ທີ່ຕັ້ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕັ້ງຢູ່ທິດຕາເວັນອອກສຽງໃຕ້ ຂອງທະວີບ ອາຊີ ຢູ່ໃຈກາງຂອງແຫລມອິນດູຈີນ ລະຫວ່າງເສັ້ນຂະຫນານທີ 14-23 ອົງສາເຫນືອ ແລະ ເສັ້ນ ແວງທີ 100-108 ອົງສາທິດຕາວັນອອກ, ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ແຕ່ເປັນເສັ້ນ ທາງຜ່ານທີ່ສຳຄັນ ລະຫວ່າງ ບັນດາປະເທດໃນຂົງເຂດອາຊີຕາເວັນອອກສຽງໃຕ້ ມີຊາຍແດນທິດ ເຫນືອຕິດກັບ ສາທາລະນະລັດ ປະຊາຊົນຈີນ, ທິດໃຕ້ຕິດກັບ ລາຊະອານາຈັກ ກຳປູເຈຍ, ທິດຕາ ເວັນອອກ ຕິດກັບສາທາລະນະລັດ ສັງຄົມນິຍົມຫວຽດນາມ, ທິດຕາເວັນຕົກຕິດກັບ ລາຊະອານາ ຈັກໄທ ແລະ ທິດຕາເວັນຕົກສຽງເຫນືອຕິດກັບ ສະຫະພາບມຽນມາ.
ສປປ ລາວ ມີເນື້ອທີ່ ທັງຫມົດ 236.800 ກິໂລແມັດມົນທົນ, ມີເຂດພູດອຍກວມເອົາ ປະມານ 70% ຂອງເນື້ອທີ່ທັງຫມົດ, ພູທີ່ສູງທີ່ສຸດຄືພູເບ້ຍ ຢູ່ແຂວງຊຽງຂວາງ ສູງ 2.820 ແມັດ, ມີລວງຍາວແຕ່ເຫນືອເຖິງໃຕ້ 1.700 ກິໂລແມັດ. ມີພົນລະເມືອງທັງຫມົດ 5.600.000 ກວ່າຄົນ. ນະຄອນຫລວງແມ່ນ ວຽງຈັນ.

ພູມອາກາດ
ສປປ ລາວ ຢູ່ໃນພູມອາກາດຂອງເຂດຮ້ອນ ມີລົມມໍລະສຸມ ແຕ່ບໍ່ມີພະຍຸ, ແບ່ງອອກເປັນ 2 ລະດູການຄື: ລະດູຝົນ ເລີ່ມແຕ່ເດືອນ ພຶດສະພາ-ຕຸລາ ແລະ ລະດູແລ້ງເລີ່ມແຕ່ເດືອນພະຈິກ- ເມສາ. ອຸນຫະພູມສະເລ່ຍຕະຫລອດປີປະມານ 28c ໍ, ຮ້ອນສູງສຸດປະມານ 38c ໍ ໃນໄລຍະເດືອນ ເມສາ-ພຶດສະພາ, ອຸນຫະພູມຕ່ຳສຸດຢູ່ໃນລະຫວ່າງ 14-15c ໍ ຢູ່ໃນລະຫວ່າງ ທັນວາ-ມັງກອນ.
ຊັບພະຍາກອນທຳມະຊາດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຫນຶ່ງໃນບັນດາປະເທດ ອາຊີຕາເວັນ ອອກສຽງໃຕ້ ທີ່ອຸດົມສົມບູນໄປດ້ວຍ ຊັບພະຍາກອນທຳມະຊາດນາໆຊະນິດ. ມີແມ່ນ້ຳລຳເຊ ຢາຍ ໄປແຕ່ເຫນືອຮອດໃຕ້, ມີແມ່ນ້ຳຂອງໄຫລຜ່ານ 1.835 ກິໂລແມັດ, ຊຶ່ງມີຄວາມສາມາດບົ່ມຊ້ອນ ຂອງແຫລ່ງພະລັງງານໄຟຟ້ານ້ຳຕົກຢູ່ໃນອ່າງນ້ຳຂອງຕອນລຸ່ມກວມເຖິງ 51%;ໃນພື້ນດິນມີແຮ່ທາດ ຕ່າງໆ ເຊັ່ນ: ກົ່ວ, ເຫລັກ, ຖ່ານຫີນ, ຊືນ, ທອງ, ຄຳ, ເງິນ, ມາດ, ອັງຕີມອນ ແລະ ອື່ນໆ; ຢູ່ເທິງ ຫນ້າດິນ ກໍມີປ່າໄມ້ທີ່ມີຄ່າສູງທາງດ້ານເສດຖະກິດ ເຊັ່ນ: ໄມ້ຂະຍຸງ, ໄມ້ຄຳພີ້, ໄມ້ດູ່, ໄມ້ເກດສະ ຫນາ, ໄມ້ໂລ່ງເລ່ງ; ຢູ່ໃນປ່າກໍມີເຄື່ອງປ່າຂອງດົງ ປະເພດຕ່າງໆ ເຊັ່ນ: ຄັ່ງ, ຍານ, ຫມາກແຫນ່ງ, ຢາງແປກ, ຫວາຍ, ຕົ້ນໄມ້ເປັນຢາ ແລະ ຍັງມີສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນເຊັ່ນ: ຊ້າງ, ເສືອ, ຫມີ, ເຫມີຍ, ກະທິງ, ກວາງ, ເຍືອງ, ເສົາຫລາ.

ປະຫວັດສາດ
ຊາດລາວເປັນຊາດຫນຶ່ງທີ່ມີປະຫວັດແຫ່ງການກຳເນີດ, ຄົງຕົວ ແລະ ຂະຫຍາຍຕົວໃນພາກ ພື້ນນີ້. ບັນພະບູລຸດ ແລະ ປະຊາຊົນລາວ ຜູ້ຮັກຊາດ ໄດ້ຕໍ່ສູ້ປົກປັກຮັກສາ ແລະ ສ້າງສາສືບທອດກັນມາຫລາຍເຊັ່ນຄົນ.
ສະຕະວັດທີ 14 ເຈົ້າຟ້າງຸ່ມ
ເປັນກະສັດຜູ້ທຳອິດທີ່ໄດ້ທ້ອນໂຮມບັນດາເມືອງລາວບູຮານໃຫ້ກາຍເປັນອານາຈັກເອກະ
ພາບຄັ້ງທຳອິດເອີ້ນວ່າ: ອານາຈັກລ້ານຊ້າງ ຊຶ່ງມີອານາເຂດອັນກວ້າງໄກ ແລ
ມີແມ່ນ້ຳຂອງໄຫລຜ່ານທາງກາງ. ນະຄອນຫລວງພະບາງ ເປັນເມືອງເອກຂອງອານາຈັກລ້ານຊ້າງ ເຊິ່ງໄດ້ປະອະລິຍະທຳໄວ້ມາເຖິງປະຈຸບັນ ແລະ ໄດ້ກາຍເປັນເມືອງມໍລະດົກໂລກ ແຫ່ງທຳອິດຂອງ ສປປ ລາວ.
ກາງສະຕະວັດທີ 16 ເຈົ້າໄຊຍະເສດຖາທິລາດ ໄດ້ມາຕັ້ງວຽງຈັນເປັນນະຄອນຫລວງແທນນະຄອນຫລວງພະບາງ, ພ້ອມກັນນັ້ນກໍໄດ້ມີການສ້າງສາພັດທະນາຢ່າງຮຸ່ງເຮືອງເຫລືອງເຫລື້ອມເຊັ່ນ: ດ້ານເສດຖະກິດ, ວັດທະນະທຳ ແລະ ການປ້ອງກັນຊາດ ສາມາດຕີຕ້ານການຮຸກຮານຂອງສັກດີນາ ຕ່າງດ້າວທີ່ຮຸກຮານຫລາຍຄັ້ງ.
ໃນສະຕະວັດທີ 17 ພາຍໃຕ້ລາຊະການຂອງເຈົ້າສຸລິຍະວົງສາ ເສດຖະກິດ, ວັດທະນະທຳ ແລະ ການຕ່າງປະເທດ ໄດ້ພົ້ນເດັ່ນ. ທ່ານວັນວຸດສະຕົບ ຊາວໂຮນລັງຄົນຜູ້ທຳອິດໄດ້ເຂົ້າມາຕິດຕໍ່ຄ້າຂາຍເປັນໂອກາດໃຫ້ລາວເປີດປະຕູສູ່ໂລກພາຍນອກ.
ສະຕະວັດທີ 18 ເປັນໄລຍະແຫ່ງການເຊື່ອມໂຊມ, ອານາຈັກລ້ານຊ້າງ ຖືກແຕກແຍກຄວາມສາມັກຄີແບ່ງອອກເປັນສາມອານາຈັກ: ວຽງຈັນ, ຫລວງພະບາງ ແລະ ຈຳປາສັກ, ອັນເປັນຊ່ອງຫວ່າງເຮັດໃຫ້ສັກດີນາຕ່າງດ້າວສວຍໃຊ້ຄວາມອ່ອນແອຂອງສັກດີນາລາວ ເຂົ້າມາຢຶດຄອງລາວ ແຕ່ເຈົ້າອະນຸວົງ ເປັນບັນພະບູລຸດ ຜູ້ຮັກຊາດ ໄດ້ນຳພາປະຊາຊົນລຸກຂຶ້ນຕໍ່ສູ້ ເພື່ອຄວາມເປັນເອກະລາດຂອງຊາດລາວ ໃນປີ 1827-28. ຕັ້ງແຕ່ນັ້ນມາ ອານາຈັກລ້ານຊ້າງທີ່ມີອານາເຂດອັນກວ້າງຂວາງ ແລະ ມີຄວາມເຂັ້ມແຂງໃນເມື່ອກ່ອນກໍຖືກອ່ອນແອ ແລະ ດິນແດນກໍຖືກຮັດແຄບເຂົ້າ. ເຖິງວ່າການຕໍ່ສູ້ພາຍໃຕ້ການນຳພາຂອງ ເຈົ້າອານຸ ເພື່ອກອບກູ້ເອກະລາດບໍ່ໄດ້ຮັບໄຊຊະນະກໍ່ຕາມ ແຕ່ກໍມີຄວາມຫມາຍອັນເລິກເຊິ່ງ ແລະ ເປັນມໍລະດົກແຫ່ງນ້ຳໃຈຮັກຊາດ ເດັດຂາດບໍ່ຍອມຈຳນົນຂອງປະຊາຊົນລາວບັນດາເຜົ່າ.
ຍ້ອນປະເທດລາວເປັນປະເທດມີທີ່ຕັ້ງຍຸດທະສາດ ເປັນທາງຜ່ານ, ມີຊັບພະຍາກອນອັນອຸດົມຮັ່ງມີ, ບໍ່ພຽງແຕ່ສັກດີນາປະເທດໃກ້ຄຽງທີ່ຫວັງຢຶດຄອງ ແຕ່ບັນດາອິດທິກຳລັງປະເທດຕາເວັນຕົກກໍມີຄວາມສົນໃຈຕໍ່ດິນແດນແຫ່ງນີ້.
ຮອດສະຕະວັດທີ 19 ລັດທິລ່າເມືອງຂຶ້ນຝຣັ່ງ ບົນເສັ້ນທາງການແບ່ງປັນຕະຫລາດໂລກຝຣັ່ງ ໄດ້ເຂົ້າມາຢຶດຄອງເອົາລາວ ໃນປີ 1893 ຈາກນັ້ນຈຶ່ງເຮັດໃຫ້ການແບ່ງປັນຊາຍແດນຂອງລາວ ແລະສ້າງຕັ້ງລັດຖະບານປະສົມລະຫວ່າງ ກຳລັງຮັກຊາດ ແລະ ພວກນິຍົມຈັກກະພັດ 3 ຄັ້ງຄື: 1957, 1962 ແລະ 1973.ການປະຕິວັດຊາດ ປະຊາທິປະໄຕ ຕ້ານຈັກກະພັດຜູ້ຮຸກຮານເປັນເວລາ 30 ປີ, ຮອດປີ 1975 ພັກປະຊາຊົນປະຕິວັດລາວ ໄດ້ວາງຍຸດທະສາດ 3 ບາດຄ້ອນ, ຍຶດອຳນາດແບບບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ, ແຕ່ສາມາດຢຶດອຳນາດໄດ້ທົ່ວປະເທດ, ກ້າວຂຶ້ນຍາດເອົາໄຊຊະນະຢ່າງສົມບູນ ດ້ວຍ ການລົບລ້າງແອກຄອບຄອງຂອງພວກລ່າເມືອງຂຶ້ນ ແລະ ສັກດີນາ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975.