
ແຂວງອັດຕະປື ມີເນື້ອທີ່ຄຸ້ມຄອງທັງໝົດ 10.320 ຕາຕະລາງກິໂລແມດ, ປະຊາກອນ ທັງໝົດ 112.250 ຄົນ, 150 ບ້ານ ແລະ 18.000 ຄອບຄົວ. ແຂວງອັດຕະປື ມີຊາຍແດນຕິດກັບປະເທດເພື່ອນບ້ານ ແລະ ແຂວງໃກ້ຄຽງ ຄື ທິດ ເໜືອ ຕິດກັບແຂວງ ເຊກອງ 137 ກິໂລແມດ, ທິດໃຕ້ ຕິດກັບແຂວງຣັດຕະນະຄີຣີ, ຣາຊະ ອານາຈັກກຳປູເຈຍ 224 ກິໂລແມດ, ທິດຕາເວັນອອກ ຕິດກັບແຂວງກອນຕຸມ, ສາທາລະລັດ ສັງຄົມນິຍົມຫວຽດນາມ 58 ກິໂລແມດ ແລະ ທິດຕາເວັນຕົກ ຕິດກັບແຂວງ ຈຳປາສັກ 180 ກິໂລແມດ.
ແຂວງອັດຕະປື |
 |
ແຂວງອັດຕະປື ແບ່ງອອກເປັນ 5 ເມືອງ ຄື: ເມືອງສາມັກຄີໄຊ, ເມືອງຊານໄຊ, ເມືອງ ພູວົງ, ເມືອງໄຊເສດຖາ ແລະ ເມືອງສະໝານໄຊ.
ຊົນເຜົ່າຕ່າງໆຄື: ເຜົ່າລາວລຸ່ມ, ເຜົ່າເບຣົາ, ເຜົ່າໂອຍ, ເຜົ່າຊູ, ເຜົ່າສະດາງ, ເຜົ່າເຈັງ, ເຜົ່າກະຍອງ, ເຜົ່າຍາເຫີນ, ເຜົ່າແຢະ, ເຜົ່າຕະຫຼຽງ ແລະ ເຜົ່າອາລັກ.
ບຸນປະເພນີຂອງເຜົ່າ ມີ
- ບຸນພາເຂົ້າ (ຂອງເຜົ່າເບຣົາ)
- ບຸນເຂົ້າໃໝ່ (ຂອງເຜົ່າອາລັກ)
- ບຸນພະເບັງ (ຂອງເຜົ່າໂອຍ)
ແຫຼ່ງທ່ອງທ່ຽວ
- ທ່ອງທ່ຽວດ້ານວັດທະນະທຳ ມີ ວັດສະແຄ, ວັດພະໄຊເສດຖາ ຢູ່ບ້ານເຜົ່າໂອຍ ແລະ ບ້ານເຜົ່າເບຣົາ.
- ທ່ອງທ່ຽວປະຫວັດສາດ ມີ ເຂດທີ່ໝັ້ນລາວໃຕ້, ລູກສອນໄຟເກົ່າ.
- ທ່ອງທ່ຽວທຳມະຊາດ ມີ ນ້ຳຕົກຕາດແຊພະ, ນ້ຳຕົກຕາດແຊປ້ອງໄລ, ນ້ຳຕົກຕາດສະໜອງ ຟາກ, ໜອງຟ້າ, ໜອງໄກ່ໂອກ ແລະ ທິວທັດເຂດພະຟອງ.
ດ້ານເສດຖະກິດ
ຍອດຜະລິດຕະພັນພາຍໃນ ໄດ້ເພື່ມຂຶ້ນລື່ນຄາດໝາຍຂອງແຜນການສະເລ່ຍ 8,3%/ປີ (ຄາດໝາຍ 7,5-8%).
ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 623 ຕື້ກີບ, ລາຍຮັບສະເລ່ຍ ເພີ່ມ ຂຶ້ນຈາກ 241 ໂດລາ (ສະຫະລັດ) ຕໍ່ຄົນ/ປີ ເມື່ອປີ 2005 ມາເປັນ 614 ໂດລາ (ສະຫະ ລັດ) ຕໍ່ຄົນ/ປີ ຫຼືເທົ່າກັບ 5.000.000 ກີບ ໃນປີ 2010.
ຜະລິດຕະຜົນກະສິກຳ ເພື່ອເປັນສິນຄ້າ, ຂະແໜງຫັດຖະກຳປຸງແຕ່ງ ແລະ ການບໍລິ ການຕ່າງໆ ເປັນແຫຼ່ງລາຍຮັບຫລັກຂອງແຂວງ.
ແຂວງອັດຕະປື ມີຄອບຄົວທຸກຍາກທັງໝົດ 3.910 ຄອບຄົວຊຶ່ງກວມເອົາ 18% ຂອງ ຈຳນວນຄົວເຮືອນໃນທົ່ວແຂວງ.
ແຜນການສູ້ຊົນ 5 ປີ:
ແຂວງອັດຕະປືຈະສູ້ຊົນອັດຕາເພິ່ມຂຶ້ນຂອງ GDP ສະເລ່ຍບໍ່ຕ່ຳກວ່າ 12,5% ຕໍ່ປີ, ລາຍຮັບສະເລ່ຍ 1.000 ໂດລາ (ສະຫະລັດ) ຕໍ່ຄົນ/ປີ; ລາຍຮັບງົປະມານ ໃຫ້ບັນລຸ 282,8 ຕື້ກີບ, ກວມເອົາ 5-10% ຕໍ່ປີຂອງ GDP, ຄອບຄົວທຸກຍາກ ໃຫ້ຍັງເຫຼືອບໍ່ເກີນ 10% ໃນປີ 2015.
ກັບຫນ້າສາລະບັນ
|