ຂ່າວ​ສານ​ປະ​ເທດ​ລາວ ເຊິ່ງມ​ີ​ຕົວ​ອັກ​ສອນ​ຫຍໍ້​ວ່າ “ຂ.ປ.ລ” ຫລື “KPL” ແມ່ນ​ຊື່​ຂອງ​ສຳ ນັກ​ ງານ​ສື່​ມວນ​ຊົນ​ຫນຶ່ງ​ທີ່​ມີ​ພາລະ​ບົດ​ບາດ​ສູງ ເປັນ​ກະ​ບອ​ກ​ສຽງ ທີ່​ສຳ​ຄັນ​ທີ່​ສຸດ​ຮັບ​ໃຊ້​ໃຫ້​ແກ່​ ຫນ້າ​ທີ່​ການ​ເມືອງ​ ຂ​ອງ​ ສ​ູນ​ກາງ​ພັກ-​ລັດ ຕະ​ຫລອດ​ໄລ​ຍະ​ເວ​ລາ​ແຫ່ງ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ ໃນ​ເມື່ອ​ກ່ອນ​ຈົນ​ຮອດ​ປ​ະ ເທດ​ຊາດ​ ໄດ້​ຮັບການ​ປົດ​ປ່ອຍ​ສະ​ຖາ​ປະ​ນາ​ມາ​ເປັນ​ປ ະ​ເທດ​ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ ແລະ​ໄດ້​ ຮັບ​ການ​ສ້າງ​ ສາ​ພັດ​ທະ​ນາ​ປະ​ເທດ​ໃຫ້​ຈະ​ເລີນ​ມາ​ເຖິງ​ປະ​ຈຸ​ບັນ​ນີ້. ສຳນັກ​ຂ່າວສານ​ປະ​ເທດ​ລາວ ຖືກ​ສ້າງ ​ຕັ້ງ​ຂຶ້ນ​ ເມື່ອ​ ວັນ​ທີ 6/1/68 ທ່ີ​ຖ້ຳ​ແຫ່ງ​ໜຶ່ງ ຢູ່​ບ້ານ​ບັກ ທົ່ງ​ນາ​ໄກ ປະຈຸ​ບັນ​ເອີ້ນ​ວ່າ ​ເມືອງ​ວຽງ​ໄຊ ຊຶ່ງ​ ເປັນ ​ເຂດ​ປົດ​ປ່ອຍ ໂດຍ​ມີ​ທ່ານ ສີ​ຊະ​ນະ ສີ​ສານ ເປັນ​ຫົວ​ຫນ້າ, ທ່ານ​ ສອນ​ຄຳ​ວານ ວົງ​ສາ ແລະ​ ທ່​ານ​ສົມ​ເທີ ເພັດ​ມະ​ນີ ເປັນ​ຮອງ. ທ່າມ​ກາງ​ຫ່າ​ລະ​ເບີດ​ລູກ ​ປືນ​ຂອ​ງ​ພວກ​ໂຈນ​ອາກາດ​ທີ່​ໄດ້​ແຫ່​ແຫ​ກັນ​ມາ ຖິ້ມ​ລົງ​ໃສ ່​ເຂດ ​ທີ່​ໝັ້ນ​ຂອງ​ ສູນ​ກາງ​ຢ່າງ​ບໍ່​ເວັ້ນ​ແຕ່​ລະ​ ວັນເພື່ອ​ ຫວັງ​ ດັບ​ມອດ​ກຳ​ລັງ​ປະ​ຕິ​ວັດ​ລາວ. ແຕ່​ກົງ​ກັນ​ຂ້າມ​ການ ​ປະ​ ຕິ​ວັດລາວ ​ນັບ​ມື້​ເຕີບ​ໃຫຍ່ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ​ ຈາກ​ໄຊຊະນະ ​ນີ້​ໄປ ​ຫາ ໄຊຊະນະ​ໃໝ່. ຕໍ່​ມາ​ສົງ ​ຕາມ ​ຍິ່ງ​ ນັບ​ວັນ ​ຮ​້າຍ​ແຮງ​ດຸ​ເດືອດ ໃນ​ແຕ່​ລະ​ວັນ​ຝູງ​ຍົກ 105 ໄດ້​ຜັດ​ປ່ຽນ​ກັນ​ໄປ​ຖີ້ມ​ລະ​ເບີດ​ໃສ່​ບັນ​ດາ ຖ້ຳ​ຂອງ ​ທ່ານ ຜູ້​ນຳ ແລະ​ທົ່ງ​ນາ​ໄກ ຢ່າງ​ໜັກ​ໜ່ວງ. ດັ່ງ​ນັ້ນ​ເພື່ອ​ຄວາມ​ປອດ​ໄພແລະ​ຮັກ​ສາ ​ກຳ​ລັງ​ຮັບ​ປະ​ກັນ​ໃຫ້ ​ແກ່​ ານ ​ກະ​ຈາຍ​ສຽງ​ອອກ​ອາ​ກາດ​ບໍ່​ໃຫ້​ຂາດ. ສຳ​ນັກ​ງານ​ວິ​ທະ​ຍຸ​ຂ່າວ​ສານ​ຂອງ​ ຝ່າຍ​ປະ​ເທດ​ລາວ​ ຈິ່ງ​ໄດ້​ ແບ່ງ ອອກ​ເປັນ​ສອງ​ສຳ​ນັກ​ຄື: B1 ໄດ້​ໄປ​ຕັ້ງ​ສຳ​ນັກ ງານ​ຢູ່​ປະ​ເທດ​ຫວຽດ​ນາມ ເອີ້ນ​ວ່າ​ແນວ​ຫລັງ ໂດຍ​ແມ່ນ​ ທ່ານ ​ສອນຄຳ​ວານ​ວົງ​ສາ​ເປັນ​ຫົວ​ຫນ້າ​. ສ່ວນ B2 ແມ່​ນ​ປະ​ຈຳຢູ່​ພູ​ແຄ (ເມ​ືອງວຽງ​ໄຊ) ເອີ້ນ​ວ່າ ​ຢູ່​ແນວ​ຫນ້າ ​ໂດຍ​ມີ​ທ່ານ ສົມ​ ເທີ ເພັດ​ມະ​ນີ ເປັນ​ຫ​ົວ​ຫນ້າ, ທ່ານ ສີ​ສະ​ຫນານ ແລະ​ທ່ານ ບົວ​ບານ ວໍ​ລະ​ຂຸນ ເປັນ​ຮອງ .ຮັບ​ຜິດ​ຊອບ ບົດ-​ຂ່າວ. ​ທ່ານ ສີ​ຊະ​ນະ​ສີ​ສານ ແມ່ນ​ຫົວ​ຫນ້າ​ໃຫຍ່ ຮັບ​ຜິດ​ຊອບ​ລວມ​ທັງ​ສອງ ສຳ​ນັກ​. ​ຢູ່​ສຳ​ນັກ B2 ເວ​ລາ​ນັ້ນ ປະ​ກອບ​ມີ​ຫນ່ວຍ​ບົດ, ຫນ່ວຍ​ຂ່າວ (ພິມ​ດີດ ໂຕ​ລາ​ຕິນ ແລະ​ພາ​ສາ​ລາວ, ເຕັກ​ນິກ​ ກໍ່​ມີ ໂທ​ລະ​ເລກ,ຈັກ​ກະ​ຈາຍ ແລະ​ໄຟ​ຟ້າ.
ປີ 1970 ພາຍ​ຫລັງ​ບັ້ນ​ຮົບ​ກູ້​ກຽດ​ຢູ່​ແຂວງ​ຊຽງ​ຂວາງ ສຳ​ນັກ​ວິ​ທະ​ຍຸ ຂອງ​ກຳ​ລັງ​ເປັນ​ກາງ ​ຮັກ ​ຊາດ​ຢູ່​ຄັງ​ໄຂ ໄດ້​ອົບ​ພະ​ຍົກ​ຂຶ້ນ​ໄປ​ສູນ​ກາງ ແລະ​ໄດ້​ມ​າ​ສົມ​ທົບ​ຢູ່​ຮ່ວມ ​ກັບ​ຂ່​າວ​ສານ​ ປະ​ເທດ​ລາວ ຊຶ່ງ​ມີ​ທ່ານ ວັນ​ເຮືອງ ວົງ​ວິ​ຈິດ ເປັນ​ຫົວ​ຫນ້າ, ທ່ານ ​ສຸ​ວັນ​ທອນ ບຸບ​ຜາ​ນຸ​ວົງ ແລະ​ ອື່ນໆ ລວມ​ທັງ​ນັກ​ຂ່າວ ແລະ​ນັກ​ວິ​ ຊາ​ການ​ເຕັກ​ນິກ ອັນ​ໄດ້​ເຮັດ​ໃຫ້​ສຳ​ນັກ​ຂ່າວ​ ສານ ​ເວ​ລ​າ​ນັ້ນ​ມີ​ຈຳ​ນວນ​ຫລາຍ​ຂຶ້ນ ແລະ​ເຂັ້ມ​ແຂງ​ເປັນກ້າວໆ. ຖ້ຳ​ຂອງ​ຂ່າ​ວ​ສານ​ໄດ້​ຖືກ​ເຮື​ອ​ບິນ ມາ​ຖິ້ມ​ລະ​ເບີດ​ຖະ​ຫລົ່ມ 2 ຄັ້ງ ເຮັດ​ໃຫ້​ບ່ອນ​ພັກ​ເຊົາ​ຖືກ​ເປ​ເພ​ເສຍ​ຫາຍ. ສຳ​ ນັກ​ຂ່​າ​ວ ​ສານ​ ໃນ​ເມື່ອ​ກ່ອນ ຕັ້ງ​ຢູ່​ພູ​ແຄ (ເມືອງວຽງ​ໄຊ) ຕັ້ງ​ເຮືອນ​ຕູບ​ຢູ່​ກ້ອງ​ຮ​ົ່ມ​ສຸມ​ໄມ້​ຫົກ, ບໍ່​ມີ​ຫ້ອງ​ ການ​ເຮ​ັດ​ວຽກບໍ່​ມີ​ໂຕະ​ຕັ້ງ ຂຽນ​ຫນັງ​ສື​ມີ​ແຕ່​ຕຽງ​ໄດ້​ຝາກ​ໃຜ​ນອນ​ບ່ອນ​ໃດ​ກໍ່​ຂຽນ​ບົດ-​ຂ່າວ​ ຢູ່​ບ່ອນ​ນັ້ນ, ຈັກ​ພິມ ​ດີດ​ກໍ່​ພິມ​ຢູ່​ບ່ອນນອນ ໄດ້​ຍ​ິນ​ສຽງ​ເຮືອ​ບິນ​ມາ​ກໍ່​ຕ້ອງ​ຫີ້ວ​ເອົ​າ​ຈັ​ກ​ພິມ​ດ​ີດ​ແລ່ນ​ເຂົ້າ​ໄປ ຢູ່​ໃນ​ຖ້ຳ, ເຮືອ​ບິນ​ຫນີ​ ກໍ່​ ຫີ້ວ​ອອກ​ມາ​ພິມ​ຕໍ່. ໃນ​ບັ້ນ​ຮັບ​ໃຊ້​ໃຫ້​ແກ່​ສະ​ ຫນາມ​ ຮົບ​ກູ້​ກຽດ ແລະ​ໂອ​ເດ​ແອນ​ຢູ່​ແຂວງ ຊຽງ​ຂວາງ​ ບັ້ນ​ຮົບ​ ລາມ​ເຊີນ 719 ຢູ່ ແຂວ​ງ​ສະ​ຫວັນນະ​ເຂດ, 3 ບັ້ນ​ຮົບ​ດັ່ງ​ກ່າວ​ນີ້​ແມ່ນ​ຮ້າຍ​ແຮງ​ທີ່​ສຸດ​. ຍ້ອນ​ສຳ​ນັກ​ມີ 2 ບ່ອນ ຕັ້ງ​ຢູ່​ຄົນ​ລະ​ ປະ​ ເທດ, ບ.ກ ຂຽນ​ບົດ, ຂຽນ​ຂ່າວ​ຢູ່​ພູ​ແຄ ແຕ່​ໂຄ​ສົກ​ອ່ານ​ຂ່າວ​ອອກ ວິ​ທະ​ຍຸ​ຊ້ຳ​ພັດ​ຢູ່​ຫວຽດ​ນາມ, ແຕ່​ລະ​ມື້​ນັກ​ຂ່າວ​ໄດ້​ໄປ​ເກັບ​ກຳ​ຂ່າວ​ຈາກ​ສະ​ຫນາມ​ຮົ​ບ​ຕ່າງໆ ມາ​ຂຽນ​ແລ້ວ ​ກໍ່​ເອົາ ​ໃຫ້​ຫນ່ວຍ​ງາມ​ພິມ​ດີດ ພິມ ​ເປັນ​ໂຕ​ລາ​ຕິນ​ແລ້ວ​ເອົາ​ໄປ​ສົ່ງ​ໃຫ້​ໜ່ວຍ​ງານ ໂທ​ລະ​ເລກ​ສົ່ງ​ຕໍ່​ໄປ​ໃຫ້ B1 ຢູ່​ຫວຽດ​ນາມ. ເຖິງວ່າ​ຈະພົບ ຍົນ ​ຍິງ​ລະ​ເບີດ​ແຕກ​ລັດ​ຫນ້າ​ລັດ​ຫລັງ ຝ​ົນ​ຕົກ​ລົມ ​ຫນາວ ພະນັກງານ​ທຸກ​ຄົນ​ກໍ່​ເຮັດ​ຫລ້ອນ​ໜ້າ​ທ່ີ ທ່ີ​ຖືກ​ມອບ​ໝາຍ​ ໃຫ້​ເປັນ​ຢ່າງ​ດີທັນ​ກັບ​ສະພາບ​ການ. ​ພະ​ນັກ​ງານ ຂ່​າວ​ສານ​ທຸກ​ຄົນ​ເຮັດ​ວຽກ​ຫາກ​ແບກ​ພາ​ລະ​ທີ່​ໜັກ​ ຫນ່ວງ ​ຈົນ​ ລືມ ​ຄວາ​ມ​ອິດ​ເມື່ອຍ ​ຍ້ອນ​ວ່າ​ສຳ​ນັກ​ຖືກ​ຍົນ​ຍິງ​ຖະ​ຫລົ່ມ​ເຖິງ 2 ເທື່ອ ເຮັດ​ໃຫ້​ຖ້ຳ​ເປ່​ເພ​ເສຍ​ຫາຍ ຄະ​ນະ​ ຮັບ ​ຜິດ​ຊອບ​ສຳ​ນັກ​ຈິ່ງ​ໄດ້​ລະ​ດົມ​ອ້າຍ​ນ້ອງ​ທັງ​ໝົດ​ຂຸດ​ເຈາະ​ ຫີນ​ແລະ​ສ້ອມ​ແປງ​ ຖ້ຳ​ ໃຫ້​ກວ້າງ​ອອກ​ ຕື່ມ​ໃຊ້​ ເວ​ລາ​ເກືອບ​1 ປີ ຈຶ່ງ​ສຳ​ເລັດ.
​ ໃຕ້​ການ​ນຳພາ​ຂອງ​ພັກ ​ໂດຍ​ມີ​ບັນດາ​ທ່ານ ຄະນະ​ຮັບຜິດຊອບ​ຢູ່​ວິທະຍຸ​ຂ່າວສານ​ໃນ​ເມື່ອ​ກ່ອນ​ ໄດ້ ​ເອົາ​ໃຈ​ໃສ່​ຊີ້ນຳ ນຳພາ​ແນວ​ຄິດ​ຂອງ​ອ້າຍ​ເອື້ອຍນ້ອງ​ທຸກ​ຄົນ​ຝຶກ​ຝົນ​ຫລໍ່​ຫລອມ ​ຕົນ​ເອງ​ໃຫ້​ມີ​ຈິດ​ໃຈ​ຟົດ ຟື້ນ ປະຕິວັດ, ມີ​ນ້ຳ​ໃຈ​ອົດທົນ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ ແລະ​ເຮັດ​ສຳ​ເລັດ​ໜ້າ​ທີ່ ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ຍ້ອນ​ມີ​ແນວທາງ​ທີ່​ຖືກຕ້ອງ​ພາຍ​ ໃຕ້​ການ​ນຳພາ ​ອັນ​ສະຫລາດ​ສ່ອງ​ໃສ​ຂອງ​ພັກ ສະພາບ​ການບ້ານ​ເມືອງ ​ໄດ້​ມ ີ​ການ​ຫັນປ່ຽນ​ຢ່າງ​ບໍ່​ຄາດ​ຝັນ, ຢູ່​ເຂດ​ແນວ​ຫລັງ​ສັດ​ໄດ້​ມີ​ການ​ຕໍ່​ສູ້​ດ້ານ​ການ​ເມືອງ​ເກີດ​ຂຶ້ນ​ແລະ​ນັບ​ມື້ນັບ​ຫລາຍ ເປັນ​ຜົນ​ ດີ​ໃຫ້​ແກ່​ການ​ປະຕິວັດ ຄະນະ​ລັດຖະບານ ປະສົມ​ໄດ້​ຖືກ​ສ້າງຕັ້ງຂຶ້ນ​ໃນ​ປີ 1972. ຂ່າວສານ​ກໍ່​ຍິ່ງ​ເພີ່ມ ​ພາລະບົດບາດ​ສູງ​ຂຶ້ນ. ທ່ານ ​ສີສະໝານ ແລະ ​ພະນັກງານ 3 ສະຫາຍ​ໄດ້​ເຂົ້າ ​ມາ​ປະ ຈຳ​ຢູ່​ວຽງ​ຈັນ​ ເຮັດ ​ວຽກ​ຮ່ວມ​ກັບຄະນະ​ປະສົມ​ແຫ່ງ​ຊາດ​ເພື່ອ​ປະຕິບັດ​ຄວາມ ຖືກຕ້ອງ​ປອງ​ດອງ​ຊາດ (ນັກ​ຂ່າວ​1 ສະຫາຍ, ໂທ ລະ​ເລກ 2 ສະຫາຍ) ພ້ອມ​ນີ້ຍັງ​ມີ​ນັກ​ຂ່າວ 1 ສະຫາຍ ແລະ​ໂທລະ​ເລກ 1 ສະຫາຍ​ໄປ ປະຈຳ​ຢ ຫລວງ ​ພະ ​ບາງ ຮ່ວມ​ກັບ​ຄະນະ​ມ​ົນຕີ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ. ກອງ​ປະຊຸມ​ຂອງ​ຄະນະ​ລັດຖະບານ​ປະສົມ​ດັ່ງກ່າວ​ນັ້ນ ເປີດ​ຂຶ້ນອາ ທິດ​ລະສອງ​ຄັ້ງ, ທຸກໆ​ເອກະສານ​ທີ່​ອ່ານ ຜ່ານ​ກອງ​ປະຊຸມ​ຂອງ​ສອງ​ຝ່າຍ​ຈະ​ແມ່ນ​ບົດສັ້ນຫລື​ຍາວ ໄດ້​ຖືກ​ສົ່ງ​ຜ່ານ​ໂທລະ​ເລກ​ຂອງ​ຂ່າວສານ​ຂຶ້ນ​ໄປ​ຫາສູນ ກາງ​ພັກ​ເພື່ອ​ຄົ້ນຄວ້າ ​ພິຈາ ລະນາ,​ເວລາ​ນັ້ນ​ ເຄື່ອງ​ອຸ ປະກອນ​ວິຊາ​ການ​ຍັງ​ຫລ້າ​ສະ​ໄໝ, ພະນັກງານ​ວິຊາ​ການ​ກໍ່​ມີ​ໜ້ອຍ​ແຕ່​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ ວຽກ ​ງານ​ຊ້ຳພັດ​ສູງ, ທັງ​ຕ້ອງ​ໃຫ້​ຮັບ​ປະກັນບໍ່​ ໃຫ້​ຜິດ ພາດ ແລະ​ໃຫ້​ໄດ້​ໄວ​ທັນ​ກັບ​ສະພາບ​ການ. ດັ່ງນັ້ນ ທຸກ​ຄົນ​ຈິ່ງ​ ໄດ້​ເຮັດ​ວຽກ​ຫາມ​ຮຸ່ງ​ຫາມ​ຄ່ຳ, ປະຈຳ​ຢູ່​ໃນ​ຖ້ຳ​ທັງ​ເວັນ​ທັງ​ຄືນ​ບໍ່​ມີ​ວັນ​ພັກຜ່ອນ.ປີ 1973 ຫລັງ​ຈາກ​ເຊັນ ​ສັນ ຍາ​ ແລະ​ ອານຸສັນຍາ​ໃນ​ວັນ​ທີ 21 ມີນາ​ປີ 1973 ຂະ​ບວນກາ​ນ ລຸກ​ຮື້ຂຶ້ນຢູ່​ທຸກ ຫົນ​ແຫ່ງ​ໃນ​ທົ່ວ​ ປະ​ເທດ. ຂ່າວສານ​ໄດ້​ແບ່ງປັນ​ກຳລັງ​ອອກ​ໄປ​ປະຈຳ​ຢູ່​ຕາມ​ຕົວ​ເມືອງ​ໃຫຍ່​ເຊັ່ນ: ທ່າ​ແຂກ, ສະ ຫວັນ​ນະ​ເຂດ ແລະ​ ຈຳ​ ປາ​ສັກ ເພື່ອ​ເກັບ​ກຳ​ຂ່າວ​ຄາວ​ສະພາບ​ການ​ຕ່າງໆ​ສົ່ງ​ໄປ​ໃຫ້​ສຳນັກ​ອອກ​ອາກາດ​ປຸກລະ ດົມ​ຈິດ​ໃຈ​ປະຊາ ຊົນ.
ປີ 1974 ສຳນັກ B1 ໄດ້​ຍົກ​ຍ້າຍ​ກັບ​ຄືນ​ປະ​ເທດ​ແລະ​ໄດ້​ມາ​ເຕົ້າ​ໂຮມ ​ເປັນ​ສຳນັກ​ດຽວ​ກັນ​ຢູ່​ທີ່​ພູ​ແຄ ​ເວລາ​ນີ້ທ່ານ​ສົນ​ເທີ ເພັດ​ມະນີ​ ໄດ້​ເຂົ້າ​ມາ​ວຽງ​ຈັນ ເພື່ອ​ກະກຽມ​ໃຫ້​ແກ່​ການ ຢຶດອຳນາດ​ທົ່ວ​ປະ​ເທດ​ມອບ ໜ້າ​ທີ່​ໃຫ້​ທ່ານ​ ບົວ​ບານ ວໍ​ລະ​ຂຸນ ​ວ່າການ​ແທນ​ຫົວໜ້າ. ພາຍຫລັງ​ຢຶດອຳນາດ​ທົ່ວ​ປະ​ເທດ ແລະ​ສະຖາ​ປາ​ນາ ​ທົ່ວ​ປະ​ເທດ​ໃນ​ວັນ​ທີ 2 ທັນວາ ປີ 1975 ແລ້ວ​ພະນັກ ງານ​ຂ່າວສານ​ປະ​ເທດ​ລາວ ​ໄດ້​ຖືກ​ແບ່ງປັນ​ໃຫ້​ໄປ​ ປະ ຈຳ​ຢູ່​ຫລວງ​ພະ​ບາງ, ຊຽງ​ຂວາງ, ຄຳ​ມ່ວນ, ຫົວພັນ ນອກ​ນັ້ນ​ແມ່ນ​ຍົກຍ້າຍ​ເຂົ້າ​ມາ​ວຽງ​ຈັນ.
ປີ 1976 ວິທະຍຸ​ປະ​ເທດ​ລາວ​ແລະ​ຂ່າວສານ​ປະ​ເທດ​ລາວ​ໄດ້​ແຍກ​ອອກ​ຈາກ​ກັນ. ທ່ານ​ສີສະ​ນະ​ສີ ສານ ເປັນ​ລັດຖະມົນ​ຕີ​ກະຊວງ​ຖະ​ແຫລ​ງຂ່າວ, ທ່ານ​ສອນ​ຄຳ​ວານ​ວົງສາ ເປັນ​ຮອງ​ ລັດ ຖະມົນຕີ​ ແລະ​ທ່ານ​ ສົນ​ເທີ ເພັດ​ມະນີ​ເປັນ​ຫົວໜ້າ​ຫ້ອງ​ການ​ກະຊວງ, ທ່ານ​ສີສະ​ໝານ​ເປັນ​ຫົວໜ້າ​ກົມ​ຂ່າວສານ-ໜັງສືພິມ​ປະຊາ ຊົນ. ມາ​ຮອດ​ປີ 1983 ກົມ​ຂ່າວສານ ແລະ​ໜັງ ສືພິມ​ຈິ່ງ​ໄດ້​ແຍກ​ອອກ​ເປັນ 2 ອຳນວຍ​ການ​ໃຫຍ່​ຫົວໜ້າ​ຂ່າວ ສານ​ຕໍ່​ຈາກ​ທ່ານ ສີສະ​ໝານ ກໍ່​ມີ​ທ່ານ​ຈັນ​ທີ​ເດືອ​ນສະຫວັນ, ທ່ານ​ ບຸນ​ເຕັງ​ວົງ​ໄຊ, ທ່ານ ​ວັນ​ທອງ​ ພົນ​ຈັນ ​ເຮືອງ ແລະ ​ທ່ານ ​ຄຳ​ແສນ​ພົງສາ ໄດ້​ດຳລົງ​ຕຳ​ແໜ່​ງນີ້ມາ​ແຕ່​ປີ 1999 ຈົນ​ເຖິງ​ປະຈຸ​ບັນ.
ຂ່າວສານ​ ປະ​ເທດ​ລາວ​ ໄດ້​ຍ່າງ​ຕາມ​ທາງ​ທີ່​ຄົດ​ລະ​ອິດ​ລະ​ອ້ຽວ​ມາ​ນານ​ກວ່າ 40 ປີ ​ແລະ ໄດ້​ເຕີບ ​ໃຫຍ່​ຂະຫຍາຍຕົວ​ຮອບດ້ານ​ນັບ​ທັງ​ກຳລັງ​ຄົນ, ກຳລັງ​ຊັບ ແລະ​ອຸປະກອນ​ເຕັກນິກ ​ທີ່​ທັນ​ສະ​ໄໝ.​ ເມື່ອ​ກ່ອນ ​ກຳ​ເນີ​ດຈາກ​ສອງ​ຝາ​ມື​ເປົ່າ, ຂາດ​ເຂີນ​ທາງ​ກຳລັງ​ຄົນ, ກຳລັງ​ຊັບ ແລະ​ວັດຖຸອຸປະກອນ​ເກົ່າ​ແກ່​ຫລ້າຫລັງ ແຕ່​ຍ້ອນ​ຄວາມ​ບຸກບືນ​ເປັນ ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ຢູ່​ ໃຕ້​ຮົ່ມ​ທຸງ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ແລະ​ດ້ວຍ​ຄວາມ​ ເອົາ​ໃຈ​ໃສ່​ຂອງຂັ້ນ​ເທິງ ແລະ​ຫົວໜ້າ​ກົມ ຫລື​ຫົວໜ້າ​ອຳນວຍ​ການ ແຕ່​ລະ​ລຸ້ນ​ແຕ່ລະ​ທ່ານ​ ທີ່​ຮັບຜິດຊອບ​ຜ່ານ​ ມາ​ໄດ້​ ເຮັດ ​ໃຫ້​ຂ່າວສານ​ປະ​ເທດ​ລາວ​ນັບ​ມື້ນັບ​ເຕີບ​ໃຫຍ ່​ເຂັ້ມ​ແຂງ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ໃນເມື່ອ​ກ່ອນ​ມີ​ພຽງ​ເຄື່ອງ​ ຈັກ​ໂທ ລະ​ເລກ ເກົ່າໆ 1 ເຄື່ອງ​ກາຍ​ມາ​ເປັນ ສາມ​ເຄື່ອງ, ​ເຄື່ອງ​ສົ່ງ (ຈັກກະ​ຈາ​ຍ) ກໍ່​ມີ​ຈັກ 50 W, T 500, 1 KW, 5KW, ສ່ວນ​ເຄື່ອງຮັບ​ກໍ່​ມີ​ຈັກ​ໂທລະ​ພິມ​ P 250, P 371, TOPON, EKAD, ​ຕໍ່​ມາ​ອີກ​ ກໍ່​ໃຊ້​ເຄື່ອງ​ຄອມ​ພິວ​ເຕີ​ແທນ​ໃຫ້​ເຄື່ອງ​ໂທລະ​ເລກ-​ໂທລະ​ພິມ ຈົນ​ເຖິງ​ປະຈຸ​ບັນ.
ມາ​ເຖິງ​ປະຈຸ​ບັນ​ນີ້​ຂ່າວສານ​ປະ​ເທດ​ລາວ​ໄດ້​ກ້າວ​ໄປ​ສູ່​ເຄື່ອງ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ເທົ່າ​ທຽມ​ກັບ ປະເທດອື່ນ, ອັນ​ໄດ້​ເຮັດ​ໃຫ້ຊື່​ສຽງ​ຂອງ​ສຳນັກ​ຂ່າວສານ​ປະ​ເທດ​ລາວ​ ເປັນ​ທີ່​ຮັບ​ຮູ້​ໄປ ​ທົ່ວ ​ໂລກ. ພາລະ​ບົດບາດ ​ກໍ່​ສູງ​ຂຶ້ນ​ເລື້ອຍໆ ຜະລິດ​ຕະພັນ​ຂ່າວ​ສານກໍ່​ມີ​ຫລາຍ​ຢ່າງ​ເຊັ່ນ: ໜັງສືພິມ​ປະ​ເທດ​ລາວ, KPL news, ອິນ​ເຕີ ​ເນັດ, ເວ​ບ​ໄຊ ແລະ​ ອື່ນໆ.
ກວ່າ 40 ປີຜ່ານມາ, ພະນັກງານ​ຂ່າວສານ​ທຸກ​ຄົນບໍ່​ວ່າ​ລຸ້ນກ່ອນ​ກໍ່​ຄື​ລຸ້ນສືບ​ທອດ​ທຸກ​ຄົນ​ໄດ້​ພ້ອມ ພຽງ​ຮຽງ​ໜ້າ ກັນ​ສຸມ​ທຸກ​ສະຕິ​ປັນຍາ ແລະ​ຄວາມ​ຮູ້​ຄວາມ​ສາມາ​ດຂອງ ​ຕົນ​ເຂົ້າ​ໃນ ​ວຽກ​ງານ ວິຊາ​ສະ​ເພາະ​ ເພື່ອ​ເຮັດ ຫລ້ອນໜ້າ​ທີ່​ອັນມີ​ກຽດ​ສົມ​ກັບ​ເປັນ​ກະບອກ​ສຽງ​ຂອງ​ພັກ-ລັດ.
ຮອງອຳນວຍການ
ທ່ານ ເຂັມທອງ ຊານຸບານ
ໂຄງປະກອບກົງຈັກການຈັດຕັ້ງຂອງສຳນັກຂ່າວສານປະເທດລາວ
ອຳນວຍການ
ທ່ານ ຄຳແສນ ພົງສາ
ຮອງອຳນວຍການ
ທ່ານ ສູນທອນ ຄັນທະວົງ
ຮອງອຳນວຍການ
ທ່ານ ນາງ ແກ້ວທິດາ ສີສານ
ຮອງອຳນວຍການ
ທ່ານ ສີນປັນຍາ ລັດຕະນະວົງ
ພະແນກ
ຫ້ອງການ
ພະແນກ
ຈັດຕັ້ງ
ພະແນກ
ຂາ່ວພາຍໃນ
ພະແນກ
ຮູບພາບ-ສຳເນົາ
ພະແນກ
ເຕັກນິກ
ພະແນກ
ເວັບໄຊ
ພະແນກ
ຂ່າວຕ່າງປະເທດ
ພະແນກຂ່າວ
ພາສາຕ່າງປະເທດ
ພະແນກໜັງສືພິມ-ວາ
ລະສານພາສາຕ່າງປະເທດ

ພະແນກໜັງສືພິມ-ວາ
ລະສານພາສາລາວ
ຂ່າວສານປະເທດລາວ (ຂປລ) -80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ ສປປລາວ ໂທ: (856-21)215402 ແຟັກ: 212446
ກັບຫນ້າສາລະບັນ