ຂ່າວສານປະເທດລາວ ເຊິ່ງມີຕົວອັກສອນຫຍໍ້ວ່າ “ຂ.ປ.ລ” ຫລື “KPL” ແມ່ນຊື່ຂອງສຳ ນັກ ງານສື່ມວນຊົນຫນຶ່ງທີ່ມີພາລະບົດບາດສູງ ເປັນກະບອກສຽງ ທີ່ສຳຄັນທີ່ສຸດຮັບໃຊ້ໃຫ້ ແກ່ຫນ້າທີ່ການ ເມືອງ ຂອງ ສູນກາງພັກ-ລັດ ຕະຫລອດໄລຍະເວລາແຫ່ງການຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນຈົນຮອດປະ ເທດຊາດ ໄດ້ຮັບ ການປົດປ່ອຍ

ສະຖາປະ ນາມາເປັນ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະໄດ້ ຮັບການສ້າງ ສາພັດທະນາປະເທດ ໃຫ້ຈະ ເລີນມາເຖິງປະຈຸບັນນີ້. ສຳນັກຂ່າວສານປະເທດລາວ ຖືກສ້າງ ຕັ້ງຂຶ້ນ ເມື່ອ ວັນທີ 6/1/68 ທ່ີຖ້ຳແຫ່ງໜຶ່ງ ຢູ່ ບ້ານບັກ ທົ່ງນາໄກ ປະຈຸບັນເອີ້ນວ່າ ເມືອງວຽງໄຊ ຊຶ່ງ ເປັນ ເຂດປົດປ່ອຍ ໂດຍມີທ່ານ ສີຊະນະ ສີສານ ເປັນ ຫົວຫນ້າ, ທ່ານ ສອນຄຳວານ ວົງສາ ແລະ ທ່ານສົມເທີ ເພັດມະນີ ເປັນຮອງ. ທ່າມກາງຫ່າລະເບີດລູກ ປືນ ຂອງພວກໂຈນອາກາດທີ່ໄດ້ແຫ່ແຫກັນມາ ຖິ້ມລົງໃສ ່ເຂດ ທີ່ໝັ້ນຂອງ ສູນກາງຢ່າງບໍ່ເວັ້ນແຕ່ລະ ວັນເພື່ອ ຫວັງ ດັບມອດກຳລັງປະຕິວັດລາວ. ແຕ່ກົງກັນຂ້າມການປະຕິວັດລາວ ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງ ບໍ່ ຢຸດ ຢັ້ງ ຈາກໄຊຊະນະ ນີ້ໄປ ຫາ ໄຊຊະນະໃໝ່. ຕໍ່ມາສົງ ຕາມ ຍິ່ງ ນັບວັນຮ້າຍແຮງດຸເດືອດ ໃນແຕ່ລະ ວັນ ຝູງ ຍົກ 105 ໄດ້ຜັດປ່ຽນກັນໄປຖີ້ມລະເບີດໃສ່ບັນດາ ຖ້ຳຂອງ ທ່ານ ຜູ້ນຳ ແລະທົ່ງນາໄກ ຢ່າງໜັກໜ່ວງ. ດັ່ງ ນັ້ນເພື່ອຄວາມປອດໄພແລະຮັກສາກຳລັງຮັບປະກັນໃຫ້ແກ່ການກະຈາຍສຽງອອກອາກາດບໍ່ໃຫ້ຂາດ. ສຳນັກ ງານວິທະຍຸຂ່າວສານຂອງ ຝ່າຍປະເທດລາວ ຈິ່ງໄດ້ ແບ່ງ ອອກເປັນສອງສຳນັກຄື: B1 ໄດ້ໄປ ຕັ້ງ ສຳ ນັກ ງານຢູ່ປະເທດຫວຽດນາມ ເອີ້ນວ່າແນວຫລັງ ໂດຍແມ່ນ ທ່ານ ສອນຄຳວານວົງສາເປັນຫົວຫນ້າ. ສ່ວນ B2 ແມ່ນປະຈຳຢູ່ພູແຄ (ເມືອງວຽງໄຊ) ເອີ້ນວ່າ ຢູ່ແນວຫນ້າ ໂດຍມີທ່ານ ສົມເທີ ເພັດມະນີ ເປັນຫົວຫນ້າ, ທ່ານ ສີສະຫນານ ແລະທ່ານ ບົວບານ ວໍລະຂຸນ ເປັນຮອງ .ຮັບຜິດຊອບ ບົດ-ຂ່າວ. ທ່ານ ສີຊະນະສີສານ ແມ່ນຫົວຫນ້າໃຫຍ່ ຮັບຜິດ ຊອບລວມ ທັງສອງ ສຳນັກ. ຢູ່ສຳນັກ B2 ເວລານັ້ນ ປະກອບມີຫນ່ວຍບົດ, ຫນ່ວຍຂ່າວ (ພິມດີດ ໂຕລາຕິນ ແລະພາສາລາວ, ເຕັກນິກ ກໍ່ມີ ໂທລະເລກ,ຈັກກະຈາຍ ແລະໄຟຟ້າ.
ປີ 1970 ພາຍຫລັງບັ້ນຮົບກູ້ກຽດຢູ່ແຂວງຊຽງຂວາງ ສຳນັກວິທະຍຸ ຂອງກຳລັງເປັນກາງ ຮັກ ຊາດຢູ່ຄັງໄຂ ໄດ້ອົບພະຍົກຂຶ້ນໄປສູນກາງ

ແລະໄດ້ມາສົມທົບ ຢູ່ຮ່ວມກັບ ຂ່າວສານ ປະ ເທດລາວ ຊຶ່ງມີທ່ານ ວັນເຮືອງ ວົງວິຈິດ ເປັນຫົວຫນ້າ, ທ່ານ ສຸວັນທອນ ບຸບຜານຸວົງ ແລະ ອື່ນໆ ລວມທັງນັກ ຂ່າວ ແລະນັກວິ ຊາການເຕັກນິກ ອັນໄດ້ເຮັດໃຫ້ສຳນັກຂ່າວສານເວລານັ້ນມີຈຳນວນຫລາຍຂຶ້ນ ແລະເຂັ້ມ ແຂງ ເປັນ ກ້າວໆ. ຖ້ຳຂອງຂ່າວສານໄດ້ຖືກເຮືອບິນ ມາຖິ້ມລະເບີດຖະຫລົ່ມ 2 ຄັ້ງ ເຮັດໃຫ້ບ່ອນພັກ ເຊົາຖືກ ເປ ເພເສຍຫາຍ. ສຳ ນັກຂ່າວສານໃນເມື່ອກ່ອນ ຕັ້ງຢູ່ພູແຄ (ເມືອງວຽງໄຊ) ຕັ້ງເຮືອນຕູບຢູ່ກ້ອງຮົ່ມ ສຸມໄມ້ ຫົກ, ບໍ່ມີຫ້ອງ ການ ເຮັດວຽກ ບໍ່ມີໂຕະຕັ້ງ ຂຽນຫນັງສືມີແຕ່ຕຽງໄດ້ຝາກໃຜນອນບ່ອນໃດກໍ່ຂຽນບົດ-ຂ່າວຢູ່ ບ່ອນນັ້ນ, ຈັກພິມ ດີດກໍ່ພິມຢູ່ບ່ອນນອນ ໄດ້ຍິນສຽງເຮືອບິນມາກໍ່ຕ້ອງຫີ້ວເອົາຈັກພິມດີດແລ່ນເຂົ້າໄປ ຢູ່ໃນ ຖ້ຳ, ເຮືອບິນຫນີ ກໍ່ ຫີ້ວອອກມາພິມຕໍ່. ໃນບັ້ນຮັບໃຊ້ໃຫ້ແກ່ສະຫນາມຮົບກູ້ກຽດ ແລະໂອເດແອນຢູ່ແຂວງ ຊຽງຂວາງ ບັ້ນຮົບ ລາມເຊີນ 719 ຢູ່ ແຂວງສະຫວັນນະເຂດ, 3 ບັ້ນຮົບດັ່ງກ່າວນີ້ແມ່ນຮ້າຍແຮງທີ່ສຸດ. ຍ້ອນ ສຳນັກມີ 2 ບ່ອນ ຕັ້ງຢູ່ຄົນລະປະເທດ, ບ.ກ ຂຽນບົດ, ຂຽນຂ່າວຢູ່ພູແຄ ແຕ່ໂຄສົກອ່ານຂ່າວອອກ ວິທະຍຸຊ້ຳ ພັດຢູ່ຫວຽດນາມ, ແຕ່ລະມື້ນັກຂ່າວໄດ້ໄປເກັບກຳຂ່າວ ຈາກສະຫນາມຮົບຕ່າງໆ ມາຂຽນແລ້ວກໍ່ເອົາໃຫ້ ຫນ່ວຍ ງາມ ພິມດີດ ພິມ ເປັນໂຕລາຕິນແລ້ວເອົາໄປສົ່ງໃຫ້ໜ່ວຍງານ ໂທລະເລກສົ່ງຕໍ່ໄປໃຫ້ B1 ຢູ່ຫວຽດນາມ. ເຖິງວ່າຈະພົບ ຍົນ ຍິງລະເບີດແຕກລັດຫນ້າລັດຫລັງ ຝົນຕົກ ລົມ ຫນາວ ພະນັກງານທຸກຄົນກໍ່ເຮັດຫລ້ອນໜ້າທ່ີ ທ່ີຖືກມອບໝາຍ ໃຫ້ເປັນຢ່າງດີທັນກັບສະພາບການ. ພະນັກງານ ຂ່າວສານທຸກຄົນເຮັດວຽກຫາກແບກພາລະທີ່ໜັກ ຫນ່ວງ ຈົນ ລືມ ຄວາມອິດເມື່ອຍ ຍ້ອນວ່າສຳນັກຖືກຍົນຍິງຖະຫລົ່ມເຖິງ 2 ເທື່ອ ເຮັດໃຫ້ຖ້ຳເປ່ເພເສຍຫາຍ ຄະນະ ຮັບ ຜິດຊອບສຳນັກຈິ່ງໄດ້ລະດົມອ້າຍນ້ອງທັງໝົດຂຸດເຈາະ ຫີນແລະສ້ອມ ແປງ ຖ້ຳ ໃຫ້ກວ້າງອອກ ຕື່ມໃຊ້ ເວລາເກືອບ1 ປີ ຈຶ່ງສຳເລັດ.
ໃຕ້ການນຳພາຂອງພັກ ໂດຍມີບັນດາທ່ານ ຄະນະຮັບຜິດຊອບຢູ່ວິທະຍຸຂ່າວສານໃນເມື່ອກ່ອນ ໄດ້ ເອົາໃຈໃສ່ຊີ້ນຳ ນຳພາແນວຄິດຂອງອ້າຍເອື້ອຍນ້ອງທຸກຄົນຝຶກຝົນຫລໍ່ຫລອມ ຕົນເອງໃຫ້ມີຈິດໃຈຟົດ ຟື້ນ ປະຕິວັດ, ມີນ້ຳໃຈອົດທົນຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະເຮັດສຳເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້. ຍ້ອນມີແນວທາງທີ່ຖືກຕ້ອງພາຍໃຕ້ ການ ນຳພາອັນສະຫລາດສ່ອງໃສຂອງພັກ ສະພາບການບ້ານເມືອງ ໄດ້ມ ີການຫັນປ່ຽນຢ່າງບໍ່ຄາດຝັນ, ຢູ່ເຂດແນວຫລັງສັດໄດ້ມີການຕໍ່ສູ້ດ້ານການເມືອງເກີດຂຶ້ນແລະນັບມື້ນັບຫລາຍ ເປັນຜົນດີໃຫ້ແກ່ການປະຕິວັດ ຄະນະລັດຖະບານ ປະສົມໄດ້ຖືກສ້າງຕັ້ງຂຶ້ນໃນປີ 1972. ຂ່າວສານກໍ່ຍິ່ງເພີ່ມ ພາລະບົດບາດສູງຂຶ້ນ. ທ່ານ ສີສະໝານ ແລະ ພະນັກງານ 3 ສະ ຫາຍ ໄດ້ເຂົ້າມາປະ ຈຳຢູ່ວຽງຈັນ ເຮັດ ວຽກຮ່ວມກັບຄະນະປະສົມແຫ່ງຊາດເພື່ອປະຕິບັດຄວາມ ຖືກຕ້ອງປອງດອງຊາດ (ນັກຂ່າວ1 ສະຫາຍ, ໂທ ລະເລກ 2 ສະຫາຍ) ພ້ອມນີ້ຍັງ ມີນັກ ຂ່າວ 1 ສະຫາຍ ແລະໂທລະເລກ 1 ສະຫາຍໄປ ປະຈຳຢ ຫລວງ ພະ ບາງ ຮ່ວມກັບຄະນະມົນຕີຄວາມໝັ້ນຄົງແຫ່ງຊາດ. ກອງປະຊຸມຂອງຄະນະລັດຖະບານປະ ສົມດັ່ງ ກ່າວນັ້ນ ເປີດຂຶ້ນອາທິດລະສອງຄັ້ງ, ທຸກໆເອກະສານທີ່ອ່ານ
ຜ່ານກອງປະຊຸມຂອງສອງຝ່າຍຈະແມ່ນບົດສັ້ນຫລືຍາວ ໄດ້ຖືກສົ່ງຜ່ານໂທລະເລກຂອງຂ່າວສານຂຶ້ນໄປຫາສູນ ກາງພັກເພື່ອຄົ້ນຄວ້າ ພິຈາລະນາ,ເວລານັ້ນ ເຄື່ອງອຸ ປະກອນ ວິຊາ ການຍັງຫລ້າສະໄໝ, ພະນັກງານວິຊາການກໍ່ມີໜ້ອຍແຕ່ຄວາມຮຽກຮ້ອງຕ້ອງການຂອງ ວຽກງານຊ້ຳພັດສູງ, ທັງຕ້ອງໃຫ້ຮັບປະກັນບໍ່ໃຫ້ຜິດພາດ ແລະໃຫ້ໄດ້ໄວທັນກັບ ສະພາບ ການ. ດັ່ງນັ້ນ ທຸກຄົນຈິ່ງ ໄດ້ເຮັດວຽກຫາມຮຸ່ງຫາມຄ່ຳ, ປະຈຳຢູ່ໃນຖ້ຳທັງເວັນທັງຄືນບໍ່ມີວັນພັກຜ່ອນ.ປີ 1973 ຫລັງຈາກເຊັນ ສັນ ຍາ ແລະ ອານຸສັນຍາໃນວັນທີ 21 ມີນາປີ 1973 ຂະບວນການ ລຸກຮື້ຂຶ້ນຢູ່ທຸກ ຫົນແຫ່ງ ໃນທົ່ວປະເທດ. ຂ່າວສານໄດ້ແບ່ງປັນກຳລັງອອກໄປປະຈຳຢູ່ຕາມຕົວເມືອງໃຫຍ່ເຊັ່ນ: ທ່າແຂກ, ສະຫວັນນະເຂດ ແລະ ຈຳປາສັກ ເພື່ອ ເກັບກຳຂ່າວຄາວສະພາບການຕ່າງໆສົ່ງໄປໃຫ້ສຳນັກອອກອາກາດປຸກລະ ດົມຈິດ ໃຈປະຊາ ຊົນ.
ປີ 1974 ສຳນັກ B1 ໄດ້ຍົກຍ້າຍກັບຄືນປະເທດແລະໄດ້ມາເຕົ້າໂຮມ ເປັນສຳນັກດຽວກັນຢູ່ທີ່ພູແຄ ເວລານ ີ້ທ່ານສົນເທີ ເພັດມະນີ ໄດ້ເຂົ້າມາວຽງຈັນ ເພື່ອກະກຽມໃຫ້ແກ່ການ ຢຶດອຳນາດທົ່ວປະເທດມອບ ໜ້າທີ່ໃຫ້ ທ່ານ ບົວບານ ວໍລະຂຸນ ວ່າການແທນຫົວໜ້າ. ພາຍຫລັງຢຶດອຳນາດທົ່ວປະເທດ ແລະສະຖາປານາ ທົ່ວປະ ເທດໃນວັນທີ 2 ທັນວາ ປີ 1975 ແລ້ວພະນັກ ງານຂ່າວສານປະເທດລາວ ໄດ້ຖືກແບ່ງປັນໃຫ້ໄປ ປະ ຈຳຢູ່ ຫລວງພະບາງ, ຊຽງຂວາງ, ຄຳມ່ວນ, ຫົວພັນ ນອກນັ້ນແມ່ນຍົກຍ້າຍເຂົ້າມາວຽງຈັນ.
ປີ 1976 ວິທະຍຸປະເທດລາວແລະຂ່າວສານປະເທດລາວໄດ້ແຍກອອກຈາກກັນ. ທ່ານ ສີສະນະສີ ສານ ເປັນລັດຖະມົນຕີກະຊວງຖະແຫລງຂ່າວ, ທ່ານສອນຄຳວານວົງສາ ເປັນ ຮອງລັດ ຖະມົນຕີ ແລະທ່ານ ສົນເທີ ເພັດມະນີເປັນຫົວໜ້າຫ້ອງການກະຊວງ, ທ່ານສີສະໝານເປັນຫົວໜ້າກົມຂ່າວສານ-ໜັງສືພິມປະຊາ ຊົນ. ມາຮອດປີ 1983 ກົມຂ່າວສານ ແລະ ໜັງ ສືພິມຈິ່ງໄດ້ແຍກອອກເປັນ 2 ອຳນວຍການໃຫຍ່ຫົວໜ້າຂ່າວ ສານຕໍ່ຈາກທ່ານ ສີສະໝານ ກໍ່ມີທ່ານຈັນທີເດືອນສະຫວັນ, ທ່ານ ບຸນເຕັງວົງໄຊ, ທ່ານ ວັນທອງ ພົນຈັນ ເຮືອງ
ແລະ ທ່ານ ຄຳແສນພົງສາ ໄດ້ດຳລົງຕຳແໜ່ງນີ້ມາແຕ່ປີ 1999 ຈົນເຖິງປະຈຸບັນ.
ຂ່າວສານ ປະເທດລາວ ໄດ້ຍ່າງຕາມທາງທີ່ຄົດລະອິດລະອ້ຽວມານານກວ່າ 40 ປີ ແລະ ໄດ້ເຕີບ ໃຫຍ່ຂະຫຍາຍຕົວຮອບດ້ານນັບທັງກຳລັງຄົນ, ກຳລັງຊັບ ແລະອຸປະກອນເຕັກນິກ

ທີ່ທັນສະໄໝ. ເມື່ອກ່ອນກຳເນີດຈາກສອງຝາມືເປົ່າ, ຂາດເຂີນທາງກຳລັງຄົນ, ກຳລັງຊັບ ແລະ ວັດຖຸອຸປະ ກອນ ເກົ່າແກ່ຫລ້າຫລັງ ແຕ່ຍ້ອນຄວາມບຸກບືນເປັນຈິດໜຶ່ງໃຈດຽວກັນຢູ່ໃຕ້ຮົ່ມທຸງຂອງ ພັກ ປະຊາຊົນ ປະຕິ ວັດລາວ ແລະດ້ວຍຄວາມ ເອົາໃຈໃສ່ຂອງຂັ້ນເທິງ ແລະຫົວໜ້າກົມ ຫລືຫົວໜ້າອຳນວຍການ ແຕ່ລະລຸ້ນແຕ່ ລະທ່ານ ທີ່ຮັບຜິດຊອບຜ່ານ ມາໄດ້ເຮັດໃຫ້ຂ່າວສານປະເທດລາວນັບມື້ນັບເຕີບໃຫຍ ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ໃນເມື່ອກ່ອນມີພຽງເຄື່ອງ ຈັກໂທລະເລກ ເກົ່າໆ 1 ເຄື່ອງກາຍມາເປັນ ສາມເຄື່ອງ, ເຄື່ອງສົ່ງ (ຈັກກະຈາຍ) ກໍ່ມີ ຈັກ T 50, T 100, T 500, T 1.000, 5 KW, ສ່ວນເຄື່ອງຮັບກໍ່ມີຈັກໂທລະພິມ P 250, P 371, TOPON, EKAD, ຕໍ່ມາອີກ ກໍ່ໃຊ້ເຄື່ອງຄອມພິວເຕີແທນໃຫ້ເຄື່ອງໂທລະເລກ-ໂທລະພິມ ຈົນເຖິງປະຈຸບັນ.
ມາເຖິງປະຈຸບັນນີ້ຂ່າວສານປະເທດລາວໄດ້ກ້າວໄປສູ່ເຄື່ອງເຕັກໂນໂລຊີທັນ ສະໄໝເທົ່າທຽມກັບປະເທດ ອື່ນ, ອັນໄດ້ເຮັດໃຫ້ຊື່ສຽງຂອງສຳນັກຂ່າວສານປະເທດລາວເປັນທີ່ຮັບຮູ້ໄປທົ່ວໂລກ. ພາລະບົດບາດ ກໍ່ສູງ ຂຶ້ນເລື້ອຍໆ ຜະລິດຕະພັນຂ່າວສານກໍ່ມີຫລາຍຢ່າງເຊັ່ນ: ໜັງສືພິມປະເທດລາວ, KPL news, ອິນເຕີ ເນັດ, ເວບໄຊ ແລະ ອື່ນໆ.
ກວ່າ 40 ປີຜ່ານມາ, ພະນັກງານຂ່າວສານທຸກຄົນບໍ່ວ່າລຸ້ນກ່ອນກໍ່ຄືລຸ້ນສືບທອດທຸກຄົນໄດ້ພ້ອມ ພຽງຮຽງໜ້າ ກັນສຸມທຸກສະຕິປັນຍາ ແລະຄວາມຮູ້ຄວາມສາມາດຂອງ ຕົນເຂົ້າ ໃນວຽກງານ ວິຊາສະເພາະ ເພື່ອເຮັດ ຫລ້ອນໜ້າທີ່ອັນມີກຽດສົມກັບເປັນກະບອກສຽງຂອງພັກ-ລັດ.