​ທ່ານ ຈູມ​ມາລີ​ ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ , ພະນະ​ທ່ານ ນາງ ປານີ ຢາ​ທໍ່​ຕູ້​ປະທານ​ສະພາ​ແຫ່ງ​ຊາດ ແຫ່ງ ສປປ ລາວ ​ແລະ ພະນະ​ທ່ານ ດຣ ທອງ​ລຸນ​ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ , ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ​ໄດ້ ສານ​ຊົມ​ເຊີຍ​ຈາກ ພະນະ​ທ່ານ ອັບ​ແດນ​ລາ​ຊີ ບູ​ເຕັບ​ລີ​ກາ​, ປະທານ​ປະ​ເທດ​ແຫ່ງ ສາທາລະນະ​ລັດ ​ປະຊາທິປະ​ໄຕ ປະຊາຊົນ​ ອານ​ເຊີ​ລີ, ພະນະ​ທ່ານ ອັບ​ເດ​ລາ​ຊີ ເຊຍຣີ, ປະທານ​ສະພາ​ ແຫ່ງ​ຊາດ ​ແຫ່ງ ສາທາລະນະ​ລັດ ​ປະຊາທິປະ​ໄຕ ປະຊາຊົນ​ ອານ​ເຊີ​ລີ ແລະ ພະນະ​ທ່ານ ມູຣາດ​ເມ​ແດນ​ຊີ ລັດຖະມົນຕີ​ວ່າການ​ກະ ຊວງ​ການ​ຕ່າງປະ​ເທດ ​ແຫ່ງ ອານ​ເຊີ​ລີ.

​ໃນ​ໂອກາດ ທີ່ ພະນະທ່ານ ຖືກຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງອັນ​ສູງ​ສົ່ງ​ອິກວາ​ລະໜື່ງ ຢູ່​ປະ​ເທດ​ຂອງ​ພະນະ​ທ່ານ, ​ໃນ​ນາມ​ປະຊາຊົນ ແລະ ​ໃນ​ນາມ​ລັດຖະບານ ກໍ​ຄື​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ​ສົ່ງ​ຄຳ​ຊົມ​ເຊີຍ ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ພະນະ​ທ່ານ ຈົ່ງ​ປະສົບ​ຜົນສຳ​ເລັດ​ໃນ​ວຽກ​ງານ​ອັນ​ສູງ​ສົ່ງ​ຂອງ​ພະ ນະ​ທ່ານ ຂໍ​ໃຫ້​ປະຊາຊົນ​ລາວ ​ເພື່ອນ​ມິດ ຈົ່ງ​ມີ​ຄວາມ​ກ້າວໜ້າ ​ແລະ ວັດທະນາ​ຖາ​ວອນ. ​ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​, ຂ້າພະ​ເຈົ້າ ຂໍ​ໃຫ້​ສັນຍາ​ວ່າ​ຈະ​ຮັດ​ແໜ້ນ ​ສາຍ​ພົວພັນ​ມິດຕະພາບ ທີ່​ມີ​ມາ​ແຕ່​ດົນ​ນານ ລະຫວ່າງ​ສອງ​ປະ​ເທດ ພວກ​ເຮົາ ​ແລະ ຂໍ​ຢືນຢັນ​ວ່າ​ຈະ​ສືບຕໍ່​ເຮັດວຽກ ​ຮ່ວມ​ກັບ​ພະນະ​ທ່ານ ​ເພື່ອ​ຜົນ​ປະ​ໂຫຽດຂອງ​ ປະຊາຊົນ​ສອງ​ຊາດ.

 

ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ສານ​ຊົ​ມ​ເຊີຍຈາກປະທານ​ສະພາ​ລັດ​ເຊຍ

 (14/07/2011) 

*(ຂປລ) ພະນະ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງສປປ ລາວ ​ໄດ້​ຮັບ​ສານ​ຊົມ​ເຊີຍ​ຈາກ ພະນະ​ທ່ານ ບໍຣີສ໌ ກຣູສະ​ລົບ, ປະທານ​ສະພາ​ດູ​ມາ ຂອງ​ລັດຖະສະພາ ​ແຫ່ງ ສະຫະພັນ​ລັດ​ເຊຍ ​ແລະ ພະນະ​ທ່ານ ອາ​ເລັກ​ຊານ​ເດີ ຕຣໍຊິນ, ຮອງ​ປະທານ​ສະຫະພັນ​ສະພາ​ຜູ້​ທີ​ໜື່ງ ​ແຫ່ງ​ລັດຖະສະພາ​ສະຫະພັນ ​ລັດ​ເຊຍ ​ໃນ​ໂອກາດ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ ​ເປັນ​ປະ ທານ​ສະພາ​ແຫ່ງ​ຊາດ ​ແຫ່ງ​ສປປ ລາວ.

ພວກຂ້າພະ​ເຈົ້າ​ຂໍສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ສົ່ງ​ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ພະນະ​ທ່ານ ເນື່ອງ​ໃນ​ໂອກາດ ທີ່​ພະນະ​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ ​ໃຫ້​ດຳລົງ​ຕຳ​ແໜ່​ງ ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ ອິກສະ​ໄໝ​ໜື່ງ.

ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ເພິ່ງ​ພໍ​ໃຈ​ຢ່າງ​ສູງ ຕໍ່​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ການ​ຮ່ວມ​ມື​ລະຫວ່າງ ລັດຖະສະພາ​ລັດ​ເຊຍ-ລາວ ​ແລະ ​ເຫັນ​ວ່າການ​ພົວພັນ​ດັ່ງກ່າວ ມີ​ຄວາມ​ສຳຄັນ​ຢ່າງ​ຍິ່ງ ສຳລັບ​ຂອບ​ການ​ພົວພັນ​ສອງ​ຝ່າຍ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໜັ້ນວ່າ ​ໃນ​ຕຳ​ແໜ່​ງອັນສູງ​ສົ່ງນີ້ ພະນະ​ທ່ານ​ຈະ​ສືບຕໍ່​ສົ່ງ​ເສີມ ສາຍ​ພົວພັນ​ ລະ ຫວ່າງ ລັດຖະສະພາ​ສອງ​ຊາດ​ພວກ​ເຮົາ​ໃຫ້​ເຂັ້ມ​ແຂງ ​ແລະ ​ເລີກ​ເຊິ່ງຂື້ນ​ກວ່າ​ເກົ່າ. ພວກ​ຂ້າພະ​ເຈົ້າ​ຖື​ໂອກາດ​ນີ້ ອວຍພອນ ມາຍ​ັງ ພະນະ​ທ່ານ, ​ເພື່ອນ​ຮ່ວມ​ງານ​ ທີ່​ຮັກ​ແພງ, ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ​ຂອງ​ພະນະ​ທ່ານ ແລະ ຂໍ​ໃຫ້​ປະຊາຊົນ ເພື່ອນ​ມິດ ຈົ່ງ​ມີ​ຄວາມ​ຜາ​ສຸກ ​ແລະ ຈະ​ເລີ​ນວັດທະນາ.

 

ໂທລະເລກສະແດງຄວາມເຫັນໃຈ

 (13/07/2011) 

*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມເສົ້າ ສະຫຼົດໃຈ ໂດຍຜ່ານທາງໂທລະເລກ ເຖິງພະນະທ່ານ ດີມີດຕຣີ ເມດເວເດັບ, ປະທານາທິບໍດີ ແຫ່ງ ສະຫະພັນ ຣັ້ດເຊຍ ຊຶ່ງມີເນື້ອຄວາມລະບຸວ່າ: ຂ້າພະເຈົ້າ ໄດ້ຮັບຊາບຂ່າວ ດ້ວຍຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ຕໍ່ເຫດ ໂສກນາດຕະກຳ ກຳປັ່ນໂດຍສານຂອງຣັດເຊຍ ໄດ້ຫຼົ້ມໃນແມ່ນ້ຳ ໂວນກາ ເມື່ອວັນທິດທີ່ຜ່ານມານີ້ ອັນໄດ້ເຮັດ ໃຫ້ຜູ້ໂດຍສານຈຳນວນຫຼວງຫຼາຍ ເສຍຊີວິດ ແລະ ຫາຍສາບສູນ. ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງພະນະທ່ານ ແລະ ປະຊາຊົນ ຣັດເຊຍທຸກຖ້ວນໜ້າ ໂດຍສະເພາະມາຍັງຄອບຄົວຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກໂສກ ນາດຕະກຳໃນຄັ້ງນີ້ ດ້ວຍ./.

ຜູ້ນຳ​ລາວ​ອວຍພອນ​ວັນຊາດ​​ສາທາລະນະ​ລັດ​ຝຣັ່ງ

 (13/07/2011) 

*(ຂປລ) ພະນະ​ທ່ານ ຈູມ​ມາລີ​ ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ , ພະນະ​ທ່ານ ທອງ ສິງ​ ທຳ​ມະ​ວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ແລະ ພະນະ​ທ່ານ ດຣ ທອງ​ລຸນ​ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ , ລັດຖະມົນຕີ​ວ່າການ​ກະ ຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ​ໄດ້ ສົ່ງ​ໂທລະ​ເລກ​ ອວຍພອນ ​ເຖິງ ພະນະ​ທ່ານນິ​ໂກລາ ຊາກ​ໂກ​ຊີ ປະທາ ນາທິບໍ ດີ ​ແຫ່ງ ສາທາລະນະ​ລັດ ​ຝຣັ່ງ​, ພະນະ​ທ່ານ ຟຣັງຊົວຟີ​ຢົງ ນາຍົກ ລັດຖະມົນຕີ ແຫ່ງ ສາທາ ລະນະ​ລັດ​ຝຣັ່ງ​ ​ແລະ ພະນະ​ທ່ານ​ອາ​ແລ່ງ​ຊຸບ​ເປ ລັດຖະມົນຕີ​ວ່າການ ກະ ຊວງ​ການ​ຕ່າງປະ​ເທດ ​ແລະ ສະຫະພາບ​ເອີ​ລົບແຫ່ງ ສາທາລະນະ​ລັດ ​​ຝຣັ່ງໃນ​ໂອກາດ​ວັນຊາດ.

​ເນື່ອງ​ໃນ​ໂກາດ​ວັນຊາດ ​ແຫ່ງ ສາທາລະນລັດ​ຝຣັ່ງ, ​ໃນ​ນາມ​ລັດຖະບານ​ລາວ, ປະຊາ ຊົນ​ລາວ ​ແລະ ​ໃນາມ​ສ່ວນ​ຕົວ ພວກ​ຂ້າພະ​ເຈົ້າ ຂໍ​ສົ່ງ​ຄຳ​ຊົມ​ເຊີຍ ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ພະນະ​ທ່ານ ແລະ ປະຊາຊົນ​ຝຣັ່ງ ທຸກ​ຖ້ວນ​ໜ້າ ຈົ່ງ​ມີ​ຄວາມ​ຜາ​ສຸກ, ມີ​ຜົນສຳ​ເລັດ ​ແລະ ມີ​ຄວາມ​ຈະ​ເລີ​ນກ້າວໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ. ຂ້າພະ​ເຈົ້າ​ເຊື້ອ​ໜັ້ນວ່າ ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ເປັນ​ມູນ​ເຊື້ອ ລະຫວ່າງ ສປປ ລາວ ​ແລະ ສາທາລະນະ​ລັດ​ຝຣັ່ງ ຈະ​ໄດ້​ຮັບ​ການ​ເສີມ​ຂະ ຫຍາຍ​ໃຫ້​ເຂັ້​ມ​ແຂງ ​ແລະ ​ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂື້ນ​ໃນ​ອານາ​ຄົດ ​ເພື່ອ​ຜົນ​ປະ​ໂຫຽດປະຊາຊົນ​ສອງ​ຊາດ​ພວກ​ເຮົາ, ກໍ​ຄື​ສັນຕິພາບ ​ແລະ ການ​ຮ່ວມ​ມື​ສາກົນ ​ເພື່ອ​ພັດທະນາ.

 

ຜູ້ນຳ​ລາວ​ອວຍພອນ​ວັນຊາດ​​ໂຄຣ​ເອ​ເຊຍ

 (11/07/2011)  

*(ຂປລ) ພະນະ​ທ່ານ ຈູມ​ມາລີ​ ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ , ພະນະ​ທ່ານ ທອງ ສິງ​ ທຳ​ມະ​ວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ແລະ ພະນະ​ທ່ານ ດຣ ທອງ​ລຸນ​ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ , ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ໄດ້ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ ພະນະ​ທ່ານອີ​ໂວ ​ໂຈ​ຊີ​ໂປ​ວິກ ປະທານາທິບໍ ດີ ​ແຫ່ງ ສາທາລະນະ​ລັດ ​ໂຄຣ​ເອ​ເຊຍ​, ພະນະ​ທ່ານ ຈາດ​ດັງ​ກາ ​ໂກ​ຊໍ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະ​ ລັດ​ໂຄຣ​ເອ​ເຊຍ​ ​ ​ແລະ ພະນະ​ທ່ານ​ຈໍ​ແດນ ແຈນ​ໂດຣ​ໂກ​ວິກ ລັດຖະມົນຕີ​ວ່າການ ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສາທາລະນະ​ລັດ ​​ໂຄຣ​ເອ​ເຊຍ​ ໃນ​ໂອກາດ ​ວັນຊາດ.

​ເນື່ອງ​ໃນ​ໂອກາດວັນຊາດ ​ແຫ່ງ ສາທາລະນະ​ລັດ ​ໂຄຣ​ເອ​ເຊຍ, ຕາງໜ້າ​ໃຫ້ລັດຖະບານ ​, ປະຊາຊົນ​ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ພວກ​ຂ້າພະ​ເຈົ້າ​ຂໍ​ສົ່ງ​ ຄຳ​ຊົມ ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ພະນະ​ທ່ານ ແລະ ຜ່ານພະນະທ່ານໄປຍັງປະຊາຊົນ ໂຄຣເອ ເຊຍ ເພື່ອນມິດທຸກຖ້ວນໜ້າ.

ພວກຂ້າພະເຈົ້າຫວັງວ່າ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາ ລະນະລັດ ໂຄຣເອເຊຍ ຈະສືບຕໍ່ໄດ້ຮັບການຂະຫຍາຍຕົວຍິ່ງໆຂື້ນ ເພື່ອຜົນປະໂຫຽດຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ ແລະ ການຮ່ວມມື ສາກົນເພື່ອການພັດທະນາ.

ທ່ານ​ຮອງນາຍົກ ທອງ​ລຸນ ​ໄດ້​ຮັບ​ຄຳ​ຊົມ​ເຊີຍ​ ຈາກ​ຄູ່​ຮ່ວມ​ຕຳ​ແໜ່​ງ ສສ ​ເຢຍລະ​ມັນ

 (11/07/2011)  

*(ຂປລ): ພະນະ​ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສປປ ລາວ ໄດ້ຮັບຄຳຊົມເຊີຍ ຜ່ານ​ທາງ​ໂທລະ​​ເລກ ຈາກພະນະທ່ານ ດຣ. ກີ​ໂດ ​ແວັສ​ເທີ​ແວນ​ເລີ, ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະ​ມັນ ໃນ ໂອກາດທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ອີກເທື່ອໃໝ່.

ເນື້ອໃນໂທລະເລກຂຽນວ່າ: ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍຢ່າງຈິງໃຈ ມາຍັງພະນະທ່ານ, ຂໍອວຍພອນ ໃຫ້ພະນະທ່ານ ຈົ່ງມີພະລານາໄມແຂງແຮງ, ປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານ ໃນຕໍ່ໜ້າ. ການປະຕິຮູບເສດຖະກິດ-ສັງຄົມ ແລະ ການດຳເນີນນະໂຍບາຍການຕ່າງປະເທດ ແບບຫລາຍທິດ ແລະ ຫລາຍ ຮູບແບບ ຂອງລັດຖະບານ ຂອງພະນະທ່ານ ໄດ້ເຮັດໃຫ້ການພົວພັນ ລະຫວ່າງ ເຢຍລະມັນ ແລະ ລາວ ໃນຫລາຍປີຜ່ານມານີ້ ໄດ້ຮັບການຮັດແໜ້ນ ແລະ ເສີມຂະ ຫຍາຍໃນທາງກວ້າງ ແລະ ທາງເລິກ. ພ້ອມກັນນີ້ ກໍເປັນໜ້າຍິນດີ ທີ່ໄດ້ເຫັນການຮ່ວມມືຂອງພວກເຮົາ ໃນເສທີພາກພື້ນ ແລະ ສະຫະປະຊາຊາດ ໄດ້ຮັບການ ເສີມຂະຫຍາຍເປັນຢ່າງດີ.

ຂ້າພະເຈົ້າ ມີຄວາມຍິນດີທີ່ຈະໄດ້ຮ່ວມເຮັດວຽກກັບພະນະທ່ານ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືມິດຕະພາບທີ່ດີ ລະຫວ່າງ ສອງປະເທດພວກ ເຮົາ ເພື່ອປົກປັກຮັກສາ ສັນຕິພາບ ແລະ ຄວາມວັດທະນາ ຖາວອນ./.

 

ຜູ້ນຳ ​ແຫ່ງສປປ ລາວ​ໄດ້​ຮັບ​ສານ​ອວຍພອນ​ຈາກ​ ສ.ສະ​ຫະພັນ​ບຣາຊິນ

 (11/07/2011)  

*(ຂປລ) ພະນະ​ທ່ານ ຈູມ​ມະ​ລີ​ ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ແລະ ພະນະ​ທ່ານ ທອງ​ສິງ​ທຳ​ມະ​ວົງ ນາຍົກລັດຖະມົນຕີ ແຫ່ງ​ ສປປ ລາວ ຕ່າງກໍໄດ້ຮັບສານອວຍ ພອນຈາກ ພະນະ ທ່ານ ນາງ ດີມມາ ລູເຊບຟ ປະທາ ນາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ບຣາຊິນ.

ເນື່ອງໃນໂອກາດ ທີ່ພະນະທ່ານຈູມມາລີ ໄຊຍະສອນ ໄດ້ຮັບເລືອກຕັ້ງ ໃຫ້ດຳລົງ ຕຳແໜ່ງ ເປັນປະທານປະເທດ ແຫ່ງ ສປປ ລາວ ອີກເທື່ອໃໝ່ ແລະ ພະນະທ່ານ ທອງສິງ ທຳມະວົງ ໄດ້ຮັບເລືອກຕັ້ງໃຫ້ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍຖືເປັນກຽດ ສົ່ງຄວາມຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະ ເສີດມາຍັງພະນະທ່ານ ແລະ ປະຊາຊົນ ລາວ ຈົ່ງມີຄວາມຜາສຸກ, ຄວາມສະຫງົບສຸກ ແລະ ຄວາມຈະເລີນຮຸ່ງເຮືອງ. ຂ້າພະເຈົ້າເຊື້ອໜັ້ນວ່າ, ສອງປະເທດ ພວກ ເຮົາຈະໄດ້ຮ່ວມມືກັນ ເພື່ອເສີມຂະຫຍາຍ ການພົວພັນ ລະຫວ່າງສອງປະເທດພວກເຮົາ, ໃນຂອບສອງຝ່າຍ, ຫລາຍຂົງເຂດ ແລະ ຫລາຍລະດັບ ເພື່ອຜົນປະ ໂຫຽດຂອງປະຊາຊົນສອງຊາດ.

ນາຍົກລັດຖະມົນຕີ​ໄດ້​ຮັບ​ຄຳ​ຊົມ​ເຊີຍ​ຈາກ​ ສາທາລະນະ​ລັດ​ອິດສະ​ລາມ ປາ​ກິດ​ສະຖານ

 (11/07/2011)  

*(ຂປລ) ພະນະ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ຮັບ ຄຳຊົມເຊີຍຈາກ ພະນະທ່ານ ຊຽດຢູຊຸບຣາຊາຈີລານີ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ອິດສະລາມ ປາກິດສະຖານ.

ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ສົ່ງຄຳຊົມເຊີຍ ອັນອົບອຸ່ນ ມາຍັງ ພະນະທ່ານ ໃນໂອກາດທີ່ໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ການແຕ່ງຕັ້ງໃຫ້ພະນະທ່ານ ເຂົ້າໃນຕຳແໜ່ງ ອັນສູງ ສົ່ງດັ່ງກ່າວ ໄດ້ສະທ້ອນໃຫ້ເຫັນເຖິງ ລະດັບແຫ່ງຄວາມໄວ້ວາງໃຈ ຂອງປະຊາຊົນ ແຫ່ງ ສປປ ລາວ ແລະ ພັກ ປະຊາຊົນ ປະຕິວັດລາວທີ່ມີຕໍ່ພະນະທ່ານ ກ່ຽວກັບ ບົດບາດຂອງການນຳ ແລະ ຄວາມເຄົາລົບນັບຖືທີ່ພະນະ ທ່ານໄດ້ຮັບຈາກບັນດາຜູ້ແທນທີ່ໄດ້ຮັບການເລືອກຕັ້ງໃນທົ່ວປະເທດ. ຂ້າພະເຈົ້າຫວັງວ່າ ຈະໄດ້ ຮ່ວມ ເຮັດວຽກກັບພະນະທ່ານ ໃນຊຸມປີຂ້າງໜ້າ ເພື່ອເສີມ ຂະຫຍາຍການພົວພັນສອງຝ່າຍ ທາງດ້ານການເມືອງ ແລະ ເສດຖະກິດ ລະຫວ່າງປາກິດ ສະຖານ ແລະ ສປປ ລາວ.

 

ຜູ້ນຳ​ລາວ​ສົ່ງ​ສານ​ອວຍພອນ​ວັນຊາດ​ມົງ​ໂກ​ລີ​ຄົບຮອບ 805 ​ປີ

 (08/07/2011)  

*(ຂປລ) ພະນະ​ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ປະທານປະເທດ ແຫ່ງສປປ ລາວ, ພະນະ ທ່ານ ທອງສິງທຳມະວົງ ນາຍົກລັດຖະມົນຕີ, ພະນະທ່ານນາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ ແລະ ພະນະທ່ານ ດຣ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຖິງຄູ່ຮ່ວມ ຕຳແໜ່ງ ພະນະທ່ານ TSAKHIGIIN ELBGDORJ ປະທານາທີບໍດີ ແຫ່ງມົງໂກລີ, ພະນະທ່ານ

SUKHBAA TARBATBOLD ນາຍົກລັດຖະມົນຕີ ແຫ່ງມົງໂກລີ, ພະນະທ່ານ DAMDINGIIN DEMBEREL ປະທານສະພາຄູຣານໃຫຍ່ ແຫ່ງມົງໂກລີ ແລະ ພະນະທ່ານ GOMBOJAV ZANDANSHATAR ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງມົງໂກລີໃນໂອກາດວັນຊາດ.

ເນື່ອງໃນໂອກາດວັນສ້າງຕັ້ງລັດ ມົງໂກລີ ຄັບຮອບ 805 ປີ, ບຸນປະເພນີ ນາດຳ Naadam ແລະ ຄົບຮອບ 90 ປີ ແຫ່ງວັນໄຊຊະນະ ຂອງການປະຕິວັດ ປະຊາ ຊົນມົງໂກລີ, ໃນນາມລັດຖະບານ, ສະພາແຫ່ງຊາດ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ ພວກຂ້າພະ ເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະ ເສີດ ມາຍັງພະນະທ່ານ ແລະ ໂດຍຜ່ານ ພະນະທ່ານ ໄປຍັງລັດຖະບານ, ສະພາຄູຣານໃຫຍ່ ແລະ ປະຊາຊົນມົງໂກລີທຸກຖ້ວນໜ້າ.

ພວກຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ມົງ ໂກລີ ໄດ້ຮັບການເສີມຂະຫຍາຍ ແລະ ເຕິບໃຫຍ່ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຄວາມໝັກແໜ້ນຍິ່ງໆຂື້ນ ໂດຍສະເພາະ ການແລກປ່ຽນຢ້ຽມຢາມຂອງ ຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ຂອງສອງ ປະເທດໄດ້ມີບາດກ້າວໃໝ່ ແລະ ກວ້າງຂວາງກວ່າເກົ່າ ຊີ່ງເປັນການຕອບສະໜອງ ກັບຄວາມ ມຸ້ງ ມາດປາຖະໜາ ຂອງປະຊາຊົນສອງຊາດ ລາວ-ມົງໂກລີ ໃນການສ້າງຜົນປະ ໂຫຽດຮ່ວມກັນ ໃຫ້ໜັ້ນຄົງຍາວນານ. ພ້ອມດຽວກັນນີ້, ຂໍສົ່ງພອນໄຊອັນອົບອຸ່ນ ມາຍັງພະນະທ່ານ, ລັດຖະບານ, ສະພາ ຄູ ຣານໃຫຍ່ ແລະ ປະຊາຊົນມົງໂກລີ ຈົ່ງປະສົບຜົນສຳເລັດອັນໃຫຍ່ຫລວງກວ່າເກົ່າ ໃນພາລະ ກິດສ້າງສາປະເທດຊາດ ແລະ ພາລະກິດ ອັນສູງສົ່ງຂອງພະນະທ່ານ.

 

ຜູ້ນຳລາວໄດ້ຮັບຄຳຊົມເຊີຍຈາກຜູ້ນຳປະເທດເພື່ອນມິດ

 (07/07/2011)  

*(ຂປລ): ບັນດາທ່ານຜູ້ນຳລາວ ຊຶ່ງມີພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ; ພະນະ ທ່ານ ບຸນຍັງ ວໍລະຈິດ, ຮອງປະທານປະເທດ; ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ; ພະນະ ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຕ່າງກໍໄດ້ຮັບຄຳຊົມເຊີຍຜ່ານທາງໂທລະເລກ ໃນໂອກາດທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງອີກວາ ລະໜຶ່ງ.

ບັນດາຜູ້ນຳປະເທດເພື່ອນມິດ ຊຶ່ງມີ ພະນະທ່ານ ຣາອູລ ກາສໂຕຣ, ປະທານສະພາແຫ່ງລັດ ແລະ ສະ ພາລັດຖະມົນຕີ ແລະ ພະນະທ່ານ ບຣູໂນ ໂຣດຣີເກັສ ປາ ຣິນຢາ, ລັດຖະມົນຕີວ່າການກະຊວງການຕ່າງປະ ເທດ ແຫ່ງ ສ ກູບາ. ​ພະນະ​ທ່ານ​ນາງ ປຣາຕີ​ບາ ​ເດ​ວີ​ຊິງ ​ປາ​ຕິລ, ປະທານາທິບໍດີ; ພະນະທ່ານ ເອັສ.ເອັມ.ກຣີ ຊາ ນາ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສາທາລະນະລັດ ອິນເດຍ. ພະນະທ່ານ ເທນ ເຊນ, ປະທານາທິບໍດີ; ພະນະທ່ານ ທີຮາ ທູຣາ ອອງ ມິນ ໂຮ ແລະ ພະນະ ທ່ານ ດຣ. ໄຊ ມົກ ຄຳ, ຮອງປະທານາທິບໍ ດີ, ພະນະທ່ານ ທູຣາ ສະເວ ມັນ, ປະທານສະພາຜູ້ແທນຣາຊະດອນ; ພະນະທ່ານ ຄິນ ອອງ ມິນ, ປະທານ ລັດຖະສະພາ ແລະ ພະນະທ່ານ ວູນນາ ມອງ ລິນ, ລັດຖະມົນຕີວ່າການກະ ຊວງການຕ່າງປະເທດ ແຫ່ງ ສາທາລະ ນະລັດ ສະຫະພາບ ມຽນມາ. ກະສັດ ແຫ່ງ ໂມ ຣົກໂກ, ໂມຮາເມັດ VI. ພະນະທ່ານ ດຣ. ດີປູ ໂມນີ ເອັມ. ພີ. ລັດຖະມົນຕີວ່າການກະຊວງການຕ່າງປະເທດ ບັງກຣາເທດ. ເນື້ອໃນໂທລະເລກ ຂອງ ບັນດາ ຜູ້ນຳປະເທດເພື່ອນມິດ ຕ່າງກໍໄດ້ຫວັງວ່າ: ຈະໄດ້ເຮັດວຽກຮ່ວມກັບ ພະນະທ່ານຢ່າງໃກ້ຊິດ ໃນຊຸມປີຕໍ່ໜ້າ ເພື່ອເຮັດໃຫ້ສາຍພົວພັນ ແລະ ການຮ່ວມມື ລະ ຫວ່າງ ສປປ ລາວ ແລະ ປະເທດຂອງຕົນ ນັບມື້ກວ່າງຂວາງຍິ່ງໆຂ໊. ພ້ອມທັງເຊື່ອໝັ້ນວ່າ: ພາຍໃຕ້ການນຳພາຂອງພະນະທ່ານ ສປປ ລາວ ຈະສືບຕໍ່ໄດ້ຮັບຜົນ ສຳເລັດ, ມີສັນຕິພາບ ແລະ ຄວາມວັດທະນາຖາວອນ./.

 

ຜູ້ນຳ​ລາວ​ອວຍພອນ​ວັນຊາດ​ເບ​ລາຣູສ໌

 (06/07/2011)  

*(ຂປລ) ພະນະ​ທ່ານ ຈູມ​ມາລີ​ ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ , ພະນະ​ທ່ານ ທອງ ສິງ​ ທຳ​ມະ​ວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ແລະ ພະນະ​ທ່ານ ດຣ ທອງ​ລຸນ​ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ , ລັດຖະມົນຕີ​ວ່າການ​ກະ ຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ​ໄດ້ ສົ່ງ​ໂທລະ​ເລກ​ ອວຍພອນ ວັນຊາດ ​ເຖິງ ພະນະ​ທ່ານ ອາ​ເລັກ​ຊານ​ເດີ ລູກາ​ແຊນ​ໂກ ປະທາ ນາທິບໍ ດີ ​ແຫ່ງ ສາທາລະນະ​ລັດ ​ເບ​ລາຣູສ໌, ພະນະ​ທ່ານ ມີ​ຄາ​ອິນ ມຽດສະ​ນີ​ໂກວິດ​ຈ໌ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະ​ລັດ ​ເບ​ລາຣູສ໌ ​ແລະ ພະນະ​ທ່ານ​ແຊກ​ເກ​ມາຣຕີ​ນົບ ລັດຖະມົນຕີ​ວ່າການ ກະ ຊວງ​ການ​ຕ່າງປະ​ເທດ ແຫ່ງ ສາທາລະນະ​ລັດ ​ເບ​ລາຣູສ໌​ໃນ​ໂອກາດ​ວັນຊາດ.

​ເນື່ອງ​ໃນ​ໂອກາດ ວັນຊາດ ​ແຫ່ງ​ສາທາລະນະ​ລັດ ​ເບ​ລາຣູສ໌, ຕາງໜ້າ​ລັດຖະບານ, ປະຊາ ຊົນ​ລາວ ​ແລະ ​ໃນ​ນຳ​ສ່ວນ​ຕົວ, ຂ້າພະ​ເຈົ້າ ຂໍ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ພະນະ​ທ່ານ ແລະ ຜ່ານ​ປະ​ທ່ານ ໄປ​ຍັງ ປະຊາຊົນ​ເບ​ລາຣູສ໌ ເພື່ອນ​ມິດ​ທຸກ​ຖ້ວນ​ໜ້າ. ຂ້າພະ​ເຈົ້າ ຫວັງ​ຢ່າງ​ຍິ່ງ​ວ່າ: ສາຍ​ພົວພັນ ​ມິດຕະພາບ ​ແລະ ການ​ຮ່ວມ​ມື ອັນ​ເປັນ​ມູນ​ເຊື້ອ ລະ​ຫວ່າງ ສປປ ລາວ ​ແລະ ສາ​ທາລະນະ​ລັດ​ເບ​ລາຣູສ໌ ຈະ​ສືບຕໍ່​ໄດ້​ຮັບ​ການ​ຂະຫຍາຍຕົວ​ຍິ່ງໆ​ຂື້ນ ເພື່ອ​ຜົນ​ປະ​ ໂຫຽດຂອງ​ປະຊາຊົນ​ສອງ​ປະ​ເທດ​ພວກ​ເຮົາ ກໍ​ຄື ເພື່ອ​ສັນຕິພາບ ​ແລະ ການ​ຮ່ວມ​ມື​ສາກົນ ເພື່ອ​ການ​ພັດທະນາ.

 

ຜູ້ນຳ​ລາວ ​ໄດ້​ຮັບ​ໂທລະ​ເລກ​ຊົມ​ເຊີຍ ຈາກ​ຜູ້ນຳມາເລເຊຍ

 (04/07/2011)  

*(ຂປລ) : ​ໃນ​ໂອກາດ​ສ້າງຕັ້ງສາຍ​ພົວພັນ​ການ​ທູດ ລະຫວ່າງ ສປປ ລາວ ​ແລະ ມາ​ເລ​ເຊຍ ຄົບຮອບ 45 ປີ ທ່ານ ທອງ​ສິງ​ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ​ແລະ ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະ ມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​ຮັບ​ຄຳ​ຊົມ​ເຊີຍ ຜ່ານທາງໂທລະ ເລກ ຈາກທ່ານ ດາ​ໂຕ ​ເສຣິ​ໂມ​ດ ນາ​ຈິບ, ນາຍົກລັດຖະມົນຕີ ​ແລະ ທ່ານ ອາ​ນີຟາ ອາ​ມານ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ມາ​ເລ​ເຊຍ. ເນື້ອໃນ​​ ໂທລະ​ເລກ ຂຽນວ່າ: ພວກຂ້າພະເຈົ້າ ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ທີ່​ເຫັນ​ວ່າ: ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຂອງ​ສອງ ​ປະ​ເທດ ​ໄດ້​ມີ​ການ​ພົວພັນ​ທີ່​ດີ ​ໃນ​ສະພາບ​ແວດ​ລ້ອມ​ແຫ່ງ​ຄວາມ​ເຂົາອົກ​ເຂົ້າ​ໃຈ ເ​ຊິ່ງ​ກັນ ​ແລະ ກັນ, ຄວາມ​ນັບຖື ​ແລະ ການ​ສະໜັບສະໜູນ ​ໂດຍ​ສະ​ເພາະ​ໃນ​ ຂອບ​ແຫ່ງ​ຄວາມ​ເປັນ​ປຶກ​ແຜ່ນ​ຂອງ​ອາ​ຊຽນ./.

 

ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ຄຳຊົມ​ເຊີຍ​ຈາກ​ຍີ່ປຸ່ນ

 (01/07/2011)  

*(ຂປລ) ພະນະ​ທ່ານນາງ ປານີ​ ຢາ​ທໍ່​ຕູ້, ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ສປປ ລາວ ​ໄດ້​ຮັບ​ສານ​ຊົມ​ເຊີຍ ຈາກ​ພະນະ​ທ່ານ ຕາກາຮີໂອະ ໂຢໂກມີຊິ, ປະທານ ​ສະພາ​ຜູ້ແທນ ແຫ່ງ​ ຍີ່ປຸ່ນ ຊຶ່ງມີເນື້ອຄວາມສຳຄັນວ່າ: .ຂ້າພະເຈົ້າ ຂໍສະແດງຄວາມຍິນດີຢ່າງ​ຈິ​ງໃຈ ມາ​ຍັງ​ພະນະ​ທ່ານ ທີ່​ໄດ້ຮັບການ​ເລືອກ​ຕັ້ງໃຫ້ດຳລົງຕຳແໜ່ງ​ ເປັນ​ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ສປປ ລາວ ອີກວາລະໜຶ່ງ.

ຂ້າພະ​ເຈົ້າ​ ຫວັງຢ່າງຍິ່ງ​ວ່າ: ສາຍພົວພັນ ລະຫວ່າງ ສອງສະພາ ລາວ-ຍີ່ປຸ່ນ ແລະ ມິດຕະພາບ ລະຫວ່າງ ສອງຊາດລາວ-ຍີ່ປຸ່ນ ຈະ​ໄດ້​ຮັບການເສີມຂະຫຍາຍໃຫ້ ແໜ້ນແຟ້ນຍິ່ງໆຂຶ້ນ. ຂໍ​ສົ່ງພອນໄຊອັນປະເສີດມາຍັງ​ພະນະ​ທ່ານ ຈົ່ງ​ປະສົບ​ຜົນສຳ​ເລັດໃນການປະຕິບັດໜ້າທີ່ອັນມີກຽດ ແລະ ​​ສູງ​ສົ່ງ​ຂອງພະນະທ່ານ ແລະ ຂໍ ອວຍພອນໃຫ້ປະເທດລາວ ຈົ່ງພັດທະນາ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ./.

ຜູ້ນຳລາວໄດ້ຮັບຄຳຊົມເຊີຍ ຈາກຜູ້ນຳ ສ. ເກົາຫຼີ  

 (01/07/2011) 

*(ຂປລ): ພະນະ​ທ່ານ ຈູມ​ມາລີ​ ໄຊ​ຍະ​ສອນ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ໄດ້ຮັບຄຳຊົມເຊີຍ ໂດຍຜ່ານທາງໂທລະເລກ ຈາກພະນະທ່ານ ອີ ມຽງ ບັກ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ໃນໂອ ກາດທີ່ພະນະທ່ານ ໄດ້ຮັບການເລືອກຕັ້ງເປັນປະທານປະເທດ ແຫ່ງ ສປປ ລາວ ອີກໜຶ່ງສະໄໝ.

ເນື້ອໃນໂທລະເລກ ລະບຸວ່າ: ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສ. ເກົາຫຼີ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ. ພ້ອມທັງ ເຊື່ອໝັ້ນວ່າ: ພາຍໃຕ້ ການນຳພາອັນໂດດເດັ່ນຂອງພະນະທ່ານ, ເສດຖະກິດກຳລັງຂະຫຍາຍຕົວໄວຂອງ ສປປ ລາວ ຈະສືບຕໍ່ຂະ ຫຍາຍຕົວຍິ່ງໆຂຶ້ນ ແລະ ກະຕຸກຊຸກຍູ້ໃຫ່ ສປປ ລາວ ກ້າວໄປສູຍຸກແຫ່ງສັນຕິພາບ ແລະ ວັດທະນາຖາວອນ.

ຂ້າພະເຈົ້າມີຄວາມເພິ່ງພໍໃຈ ທີ່ເຫັນວ່າ: ນັບແຕ່ມື້ສ້າງຕັ້ງສາຍພົວພັນການທູດ ໃນປີ 1995 ເປັນຕົ້ນມາ ການຮ່ວມມືສອງຝ່າຍ ໄດ້ມີການແຕກດອກອອກຜົນ ໃນຫຼາຍຂົງເຂດ. ຂ້າພະເຈົ້າຫວັງວ່າ ຈະໄດ້ເຮັດວຽກ ຢ່າງໃກ້ຊິດ ຮ່ວມກັບພະນະທ່ານ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມ ມືຂອງ ສອງປະເທດພວກເຮົາ. ສ່ວນເນື້ອໃນໂທລະເລກຂອງພະນະທ່ານ ຄິມ ຮວາງ ຊິກ, ນາຍົກລັດຖະມົນຕີ ແຫ່ງ ສ ເກົາຫຼີ ທີ່ສົງ ເຖິງພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ​ ສປປ ລາວ ຂຽນວ່າ: ຂ້າພະເຈົ້າ ຂໍສະຄວາມ ຊົມເຊີຍຢ່າງຈິງໃຈ ທີ່ພະນະທ່ານໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກວາລະ ໜຶ່ງ. ພ້ອມທັງເຊື່ອໝັ້ນວ່າ: ພາຍໃຕ້ການນຳພາອັນໂດດເດັ່ນຂອງພະນະທ່ານ ສປປ ລາວ ຈະໄດ້ຮັບການພັດ ທະນາໃນຫຼາຍຂົງເຂດ ເຊັ່ນ: ດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ. ນັບແຕ່ມື້ສ້າງຕັ້ງສາຍພົວພັນການທູດ ໃນປີ 1995 ເປັນຕົ້ນມາ ການຮ່ວມມືສອງຝ່າຍ ໄດ້ມີການ ແຕກດອກອອກຜົນໃນຫຼາຍຂົງເຂດ. ຂ້າພະເຈົ້າຫວັງວ່າ: ພວກເຮົາຈະສາມາດເສີມຂະຫຍາຍ ການຮ່ວມມືສອງ ຝ່າຍໃນທຸກຂົງເຂດ ໃຫ້ນັບມື້ນັບດີຂຶ້ນເລື້ອຍໆ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ. ໄລນະດຽວກັນນີ້ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງໂທລະເລກອວຍພອນ ຈາກພະນະທ່ານ ຄິມ ຊອງ ຮວານ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ສ ເກົາຫຼີ ເຊັ່ນດຽວກັນ./.

ຄະນະ​ບໍລິຫານ​ງານສູນ​ກາງ​ພັກ ປປ ​ລາວ​ອວຍພອນ​ວັນ​ສ້າງຕັ້ງພັກ​ກອມ​ມູນິດ​ຈີນ​ ຄົບຮອບ 90​ ປີ

 (01/07/2011) 

*(ຂປລ) ຄະນະ​ບໍລິຫານ​ງານສູນ​ກາງ​ພັກ ປະຊາຊົນ​ ປະຕິວັດ​ລາວ​ ໄດ້ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ ຄະນະ​ບໍລິຫານ​ງານ ສູນ​ກາງ​ພັກ ກອມ​ມູນິດ​ຈີນ​ ​ໃນ​ໂອກາດ ​ວັນ​ສ້າງຕັ້ງ ພັກ​ກອມ​ມູນິດ​ຈີນ ຄົບຮອບ 90​ ປີ.

​ເນື້ອໃນໂທລະເລກຂຽນວ່າ: ໃນ​ໂອກາດ​ວັນ​ສ້າງຕັ້ງ ພັກ​ກອມ​ມູນິດ​ຈີນ ຄົບຮອບ 90​ ປີ (01/07/1921- 01/07/2011) ຄະນະ​ບໍລິຫານ​ງານສູນ​ກາງ​ພັກ ປະຊາ ຊົນ​ ປະຕິວັດ​ລາວ, ສະມາຊິກ​ພັກ ​ແລະ ປະຊາຊົນ​ລາວ​ບັນດາ​ເ​ຜົ່າ​ໃນ​ທົ່ວ​ປະ​ເທດ ຂໍ​ສົ່ງ​ຄວາມ​ຄຳນັບ​ຊົມ​ເຊີຍອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສິດ ມາ​ຍັງຄະນະ ​ບໍລິຫານ​ງານສູນ​ກາງ​ພັກ ກອມ​ມູນິດ​ຈີນ​, ສະມາຊິກ​ພັກ ​ແລະ ປະຊາຊົນ ແຫ່ງ​ ສປ ຈີນ ທຸກຖ້ວໜ້າ.

ຕະຫລອດໄລຍະ 90 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດຈີນ, ກອງທັບ ແລະ ປະຊາຊົນຈີນອ້າຍນ້ອງ ຕໍ່ສູ້ຢ່າງພິລະອາດຫານ ຕ້ານຈັກກະພັດ ຜູ້ຮຸກຮານໃນເມື່ອກ່ອນ, ນຳພາການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ໄດ້ຮັບຜົນສຳເລັດຢ່າງໃຫຍ່ຫລວງ ຊຶ່ງເຮັດໃຫ້ລັກສະນະດີເລີດ ຂອງສັງຄົມນິຍົມພົ້ນ ເດັ່ນຂຶ້ນ. ການເມືອງມີສະເຖຍລະພາບ, ເສດຖະກິດມີການຂະຫຍາຍຕົວ ດ້ວຍຈັງຫວະໄວ ແລະ ໝັ້ນທ່ຽງ, ສັງຄົມມີຄວາມສະຫງົບປອດໄພ ແລະ ຊີວິດການ ເປັນຢູ່ຂອງປະຊາຊົນ ໄດ້ຮັບດີຂຶ້ນເລື້ອຍໆ, ອັນໄດ້ສ້າງພື້ນຖານ ວັດຖຸປັດໃຈອັນໜັກແໜ້ນ ໃຫ້ແກ່ການກໍ່ສ້າງລະບອບສັງຄົມນີຍົມ ຕາມສີສັນ ແລະ ຈຸດພິເສດ ຂອງຈີນ, ເຮັດໃຫ້ ຖານະບັດບາດ ແລະ ອິດຖິພົນຂອງ ສປ ຈີນ ນັບມື້ນັບຮັບການເຊີດຊູສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ພັກປະຊາຊົນ ປະຕິວັດລາວ ແລະ ປະຊາຊົນບັນດາເຜົ່າ ຂໍສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສຳ ເລັດອັນໃຫຍ່ຫລວງທີ່ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ ແລະ ເຊື້ອໝັ້ນ ຢ່າງໜັກແໜ້ນວ່າ: ພາຍໃຕ້ການນຳ ພາອັນສະຫລາດສ່ອງໄສ ຂອງພັກກອມມູນິດຈີນ ປະຊາຊົນຈີນ ຈະສາມາດຍາດໄດ້ຜົນສຳເລັດໃໝ່ໃຫຍ່ ຫລວງ ກວ່າເກົ່າ ໃນການກໍ່ສ້າງສັງຄົມປອງດອງກົມກຽວ ທີ່ອຸດົມຮັ່ງມີ ແລະ ທັນສະໄໝຂອງລະບອບສັງຄົມ ນິຍົມທີ່ມີລັກສະນະສະເພາະຂອງຈີນ ແລະ ໃນພາລະ ກິດທ້ອນໂຮມປະເທດຊາດ ຢ່າງສັນຕິວິທີ.

ພັກປະຊາຊົນ ປະຕິວັດລາວ ຢືນຢັນຢ່າງໜັກແໜ້ນ ທີ່ຈະເຮັດໃຫ້ການພົວພັນ ລະຫວ່າງ 2 ປະເທດ ລາວ ແລະ ຈີນ ສືບຕໍ່ພັກທະນາບົນຈິດໃຈ ແຫ່ງຄວາມ ໝັ້ນຄົງຍາວນານ, ຄວາມຮັກແພງ ຖານບ້ານໃກ້ເຮືອນ ຄຽງ ມີຄວາມໄວ້ເນື້ອເຊື່ອໃຈກັນ ໃຫ້ກາຍເປັນການຮ່ວມມື ແບບຄູ່ຮ່ວມຍຸດທະສາດຮອບດ້ານ ເພື່ອຮ່ວມອຸ ດົມການອັນດຽວກັນ ແລະ ຄູ່ຮ່ວມທີ່ດີຕະຫລອດໄປ, ເຮັດໃຫ້ການພົວພັນ ລະຫວ່າງ ສອງພັກ ກໍຄື ສອງລັດ ສືບຕໍ່ພັດທະນາຂຶ້ນໄປເລື້ອຍໆ, ຄວາມໄວ້ເນື້ອ ເຊື່ອໃຈທາງດ້ານການເມືອງ ນັບມື້ນັບແໜ້ນແຟ້ນ, ການພົວພັນ ຮ່ວມມືໃນທຸກຂົງເຂດ ນັບມື້ນັບໄດ້ຮັບການເສີມຂະຫຍາຍໄປສູ່ລວງເລິກ.

ເນື່ອງໃນໂອກາດ ອັນສະຫງ່າລາສີນີ້, ຂໍອວຍພອນໃຫ້ພັກກອມມູນິດຈີນ ປະຕິບັດສຳເລັດຢ່າງມີໄຊ ບັນດາມະຕິທີ່ກອງປະຊຸມຄັ້ງທີ 17 ຂອງພັກວາງອອກ, ສ້າງປະເທດຈີນໃຫ້ກາຍເປັນປະເທດສັງຄົມນີຍົມ ທີ່ໜັກແໜ້ນເຂັ້ມແຂງ. ຂໍອວຍພອນໃຫ້ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອຄວາມສາມັກຄີ ຖານສະຫາຍ ອ້າຍນ້ອງ, ການຮ່ວມມືຮອບດ້ານ ແລະ ການເປັນຄູ່ຮ່ວມມືແບບຍຸດ ທະສາດຮອບດ້ານ ໝັ້ນຄົງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ຈົ່ງໝັ້ນຄົງທະນົງແກ່ນ ແລະ ແຕກດອກອອກຜົນຍິ່ງໆ ຂຶ້ນ./.

 

ຄະນະ​ພົວພັນ​ຕ່າງປະ​ເທດສູນກາງ​ພັກ ປປ ລາວ ອວຍພອນ ວັນ​ສ້າງ​ຕັ້ງພັກ​ກອມ​ມູນິດ​ຈີນ

 (01/07/2011) 

*(ຂປລ): ​ສະຫາຍ ດຣ. ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ສົ່ງໂທລະເລກ ອວຍພອນເຖິງສະຫາຍ ​ຫວາງ ​ເຈຍ​ລຸຍ, ກຳມະການ​ສູນ​ກາງ​ພັກ​, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ໃນ​ໂອກາດ​ວັນ​ສ້າງຕັ້ງພັກ​ ກອມ​ມູນິດ​ ຄົບຮອບ 90 ປີ (01/7/1921-01./7/2011).

ເນື້ອໃນໂທລະເລກຂຽນວ່າ: ​ໃນ​ນາມ​ຄະນະນຳ ​ແລະ ພະນັກງານ ​ຂອງຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ ປະຊາຊົນ​ ປະຕິວັດ​ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ​ສົ່ງ​ຄວາມ​ຄຳນັບ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດ ​ຖານ​ສະຫາຍ​ອ້າຍ​ນ້ອງ​ ມາ​ຍັງສະຫາຍ ກໍ​ຄື​ ການ​ນຳ ​ແລະ ພະນັກງານ​ຄະນະ​ພົວພັນ ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ທຸກຖ້ວນ​ໜ້າ

ພວກຂ້າພະ​ເຈົ້າ​ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ​ ທີ່​ເຫັນ​ວ່າ, ​ຕະຫລອດ​ໄລຍະ 90 ປີ​ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ, ປະຊາຊົນ​ຈີນ​ອ້າຍ​ນ້ອງ ​ສາມາດ​ ຍາດ​ໄດ້ຜົນ​ສຳ​ເລັດ​ອັນ​ຫລາຍ​ປະການ ​ອັນ​ໄດ້​ເຮັດ​ໃຫ້​ລັກ​ຊະນະ​ດີ​ເລີດ​ຂອງ​ສັງຄົມ​ນິຍົມ​ພົ້ນ​ເດັ່ນ​ຂຶ້ນ, ສ້າງ​ພື້ນຖານ​ວັດຖຸ​ປັດ​ໃຈ​ອັນ​ໜັກ​ແໜ້ນ ​ໃຫ້​ແກ່​ການ​ກໍ່ ສ້າງລະບອບ​ສັງຄົມ​ນິຍົມ​ຕາມ​ສີສັນ ​ແລະ ຈຸດ​ພິ​ເສດ​ຂອງ​ຈີນ, ​ເຮັດ​ໃຫ້​ຖານະ​ບົດບາດ ​ແລະ ອິດ​ທິພົນ​ຂອງ ສປ ຈີນ​ ນັບ​ມື້ນັບ​ໄດ້​ຮັບ​ການ​ເຊີດ​ຊູ​ສູງ​ເດັ່ນ​ຂຶ້ນ ​ໃນ​ເວທີ​ ພາກພື້ນ ​ແລະ ສາກົນ.

ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ ​ແລະ ຊົມ​ເຊີຍ ​ຕໍ່​ການ​ປະກອບສ່ວນ​ອັນ​ສຳຄັນ​ ຂອງ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ ສ້າງ ແລະ ຂະຫຍາຍ​ສາຍ​ພົວພັນມິດຕະພາບ ​ແລະ ການ​ຮ່ວມ​ມື​ ລະຫວ່າງ ​ສອງພັກ, ສອງ​ປະ​ເທດ​ ເວົ້າ​ລວມ, ​ເວົ້າ​ສະ​ເພາະ​​ແມ່ນ ​ລະຫວ່າງ​ ສ​ອງຄະນະ ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ ລາວ ​ແລະ ຈີນ.

​ເນື່ອງ​ໃນ​ໂອກາດອັນ​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ນີ້ ຂ້າພະ​ເຈົ້າ​ ຂໍ​ອວຍພອນ​ໃຫ້​ສະຫາຍ ​ພ້ອມ​ດ້ວຍ​ການ​ນຳ ​ແລະ ພະນັກງານ​ ຂອງ​ຄະນະ​ພົວພັນ​ຕ່າງປະ​ເທດ​ ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ​ແລະ ມີ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ. ​ຂໍ​ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ ​ອັນ​ເປັນ​ ມູນ​ເຊື້ອ, ຄວາມ​ສາມັກຄີ​ຖານ​ສະຫາຍ​ອ້າຍ​ນ້ອງ, ການ​ຮ່ວມ​ມື​ຮອບດ້ານ ​ແລະ ການ​ເປັນ​ຄູ່​ຮ່ວມ​ມື​ແບບ​ຍຸດ​ທະ​ສາດ​ຮອບດ້ານ​ໝັ້ນຄົງ​ຍາວ​ນານ​ ລະຫວ່າງ​ ສອງ​ ພັກ, ສອງລັດ ​ແລະ ປະຊາຊົນ​ສອງ​ຊາດ ​ລາວ ​ແລະ ຈີນ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ ​ລະຫວ່າງ ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ທັງ​ສອງ​ຂອງ​ພວກ​ເຮົາ​ ຈົ່ງ​ໝັ້ນຄົງ​ ທະ​ນົງ​ແກ່ນ ​ແລະ ​ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ./.

 

ສານ​ຊົມ​ເຊີຍ​ລະນຶກ​ວັນ​ສ້າງຕັ້ງ ສາຍ​ພົວພັນ​ການ​ທູດລາວ-ມາ​ເລ​ເຊຍ​ຄົບ​ຮອບ 45ປີ

 (30/06/2011) 

*(ຂປລ) ພະນະ​ທ່ານ ທອງ​ສີ​ທຳ​ມະ​ວົງ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ແລະ ພະນະທ່ານ ດຣ. ທອງ ລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີວ່າການກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງ ສານ​ຊົມ​ເຊີຍ​ ​ເນື່ອງໃນ​ໂອກາດວັນ​ລະນຶກ​ວັນ​ແຫ່ງ​ການ​ສ້າງຕັ້ງສາຍ​ພົວພັນ​ການ​ທູດລາວ ​ແລະ ມາ​ເລ​ເຊຍ​ຄົບຮອບ 45 ປີ​ເຖິງ​ພະນະ​ທ່ານ ດາ​ໂຕະ​ສຣິ ໂມ​ດ ນາ​ຈິບ ຕຸນອັບດຸນຣາຊັກ, ນາຍົກລັດຖະມົນຕີ ແຫ່ງມາເລເຊຍ ແລະ ພະນະທ່ານ ດາໂຕ ສຣິ ອານີຟາ ອາມານ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງມາເລເຊຍ.

ໃນນາມລັດຖະບານ ແລະປະຊາຊົນ ແຫ່ງສປປ ລາວ, ໃນາມສ່ວນຕົວ ຂ້າພະເຈົ້າມີ ຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍ ອັນອົບອຸ່ນ ແລະ ອວຍພອນໄຊ ອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນມາເລເຊຍທຸກຖ້ວນ ໜ້າເນື່ອງໃນໂອກາດລະນຶກວັນຄົບຮອບ 45 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ມາເລເຊຍ.

ຂ້າພະເຈົ້າມີຄວາມເພິ່ງພໍໃຈ ທີ່ເຫັນວ່າ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດພວກເຮົາ ໄດ້ຮັບການພັດທະນາ ແລະ ມີການຂະ ຫຍາຍຕົວຕະຫລອດໄລຍະ 45 ປີທີ່ຜ່ານມາ.ການແລກປ່ຽນການຢ້ຽມ ຢາມລະຫວ່າງສອງ ປະເທດໃນສຸມປີຜ່ານມາລວມທັງການສ້າງກົນໄກ ການຮ່ວມມືລະຫວ່າງສອງຝ່າຍ ໄດ້ເປັນ ພື້ນຖານອັນໜັກແໜ້ນໃຫ້ແກ່ ການພົວພັນ ແລະ ການຮ່ວມມືຂອງພວກເຮົາ ແລະ ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ການພົວພັນ ແລະ ການຮ່ວມມືດັ່ງກ່າວຈະໄດ້ຮັບການສືບຕໍ່ເພີ່ມທະວີຍິ່ງໆຂື້ນ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນ ລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

ໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍສຳຄັນນີ້ ຂ້າພະເຈົ້າ ຂໍອວຍພອນ ໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສປປ ລາວ ແລະ ມາເລເຊຍ ຈົ່ງໜັ້ນຄົງ ແລະ ແຕກດອກອອກຜົນຍິ່ງໆຂື້ນ, ອວຍພອນໃຫ່ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ອວຍພອນໃຫ້ປະຊາຊົນ ມາເລເຊຍ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນາ ຖາວອນຍິ່ງໆຂື້ນ.

ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ໂທລະ​ເລກ​ຊົມ​ເຊີຍ​ຈາກ​ມົງ​ໂກ​ລີ

 (30/06/2011) 

*(ຂປລ) ພະນະ​ທ່ານ ນາງ​ປານີ​ ຢາ​ທໍ່​ຕູ້ ,ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ສປປ ລາວ​ໄດ້​ຮັບ​ສານ​ຊົມ​ເຊີຍ ຈາກ​ພະນະ​ທ່ານ DAMDINGIIN DEMBEREL ປະ ທານ​ສະພາ​ຄູຣານ​ໃຫຍ່ ແຫ່ງ​ ມົງ​ໂກ​ລີ. ກ່ອນ​ອື່ນ​ໝົດ ຂໍ​ຄວາມ​ກະລຸນາ ຮັບ​ເອົາຄວາມ​ຊົມ​ເຊີຍ ອັນ​ຈິ​ງໃຈຂອງ​ຂ້າພະ​ເຈົ້າ ມາ​ຍັງ​ພະນະ​ທ່ານ ເນື່ອງ​ໃນ​ໂອກາດ ​ທີ່​ພະນະ​ທ່ານ ຖືກ​ເລືອກ​ຕັ້ງ ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ສປປ ລາວ. ຂ້າພະ​ເຈົ້າ​ເຊື່ອ​ໜັ້ນ ໜັ້ັ້ນ​ເຕັມ​ປ່ຽມ​ວ່າ ຈະ​ໄດ້​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບ​ພະນະ​ທ່ານ ​ເພື່ອ​ເສີມ​ຂະຫຍາຍ ສາຍ​ພົວພັນ​ມິດຕະພາບ ອັນ​ເປັນ​ມູນ​ເຊື້ອ​ຂອງ​ສອງ​ປະ​ເທດ ​ແລະ ປະຊາຊົນ​ສອງ​ຊາດ, ​ໂດຍ​ສະ​ເພາະ​ແມ່ນ ການ​ພົວພັນ ແລະ ການ​ຮ່ວມ​ມື​ ລະ ຫວ່າງ​ອົງການ​ນິຕິບັນຍັດ ຂອງ​ສອງ​ປະ​ເທດຂອງ​ພວກ​ເຮົາ ​ໃຫ້​ຂະຫຍາຍຕົວ​ຢ່າງ​ເລີກ​ເຊິ່ງຍິ່ງໆ​ຂື້ນ. ຂໍ​ອວຍພອນ​ໃຫ້​ພະນະ​ທ່ານ ຈົ່ງ​ປະສົບ​ຜົນສຳ​ເລັດ​ອັນ​ສູງ​ສົ່ງ​ ໃນ​ໜ້າ​ທີ່​ວຽກ​ງານ, ມີ​ສຸຂະ ພາບ​ເຂັ້ມ​ແຂງ ​ແລະ ປະສົບ​ແຕ່​ຄວາມ​ຜາ​ສຸກ​ທຸກ​ປະກັນ

ໂທລະເລກສະແດງຄວາມຊົມເຊີຍ

 (30/06/2011) 

*(ຂປລ): ພະນະທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ, ແຫ່ງ ສປປ ລາວ ໄດ້ຮັບໂທລະເລກ ສະແດງຄວາມຊົມເຊີຍ ຈາກສົມ​​ເດັດ ​ອັກຄະມະຫາ​ເສນາ​ບໍດີ ເຕ​ໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກ ກຳປູເຈຍ. ໃນນາມລັດຖະບານ ແລະ ປະຊາຊົນ ກຳປູເຈຍ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມ ເຊີຍມາຍັງ ພະນະທ່ານ ເນື້ອງໃນໂອທີ່ພະນະທ່ານໄດ້ຖຶກຮັບຮອງ ອີກຄັ້ງໃໝ່ຈາກສະພາແຫ່ງຊາດ ໃນບໍ່ດົນ ມານີ້ ໃຫ້ດຳລົງຕຳແໜ່ງເປັນນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ. ຂ້າພະເຈົ້າ ມີຄວາເຊື້ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມພະຍາຍາມຮ່ວມກັນ ຂອງພວກເຮົາຈະສາມາດນຳມາເຊິ່ງຄວາມໃກ້ຊິດ ກັນ ຫລາຍຂຶ້ນ ລະຫວ່າງປະຊາຊົນສອງພວດເຮົາ ເພື່ອຮັດແໜ້ນຄວາມຜູກພັນ, ມິດຕະພາບ ແລະ ການຮ່ວມມືທີ່ເກີດດອກອອກຜົນ ເພື່ອຄວາມຜາສຸກ ແລະ ຄວາມ ຈະເລີນພັດທະນາ ຂອງສອງ ຊາດພວກເຮົາ.

 

ຜູ້ນຳລາວ ອວຍພອນວັນຊາດ ສະຫະລັດອາເມລິກາ

 (29/06/2011) 

*(ຂປລ): ພະນະ​ທ່ານ ຈູມ​ມາລີ​ໄຊ​ຍະ​ສອນ, ປະທານ​ປະ​ເທດ​ແຫ່ງ ສປປ ລາວ ແລະ ພະນະທ່ານ ດຣ. ທອງ ລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງພະນະທ່ານ ບາລັກ ໂອບາມາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມີລິກາ ແລະ ພະນະທ່ານນາງ ຮີນລາຣີ ຄລິນຕັນ, ລັດຖະມົນຕີການຕ່າງປະເທດ ແຫ່ງ ສະຫະລັດ ອາເມລິກາ ໃນໂອ ກາດວັນຊາດ ຂອງປະເທດດັ່ງກ່າວ ຄົບຮອບ 235 ປີ. ເນື້ອໃນໂທລະເລກ ລະບຸວ່າ: ໃນນາມລັດຖະບານ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ພວກຂ້າ ພະເຈົ້າ ຂໍຖືເປັນກຽດສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານພະ ນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ອາເມລິກາທຸກຖ້ວນໜ້າ.

ພວກຂ້າພະເຈົ້າຫວັງວ່າ: ບົນພື້ນຖານ ແຫ່ງຄວາມເຂົ້າໃຈ ແລະ ຈິງໃຈ ບວກໃສ່ຄວາມພະຍາຍາມ ຮ່ວມກັນຂອງສອງຝ່າຍ, ການພົວພັນ ແລະ ການຮ່ວມມືທີ່ມີຢູ່ ລະຫວ່າງ ສອງປະເທດ ສປປ ລາວ ແລະ ສະຫະລັດ ອາເມລິກາ ທີ່ດຳເນີນຢູ່ ໃນທ່ວງທ່າຂະຫຍາຍຕົວໃນທາງບວກນີ້ ຈະໄດ້ຮັບການສືບຕໍ່ພັດທະນາ ໄປ ສູ່ບາດກ້າວອັນໃໝ່ ເພື່ອຜົນປະໂຫຍດລວມຂອງປະຊາຊົນ ສອງຊາດພວກເຮົາ ກໍຄື ສັນຕິພາບໂລກ ແລະ ການ ຮ່ວມມືສາກົນ./.

ຜູ້ນຳລາວຊົມເຊີຍ ຄູ່ຮ່ວມຕຳແໜ່ງ ສ. ປອກຕຸຍການ

  (29/06/2011) 

*(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະ ແດງຄວາມ ຊົມເຊີຍ ຜ່ານທາງໂທລະເລກ ເຖິງ​ພະນະ​ທ່ານ ເປໂດຣ ປັດໄຊ ໂກແອໂຮ ໃນໂອກາດທີ່ທ່ານໄດ້ຮັບການແຕ່ງ ຕັ້ງ ໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປອກຕຸຍການ.

ເນື້ອໃນໂທລະເລກ ລະບຸວ່າ: ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນ ປະເສີດ ມາຍັງພະນະທ່ານ ຂໍຈົ່ງມີສຸຂະພາບເຂັ້ມແຂງ, ມີ ຄວາມຜາສຸກ ແລະ ມີຜົນສຳເລັດທຸກປະການ ໃນ ການປະຕິບັດໜ້າທີ່ອັນມີກຽດ ແລະ ສູງສົ່ງ ຂອງພະນະທ່ານ. ພ້ອມທັງເຊື່ອໝັ້ນວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດພວກເຮົາ ຈະໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງບໍ່ ຢຸດຢັ້ງ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອ ສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງ ໃນທົ່ວໂລກ. ໄລຍະດຽວກັນນີ້ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດສົ່ງໂທລະເລກຊົມເຊີຍ ເຖິງພະ ນະທ່ານ ປາວໂລ ປອກຕາ ໃນໂອກາດທີ່ທ່ານໄດ້ຮັບການແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງ ເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປອກຕຸຍການ ເຊັ່ນດຽວກັນ./.

ຜູ້ນຳລາວໄດ້ຮັບໂທລະເລກຊົມເຊີຍ ຈາກຜູ້ນຳມົງໂກລີ

  (28/06/2011)   

*(ຂປລ): ພະນະ​ທ່ານ ຈູມ​ມາລີ​ ໄຊ​ຍະ​ສອນ, ປະທານ​ປະ​ເທດ​ ແຫ່ງ ສປປ ລາວ; ພະນະ ທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ່າງກໍຮັບ​ໂທລະ​ເລກ​ຊົມ​ເຊີຍ​ ຈາກ​ພະນະ​ທ່ານ TSAKHIAGIIN ELBGDORJ ປະທານາທິບໍດີ ແຫ່ງ ມົງໂກລີ, ພະນະທ່ານ SUKHBAATAR BATBOLD ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ ແລະ ພະນະ ທ່ານ GOMBOJAV ZANDANSHATAR ລັດ ຖະມົນຕີຕ່າງປະເທດ ແລະ ການຄ້າ ແຫ່ງ ມົງໂກລີ ໃນໂອກາດໄດ້ຮັບຕຳແໜ່ງອີກເທື່ອໃໝ່.

ໃນນາມຕາງໜ້າໃຫ້ປະຊາຊົນມົງໂກລີ ແລະ ໃນນາມສ່ວນຕົວພວກຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນ ອົບອຸ່ນ ແລະ ຈິງໃຈມາຍັງພະນະທ່ານ ໃນໂອກາດທີ່ໄດ້ຮັບ ການແຕ່ງຕັ້ງອີກເທື່ອໜຶ່ງ ໃຫ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສປປ ລາວ. ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ພວກຂ້າພະເຈົ້າ ມີຄວາມຍິນດີທີ່ຈະໄດ້ຮ່ວມມືກັບພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນ ມິດຕະ ພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ມົງໂກລີ ແລະ ລາວ ໃຫ້ອຸດົມສົມບູນໄປດ້ວຍຄວາມໝາຍ ທາງດ້ານເສດຖະກິດ ແລະ ພາຍໃຕ້ຫລັກການ ທີ່ຕ່າງຝ່າຍ ຕ່າງມີຜົນປະໂຫຍດ. ຂໍອວຍພອນໃຫ້ພະນະທ່ານ ຈົ່ງປະສົບຜົນສຳເລັດອັນສູງ ໃນໜ້າທີ່ວຽກງານອັນມີຄວາມຮັບຜິດຊອບ ສູງ ແລະ ໃຫ້ກຽດສະຫງ່າ ຂອງພະນະທ່ານ./.

 

ລັດຖະມົນຕີການ​ຕ່າງປະ​ເທດ ສປປ ລາວ​ ໄດ້​ຮັບ​ຄຳ​ຊົມ​ເຊີຍ

 (28/06/2011)   

*(ຂປລ): ພະນະ​ທ່ານ ດຣ. ທອງ​ລຸນ ​ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ​ກະຊວງ​ການຕ່າງປະ​ເທດ ແຫ່ງ ສປປ ລາວ ​ໄດ້​ຮັບ​ໂທລະ​ເລກ ສະ​ແດງ​ຄວາມ​ຊົມ​ເຊີຍ ຈາກ​ເຈົ້າ​ຊາຍ ​ໂມ​ຮາ​ເມັດ ​ໂບນ​ເກ​ຍ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າ ​ແຫ່ງ​ ບຣູ​ໄນ​ ດາຣູຊາ​ລາມ ​​ໃນ​ໂອກາດ ທີ່ທ່ານໄດ້ຮັບການເລືອກຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງ ເປັນຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ​ກະຊວງ​ການຕ່າງປະ​ເທດ ແຫ່ງ ສປປ ລາວອີກ​ວາລະ​ໜຶ່ງ.

ຂ້າພະ​ເຈົ້າ ຂໍ​ສົ່ງ​ຄຳ​ຊົມ​ເຊີຍອັນ​ອົບ​ອຸ່ນ​ທີ່​ສຸດ ມາ​ຍັງ​ພະນະ​ທ່ານ ແລະ ຂ້າພະເຈົ້າ ມີຄວາມເພິ່ງພໍໃຈ ທີ່ໄດ້ເຮັດວຽກຮ່ວມກັບພະນະທ່ານ ໃນຕະຫລອດໄລຍະ ທີ່ຜ່ານມາ ແລະ ຂໍສະແດງຄວາມຍິນດີເປັນຢ່າງຍິ່ງ ຕໍ່ການປະກອບສ່ວນຂອງພະນະທ່ານ ໃນການຮັດແໜ້ນສາຍພົວພັນອັນດີຍິ່ງ ລະຫວ່າງ ປະຊາຊົນສອງຊາດ ພວກເຮົາ. ຂ້າພະເຈົ້າ ຫວັງວ່າ: ຈະໄດ້ສືບຕໍ່ເຮັດວຽກຮ່ວມກັນ ທັງໃນຂອບສອງຝ່າຍ ກໍຄື ໃນຖານະເພື່ອຮ່ວມ ງານໃນຂອບອາຊຽນ./.

ຜູ້ນຳລາວອວຍພອນວັນຊາດການາດາ

 (28/06/2011)   

*(ຂປລ): ພະນະ​ທ່ານ ຈູມ​ມາລີ​ ໄຊ​ຍະ​ສອນ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ​ ສປປ ລາວ, ພະນະ ທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງພະນະທ່ານ ເດວິດ ຈອນສະຕັນ, ຜູ້ສຳເລັດຣາຊະການ ແຫ່ງ ການາດາ; ພະນະທ່ານ ສະເຕເຟນ ເຈເຊບ ຮາເບີ, ນາຍົກລັດ ຖະມົນຕີ ແຫ່ງ ການາດາ ແລະ ພະນະທ່ານ ຈອນແບລ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ການາດາ ເນື່ອງໃນໂອກາດວັນຊາດການາດາ.

ເນື້ອໃນໂທລະເລກ ລະບຸວ່າ: ຕາງໜ້າໃຫ້ລັດຖະບານ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ພວກ ຂ້າພະເຈົ້າ ຂໍສະຄວາມຊົມເຊີຍຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ປະຊາຊົນ ການາດາ ທຸກຖ້ວນໜ້າ. ພວກຂ້າພະເຈົ້າ ເຊື້ອໝັ້ນວ່າ: ການພົວພັນ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນ ດີ ລະຫວ່າງ ສອງຊາດພວກເຮົາ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍໃຫ້ເຂັ້ມແຂງ ມີໝາກຜົນຍິ່ງໆຂຶ້ນໃນອະນາຄົດ ເພື່ອຜົນປະໂຫຽດລວມ ຂອງປະຊາຊົນ ສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ ແລະ ການຮ່ວມມື ເພື່ອພັດທະນາຢູ່ທົ່ວ ໂລກ./.

 

ຮອງ​ນາຍົກລັດຖະມົນຕີສົ່ງ​ສານ​ຊົມ​​ເຊີຍ​ເຖິງ​ເລຂາທິການ​ໃຫຍ່ ສປຊ

 (27/06/2011) 

(ຂປລ) ພະນະ ທ່ານ ດຣ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງພະນະທ່ານ ບັນ​ ກີ​ ມູນ, ​ເລຂາທິການ​ໃຫຍ່ ສປຊ ​ໃນ​ວັນ​ທີ 24 ມີ​ນາ 2011 ​ເຊິ່ງ​ເນື້ອ​ໃນ​ຂອງ​ສານ​ຂຽນ​ວ່າ ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ທີ່​ໄດ້​ຮັບ​ຂ່າວ​ທີ່ພະນະ​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳລົງ​ ຕຳ​ແໜ່ງ​ເປັນ​ເລຂາທິການ​ໃຫຍ່​ແຫ່ງ ສປຊ ອີກ​ໜຶ່ງ​ສະ​ໄໝ​ ໂດຍ​ໄດ້​ຮັບ​ສຽງ​ສະໜັບສະໜູນ​ຢ່າງ​ເປັນ​ເອກະສັນ​ຈາກ​ບັນດາ​ປະ​ເທດ​ສະມາຊິກ​ອົງການ ສປຊ. ​ໃນ ​ນາມ​ລັດຖະບານ, ປະຊາຊົນ​ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ​ມາ​ຍັງພະນະ​ທ່ານ

ຂ້າພະ​ເຈົ້າ​ເຫັນ​ວ່າ ການ​ທີ່ ພະນະທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່ງ​ເປັນ​ເລຂາ​ທິການ​ໃຫຍ່​ແຫ່ງ ສປຊ ອີກ​ສະ​ໄໝ​ ເປັນ​ການສະ​ແດງ​ໃຫ້​ເຫັນ​ວ່າ​ອົງການ​ ສປຊ ​ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ພະນະທ່ານ​ໄດ້​ມີ​ບົດບາດ​ອັນ​ສຳຄັນ​ໃນ​ການ​ແກ້​ໄຂ ​ແລະ ຮັບ​ມື​ກັບ​ບັນຫາ​ທີ່​ສຳຄັນທີ່ພົ້ນ​ເດັ່ນ​ຂອງ​ໂລກ​ບໍ່​ວ່າ​ຈະ​ເປັນ​ການຮັບມື​ກັບ ​ສະພາບ​ການ​ປ່ຽນ​​ແປງ​ຂອງ​ສະພາບ​ດິນ​ຟ້າ​ອາກາດ​ຈົນ​ເຖິງ​ການ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ສາກົນ, ການ​ພັດທະນາ, ການ​ລຶບລ້າງ​ຄວາມທຸກ​ ຍາກ, ການຈັດຕັ້ງປະຕິບັດ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ​ລວມທັງ​ການ​ປະຕິ​ຮູບ​ອົງການ​ສະຫະ​ປະຊາ​ຊາດ ​ແລະ ອື່ນໆ​ແນ​ໃສ່​ເພື່ອ​ໃຫ້​ອົງການ​ ສາ ມາດ​ສືບຕໍ່​ແກ້​ໄຂ ​ແລະ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ພວກ​ເຮົາ​ສືບຕໍ່​ປະ​ເຊີນ​ຢູ່, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນວ່າ​ ພາຍ​ໃຕ້​ການ​ນຳພາ​ອັນ​ສະຫລາດ​ສ່ອງ​ໃສ​ຂອງ​ ພະນະທ່ານ, ອົງການ ສປຊ ຈະ​ສືບຕໍ່​ປະສົບ​ຜົນ​ສຳ​ເລັດ​ໃຫຍ່​ຫລວງ​ກວ່າ​ເກົ່າ​ ໃນ​ການ​ປະຕິບັດ​ເປົ້າ​ໝາຍ​ຕ່າງໆ​ເພື່ອ​ສ້າງ​ໃຫ້​ໂລກ​ນີ້​​ປັດສະ​ຈາກ​ໄພ​ຂົ່ມຂູ່, ຄວາມ​ອຶດຫິວ, ພະຍາດ​ ລະບາດ ​ແລະ ສາມາດ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ​ຕາມ​ກຳນົດ​ເວລາ​ທີ່​ວອງ​ໄວ

​ໂອກາດ​ນີ້ ສປປລາວ ​ກຽມພ້ອມ​ທີ່​ຈະ​ສືບຕໍ່​ໃຫ້ການ​ຮ່ວມ​ມື ​ແລະ ສະໜັບສະໜູນ​ຄວາມ​ພະຍາຍາມ​ຂອງພະນະ​ທ່ານ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ອັນ​ມີ​ກຽດ​ຂອງ ພະນະ​ທ່ານ ​ແລະ ຂ້າພະ​ເຈົ້າ​ຂໍ​ຖື​ໂອກາດ​ນີ້ອວຍ​ພ​ອນ​ໃຫ້ພະນະ​ທ່ານ​ຈົ່ງ​ປະສົບ​ຜົນ​ສຳ​ເລັດ​ໃຫຍ່​ຫລວງ​ກວ່າ​ເກົ່າ​ໃນ​ການ​ດຳລົງ​ດຳ​ແໜ່ງ​ເປັນ​ເລ​ຂາທິການ​ໃຫຍ່ ສປຊ ອີກ​ວາລະ​ໜຶ່ງ./.

ຜູ້​ນຳ​​ສິງກະ​ໂປ​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ​ຜູ້​ນຳ​ລາວ

 (27/06/2011)   

(ຂປລ) ທ່ານ ​ເອສອານາ​ທານ ປະທານາທິບໍດີ​ແຫ່ງ​ສາທາ​​ລະນະ​ລັດ​ສິງກະ​ໂປ ​ແລະ ທ່ານ ເຄຊານ ມູກາມ​ ລັດຖະມົນຕີ​​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ ສ.​ສິງກະ​ໂປ​ ໄດ້​ສົ່ງ​​ໂທລະ​ເລກ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ​ມາ​​ຍັງທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ​ ໃນ​ໂອກາດ​ທີ່ທ່ານໄດ້​ຮັບ​ການ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜງ​ເປັນ​ປະທານ​ ປະ​ເທດ​ແຫ່ງ ສປປ ລາວ ອີກ​ສະ​ໄຫມ​ຫນຶ່ງ, ​ແລະ ທ່ານ ດຣ ທອງ​ລຸນ ສີ​ສຸ​ລິດ, ທີ່ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜງ​ເປັນຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ ສປປ ລາວ ​ອີກ​ວາລະ​ໜຶ່ງ​

​ເນື້ອ​ໃນ​ໂທລະ​ໄດ້​ລະບຸ​ວ່າ ພາຍ​ໃຕ້​ການ​ນຳພາ​ຂອງ​ພະນະ​ທ່ານ ​ປະ​ເທດ​ລາວ​ໄດ້​ມີ​ບາດກ້າວ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​ໃນ​​ໄລຍະ 5 ປີ​ທີ່​ຜ່ານ​ມາ ​ພວກ​ຂ້າພະ ​ເຈົ້າ​ເຊື່ອ​ໝັ້ນວ່າ​ປະ​ເທດ​ລາວ​ຈະ​ສືບຕໍ່​ຂະຫຍາຍ​ຕົວ ​ແລະ ຈະ​ເລີ​ນ ຮຸ່ງ​ເຮື່ອ​ງພາຍ​ໃຕ້​ການ​ນຳພາ​ອັນ​ປີ​ຊາ​ສາມາດ​ຂອງ​ພະນະ​ທ່ານ​, ການ​ພົວພັນ​ລະຫວ່າງ​ລາວ ​ແລະ ສິງກະ​ໂປ​ ໄດ້​ເຕີບ​ໃຫຍ່ຂະຫຍາຍຕົວ​ຢ່າງ​ເຂັ້ມ​ແຂງ​ເປັນ​ກ້າວໆ, ນອກຈາກ​ການ​ຮ່ວມ​ມື​ອັນ​​ໃກ້ຊິດ​ໃນ​ທຸກລະ​ດັບ​ ລະຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ​ຍັງ​​ໄດ້​ເຮັດ​ວຽກ ​ຮ່ວມ​ກັນ​ຢ່າງ​​ໃກ້​ຊິດ​ໃນ​ຂອບ​ອາ​ຊຽນ, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນວ່າການ​ພົວພັນ​ຂອງ​ພວກ​ເຮົາ​ຈະ​ສືບຕໍ່​ໄດ້​ຮັບ​ການ​ຮັດ​ແໜ້ນ​ຍິ່ງ​ຂຶ້ນ​ໃນ​ອານາ​ຄົດ​ຂ້າງໜ້ານ ີ້./.

ຜູ້ນຳ​ລາວ​ໄດ້​ຮັບໂທລະເລກສະແດງຄວາມຊົມເຊີຍຈາກສິງກະໂປ

 (27/06/2011)   

*(ຂປລ): ພະນະ​ທ່ານ ຈູມ​ມາລີ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ແຫ່ງ ສປປ ລາວ,ພະນະທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ​ສປປ ລາວ, ພະນະທ່ານ ທອງລຸນ ສີສຸລິດ ຮອງ ນາຍົກລັດຖະມົນຕີ, ແຫ່ງ ສປປ ລາວ ໄດ້ ຮັບ​ໂທລະ​ເລກ​ຊົມ​ເຊີຍ​ຈາກ​ພະນະ​ທ່ານ ເອສ ອານາທານ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ, ພະນະທ່ານ ລີຊ່ຽນລຸງ ນາຍົກລັດຖະມົນຕີ ສິງກາໂປ ແລະ ພະນະທ່ານເຄ ຊານມູກາມ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ລັດຖະ ມົນຕີວ່າການກະຊວງກົດໝາຍ ແຫ່ງສິງກະໂປ ເນື່ອງໂອກາດທີ່ໄດຮັບການການເລືອກຕັ້ັ້ງອີກເທື່ອໃໝ່ .

ພວກຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນມາຍັງພະນະທ່ານໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງອີກ ເທື່ອໜຶ່ງໃຫ້ດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງສປປ ລາວ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຮອງນາຍົກ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ພາຍໃຕ້ການນຳພາຂອງ ພະນະທ່ານ, ປະເທດລາວໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງໃນໄລຍະ 5 ປີທີ່ຜ່ານມາ. ຂ້າພະເຈົ້າເຊື່ອໜັ້ນວ່າ ປະເທດລາວຈະສຶບຕໍ່ ຂະຫຍາຍຕົວ ແລະ ຈະເລີນຮຸ່ງເຮືອງ ພາຍໃຕ້ການນຳພາອັນປີຊາສາມາດຂອງພະນະທ່ານ. ການພົວພັນລະຫວ່າງລາວ-ສິງກະໂປໄດ້ເຕິບໃຫຍ່ຢ່າງເຂັ້ມແຂງເປັນກ້າວໆ. ນອກຈາກນີ້ ການຮ່ວມ ມືຢ່າງໃກ້ຊິດໃນທຸກລະດັບລະຫວ່າງສອງປະເທດ, ພວກເຮົາຍັງໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດໃນຂອບ ອາຊຽນ.ຂ້າພະເຈົ້າເຊື່ອໜັ້ນວ່າການພົວພັນ ຂອງພວກເຮົາຈະສຶບຕໍ່ໄດຮັບການຮັດແໜ້ນຍິ່ງໆຂື້ນໃນ ອານາ ຄົດ.

 

ສານ​ຊົມ​ເຊີຍ

 (24/06/2011)   

(ຂປລ): ພະນະ​ທ່ານ​ ດ.​ເມດ​ເວ​ເດບ, ປະທາ​ນາ​ທິບໍດີ ແຫ່ງ ສ.ຣັດ​ເຊຍ ​ໄດ້​ສົ່ງ​ສາ​ນຊົມ​ເຊີຍ​ເຖິງ ພະນະ​ທ່ານ ​ຈູມ​ມາລີ ໄຊ​ຍະ​ສອນ, ປະທານ​ປະ​ເທດ​ ແຫ່ງ ສປປ ລາວ ທີ່​ນະຄອນຫລວງ​ວຽງ​ຈັນ, ​ເນື້ອ​ໃນ​ສານ​ຊົມ​ເຊີຍ​ຂຽນວ່າ:

ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍຢ່າງ​ຈິງ​ໃຈ ມາຍັ​ງພະນະ​ທ່ານ ເນື່ອງ​ໃນ​ໂອກາດ​ທີ່​ພະນະ​ທ່ານ ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແຫນ່​ງ ​ເປັນ​ທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະ​ຊາຊົນ​ລາວ ອີກ​ສະ​ໄຫມ​ຫນຶ່ງ. ຣັດ​ເຊຍ ​ແລະ ລາວ ​ໄດ້​ມີ​ການ​ພົວພັນ​ມິດຕະພາບ, ມີ​ຄວາມ​ໄວ້​ເນື້ອ​ເຊື່​ອ​ໃຈ ​ແລະ ​ເປັນ​ຄູ່​ຮ່ວມ ​ທີ່​ມີ​ຫມາກ​ມີ​ຜົນມາ​ແຕ່​ດົນ​ນານ. ຂ້າພະ​ເຈົ້າຫວັງ​ວ່າ: ຈະ​ສືບຕໍ່​ເຮັດ​ວຽກ​ຮ່ວມ​ກັບ​ພະນະ​ທ່ານ ເພື່ອ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື ຂອງ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ ​ໃນ​ທຸກໆ​ຂົງ​ເຂດ. ຂ້າພະ​ເຈົ້າຫວັງ​ວ່າ, ການ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ລະຫວ່າງ ຣັດ​ເຊຍ-ລາວ ​ໃນ​ດ້ານ​ເສດຖະກິດ-ການ​ຄ້າ, ວິທະຍາສາດ-​ເຕັກນິກ, ວັດທະນະທຳ, ມະນຸດສະທຳ ​ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນໆ ຈະ​ຕອບ​ສະຫນອງ​ຢ່າງ​ເຕັມ​ສ່ວນ ໃຫ້​ແກ່​ຜົນ​ປະ​ໂຫຍ​ດຂອງ​ສອງ​ ຊາດ​ພວກ​ເຮົາ, ທັງ​ຕອບ​ສະຫນອງ​ ໃຫ້​ແກ່​ການ​ເສີມ​ຂະຫຍາຍ​ການ​ເຈລະຈາ ທາງ​ດ້ານ​ການ​ເມືອງ ​ເພື່ອ​ຊຸກ​ຍູ້​ຮັກສາ​ສັນຕິພາບ ແລະ ສະ​ເຖຍລະ​ພາບ, ສ້າງ​ສະຖາ ​ປັດ​ຕະຍະ​ກຳ​ໃຫມ່ ໃຫ້​ແກ່​ຄວາມ​ຫມັ້ນຄົງ ​ໃນ​ຂົງ​ເຂດ​ອາຊີ-ປາຊີ​ຟິກ. ຂ້າພະ​ເຈົ້າ​ເຊື່ອ​ຫມັ້ນວ່າ: ການ​ຢ້ຽມຢາມຣັດ​ເຊຍ ຢ່າງ​ເປັນ​ທາງ​ການ​ຂອງ​ພະນະ​ທ່ານ ທີ່​ຈະມາ​ເຖິງ​ນີ້ ຈະ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ ເພື່ອ​ບັນລຸ​ເປົ້າຫມາຍ​ດັ່ງກ່າວ​ຂ້າງ​ເທິງ,​ ສ່ວນ​ວັນ​ເວລາ​ຂອງ​ການ​ຢ້ຽມ ຢາມ ຈະ​ໄດ້​ຕົກລົງ​ຜ່ານ​ສາຍ​ການ​ທູດ. ຂ້າພະ​ເຈົ້າຍິນ​ດີ​ຕ້ອນຮັບ​ພະນະ​ທ່ານ​ ສູ່ດິນ​ແດນ​ແຫ່ງ​ປະ​ເທດຣັດ​ເຊຍ. ຂ້າພະ​ເຈົ້າ ຂໍ​ອວຍພອນ​ມາຍັງພະນະ​ທ່ານ ຈົ່ງ​ມີ​ພະ​ລະ​ນາ​ໄມ​ເຂັ້ມ​ແຂງ ແລະ ປະສົບ​ ຜົນສຳ​ເລັດ ​ໃນ​ພາລະກິດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ທ້າ​ທາຍ ຂອງ​ພະນະ​ທ່ານ ​ແລະ ຂໍ​ອວຍພອນ​ໃຫ້​ປະຊາຊົນ​ລາວເພື່ອນ​ມິດ ຈົ່ງ​ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ ​ແລະ ຈະ​ເລີ​ນ ວັດທະນາ. ​ໃນ​ໂອກາດ​ດຽວ​ກັນ, ພະນະ​ທ່ານ ​ວະ​ລາ​ດີ​ເມຍ ປູ​ຕິນ, ນາຍົກລັດຖະມົນຕີ ແຫ່ງ ສ.ຣັດ​ເຊັຍ ​ແລະ ພະ ນະ​ທ່ານ​ ເຊຣ​ເກ ລາ​ວະຣົບ, ລັດຖະມົນ​ຕີ​ວ່າ ການ​ກະຊວງ​ການ​ຕ່າງປະ​ເທດ​ ແຫ່ງ ສ.ຣັດ​ເຊັຍ ກໍ​ໄດ້ສົ່ງ​ສານ​ຊົມ​ເຊີຍ ​ເຖິງ​ພະນະ​ທ່ານ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ແລະ ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ເຊັ່ນ​ດຽວ​ກັນ./.

 

ໂທລະ​ເລກ​ຊົມ​ເຊີຍ

(24/06/2011)   

*(ຂປລ):​​ ໃນ​ວັນ​ທີ 17 ມິຖຸນາ​ 2011 ນີ້, ພະນະ​ທ່ານ ​ເຊັນ ມາ​ນໂມ​ຮານ​ ຊິງ, ນາຍົກລັດຖະມົນຕີ​ ແຫ່ງ​ ສາທາລະນະ​ລັດ ​ອິນ​ເດັຍ​ ໄດ້​ສົ່ງ​ໂທລະ​ເລກ​​ຊົມ​ເຊີຍ ​ເຖິງພະນະທ່ານ​ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ​ໃນ​ໂອກາດ​ຖືກ​ແຕ່ງຕັ້ງດຳ​ລົງ​ຕຳ​ແຫນ່​ງ​ເປັນນາຍົກລັດຖະມົນຕີອີກ​ສະ​ໄຫມ​ຫນຶ່ງ ຊຶ່ງ​ເນື້ອ​ໃນໂທລະ​ເລກ​ຂຽນ​ວ່າ:

ໃນ​ນາມ​ລັດຖະບານ ແລະ ປະຊາຊົນ​ ແຫ່ງ ສ.ອິນ​ເດຍ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ ຂໍ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ​ ແລະ ພອນໄຊອັນປະເສີດ ມາຍັງພະນະ ​ທ່ານ ຂໍ​ອວຍພອນ​ໃຫ້​ພະນະ​ທ່ານ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ​ແລະ ປະສົບ​ຜົນສຳ​ເລັດໃນການປະຕິບັດໜ້າທີ່ອັນມີກຽດສູງຍົ່ງຂອງພະນະທ່ານ. ​ໃນ​ ຫລາຍ​ປີຜ່ານມາ, ການ​ພົວພັນ​ລະຫວ່າງ ສ.ອິນ​ເດຍ ​ແລະ ສປປ ລາວ ​ໄດ້​ຮັບ​ການ​ຂະຫຍາ​ຍຕົວ, ພວກ​ເຮົາ​ບໍ່​ພຽງ​ແຕ່​ມີ​ມູນ​ເຊື້ອ​ການ​ພົວພັນ​ຢ່າງ​ເລິກ​ເຊິ່ງ ທາງ​ດ້ານ​ ປະ​ຫວັດ​ສາດ ​ແລະ ວັດທະນະທຳ​ເທົ່ານັ້ນ, ແຕ່​ສາຍ​ພົວພັນ​ຂອງ​ພວກ​ເຮົາ ກໍ​ຍັງ​ໄດ້​ຮັບ​ການ​ພັດທະນາອອກ​ໄປ​ໃນ​ທຸກ​ຂົງ​ເຂດ ຢ່າງ​ເປັນ​ທີ່​ຫນ້າ​ເພິ່ງ​ພໍ​ໃຈ​ ອີກ​ດ້ວຍ. ການ​ດຳ​ເນີນ​ນະ​ໂຍບາຍ​​ເສດຖະກິດ ​ເພື່ອ​ພັດທະນາ​ເສດຖະກິດ ​ໂດຍ​ມີ​ເປົ້າຫມາຍ ​ເພື່ອ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ພວກ​ເຮົາໃຫ້​ດີ​ຂຶ້ນນັ້ນ ໄດ້​ເຮັດ​ໃຫ້​ ສາຍ​ພົວພັນ​ມິດຕະພາບຂອງ​ພວກ​ເຮົາ ​ໄດ້​ຮັບ​ການ​ຮັດ​ແຫນ້ນ​ຍິ່ງ​ໆຂຶ້ນ. ສປປ ລາວ ​ເປັນ​ຄູ່​ຮ່ວມມືທີ່​ສຳຄັນ ແລະ ຕັດຂາດ​ບໍ່​ໄດ້​ຂອງ​ອິ​ນເດຍ ​ໃນ​ຂົງ​ເຂດອາ​ຊຽນ ແລະ ອື່ນໆ. ໃນ​ຖານະ​ທີ່​ເປັນ​ປ​ະ​ເທດ​ເພື່ອນ​ມິດ​ຂອງ ສປປ ລາວ, ອິນ​ເດຍ ຈະ​ສືບຕໍ່​ແບ່ງປັນ​ປະສົບ​ການ​ຂອງ​ປະ ເທດ​ຂອງ​ພະນະ​ທ່ານ ເພື່ອ​ບັນລຸ​ບັນດາ​ເປົ້າ ຫມາຍ ​ໃນ​ການ​ພັດທະນາ. ພວກ​ເຮົາ​ຂໍ​ຢືນຢັນ ​ຈະສືບຕໍ່ເພີ່ມ​ທະວີ​ຮັດ​ແຫນ້ນ​ສາຍ​ພົວພັນ​ຄູ່​ຮ່ວມ​ຂອງ​ພວກ​ເຮົາ ທີ່​ເຂັ້ມ​ແຂງ​ຢູ່​ແລ້ວນັ້ນ ໃຫ້​ແໜ້ນ​ແຟ້ນຍິ່ງໆ​ຂຶ້ນ ບໍ່​ ພຽງ​ແຕ່​ຂົງ​ເຂດ​ການ​ເມືອງ ​ແລະ ​ເສດຖະກິດ ​ເທົ່າ​ນັ້ນ ມີທັງ​ໃນ​ດ້ານ​ວັດທະນະທຳ, ວິ​ທະ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ແລະ ການ​ທ່ອງ​ທ່ຽວ./.

 

ໂທລະ​ເລກ​ຂອບ​ໃຈ

(23/06/2011)   

(ຂປລ): ​ໃນ​ວັນ​ທີ 22 ມິ​ຖຸນານີ້, ສະຫາຍ​ ຫງວຽນ ຝູ ຈ້ອງ, ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ ສູນ​ກາງ​ພັກ ກອມ​ມູນິດ​ຫວຽດນາມ, ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ສາທາ​ລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ ​ໄດ້​ສົ່ງ​ໂທລະ​ເລກ​ຂອບ​ໃຈ ​ເຖິງ​ສະຫາຍ​ຈູມ​ມາລີ ໄຊ​ຍະ​ສອນ, ​ເລຂາ​ການ​ໃຫຍ່ ຄະນະ​ບໍລິ​ຫານງານ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ, ປະທານ​ປະ​ເທດ​ແຫ່ງ ສປປລາວ ​ແລະ ພັນ​ລະ​ຍາ.

ຈາກ​ສະຫວັນ​ນະ​ເຂດ ກັບ​ຄື​ນປະ​ເທດ ສິ້ນສຸດ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ ສປປລາວ, ຂ້າ​ພະ​ເຈົ້າ ​ແລະ ພັນ​ລະ​ຍາ ພ້ອມດ້ວຍຄະນະ​ຜູ້​ແທນ​ຂັ້ນສູງ​ຂອງ​ ຫວຽດ ນາມ ສະ​ແດງ​ຄວາມ​ອຳ​ລາ ຢ່າງ​ສະຫນິດສະຫນົມ ​ແລະ ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ມາ​ຍັງ​ສະຫາຍ ​ແລະ ພັນ​ລະ​ຍາ ພ້ອມດ້ວຍບັນດາ​ສະຫາຍ ​ການ​ນຳ​ ຂອງ​ພັກ-ລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ ແລະ ປະຊາຊົນ ລາວ​ອ້າຍ​ນ້ອງທຸກ​ຖ້ວນ​ຫນ້າ ທີ່​ໄດ້​ໃຫ້​ການ​ຕ້ອນຮັບ​ອັນ​ສະຫນິດສະຫນົມ, ສົມ​ກຽດ ​ແລະ ຮອບ​ ຄອບ​ແກ່​ພວກ​ຂ້າພະ​ເຈົ້າ ​ເຊິ່ງສະ​ແດງ​ອອກ​ເຖິງ​ສາຍ​ພົວພັນ​ພິ​ເສດ ລາວ-ຫວຽດນາມ ອັນ​ເລິກ​ເຊິ່ງ.

ພວກ​ຂ້າພ​ະ​ເຈົ້າ ​ເຊື່ອຫມັ້ນວ່າ ຜົນສຳ​ເລັດ​ອັນ​ຈົບງາມ​ຂອງ​ການ​ຢ້ຽມຢາມ​ຄັ້ງນີ້ ຈະ​ເປັນ​ການ​ປະກອບສ່ວນ​ຊຸກ​ຍູ້​ສາຍ​ພົວພັນ​ມິດຕະພາບ ອັນ​ເປັນ​ມູນ​ເຊື້ອ, ຄວາມ ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ-ຫວຽດນາມ ຂຶ້ນສູ່​ຍອດ​ສູງ​ອັນ​ໃຫມ່, ກ້າວ​ເຂົ້າສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ ແລະ ​ແທດ​ເຫມາະກັບ​ຕົວ​ຈິງ, ​ເພື່ອ​ຄວາມ​ສົມບູນ​ພູນ​ສຸກ​ຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະ​ເຖຍ​ລະພາບ, ການ​ຮ່ວມ​ມື ແລະ ການ​ພັດທະນາ ຢູ່​ໃນ​ພາກພື້ນ ​ແລະ ​ໃນ​ໂລກ.

ອວຍພອນ​ໃຫ້​ປະຊາຊົນ​ລາວ​ອ້າຍ​ນ້ອງ ພາຍ​ໃຕ້​ການ​ນຳພາ​ອັນ​ສະຫລາດ​ສ່ອງ​ໃສ​ຂອງ​ພັກ ປະຊາຊົນ​ປະຕິວັດ​ລາວ ຈົ່ງ​ສືບຕໍ່​ຍາດ​ໄດ້​ຜົນສຳ​ເລັດ​ໃຫມ່ ໃຫຍ່​ຫລວງ​ ກວ່າ​ເກົ່າ ​ໃນ​ພາລະກິດ ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ປະຕິບັດ​ສຳ​ເລັດ​ຜົນ​ຢ່າງ​ມີ​ໄຊ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 9 ຂອງ​ພັກ, ສຳ​ເລັດ​ເປົ້າຫມາຍ​ນຳ​ເອົາ​ປະ​ເທດ​ຊາດ ຫລຸດ​ພົ້ນອອກ​ຈາກ​ຄວາມ​ດ້ອຍ​ພັດທະນາ ​ໃນ​ປີ 2020. ອວຍພອນ​ໃຫ້​ສະຫາຍ ​ແລະ ພັນ​ລະ​ຍາ ຈົ່ງ​ມີ​ພາລະ​ນາ​ໄມ​ສົມບູນ, ມີ​ຄວາມ​ຜາ​ສຸກ ​ແລະ ສຳ​ເລັດ​ຜົນ​ ໃນ​ຫນ້າ​ທີ່​ວຽກ​ງານ ອັນ​ມີ​ກຽດ​ຂອງ​ຕົນ. ອວຍພອນ​ສາຍ​ພົວພັນ​ມິດຕະພາບ ອັນ​ເປັນ​ມູນ​ເຊື້ອ ຄວາ​ມສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ-ຫວຽດນາມ ຈົ່ງ​ຂຽວ​ສົດ​ງົດ​ງາມ ​ແລະ ຫມັ້ນຄົງ​ຂະ​ນົງ​ແກ່​ຕະຫລອດ​ກາລະ​ນານ.

 

ຜູ້ນຳລາວໄດ້ຮັບໂທລະເລກສະແດງຄວາມຊົມເຊີຍ

(22/06/2011)     

*(ຂປລ) ພະນະ ທ່ານຈູມມະລີ ໄຊຍະສອນປະທານປະເທດ ແຫ່ງສປປ ລາວ ແລະ ພະນະ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບ ໂທລະເລກ ສະແດງ ຄວາມຊົມເຊີຍຈາກ ສົມເດັດ ຊຸນຕານ ຮາຈິ ຮັດ ຊານານ ໂບນເກຍ ແຫ່ງບຣູໄນ . ຂ້າພະເຈົ້າ ຂໍຖືເປັນກຽດ ສົ່ງຄຳອວຍພອນ ອັນອົບອຸ່ນທີ່ສຸດ ມາຍັງພະນະ ທ່ານ ໃນໂອ ກາດທີ່ພະນະທ່ານ ຈູມາລີ ໄຊຍະສອນໄດ້ຮັບການແຕ່ງຕັ້ງ ໃຫ້ດຳລົງ ຕຳແໜ່ງເປັນປະທານ ປະເທດ ແຫ່ງສປປ ລາວອີກສະໄໝ່ໜື່ງ ແລະ ພະນະທ່ານ ທອງສິງທຳມະວົງໄດ້ຮັບການແຕ່ງ ຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ອີກສະໄໝ່ໜື່ງ. ຂ້າພະເຈົ້າ ຍັງມີຄວາມຮູ້ສຶກເປັນກຽດທີ່ໄດ້ພົບ ປະກັບພະນະທ່ານໃນໄລຍະຜ່ານມາ ແລະ ຂ້າພະເຈົ້າຂໍອວຍພອນໃຫ້ພະນະທ່ານຈົ່ງປະສົບຜົນສຳເລັດ ອັນໃຫຍ່ຫລວງ ແລະ ຫວັງ ວ່າ ຈະໄດ້ສືບຕໍ່ເຮັດວຽກຮ່ວມ ກັນກັບພະນະທ່ານຢ່າງໃກ້ຊິດ ເພື່ອຮັດແໜ້ນສາຍພົວພັນ ມິດຕະພາບອັນໃກ້ຊິດ ລະຫວ່າງສອງປະເທດພວກເຮົາ ທັງໃນຂອບ ສອງຝ່າຍກໍຄືຄູ່ຮ່ວມມືໃນຂອບ ອາຊຽນ. ຂ້າພະເຈົ້າຂໍອວຍພອນ ໃຫ້ພະນະທ່ານຈົ່ງໄດ້ຮັບຜົນສຳເລັດ ໃນການເປັນ ເຈົ້າພາບ ຈັດກອງປະຊຸມສຸດຍອດອາເຊັມ(ອາຊີ-ເອີຣົບ) ຄັ້ງທີ 9 ໃນປີໜ້າ.

ຜູ້ນຳລາວອວຍພອນວັນຊາດຣາຊະອານາຈັກລຸກຊຳບວກ

 (22/06/2011)     

*(ຂປລ) ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ ແຫ່ງສປປ ລາວ, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ດຣ ທອງລຸນສີສຸລິດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທ ລະ ເລກ ອວຍພອນວັນຊາດເຖິງ ເຈົ້າຟ້າ ຊາຍແກຣນ ແຫ່ງຣາຊະອານາຈັກ ລຸກຊຳບວກ, ພະນະທ່ານ ຊັງໂກຼດ ຍຸງເກີ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ລຸກຊຳບວກ ແລະ ພະນະທ່ານ ຊັງ ອາສ ແຊນບອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງຣາຊະອານາຈັກ ລຸກຊຳບວກເນື່ອງໃນໂອກາດວັນຊາດ ແຫ່ງຣາຊະອາ ນາຈັກ ລຸກຊຳບວກ.

ຕາງໜ້າໃຫ້ລັດຖະບານ ແຫ່ງສປປ ລາວ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າ ພະເຈົ້າ ຂໍຖືເປັນກຽດ ສົ່ງຄຳຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະອົງ , ພະນະທ່ານ ແລະ ຜ່ານພະອົງ, ພະນະທ່ານ ໄປຍັງປະຊາຊົນລຸກຊຳບວກ ທຸກຖ້ວນໜ້າ ຈົ່ງມີພາລະນາໄມສົມບູນ ແລະ ມີຄວາມຜາສຸກ ຕະຫລອດ ກາລະນານ. ພວກຂ້າພະເຈົ້າ ໜັ້ນໃຈໃວ່າ ສາຍພົວພັນມິດຕະພາບ ອັນສະໜິດສະໜົມ ແລະ ການ ຮ່ວມມື ອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກລຸກຊຳບວກ ຈະໄດ້ຮັບການສືບຕໍ່ເສີມສ້າງໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຢ່າງ ບໍ່ຢຸດຢັ້ງ ເພື່ອຜົນປະໂຫຽດຂອງ ປະຊາຊົນສອງຊາດພວກເຮົາ ກໍຄືສັນຕິພາບໂລກ ແລະ ການ ຮ່ວມມືສາກົນ ເພື່ອການພັດທະນາ

ຜູ້ນຳລາວໄດ້ຮັບຄຳຊົມເຊີຍຈາກຜູ້ນຳກຳປູເຈຍ

 (22/06/2011)     

*(ຂປລ): ພະນະທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ່າງກໍໄດ້ຮັບຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊ ອັນປະເສີດ ຜ່ານທາງໂທລະເລກ ຈາກຜູ້ນຳກຳປູເຈຍ ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຣີ ເຮັງ ຊຳຣິນ, ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ກຳ ປູເຈຍ, ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ຮໍ ນຳ ຮົງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງ ການຕ່າງປະເທດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນໂອກາດທີ່ບັນດາທ່ານຜູ້ນຳລາວໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງການນຳອີກເທື່ອໜຶ່ງ. ບັນດາທ່ານ ຜູ້ນຳ ແຫ່ງຣາຊະອານາຈັກ ກຳປູເຈຍ ຕ່າງກໍໄດ້ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊ ອັນປະເສີດ ມາຍັງບັນດາທ່ານຜູ້ນຳລາວ ແລະ ຜ່ານບັນດາທ່ານ ໄປຍັງປະຊາຊົນ ແຫ່ງ ສປປ ລາວ ຈົາງມີສຸ ຂະພາບເຂັ້ມແຂງ, ປະສົບຜົນສຳເລັດ ແລະ ມີຄວາມຈະເລີນສັດທະນາຕະຫລອດໄປ. ພ້ອມທັງ ສະແດງຄວາມ ເຊື່ອໝັ້ນວ່າ: ສາຍພົວພັນ ມິດຕະພາບຖານອ້ານນ້ອງ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ກຳປູເຈຍ ແລະ ລາວ ຈະສືບຕໍ່ເສີມ ຂະຫຍາຍ ແລະ ຮັດ ແໜ້ນຂຶ້ນຕື່ມໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ./.

 

ໂທລະ​ເລກ​ສະ​ແດງ​ຄວາມ​ຊົຍ​ເຊີຍ

 (17/06/2011)   

*(ຂປລ): ບັນດາ​ຜູ້​ນຳ ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ ​ເກົາຫລີ ​ໄດ້​ສົ່ງ​ໂທລະ​ເລກສະ​ແດງ​ຄວາມ​ຊົມ​ເຊີຍ​ມາ​ຍັງມາ​ຍັງ​ທ່ານ​ຜູ້ນຳ​ລາວ ຊຶ່ງ​ປະກອບ​ມີ: ສະຫາຍ ກິມ ຢົງ​ ນາມ, ປະທານ​ຄະນະ​ ປະທານ​ສະ ພາ​ປະຊາຊົນ​ສູງ​ສຸດ ​ແຫ່ງ ສປປ ​ເກົາຫລີ ​ເຖິງສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ ປະທານ​ປະ​ເທດ ​ແຫ່ງ ສາທາ​ລະນະ​ລັດ​ ປະຊາທິປະ​ໄຕ ປະຊາຊົນ​ລາວ ອີກ​ສະ​ໄໝ​ໜຶ່ງ; ສະຫາຍ ​ແຈ ຢົງ ລິ​ມ, ນາຍົກລັດຖະມົນຕີ​ ແຫ່ງ ສປປ ​ເກົາຫລີ ​ເຖິງ ສະຫາຍ​ ທອງ​ສິງ ທຳ​ມະ​ວົງ ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ນາຍົກ ລັດຖະມົນຕີ ​ແຫ່ງ ສປປ ລາວ ອີກ​ສະ​ໄໝ​ໜຶ່ງ ​ແລະ ສະຫາຍ​ ປັກ ອຸຍ ຈຸນ, ລັດຖະມົນຕີ​ວ່າ ການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ​ເກົາຫລີ ເຖິງສະຫາຍ ດຣ. ທອງ​ລຸນ ສີ​ສຸ​ລິດ ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຮອງ​ນາຍົກ ລັດຖະມົນຕີ, ລັດຖະມົນຕີ​ວ່າ ການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ອີກ​ສະ​​ໄໝ​ໜຶ່ງ. ​​ບັນດາ​ຜູ້ນຳ ສປປ ​ເກົາຫລີ ຕ່າງ​ກໍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ອັນ​ຈິງ​ໃຈ ມາ​ຍັງ​ທ່ານ​ຜູ້ນຳ​ລາວ ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງອີກ​ເທື່ອ​​ໃໝ່ ​ໃນ​ກອງ​ປະຊຸມ​ຄັ້ງປະຖົມມະ​ເລີກ​ຂອງ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ VII ຈົ່ງ​ປະສົບ​ຜົນສຳ​ເລັດ​ອັນ​ໃຫຍ້​ຫລວງ​ ກວ່າ​ເກົ່າ​ໃນ​ໜ້າ​ທີ່​ວຽກ​ງານ ​ເພື່ອ​ການ​ພັດທະນາ​ປະ​ເທດ​ຊາດ, ຍົກ​ສູງ​ ຊີ​ວິກການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້ດີ​ຂຶ້ນ. ພ້ອມ​ທັງ​ ສະ​ແດງ​ຄວາມ​ເຊື່​ອໝັ້ນວ່າ: ​ສາຍ​ພົວ ພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ມີ​ມູນ​ເຊື້ອ ລະຫວ່າງ ​ສອງ​ປະ​ເທດ​ພວກ​ເຮົາ ຈະ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ຂະຫຍາຍຕົວ​ຍິ່ງໆ​ຂຶ້ນ​ໃນຕໍ່ໜ້າ ຊຶ່ງ​ໄດ້​ຮັບ​ການ ​ສ້າງ​ຂຶ້ນບົນ​​ເສັ້ນທາງ​ ແຫ່ງ​ພາລະກິດ​ລວມຕ້ານ​ຈັກກະພັດ ​ເພື່ອ​ສັງຄົມ​ນິຍົມ./.

 

ໂທລະ​ເລກ​ຊົມ​ເຊີຍ​ຈາກ​ຜູ້ນຳ ສປ ຈີນ

 (17/06/2011) 

*(ຂປລ): ບັນດາຜູ້ນຳ ສາທາລະນະ​ລັດ ​ປະຊາຊົນ ​ຈີນ ​ໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ຄວາມ​ຊົມ​ເຊີຍ ​ມາ​ຍັງ​ບັນດາ​ທ່ານ​ຜູ້ນຳລາວ ​ເນື່ອງ​ໃນ​ໂອກາດ​ທີ່​ໄດ້​ຮັບ​ຕຳ​ແໜ່ງ​ ໃໝ່ ຊຶ່ງ​ປະກອບ​ມີ: ສະຫາຍ ຮູ ຈິນ ທາວ, ປະ ທານ​ປະ​ເທດ​​ແຫ່ງ ສາທາລະນະ​ລັດ​ ປະຊາຊົນ​ຈີນ ​ເຖິງສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ ປະທານ​ປະ​ເທດ ​ແຫ່ງ ສາທາ​ລະນະ​ລັດ​ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ສະຫາຍ ຊິ ຈິນ ພິງ, ຮອງ​ປະ ທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາຊົນ ​ຈີນ ​ເຖິງສະຫາຍ ບຸນ​ຍັງ ວໍລະ​ຈິດ ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານ​ປະ​ເທດ ອີກ​ສະ​ໄໝ​ໜຶ່ງ; ສະຫາຍ ອູ ປັງ​ກົວ ປະທານ​ຄະນະ​ປະຈຳ​ສະພາ​ຜູ້​ແທນ​ປະຊາຊົນ ​ທົ່ວ​ປະ​ເທດ​ຈີນ ​ເຖິງ​ ສະຫາຍນາງ ປະນີ ຢາ​ທໍ່​ຕູ້ ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ​ອີກ​ສະ​ໄໝ​ໜຶ່ງ; ສະຫາຍ ​ເວິນ ​ເຈຍ​ປາວ, ນາຍົກລັດຖະມົນຕີ​ ແຫ່ງ ສາທາລະນະ​ລັດ​ປະຊາຊົນ​ຈີນ ​ເຖິງສະຫາຍ ທອງ​ສິງ ທຳ​ມະ​ວົງ ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ອີກ​ສະ​ໄໝ​ໜຶ່ງ ​ແລະ ສະຫາຍ ​ໄຕ້ ບິງ​ກົວ ທີ່​ປຶກສາ​ແຫ່ງ​ລັດ ສປ ຈີນ ​ເຖິງ ສະຫາຍ ດຣ. ທອງ​ລຸນ ສີ​ສຸ​ລິດ ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຮອງ​ນາຍົກລັດຖະ ມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ອີກ​ສະ​ໄໝ​ໜຶ່ງ. ​ເນື້ອໃນ​ໂທລະ​ເລກ​ຂອງບັນດາຜູ້ນຳ ສປ ຈີນ ແຕ່ລະສະຫາຍ ຕ່າງ​ກໍ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ ​ແລະ ພອນໄຊ​ອັນ​ປະ ​ເສີດມາ​ຍັງ​ທ່ານ​ຜູ້ນຳ​ລາວ ຈົ່ງ​ປະສົບ​ຜົນສຳ​ເລັດ​ໃນພະລະ​ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງ​ຕົນ. ພ້ອມ​ທັງ​ອວຍພອນ​ໃຫ້ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຈົ່ງ​ມີ​ຄວາມ​ວັດທະນາ​ຖາວອນ, ປະຊາຊົນ​ມີ​ຄວາມ​ຜາ​ສຸກ.

ປະ​ເທດ​ຈີ​ນ ກັບ ປະ​ເທດ​ລາວ ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ສາຍພູ, ສາຍ​ນ້ຳ​ຕິດ​ຈອດ​ກັນ, ມິດ ຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ໄດ້​ມີ​ຂຶ້ນຕັ້ງ​ແຕ່​ບູຮານ​ນະ​ການ. ​ໄລຍະ​ເຄິ່ງສັດຕະວັດ​ ທີ່​ທັງ​ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ ສາຍ​ ພົວພັນ​ທາງ​ການ​ທູດ​ທີ່​ຜ່ານ​ມາ, ມິດຕະພາບ​ຈີນ​ກັບ​ລາວ​ໄດ້​ນັບ​ມື​້ນັບ​ລົງ​ສູ່​ຈິດ​ສຳນຶກ​ຂອງ​ປະຊາຊົນ ​ແລະ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ເມື່ອ​ເຂົ້າ​ສູ່​ສັດ​ຕະວັດ​ໃໝ່​ແລ້ວ, ພາຍ​ໃຕ້​ການ​ຊີ້ນຳ​ຂອງ​ເຂັມທິດ​ທີ່​ວ່າ ໝັ້ນຄົງ​ຍາວ​ນານ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ ຄຽງ​ໄວ້​ເນື້ອ​ເຊື່ອ​ໃຈ ​ເຊິ່ງກັນ ​ແລະ ກັນ ​ແລະ ຮ່ວມ​ມືຮອບດ້ານ, ສາຍພົວພັນສອງ​ປະ​ເທດ​ໄດ້​ຂະຫຍາຍຕົວ​ລົງ​ສູ່​ລວງ​ເລິກ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ໄດ້​ກາຍ​ເປັນ​ສາຍ​ພົວພັນ ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ຄວາມ​ເຊື່ອ​ໃຈດ້ານ​ການ​ເມືອງ​ນັບ​ມື້ຮັດ​ແໜ້ນ, ການ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ຕ່າງໆ​ນັບ​ມື້​ເລິກ​ເຊິ່ງກວ່າ​ເກົ່າ ​ແລະ ມີ​ການ​ປະສານ ​ງານ​ຢ່າງ​ໃກ້ຊິດ​ໃນ​ກິດຈະການ​ພາກພື້ນ ​ແລະ ສາກົນ.

ປະ​ເທດ​ຈີນ ກັບ ປະ​ເທດ​ລາວ ລ້ວນ​ແຕ່​ເປັນ​ປະ​ເທດ​ສັງຄົມ​ນິຍົມ ​ແລະ ປະ​ເທດ​ກຳລັງ​ພັດທະນາ ​ໄດ້​ປະ​ເຊີນ​ກັບ​ພາລະ​ໜ້າ​ທີ່​ອັນ​ສຳຄັນ ​ເພື່ອ​ພັດທະນາ​ເສດຖະກິດ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ, ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຢ່າງ​ກວ້າງຂວາງ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ມິດຕະ ພາບ​ອັນ​ເປັນ​ມູນ​ເຊືອ ລະຫວ່າງ ຈີນ ກັບ ລາວ​ ໃຫ້​ກ້າວ​ເຂົ້າ​ສູ່​ລະດັບ​ໃໝ່./.

ບັນດາຜູ້ນຳລາວ ໄດ້ຮັບໂທລະເລກຊົມເຊີຍ ຈາກຜູ້ນຳຫວຽດນາມ

  (17/06/2011) 

*(ຂປລ): ສະຫາຍ ຫງວຽນ ມິງ ຈຽດ, ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍ ເຖິງສະຫາຍ ຈູມມາລີ ໄຊຍະ ສອນ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນ ກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ທີ່ນະຄອນຫລວງວຽງຈັນ ຊຶ່ງມີເນື້ອໃນ ລະບຸວ່າ: ເນື່ອງໃນໂອກາດທີ່ສະຫາຍ ໄດ້ຮັບການເລືອກຕັ້ງຄືນໃຫມ່ ໃຫ້ດຳລົງຕຳແຫນ່ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ອີກວາລະຫນຶ່ງ, ຕາງຫນ້າລັດ, ປະຊາຊົນ ຫວຽດນາມ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງສຸດອົກສຸດ ໃຈມາຍັງສະຫາຍ. ການ ທີ່ສະ ຫາຍໄດ້ຮັບການເລືອກຕັ້ງຄືນໃຫມ່ ໃຫ້ດຳລົງຕຳແຫນ່ງເປັນປະທານປະເທດ ແຫ່ງສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ອີກວາລະຫນຶ່ງນັ້ນ, ເປັນການຢັ້ງຢືນໃຫ້ເຫັນ ເຖິງຄວາມເຊື່ອຫມັ້ນ ແລະ ຄວາມໄວ້ເນື້ອ ເຊື່ອໃຈ ອັນສູງສົ່ງຂອງລັດ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ກັບຄຸນສົມບັດ, ຄວາມສາມາດ ແລະ ຜົນງານອັນໃຫຍ່ຫລວງຂອງສະຫາຍ. ຂ້າພະເຈົ້າ ມີຄວາມເຊື່ອຫມັ້ນຢ່າງຫນັກແຫນ້ນວ່າ ພາຍໃຕ້ການນຳພາອັນສະ ຫລາດສ່ອງໃສຂອງສະຫາຍ, ປະຊາ ຊົນລາວບັນດາເຜົ່າອ້າຍນ້ອງ ຈະໄດ້ໄຊຊະນະຢ່າງສົມບູນ ໃນການປະຕິ ບັດ ບັນດາເປົ້າຫມາຍທີ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກປະຊາຊົນ ປະຕິວັດລາວ ວາງອອກຢ່າງມີໄຊ, ສ້າງສາປະເທດລາວ ສັນຕິພາບ, ​ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ ແລະ ນັບມື້ ມີ ບົດບາດສູງໃນເວທີສາກົນ.

ຂ້າພະເຈົ້າ ມີຄວາມເຊື່ອຫມັ້ນຢ່າງຫນັກແຫນ້ນວ່າ: ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ຄວາມ ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ອ້າຍນ້ອງ ຈະນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ເກີດດອກອອກຜົນ ເພື່ອຜົນປະໂຫຍດຂອງ ປະຊາຊົນສອງຊາດ, ເພື່ອສັນຕິພາບ, ສະເຖຍລະພາບ ແລະ ການຮ່ວມມືພັດທະນາ ໃນອາຊີຕາເວນອອກສຽງໃຕ້ ແລະ ໃນໂລກ. ອວຍພອນໃຫ້ສະຫາຍ ຈົ່ງມີ ພະລານາໄມເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນຫນ້າທີ່ອັນສູງສົ່ງຂອງຕົນ.ໃນໂອກາດດຽວກັນ ສະຫາຍ ຫງວຽນ ຝູ ຈອງ, ປະທານສະພາ ແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍ ເຖິງສະຫາຍນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ແຫ່ງສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ໃນໂອກາດ ທີ່ສະຫາຍໄດ້ຮັບການເລືອກຕັ້ງຄືນໃຫມ່ ໃຫ້ດຳລົງຕຳແຫນ່ງເປັນປະທານ ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອີກວາລະຫນຶ່ງ, ຕາງຫນ້າສະພາແຫ່ງຊາດຫວຽດນາມ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງສຸດອົກ ສຸດໃຈມາຍັງສະຫາຍ.ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ປິຕິຍິນດີເປັນຢ່າງຍິ່ງ ແລະ ຕີລາຄາສູງ ຕໍ່ຜົນສຳເລັດ ອັນໃຫຍ່ຫລວງ ທີ່ປະຊາຊົນລາວ ບັນດາເຜົ່າອ້າຍນ້ອງ ຍາດມາໄດ້ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ຂ້າພະເຈົ້າເຊື່ອຫມັ້ນຢ່າງຫນັກແຫນ້ນວ່າ: ພາຍໃຕ້ການນຳພາຂອງສະຫາຍ, ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ປະຊາຊົນລາວບັນດາເຜົ່າອ້າຍນ້ອງ ຈະສຳເລັດຜົນໃນການຈັດຕັ້ງປະຕິບັດພາລະກິດ ປ່ຽນແປງໃຫມ່ ແລະ ໃນການພັດທະນາປະເທດຊາດຢ່າງມີໄຊ, ສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາ ຖາວອນ ແລະ ກ້າວຂຶ້ນສັງຄົມນິຍົມ. ອວຍພອນໃຫ້ສາຍພົວພັນມິດຕະ ພາບ ອັນເປັນມູນເຊື້ອ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງສະພາແຫ່ງຊາດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ຈົ່ງນັບມື້ນັບເກີດດອກອອກຜົນຍິ່ງຂຶ້ນ. ອວຍພອນໃຫ້ສະຫາຍ ຈົ່ງມີພະລານາໄມເຂັ້ມແຂງ ມີຄວາມຜາສຸກ ແລະ ປະສົບ ຜົນສຳເລັດໃນຫນ້າທີ່ອັນສູງສົ່ງຂອງຕົນ. ໃນໂອກາດດຽວກັນ, ສະຫາຍ ຫງວຽນ ເຕີນ ຢຸງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ກໍໄດ້ສົ່ງໂທລະເລກຊົມເຊີຍ ເຖິງສະຫາຍ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫາຍ ຟາມ ຢາ ຄຽມ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ກໍໄດ້ສົ່ງໂທລະເລກຊົມເຊີຍເຖິງ ສະ ຫາຍ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ./.

 

ຜູ້ນຳລາວອວຍພອນວັນຊາດຟີລິບປິນ

   (16/06/2011)   

*(ຂປລ): ພະນະ​ທ່ານ​ ຈູມ​ມາລີ ໄຊ​ຍະ​ສອນ, ປະທານປະເທດ ແຫ່ງ ສປປ ລາວ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ່າງກໍໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນ ໄຊອັນປະເສີດ ຜ່ານທາງໂທລະເລກ ເຖິງພະນະທ່ານ ເບນິກໂນ ເອສ. ອາຄີໂນ III, ປະທານທິບໍດີ ແຫ່ງ ສະທາ ລະນະລັດ ຟີລິບປິນແລະ ພະນະທ່ານ ແອວ ເບີດ ເອັຟ ເດວ ໂຣຊາຣີໂອ, ລັດຖະມົນຕີວ່າການກະຊວງການ ຕ່າງປະເທດ ແຫ່ງ ສະທາລະນະລັດ ຟີລິບປິນ ໃນໂອກາດວັນຊາດຂອງປະເທດດັ່ງກ່າວ. ເນື້ອໃນ ໂທລະເລກ ລະບຸວ່າ: ພວກຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານ, ປະຊາຊົນລາວ ແລະ ໃນນາມ ສ່ວນຕົວ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ປະຊາຊົນ ຟີລິບປິນ ເພື່ອນມິດທຸກຖ້ວນໜ້າ ຈົ່ງມີຄວາມວັດທະນາຖາວອນຕະຫລອດໄປ. ພວກຂ້າພະເຈົ້າ ຕີລາຄາສູງ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ສປປ ລາວ ແລະ ສາທາລະນະລັດ ຟີລິບປິນ. ພ້ອມທັງເຊື່ອໝັ້ນວ່າ: ພາຍໃຕ້ ກົນໄກ ພົວພັນ ແລະ ຮ່ວມມືທີ່ມີຢູ່ ລະຫວ່າງສອງປະເທດພວກເຮົາ ດ້ວຍການແລກປ່ຽນການຢ້ຽມຢາມ ກໍຄືການ ໄປມາຫາສູ່ ຂອງຄະນະຜູ້ແທນ ທັງພາກລັດ, ເອກະຊົນ ແລະ ປະຊາຊົນ ຂອງສອງປະເທດພວກເຮົາ ຈະເປັນ ການປະກອບສ່ວນສຳຄັນ ເຂົ້າໃນການສືບຕໍ່ຮັດແໜ້ນສາຍພົວພັນດັ່ງກ່າວ ໃຫ້ເລິກເຊິ່ງຍິ່ງຂຶ້ນ ເພື່ອຜົນປະ ໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດ ກໍຄືສັນຕິພາບ, ສະເຖຍລະພາບ ແລະ ການຮ່ວມມືພັດທະນາ ໃນພາກພື້ນ ແລະ ໃນໂລກ./.

 

ໂທລະ​ເລກ​ສະ​ແດງ​ຄວາມ​ຊົມ​ເຊີຍ

   (16/06/2011) 

*(ຂປລ): ບັນດາຜູ້ນຳປະເທດຍີ່ປຸ່ນ ໄດ້ຮັບໂທລະເລກ ສະແດງຄວາມຊົມເຊີຍ​ບັນດາທ່ານຜູ້ນຳລາວ ຊຶ່ງມີ: ພະເຈົ້າຈັກກະພັດ ອາກີຮີໂຕະ ແຫ່ງ ປະເທດຍີ່ປຸ່ນ ເຖິງພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ຊຶ່ງມີເນື້ອຄວາມສຳຄັນວ່າ: ໃນໂອການດທີ່ພະນະທ່ານເຂົ້າດຳລົງຕຳແໜ່ງ ອັນສູງສົ່ງ ເປັນປະທານປະເທດ ແຫ່ງ ສປປ ລາວ ອີກວາລະໜຶ່ງ, ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງ ຂໍຖືເປັນກຽດສົ່ງ ຄວາມຍິນດີ ແລະ ພອນໄຊອັນປະເສີດຢ່າງຈິງໃຈ ມາຍັງພະນະທ່ານ ຈົ່ງປະສົບຜົນສຳເລັດໃນໜ້າທີ່ອັນມີກຽດ ແລະ ມີຄວາມຜາສຸກ ແລະ ອວຍພອນໃຫ້ປະຊາຊົນ ຂອງປະເທດພະນະທ່ານ ຈົ່ງມີແຕ່ຄວາມ ວັດທະນາຖາວອນ. ສ່ວນເນື້ອໃນໂທລະເລກ ຂອງພະນະ​ທ່ານ​ ນາ​ໂອ​ໂຕະ ຄັງ, ນາຍົກລັດຖະມົນຕີ ແຫ່ງ​ປະ​ເທດ​ຍີ່​ປຸ່ນ ທີ່ ສົ່ງ​​ເຖິງ ​ພະນະ​ທ່ານ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ແຫ່ງ ສປປລາວ ລະບຸວ່າ: ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຍິນ​ດີ​ ຢ່າງ​ຈິງ​ໃຈ ມາ​ຍັງ​ພະນະທ່ານ ທີ່​ໄດ້​ຮັບການ​ແຕ່ງຕັ້ງ​ ໃຫ້​ດຳລົງຕຳ​ແຫນ່​ງ​ເປັນ​ ນາຍົກລັດຖະມົນຕີ ​ອີກ​ວາລະ​ຫນຶ່ງ. ພ້ອມທັງໃຫ້ທັດສະນະວ່າ: ສອງ​ປະ​ເທດ ລາວ​ ແລະ ​ຍີ່​ປຸ່ນ ​ໄດ້​ສະ​ເຫລີ​ມສະຫລອງ​ວັນຄົບຮອບ 55 ປີ ແຫ່ງ​ການສ້າງຕັ້ງສາຍ ​ພົວພັນ​ທາງ​ການ​ທູດ ​ຊຶ່ງຂ້າພະ​ເຈົ້າ ຈະ​ສືບຕໍ່​ຮ່ວມ​ມື​ກັບ​ພະນະ​ທ່ານ ຢ່າງ​ໃກ້ຊິດ​ໃນ​ການ​ເພີ່ມ​ທະວີ​ການ​ເປັນ “ຄູ່​ຮ່ວມ​ມື​ຮອບດ້ານ” ເພື່ອ​ມິດຕະພາບ​ອັນ​ຫມັ້ນຄົງ​ ຖາວອນ ລະຫວ່າງ ລາວ-ຍີ່ປຸ່ນ ແລະ ຄວາມ​ຈະ​ເລີ​ນສີວິ​ໄລ​ຂອງ​ພາກພື້ນ. ຂ້າພະເຈົ້າ ຂໍສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສຸດຊຶ້ງ ມາ​ຍັງ​ພະນະ​ທ່ານ, ລັດຖ​ະບານ ແລະ ປະຊາຊົນ​ລາວ ທີ່​ໄດ້​ສະ​ແດງ​ອອກ​ເຖິງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ໃຫ້ການ​ຊ່ວຍ​ເຫລືອ​ອັນອົບ​ອຸ່ນ ຕໍ່​ເຫດການ​ແຜ່ນດິນ​ໄຫວ ຢູ່​ເຂດ​ທິດຕາ​ເວັນ​ອອກ​ຂອງ​ປະ​ເທດ​ຍີ່​ປຸ່ນ ໃນ​ວັນ​ທີ 11 ເດືອນ​ເມສາ​ທີ່​ຜ່ານ​ມາ ແລະ ຂໍ​ຖື​ເປັນ​ກຽດ​ອວຍພອນ​ມາ​ຍັງ​ພະນະ​ທ່ານ ຈົ່ງ​ມີ​ພະ​ລາ​ນາ​ໄມສົມບູນ ແລະ ປະສົບ​ຜົນສຳ​ເລັດ​ໃນ​ຫນ້າ​ທີ່​ວຽກ​ງານ​ອັນ​ມີ​ ກຽດ​ສະຫງ່າ​ງາມ​ຂອງ​ພະນະ​ທ່ານ ແລະ ຂໍ​ໃຫ້​ປະ​ເທດ​ລາວ​ ຈົ່ງ​ໄດ້​ຮັບ​ການ​ພັດທະນາ​ຍິ່ງໆ​ຂຶ້ນ​ໄປ ພາຍ​ໃຕ້​ການ​ຊີ້ນຳ​ຂອງ​ພະນະ​ທ່ານ. ​ໃນ​ໂອກາດ​ດຽວ​ກັນນີ້, ພະນະ​ທ່ານ ​ຕາ​ເກ​ອາ​ກິ ມາ​ຊິ​ໂມ​ໂຕະ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ ປະ​ເທດຍີ່​ປຸ່ນ ກໍໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ຄວາມ​ຊົມ​ເຊີຍ ​ເຖິງ​ພະນະ​ທ່ານ ດຣ. ທອງ​ລຸນ​ ສີ​ສຸ​ລິດ ​ໃນ​ໂອກາດ​ທີ່​ໄດ້​ຮັບ​ການແຕ່ງຕັ້ງ​ໃຫ້​ເປັນ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ອີກ​ວາລະ​ ຫນຶ່ງ ​ເຊັ່ນ​ດຽວ​ກັນ./.

 

ຜູ້ນຳ​ລາວ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ວັນ​ສ້າງຕັ້ງສາຍ​ພົວພັນ​ ການ​ທູດ​ລາວ-ກຳປູ​ເຈຍ​ຄົບຮອບ 55 ປີ

   (16/06/2011) 

*(ຂປລ) ພະນະທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ່າງກໍໄດ້ຮັບຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານທາງໂທລະເລກ ຈາກຄູ່ຮ່ວມຕຳແໜ່ງ ສົມເດັດ ອັກຄະມະຫາໂປເຢຍ ຈັກກຣີ ເຮັງຊຳ ຣິນ, ປະທານສະພາແຫ່ງຊາດ ແຫ່ງ ຣາຊະອາ ນາຈັກ ກຳປູເຈຍ, ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ເຊນ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ຮໍ ນຳ ຮົງ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີວ່າການກະຊວງ ການຕ່າງປະເທດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ຄົບຮອບ 55 ປີ (15/06/1956-15/06/2011). ​​ເນື່ອງໃນ​ໂອກາດ ລະນຶກ​ເຖິງ​ວັນ​ສຳຄັນ ແຫ່ງ​ການ​ສ້າງຕັ້ງສາຍພົວພັນການທູດລະຫວ່າງ ຣາຊະອານາຈັກ ກຳປູເຈຍ ແລະ ສປປ ລາວ ຄົບຮອບ 55 ປີ , ໃນ ນາມສະພາແຫ່ງຊາດ, ລັດຖະບານ, ປະຊາຊົນ ແລະ ໃນນາມສ່ວນຕົວ ພວກຂ້າພະຈົ້າຂໍສົ່ງຄວາມຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງພະນະ ທ່ານ ພ້ອມຄອບຄົວ ແລະ ປະຊາຊົນລາວ ແຫ່ງສປປ ລາວຈົ່ງປະສົບຜົນສຳເລັດອັນໃຫຍ່ຫລວງ, ສັນຕິພາບ, ຄວາມຜາສຸກ ແລະ ວັດທະນາຖາວອນ ຕະ ຫລອດໄປ. ພວກຂ້າພະເຈົ້າມີຄວາມເຊື້ອໜັ້ນວ່າ ສາຍພົວພັນມິດຕະພາບຖານອ້າຍນ້ອງ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດຂອງພວກເຮົາ ກຳປູເຈຍ ແລະ ສປປ ລາວຈະໄດ້ສືບ ຕໍ່ເສີມຂະຫຍາຍ ແລະຮັດແໜ້ນຂື້ນຕື່ມໃນສຸມປີຕໍ່ໜ້າ ເພື່ອຜົນປະໂຫຽດຮ່ວມກັນຂອງ ປະຊາ ຊົນ ສອງຊາດພວກເຮົາ. ອີກເທື່ອໜື່ງ, ຂໍຖືໂອກາດນີ້ ສົ່ງພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງຜູ້ນຳ ແລະ ປະຊາຊົນ ແຫ່ງ ສປປ ລາວ ຈົ່ງມີສຸຂະພາບ ເຂັ້ມແຂງ, ປະສົບ ຜົນສຳເລັດ ແລະ ຄວາມຈະເລີນວັດທະນາຕະຫລອດໄປ.

ຜູ້ນຳລາວອວຍພອນວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ກຳປູເຈຍ  

   (13/06/2011)   

*(ຂປລ): ພະນະທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ່າງກໍໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານທາງໂທລະເລກ ເຖິງຄູ່ຮ່ວມຕຳແໜ່ງ ສົມເດັດ ອັກຄະມະຫາໂປເຢຍ ຈັກກຣີ ເຮັງຊຳ ຣິນ, ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ເຊນ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ຮໍ ນຳ ຮົງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງ ການຕ່າງປະເທດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູ ເຈຍ ຄົບຮອບ 55 ປີ (15/06/1956-15/ 06/2011). ເນື້ອໃນສຳຄັນຂອງໂທລະເລກ ລະບຸວ່າ: ໃນນາມສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ ພວກຂ້າພະເຈົ້າ ຂໍສົ່ງ ຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງສົມເດັດ ພ້ອມດ້ວຍຄອບຄົວ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນໂອກາດລະນຶກເຖິງ ວັນສ້າງຕັ້ງສາຍ ພົວພັນການທູດ 15 ມີຖຸນາ 2011 ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ຄົບຮອບ 55 ປີ. ການພົວພັນຖານອ້າຍນ້ອງ ທີ່ມີມາ ແຕ່ດົນນານ ລະຫວ່າງ ສອງປະເທດຂອງພວກເຮົາ, ການພົວພັນທາງການທູດຂອງພວກເຮົາ ຍາມໃດກໍດຳເນີນມາຢ່າງມີຄວາມຈິງໃຈ ແລະ ຖະນຸຖະໜອມເລື້ອຍໆ. ປະຊາຊົນ ສອງປະເທດພວກເຮົາ ໄດ້ສະໜັບສະໜູນຊຶ່ງກັນ ແລະ ກັນ ທັງໃນຍາມທຸກ ແລະ ຍາມສຸກມາຕະຫລອດ. ເຊື້ອໝັ້ນວ່າ: ຈາກປະສົບການອັນໃຫຍ່ຫລວງ ໃນວຽກງານການເມືອງ ແລະ ຄວາມສາມາດໃນການນຳພາຂອງ ສົມເດັດ ກໍຄືລັດຖະບານ ແຫ່ງ ຣາຊະອານາຈັກກຳປູເຈຍ, ສາຍພົວພັນມິດຕະພາບ ຖານອ້າຍ ນ້ອງ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດພວກເຮົາ ກໍຄື ສອງອົງການນິຕິບັນຍັດຂອງພວກເຮົາ ຈະໄດ້ຮັບການເສີມ ຂະຫຍາຍຂຶ້ນເລື້ອຍໆ ເພື່ອຜົນ ປະໂຫຍດຂອງປະຊາຊົນ ສອງຊາດຂອງພວກເຮົາ. ໃນໂອກາດອັນສະຫງ່າລາສີນີ້ ອີກເທື່ອໜຶ່ງ ພວກຂ້າພະເຈົ້າ ຂໍອວຍພອນສົມເດັດ ແລະ ປະຊາຊົນ ແຫ່ງຣາ ຊະອານາຈັກກຳປູເຈຍ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງ ຕົນ./.

 

ໂທລະເລກອວຍພອນວັນຊາດອັງກິດ

   (10/06/2011)   

*(ຂປລ): ພະນະ​ທ່ານ​ ຈູມ​ມາລີ ໄຊ​ຍະ​ສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມ ເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານ ທາງໂທລະເລກ ເຖິງສົມເດັດ ພະຣາຊີນີ ເອລີຊາເບດ ທີ II ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ໃນໂອກາດວັນພະຣາຊະສົມພົບ ຂອງພະອົງ. ເນື້ອໃນໂທລະເລກ ລະບຸວ່າ: ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສົມເດັດ ພະຣາຊີນີ ແລະ ປະຊາຊົນ ອັງກິດ ແລະ ອຽກລົງ ເໜືອ ທຸກທົ່ວໜ້າ. ຂໍໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດຂອງພວກເຮົາ ຈະໄດ້ຮັບການເສີມຂະຫຍາຍ ຂຶ້ນໄປເລື້ອຍໆ ເພື່ອຜົນ ປະໂຫຍດຂອງປະຊາຊົນສອງຊາດ ແລະ ເພື່ອສັນຕິພາບໂລກ. ສ່ວນເນື້ອໃນໂທລະເລກ ຂອງພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ ເດວິດ ຄາເມຣອນ, ນາຍົກລັດຖະມົນຕີ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ລະບຸວ່າ: ຂ້າພະເຈົ້າຫວັງວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງ ປະເທດພວກເຮົາ ຈະໄດ້ຮັບການເສີມຂະຫຍາຍ ເພື່ອຜົນປະໂຫຍດລວມ ຂອງປະຊາຊົນ ທັງສອງຊາດພວກ ເຮົາ, ເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນ ເພື່ອການພັດທະນາ. ໂອກາດດຽວກັນນີ້ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງໂທລະເລກ ເຖິງພະນະທ່ານ ວິນລຽມ ເຮັກ, ລັດຖະມົນຕີ ວ່າ ການກະຊວງ ການຕ່າງປະເທດ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ເຊັ່ນດຽວກັນ./.

 

ຜູ້ນຳລາວອວຍພອນວັນຊາດຣັດ​ເຊຍ

   (10/06/2011)   

*(ຂປລ): ພະນະ​ທ່ານ​ ຈູມ​ມາລີ ໄຊ​ຍະ​ສອນ, ປະທານປະເທດ ແຫ່ງ ສປປ ລາວ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ່າງກໍໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນ ໄຊອັນປະເສີດ ຜ່ານທາງໂທລະເລກ ເຖິງພະນະທ່ານ ດີ​ມີ​ຕຣີ ເມັດ​ເວ​ເດັບ, ປະທານທິບໍດີ ແຫ່ງ ສະຫະພັນ ຣັດເຊຍ, ພະນະທ່ານ ວາຣາດີເມຍ ປູຕິນ, ນາຍົກ ລັດຖະມົນຕີແລະ ພະນະທ່ານ ແຊກເກ ລາວະຣົບ, ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ໃນໂອກາດວັນຊາດຂອງ ປະເທດ ດັ່ງກ່າວ. ເນື້ອໃນໂທລະເລກ ລະບຸວ່າ: ພວກຂ້າພະເຈົ້າ ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂໍ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນ ຣັດເຊຍ ເພື່ອນມິດທຸກຖ້ວນໜ້າ. ພວກຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ: ສາຍພົວ ພັນມິດຕະພາບ ແລະ ການຮ່ວມ ມືທີ່ມີມູນເຊື້ອອັນຍາວນານ ລະຫວ່າງ ສອງປະເທດ ສປປ ລາວ ແລະ ສະຫະພັນ ຣັດເຊຍ ໄດ້ມີການເຕີບໃຫຍ່ ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ. ພ້ອມທັງເຊື່ອໝັ້ນວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມື ໃນຂົງເຂດຕ່າງໆ ທີ່ມີມາແລ້ວນັ້ນ ຈະໄດ້ຮັບການເພີ່ມທະວີຂຶ້ນ ເລື້ອຍໆ ແລະ ມີປະສິດທິຜົນສູງ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດພວກເຮົາ, ເພື່ອສັນຕິພາບໂລກ ກໍຄືການຮ່ວມມືສາກົນ ເພື່ອການພັດທະນາແບບ ຍືນຍົງ./.

 

ທ່ານປະທານປະເທດອວຍພອນວັນຊາດປອກຕຸຍການ

  (08/06/2011)   

*(ຂປລ): ພະນະ​ທ່ານ​ ຈູມ​ມາລີ ໄຊ​ຍະ​ສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານທາງ ໂທລະເລກ ເຖິງພະນະທ່ານ ອານີບານ ກາວາໂກ ຊິນວາ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ປອກຕຸຍການ ໃນໂອກາດວັນຊາດຂອງປະເທດດັ່ງກ່າວ. ເນື້ອ ໃນໂທລະເລກ ລະບຸວ່າ: ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງ ຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊຢ່າງຈິງໃຈ ມາຍັງພະນະ ທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນ ປອກຕຸຍການ ທຸກທົ່ວໜ້າ ຈົ່ງມີແຕ່ຄວາມຜາສຸກ ແລະ ຄວາມຈະເລີນ. ພ້ອມທັງ ເຊື່ອໝັ້ນວ່າ: ສາຍພົວພັນ ມິດຕະ ພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດຂອງພວກເຮົາ ຈະໄດ້ຮັບການຂະຫຍາຍໃຫ້ກວ້າງຂວາງ ແລະ ມີໝາກຜົນຍິ່ງໆຂຶ້ນໃນອະນາຄົດ ເພື່ອຜົນປະ ໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອ ສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ ./.

 

ທ່ານ​ປະທານ​ປະ​ເທດ​ຊົມ​ເຊີຍ​ຄູ່​ຮ່ວມ​ຕຳ​ແໜ່​ງທີ່​ລັດ​ເວຍ

  (07/06/2011)   

*(ຂປລ) : ພະນະທ່ານ ​ຈູ​ມມະ​ລີ​ ໄຊ​ຍະ​ສອນ​, ປະທານ​ປະ​ເທດ ​ແຫ່ງ ​ສາທາລະນະ​ລັດ ​ປະຊາຊທິປະ​ໄຕ​ ປະຊາຊົນ​ລາວ​ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ຜ່ານ​ທາງ ​ໂທລະ​ເລກ​ເຖິງ​ພະນະ​ທ່ານ ແອນ​ດຣິດ ​ເບີຊິນ, ປະທານ​ນະ​ທິບໍດີ​ ແຫ່ງ ​ສາທາລະນະ​ລັດ​ ລັດ​ເວ​ຍ ຊຶ່ງມີ​ເນື້ອ​ຄວາມສຳຄັນ ​ລະບຸ​ວ່າ: ​ເນື່ອງ​ໃນ​ໂອ​ກາ​ທີ່​ພະນະ​ທ່ານ ໄດ້​ຮັບ​ການ​ເລືອກ​ຕັ້ງ​ ໃຫ້​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ນາ​ທິບໍດີ ແຫ່ງ​ ສາທາລະນະ​ລັດ ລັດ​ເວ​ຍ ຂ້າພະ​ເຈົ້າ​ຂໍ​ສົ່ງ​ຄຳ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ ​ແລະ ພອນ​ໄຊ​ອັນ​ປະ​ເສີດ ​ມາ​ຍັງພະນະ​ທ່ານ, ຂໍ​ໃຫ້​ພະນະ​ທ່ານ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ​ແລະ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ຍິ່ງ​ໃ​ຫຍ່​ ໃນ​ໜ້າ​ທີ່​ວຽກ​ງານ​ອັນ​ສູງ​ສົ່ງ​ຂອງພະນະ​ທ່ານ ​ເພື່ອ ນຳພາ​ປະ​ເທດ​ຊາດ ​ໄປ​ສູ່​ຄວາມ​ກ້າວໜ້າ ​ແລ​ະ ຄວາມ​ວັດ​ຖະນາ​ຖາວອນ.

ຂ້າພະ​ເຈົ້າ​ຫວັງ​ວ່າ:ຈະ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ພະນະ​ທ່ານ ເພື່ອ​ຮັດ​ແໜ້ນສາຍ​ພົວພັນ​ມິດຕະພາບ ​ແລະ ການຮ່ວມ​ມື​ອັນ​ດີງາມ ລະ​ຫ່າງ​ ສອງ​ປະ​ເທດ​ພວກ​ເຮົາໃຫ້​ນັບ ​ມື້ຂະຫຍາຍຕົວ​ຍິ່ງ​ໆຂຶ້ນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຂອງ​ພວກ​ເຮົາ, ​ເພື່ອ​ສັນຕິພາບ​ໂລກ ​ແລະ ການ​ຮ່ວມ​ມື​ສາກົນ./..

 

ຜູ້ນຳລາວອວຍພອນວັນຊາດຊູແອດ

  (06/06/2011)   

*(ຂປລ): ພະນະ​ທ່ານ​ ຈູມ​ມາລີ ໄຊ​ຍະ​ສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມ ເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານທາງ ໂທລະເລກ ເຖິງສົມເດັດ ຄາລ໌ ກຸດສຕັຟ, ເຈົ້າຊີວິດ ແຫ່ງ ຣາຊະອານາຈັກ ຊູແອດ ໃນໂອກາດວັນຊາດຂອງປະເທດດັ່ງກ່າວ. ເນື້ອໃນໂທລະເລກ ລະບຸວ່າ: ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າມີຄວາມປິຕິ ຍິນດີເປັນຢ່າງຍິ່ງ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະອົງ ຈົ່ງ ມີພະລານາໄມສົມບູນ ແລະ ອາຍຸໝັ້ນຂວັນຍືນ ແລະ ປະຊາຊົນ ຊູແອດ ຈົ່ງມີແຕ່ຄວາມຜາສຸກ ແລະ ຄວາມວັດທະນາຖາວອນ ຕະຫລອດກາລະນານ. ຂ້າພະເຈົ້າ ເຊື່ອໝັ້ນວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຊຶ່ງມີມາແຕ່ຍາວນານ ລະ ຫວ່າງ ສອງປະເທດຂອງພວກເຮົາ ຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ ແລະ ການຮ່ວມມືສາກົນ. ສ່ວນເນື້ອໃນໂທລະເລກ ຂອງພະນະ ທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ ເຟຣດຣິກ ເຣນແຟນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ຊູແອດ ລະບຸວ່າ: ຂ້າພະເຈົ້າເຊື່ອໝັ້ນວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຊຶ່ງມີມາແຕ່ຍາວນານ ລະຫວ່າງ ສອງປະເທດ ຂອງພວກເຮົາ ຈະໄດ້ຮັບການ ເສີມສ້າງໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດ ຂອງປະຊາຊົນທັງສອງຊາດພວກເຮົາ, ເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນ ເພື່ອການພັດທະນາແບບ ຍືນຍົງ. ໂອກາດດຽວກັນນີ້ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງໂທລະເລກ ເຖິງພະນະທ່ານ ຄາລ ບິນທ໌, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊູແອດ ເຊັ່ນດຽວກັນ./.

 

ຜູ້ນຳລາວອວຍພອນວັນຊາດອີຕາລີ

  (01/06/2011) 

*(ຂປລ): ພະນະ​ທ່ານ​ ຈູມ​ມາລີ ໄຊ​ຍະ​ສອນ, ປະທານປະເທດ ແຫ່ງ ສປປ ລາວ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ່າງກໍໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະ ເສີດ ຜ່ານທາງໂທລະເລກ ເຖິງພະນະທ່ານ ຈີອໍຈີໂອ ນາໂປລີຕາໂນ, ປະທານທິບໍດີ ແຫ່ງ ສາທາລະນະລັດ ອີຕາລີ, ພະນະທ່ານ ຊິນວີໂອ ແບລຸສ ໂກນີ, ນາຍົກລັດຖະມົນຕີແລະ ພະນະທ່ານ ຟຣັງໂກ ຟຣັດຕີນີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອີຕາລີ ໃນໂອກາດວັນ ຊາດຂອງ ປະເທດດັ່ງກ່າວ. ເນື້ອໃນໂທລະເລກ ລະບຸວ່າ: ໃນນາມລັດຖະບານ, ປະຊາຊົນ ສປປ ລາວ ແລະ ໃນນາມສ່ວນຕົວ ພວກຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ປະຊາຊົນອີຕາລີທຸກຖ້ວນໜ້າ. ພວກຂ້າພະເຈົ້າ ເຊື່ໝັ້ນວ່າ: ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ດີຊຶ່ງມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ອີຕາລີ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດ ຂອງປະຊາຊົນ ທັງສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ ແລະ ການຮ່ວມມືສາກົນ./.

 

ຜູ້ນຳລາວອວຍພອນວັນຊາດອາແຊກບາຍຊານ

 (01/06/2011)   

*(ຂປລ): ພະນະ​ທ່ານ​ ຈູມ​ມາລີ ໄຊ​ຍະ​ສອນ, ປະທານປະເທດ ແຫ່ງ ສປປ ລາວ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ່າງກໍໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະ ເສີດ ຜ່ານທາງໂທລະເລກ ເຖິງພະນະທ່ານ ອິນຮາມ ອາລີອຽບ, ປະທານທິບໍດີ ແຫ່ງ ສາທາລະນະລັດ ອ່ແຊກບາຍ ຊານ, ພະນະທ່ານ ນີໂກໂລຊ ອາຕູຣ ຣາຊີຊາເດ, ນາຍົກລັດຖະມົນຕີແລະ ພະນະທ່ານ ແອລມາ ມາມາເດຍຣົບ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອາແຊກ ບາຍຊານ ໃນໂອກາດວັນຊາດຂອງ ປະເທດດັ່ງກ່າວ. ເນື້ອໃນໂທລະເລກ ລະບຸວ່າ: ຕາງໜ້າໃຫ້ລັດຖະບານ, ປະຊາຊົນ ສປປ ລາວ ແລະ ໃນນາມສ່ວນຕົວພວກ ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນ ອາແຊກບາຍຊານ ເພື່ອນມິດທຸກ ຖ້ວນໜ້າ. ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ : ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ອາແຊກບາຍຊານ ຈະສືບຕໍ່ ໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນ ສອງຊາດພວກເຮົາກໍຄືເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນເພື່ອການພັດທະນາ./.

 

ໂທລະເລກສະແດງຄວາມເຫັນໃຈ

 (31/05/2011) 

*(ຂປລ): ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມເຫັນໃຈ ຜ່ານທາງໂທລະເລກ ເຖິງພະນະທ່ານນາງ ຮິນ ລາຣີ ຄຼິນຕັນ, ລັດຖະມົນຕີຕ່າງປະເທດ ແຫ່ງ ສະຫະລັດ ອາເມລິກາ ທີ່ ວໍຊິງຕັນ ດີຊີ ຊຶ່ງມີເນື້ອຄວາມ ລະບຸວ່າ: ຂ້າພະເຈົ້າໄດ້ຊາບຂ່າວ ດ້ວຍຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ຕໍ່ຄວາມເສຍຫາຍດ້ານຊີວິດ ແລະ ຊັບສິນ ເປັນຈຳນວນຫລວງຫລາຍ ອັນເນື່ອງມາຈາກລົມພາຍຸ ໂທນາໂດ ຢູ່ເມືອງຈອບປຣິນ ລັດມິດຊູຣີ ໃນ ທ້າຍອາທິດທີ່ຜ່ານມາ. ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມ ສ່ວນຕົວ ອີກເທື່ອໜຶ່ງ ຂ້າພະເຈົ້າຂໍສະແດງຄວາມເຫັນໃຈຢ່າງສຸດຊຶ້ງ ແລະ ແບ່ງເບົາຄວາມທຸກໂສກ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນ ອາເມລິກາ ກໍຄື ຄອບຄົວຜູ້ປະສົບເຄາະຮ້າຍໃນຄັ້ງນີ້ດ້ວຍ ແລະ ເຊື່ອ ໝັ້ນວ່າ: ປະຊາຊົນອາເມລິກາ ຈະສາມາດຜ່ານພົ້ນໄພພິບັດທຳມະຊາດຄັ້ງນີ້ ແລະ ກັບຄືນ ສູ່ສະພາບປົກະຕິໂດຍໄວ./.

 

ຜູ້ນຳລາວອວຍພອນວັນຊາດຈໍເຈຍ

 (27/05/2011)    

*(ຂປລ): ພະນະ​ທ່ານ​ ຈູມ​ມາລີ ໄຊ​ຍະ​ສອນ, ປະທານປະເທດ ແຫ່ງ ສປປ ລາວ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ່າງກໍໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານທາງໂທລະເລກ ເຖິງພະນະທ່ານ ມີຄາອີນ ຊາກາສວີລີ, ປະທານທິບໍດີ ແຫ່ງ ຈໍເຈຍ, ພະນະທ່ານ ນີໂກໂລຊ ກີໂຣລີ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ກຣີໂກນ ວາຊາດເຊ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ຈໍເຈຍ ໃນໂອກາດວັນຊາດຂອງປະເທດດັ່ງກ່າວ. ເນື້ອໃນໂທລະເລກ ລະບຸວ່າ: ພວກຂ້າພະເຈົ້າ ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນ ຈໍເຈຍເພື່ອນມິດທຸກຖ້ວນໜ້າ. ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຈໍເຈຍ ຈະສືບຕໍ່ເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອ ສັນຕິພາບໂລກ ແລະ ການຮ່ວມມືສາກົນ ເພື່ອການພັດທະນາ./.

 

ຜູ້ນຳ​ລາວ​ ອວຍພອນ​ວັນຊາດ ນອກ​ແວ

 (16/05/2011)   

*(ຂປລ) : ບັນດາ​ຜູ້ນຳ​ລາວ​ ຊຶ່ງ​ມີ ພະນະທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ ແຫ່ງ ສປປ ລາວ, ພະນະທ່ານ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ຕ່າງກໍໄດ້​ສະແດງຄວາມ​ຊົມເຊີຍ ອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດ ຜ່ານທາງ​ໂທລະ​ເລກ ​ເຖິງ​ສົມ​ເດັດ ຮາຣານ ທີ V, ​ເຈົ້າຊີວິດ ແຫ່ງ ຣາຊະ​ອານາຈັກ​ ນອກ​ແວ, ພະນະທ່ານ ​ເຈນ​ສ໌ ຊະ​ໂທນ​ເທັນ​ເບິີກ, ນາຍົກລັດຖະມົນຕີ, ພະນະທ່ານ ​ໂຈ​ນັສ ກາຣ໌ ຊະ​ຕໍຣ໌, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ຣາຊະ​ອານາຈັກ ​ນອກ​ແວ ​​ໃນ​ໂອກາດ​ວັນຊາດ​ ຂອງປະເທດດັ່ງກ່າວ. ​ເນື້ອ​ໃນ​ໂທລະ​ເລກ ລະບຸວ່າ: ພວກຂ້າພະເຈົ້າ ຂໍ​ສົ່ງ​ຄຳ​ຊົ​ມເຊີຍອັນ​ອົບ​ອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດ ເຖິງ​ການ​ນຳ​ຂ້ັນສູງ​ສຸດ ​ແຫ່ງ​ ຣາຊະ ອານາຈັກ​ນອກ​ແວ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ​ແລະ ມີ​ຄວາມ​ສຳ​ເລັດ​ທຸກ​ປະການ​ ໃນ​ການ​ປະຕິບັດ​ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງ​ຕົນ. ພ້ອມ​ນີ້ຜູ້ນຳ​ລາວ ຍັງ​ສະ​ແດງ​ຄວາມ​ເຊື້ອໝ້ັນວ່າ: ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີ ລະຫວ່າງ​ສອງ​ປະ​ເທດ ທັງ​ໃນ​ຂອບ​ສອງ​ຝ່າຍ ແລະ ຫລາຍ​ຝ່າຍ ຈະ​ໄດ້​ຮັບ​ການ ​ເສີມ​ຂະຫຍາຍ​ໃຫ້​ແໜ້ນ​ແກ່ນ ​ແລະ ​ເລິກ​ເຊິ່ງຍິ່ງໆ​ຂຶ້ນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ຊາດ ກໍ​ຄື​ສັນຕິພາບ, ສະເຖຍ​ລະ​ພາບ ​ແລະ ການ​ຮ່ວມ​ມື​ເພື່ອ​ການ ​ພັດທະນາ​ໃນ​ພາກພື້ນ ​ແລະ ທົ່ວ​ໂລກ ./.

 

ສປປ ລາວຊົມເຊີຍວັນສ້າງສະຫະພາບເອີຣົບ

 (06/05/2011)   

*(ຂປລ) ພະນະ​ທ່ານ​ ຈູມ​ມາລີ ໄຊ​ຍະ​ສອນ ປະທານປະເທດ ແຫ່ງ ສປປ ລາວ, ພະນະ ທ່ານ ທອງສິງທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ດຣ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງ ການຕ່າງປະເທດ ແຫ່ງສປປ ລາວ ໄດ້ສົ່ງໂທລະເລກອວຍພອນເຖິງ ພະນະທ່ານ ແຮກມັນ ວັນຣົມປຸຍ ປະທານສະພາ ສະ ຫະພາບເອີຣົບ, ພະນະທ່ານ ໂຈເຊ ມານູແອລ ດູຣາວບາໂຣໂຊ ປະທານ ຄະນະກຳມາ ທິ ການ ເອີຣົບ ແລະ ພະນະທ່ານ ນາງແຄັດເທີລິນ ແອັດສຕັນ ຮອງປະທານຄະນະກຳມາທິການ ສະຫະ ພາບເອີຣົບ. ເນື່ອງໃນໂອກາດ ວັນສ້າງຕັ້ງ ສະຫະພາບເອີຣົບ, ໃນນາມລັດຖະ ບານແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ ພວກຂ້າພະເຈົ້າຂໍສົ່ງຄຳຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນ ປະເສີດ ມາຍັງພະນະທ່ານ ແລະ ໂດຍຜ່ານພະນະ ທ່ານໄປຍັງລັດຖະບານ ແລະ ປະຊາຊົນສະພາບ ເອີຣົບ. ຂໍໃຫ້ພະນະທ່ານໜັ້ນໃຈວ່າ ສປປ ລາວພວກເຮົາ ຈະສືບຕໍ່ຄວາມພະຍາຍາມຂອງຕົນ ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສປປ ລາວກັບສະພາບເອີຣົບ, ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍໃຫ້ເຂັ້ມແຂງ ແລະ ຈະເລີນ ງອກງາມຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຽດຂອງປະຊາຊົນລາວ ແລະ ປະຊາຊົນສະຫະພາບເອີຣົບ ກໍຄືສັນຕິພາບໂລກ ແລະ ການຮ່ວມມືສາກົນ ເພື່ອພັດທະນາ.

 

ຜູ້ນຳລາວອວຍພອນວັນຊາດສາທາລະນະລັດ ໂປໂລຍ

 (06/05/2011)   

*(ຂປລ) ພະນະ​ທ່ານ​ ຈູມ​ມາລີ ໄຊ​ຍະ​ສອນ ປະທານປະເທດ ແຫ່ງ ສປປ ລາວ, ພະນະ ທ່ານ ທອງສິງທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ດຣ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງ ການຕ່າງປະເທດ ແຫ່ງສປປ ລາວ ໄດ້ສົ່ງໂທລະເລກອວຍພອນເຖິງ ພະນະທ່ານ ໂບຣນິສະລາບ ໂກໂມໂຣສະກີ, ປະທານທິບໍດີແຫ່ງສາທາລະນະລັດໂປໂລຍ,ພະນະທ່ານໂດນານຕຸກ, ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ໂປໂລຍແລະ ພະນະທ່ານ ຣາໂດສະລາບ ຊີກໍສະກີ, ລັດຖະມົນຕີວ່າການກະຊວງການ ຕ່າງປະເທດແຫ່ງ ສາທາລະນະລັດໂປໂລຍເນື່ອງໃນໂອກາດວັນຊາດ ແຫ່ງສ.ໂປໂລຍ. ພວກຂ້າພະເຈົ້າຕາງໜ້າປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນ ໂປໂລຍເພື່ອນມິດທຸກຖ້ວນໜ້າ. ພວກຂ້າພະເຈົ້າຫວັງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສ ໂປໂລຍ ຈະສືບຕໍ່ຮັບການຂະຫຍາຍຕົວໃຫ້ເລີກເຊິ່ງຍິ່ງໆຂື້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄືສັນຕິພາບ ແລະ ການຮ່ວມມືສາກົນ ເພື່ອ ການພັດທະນາ.

 

ໂທລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈ

 (04/05/2011)   

(ຂປລ) ທ່ານ ທອງ​ລຸນ, ສີ​ສຸ​ລິດ. ຮອງ​ນາຍົກລັດຖະມົນຕີ, ລັ​ດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​ສົ່ງ​​ໂທລະ​ເລກສະ​ແດງ​ຄວາມ​ເຫັນ ​ໃຈ​ເຖິງ ທ່ານ ນາງ ຮີນລາຣີ ຄລິນ​ຕັນ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສະຫະລັດ ອາ​ເມ​ລິ​ກາ, ​ແລະ ປະຊາຊົນ ອາ​ເມ​ລິ​ກາ, ​ເນື້ອ​ໃນ​ໂທລະ ເລກ​ ຂຽນວ່າ: ຂ້າພະ​ເຈົ້າ​ໄດ້​ຊາບ​ຂ່າວ​ດ້ວຍ​ຄວາມ​ເປັນ​ຫວ່ງ ກ່ຽວ​ກັບ​ເຫດການ​ໄພພິບັດ​ທາງ​ທຳ​ມະ​ຊາດ ​ໃນ​ວັນ​ທີ 28 ເມສາ 2011 ຢູ່​ທາງ​ພາກ​ໃຕ້​ຂອງ​ສະຫະລັດ ອາ​ເມ​ລິ​ການ, ​ອັນ​ເປັນ​ເຫດ​ເຮັດ​ໃຫ້​ມີ​ການ​ສູນ​ເສຍ​ທາງ​ດ້ານ​ຊີວິດ ​ແລະ ຊັບ​ສິນ​ເປັນ​ຈຳນວນ​ຫລວງຫລາຍ. ​ໃນ​ນາມ​ລັດຖະບານ ແຫ່ງ ສປປ ລາວ​ ກໍ​ຄື​ໃນ​ນາມ​ ສ່ວນ​ຕົວ, ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ເຫັນ​ໃຈ​ຢ່າງ​ສຸດຊື້ງມາ​ຍັງ​ທ່ານ ແລະ ຜ່ານທ່ານ ໄປ​ຍັງ​ລັດຖະບານ ແລະ ປະຊາຊົນ​ອາ​ເມ​ລິ​ກາ ກໍ​ຄື​ຄອບຄົວ​ຂອງ​ຜູ້ປະສົບ​ ເຄາະ​ຮ້າຍ​ໃນ​ຄັ້ງນີ້ດ້ວຍ ​ແລະ ຫວັງ​ວ່າ​ສະພາບ​ການ​ດັ່ງກ່າວ​ ຈະ​ໄດ້​ຮັບ​ການຟື້ນຟູ​ສຸ່ຄວາມ​ປົກກະຕິ​ໃນ​ອະນາ​ຄົດ​ອັນ​ໃກ້​ນີ້./

 

ຊົມເຊີຍກອງ​ປະຊຸມ​ໃຫຍ່​ ຄັ້ງທີ VI ຂອງ​ພັກ​ກອມ​ມູນິດ​ກູ​ບາ

 (25/04/2011)   

*(ຂປລ): ​​ໃນ​ໂອກາດ​ໄຂ​ກອງ​ປະຊຸມ​ໃຫຍ່​ ຄັ້ງທີ VI ຂອງ​ພັກ​ກອມ​ມູນິດ​ກູ​ບາ, ​ຄະນະບໍລິຫານງານສູນ ກາງພັກ, ໃນ​ນາມ​ ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ, ພວກ​ຂ້າພະ​ເຈົ້າ ​ຂໍ​ສົ່ງ​ຄວາມ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ​ແລະ ຄວາມ​ສາມັກ​ຄີ​ ຖານ​ສະຫາຍ​ອ້າຍ​ນ້ອງ ອັນ​ສະໜິດສະໜົມ​ ມາ​ຍັງ​ບັນດາ​ຜູ້​ ແທນ​ກອງ​ປະຊຸມ​ໃຫຍ່ ສະມາ​ຊິກ​ພັກ​ກອມ​ມູນິດ​ກູ​ບາ ​ແລະ ​ໂດຍ​ຜ່ານ​ກອງ​ປະຊຸມ​ໃຫຍ່ ​ໄປ​ຍັງ​ຊາວ​ກອມ​ມູນິດ ​ແລະ ປະຊາຊົນ​ກູ​ບາ​ ອ້າຍ​ນ້ອງ​ວິລະ​ຊົນ ​ທຸກ​ຖ້ວນ​ໜ້າ. ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ VI ຂອງ​ພັກ​ກອມ​ມູນິດ​ກູ​ບາ ​ເປັນ​ເຫດການ​ທີ່​ສຳຄັນ​ໃນ​ຊີວິດ​ການ​ເມືອງ​ຂອງ​ພັກ ​ເພາະ​ດຳ​ເນີນ​ໄປ​ໃນ​ໄລຍະ​ເວລາ​ທີ່​ພັກ ​ແລະ ປະຊາຊົນ​ກູ​ບາ​ອ້າຍ​ນ້ອງ​ ພວມ​ຜ່ານ​ຜ່າ​ຂໍ້​ຫຍຸ້ງຍາກ​ນາໆ​ປະການ ອັນ​ເນື່ອງ​ມາ​ຈາກ​ການ​ປິດ​ລ້ອມ​ດ້ານ​ເສດຖະກິດ ​ຂອງສະຫະລັດ​ອາ​ເມ​ລິ​ກາ ທີ່​ແກ່ຍາວ​ມາ​ເປັນ​ ເວລາ 50 ກວ່າ​ປີ ​ແລະ ພວມ​ຍາດ​ໄດ້ຜົນ​ສຳ​​ເລັດ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຫລາຍ​ດ້ານ ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ ໃນ​ໄລຍະ​ໃໝ່. ພວກ​ຂ້າພະ​ເຈົ້າ​ ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ​ອັນ​ສຳຄັນ ​ແລະ ຄວາມ​ເດັດດ່ຽວ​ໜຽວ​ແໜ້ນ​ ຂອງ​ພັກ​ກອມ​ມູນິດ​ກູ​ບາ ​ແລະ ປະຊາຊົນ​ກູ​ບາ​ອ້າຍ​ນ້ອງ ​ໃນ​ພາລະກິດ ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ໝາກຜົນ​ຂອງ​ການ​ປະຕິວັດ​ສັງຄົມ​ນິຍົມ ບົນ​ດິນ​ແດນ ກູ​ບາ ວິລະ​ຊົນ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນວ່າ: ບັນດາ​ມະຕິທີ່​ກອງ​ປະຊຸມ ​ໃຫຍ່​ຄັ້ງນີ້ ຈະ​ຮັບຮອງ​ເອົາ​ນັ້ນ ຈະ​ເປັນ​ທິດ​ທາງ ​ແລະ ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ພັກ​ໃນ​ຊຸມ​ປີ​ຕໍ່ໜ້້າ, ​ເຮັດ​ໃຫ້​ບົດບາດ​ການ​ນຳພາຂອງ​ພັກ​ນັບ​ມື້ ສູງ​ເດັ່ນ​ຂຶ້ນ ​ເພື່ອ​ນຳ​ເອົາ​ຄວາມ​ສົມບູນ​ພູນ​ສຸກ​ມາສູ່​ປະຊາຊົນ​ກູ​ບາ, ນຳພາ​ປະ​ເທດ​ຊາດ​ກູ​ບາ ກ້າວ​ຂຶ້ນຢ່າງ​ໜັກ​ແໜ້ນ​ຕາມ​ຈຸດໝາຍ​ສັງຄົມ​ນິຍົມ, ປະກອບສ່ວນ​ເຂົ້າ ​ໃນ​ພາລະກິດ​ສັນຕິພາບ, ມິດ​ຕະພາບ ​ແລະ ການ​ຮ່ວມ​ມື ​ເພື່ອ​ການ​ພັດທະນາ ​ໃນ​ພາກພື້ນ ​ແລະ ​ໃນ​ໂລກ. ​ເນື່ອງ​ໃນ​ໂອກາດ​ທີ່​ມີ​ຄວາມ​ໝາຍ​ສຳຄັນ ​ແລະ ​ເປັນ​ປະຫວັດສາດ​ນີ້, ພວກ​ຂ້າພະ​ເຈົ້າ​ ຂໍ​ອວນ​ພອນ​ໃຫ້ ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ VI ຂອງ​ພັກ​ກອມ​ມູນິດ​ກູ​ບາ ຈົ່ງ​ປະສົບ​ຜົນສຳ​ເລັດ​ຢ່າງ​ສະຫງ່າ​ງາມ. ຂໍ​ອວຍພອນ ​ໃຫ້​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື ທີ່​ມີ​ມູນ​ເຊື້ອອັນ​ດີງາມ​ມາ​ແຕ່​ດົນ​ນານ ລະຫວ່າງ​ສອງ​ພັກ, ສອງ​ປະ​ເທດ ​ແລະ ປະຊາຊົນ​ສອງ​ຊາດ ​ລາວ ​ແລະ ກູ​ບາ ​ຈົ່ງ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ແລະ ​ເ​ກີດ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ./.

ຜູ້ນຳ​ລາວອວຍພອນວັນຊາດໂຮນລັງ

(25/04/2011)    

*(ຂປລ): ບັນດາການນຳຂອງລາວ ໂດຍມີ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລົດຖະມົນຕີແຫ່ງ ສປປ ລາວ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ​ແຫ່ງ ສປປ ລາວ ຕ່າງ​ກໍ​ໄດ້ສະ​ແດງ​ຄວາມ​ຊົມ​​ເຊີຍ​ອັນ​ອົບ​ອຸ່ນ ແລະ ອວຍພອນໄຊອັນປະເສີດ ຜ່ານທາງໂທລະເລກ ເຖິງສົມເດັດ ພະຣາຊີນີ ເບອາ ຕຣິກສ ວິນເຮມມີນາ ອາມກາດ ແຫ່ງ ຣາຊະອານາຈັກໂຮນລັງ, ທ່ານ ມາກ ຣຸດເຕ, ນາຍົກ ລັດຖະມົນຕີ ແລະ ທ່ານ ອູຣິ ຣອດເຊັນທໍ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາ ຈັກໂຮນລັງ ເນື່ອງໃນໂອກາດວັນຊາດຂອງປະເທດດັ່ງກ່າວ. ເນື້ອຄວາມສຳຄັນຂອງໂທລະເລກລະບຸວ່າ: ພວກຂ້າພະເຈົ້າ ຂໍຖືເປັນກຽດສົ່ງ ຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ສົມເດັດ ພະລາຊີນີ, ນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ຕະຫລອດ ຮອດປະຊາຊົນໂຮນລັງທຸກຖ້ວນໜ້າ ຈົ່ງມີພາລະນາໄມສົມບູນ ແລະ ມີຄວາມຜາສຸກ ແລະ ຫວັງຢ່າງຍິ່ງວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໂຮນລັງ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ເພື່ອຜົນປະ ໂຫຍດ ຂອງປະຊາຊົນສອງຊາດ ກໍຄື ສັນຕິພາບໂລກ ແລະ ການຮ່ວມມືສາກົນ ເພື່ອການພັດທະນາແບບຍືນຍົງ./.

ສານຊົມເຊີຍ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ

(25/04/2011)    

*(ຂປລ): ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງສະຫາຍ ຣາອູນ ກາດສໂຕຣ ຣູດສ, ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ໃນໂອກາດທີ່ ສະຫາຍ ໄດ້ຮັບ ເລືອກຕັ້ງໃຫ້ລົງຕຳແໜ່ງ ເປັນເລຂາທິທີ່ໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ໃນນາມຄະນະບໍ ລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສະຫາຍ. ການທີ່ສະຫາຍໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງ ສູງສຸດ ຂອງ ພັກກອມມູນິດກູບາໃນຄັ້ງນີ້ ເປັນການສະແດງຄວາມໄວ້ວາງໃຈອັນສູງສົ່ງຂອງທົ່ວພັກ, ທົ່ວປວງຊົນກູບາ ທີ່ມີຕໍ່ສະຫາຍ ໃນຖານະເປັນຜູ້ນຳທີ່ກ້າແກ່ນ, ມີຄວາມສະຫລາດສ່ອງໄສ ແລະ ມີປະສົບການອັນອຸດົມສົມບູນ ໃນການນຳພາປະຊາຊົນກູບາອ້າຍນ້ອງ ປົກປັກສາໝາກຜົນຂອງການປະຕິວັດ ແລະ ສາ້ງສາ ພັດທະນາປະເທດຊາດ ເພື່ອກ້າວຂຶ້ນສັງຄົມນິຍົມ ຢ່າງໝັກແໜ້ນ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ: ພາຍໃຕ້ການນຳພາ ຂອງຄະນະບໍລິຫານງານສູນກາງພັກກອມ ມູນິດກູບາ ອັນມີສະຫາຍເປັນເລຂາທິການທີໜຶ່ງນັ້ນ, ທົ່ວພັກ ແລະ ປະຊາຊົນກູບາອ້າຍນ້ອງຜູ້ພິລະອາດຫານ ຈະຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫລວງ ກວ່າເກົ່າ ໃນການປະຕິບັດກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກ, ສ້າງປະເທດກູບາ ໃຫ້ເປັນປະເທດສັງຄົມນິຍົມທີ່ເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ ຄືດັ່ງສະຫາຍ ໂຮເຊ ມາກຕີ ປາຖະໜາ. ຂໍອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ຈົ່ງໄດ້ຮັບການສືບ ຕໍ່ເສີມຂະຫຍາຍໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ຂໍໃຫ້ສະຫາຍ ຈົ່ງພະລານາໄມສົມບູນ, ມີຄວາມຜາສຸກ ແລະ ມີຜົນສຳເລັດໃນໜ້າ ທີ່ວຽກງານ ອັນສູງສົ່ງຂອງ ສະຫາຍ./.

ລັດຖະມົນຕີ​ການ​ຕ່າງປະ​ເທດລາວ​ ໄດ້​ຮັບ​ໂທລະ​ເລກ​ອວຍພອນ

(22/04/2011)    

*(ຂປລ): ສະຫາຍ ດຣ. ທອງ​ລຸນ ​ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​ຮັບ​ໂທລະ​ເລກ​ອວຍພອນ​ ຈາກສະຫາຍ​ ຢາງ ​ເຈ​ສື, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປ ຈີນ ໃນ​ໂອກາດການ​ສ້າງຕັ້ງສາຍ​ພົວພັນ​ການ​ທູດ ລະຫວ່າງ ສປ ຈີນ ແລະ ສປປ ລາວ ບັນຈົບຄົບຮອບ 50 ປີ. ເນື້ອໃນໂທລະເລກຂຽນວ່າ: ຂ້າພະເຈົ້າຂໍສົ່ງຄວາມຄຳນັບຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະ ເສີດ ມາຍັງສະຫາຍ. ນັບແຕ່ເຄິ່ງ ສະຕະວັດ ທີ່ສາຍພົວພັນການທູດ ລະຫວ່າງ ຈີນ-ລາວ ໄດ້ສ້າງຕັ້ງຂຶ້ນເປັນ ຕົ້ນມາ ໂດຍຢູ່ພາຍໃຕ້ຄວາມເປັນຫ່ວງເປັນໃຍ ແລະ ຊີ້ນຳສະໜິດແໜ້ນ ຂອງການ ນຳທັງສອງປະເທດ, ການພົວພັນ ແລະ ການຮ່ວມມື ຈີນ-ລາວ ໄດ້ຮັບການພັດທະນາຢ່າງຟົດຟື້ນ. ໃນສັດຕະວັດໃໝ່ ແລະ ໃນໄລຍະໃໝ່ນີ້, ການພົວພັນ ລະຫວ່າງ ຈີນ- ລາວ ໄດ້ພົບກັບກາລະໂອກາດ ແຫ່ງການພັດທະນາອັນໃໝ່. ຂ້າພະເຈົ້າ ຍິນດີຈະປະສານສົມທົບຢ່າງສະໜິດແໜ້ນ ແລະ ທຳມານະພະຍາຍາມຢ່າງບໍ່ລົດ ລະກັບສະຫາຍ ເພື່ອຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ລະຫວ່າງ ຈີນ-ລາວ ໃຫ້ງອກງາມຍິ່ງໆ ຂຶ້ນ./.

ຜູ້ນຳ​ຈີນ ​ຊົມ​ເຊີຍວັນ​ສ້າງຕັ້ງສາຍ​ພົວພັນ​ການ​ທູດ ຈີນ-ລາວ ຄົບຮອບ 50 ປີ

(22/04/2011)    

*(ຂປລ): ສະຫາຍ ຮູ ຈິນທາວ, ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ ​ແຫ່ງ ສປ.ຈີນ, ສະຫາຍ ອູ ປັງ​ກົວ, ປະທານ​ ຄະນະ​ປະຈຳ​ສະພາ​ປະຊາຊົນ​ທົ່ວ​ປະ​ເທດ ສປ.ຈີນ​ແລະ ສະຫາຍ ເວີນ ເຈຍ​ປາວ, ນາຍົກລັດຖະມົນຕີ​ ແຫ່ງ ສປ.ຈີນ ຕ່າງໄດ້​ສົ່ງ​ໂທລະ​ເລກ​ອວຍພອນ ຈາກ​ນະ ຄອນຫລວງ​ປັກ​ກິ່ງ ​ໃນ​ວັນ​ທີ 22 ເມສາ 2011 ​ເຖິງສະຫາຍ ຈູມ​ມາລີ ໄຊ​ຍະ​ສອນ, ເລຂາທິການ​ໃຫຍ່ ຄະນະ​ບໍລິ ຫານ​ງານ​ສູນ​ກາ​ງພັກ ປະຊາຊົນ​ ປະຕິວັດ​ລາວ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ສະຫາຍ ​ນາງ ປານີ ຢາ​ທໍ​່ຕູ້, ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ສປປ ລາວ ​ແລະ ສະຫາຍ​ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ​ ທີ່​ນະຄອນຫລວງ​ວຽງ​ຈັນ. ​ເນື້ອ​ໃນ​​ໂທລະ​ເລກ​ຂຽນ​ວ່າ: ເນື່ອງ​ໃນ​ໂອກາດ​ການ​ສ້າງຕັ້ງສາຍ​ພົວພັນ​ການ​ທູດ ລະຫວ່າງ ສປ ຈີນ ແລະ ສປປ ລາວ ​ໄດ້ບັນຈົບ​ຄົບຮອບ 50 ປີ, ພວກ​ຂ້າພະ​ເຈົ້າ ຂໍ​ຕາງຫນ້າ​ພັກ​ກອມ​ມູນິດຈີນ, ສະພາ​ຜູ້​ແທນ​ປະຊາຊົນ ທົ່ວ​ປະ​ເທດ​ຈີນ, ​ລັດຖະບານ​ຈີນ ແລະ ປະຊາຊົນ​ຈີນ ສົ່ງ​ຄວາມ​ຄຳນັບຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສ​ີດ ມາ​ຍັງ​ບັນດາ​ສະຫາຍ ​ແລະ ​ໂດຍ​ຜ່ານ​ບັນດາ​ສະຫາຍ ​ໄປ​ຍັງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ສະພາ​ແຫ່ງ​ຊາດ​ລາວ, ລັດຖະບານ​ລາວ ​ແລະ ປະຊາຊົນ​ລາວ​ອ້າຍ​ນຍ້ອງ​ ທຸກ​ຖ້ວນ​ຫນ້າ. ສອງ​ປະ​ເທດ ລາວ-ຈີນ ມີ​ສາຍພູ​ ສາຍ​ນ້ຳຕິດ​ຈອດ​ກັນ ແລະ ປະຊາຊົນ​ທັງ​ສອງ​ຊາດ ຈີນ-ລາວ ​ໄດ້​ມີໄມຕີ​ຈິດ​ມິດຕະພາບ ອັນ​ເປັນ​ມູນ​ເຊື້ອ​ມາ​ແຕ່​ບູຮານ​ນະ​ການ, ນັບ​ແຕ່​ເຄິ່ງສະຕະວັດ ທີ່​ສາຍ​ພົວພັນ​ການ​ທູດ ລະຫວ່າງ ຈີນ-ລາວ ​ໄດ້​ສ້າງຕັ້ງຂຶ້ນ​ເປັນ​ຕົ້ນມາ, ການ​ພົວພັນ​ອັນ​ດີງາມ ລະຫວ່າງ ​ຈີນ-ລາວ ທີ່​ຜູ້ນຳ​ລຸ້ນອາວຸ​ໂສ ຂອງສອງ​ປະ​ເທດ ​ໄດ້​ຮ່ວມ​ກັນ​ເ​ພີ່ມ​ພູນ​ຄູນ​ສ້າງ​ຂຶ້ນມານັ້ນ ໄດ້​ຜ່ານ​ຜ່າ​ການ​ທົດ​ສອບ​ນາໆ​ຊະນິດ ທີ່​ມາ​ຈາກ​ພາຍ​ໃນ​ປະ​ເທດ​ໃຜ​ມັນ ແລະ ການ​ຜັນ​ແປ​ຢ່າງ​ສັບສົນ ​ຂອງ​ສະຖານະ​ການ​ສາກົນ ແລະ ​ໄດ້​ນັບ​ມື້ນັບ​ເຂົ້າ ສູ່​ສ່ວນ​ເລິກ​ຈິດ​ໃຈ ຂອງ​ປະຊາຊົນ​ສອງປະ​ເທດ ​ແລະ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ສົ່ງ​ເສີມ​ຢ່າງ​ບໍ່​ຢຸດ​ຢັ້ງ. ໃນ​ທ່າມກາງ​ຂະ​ບວນວິວັດ​ ແຫ່ງ ການ​ຕໍ່​ສູ້​ປະຕິວັດ ​ແລະ ພາລະກິດ​ສ້າງສາ​ສັງຄົມ​ນິຍົມ ອັນ​ເປັນ​ເວລາ​ຍາວ​ນານ​ນັ້ນ, ປະຊາຊົນ​ສອງຊາດ ຈີນ-ລາວ ​ໄດ້​ເຫັນ​ອົກ​ເຫັນ​ໃຈກັນ ແລະ ອຸ້ມ​ຊູ​ຊ່ວຍ​ເຫລືອ​ ເຊິ່ງກັນ ແລະ ກັນ ອັນໄດ້​ຜູກ​ມັດ​ມິດ​ຈິດ​ມິດ​ໃຈ​ອັນ​ເລິກ​ເຊິ່ງ. ສະຫລຸບ​ໄດ້​ວ່າ: ການ​ພົວພັນ​ມິດຕະພາບ ລະຫວ່າງ ​ຈີນ-ລາວ ​ເປັນ​ແບບ ຢ່າງ​ທີ່​ດີ ໃຫ້​ແກ່​ການ​ພົວພັນ​ໄມຕີ​ຈິດ ​ລະຫວ່າງ​ ນາໆ​ຊາດ​ໃນ​ໂລກ. ​ເມື່ອ​ກ້າວ​ເຂົ້າສູ່​ສະຕະວັດ​ໃຫມ່​ແລ້ວ ບົນ​ຈິດ​ໃຈ​ທີ່​ຫມັ້ນຄົງ​ຍາວ​ນານ ໄມຕີ​ຈິດ​ຖານ​ບ້ານ​ໃກ້ເຮືອນ ຄຽງ ​ໄວ້​ເນື້ອ​ເຊື່ອ​ໃຈ​​ ເຊິ່ງກັນ ​ແລະ ​ກັນ ແລະ ຮ່ວມ​ມື​ຢ່າງຮອບດ້ານ, ​ເປັນບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ເພື່ອນ​ມິດ​ທີ່​ດີ ສະຫາຍ​ທີ່​ດີ ​ແລະ ຄູ່​ຮ່ວມ​ມື​ທີ່​ດີ, ການ​ພົວພັນ ລະຫວ່າງ​ສອງ​ປະ​ເທດ ​ໄດ້​ສືບຕໍ່​ຮັບ​ການ​ພັດທະນາ ຢ່າງ​ງອກງາມ​ຟົດຟື້ນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ເຊິ່ງກັນ​ ແລະ ​ກັນ ທາງ​ດ້ານ​ການ​ເມືອງ ລະຫວ່າງ​ ທັງ​ສອງ​ຝ່າຍ ​ໄດ້​ນັບ​ມື້ນັບ​ແຫນ້ນ​ແຟ້ນຂຶ້ນ, ການ​ແລ​ກປ່ຽນ​ຮ່ວມ​ມື ໃນ​ທຸກ​ຂົງ​ເຂດ ລະ​ຫວ່າງ ​ສອງ​ຝ່າຍ ກໍ​ໄດ້​ເສີມ​ຂະຫຍາຍ​ໄປ​ສູ່​ລວງ​ເລິກ ​ແລະ ທັງ​ສອງ​ຝ່າຍ ກໍ​ໄດ້​ມີ​ການ​ປະສານ​ສົມທົບ​ກັນຢ່າງ​ສະຫນິດ​ແຫນ້ນ ​ໃນ​ກິດຈະການ ​ພາກພື້ນ ແລະ ສາກົນ. ສອງ​ປະ​ເທດ ຈີນ-ລາວ ​ໄດ້​ສ້າງຕັ້ງສາຍ​ພົວພັນ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ. ພັກ​ກອມ​ມູນິດ​ຈີນ, ລັດຖະບານ​ຈີນ ​ແລະ ປະຊາຊົນ ​ຈີນ ໄດ້​ຖະນຸ​ຖະຫນອມ​ ມິດຕະພາບ ລະຫວ່າງ​ຈີນ-ລາວ ​ໂດຍ​ຢືນ​ຢູ່​ຈຸດ​ເລີ່​ມປະຫວັດສາດ​ອັນ​ໃຫມ່, ພວກ​ຂ້າພະ​ເຈົ້າ ຍິນ​ດີ​ພະຍາຍາມ ພ້ອມ​ແລ້ວ​ຈະ​ຮ່ວມ​ກັບ ​ຝ່າຍ​ລາວ ​ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນ​ແບບ​ໄມຕີ​ຈິດ, ​ເປີດ​ກວ້າງ​ການ​ຮ່ວມ ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມື​ຜົນ ແລະ ຊຸກ​ຍູ້​ການ​ພັດທະນາ​ພ້ອມ​ກັນ ຊຶ່ງຈະ​ພະຍາຍາມ​ ບຸກ​ເບີກ​ສະພາບ​ການ​ອັນ​ໃຫມ່ ໃຫ້​ແກ່​ການ​ພົວພັນ​ຈີນ-ລາວ. ຂໍ​ອວຍພອນ​ໃຫ້​ ສາທາ​ລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຈົ່ງ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ປະຊາຊົນ​ ຈົ່ງ​ມີ​ຄວາມ​ຜາ​ສຸກ. ຂໍ​ອວຍພອນ​ໃຫ້​ມິດ​ຕະພາບ ທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ ຈີນ-ລາວ ຈົ່ງ​ຍືນ​ຍົງ​ຕະຫລອດ​ກາລະ​ນານ./.

ຜູ້ນຳ​ລາວ​ຊົມ​ເຊີຍ ວັນ​ສ້າງຕັ້ງສາຍ​ພົວພັນ​ການ​ທູດ ລາວ-ຈີນ ຄົບຮອບ 50 ປີ

(22/04/2011)    

*(ຂປລ): ບັນດາ​ທ່ານ​ຜູ້ນຳ​ລາວ ຊຶ່ງ​ມີສະຫາຍ ຈູມ​ມາ​ລີ ໄຊ​ຍະ​ສອນ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ສະຫາຍ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ແລະ ສະຫາຍ ນາງ​ ປານີ ຢາ​ທໍ່ຕູ້, ປະທານ​ສະພາ​ແຫ່ງ​ຊາດ ລາວ ​​ຕ່າງ​ກໍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ຜ່ານ​ທາງ​ໂທລະ​ເລກ​​ເຖິງ ສະ​ຫາຍ ຮູ ຈິນທາວ, ປະທານ​ປະ​ເທດ ​ແຫ່ງ ສປ ຈີນ, ສະຫາຍ ​ເວິນ ເຈຍ​ປາວ, ນາຍົກລັດຖະມົນຕີ ແລະ ສະຫາຍ ອູ ປັງ​ກົວ, ປະທານ​ຄະນະ​ປະຈຳ​ສະພາ ​ຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ ​ແຫ່ງ ສປ ຈີນ ທີ່​ນະຄອນຫລວງ​ປັກ​ກິ່ງ ເນື່ອງ​ໃນ​ໂອກາດ​ວັນຄົບຮອບ 50 ປີ ແຫ່ງ​ການ​ສ້າງຕັ້ງສາຍ​ພົວພັນ​ການ​ທູດ ​ລະຫວ່າງ ສປປ ລາວ ແລະ ສປ ຈີນ (256/4/1961-25/4/2011). ​ເນື່ອ​ໃນໂທລະ​ເລກ ລະບຸ​ວ່າ: ​ໃນ​ນາມ​ລັດຖະບານ ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ ກໍ​ຄື​ໃນ​ນາມ​ສ່ວນ​ຕົວ ​ຂອງ​ພວກ​ຂ້າພະ​ເຈົ້າ, ມ​ີຄວາມ​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ບັນດາ​ສະຫາຍ ​ແລະ ​ໂດຍ​ຜ່ານ​ບັນດາ​ສະຫາຍ ​ໄປ​ຍັງ​ປະຊາຊົນ​ຈີນ​ອ້າຍ​ນ້ອງ​ທຸກ​ຖ້ວນ​ໜ້າ. ຕະຫລອດ​ໄລຍະ 50 ປີ ທີ່​ຜ່ານ​ມາ ດ້ວຍ​ຄວາມ​ພະຍາຍາມ​ຂອງ​ທັງ​ສອງ​ຝ່າຍ, ສອງ​ປະ​ເທດ​ ລາວ ແລະ ຈີນ ທີ່​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ຊຶ່ງ​ຕິດ​ຈອດ​ກັນ ດ້ວຍສາຍພູ ແລະ ​ແມ່ນ້ຳ​ນັ້ນ ​ໄດ້​ໃຫ້ການ​ສະໜັບ ສະໜູນ ແລະ ຊ່ວຍ​ເຫລືອ ເຊ່ິ​ງກັນ ແລະ ກັນ​ຢ່າງ​ຕໍ່​ເນື່ອງ ​ໂດຍ​ສະ​ເພາະ ສປ ຈີນ ແລະ ປະຊາຊົນຈີນ ໄດ້​ປະ ກອບສ່ວນ​ຢ່າງ​ໃຫຍ່​ຫລວງ​ ເຂົ້າ​ໃນ​ການ​ຕໍ່ສູ້​ກູ້ຊາດຂອງ​ປະຊາຊົນ​ລາວ ​ໃນ​ເມື່ອ​ກ່ອນ ​ກໍ​ຄື​ ​ໄລຍະ​ການ​ສ້າງສາ​ພັດທະນາ​ປະ​ເທດ​ໃນ​ປັດຈຸບັນ. ລັດຖະບານ ແລະ ປະຊາ​ຊົນລາ​ວ ຍາມ​ໃດ​ກໍ​ຖະ​ນຸ​ຖະ​ໜອມ ມິດຕະພາບ​ອັນ​ຍິ່ງ​ໃຫຍ່​ດັ່ງກ່າວ ​ແລະ ຈະ​ສືບຕໍ່ຜັນ​ຂະຫຍາຍ​ ສາຍ​ພົວພັນ​ມິດຕະພາບ ທີ່​ມີ​ມູນ ​ເຊື້ອ​ອັນ​ດີງາມ​ນີ້​ ໃຫ້​​ໝັ້ນຄົງ​ຕະຫລອດ​ໄປ, ຈະ​ພ້ອມ​ກັບ​ລັດ ຖະບານ ແລະ ປະຊາຊົນ ຈີນ​ອ້າຍ​ນ້ອງ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ ​ແບບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ໝັ້ນຄົງ​ຍາວ​ນານ ​ໃຫ້​ເຂົ້າ​ສູ່​ລ່ວງ​ເລິກ, ​ເພື່ອ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ ​ຂອງ​ປະຊາຊົນ​ທັງ​ສອງຊາດ​ ລາວ ​ແລະ ຈີນ ກໍ​ຄື​ ພາລະກິດ​ເສີມ​ສ້າງ ສັນຕິພາບ, ສະ​ເຖຍ​ລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກພື້ນ ແລະ ​ໃນ​ໂລກ. ​​ລັດຖະບານ ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ ຂໍ​ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ ໝັ້ນຄົງ​ຍາວ​ນານ ​ເພື່ອ​ການ​ພັດທະນາ ​ແລະ ຄວາມ​ໝັ້ນຄົງ​ລະຫວ່າງ ສປປ ລາວ ​ແລະ ສປ ຈີນ ຈົ່ງ​ຍືນ​ຍົງ​ຕະຫລອດ​ກາລະ​ນານ. ຂໍ​ອວຍພອນ​ໃຫ້ ສປ ຈີນ ຈົ່ງ​ມີ​ ແຕ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ປະຊາຊົນ​ຈີນ ມີ​ຄວາມ​ຜາ​ສຸກ​ຍິ່ງໆ​ຂຶ້ນ ບົນ​ເສັ້ນທາງ​ສັງຄົມ​ນິຍົມ ຕາມ​ສີສັນ​ຂອງ​ຈີນ./.

ໂທລະ​ເລກ​ຊົມ​ເຊີຍ

(22/04/2011)     

*(ຂປລ): ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ ວັນ​ສ້າງຕັ້ງສາຍ​ພົວພັນ​ການ​ທູດ ຄົບຮອບ 50 ປີ ລະຫວ່າງ​ ສປ​ປ ​ລາວ ແລະ​ ສປ ​ຈີນ ສະຫາຍ ດຣ. ທອງ​ລຸນ ສີ​ສຸ​ລິດ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ ປະ​ເທດ ​ໄດ້​ສະ​ແດງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ສະຫາຍ​ ຢາງ ​ເຈ​ສື, ລັດຖະມົນຕີ ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປ ແລະ ​ໂດຍ​ຜ່ານ​ບັນດາ​ສະຫາຍ ​ໄປ​ຍັງ​ບັນດາ​ພະນັກງານ​ກະຊວງ​ການ​ຕ່າງປະ​ເທດ ສາທາລະນະ​ລັດ ​ປະຊາຊົນ ​ຈີນ ທຸກ​ທົ່ວ​ໜ້າ. ຕະຫລອດ​ໄລຍະ 5 ທົດ​ສັດຕະວັດ ​ແຫ່ງ​ການ​ສ້າງຕັ້ງພົວພັນສາຍ​ການ​ທູດ ລະຫວ່າງ ສປປ ລາວ ​ແລະ​ສປ ຈີນ ທີ່​ມີ​ຄວາມ​ໜາຍ​ທາງ​ປະຫວັດສາດ ​ສຳລັບ​ສອງ​ ປະ​ເທດ​ຂອງ​ພວກ​ເຮົາ​ນັ້ນ. ປະຊາຊົນ​ສອງ​ຊາດ​ຂອງ​ພວກ​ເຮົາ​ ໄດ້​ເພີ້​ມພູນ​ຄູນ​ສ້າງ​ສ້າງສາ​ຍພົວພັນ​ມິດຕະພາບ​ ມາ​ແຕ່​ບູຮານ​ນະ​ການ ​ແລະ ເສີມ​ຂະຫຍາຍ​ການ ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ ອັນ​ໜັ້ນຄົງ​ຍາວ​ນານ​ ຢ່າງ​ມີ​ປະສິດທິ​ຜົນ​ເປັນ​ລຳດັບ​ມາ ​ໂດຍ​ສະ​ເພາະ​ໃນ​ການ​ຮ່ວມ​ມື​ ລະຫວ່າງ ​ສອງ​ກະຊວງ​ການ​ ຕ່າງປະ​ເທດ ລາວ ​ແລະ ຈີນ​ນັ້ນ ພວກ​ເຮົາ​ໃຫ້ການ​ສະໜັບສະໜູນ​ປະສານ​ສົມທົບ​ເຊິ່ງ​ກັນ ແລະ ກັນຢ່າງ​​ໃກ້​ຊິດ​ ທັງ​ໃນ​ຂອບ​ສອງ​ຝ່າຍ​ ແລະ ​ຫລາຍ​ຝ່າຍ​ ໃນ​ເວທີ​ພາກພື້ນ ແລະ ສາກົນ ຊຶ່ງ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ ມາສູ່​ປະຊາຊົນ​ຂອງ​ສອງ​ຊາດ​ຂອງ​ພວກ​ເຮົາ​ ທັງ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ ແຫ່ງ​ ສັນຕິພາບ ມິດຕະພາບ​ ແລະ​ ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ ຂອງ​ພາກພື້ນ ​ແລະ ​ຂອງ​ໂລກ. ຂ້າພະ​ເຈົ້າ​ ພ້ອມ​ແລ້ວ​ຈະ​ຄຽງ​ບ່າ​ຄຽງ​ໄລ່​ກັບ​ສະຫາຍ ​ເພື່ອ​ຮັດ​ແໜ້ນ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ອັນ​ໜັ້ນຄົງ​ຍາວ​ນານ ​ລະຫວ່າງ​ ສອງ​ປະ​ເທດ​ ກໍຄືສອງ​ກະຊວງ​ການ​ຕ່າ​ງປະ​ເທດ​ພວກ​ເຮົາ ໃຫ້​ສຶບຕໍ່​ຂະຫຍາຍຕົວ​ຢ່າງ​ບໍ່​ຍຸດ​ຢັ້ງ​ ແລະ​ ນັບ​ມື້ນັບ​ເລິກ​ເຊິ່ງ. ​ໃນໂອກາດ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ນີ້, ​ໃນ​ນາມ​ກະຊວງ​ ການ​ຕ່າງປະ​ເທດແຫ່ງ ​ສາທາລະນະ​ລັດ​ ປະຊາທິປະ​ໄຕ ​ປະຊາຊົນ​ລາວ, ຂ້າພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ຈັງ ມາ​ຍັງ​ສະຫາຍ ​ພ້ອມ​ພະນັກງານ​ກະຊວງ​ ການ​ຕ່າງປະ​ເທດ​ແຫ່ງ ​ສາທາລະນະ​ລັດ ​ປະຊາທິ​ໄຕ​ ປະຊາຊົນ​ຈີນ ​ທີ່​ໃຫ້ການ​ສະໜັບສະໜູນ​ ແລະ​ຊ່ວຍ​ເຫລືອ​ແກ່​ພວກ​ຂ້າພະ​ເຈົ້າ ​ແລ​ະ ອ່ວຍ​ພອນ​ໃຫ້​ສະຫາຍ ​ແລະ​ ພ້ອມ​ດ້ວຍ​ຄະນະ​ນຳ​ ແລະ ​ພະນັກງານ​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ​ ສາທາລະນະ​ລັດ ​ປະຊາທິປະ​ໄຕ ​ປະຊາຊົນ​ຈີນ​ ທຸກ​ທົ່ວ​ໜ້າ​ ຈົ່ງ​ມີ​ສຸຂະພາບ​ແລະ ​ພາລະ​ນະ​ໄມ​ທີ່​ສົມບູນ ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງ​ຕົນ./.

 

ຜູ້ນຳລາວ ອວຍພອນ​ວັນຊາດ ​ເດນ​ມາກ

(19/04/2011)     

*(ຂປລ): ພະນະທ່ານ ຈູມ​ມາລີ ໄຊ​ຍະ​ສອນ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​ສະແດງຄວາມຊົມ ເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານທາງໂທລະເລກ ເຖິງສົມ​ເດັດ ມາກ​ເກຣັດ ທີ II ຣາ​ຊີ​ນີ ແຫ່ງ ຣາຊາ​ອານາ​ຈັກ ​ເດນ​ມາກ ​​ເນື່ອງໃນ​ໂອກາດ​ວັດ​ຊາດຂອງປະເທດດັ່ງກ່າວ. ​ເນີ້​ອ​ໃນ​ໂທລະ​ເລກ​ ລະບຸ​ວ່າ: ​ໃນ​ນາມ​ປະຊາຊົນ​ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ພະ​ອົງ ​ແລະ ຜ່ານ​ພະ​ອົງ ​ໄປ​ຍັງ​ປະຊາຊົນ​ເດນ​ມາກ ຈົ່ງ​ມີ​ພະ​ລາ​ນາ​ໄມ​ສົມບູນ, ມີ​ຄວາມ​ຜາ​ສຸກ ​ແລະ ຄວາມ​ວັດ​ທະນາ​ຖາວອນ. ພ້ອມທັງເຊື່ອໝັ້ນວ່າ: ​ສາຍ​ ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ ​ລະຫວ່າງ​ ສອງ​ປະ​ເທດ​ ລາວ-​ເດນ​ມາກ ຈະ​ສືບຕໍ່​ເສີມ​ຂະຫຍາຍ​ໃຫ້ເຂັ້ມ​ແຂງ ​ແລະ ​ເລິກ​ເຊິ່ງຍິ່ງ​ຂຶ້ນ​ໃນ​ອະນາ​ຄົດ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ທັງ​ສອງ​ຊາດ ລາວ-ເດນ​ມາກ ກໍ​ຄື ​ເພື່ອ​ສັນຕິພາບ, ສະເຖຍ​ລະ​ພາບ ​ແລະ ການ​ຮ່ວມ​ມື​ສາກົນ​ເພື່ອ​ການ​ພັດທະນາ. ສ່ວນເນື້ອໃນໂທລະ ເລກ ຂອງພະນະທ່ານ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ສົ່ງເຖິງ ພະນະທ່ານ ລາ​ສ໌ ໂລ​ເກ ຣາຊມຸສ​ເຊ​ນ, ນາຍົກລັດຖະມົນຕີ ແຫ່ງ ຣາຊາ​ອານາຈັກ ​ເດນ​ມາກ ​ ​ລະບຸ​ວ່າ: ​ໃນ​ນາມ​ລັດຖະບານ ແຫ່ງ ສປປ ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າຂໍ​ສົ່ງ​ຄວາມ​ຊົມ​ເຊີຍ​ອັນ​ອົບອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງທ່ານ ແລະ ຜ່ານ​ທ່ານ ໄປ​ຍັງ​ລັດຖະບານ ແລະ ປະຊາຊົນ​ເດນ​ມາກ​ທຸກ​ຖ້ວນ​ໜ້າ. ພ້ອມທັງ ເຊື່ອໝັ້ນວ່າ: ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ ລະຫວ່າງ​ສອງ​ປະ​ເທດພວກ ເຮົາ ຈະ​ສືບຕໍ່​ເສີມ​ຂະຫຍາຍ​ໃຫ້​ກວ້າງຂວາງ ​ແລະ ​ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາ ຊົນ​ທັງ​ສອງ​ຊາດ ລາວ-ເດນ​ມາກ​, ເພື່ອສັນຕິພາບ​ໂລກ ​ແລະ ການ​ຮ່ວມ​ມື​ສາກົນ ​ເພື່ອ​ການ​ພັດທະນາ​ແບບ​ຍືນຍົງ. ໃນໂອກາດດຽວກັນນີ້ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງໂທລະເລກ ເຖິງພະນະທ່ານ ລີນ ແອັສເພີເຊັນ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ເດນມາກ ເຊັ່ນດຽວກັນ./.

ນາຍົກລັດຖະມົນຕີຍີ່ປຸນສົ່ງສານສະແດງຂອບໃຈ ຢ່າງຈິງໃຈຕໍ່ບັນດາປະເທດໃນທົ່ວໂລກ

(11/04/2011)     

*(ຂປລ): ເມື່ອມໍ່ໆມານີ້ ທ່ານ ຄັນ ນາໂອະໂຕະ, ນາຍົກລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ໂດຍຜ່ານສານສະບັບໜຶ່ງ ຕໍ່ບັນດາ ປະເທດເພື່ອນມິດ ໃນທົ່ວໂລກ ທີ່ໄດ້ໃຫ້ການຊ່ວຍເຫລືອໃນໄລຍະທີ່ປະເທດຍີ່ປຸ່ນ ປະສົບເຫດການແຜ່ນດິນໄຫວ ແລະ ຄື້ນສຶນາມິ ຊຶ່ງມີເນື້ອໃນ ລະບຸວ່າ: ແຜ່ນດິນໄຫວໃນຍີ່ປຸ່ນຄັ້ງນີ້ ແມ່ນເປັນແຜ່ນດິນໄຫວ ຄັ້ງໃຫຍ່ທີ່ສຸດ ໃນປະຫວັດສາດຂອງຍີ່ປຸ່ນ ເຖິງຈະຜ່ານມາໄດ້ 1 ເດືອນແລ້ວ ແຕ່ກໍໄດ້ສ້າງ ຄວາມສູນເສຍ ທາງດ້ານຊີວິດເປັນຈຳນວນຫຼວງຫຼາຍ ແລະ ປະຈຸບັນຍັງມີປະຊາຊົນອີກຈຳນວນ 1 ແສນ 5 ໝື່ນກວ່າຄົນ ທີ່ຕ້ອງດຳລົງຊີວິດອາໄສຢູ່ໃນສູນອົບພະຍົບ.

ສຳລັບເຂດທີ່ຖືກກວາດພັດຈາກຄື້ນສຶນາມິ ຫຼັງຈາກເກີດແຜ່ນດິນໄຫວນັ້ນ ແມ່ນບໍ່ມີນ້ຳ, ໄຟຟ້າ, ອາຫານ ແລະ ບໍ່ສາມາດຕິດຕໍ່ສື່ສານໄດ້. ໃນສະຖານະການ ດັ່ງກ່າວນັ້ນ, ຍ້ອນແຮງໃຈ ແລະ ການຊ່ວຍເຫຼືອຈາກທຸກໆທ່ານ ທີ່ມອບຄວາມກ້າຫານໃຫ້ແກ່ພວກຂ້າພະເຈົ້າ. ຖ້ວຍແກງ 1 ຖ້ວຍ, ຜ້າຫົ່ມ 1 ຜືນ ເຮັດໃຫ້ຫົວໃຈ ແລະ ຮ່າງກາຍທີ່ໜາວເຢັນນັ້ນອົບອຸ່ນຂຶ້ນໄດ້. ໜ່ວຍກູ້ໄພ ໄດ້ຊ່ວຍຊອກຫາຍາດພີ່ນ້ອງ ຄອບຄົວຂອງພວກຂ້າພະເຈົ້າ ທີ່ຢູ່ໃນກອງຊາກສະລັກຫັກພັງໃຫ້ຢ່າງມຸ່ງ ໝັ້ນ. ໜ່ວຍແພດໝໍ ກໍໄດ້ຊ່ວຍຮັກສາບາດແຜທາງໃຈ ແລະ ຮ່າງກາຍໃຫ້ຢ່າງຕັ້ງໃຈ. ມາ ເຖິງປະຈຸບັນ ກຳລັງໃຈຈຳນວນນັບບໍ່ຖ້ວນ ທີ່ສົ່ງມາຈາກທົ່ວໂລກ ກໍໄດ້ມາຮອດພວກຂ້າພະເຈົ້າ. ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ກັບສາຍພົວພັນມິດຕະພາບອັນແໜ້ນແຟ້ນ ຂອງບັນດາທ່ານທົ່ວໂລກ.

ການຟື້ນຟູແມ່ນໄດ້ເລີ່ມຂຶ້ນແລ້ວ ສຳລັບໂຮງງານຜະລິດໄຟຟ້ານິວເຄຍ ຟຸຄຸສິມາໄດອິຈິ ກໍ ເຊັ່ນດຽວກັນ ກໍກຳລັງສືບຕໍ່ສຸມທຸກຄວາມສາມາດ ເພື່ອຍົກສູງລະດັບ ຄວາມປອດໄພຂຶ້ນ. ປະເທດຍີ່ປຸ່ນຈະຕ້ອງຟື້ນຄືນໃໝ່ ໃຫ້ເຂັ້ມແຂງກວ່າເກົ່າ. ດ້ວຍສັກກະຍະພາບຂອງປະຊາຊົນຍີ່ປຸ່ນ ແລະ ການສະໜັບສະໜູນຈາກສາກົນ ເຊື່ອວ່າຈະສາມາດບັນລຸຜົນສຳເລັດ.

ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ກັບການສະໜັບສະໜູນ ທີ່ອົບອຸ່ນຈາກບັນດາປະເທດທົ່ວໂລກ. ເພື່ອໃຫ້ເຖິງມື້ນັ້ນພວກຂ້າພະເຈົ້າຈະ ຮ່ວມແຮງຮ່ວມໃຈເປັນອັນໜື່ງອັນດຽວ ເພື່ອຟື້ນຟູປະເທດຍີ່ປຸ່ນຄືນໃໝ່ໃຫ້ເຂັ້ມແຂງກວ່າເກົ່າ. ພວກຂ້າພະເຈົ້າຮູ້ສຶກຊາບຊື້ງຕໍ່ກັບການສະໜັບສະໜູນຊ່ວຍເຫຼືອ ຂອງບັນດາທ່ານເຊິ່ງ ເຮັດໃຫ້ ພວກຂ້າພະເຈົ້າມີຄວາມຫວັງ ແລະ ກຳລັງໃຈ.

ນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ

ຜູ້ນຳລາວ ຊົມເຊີຍຄູ່ຮວ່ມຕຳແໜ່ງທີ່ປະເທດເພື່ອນມິດ

(8/04/2011)     

*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມ ເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານທາງໂທລະເລກເຖິງພະນະທ່ານ ນູຊູນຕານ ນາຊາຣບາຢຽບ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ກາຊັກສະຖານ ໃນໂອກາດທີ່ພະນະທ່ານ ໄດ້ຖືກເລືອກ ຕັ້ງໃຫ້ດຳລົງຕຳ ແໜ່ງ ເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ກາຊັກສະຖານ ອີກວາລະໜຶ່ງ. ໃນນາມລັດຖະບານ, ປະຊາ ຊົນລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີແຕ່ຄວາມຜາສຸກ ແລະ ປະສົບຜົນສຳເລັດອັນໃຫຍ່ຫລວງ ກວ່າເກົ່າ ໃນການນຳພາປະເທດຊາດ ກ້າວໄປສູ່ຄວາມວັດທະນາຖາວອນ. ພ້ອມທັງເຊື່ອໝັ້ນວ່າ: ສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ກາຊັກສະຖານ ທີ່ມີມາແລ້ວນັ້ນ ຈະໄດ້ຮັບ ການເສີມສ້າງໃຫ້ເຂັ້ມແຂງ ເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນ. ໄລຍະດຽວກັນນີ້ ພະນະທ່ານ ທອງສິງ ທຳ ມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສະ ແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ເຖິງພະນະທ່ານ ພົນຈັດຕະວາ ອານເບີດ ກາມີເລ ວີ ຕານ ໃນໂອກາດທີ່ພະນະທ່ານ ໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ, ຫົວໜ້າລັດຖະບານ ແຫ່ງ ສ. ມາດາກາສກາ ຈົ່ງມີສຸຂະພາບເຂັ້ມ ແຂງ, ມີຄວາມຜາສຸກ ແລະ ຜົນສຳເລັດອັນຈົບງາມ ໃນການປະຕິ ບັດໜ້າທີ່ອັນມີກຽດ ແລະ ສູງສົ່ງຂອງພະນະທ່ານ. ພ້ອມທັງເຊື່ອໝັ້ນວ່າ: ການຮ່ວມມືອັນດີ ລະຫວ່າງ ສອງປະເທດຂອງພວກເຮົາ ຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍຍິ່ງໆຂຶ້ນໃນອະນາຄົດ ທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ ແລະ ການຮ່ວມມືເພື່ອພັດທະນາ./.

ຊົ​ມ​ເຊີຍ​ລັດຖະມົນຕີ​ວ່າ​ກະຊວງ​ການ​ຕ່າງປະ​ເທດ​ ​ມຽນມາ​ຄົນ​ໃໝ

(1/04/2011)    

*(ຂປລ): ພະນະ​ທ່ານ​ ດຣ. ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າ​ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ​ສປປ ລາວ​ ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ​ເຖິງ ​ພະນະ​ທ່ານ ອູ ວຸນນາ ມອງ​ລິນ, ​ເນື່ອງ​ໃນ​ໂອກາດ ທີ່​ພະນະ​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງໃຫ້​ດຳລົງ​ຕຳ​ແໜ່​ງເປັນ​ລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສາທາ ລະນະ​ລັດ ສະຫະພາບ​ ມຽນມາ ​ຄົນ​ໃໝ່. ຂ້າພະ​ເຈົ້າ ​ ມີ​ຄວາມປີຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ພະນະ​ທ່ານ ​ເນື່ອງ​ ໃນ​ໂອກາດ ທີ່​ພະນະ​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ ​ໃຫ້​ດຳລົງ​ຕຳ​ແໜ່​ງ ເປັນ​ລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສາທາລະນະ​ລັດ ສະຫະພາບ​ ມຽນມາ.​ ຂ້າພະ​ເຈົ້າເຊື່ອ​ໝັ້ນວ່າ: ສາຍ​ພົວພັນ ມິດຕະພາບ ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ອັນ​ໃກ້​ຊິດ ​ລະຫວ່າງ ສປປ ລາວ ​ແລະ ສາທາລະນະ​ລັດ ສະຫະພາບ ​ມຽນ ມາ​ ທີ່​ມີ​ມາ​ແລ້ວນັ້ນ ຈະ​ສືບຕໍ່​ຮັດ​ແໜ້ນ ແລະ ຂະຫຍາຍຕົວຂຶ້ນ​ໄປ​ເລື້ອຍໆ ແລະ ຫວັງ​ວ່າ ຈະ​ໄດ້​ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​ໃກ້ຊິດ ກັບ​ພະນະ​ທ່ານ ເພື່ອ​ນຳ​ເອົາ ​ຜົນ​ປະ​ໂຫຍ​ດຕົວ​ຈີ​ງມາ​ສູ່ ປະຊາຊົນ​ສອງ​ຊາດ ລາວ ​ແລະ ມຽນມາ ກໍ​ຄືເພື່ອສັນຕິພາບ, ສະເຖຍ​ລະ​ພາບ ​ແລະ ການ​ຮ່ວມ​ມື ເພື່ອ​ການ​ພັດທະນາ ​ໃນ​ຂອບ​​ສອງ ​ຝ່າຍ ​ແລະ ​ໃນ​ຂອບ​ອາ​ຊຽນ. ຂ້າພະ​ເຈົ້າ ຂໍ​ອວຍພອນ​ໃຫ້​ ພະນະ​ທ່ານ ຈົ່ງ​ມີ​ສຸຂະພາບ ​ເຂັ້ມ​ແຂງ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ​ອັນ​ມີ​ກຽດ ​ຂອງ​ພະນະ​ທ່ານ./.

 

ໂທລະເລກສະແດງຄວາມເຫັນໃຈ

(1/04/2011)   

*(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກສະແດງຄວາມ ເຫັນໃຈ ເຖິງພະນະທ່ານ ອະພິສິດ ເວດຊາຊີວະ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ. ເນື້ອໃນສຳຄັນຂອງໂທລະເລກດັ່ງກ່າວ ລະບຸວ່າ: ຂ້າພະເຈົ້າ ມີຄວາມເປັນຫ່ວງເປັນໄຍ ແລະ ເສົ້າໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າ: ໄດ້ເກີດມີຝົນຕົກໜັກຢູ່ພາກໃຕ້ຂອງປະເທດໄທ ອັນເຮັດໃຫ່ມີນ້ຳຖ້ວມ ເປັນບໍລິເວນກວ້າງ ກວມເອົາ 8 ຈັງຫວັດ ແລະ ເກີດມີດິນເຈື່ອນຖືກບ້ານ ເຮືອນຂອງປະຊາຊົນ ແລະ ຖະໜົນຫົນທາງ ຊຶ່ງໄດ້ສ້າງຄວາມເສຍຫາຍອັນໃຫຍ່ ຫລວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ໃນເຂດດັ່ງກ່າວ. ໃນນາມລັດຖະ ບານ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈຢ່າງສຸດຊຶ້ງມາຍັງລັດຖະບານ ແລະ ປະຊາຊົນແຫ່ງຣາຊະອານາຈັກ ໂດຍສະ ເພາະແມ່ນຄອບຄົວຜູ້ທີ່ໄດ້ຮັບເຄາະຮ້າຍຈາກໄພນ້ຳຖ້ວມ ໃນຄັ້ງນີ້. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ: ດ້ວຍການນຳພາ ແລະ ຄວາມເອົາໃຈໃສ່ຢ່າງໃກ້ຊິດ ຂອງລັດຖະບານ ແຫ່ງຣາຊະອານາຈັກໄທ ກໍຄື ດ້ວຍຄວາມຮ່ວມແຮງຮ່ວມໃຈກັນ ຂອງປະຊາຊົນໄທໃນທົ່ວປະເທດ, ສະພາບຄວາມຫຍຸ້ງຍາກຈາກ ອຸທົກກະໄພ ຄັ້ງນີ້ ຈະໄດ້ຮັບການແກ້ໄຂ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຟື້ນຄືນສູ່ຄວາມເປັນປົກ ກະຕິໂດຍໄວ./.

 

ໂທລະເລກຕອບຂອບໃຈ

(29/03/2011)   

*(ຂປລ): ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ໄດ້ຮັບໂທລະເລກຕອບຂອບໃຈຈາກ ພະນະທ່ານ ຕາເກອາກິ ມາຊຶໂມໂຕະ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງປະເທດຍີ່ປຸ່ນ ຊຶ່ງມີເນື້ອໃນລະບຸວ່າ: ຂ້າພະເຈົ້າ ຂໍສະແດງຄວາມ ຂອບໃຈຢ່າງຈິງໃຈມາຍັງພະນະທ່ານ ທີ່ໄດ້ສົ່ງໂທລະເລກຊົມເຊີຍອັນອົບອຸ່ນ ມາຍັງຂ້າພະເຈົ້າ ໃນໂອກາດທີ່ຂ້າພະເຈົ້າໄດ້ຮັບຕຳແໜ່ງ ເປັນລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ. ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ສຳລັບການຊ່ວຍເຫລືອບັນເທົາທຸກ ຈາກປະເທດລາວ ໃຫ້ແກ່ປະຊາຊົນຍີ່ປຸ່ນ ທີ່ໄດ້ຮັບເຄາະຮ້າຍ ຈາກແຜ່ນດິນໄຫວ ແລະ ຄື້ນຊຶນະມິ ໃນຄັ້ງນີ້. ໂດຍການຮ່ວມມືກັບປະຊາຊົນຍີ່ປຸ່ນ ລສມ ທັງປະຊາຊົນທ້ອງຖິ່ນ ລັດ ຖະບານຍີ່ປຸ່ນຈະພະຍາຍາມສຸດຄວາມສາ ມາດ ເພື່ອຜ່ານຜ່າຄວາມຫຍຸ້ງຍາກອັນທ້າທາຍນີ້. ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ສາຍພົວພັນ ແລະ ການ ຮ່ວມມືລະຫວ່າງ ປະເທດລາວ ແລະ ຍີ່ປຸ່ນ ໄດ້ເສີມຂະຫຍາຍ ພັດທະນາເປັນ ” ຄູ່ຮ່ວມມືຮອບດ້ານ ” ບົນພື້ນຖານສາຍພົວພັນດ້ານການທູດອັນດີ ທີ່ມີມາແຕ່ ດົນນານແລ້ວ ແລະ ມິດຕະພາບ-ການແລກປ່ຽນລະຫວ່າງສອງປະເທດ ກໍໄດ້ຮັບການເພີ່ມ ທະວີ ຢ່າງເລິກເຊິ່ງ ຍິ່ງຂຶ້ນເລື້ອຍໆ. ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ: ຈະໄດ້ຮ່ວມມືກັບພະນະທ່ານຢ່າງຕັ້ງໜ້າ ເພື່ອແນໃສ່ຮັດແໜ້ນສາຍ ພົບພັນ ມິດຕະພາບ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ./.

 

ໂທລະເລກຊົມເຊີຍ

(25/03/2011)   

*(ຂປລ): ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ຮັບໂທລະເລກຊົມເຊີຍ ຈາກສະຫາຍ ກິມເຈິງ ອິນ, ເລຂາທິ ການໃຫຍ່ພັກແຮງງານເກົາຫລີ, ເນື່ອງໃນໂອກາດ ທີ່ສະຫາຍໄດ້ຮັບເລືອກຕັ້ງ ໃຫ້ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ ອີກວາລະໜຶ່ງ ໃນວາລະກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກປະຊາຊົນ ປະຕິວັດລາວ. ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນມາຍັງສະຫາຍ. ການທີ່ສະຫາຍ ສືບຕໍ່ໄດ້ຮັບໜ້າທີ່ອັນສຳ ຄັນ ຂອງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ຄັ້ງນີ້ເປັນການສະແດງ ໃຫ້ເຫັນເຖິງ ຄວາມໄວ້ ວາງໃຈຢ່າງສູງ ຂອງສະມາຊິກພັກ ຂອງພວກສະຫາຍທຸກທົ່ວໜ້າ ແລະ ທົ່ວປວງຊົນລາວຕໍ່ສະຫາຍ. ນະໂອກາດນີ້, ຂ້າພະເຈົ້າເຊື່ອໝັ້ນວ່າ: ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີງາມ ລະ ຫວ່າງ ສອງພັກພວກເຮົາ ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍຜ່ານການຕໍ່ສູ້ລວມຕ້ານຈັກກະພັດ ເພື່ອສັງຄົມນິຍົມ ຈະສືບຕໍ່ຮັບການເພີ່ມທະວີ ແລະ ຂະຫຍາຍຕົວຍິ່ງໆຂື້ນ ໃຫ້ສອດຄ່ອງກັບຄວາມປາຖະໜາຂອງປະຊາຊົນ ທັງສອງປະເທດໃນຕໍ່ໜ້າ ແລະ ຂໍອວຍພອນ ໃຫ້ສະຫາຍ ຈົ່ງປະສົບຜົນສຳເລັດອັນໃຫຍ່ຫລວງກວ່າເກົ່າ ໃນ ວຽກງານອັນສູງສົ່ງຂອງສະຫາຍ ເພື່ອສ້າງປະເທດລາວ ທີ່ມີວັດທະນາຖາວອນ./.

ຜູ້ນຳ​ລາວ​ ອວຍພອນ​ວັນຊາດ ເກຣັກ

(24/03/2011)   

* (ຂປລ): ພະນະ​ທ່ານ​ ຈູມ​ມາລີ ໄຊ​ຍະ​ສອນ, ປະທານປະເທດ ແຫ່ງ ສປປ ລາວ; ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ​ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງພະນະທ່ານ ກາໂຣ ໂລສ ປາປູລັສ, ປະທານາທິບໍດີ ແຫ່ງ ສາທາ​ລະນະ​ລັດ ເກຣັກ; ພະນະທ່ານ ເຊອອກເຊິ ອ. ປາປັງເດຣອູ, ນາຍົກລັດ ຖະມົນຕີ ແລະ ພະນະ​ທ່ານ ດີມີຕຣີສ ປ.ດຣູດຊາສ, ລັດຖະມົນຕີວ່າການກະຊວງການ ຕ່າງປະ​ເທດແຫ່ງສາທາລະນະ​ລັດ ເກຣັກ ໃນໂອກາດວັດຊາດຂອງປະເທດດັ່ງກ່າວ. ເນື້ອໃນໂທລະເລກ ລະບຸວ່າ: ໃນນາມລັດຖະບານ, ປະຊາຊົນແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ ພວກຂ້າພະ​ເຈົ້າ​ມີ​ຄວາມ​ປິຕິຍິນ​ດີ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊປະເສີດມາ ຍັງພະນະທ່ານ ລັດ ຖະບານ ແລະ ປະຊາຊົນ ຂອງ​ພະນະ​ທ່ານເກຣັກ ທຸກຖ້ວນໜ້າ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ພວກ​ເຮົາ ຈະໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຽດຂອງປະຊາຊົນສອງ​ຊາດພວກເຮົາ ກໍ​ຄື​ ເພື່ອສັນຕິພາບ ​ແລະ ການ​ຮ່ວມ​ມື​ສາກົນ ເພື່ອການ​ພັດທະນາ ​./.

 

ໂທລະເລກຊົມເຊີຍ

(23/03/2011)   

*(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບຄຳຊົມເຊີຍ ອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກພະນະທ່ານ Sukhbaataryn BATBOLD , ນາຍົກລັດຖະມົນຕີແຫ່ງ ມົງໂກນ ຊຶ່ງມີເນື້ອຄວາມລະບຸວ່າ: ໃນໂອກາດທີ່ພະນະທ່ານ ໄດ້ຮັບແຕ່ງຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ ແລະ ມີຄວາມຜາສຸກ. ຂ້າພະເຈົ້າ ມີຄວາມເພິ່ງພໍໃຈ ທີ່ເຫັນວ່າ: ການແລກປ່ຽນຢ້ຽມຢາມ, ການພົບປະເຈລະຈາຂັ້ນສຸດຍອດ ແລະ ຂັ້ນສູງ ລະຫວ່າງສອງປະເທດຂອງພວກເຮົາ ໄດ້ດຳເນີນໄປເປັນປົກະຕິ ແລະ ພາກພູມໃຈ ທີ່ຈະໄດ້ ຮ່ວມມືກັບພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ມົງໂກນ ແລະ ລາວ ເພື່ອສັນຕິພາບ, ສະເຖຍລະພາບ ແລະ ການພັດ ທະນາຂອງຂົງເຂດໃນຕໍ່ໜ້າ./.

ສານສະແດງຄວາມເຫັນໃຈ

(22/03/2011)   

*(ຂປລ): ພະນະທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງພະນະທ່ານ ທາກາຮີໂຣະ ໂຢໂກມີຊິ, ປະທານ ສະພາຜູ້ແທນຣາດຊະດອນ ແຫ່ງຍີ່ປຸ່ນ. ເນື້ອໃນສຳຄັນຂອງສານດັ່ງກ່າວລະບຸວ່າ: ຂ້າພະເຈົ້າ ໄດ້ຮັບຂ່າວກ່ຽວກັບເຫດການແຜ່ນດິນໄຫວ ແລະ ຄື້ນຊຶນາມິຄັ້ງ ຮ້າຍແຮງ ໃນວັນທີ 11 ມີນາ 2011 ຢູ່ແຄມຝັ່ງທະເລທາງພາກຕາເວັກອອກສ່ຽງເໜືອ ຂອງຍີ່ປຸ່ນ (ເມືອງເຊັນໄດ) ອັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ, ຊັບສິນ ຂອງປະຊາຊົນ ແລະ ພື້ນຖານໂຄງລ່າງຈຳນວນຫລວງຫລາຍ. ໃນນາມສະພາແຫ່ງຊາດແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມ ເຫັນໃຈຢ່າງສຸດຊຶ້ງ ມາຍັງພະທ່ານ ແລະ ຂໍຜ່ານພະນະທ່ານ ໄປຍັງລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ໂດຍສະເພາະແມ່ນຄອບຄົວຜູ້ທີ່ໄດ້ຮັບເຄາະຮ້າຍຈາກ ເຫດການນີ້. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ, ດ້ວຍຄວາມເອົາໃຈໃສ່ເບິ່ງແຍງຂອງລັດຖະບານຍີ່ປຸ່ນ ແລະ ການຊ່ວຍເຫລືອຂອງວົງຄະນາຍາດສາກົນ, ປະຊາຊົນຍີ່ປຸ່ນ ຈະສາມາດຜ່ານຜ່າຂໍ້ຫຍຸ້ງຍາກ ເພື່ອເຮັດໃຫ້ສະ ພາບດັ່ງກ່າວ ກັບຄືນສູ່ຄວາມເປັນປົກກະຕິ./.

 

ໂທລະເລກຊົມເຊີຍ

(18/03/2011)   

*(ຂປລ): ພັກປະຊາ​​ຊົນມົງໂກນ ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ ​ເຖິງສູນ​ກາງພັກປະຊາຊົນປະຕິວັດລາວ ເນື່ອງໃນໂອກາດກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ປະຊາຊົນ ປະຕິວັດລາວ ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 17-21 ມີນາ 2011, ໃນນາມ ຕາງໜ້າພັກປະຊົນມ​​ົງ​ໂກນ, ແລະ ໃນນາມສ່ວນຕົວ ຂ້າພະ ເຈົ້າຂໍສະແດງຄວາມຊົມ​ເຊີຍ​ອັນອົບອຸ່ນ ແລະ ຈິງໃຈມາ ນະໂອກາດນີ້. ພວກຂ້າພະເຈົ້າເຊື່ອໝັ້ນຢ່າງເລິກເຊິ່ງວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອຂອງ ສອງພັກກຳອຳນາດຂອງພວກເຮົາທີ່ມີປະຫວັດສາດອັນຍາວນານຫລາຍປີ ຈະໄດ້ຮັບການຂະຫຍາຍຕົວຢ່າງອຸດົມສົມບູນຍິ່ງໆຂຶ້ນໃນຕໍ່ໜ້າ. ພວກຂ້າພະເຈົ້າຫວັງ ວ່າກອງປະຊຸມໃຫຍ່ຄັ້ງນີ້ ພັກປະຊາຊົນ ປະຕິວັດລາວ ຈະໄດ້ອອກຂໍ້ຕົກລົງ ທີ່ສຳຄັນຫລາຍຂໍ້ ເພື່ອຄວາມສົມບູນພູນສຸກ ຂອງປະຊາຊົນ ແລະ ເພື່ອຄວາມວັດທະ ນາຖາວອນ ຂອງປະ ເທດຊາດຂອງຕົນ. ພວກຂ້າພະເຈົ້າຂໍອວຍພອນໃຫ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກປະຊາຊົນ ປະຕິວັດລາວ ປະສົບ ຜົນສຳເລັດອັນສູງສົ່ງ ແລະ ຂໍ​ໃຫ້ຜູ້ແທນທຸກທ່ານ ຈົ່ງປະສົບແຕ່ຄວາມຜາສຸກທຸກປະການ./.

ໂທລະ​ເລກ​ອວຍພອນ ຄະນະ​ບໍລິການ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ

(18/03/2011)   

(ຂປລ) ເນື່ອງ​ໃນ​ໂອກາດ​ທີ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ IX ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ໄດ້​ໄຂ​ຂຶ້ນຢ່າງ​ສະຫງ່າ​ລາສີ​ນີ້ ຄະນະ​ບໍລິຫານ​ງານ​ພັກ​ ຄອມ​ມູນິດຈີນ ຂໍ​ຕາງ​ໜ້າ​ພັກ​ຄອມ​ມູນິດ​ຈີນ ແລະ ປະຊາຊົນ​ຈີນ​ສົ່ງ​ຄວາມ​ຄຳນັບ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ ​ທົ່ວ​ປະ​ເທດ​ຄັ້ງທີ IX ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ໂດຍ​ຜ່ານ​ກອງ​ປະຊຸມ​ໃຫຍ່​ໄປ​ຍັງ​ສະມາຊິກ​ພັກ​ປະຊາຊົນ​ປະຕິວັດ​ລາວ​ທຸກ​ຖ້ວນ​ໜ້າ​ແລະ ປະຊາຊົນ​ລາວ ​ທົ່ວ​ປະ​ເທດ ຂ້າພະ​ເຈົ້າ​ມີ​ຄວາມ​ດີ​ໃຈ​ທີ່​ໄດ້​ເຫັນ​ວ່າ ພາຍ​ຫລັງກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ VIII ເປັນຕົ້ນ​ມາ ​ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ, ປະ​ເທດ​ລາວ​ໄດ້​ຢຶດໝັ້ນ​ແນວທາງ​ປ່ຽນ​ແປງ​ໃໝ່​ຮອບດ້ານ​ຢ່າງ​ມີ​ຫລັກການ, ຕັ້ງໜ້າ​ສ້າງສາ​ພາລະກິດ​ສັງຄົມ​ນິຍົມ​ໄດ້​ຮັກສາ​ສະຖຽນ​ລະ​ພາບ​ທາງ​ ສັງຄົມ ຊຸກຍູ້​ສົ່ງ​ເສີມ​ການ​ພັດທະນາ​ເສດຖະກິດ ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ​ດີ​ຂຶ້ນຢ່າງ​ເດັ່ນ​ຊັດ ​ແລະ ​ເຮັດ​ໃຫ້​ຖານະ​ບົດບາດ​ຂອງ ສປປ ລາວ​ໄດ້​ຮັບ​ການ​ເຊີດ​ຊູ​ຂຶ້ນຕື່ມ. ໃນ​ຖານະ​ທີ່​ເປັນ​ສະຫາຍ ​ແລະ ​ເພື່ອນ​ມິດ​ ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ມີ​ຄວາມ​ປິ​ຕິ​ຊົມ​ຊື່​ນ​ເປັນ​ຢ່າງ​ຍິ່ງຕໍ່​ກັບ​ໝາກຜົນ​ທີ່​ພັກ​-ລັດ​ແລະ ປະຊາຊົນ​ລາວ​ຍາດ​ມາ​ໄດ້ ກອງ​ປະຊຸມ​ໃຫຍ່​ຄັ້ງນີ້ ​ເປັນ​ກອງ​ປະຊຸມ​ທີ່​ສຳຄັນ​ໃນ​ທົດ​ສະວັດ​ທີ່​ສອງ ​ໃນ​ສະຕະວັດ​ນີ້ ກອງ​ປະຊຸມ​ໃຫຍ່​ຈະ​ສະຫລຸບ​ຕີ​ລາ​ຄາ​ຜົນ​ການ ຈັດຕັ້ງປະຕິບັດ​ວຽກ​ງານ 5 ປີຜ່ານມາ ​ແລະ ຈະ​ໄດ້​ຮ່າງ​ວິ​ໄສ​ທັດ​ອັນ​ໃໝ່ ແລະ ​ແຜນການ​ອັນ​ຄົນ​ຖ້ວນ​ໃນ​ພາລະກິດ​ກໍ່ສ້າງ​ພັກ ​ແລະ ​ສ້າງສາ​ປະ​ເທດ​ຊາດ​ໃນ​ອະ ນາຄົດ, ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນວ່າ​ໂດຍ​ພາຍ​ໃຕ້​ການ​ນຳພາ​ອັນ​ໜັກ​ແໜ້ນ​ຂອງ​ຕົນ ພັກ​ປະຊາຊົນ ​ປະຕິວັດ​ລາວ ​ແລະ ລັດຖະບານ​ລາວ​ຈະ​ສາມາດ​ກຳ​ແໜ້ນ​ ທິດ​ທາງ​ກ້າວ​ເດີນ​ໄປ​ຂ້າງ​ໜ້າ ໝູນ​ໃຊ້​ຫລັກ​ມູນ​ພື້ນຖານ​ຂອງ​ລັດທິ​ມາກ​ເຂົ້າ​ໃນ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ປະ​ເທດ​ລາວ ຍຶດໝັ້ນ​ໃນ​ການ​ຄົ້ນ​ຊອກ​ເສັ້ນທາງ​ສ້າງສາ​ພັດທະ ນາ​ທີ່​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ຕົນ, ຍຶດໝັ້ນການ​ນຳພາ​ຂອງພັກ ​ແລະ ລະບອບ​ສັງຄົມ​ນິຍົມ ນຳພາ​ປະຊາຊົນ​ເພື່ອ​ບັນລຸ​ເປົ້າ​ໝາຍ​ສູ້​ຊົນ​ທີ່​ ສັນຕິພາບ ​ເອກະລາດ ປະຊາທິປະ​ໄຕ ເອກະ​ພາບ ວັດ​ທະນາ​ຖາວອນ ​ແລະ ການ​ຫັນ​ເປັນ​ອຸດ​ສະຫະ​ກຳ ​ແລະ ທັນ​ສະ​ໄໝ​ຂອງ​ປະ​ເທດ​ຊາດ ພັກ​ຄອມ​ມູນິດ​ຈີນ​ເອົາ​ໃຈ​ໃສ່​ ຢ່າງ​ສູງ​ຕໍ່​ການ​ປັບປຸງ ​ແລະ ​ເສີມ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ພັກ ຈີນ-ລາວ​ໃນ​ສະຕະວັດ​ໃໝ່ ແລະ ສະ​ໄໝ​ໃໝ່​ນີ້ ພວກ​ຂ້າພະ​ເຈົ້າ​ຍິນ​ດີ​ຈະ​ພະຍາຍາມ ​ພ້ອມ​ກັບ​ພັກ​ປະຊາຊົນ​ ປະຕິວັດ​ລາວ​ ໂດຍ​ຢູ່​ພາຍ​ໃຕ້​ເຂັມທິດ​ຊີ້ນຳ​ທີ່​ໝັ້ນຄົງ​ຢ່າງ​ຍາວ​ນານ ໄມຕີ​ຈິດ​ຖານ​ບ້ານ​ໄກ້​ເຮືອນ​ຄຽງ​ໄວ້​ເນື້ອ​ເຊື່ອ​ໃຈ​ຊຶ່ງ​ກັນ ແລະ ກັນ ແລະ ຮ່ວມ​ມື​ຢ່າງຮອບດ້ານ​ເພີ່ມ​ທະວີ ແລະ ​ເປີດ​ກ້ວາງ​ການ​ພົວພັນ ແລະ ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ ປະກອບສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ຊຸກຍູ້​ສາຍ​ພົວພັນ​ຖານ​ເປັນ​ຄູ່​ ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ແລະ ພາລະກິດ​ສັນຕິພາບ ການ​ຮ່ວມ​ມືການ​ພັດທະນາ ​ວັດທະນາ​ຖາວອນ​ຂອງ​ອາຊີ ແລະ ​ໂລກ ຂໍ​ອວຍພອນ​ ໃຫ້​ກອງ​ປະຊຸມ​ໃຫຍ ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ IX ຂອງ​ພັກ​ປະຊາຊົປະຕິວັດ​ລາວ​ຈົ່ງ​​ໄດ້​ຮັບ​ໝາກຜົນ​ອັນ​ສະຫງ່າ​ງາມ ຂໍ​ອວຍພອນ​ໃຫ້​ມິດຕະພາບ​ລະຫວ່າງ​ສອງ​ພັກ-ລັດ​ ແລະ ປະຊາຊົນ​ ສອງ​ຊາດ​ຈີນ-ລາວ​ຈົ່ງ​ຍືນ​ຍົງ​ຕະຫລອດ​ກາລະ​ນາ./.

ໂທລະ​ເລກ​ຊົມ​ເຊີຍ ກອງ​ປະຊຸມ​​ໃຫຍ່​ຄັ້ງທີ IX ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ

(18/03/2011)   

(ຂປລ) ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ແຮງ​ງານ​ເກົາຫລີ ຂໍ​ຊົມ​ເຊີຍ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ IX ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ຢ່າງ​ສຸດ​ອົກ​ສຸດ​ໃຈ ​ແລະ ​ໂດຍ​ຜ່ານ​ກອງ​ປະຊຸມ​ໃຫຍ່​ຂໍ​ສົ່ງ​ຄວາມ​ຄຳນັບ​ຖານ​ມິດ​ສະຫາຍ ​ແລະ ​ອົບ​ອຸ່ນ​ໄປ​ຍັງ​ສະມາຊິກ​ພັກ​ທຸກ​ທົ່ວ​ໜ້າ​ຂອງ​ພັກ​ຂອງສະຫາຍ ຂ້າພະ​ເຈົ້າ​ເຊື່ອ​ໝັ້ນວ່າ​ ກອງ​ປະຊຸມ​ຄັ້ງນີ້ ຈະ​ເປັນ​ຂີດ​ໝາຍ​ອັນ​ສຳຄັນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ພັກ​ ຂອງ​ສະຫາຍ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເປັນ​ເອກະ​ພາບ ​ແລະ ຄວາມ​ສາມັກຄີ​ຂອງ​ພັກ, ກອງທັບ ​ແລະ ປະ ຊາຊົນ​ບັນລຸ​ເຖິງ​ຄວາມ​ເຂັ້ມ​ແຂງ​ຮັ່ງມີ ແລະ ການ​ພັດທະນາ​ຂອງ​ປະ​ເທດ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ​ . ​ໂອກາດ​ນີ້ ​ຂ້າພະ​ເຈົ້າ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ ວ່າ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ສອງ​ພັກ ​ແລະ ປະຊາຊົນ​ສອງ​ຊາດ​ພວກ​ເຮົາ​ຈະ​ໄດ້​ຮັບ​ການ​ເພີ່ມ​ທະວີ ແລະ ຂະ​ຫາຍ​ຕົວ​ຍ່ິງໆ​ ຂຶ້ນ​ໃນ​ທ່າມກາງ​ແຫ່ງ​ການ​ຕໍ່ສູ້​ຮ່ວມ​ຕ້ານ​ຈັກກະ​ພັດ ​ແລະ ​ເພື່ອ​ສັງຄົມ​ນິຍົມ, ຂໍ​ອວຍພອ​ໃຫກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ ຂອງ​ສະຫາຍ​ຈົ່ງ​ປະສົບ​ຜົນ​ສຳ​ເລັດ​ອັນ​ໃຫຍ່​ ຫລວງ​ໃນ​ວຽກ​ງານ​ຂອງ​ຕົນ./.

ໂທລະ​ເລກ​ສະ​ແດງ​ຄວາມ​ເສົ້າສະຫລົດ​ໃຈ​ຕໍ່​ເຫດ​ແຜນ​ດິນ​ໄຫວ ​ແລະ ຄື້ນນຊຶນາ​ມິ

(15/03/2011)   

* (ຂປລ) ພະນະ​ທ່ານ ຈູມ​ມາລີ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ແຫ່ງ​ ສປປ ລາວ​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ ຕໍ່​ເຫດການ​ແຜ່ນດິນ​ໄຫວ ​ແລະ ຄື້ນຊຶນາ​ມິ ທາງ​ພານ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ຍິ່ປຸ່ນ​ເຖິງ​ສົມ​ເດັດ ອາ​ກິ​ຮີ​ໂຕະ, ​ເຈົ້າ​ຈັກກະພັດ​ແຫ່ງ​ຍິ່ປຸ່ນ. ຂ້າພ​ເຈົ້າ​ມີ​ຄວາມ​ຮູ້ສຶກ​ເສົ້າ​ໂສກ​ເສຍ​ໃຈ​ເປັນ​ຢ່າງ​ຍິ່ງ ທີ່​ໄດ້​ຊາບ​ຂ່າວ​ວ່າ ​ໄດ້​ໄດ້​ເກີດ​ແຜນ​ດິນ​ໄຫວ ​ແລະ ຄື້ນຊຶນາ​ມິ​ຢ່າງ​ຮ້າຍ​ແຮງ​ຢູ່ 6 ແຂວງ​ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ຍິ່ປຸ່ນ ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 11 ມີນາ ຜ່ານມາອັນໄດ້ສ້າງຄວາມສູນເສຍທາງດ້ານຊີວິດ, ຊັບສິນ ແລະ ລະບົບພື້ນຖານໂຄງລ່າງຢ່າງໜັກໜ່ວງ. ຂ້າພະເຈົ້າ ກໍຄືປະຊາຊົນແຫ່ງ ສປປ ລາວຂໍສະແດງ ຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງມາຍັງມາຍັງສົມເດັດ ແລະ ປະຊາຊົນຍີ່ປຸ່ນ, ໂດຍສະເພາະຕໍ່ຄອບຄົວ ຂອງຜູ້ທີ່ປະສົບເຄາະຮ້າຍຈາກໄພ ພິບັດທາງທຳມະຊາດໃນຄັ້ງນີ້. ປະຊາຊົນລາວພວກຂ້າພະເຈົ້າຖືວ່າເຫດໂສກນາດຕະກຳຄັ້ງນີ້ ເປັນການສູນ ເສຍອັນໃຫຍ່ຫລວງ ທີ່ປະຊາຊົນຍີ່ປຸ່ນເພື່ອນມິດໄດ້ ປະເຊີນເທົ່າທີ່ຜ່ານມາ ແລະ ຖືໂອກາດນີ້ ແບ່ງເບົາຄວາມທຸກໂສກມາຍັງສົມເດັດ ແລະ ປະຊາຊົນຍີ່ປຸ່ນທີ່ໄດ້ຮັບ ເຄາະຮ້າຍໃນຄັ້ງນີ້. ຂ້າພະເຈົ້າ ເຊື້ອໜັ້ນວ່າ ພາຍ ໃຕ້ພະບໍລົມໂພທິສົມພານ, ດ້ວຍມູນເຊື້ອ ແຫ່ງຄວາມຕັດສິນໃຈສູງ ແລະ ຄວາມເປັນນ້ຳໜື່ງໃຈດຽວຂອງປະຊາຊົນຍີ່ປຸ່ນ ແລະ ດ້ວຍແຮງກຳລັງໃຈສະໜັບສະໜູນ ຊ່ວຍເຫລືອຈາກລັດຖະບານ ແລະ ປະຊາຊົນຕ່າງໆໃນທົ່ວໂລກ, ສະພາບຄວາມຫຍຸ້ງຍາກ ຂອງບັນດາແຂວງ ແລະ ປະຊາຊົນ ທີ່ປະສົບອຸທົກກະໄພໃນຄັ້ງນີ້ຈະ ໄດ້ຮັບການຟື້ນຟູ ກັບຄືນສູ່ສະພາບ ປົກຄະຕິໂດຍໄວ.

 

ໂທລະ​ເລກ​ຊົມ​ເຊີຍລັດຖະມົນຕີຕ່າງປະເທດຄົນໃໝ່ຂອງຍີ່ປຸ່ນ

(14/03/2011)   

* (ຂປລ) ທ່ານ ດຣ.ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາ​ຍົດ​ລັດຖະມົນຕີ ລັດຖະມົນຕີວ່າ ກະ ຊວງ​ການ​ຕ່າງປະ​ເທດ​ ​ແຫ່ງ ສປປ ລາວ ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ ​ເຖິງທ່ານ ຕາ​ເກ​ອາ​ກິ ມັດຊິ​ໂມ​ໂຕະ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ ຍີ່ປຸ່ນ. ​ເນື້ອໃນ​ໂທລະ​ເລກ​ລະບຸ​ວ່າ: ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່ງ ​ເປ​ັນລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ, ຂ້າພະ​ເຈົ້າ​ມີ​ຄວາມ​ຍິນ​ດີ​ສົ່ງ​ຄຳຊົມ​ເຊີຍ ​ອັນ​ອົບ​ອຸ່ນ ແລະ ອວຍພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ ທ່ານ, ຂໍ​ໃຫ້​ທ່ານ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມສຸກ ​ແລະ ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ຈົບງາມ ​ໃນ​ການ​ປະຕິບັດ​ໜ້າທີ່​ອັນ​ມີ​ກຽດ ​ແລະ ສູງ​ສົ່ງ​ຂອງ​ຕົນ. ຂ້າພະ​ເຈົ້າຫວັງວ່າ: ຈະ​ໄດ້​ຮ່ວມ​ມື​ກັບ​ທ່ານເພື່ອ​ຜັນ​ຂະຫຍາຍ​ການ​ເປັນ​ຄູ່​ຮ່ວມ​ມື​ຮອບດ້ານ​ເພື່ອ​ສ້າງສັນ​ຕິ​ພາບ​ແບບ​ຍືນຍົງ ລະຫວ່າງ ສປປ ລາວ ​ແລະ ຍີ່ປຸ່ນ ກໍ​ຄື​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ​ພວກ​ເຮົາ ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ ​ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍ​ດມາສູ່​ປະຊາຊົນ​ສອງ​ຊາດ ​ພວກ​ເຮົາ​ໃຫ້​ນັບ​ມື້​ນັບ​ສູງ​ຂຶ້ນ, ອັນ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື ເພື່ອ​ການພັດທະນາ ​ຢູ່​ພາກພື້ນ ແລະ ​ໃນ​ໂລກ./

ໂທລະເລກຊົມເຊີຍ

(11/03/2011) 

*(ຂປລ): ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກຊົມເຊີຍ ເຖິງພະນະ ທ່ານ ອາແລັງ ຊຸບເປ, ລັດຖະມົນຕີແຫ່ງລັດ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ເອີຣົບ ແຫ່ງ ສາທາລະນະລັດຝຣັ່ງ. ເນື້ອໃນໂທລະເລກລະບຸວ່າ: ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແຫນ່ງ ເປັນລັດຖະມົນຕີແຫ່ງລັດ, ລັດຖະ ມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຝຣັ່ງ ແລະ ເອີຣົບ, ຂ້າພະເຈົ້າ ມີຄວາມຍິນດີສົ່ງຄຳຊົມເຊີຍ ອັນອົບອຸ່ນ ແລະ ອວຍພອນໄຊ ອັນປະ ເສີດມາຍັງພະນະທ່ານ, ຂໍໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ໄດ້ຮັບຜົນສຳເລັດອັນຈົບງາມ ໃນການປະຕິບັດຫນ້າທີ່ ອັນມີກຽດ ແລະ ສູງສົ່ງຂອງຕົນ. ຂ້າພະເຈົ້າ ຫວັງວ່າ: ຈະໄດ້ເຮັດວຽກຮ່ວມກັບພະນະທ່ານເພື່ອສືບຕໍ່ຮັດແຫນ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ອັນດີລະຫວ່າງ ສປປ ລາວ ແລະ ສ.ຝຣັ່ງ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະ ແມ່ນຂອບການຮ່ວມມືຝຣັ່ງໂກໂຟນີ, ອາຊຽນ - ອີຢູ ແລະ ອາ ແຊມໃຫ້ເລິກເຊິ່ງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນອະນາຄົດເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ ແລະ ການຮ່ວມ ມືສາກົນ ເພື່ອການພັດທະນາ./.

 

ຜູ້ນຳ​ລາວ​ຊົມ​ເຊີຍ​ວັນຊາດ ບຸນ​ກາລີ

(10/03/2011) 

*(ຂປລ) ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ທ່ານ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ​ ​ແຫ່ງ​ສປປ ລາວ ແລະ ທ່ານ ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ ທ່ານ ຈອສກີ ປາວາ​ນັອບ, ປະທານ​ນາ​ທິບໍດີ ແຫ່ງ ສາທາລະນະ​ລັດ ບຸນ​ກາລີ, ທ່ານ ບອຍ​ໂກ ​ໂບຣິສຊັອບ, ນາຍົກລັດຖະມົນຕີ, ທ່ານ ນິ​ໂຄ​ລາຍ ມາລາ​ດິນັອບ, ລັດຖະມົນຕີ​ວ່າການ​ກະຊວງ​ ການ​ຕ່າງປະ​ເທດ,​ ເນື່ອງ​ໃນ​ໂອກາດ​ວັນຊາດ​ປະ​ເທດ​ດັ່ງກ່າວ. ​ເນື້ອ​ໃນ​ໂທລະ​ເລກ​ລະບຸ​ວ່າ:ຕາງໜ້າ​ໃຫ້​ປະຊາຊົນ​ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ,ພວກ​ຂ້າພະ​ເຈົ້າ ຂໍ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາຍັງ​ທ່ານ ແລະ ຜ່ານ​ທ່ານ​ໄປ​ຍັງ​ປະຊາຊົນ​ບຸນ​ກາລີ​ເພື່ອນ​ມິດ​ທຸກ​ຖ້ວນ​ໜ້າ. ພວກ​ຂ້າພະ​ເຈົ້າ ຫວັງ​ວ່າ ສາຍ​ພົວພັນ​ມິດຕະພາບ ​ແລະ ກາ​ນຮ່ວມ​ມື ອັນ​ເປັນ​ມູນ​ເຊື້ອລະຫວ່າງ​ສປປ ລາວ ​ແລະ ສາທາລະນະ​ລັດ ບຸນ​ກາລີ ຈະ​ສືບຕໍ່​ໄດ້​ຮັບ​ການ​ຂະຫຍາຍຕົວ​ຍິ່ງໆ​ຂຶ້ນ ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ຊາດ​ພວກ​ເຮົາ ກໍ​ຄື​ເພື່ອ​ສັນຕິພາບ ​ແລະ ການ​ຮ່ວມ​ມື​ສາກົນ​ເພື່ອ​ການ​ພັດ​ທະນາ./

 

ຜູ້ນຳ​ລາວ​ຊົມ​ເຊີຍ​ວັນ​ຊາດ​ບອສ​ເນຍ ​ແລະ ​ເຮີ​ເຊ​ໂກ​ວິນາ

 (07/03/2011) 

*(ຂປລ): ພະນະ​ທ່ານ ຈູມ​ມາລີ ໄຊ​ຍະ​ສອນ, ປະທານປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງພະນະທ່ານ ນີບໍຊາ ຣາດມາໂນວິກ, ປະທານາທິບໍດີ ແຫ່ງ ບອສເນຍ ແລະ ເຮີ ເຊໂກວີນາ ແລະ ພະນະທ່ານ ຊະເວນອານກາລາ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ບອສ ເນຍ ແລະ ເຮີເຊໂກວີນາ ເນື່ອງໃນໂອກາດ ວັນຊາດ ຂອງປະເທດດັ່ງກ່າວ. ເນື້ອໃນໂທລະເລກ ລະບຸວ່າ: ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ ພວກຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊ ອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງປະຊາຊົນ ບອສເນຍ ແລະ ເຮີເຊໂກວີນາ ເພື່ອມິດທຸກຖ້ວນໜ້າ. ພ້ອມທັງຫວັງວ່າ: ສາຍພົວ ພັນ ມິດຕະພາບ ແລະ ການ ຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບອສເນຍ ແລະ ເຮີເຊໂກວີນາ ຈະໄດ້ຮັບການສືບຕໍ່ ຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຽດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ ແລະ ການ ຮ່ວມມື ເພື່ອການພັດທະນາ./.

 

ໂທລະເລກສະແດງຄວາມຊົມເຊີຍ

 (03/03/2011) 

*(ຂປລ): ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໄດ້ຮັບໂທລະເລກສະແດງຄວາມຊົມເຊີຍ ຈາກພະນະທ່ານ ເຊກ ຮາຊິນ, ນາຍົກລັດຖະມົນຕີ ແຫ່ງສາທາລະນລັດ ປະຊາຊົນ ບັງກະເທດ. ໃນນາມລັດຖະບານ ແລະ ປະຊາຊົນບັງລະເທດ, ແລະ ໃນນາມສ່ວນຕົວ ຂ້າພະ ເຈົ້າຂໍສົ່ງຄຳ ຍິນດີຢ່າງສຸດໃຈ ທີ່ພະນະທ່ານຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ຂ້າພະເຈົ້າເຊື້ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດ ແລະ ຄ່ອງແຄ້ວຂອງພະນະທ່ານ, ສປປ ລາວ ຈະສືບຕໍ່ກ້າວໜ້າ, ຈະເລີນຮຸ່ງເຮືອງ ແລະ ບັນລຸເປົ້າໝາຍວິໄສທັດທີ່ຕັ້ງເອົາໄວ້. ພ້ອມກັນນັ້ນ ຂ້າພະ ເຈົ້າກໍເຊື້ອໝັ້ນ ວ່າພາຍໃຕ້ການນຳອັນໃໝ່ຂອງສອງປະເທດພວກເຮົາ, ສາຍພົວພັນມິດຕະພາບທີ່ເປັນມູນ ເຊື້ອທີ່ມີມາ ຈະໄດ້ການເສີມຂະຫຍາຍ ແລະ ຮັດແໜ້ນຍິ່ງໆ ຂຶ້ນໃນ ອະນາຄົດ. ຂ້າພະເຈົ້າ ຂໍຖຶໂອກາດນີ້ອວຍພອນໃຫ້ພະນະທ່ານ ພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພາບເຂັ້ມແຂງ. ອາຍຸຍືນຍາວ ແລະ ມີຄວາມຜາສຸກ ແລະ ປະຊາ ຊົນແຫ່ງ ສປປ ລາວ ເພື່ອນມິດຈົ່ງມີສັນຕິພາບ ຄວາມກ້າວ ໜ້າ ແລະ ຄວາມຈະເລີນຮຸ່ງເຮືອງ./.

ຜູ້ນຳ​ລາວ​ ອວຍພອນ​ວັນຊາດ ເຊເບຍ

 (01/03/2011) 

* (ຂປລ): ພະນະ​ທ່ານ​ ຈູມ​ມາລີ ໄຊ​ຍະ​ສອນ, ປະທານປະເທດ ແຫ່ງ ສປປ ລາວ, ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ​ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງພະນະທ່ານ ໂບຣິສ ທາ ດິກ, ປະທານາທິບໍດີແຫ່ງສາທາ​ລະນະ​ລັດເຊີເບຍ, ພະນະທ່ານ ເມີໂກ ຊເວັດໂກວິກ, ນາຍົກລັດຖະມົນຕີ ແລະ ພະນະ​ທ່ານ ວຸກ ເຈີເຣີມິກ, ລັດຖະມົນຕີ ວ່າການກະຊວງການຕ່າງປະ​ເທດ ແຫ່ງສາທາລະນະ​ລັດເຊີເບຍ ໃນໂອກາດວັນຊາດຂອງປະເທດດັ່ງກ່າວ. ເນື້ອໃນໂທລະເລກລະບຸວ່າ: ໃນນາມລັດຖະບານ ແລະ ປະຊາຊົນແຫ່ງ ສປປ ລາວ ກໍຄື ໃນນາມສ່ວນຕົວ ພວກຂ້າພະ​ເຈົ້າ​ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານ​ພະນະ​ທ່ານ ໄປຍັງປະຊາຊົນ ເຊີເບຍ ເພື່ອນມິດທຸກຖ້ວໜ້າ. ພວກຂ້າພະເຈົ້າ ຫວັງ​ຢ່າງ​ຍິ່ງ​ວ່າ: ມູນເຊື້ອການພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະ ຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດເຊີເບຍ ຈະສືບຕໍ່​ເສີມຂະຫຍາຍ ຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນ ສອງຊາດພວກເຮົາ ແລະ ເພື່ອ​ສັນຕິພາບ​ໂລກ./.

 

ໂທລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈ​

 (24/02/2011) 

*(ຂປລ): ພະນະ​ທ່ານ​ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ແຫ່ງ​ ສປປ ລາວ ​ໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈ ​ເຖິງພະນະ​ທ່ານ ຈອນ​ ຄີ, ນາ​ຍົກ​ລັດຖະ ມົນຕີ ແຫ່ງນິວຊີແລນ ຊຶ່ງມີເນື້ອຄວາມວ່າ: ຂ້າພະ​ເຈົ້າ ​ໄດ້​ຊາບ​ຂ່າວ​ວ່າ ​ໄດ້​ເກີດ​ເຫດ​ແຜ່ນ​ດິນ​ໄຫວ​ຢ່າງ​ຮ້າຍ​ແຮງ​ ຢູ່​ເມືອງ Christ church ເຂດ​ເກາະ​ໃຕ້ ຂອງ​ນິວຊີ​ແລນ ອັນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຊີວິດ ​ແລະ ຊັບສິນ​ ຂອງ​ປະຊາຊົນນິວຊີ​ແລນ ເປັນ​ຈຳນວນ​ຫລວງ ຫລາຍ. ຕາງໜ້າ​ໃຫ້​ລັດຖະບານ ແລະ ປະຊາຊົນ​ ​ແຫ່ງ ສປປ ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ເຫັນ​ອົກ ​ເຫັນ​ໃຈ ມາຍ​ັງພະນະ​ທ່ານ, ລັດຖະບານ ແລະ ປະຊາຊົນ​ນິວຊີ​ແລນ ໂດຍ​ສະ​ເພາະ​ ບັນດາ​ຄອບຄົວ ຂອງ​ຜູ້​ເຄາະ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ​ຄັ້ງນີ້. ຂ້າພະ​ເຈົ້າເຊື່ອ​ໝັ້ນວ່າ: ລັດຖະບານນິວຊີ​ແລນ ພາຍ​ໃຕ້​ການ​ນຳພາຂອງ​ພະນະ​ທ່ານ ຈະ​ສາມາດ​ ຜ່ານ​ຜ່າຄວາມ​ຫຸ້ຍງຍາກ​ຕ່າງໆ ​ແລະ ​ເຮັດ​ໃຫ້​ຊີວິດການ​ເປັນ​ຢູ່​ຂອງປະຊາຊົນ ​ໃນ​ເຂດ​ທີ່​ຖືກ​ເສຍ​ຫາຍ​ຈາກ​ໄພ ພິບັດ​ຄັ້ງນີ້ ກັບ​ຄືນ​ສູ່​ປົກ​ຄະຕິ​ໂດຍ​ໄວ. /.

 

ໂທລະເລກຊົມເຊີຍ

(23/02/2011) 

*(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບໂທລະເລກ ສະແດງຄວາມຊົມເຊີຍ ຈາກພະນະທ່ານ ເຈມສ໌ ມີແຊນ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເຊແຊນ ເນື່ອງ ໃນໂອກາດທີ່ພະນະທ່ານ ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ເນື້ອໃນໂທລະເລກ ລະບຸວ່າ: ການມອບໝາຍໃຫ້ພະນະທ່ານ ຮັບໜ້າທີ່ ອັນສູງສົ່ງນີ້ ແມ່ນເປັນການ ສະແດງໃຫ້ເຫັນຢ່າງຈະແຈ້ງ ເຖິງຄວາມໄສ້ເນື້ອເຊື່ອໃຈ ທີ່ມີຕໍ່ພະນະທ່ານ. ຂ້າພະເຈົ້າ ເຊື່ອໝັ້ນວ່າ: ພາຍໃຕ້ ການນຳພາຂອງພະນະທ່ານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະວືບຕໍ່ມີຄວາມໝັ້ນຄົງ ໃນ ການເປັນຄູ່ຮ່ວມມືທີ່ສຳຄັນ ຢູ່ໃນເວທີສາກົນ./.

 

ຜູ້ນຳລາວອວຍພອນວັນຊາດບຣູໄນ ດາຣູຊາລາມ

(21/02/2011) 

*(ຂປລ): ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ, ພະນະທ່ານ ທອງສິງ ທຳມະວົງ, ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ສົ່ງໂທລະເລກອວຍພອນເຖິງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍແຫ່ງ ບຣູໄນ ດາຣູຊາ ລາມ, ສົມເດັດ ເຈົ້າຊາຍ ໂມຮາເມັດ ໂບນເກຍ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ບຣູໄນ ດາຣູ ຊາລາມ, ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນຊາດແຫ່ງ ບຣູໄນ ດາຣູຊາລາມ ຄົບຮອບ 27 ປີ. ເນື້ອໃນໂທລະເລກລະບຸວ່າ: ໃນນາມລັດຖະບານ ແລະ ປະຊາ ຊົນແຫ່ງ ສປປ ລາວ ພວກຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສົມເດັດຊຸນຕານ ແລະ ພະບໍລົມວົງສານຸວົງ ທຸກພະອົງ ພ້ອມດ້ວຍປະຊາຊົນ ບຣູໄນ. ພວກຂ້າພະເຈົ້າເຊື້ອໝັ້ນວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດເຮົາ ຈະສືບຕໍ່ຮັດແໜ້ນ ແລະ ໃກ້ຊິດກັນຍິ່ງໆຂຶ້ນ ທັງໃນຂອບສອງຝ່າຍ ແລະ ຂອບອາຊຽນ ເພື່ອຜົນປະໂຫຍດຂອງ ສອງປະເທດ ແລະ ປະຊາຊົນສອງຊາດພວກເຮົາ ກໍຄືສັນຕິພາບ, ສະເຖຍລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ. ພວກຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໃຫ້ ສົມເດັດ ແລະ ພະບໍລົມວົງສານຸວົງ ທຸກພະອົງ ຈົ່ງມີ ພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນ ບຣູໄນ ໂດຍພາຍໃຕ້ພະບໍຣົມ ໂພທິສົມພານ ຂອງ ພະອົງ ຈົ່ງສືບຕໍ່ມີຄວາມຖາວອນ ຍິ່ງໆຂຶ້ນ./.


ໂທລະເລກຊົມເຊີຍ
(17/02/2011)

*(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບໂທລະເລກ ສະແດງຄວາມຊົມເຊີຍ ຈາກພະນະທ່ານ ຈອນ ຄີ, ນາຍົກ ລັດຖະມົນຕີ ແຫ່ງ ນິວຊີແລນ ເນື່ອງໃນໂອກາດ ທີ່ ພະນະທ່ານ ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສາຍພົວພັນທາງການ ທູດ ທີ່ຍາວນານກວ່າ 50 ປີ. ສປປ ລາວ ແມ່ນໜຶ່ງທີ່ເປັນຄູ່ຮ່ວມທາງດ້ານການພັດທະນາ ທີ່ເປັນບູລິມະສິດຂອງນິວຊີແລນ ໃນຂົງ ເຂດອາຊີຕາເວັນອອກສ່ຽງໃຕ້. ໂຄງການຊ່ວຍເຫຼືອລ້າແບບສອງຝ່າຍປະຈຳປີ ຂອງແນວຊີແລນຕໍ່ ສປປ ລາວ ໄດ້ເຕີບໂຕຂຶ້ນເຖິງ 3,8 ລ້ານໂດລານິວຊີແລນ ຊຶ່ງປີນີ້ ສຸມໃສ່ຂົງເຂດ ການພັດທະ ນາການທ່ອງທ່ຽວ, ການເກັບ ກູ້ລະເບີດບໍ່ທັນແຕກ ແລະ ການຝຶກອົບຮົມພາສາອັງກິດສຳລັບພະນັກງານ. ນອກນີ້ ກໍມີບັນດາໂຄງການ ຂອງ ນິວຊີແລນ ແບບ ຂົງເຂດສຳລັບອະນຸພາກພື້ນແມ່ນ້ຳຂອງ ຊຶ່ງເລັ່ງໃສ່ການພັດທະນາຊັບພະຍາກອນມະນຸດ. ເມື່ອບໍ່ດົນມານີ້ ນິວຊີແລນ ໄດ້ສະເຫຼີມສະຫຼອງ 35 ປີ ການເປັນຄູ່ ພາຄີກັບອາຊຽນ ແລະ ການພົວພັນ ກັບ ສປປ ລາວ ສືບຕໍ່ລົງເລິກ ໂດຍຜ່ານຂອບອາຊຽນ. ພວກເຮົາໄດ້ເຂົ້າຮ່ວມຂະບວນ ການທີ່ສຳຄັນຂອງຂົງ ເຂດ ເຊັ່ນ: ກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ກອງປະຊຸມເວທີປຶກສາຫາ ລື ອາຊຽນ ທີ່ປະເທດພວກ ເຮົາ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ໃນການຕິດຕາມ ເປົ້າໝາຍ ຂອງການເຊື່ອມໂຍງຂົງເຂດ. ລາວ ແລະ ນິວຊີແລນ ເຊື່ອມກັນໂດຍຜ່ານສັນຍາ ເຂດການຄ້າເສລີ ອາຊຽນ-ອົດສະຕຣາລີ-ນິວຊີແລນ ຊຶ່ງຈະເປັນການ ສະໜັບສະໜູນ, ສ້າງເງື່ອນໄຂ ແລະ ເຮັດໃຫ້ການພັດທະນາເສດຖະກິດ ແລະ ການຄ້າເປັນເສລີຫຼາຍຂຶ້ນໃນ ຊຸມປີຕໍ່ໜ້າ. ລັດຖະບານນິວຊີແລນ ຫວັງວ່າ: ຈະເຮັດວຽກຮ່ວມກັບພະນະທ່ານ ແລະ ບັນດາລັດຖະມົນຕີ ໃນ ການສືບຕໍ່ເສີມສ້າງສາຍພົວພັນ ລະຫວ່າງ ນິວຊີແລນ ແລະ ສປປ ລາວ ເພື່ອຜົນປະໂຫຍດ ຊຶ່ງກັນ ແລະ ກັນ. ຂ້າພະເຈົ້າ ຂໍອວຍພອນໃຫ້ພະນະທ່ານ ຈົ່ງປະສົບຜົນສຳເລັດ ໃນໜ້າທີ່ອັນມີກຽດສູງສົ່ງ ຂອງພະນະທ່ານ./.


ໂທລະ​ເລກ​ອວຍ​ພອນ
(15/02/2011)

*(ຂປລ) ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ເລຂາທິການ​ໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງສະຫາຍ ກິມ ເຈິງ ອິນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກແຮງງານເກົາຫລີ, ປະທານຄະນະກຳມາທິ ການປ້ອງກັນ ຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ. ເນື່ອງໃນໂອກາດ ວັນເກີດ ຂອງສະຫາຍ ຄົບຮອບ 69 ປີ (16/2/1942-16/2/2011). ຂ້າພະ ເຈົ້າມີຄວາມປິຕິຊົມຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າພາຍໃຕ້ການນຳພາອັນ ສະຫລາດສ່ອງໃສ ແລະ ເດັດດ່ຽວໜຽວແໜ້ນ ຂອງພັກ ແຮງງານເກົາຫລີ ຊຶ່ງມີສະຫາຍ ປະທານ ກິມ ອິນ ຊຸງ, ຜູ້ນຳທີ່ຍິ່ງໃຫຍ່ໃນເມື່ອກ່ອນ ແລະ ສະຫາຍເອງ ໃນປັດຈຸບັນເປັນຜິ໙ນຳພານັ້ນ, ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງ ສາມາດ ບັນລຸໄດ້ຜົນສຳເລັດອັນໃຫຍ່ຫລວງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ. ໂດຍຢຶດໜັ້ນ ແນວຄິດຈຸເຊ ແລະ ລັດທິຊົງກຸນ, ຂ້າພະເຈົ້າເຊື່ອໜັ້ນວ່າ ພັກ-ລັດ ແລະ ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງຈະສາມາດຜ່ານທຸກອຸປະສັກ ແລະ ຍາດໄດ້ຜົນສຳເລັດ ໃໝ່ໃຫຍ່ຫລວງ ກວ່າເກົ່າ ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງ, ບັນລຸການທ້ອນ ໂຮມປະເທດຊາດ ໂດຍສັນຕິວິທີ ຕາມແນວທາງ ທີ່ປະທານ ກິມ ອິນ ຊຸງ ຜູ້ນຳຍິ່ງໃຫຍ່ໄດ້ວາງອອກ, ນຳເອົາຄວາມສົມບູນພູນສຸກມາໃຫ້ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງ ທັງເປັນການ ປະກອບສ່ວນເຂົ້າໃນພາ ລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢູ່ໃນພາກພື້ນ ແລະ ໃນໂລກ. ຂໍອວຍພອນໃຫ້ສາຍພົວພັນມິດຕະພາບ ອັນເປັນ ມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ເກົາຫຼີ ຈົ່ງ​ໄດ້​ຮັບການສືບຕໍ່ເສີມຂະຫຍາຍ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ຂໍອວຍພອນ ໃຫ້ສະຫາຍຈົ່ງ ມີສຸຂະພາບ ພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ອັນສູງສົ່ງຂອງສະຫາຍ./.

ໂທລະ​ເລກ​ອວຍ​ພອນ​ວັນຊາດ​ລາວ​ ຄົບຮອບ 35 ປີ

(15/02/2011)

*(ຂປລ) ພະນະ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາ​ທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ຮັບ​ໂທລະ​ເລກ​ອວຍພອນ​ວັນຊາດ ຄົບຮອບ 35 ປີ ຈາກ​ພະນະ​ທານ ​ເປ​ໂດຣ ປິຣ ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ​ກັບ​ແວ, ຊຶ່ງມີ​ເນື້ອ​ໃນ​ວ່າ: ​ໃນ​ຂະນະ​ທີ່ ສປປ ລາວ ສະ​ເຫລີ​ມ ສະຫລອງວັນຊາດ ຂ້າພະ​ເຈົ້າ ຂໍ​ສະ​ແດງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ​ມາ​ຍັງ​ພະນະ​ທ່ານ ​ແລະ ປະຊາຊົນ​ລາວ​ເພື່ອນ​ມິດ ​ແລະ ພອນ​ໄຊ​ ອັນ​ປະ​ເສີດ ​ໃຫ້​ພະນະ​ທ່ານ ​ມີ​ຄວາມ​ຜາ​ສຸກ ​ແລະ ​ປະ​ເທດ​ຊາດ​ສືບຕໍ່​ມີ​ຄວາມ​ກ້າວໜ້າ​ໄປ​ຕາມ​ແນວທາງ​ແຫ່ງ​ສັນຕິພາບ, ຄວາມ​ປອດ​ໄພ ​ແລະ ຄວາມ​ສະຫງົບ​ສຸກ. ພ້ອມ​ທັງ​ສະ​ແດງ​ ຄວາມ​ຫວັງ​ວ່າ​ຈະ​ສືບຕໍ່ຮັດ​ແໜ້ນ​ສາຍພົວພັນ​ອັນ​ເກົ່າ​ແກ່ ​ແບບ​ຈິງ​ໃຈ ລະຫວ່າງ​ ສອງ​ປະ​ເທດ ​ແລະ ປະຊາຊົນ​ສອງ​ຊາດ​ເພື່ອນ​ມິດ./.


ຜູ້ນຳ​ລາວ​ ອວຍພອນ​ວັນຊາດ ອີຣານ

(09/02/2011)

* (ຂປລ): ພະນະ​ທ່ານ​ ຈູມ​ມາລີ ໄຊ​ຍະ​ສອນ, ປະທານປະເທດ ແຫ່ງ ສປປ ລາວ ​ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງພະນະທ່ານ ມາ​ມຸດ​ອາມາ​ດີ​ເນ​ຈາດ, ປະທານາທິບໍດີແຫ່ງ ສາທາ​ລະນະ​ລັດ ອິດສະ​ລາມ​ ອີຣານ ແລະ ພະນະ​ທ່ານ ອາລີ ອັກ​ບາ​ຊາ​ເລ​ຮີ, ລັດຖະມົນຕີວ່າການກະຊວງການ ຕ່າງປະ​ເທດ ​ແຫ່ງ ສາທາລະນະ​ລັດ ອິດສະ​ລາມ ອີ ຣານ. ເນື້ອໃນໂທລະເລກ ລະບຸວ່າ: ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ ພວກຂ້າພະ​ເຈົ້າ​ມີ​ຄວາມ​ຍິນ​ດີ ເປັນ​ຢ່າງ​ສູງ ຂໍສົ່ງຄຳ ຊົມເຊີຍອັນອົບອຸ່ນ ແລະ ພອນໄຊປະເສີດມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ຂອງ​ພະນະ​ທ່ານ ໃນໂອກາດວັນຊາດ ແຫ່ງປະເທດ ສາທາລະນະ​ລັດ ອິດສະ​ລາມ ​ອີຣານ ທີ່​ໜູນ​ວຽນມາ​ຄົບຮອບ​ອີກ​ຄັ້ງໜື່ງ ​ໃນ​ວັນ​ທີ 11 ກຸມພາ 2011. ພວກຂ້າພະເຈົ້າ ຫວັງ​ຢ່າງ​ຍິ່ງ​ວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນດີງາມ ລະຫວ່າງ ສອງປະເທດພວກ​ເຮົາ ຈະສືບຕໍ່​ຮັດ​ແໜ້ນ​ ແລະ ເສີມຂະຫຍາຍຢ່າງ​ຕໍ່​ເນື່ອງ ເພື່ອຜົນປະໂຫຽດຂອງສອງ​ປະ​ເທດ ​ແລະ ປະຊາຊົນສອງຊາດ ພວກເຮົາ ກໍ​ຄື​ ສັນຕິພາບ, ສະເຖຍລະ​ພາບ ​ແລະ ການ​ຮ່ວມ​ມື​ ເພື່ອ​ພັດທະນາຢູ່​ໃນ​ພາກ​ພື້ນ ແລະ ​ໃນ​ໂລກ. ຂໍຖືໂອກາດນີ້ ອວຍພອນໃຫ້ພະນະທ່ານ ຈົ່ງມີພະລະ ນະໄມສົມບູນ, ມິຄວາມຜາສຸກ ແລະ ຂໍໃຫ້ລັດຖະບານ ແລະ ປະຊາຊົນ ​ແຫ່ງສາທາລະນະ​ລັດ ອິດສະ​ລາມ ອີຣານ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນາຖາ ວອນ./.

 

ຊົມ​ເຊີຍ​ຜູ້​ສຳ​ເລັດຣາຊະ​ການ ຄົນ​ໃໝ່ ຂອງ​ປະ​ເທດ ປາ​ປົວ​ນິວກີ​ນີ

(09/02/2011)

*(ຂປລ): ພະນະ​ທ່ານ ຈູມ​ມາລີ ໄຊ​ຍະ​ສອນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກ ສະແດງຄວາມຊົມເຊີຍ ເຖິງພະນະທ່ານ ໄມເກີນ ໂອກິໂອ, ຜູ້ສຳເລັດຣາຊະການ ຄົນໃໝ່ ຂອງປະເທດ ປາປົວ ນິວກີນີ. ເນື່ອງໃນໂອກາດທີ່ພະນະທ່ານ ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງ ເປັນຜູ້ສຳເລັດຣາຊະການ ຄົນໃໝ່ ຂອງປະເທດປາປົວນິວກີນີ, ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະ ເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນ ປະເສີດມາຍັງພະນະທ່ານ. ຂ້າພະເຈົ້າເຊື້ອໜັ້ນວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ພວກເຮົາ ຈະໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຽດຂອງປະຊາຊົນສອງຊາດ ລາວ ແລະ ປາປົວນິວກີນີ ກໍຄື ເພື່ອ ສັນຕິພາບ ແລະ ການຮ່ວມມື ເພື່ອການພັດທະນາ ຂອງພາກພື້ນ ແລະ ຂອງໂລກ. ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີພະລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ ອັນມີກຽດ ແລະ ສົ່ງສູງຂອງພະນະທ່ານ./.


ທ່ານ​ນາຍົກລັດຖະມົນຕີ ຊົມ​ເຊີຍ​ຄູ່​ຮ່ວມຕຳ​ແໜ່​ງ ທີ່​ເນ​ປານ

(08/02/2011)

*(ຂປລ): ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມ ຊົມເຊີຍ ຜ່ານທາງໂທລະເລກເຖິງພະນະທ່ານ ຈາລະນັດ ການນາລ, ນາຍົກລັດຖະມົນຕີ ແຫ່ງສະຫະພັນ ສາ ທາລະນະລັດ ປະຊາທິປະໄຕ ເນປານ ຊຶ່ງມີເນື້ອຄວາມລະບຸວ່າ: ໃນນາມ ລັດຖະບານ ແລະ ປະຊາຊົນ ແຫ່ງ ສ ປປ ລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າມີຄວາມຍິນດີເປັນຢ່າງສູງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ອວຍພອນອັນປະເສີດ ມາຍັງພະນະທ່ານ ທີ່ໄດ້ຖືກ ເລືອກຕັ້ງ ເປັນນາຍົກລັດຖະມົນຕີ ແຫ່ງສະຫະພັນ ສາທາລະນະລັດ ປະຊາທິປະໄຕ ເນປານ. ຂ້າພະເຈົ້າ ຫວັງວ່າ: ຈະໄດ້ຮ່ວມເຮັດວຽກ ກັບພະນະທ່ານ ໃນຂອບ ສອງຝ່າຍ, ໃນເວທີພາກພື້ນ ແລະ ສາກົນ ເພື່ອສືບຕໍ່ສົ່ງເສີມມິດຕະພາບ ຄວາມເຂົ້າອົກເຂົ້າໃຈກັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດພວກເຮົາ ໃຫ້ມີ ຄວາມໝັ້ນ ຄົງທະນົງແກ່ນ ເພື່ອຜົນປະໂຫຍດຂອງສອງປະເທດ ແລະ ປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບ ແລະ ການຮ່ວມມື ເພື່ອການພັດທະນາ. ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລະນາໄມທີ່ສົມບູນ ແລະ ປະສົບຜົນສຳເລັດ ໃນໜ້າທີ ອັນມີກຽດ ແລະ ສູງສົ່ງ ຂອງພະນະທ່ານ./.


ຜູ້ນຳ​ລາວ​ຊົມ​ເຊີຍ​ຜູ້ນຳ​ຄົນ​ໃໝ່​ຂ​ອງສະຫະພາບ​ມຽນມາ​

(07/02/2011)

*(ຂປລ): ພະນະ​ທ່ານ ຈູມ​ມາລີ ໄຊ​ຍະ​ສອນ, ປະທານປະເທດ ແຫ່ງ ສປປ ລາວ, ພະນະທ່ານ ບຸນຍັງ ວໍ ລະຈິດ, ຮອງປະທານປະເທດ ແລະ ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສົ່ງ ໂທລະເລກສະແດງຄວາມຊົມເຊີຍ ເຖິງພະນະທ່ານ ອູ ເທນ ເຊນ, ປະທານາທິບໍດີ ແຫ່ງ ສະຫະພາບມຽນມາ, ພະນະທ່ານ ດຣ. ໄຊມົກຄຳ, ພະນະທ່ານ ທີຫາ ທູຣາ ອູ ທິນ ອອງ ມິນໂອ, ຮອງປະທານາທິບໍດີ ແຫ່ງ ສະຫະພາບມຽນມາ. ບັນດາຜູ້ນຳລາວ ໄດ້ສະແດງຊົມ ເຊີຍອັນອົບອຸ່ນ ແລະ ອວຍພອນອັນປະເສີດມາຍັງຜູ້ນຳ ແຫ່ງ ສະຫະພາບມຽນມາ ໃນໂອກາດທີ່ໄດ້ຮັບການເລືອກ ຕັ້ງເປັນ ປະທານາທິບໍດີ, ຮອງປະທານາ ທິບໍດ ີຄົນໃໝ່ ຂອງສະຫະພາບມຽນມາ ຊຶ່ງເນື້ອຄວາມສຳຄັນຂອງໂທລະເລກລະບຸວ່າ: ພວກຂ້າພະເຈົ້າມີຄວາມພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງ ສອງປະເທດ ລາວ ແລະ ມຽນມາ ໄດ້ສືບຕໍ່ຂະຫຍາຍຕົວ ແລະ ກວ້າງ ຂວາງຍິ່ງໆຂຶ້ນ ໃນຊຸມປີຜ່ານມາ ແລະ ຫວັງວ່າ ຈະໄດ້ຮັບການຮ່ວມມືຢ່ງໃກ້ຊິດຮ່ວມກັບພະນະທ່ານ ເພື່ອສືບຕໍ່ຮັດແໜ້ນ ແລະ ພັດທະນາການພົວພັນ ແລະ ການຮ່ວມມືດັ່ງກ່າວ ໃຫ້ກ້າວສູ່ຈຸດສູງໃໝ່ຢ່າງບໍ່ ຢຸດຢັ້ງ. ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລະນາໄມທີ່ສົມບູນ ແລະ ປະສົບຜົນສຳເລັດ ໃນໜ້າທີ່ວຽກງານ ອັນສູງສົ່ງຂອງ ພະນະທ່ານ./.



ຜູ້ນຳລາວ ອວຍພອນວັນຊາດ ສີລັງກາ

* (ຂປລ): ພະນະ​ທ່ານ​ ຈູມ​ມາລີ ໄຊ​ຍະ​ສອນ, ປະທານປະເທດ ແຫ່ງ ສປປ ລາວ, ພະນະ ທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ຕ່າງໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຜ່ານ ທາງໂທລະເລກ ເຖິງຄູ່ຮວາມຕຳແໜ່ງ ພະນະທ່ານ ມາຮີນດາ ຣາຊາປັກຊາ, ປະທານາທິບໍດີແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ, ພະນະທ່ານ ດີເອັມ ຈາຢາຣາດເນ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ສຈ. ຈີ. ແອລ. ເປຣິສ, ເອັມ.ພີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດສັງຄົມນິຍົມ ປະຊາທິປະໄຕ ສີລັງກາ. ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ສີລັງກາ, ໃນນາມລັດຖະບານ, ປະຊາ ຊົນ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊປະເສີດ ມາຍັງພະ ນະທ່ານ, ລັດຖະບານ ແລະ ປະຊາຊົນສີລັງກາ ເພື່ອນ ມິດທຸກທົ່ວໜ້າ. ພວກຂ້າພະເຈົ້າ ເຊື້ອໝັ້ນວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ-ສີລັງກາ ຈະໄດ້ຮັບເສີມຂະຫຍາຍ ຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນ ສອງຊາດພວກເຮົາ. ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີພະລະນະໄມສົມບູນ, ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນ ສີລັງກາ ເພື່ອນມິດ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນາຖາວອນ./.

 

ຜູ້ນຳ​ລາວ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຄູ່​ຮ່ວມ​ຕຳ​ແໜ່​ງ​ແຫ່ງ ມົນ​ເຕ​ເນໂກຣ

(02/02/2011)

*(ຂປລ) ພະນະ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ແຫ່ງ​ສປປ ລາວ ສົ່ງໂທ ລະເລກສະແດງຄວາມ ຊົມເຊີຍເຖິງ ພະນະທ່ານ ສຈ. ອີກໍ ລຸກຊິກ, ນາຍົກລັດຖະມົນຕີ ແຫ່ງ ມົນເຕເນ ໂກຣ. ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບການເລືອກຕັ້ງ ໃຫ້ດຳລົງຕຳແໜ່ງ ເປັນນາຍົກ ລັດຖະມົນຕີ ແຫ່ງ ມົນເຕເນໂກຣ, ຂ້າພະເຈົ້າຂໍສົ່ງສະແດງ ຄວາມ ຊົມເຊີຍອັນອົບອຸ່ນ ແລະ ຄຳອວຍພອນ ອັນປະເສີດ ມາຍັງພະນະທ່ານ, ຂໍໃຫ້ພະ ນະທ່ານຈົ່ງມີພະລານາໄມສົມບູນ ແລະ ຜົນສຳ ເລັດທຸກປະກັນໃນພາລະກິດ ອັນ ສູງສົ່ງຂອງພະນະທ່ານ. ຂ້າພະເຈົ້າ ຫວັງວ່າ ຈະໄດ້ເຮັດວຽກຮ່ວມກັບພະນະທ່ານ ເພື່ອເສີມຂະ ຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດພວກ ເຮົາໃຫ້ ເຕີບໃຫຍ່ຂະຫຍາຍ ຕົວຍິ່ງໆຂື້ນ ເພື່ອຜົນປະໂຫຽດຂອງປະຊາຊົນ ສອງ ຊາດລາວ ແລະ ມົນເຕເນໂກຣ ກໍຄືເພື່ອສັນ ຕິພາບ ແລະ ການຮ່ວມມືສາກົນ ເພື່ອ ພັດທະນາ. ພະນະທ່ານ ດຣ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະ ຊວງ ການຕ່າງປະເທດ ແຫ່ງ ສປປ ລາວກໍສົ່ງໂທລະເລກອວຍພອນ ເຖິງພະນະທ່ານ ມີລານໂຣ ເຊັນ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ມົນເຕເນ ໂກຣ. ເນື່ອງໃນໂອກາດໄດ້ຖືກແຕ່ງຕັ້ງໃຫ້ດຳລົງ ເປັນລັດຖະມົນຕີວ່າການກະ ຊວງການຕ່າງ ປະເທດ ແຫ່ງ ມົນເຕເນໂກຣ ອີກສະໄໝໜື່ງ.

ອວຍພອນວັນ​ສ້າງຕັ້ງພັກ​ກອມ​ມູນິດຫວຽ​ດນາມ ຄົບຮອບ81​ປີ

(02/02/2011)

*(ຂປລ): ເນື່ອງ​ໃນ​ໂອກາດຄົບຮອບ 81 ປີ ວັນ​ສ້າງຕັ້ງພັກ​ກອມ​ມູນິດ ​ຫວຽ​ດນາມ (3/2/1930 -3/2/ 2011),​ ໃນ​ນາມ​ຄະນະ​ບິ​ລິ​ຫານ​ງານ​ສູນ​ກາງ​ພັກ ປະຊາຊົນ​ ປະຕິບັດ​ລາວ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ​ທົ່ວ​ປະ​ເທດ, ພວກ​ຂ້າພະ​ເຈົ້າ ​ຂໍ​ສົ່ງ​ພອນ​ອັນ​ປ​ະເສີດ ​ແລະ ​ໄມຕີ​ຈິ​ດມິດຕະພາບ​ ຖານ​ສະຫາຍ​ອ້າຍ​ນ້ອງອັນ ສະໜິດ​ສະ​ໜົມ ມາ​ຍັງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ຫວຽ​ດນາມ, ສະມາຊິກ​ພັກ ​ແລະ ປະຊາຊົນ​ຫວຽດນາມ ອ້າຍ​ນ້ອງ​ທຸກ​ຖ້ວນ​ໜ້າ. ພວກ​ຂ້າພະ​ເຈົ້າ ​ມີ​ຄວາມ​ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ ທີ່​ເຫັນ​ວ່າ: ຕະຫລອດ​ໄລຍະ 81 ປີ ທີ່​ຜ່ານ​ມາ ​ໂດຍ​ພາຍໃຕ້​ການ​ນຳພາ​ອັນ​ສະຫລາດ​ສ່ອງ​ໄສ ຂອງ​ພັກ ກອມ​ມູນິດ​ຫວຽດນາມ, ປະຊາຊົນ​ຫວຽດນາມ​ອ້າຍ​ນ້ອງ ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ​ແລະ ການ​ທົດ​ສອບ​ນາໆ​ປະການ, ຍາດ​ໄດ້​ໄຊຊະນະ ​ແລະ ຜົນສຳ​ເລັດ ອັນ​ສະ ຫງ່າ​ງາມ ​ໃນ​ພາລະກິດ​ປົກ​ປັກຮັກສາ ​ແລະ ສ້າງ​ສາ​ປະ​ເທດ​ຊາດ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ເກ​ືອບ 20 ປີ​ແຫ່ງ​ການ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່​ມານີ້ ໄດ້​ເຮັດ​ໃຫ້​ປະ​ ເທດ​ຊາດ​ຫວຽດນາມ ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ-ສັງຄົມ, ​ເສດຖະກິດ​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ, ໝັ້ນທ່ຽງ, ຮອບດ້ານດ້ວຍ ​ຈັງຫວະ​ຂະ ຫຍາຍຕົວ​ສູງ, ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ ມີ​ຄວາມ​ໝັ້ນຄົງ ​ແລະ ​ເຂັ້ມ​ແຂງ, ການ​ເຄື່ອນໄຫວດ້ານ​ຕ່າງປະ​ເທດ​ ໄດ້​ຮັບ​ການ​ເປີດ​ກວ້າງ ​ແລະ ມີ​ຜົນສຳ​ເລັດ​ທີ່​ສຳຄັນ​ ເປັນທີ່​ເພິ່ງພໍ​ໃຈ ອັນ​ໄດ້​ເຮັດ​ໃຫ້​ບົດບາດ ​ແລະ ອິດ​ທິພົນ​ຂອງ​ສາທາລະນະ​ລັດ ​ສັງຄົມ​ນິຍົມ​ຫວຽດນາມ ນັບມື້ພົ້ນ​ເດັ່ນ ແລະ ສູງ​ຂຶ້ນ​ໃນ​ເວທີ​ພາກພື້ນ ແລະ ສາກົນ. ພັກ​ປະຊາຊົນ​ ປະຕິວັດ​ລາວ ​ແລະ ປະຊາຊົນ​ລາວ​ ຂໍ​ສະ​ແສງ​ຄວາມ​ຄຳນັບ​ຊົມ​ເຊີຍ​ຢ່າງ​ສຸດ​ອົດ​ສຸດ​ໃຈ ຕໍ່ຜົນສຳ​ເລັດ​ ແລະ​ ໄຊ​ຊະນະ​ອັນ​ໃຫຍ່​ຫລວງ​ ທີ່​ພັກ ​ກອມ​ມູນິດຫວຽດນາມ ​ແລະ ປະຊາຊົນ​ຫວຽດນາມອ້າຍ ນ້ອງຍາດມາໄດ້. ພວກຂ້າພະເຈົ້າ ຖືວ່າໄຊຊະນະ ແລະ ຜົນສຳເລັດຂອງບັນດາສະຫາຍຫວຽດນາມ ເໝືອນ ກັບໄຊຊະນະ ແລະ ຜົນສຳເລັດຂອງພັກ ແລະ ປະຊາຊົນລາວ ແລະ ກໍທັງເປັນກຳລັງໃຈໃຫ້ພວກຂ້າພະເຈົ້າ ອີກດ້ວຍ. ພວກຂ້າພະເຈົ້າເຊື່ອໝັ້ນ ຢ່າງໜັກແໜ້ນວ່າ: ພາຍໃຕ້ການ ນຳພາອັນສະຫລາດສ່ອງໄສ ຂອງພັກ ກອມມູນິດຫວຽດນາມ ອັນມີສະຫາຍເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ທີ່ເຄົາ ລົບຮັກເປັນຜູ້ນຳໜ້ານັ້ນ ປະຊາຊົນ ຫວຽດນາມອ້າຍນ້ອງ ຈະສືບຕໍ່ຍາດໄດ້ໄຊຊະນະ ແລະ ຜົນສຳເລັດໃໝ່, ຍິ່ງໃຫຍ່ກວ່າເກົ່າ ໃນການປະຕິບັດ ບັນດາ ມະຕິທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ວາງ​ອອກ ກໍ​ຄື​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ສ້າງ​ປະ​ເທດ​ຊາດ​ຫວຽດນາມ ​ໃຫ້​ກາຍ ​ເປັນ​ປະ​ເທດ ​ອຸດສາຫະກຳທີ່​ທັນ​ສະ​ໄໝ​ ໂດຍ​ພື້ນ ຖານ​ໃນ​ປີ 2020, ບັນລຸ​ຈຸດໝາຍ​ເຮັດ​ໃຫ້​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດມັ້ງ​ຄັ້ງ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸດ​ຕິ​ທຳ ແລະ ສີວິ​ໄລ ກ້າວ​ຂຶ້ນສັງຄົມ​ນິຍົມ​ ຢ່າງ​ໜັກ​ແໜ້ນ. ພວກ​ຂ້າພະ​ເຈົ້າ​ ມີ​ຄວາມ​ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ ທີ່​ເຫັນ​ວ່າໃນຕະຫລອດ ໄລຍະເວລາທີ່ຜ່ານມາ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ທີ່ປະທານ ໂຮ່ຈີມິນ, ຜູ້ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ເປັນຜູ້ກໍ່ຕັ້ງ ແລະ ເຝິກຝົນຫລໍ່ຫລອມມານັ້ນ ນັບມື້ໄດ້ຮັບການເສີມຂະຫຍາຍ ທັງທາງ ກວ້າງ ແລະ ທາງເລິກ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ອັນໄດ້ນຳເອົາຜົນປະໂຫຍດ ຢ່າງແທ້ຈິງມາ ສູ່ ປະຊາຊົນສອງຊາດພວກເຮົາ. ພັກ, ລັດ ແລະ ປະຊາຊົນ ລາວບັນດາ ເຜົ່າໃນ ທົ່ວປະເທດ ຈະເຮັດສຸດຄວາມສາ ມາດຂອງຕົນ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນດັ່ງກ່າວ ໃຫ້ແຕກດອກອອກຜົນ ຂຶ້ນເລື້ອຍໆ. ເນື່ອງ ໃນໂອກາດອັນສະຫງ່າລາສີນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໄດ້ໃຫ້ ການຊ່ວຍເຫລືອ ແລະ ສະໜັບສະໜູນອັນໃຫຍ່ຫລວງ ແລະ ລ້ຳຄ່າ, ມີຜົນສັກສິດ ແລະ ທັນການແກ່ ພາລະ ກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກຂ້າພະເຈົ້າຕະຫລອດມາ. ຂໍອວຍພອນໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ໃນໂອກາດປີໃຫມ່ (ເຕດ) ປີນີ້ ຈົ່ງ ຍາດໄດ້ໄຊຊະນະ ແລະ ຜົນສຳເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າ. ຂໍອວຍພອນໃຫ້ສາຍພົວພັນມິດຕະພາບຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງຂຽວສົດງົດງາມ ແລະ ໝັ້ນ ຄົງທະນົງແກ່ນ ຕະຫລອດກາລະນານ./

 

ໂທລະ​ເລກ​ອວຍພອນ

(02/02/2011)

*(ຂປລ): ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ, ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ ສປປ ລາວ ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ ​ເຖິງ​ ສະຫາຍ ຮວ່າງ​ ບິງ​ກວັນ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍມີ​​ເນື້ອ​ໃນ​ລະບຸ​ວ່າ: ໃນ​ໂອ ກາດ​ວັນ​ ສ້າງຕັ້ງພັກ​ກອມ​ມູນິດ​ຫວຽ​ດນາມ ຄົບຮອບ 81 ປີ, (3/2/1930-3/2/2011), ​ໃນ​ນາມ​ຄະນະ​ນຳ ​ແລະ ພະນັກງານ​ ຂອງຄະນະ​ພົວພັນ​ຕ່າງປະ​ເທດ​ ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ ຂໍ​ສົ່ງ​ມິດຈິດ​ມິດ​ໃຈ​ອັນ​ອົບ​ອຸ່ນ ແລະ ຄຳ​ອວຍພອນ​ອັນ​ປະ​ເສີດ​ ຖານສະຫາຍ​ອ້າຍ​ນ້ອງ ມາ​ຍັງ​ ສະຫາຍ ​ແລະ ໂດຍ​ຜ່ານ​ສະຫາຍ​ໄປ​ຍັງ​ຄະນະ​ນຳ ​ແລະ ພະນັກງານ​ ຂອງ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັນ​ ກອມ​ມູນິດ ຫວຽດນາມ​ທຸກ​ຖ້ວນ​ໜ້າ. ຂ້າພະ​ເຈົ້າ ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ເປັນ​ຍ່າງ​ຍິ່ງ ​ທີ່​ເຫັນ​ວ່າ​ຕະຫລອດ​ໄລຍະ 81 ປີ ຜ່ານ​ມາ ພັກ​ກອມ​ມູນິດ​ຫວຽດນາມ ​ທີ່​ປະທານ ໂຮ​່ຈີມິນ ຜູ້​ຍິ່ງ​ໃຫຍ່​ເປັນ​ຜູ້​ສ້າງ ຕັ້ງ ​ແລະ ຝຶກ​ຝົນ​ຫລໍ່ຫລອມ​ນັ້ນ ​ໄດ້​ນຳພາ​ປະ ຊາຊົນ​ຫວຽດນາມວິລະ​ຊົນ ດຳ​ເນີນການ​ຕໍ່ສູ້​ຢ່າງ​ອົງອາດ​ກ້າ​ແກ່ນ​ ຈົນ​ຍາດ​ເອົາ​ໄຊຊະນະ​ອັນ​ມິ​ຄວາມ​ໝາຍ​ ປະຫວັດສາດ ​ຕໍ່ຊາດ ​ແລະ ຕໍ່ສາກົນ​ມາ​ໄດ້, ປົດ​ປ່ອຍ​ທົ່ວ​ປະ​ເທດ​ຢ່າງ​ສົມບູນ ແລະ ນຳ​ເອົາ​ປະ​ເທດ​ກ້າວ​ຂຶ້ນ ຕາມ​ເສັ້ນທາງ​ສັງຄົມ​ນິຍົມ.​ ໃນ​ປະຈຸ​ບັນ​ ດ້ວຍ​ຜົນສຳ​ເລັດ​ອັນ ​ໜັກ​ແໜ້ນ​ ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່, ​ໄດ້​ເຮັດ​ໃຫ້​ສະເຖຍລະ​ພາບ ດ້ານ​ການ​ເມືອງ​ມີ​ການຮັບປະກັນ, ​ເສດຖະກິດ​ມີ​ການ​ຂະ​ຫຍາ​ຍຕົວຢ່າງ​ ໄວວາ,ຕໍ່​ເນື່ອງ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນຢ່າງ​ເດັ່ນ​ຊັດ, ການ​ພົວພັນ​ຕ່າງປະ​ເທດ​ໄດ້ຮັບການ ເປີດ​ກ້ວາງ, ບົດບາດ​ ອິດ​ທີ​ຜົນ​ຂອງ​ ພັກ​ກອມ​ມູນິດ​ຫວຽ​ດນາມ ນັບ​ມື້ນັບ​ເດັ່ນ​ໃນ​ເວທີ​ພາກພື້ນ ແລະ ສາກົນ. ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ ​ແລະ ຊົມ​ເຊິ​ຍ ຕໍ່ການ​ປະກອບສ່ວນ​ອັນ​ສຳຄັນ​ ຂອງ​ຄະນະພົວພັນ ​ຕ່າງປະ​ເທດ​ສູນ​ກາງ​ພັນ​ ກອມ​ມູນິດ​ຫວຽ​ດນາມ ​ໃນ​ພາລະກິດ​ປົກ​ປັກຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດໃນ​ເມື່ອ​ກ່ອນ​ກໍ​ຄື​ ໃນ​ປະຈຸ​ບັນ, ​ໃນ​ການ​ເພີ່ມ ​ພູນ​ຄູນ​ສ້າງ ​ແລະ ຂະຫຍາຍ​ສາຍ​ພົວພັນ ມິດຕະພາບ​ ແລະ ການ​ຮ່ວມ​ມື​ລະຫວ່າງ ​ສອງ​ພັກ, ສອງ​ປະ​ເທດ​ ເວົ້າລວມ ​ແລະ ສອງ​ຄະນະ ​ພົວພັນ​ຕ່າງປະ​ເທດ​ ສູນ​ກາງ​ພັນ​ ລາວ-ຫວຽດນາມ​ເວົ້າສະ​ເພາະ. ​ເນື່ອງ​ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້ ຂໍ​ອວຍພອນ​ໄຊ​ໃຫ້​ສະຫາຍ ​ພ້ອມ​ດ້ວຍ​ຄະນະ​ນຳ ​ແລະ ພະນັກ ງານ​ ຂອງ​ຄະນະ ​ພົ​ວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ກອມ​ມູນິດ​ຫວຽດນາມ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ​ແລະ ມີ​ຜົນສຳ​ເລັດ​ໃນ​ການ ​ປະຕິບັດ​ພາລະ​ໜ້າ​ທີ່ ອັນ​ມີ​ກຽດ​ ຂອງ​ຕົນ ໃນຕະຫລອດ​ປີ​ໃຫມ່​ປະຈຳ​ຊາດ ຫວຽ​ດນາມ. ຂ້າພະ​ເຈົ້າ​ ຂໍ​ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາ ມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບ ດ້ານ ​ລະຫວ່າງ​ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ ລາວ-ຫວຽດນາມ ​ເວົ້າ​ລວມ​, ເວົ້າ​ສະ​ເພາະ​ລະຫວ່າງ ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ທັງ​ສອງ​ຂອງ​ພວກ​ເຮົາ ​ຈົ່ງ​ໜັ້ນຄົງ​ທະ​ນົງ​ແກ່ນ ແລະ ​ເກີດ​ດອກ​ອອກ​ຜົນ​ຕະຫລອດ​ໄປ./.

 

ຊົມ​ເຊີຍ​​ນາຍົກລັດຖະມົນຕີຄົນ​ໃໝ່​ແຫ່ງ​ສປປ ລາວ

(01/02/2011)

* (ຂປລ) ພະນະ​ທ່ານ​ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ຮັບ ໂທລະເລກ ສະແດງຄວາມຊົມເຊີຍ ຈາກພະນະທ່ານຮາເມດ ອູຢາ ເຮຍ, ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ. ເນື່ອງໃນໂອກາດ ທີ່ພະນະທ່ານໄດ້ຮັບການແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງ ເປັນນາ ຍົກລັດຖະມົນຕີ ແຫ່ງສປປ ລາວ, ໃນນາມລັດຖະບານ ແລະ ປະຊາຊົນ ອານເຊຣີ ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ຂໍໃຫ້ພະນະທ່ານຈົ່ງ ປະ ສົບຜົນສຳເລັດ ໃນໜ້າທ່ີວຽກງານ ອັນສູງສົ່ງຂອງພະນະທ່ານ. ອີກເທື່ອໜື່ງ, ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າມີຄວາມຍິນດີທີ່ຈະສືບຕໍ່ເຮັດວຽກກັບ ພະນະທ່ານ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຊ່ວຍເຫລືອຊິ່ງກັນ ແລະ ກັນທີ່ມາແຕ່ດົນນານແລ້ວນັ້ນ ໃຫ້ໄດ້ຮັບການພັດທະນາ ເພື່ອຜົນ ປະໂຫຽດມາສູ່ສອງຊາດພວກເຮົາ. ຂ້າພະເຈົ້າຂໍຖືໂອກາດນີ້ ອວຍພອນແດ່ພະນະທ່ານ ຈົ່ງມີພະລະນາໄມສົມບູນ, ມີຄວາມຜາສຸກຂໍສະແດງຄວາມນັບຖື.

 

ຊົມ​ເຊີຍ​ ປະທານາທິບໍດີ​ຄົນ​ໃໝ່ ແຫ່ງ ສ.ປ໋ອກຕຸຍການ

(31/01/2011)

* (ຂປລ) ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວໄດ້ສົ່ງໂທລະເລກສະແດງຄວາມຊົມເຊີຍ ເຖິງ ພະນະທ່ານ ອານີບານ ກາວາ ໂກ ສິນວາ, ປະທານາທິບໍດີ ຄົນໃໝ່ ແຫ່ງ ສ.ປ໋ອກຕຸຍການ. ເນື່ອງໃນໂອກາດທີ່ ພະນະທ່ານໄດ້ຮັບເລືອກຕັ້ງຄືນໃໝ່ ໃຫ້ດຳລົງຕຳແໜ່ງ ເປັນປະທານາທິບໍດີ ແຫ່ງສ. ປ໋ອກຕຸຍການ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນ ໄຊອັນປະເສີດມາຍັງພະນະ ທ່ານ, ຂໍໃຫ້ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ , ມີຄວາມຜາສຸກ ແລະ ມີຜົນສຳເລັດອັນຈົບງາມ ໃນການປະຕິບັດໜ້າທີ່ອັນມີກຽດ ແລະ ສູງສົ່ງຂອງພະນະທ່ານ. ຂ້າພະ ເຈົ້າເຊື່ອໜັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ຍິ່ງຂື້ນໃນອະນາຄົດ, ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ເພື່ອຜົນປະໂຫຽດຂອງປະຊາຊົນສອງຊາດພວກເຮົາກໍຄືເພື່ອສັນຕິພາບ ແລະ ການຮ່ວມມືສາກົນ ເພື່ອການພັດທະນາ.

 

ໂທລະເລກຊົມເຊີຍປະທານສະພາແຫ່ງຊາດ ສປປ ລາວ

(31/01/2011)

*(ຂປລ) ພະນະທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດຄົນໃໝ່ ແຫ່ງ ສປປ ລາວໄດ້ຮັບໂທລະເລກຊົມເຊີຍຈາກ ສົມເດັດ ອັກຄະມະຫາໂປເຢຍ ຈັກກຣີ ເຮັງ ຊຳຣິນ, ປະທານສະພາແຫ່ງຣາຊະອນາຈັກ ກຳປູເຈຍ. ເນື່ອງໃນໂອກາດອັນສະຫງ່າລາສີທີ່ ພະນະທ່ານໄດ້ຖືກແຕ່ງຕັ້ງ ທີ່ສຳຄັນ ແລະ ເປັນປະຫວັດ ສາດ ໃຫ້ດຳລົງຕຳແໜ່ງ ເປັນປະທານແຫ່ງຊາດ ແຫ່ງສປປ ລາວ, ໃນນາມສະພາແຫ່ງຊາດ ຣາຊະອານາຈັກກຳປູເຈຍ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າສົ່ງຄຳ ຊົມເຊີຍອັນອົບອຸ່ນມາຍັງພະນະທ່ານ. ສະພາແຫ່ງຊາດ ແຫ່ງຣາຊະອານາຈັກກຳປູເຈຍ ໄດ້ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສະພາແຫ່ງຊາດ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ສະພາແຫ່ງຊາດ ແຫ່ງ ສປປ ລາວມາແຕ່ດົນນານ. ຂ້າພະເຈົ້າເຊື້ອໜັ້ນວ່າ ພາຍໃຕ້ການນຳພາຂອງ ພະນະ ທ່ານ ຈະເຮັດໃຫ້ມູນເຊື້ອດັ່ງກ່າວ ໄດ້ຮັບການສືບຕໍ່ເພີ່ມທະວີ ແລະ ຂະຫຍາຍຂື້ນຢ່າງບໍ່ຢຸດຢັ້ງ. ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມ ຜາສຸກ ແລະ ປະສົບແຕ່ຜົນສຳເລັດ ອັນໃຫຍ່ຫລວງ.

 

ປະທາ​ນາ​ທິບໍດີ ສະຫະພັນ​ສະ​ວິດ​ສ໌ ຊົມ​ເຊີຍ​ນາຍົກ​ລັດຖະມົນຕີ ສປປ ລາວ​ຄົນ​ໃໝ່

(27/01/2011)

*(ຂປລ) ພະນະ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບໂທລະເລກ ຊົມເຊີຍຈາກ ພະນະ​ທ່ານ ນາງ Micheline CalmyReY ປະທານາທິບໍດີ ແຫ່ງ​ ສະມາພັນ ​ສະ​ວິດສ໌ ໃນໂອກາດທີ່ໄດ້ຮັບແຕ່ງຕັ້ງ ເປັນນາຍົກລັດຖະມົນຕີ ຄົນໃໝ່ ແຫ່ງ ສປປ ລາວ. ເນື່ອງໃນໂອກາດ ທີ່ພະນະທ່ານໄດ້ ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຂໍສະແດງຄວາມຍິນດີ ເປັນຢ່າງສູງສົ່ງຄຳຊົມເຊີຍ ຢ່າງ​ຈິງ​ໃຈ ​ແລະ ອວນ​ພອນ​ໄຊ​ອັນ​ປະ ​ເສີດມາຍັງພະນະທ່ານ ຈົ່ງ​ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ອັນ​ສູງ​ສົ່ງ ແລະ ອວຍພອນ​ໃຫ້​ປະ​ເທດ​ຂອງ​ພະນະ​ທ່ານ ​ຈົ່ງ​ມີ​ຄວາມ​ພັດທະນາ​ຖາວອນ, ສະ​ແດງ​ ຄວາມ​ເຊື່ອ​ ໝັ້ນວ່າ ສາຍ​ພົວພັນ​ອັນ​ດີ​ ລະຫວ່າງ​ຊາດ​ຂອງ​ພວກ​ເຮົາ ຈະ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ແລະ ​ແໜ້ນ​ແຟ້ນຍິ່ງໆ​ຂຶ້ນ./.

 

ໂທລະເລກສະແດງຄວາມເສົ້າສະຫລົດໃຈ

(26/01/2011)

*(ຂປລ) ພະນະ ທ່ານຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫລົດໃຈເຖິງ ພະນະທ່ານ ເດມິດຕຣີ ເມດເວດດຽວ, ປະທານາທິບໍດີແຫ່ງສະຫະພັນຣັດເຊຍ ຕໍ່ເຫດການໂສກນາດຕະກຳ ລະເບີດແຕກຢູ່ສະໜາມບິນໂດໂມເດໂດວາ, ທີ່ນະຄອນຫລວງມົດສະກູ. ຂ້າພະເຈົ້າ ໄດ້ຮັບຂ່າວ ດ້ວຍຄວາມໂສກເສົ້າເສຍໃຈ ເປັນຢ່າງຍິ່ງວ່າໄດ້ມີເຫດລະເບີດແຕກ ຢູ່ສະໜາມບິນໂດໂມເດໂດວາ ທີ່ນະຄອນຫລວງມົດສະກູ, ອັນໄດ້ເຮັດ ໃຫ້ມີ ຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບເປັນຈຳນວນຫລວງຫລາຍ. ຕາງໜ້າໃຫ້ລັດຖະບານລາວ ແລະ ປະຊາຊົນ ແຫ່ງ ສປປ ລາວ ແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າສົ່ງຄວາມເສົ້າສະຫລົດໃຈ ແລະ ເສຍໃຈຢ່າງເລີກເຊິ່ງ ມາຍັງພະນະທ່ານ, ລັດຖະບານ ແຫ່ງສະຫະພັນຣັດເຊຍ ເພື່ອນມິດ, ໂດຍສະເພາະ ແມ່ນຄອບຄົວ ຜູ້ທີ່ໄດ້ຮັບການສູນເສຍ ຈາກເຫດການກໍ່ການຮ້າຍໃນຄັ້ງນີ້. ລັດຖະບານ ແຫ່ງ ສປປ ລາວປະນາມຢ່າງແຂງແຮງຕໍ່ການ ກະທຳອັນໂຫດ ຮ້າຍດັ່ງ ກ່າວ ແລະ ຢືນຢັນຈະສືບຕໍ່ຮ່ວມມືກັບ ສະຫະພັນຣັດເຊຍ ແລະ ປະຊາ ຄົມໂລກ ເພື່ອຕໍ່ສູ້ ຕ້ານລັດທິກໍ່ການຮ້າຍໃນທຸກດ້ານ ແລະ ໃນທຸກຮູບແບບ.

 

ຜູ້ນຳລາວ ອວຍພອນ​ວັນຊາດ​ສ.ອິນ​ເດຍ ແລະ ອົດສະຕາລີ

(25/01/2011)

*(ຂປລ) ພະນະ​ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແຫ່ງ ສປປ ລາວໄດ້ສົ່ງ ໂທລະເລກອວຍພອນເຖິງ ພະນະທ່ານ ນາງປຣາຕີບາ ເດວີຊິງ ປາຕິນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອິນເດຍຄົບຮອບ 61 ປີ, ພະນະທ່ານ ນາງ ຄວຽນ ບຣາຍສ໌, ຜູ້ສຳເລັດ ຣາຊະການ ແຫ່ງ ເຄືອ ຈັກກະພັດ ອົດ ສະ ຕາລີ ໃນໂອກາດວັນຊາດຄົບຮອບ 223 ປີ, ຕາງໜ້າໃຫ້ລັດຖະບານລາວ ແລະ ປະຊາຊົນລາວ ກໍຄື ໃນນາມ ສ່ວນຕົວ ຂ້າພະເຈົ້າມີ ຄວາມປື້ມປີຕິຍິນດີ ສົ່ງຄຳ ຊົມ ເຊີຍ ແລະ ພອນໄຊອັນ ປະເສີດ, ມິດຕະພາບອັນອົບອຸ່ນ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນປະເທດເພື່ອນມິດ. ຂ້າພະເຈົ້າ ມີຄວາມເພິ່ງພໍໃຈ ເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນ ອັນຍາວ ນານ ແລະ ອັນດີງາມ,ອົບອຸ່ນ ລະຫວ່າງ ລາວ ແລະປະເທດເພື່ອນມິດໃນຫລາຍຂະແໜງ ການໄດ້ຮັບການ ພັດທະນາ ແລະ ມີການຂະຫາຍຕົວຕໍ່ເນື່ອງ, ປະເທດ ລາວ ແລະ ບັນດາປະເທດ ເພື່ອນມິດໄດ້ ມີການພົວພັນ ແລະ ຮ່ວມມືທີ່ມີຜົນສຳເລັດ ໃນຫລາຍຂະແໜງການໃນ ຊຸມປີຜ່ານມາທັງໃນ ຂອບສອງຝ່າຍ ແລະ ຫລາຍຝ່າຍ. ຂ້າພະເຈົ້າ ເຊື້ອໜັ້ນ ຢ່າງໜັກ ແໜ້ນວ່າສາຍພົວພັນມິດຕະພາບທີ່ເປັນມູນ ເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ເພື່ອນມິດ ຈະໄດ້ ຮັບຍົກລະດັບຂື້ນ ສູ່ລະ ດັບໃໝ ່ເພື່ອຜົນປະໂຫຍດຂອງປະຊາຊົນລາວ ແລະ ເພື່ອນມິດ. ຂໍອວຍພອນໄຊໃຫ້ ພະນະທ່ານ ຈົ່ງມີພະລະນາໄມສົມບູນ ແລະ ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນ ເພື່ອນມິດຈົ່ງມີແຕ່ຄວາມຈະເລີນຮຸ່ງເຮືອງ.

 

ຊົມ​ເຊີຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ
ກອມມູນິດ ຫວຽດນາມ

(24/01/2011)

*(ຂປລ) ສະຫາຍ ​ຈູມ​ມາລີ ໄຊ​ຍະ​ສອນ ເລຂາທິການ​ໃຫຍ່ ຄະນະບໍລິຫານ​ງານສູນ​ກາງ​ພັກປະຊາຊົນປະ​ຕິ​ວັດ​ລາວ​ໄດ້​ ສົ່ງ​ໂທລະ​ເລກ​ຊົມ​ເຊີຍ​ເຖິງ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ. ​ເນື່ອງ​ໃນ​ໂອກາດ​ທີ່​ສະຫາຍ ​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່ງ ​ເປັນ​ເລຂາ ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານສູນກາງ​ພັກ​ກອມ​ມູນິດ ຫວຽດນາມ, ​ໃນ​ນາມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກປະຊາຊົນ​ປະຕິວັດ​ລາວ ​ແລະ ​ໃນ​ນາມ ​ສ່ວນ​ຕົວ, ຂ້າພະ​ເຈົ້າ​ຂໍ​ສົ່ງ​ຄຳ​ອວຍພອນ​ອັນ​ປະ​ເສີດ ​ແລະ ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ມາ​ຍັງ​ສະຫາຍ. ການ​ທີ່​ສະ​ຫາຍໄດ້ຮັບ​ເລືອກ​ຕັ້ງ ​ໃຫ້​ດຳລົງ​ຕຳ​ແໜ່ງອັນ​ສູງ​ສົ່ງ​ນີ້ ເປັນ​ການສະ​ແດງ​ເຖິງ​ການ​ໄວ້​ວາງ​ໃຈ ອັນ​ເຕັມ​ປຽ່ມຂອງ​ທົ່ວ​ພັກ​ທີ່​ມີ​ຕໍ່ສະຫາຍ, ​ເຊິ່ງ​ເປັນ​ຜູ້ນຳ​ທີ່​ດີ​ເດັ່ນ ແລະ ມີ​ປະສົບ ​ການ​ທີ່​ອຸດົມສົມບູນຂອງພັກ. ຂ້າພະເຈົ້າ ເຊື່ອໝັ້ນ ຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາ ອັນສະຫລາດສ່ອງໃສຂອງພັກກອມມູນິດ ຫວຽດນາມ ອັນມີ ສະຫາຍເປັນເລຂາທິການໃຫຍ່ນັ້ນ, ປະຊາຊົນ ຫວຽດນາມ ອ້າຍ ນ້ອງຈະສືບຕໍ່ຍາດໄດ້ໄຊຊະນະ ແລະ ຜົນສຳເລັດໃໝ່, ໃຫຍ່ຫລວງກວ່າເກົ່າ ໃນການປະຕິບັດ ບັນດາມະຕິທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກກອມມູນິດ ຫວຽດນາມວາງອອກ. ສ້າງປະເທດຫວຽດນາມ ໃຫ້ກາຍເປັນປະເທດອຸດສາຫະກຳ ທີ່ທັນສະໄໝ ໂດຍພື້ນຖານໃນປີ 2020 , ບັນລຸຈຸດໝາຍ ເຮັດໃຫ້ປະຊາຊົນ ຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລກ້າວຂຶ້ນ ສູ່ສັງຄົມນິຍົມຢ່າງໜັກແໜ້ນ. ໃນນາມພັກ ປະຊາຊົນ ປະຕິວັດລາວ, ຂ້າພະເຈົ້າ ຈະເຮັດທຸກສິ່ງທຸກຢ່າງເພື່ອເສີມສ້າງ ສາຍພົວພັນມິດ ຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມ ມືຮອບ ດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ສືບຕໍ່ຂະຫຍາຍຕົວ, ຂຽວສົດ ງົດງາມ ແລະ ແຕກດອກອອກ ຜົນຍິ່ງໆ ຂຶ້ນ. ຂໍອວຍພອນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນ ຕະຫລອດ ກາລະນານ. ຂໍອວຍພອນໃຫ້ສະຫາຍ ຈົ່ງມີ ພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ມີຜົນສຳເລັດໃນໜ້າທີ່ ອັນສູງ ສົ່ງຂອງ ສະຫາຍ./.

 

ໂທລະ​ເລກ​ຊົມ​ເຊີຍ ລັດຖະມົນຕີ​ວ່າການ​
ກະຊວງ​ການ​ຕ່າງປະ​ເທດສ.ສ ​ເບ​ຣຊິນ

(24/01/2011)

*(ຂປລ) ພະນະ​ທ່ານ ດຣ. ທອງ​ລຸນ​ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ , ລັດຖະ ມົນຕີ ວ່າ ການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ ​ເຖິງ ພະນະ​ທ່ານ ອັນ​ໂຕ​ນີ​ໂອ ປາ​ຕີ​ໂອ​ຕາ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສາທາ​ລະນະ​ລັດ ສະ ຫະພັນ ເບຣຊິນ, ​ເນື່ອງ​ໃນ​ໂອກາດ ທີ່​ພະນະ​ທ່ານ ຖືກ​ແຕ່ງຕັ້ງ ​ໃຫ້​ດຳລົງ​ຕຳ​ແໜ່​ງ ​ເປັນ​ລັດ ຖະ ມົນຕີ​ວ່າການ ກະຊວງ​ການ​ຕ່າງປະ​ເທດ ສ. ສ ​ເບຣຊິນ. ຂ້າພະ​ເຈົ້າ ຂໍ​ຖື​ເປັນ​ກຽດ ​ແລະ ມີ​ຄວາມ​ຍິນ​ດີ​ເປັນ​ຢ່າງ​ດີ​ຢ່າງ​ຍິ່ງ ສົ່ງ​ຄວາມ​ຊົມ​ເຊີຍ ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດມາຍັງພະນະທ່ານ. ຂ້າພະເຈົ້າ ຫວັງວ່າຈະໄດ້ເຮັດວຽກຮ່ວມກັບພະນະທ່ານ ຢ່າງໃກ້ຊິດເພື່ອສຶບຕໍ່ ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມ ມືທີ່ດີ ລະຫວ່າງ ສອງ ປະເທດ ກໍຄືສອງກະຊວງການຕ່າງປະເທດ ພວກເຮົາໃຫ້ ເກີດ ດອກອອກຜົນຍີ່ງໆຂື້ນ ເພື່ອຜົນ ປະໂຫຽດຂອງສອງຊາດພວກເຮົາກໍຄື ເພື່ອສັນຕິພາບໂລກ ແລະ ການຮ່ວມມືສາ ກົນເພື່ອ ການພັດທະນາ.

ໂທລະ​ເລກ​ສະ​ແດງ​ຄວາມ​ຊົມ​ເຊີຍ

(19/01/2011)

*(ຂປລ) ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນ ແຫ່ງ ສປປ ລາວ ຄົນໃໝ.່ ໄດ້ຮັບໂທລະເລກສະແດງຄວາມຊົມເຊີຍຈາກ ພະນະທ່ານວິກເຕີ ອໍບານ, ນາຍົກລັດຖະມົນຕີ ແຫ່ງ ສ.ຮົງກາລີ .ເນື້ອໃນໂທລະເລກຂຽນວ່າ:ເນື້ອງ​ໃນ​ໂອກາດ​ທີ່ພະນະທ່ານໄດ້​ຮັບ​ການ​ແຕ່ງຕັ້ງ ໃຫ້ດຳລົງດຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງສປປລາວ, ຂ້າພະເຈົ້າຂໍຖືເປັນກຽດຢ່າງສູງ. ສະແດງຄວາມຊົມເຊີອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ. ຂ້າພະເຈົ້າເຊື້ອວ່າ ຂົງເຂດ ການຮ່ວມ ມືອັນໃໝ່ ໄດ້ໄຂຂຶ້ໃນຂອບຂອງ ASEM, ຮົງກາລີໄດ້ເປັນ ເຈົ້າພາບຈັດກອງປະຊຸມ ລັດຖະມົນຕີຕ່າງປະເທດ ASEM ຂຶ້ນຢູ່ທີ່ ກູດາເປສ ໃນເດືອນ ມີຖຸນາ 2011 ແລະ ກໍຈະໄດ້ເປັນພາບ ຈັດກອງປະຊຸມອາຊຽນ ຄັ້ງທີ 9 ໃນປີ 2012. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ສາຍພົວລະຫວ່າງ ລາວ ແລະ ຮົງກາລີ ຈະໄດ້ຮັບ ການພັດທະນາຍິ່ງຂຶ້ນໃນຊຸມປີຕໍ່ໜ້າ. ຂ້າພະເຈົ້າຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ອັນຈົບງາມ ໃນການປະຕິບັດພາລະກິດໜ້າທີ່ອັນມີກຽດ ແລະ ສູງສົ່ງຂອງຕົນ./.

 

ຊົມ​ເຊີຍ​ປະທານ​ສະພາ​​ແຫ່ງ​ຊາດ ລາວຄົນ​ໃໝ່​

*(ຂປລ): ພະນະ​ທ່ານນາງ ປານີ​ ຢາ​ທໍ່​ຕູ້, ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ຮັບ​ໂທລະ​ເລກ​ສະ​ແດງ​ຄວາມຊົມ​ເຊີຍ ຈາກ​ພະນະ​ທ່ານ Dam din giin DEMBEREL, ປະທານ​ສະພາ​ຄູຣານ​ໃຫຍ່ ແຫ່ງ ​ມົງ​ໂກນ​ລີ ຊຶ່ງມີເນື້ອໃນ ວ່າ: ເນື່ອງໃນໂອກາດທີ່ພະນະທ່ານຖືກເລືອກຕັ້ງ ເປັນປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ຂ້າພະ ເຈົ້າ ຂໍສົ່ງ ຄຳຊົມເຊີຍອັນຈິງໃຈ ມາຍັງພະນະທ່ານ ແລະ ອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບແຕ່ສິ່ງດີງາມ. ຂ້າພະເຈົ້າ ມີຄວາມ ພາກ ພູມໃຈທີ່ຈະໄດ້ຮ່ວມມືກັບພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນ ມິດຕະພາບ ລະຫວ່າງ ມົງໂກນລີ ແລະ ລາວ ກໍຄືການຮ່ວມມື ລະຫວ່າງ ອົງການ ນິຕິບັນຍັດ ໃຫ້ຂະຫຍາຍຕົວຢ່າງເລິກ ເຊິ່ງຍິ່ງໆຂຶ້ນ ໃນຕໍ່ໜ້າ./.

(18/01/2011)

ຜູ້ນຳ​ປະ​ເທດ​ເພື່ອນ​ມິດ ​ຊົມ​ເຊີຍ​ນາຍົກ​ລັດຖະມົນຕີ ສປປ ລາວ ​ຄົນ​ໃໝ່

 *(ຂປລ): ພະນະ​ທ່ານ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ຮັບ ໂທລະເລກ ຊົມເຊີຍຈາກ ບັນດາປະເທດ ເພື່ອນມິດ ໃນໂອກາດ ທີ່ຮັບແຕ່ງຕັ້ງ ເປັນນາຍົກລັດຖະມົນຕີ ຄົນໃໝ່ ແຫ່ງ ສປປ ລາວ ຊຶ່ງມີ ໂທລະເລກ ຈາກ ສະຫາຍ ຣາອູ ກາສໂຕຣ ຣຸດສ, ປະທານສະພາແຫ່ງລັດ ແລະ ສະພາລັດ ຖະມົນຕີ ແຫ່ງ ສາທາລະນະລັດ ກູບາ; ພະນະທ່ານ ດາໂຕ ສຣິ ໂມດ ນາຈິບ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ. ເນື້ອໃນໂທລະເລກຂຽນວ່າ: ເນື່ອງໃນໂອກາດ ທີ່ພະນະທ່ານໄດ້ຮັບແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງ ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ຂໍສະແດງຄວາມຍິນດີ ເປັນຢ່າງສູງ ສົ່ງຄຳ ຊົມເຊີຍອັນອົບອຸ່ນ ມາຍັງພະ ນະທ່ານ ແລະ ຂໍຢືນຢັນຕໍ່ພະນທ່ານວ່າ: ຈະສືບຕໍ່ຮັດແໜ້ນສາຍພົວພັນ ມິດຕິພາບ ແລະ ການຮ່ວມມື ລະຫວ່າງ ປະເທດຂອງຕົນ ກັບ ສປປ ລາວ ໃຫ້ນັບມື້ແໜ້ນ ແຟ້ນຍິ່ງໆຂຶ້ນ. ຂໍອວຍພອນໃຫ້ພະນະທ່ານ ຈົ່ງປະສົບຜົນສຳເລັດທຸກປະການ ໃນພາລະກິດອັນມີກຽດ ສູງສົ່ງຂອງ ພະ ນະທ່ານ./.

( 17/01/.2011 )

ຜູ້ນຳ​ປະ​ເທດ​ເພື່ອນ​ມິດ​ຊົມ​ເຊີຍ​ນາຍົກ​ລັດຖະມົນຕີ
ສປປ ລາວ​ຄົນ​ໃໝ່
(06/01/2011)

*(ຂປລ) ພະນະ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບ ໂທລະເລກ ຊົມເຊີຍຈາກ ບັນດາປະເທດ ເພື່ອນມິດ ໃນ ໂອກາດທີ່ ຮັບແຕ່ງຕັ້ງ ເປັນນາຍົກລັດຖະມົນຕີ ຄົນໃໝ່ ແຫ່ງ ສປປ ລາວ ຊຶ່ງ ມີ ໂທລະເລກ ຈາກ ສົມເດັດ ຊຸນຕານ ຮາຈິ ຮັສ ຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ພະທ່ານ ເທນເຊນ, ນາຍົກລັດຖະມົນຕີ ແຫ່ງ ສະຫະພາບ ມຽນມາ, ພະນະທ່ານ ອັບດຸນລາ ຕາມູຈີ ປະທານສະພາແຫ່ງ ຊາດ ສີງກະໂປ ແລະ ພະນະທ່ານລີ ຊ່ຽນ ລູງ ນາຍົກລັດຖະມົນຕີ ສິງກະໂປ. ເນື່ອງໃນໂອກາດ ທີ່ ພະນະທ່ານທີ່ ໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ນາຍົກ ລັດຖະມົນຕີ ແຫ່ງສປປ ລາວ ຂໍສະແດງຄວາມ ຍິນ ດີ ເປັນຢ່າງສູງ ສົ່ງຄຳຊົມເຊີຍ ອັນອົບອຸ່ນມາຍັງພະນະທ່ານ ແລະ ເຊື້ອໜັ້ນວ່າ ຢ່າງໜັກແໜ້ນ ວ່າ ພາຍໃຕ້ ການ ນຳພາຂອງພະນະທ່ານ,ການພົວພັນ ແລະ ການ ຮ່ວມມື ຂອງ ສອງ ຝ່າຍຈະໄດ້ຮັບ ການປັບປຸງດີຂື້ນເລື້ອຍໆ ເພື່ອຜົນປະໂຫຽດຂອງ ສອງ ຝ່າຍ, ຫລາຍຝ່າຍໃນ ລະ ດັບພາກພື້ນ ລວມທັງອາຊຽນ ແລະ ເວທີ ສາ ກົນ ເພື່ອສຶບຕໍ່ສ່ົງເສີມສາຍ ພົວພັນ ມິດຕະ ພາບ ແລະ ການຮ່ວມມືສອງ ຝ່າຍ, ຫລາຍຝ່າຍ ເພື່ອນຳຜົນປະໂຫຽດ ມາສູ່ປະຊາຊົນ. ພາຍໃຕການນຳພາ ຂອງ ພະນະທ່ານ ຈະໃຫ້ສປປ ລາວ ສຶບຕໍ່ ພັດທະນາ ປະເທດຊາດ ແລະ ຈະເລີນຮຸ່ງເຮືອງສີວໄລ.

 

ປະທານ​ສະພາ​ປະ​ເທດເພື່ອນ​ມິດ​ຊົມ​ເຊີຍ​ປະທານ​ ສະພາ ​
ແຫ່ງ​ຊາດສປປ ລາວ​ຄົນ​ໃໝ່
(06/01/2011)

* (ຂປລ) ປະທານສະພາ ບັນດາປະເທດ ເພື່ອນ ມິດສະແດງຄວາມຊົມເຊີຍ ພະນະທ່ານ ນາງ ປານີ ຢາ​ທໍ່​ຕູ້ ໃນ​ໂອກາດ​ ຖືກ​ແຕ່ງຕັ້ງ​ ໃຫ້​ດຳລົງ​ ຕຳ​ແໜ່​ງ​ເປັນ ປະທານ​ສະພາ​ແຫ່ງ​ຊາດ ຄົນ​ໃໝ່ ແຫ່ງ ສປປ ລາວ ຊື່​ງມີ​ພະນະ​ທ່ານ ນິຊີ​ໂອກາ ຕາ​ແກວ ປະທານ​ສະພາ​ສູງ ຍີ່​ປຸ່ນ, ພະນະ​ທ່ານ​ອັບ​ດຸນ​ລາ ຕາ​ມູຈີ ປະທານ​ສະພາ ​ແຫ່ງ​ຊາດ ສິງກະ​ໂປ​ໂທລະ​ເລກ​ ໄດ້​ຂໍສະ​ແດງ​ຄວາມ​ຊົມ​ເຊີຍ ອັນ​ຈິງ​ໃຈ ​ແລະ ​ເຊື້ອ​ໜັ້ນວ່າ​ ບົດ ຮຽນ ແລະ ປະສົບ​ການ​ຂອງ​ພະນະ​ທ່ານ ຈະ​ເຮັດ​ໃຫ້​ພະນະ​ທ່ານ​ສາມາດ ປະຕິບັດ​ໜ້າ​ທີ​ໃໝ່ ໄດ້ເປັນ​ຢ່າງ​ດີ ແລະ ຈະໄດ້ເຮັດວຽກຢ່າງ ໃກ້ສິດ. ໃນໂອກາດນີ້ ກໍຂໍອວຍພອນໄຊປະເສີດ ມາຍັງພະນະທ່ານ ຈົ່ງມີພະລະນະ ໄມ ແລະ ປະສົບຜົນສຳເລັດ ໃນໜ້າທີ່ໃໝ່ ຂອງ ພະນະ ທ່ານ.

ກັບສາລະບານ

 

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446