ໂດຍ: ຄັດທະນາມ
*** ແຂວງອັດຕະປືຕັ້ງຢູ່ໃຕ້ສຸດຂອງປະເທດ, ເປັນແຂວງ
ຫນຶ່ງທີ່ນອນໃນ 7 ທົ່ງພຽງໃຫຍ່ຂອງປະເທດ, ມີຄວາມອຸດົມ
ສົມບູນທາງດ້ານຊັບພະຍາກອນທຳມະຊາດ, ປ່າໄມ້ກວມ
ປະມານ 65% ຂອງເນື້ອທີ່ທົ່ວແຂວງ, ມີແມ່ນ້ຳລຳເຊຫລາຍ
ສາຍແລະສະພາບດີນຟ້າອາກາດເອື້ອອຳນວຍໃຫ້ແກ່ການ
ພັດທະນາເສດຖະກິດ- ສັງຄົມຂອງທ້ອງຖີ່ນຊຶ່ງແຕ່ໃດ
ມາຄວາມອຸດົມສົມບູນຂອງອັດຕະປືຈົນໄດ້ພັນນາອອກມາວ່າ: “ ອັດຕະປືຂາຍຄຳແລກໄກ່”, ຄວາມຈິງກໍເກືອບວ່າ
ຈັ້ງຊັ້ນແທ້ໆ. ດັ່ງການໃຫ້ສຳພາດຂອງຫົວໜ້າໜ່ວຍງານສະຖີຕິແຜນການຂອງພະແນກກະສິກຳ- ໄມ້ປ່າໄມ້ແຂວງຕໍ່ຜູ້ຂຽນວ່າ:
ເວົ້າລວມແລ້ວ, ແຂວງອັດຕະປືມີທ່າແຮງແລະເງື່ອນໄຂຫລາຍຢ່າງທີ່ເອື້ອອຳນວຍໃຫ້ແກ່ການພັດທະນາແຂວງຕົນອີຫລີ.
ແຕ່ໜ້າເສຍດາຍ ໃນປະຈຸບັນພວກເຮົາຍັງບໍ່ທັນໄດ້ຂຸດຄົ້ນໄດ້ໝົດທ່າແຮງດັ່ງກ່າວແຕ່ເຖິງຢ່າງໃດແຂວງກໍໄດ້ວາງແຜນ
ການພັດທະນາຕາມຄວາມອາດສາມາດຂອງຕົນຊຶ່ງໄລຍະຕົ້ນແຂວງໄດ້ຖືເອົາການຜະລິດກະສິກຳເພື່ອແກ້ໄຂດ້ານ
ສະບຽງອາຫານແລະກ້າວສູ່ການຜະລິດເປັນສີນຄ້າຄື: ປະຈຸບັນທົ່ວແຂວງມີເນື້ອທີ່ປູກເຂົ້າທັງໝົດປະມານ 20.000
ເຮັກຕາ, ຜົນຜະລິດໃນແຕ່ລະປີນອກຈາກຕອບສະໜອງຄວາມຕ້ອງການພາຍໃນແຂວງແລ້ວ. ຜ່ານມາ ອັດຕະປືຍັງ
ສາມາດສົ່ງອອກເຂົ້າໃຫ້ແຂວງໃກ້ຄຽງຄື: ແຂວງຈຳປາສັກເພື່ອປ້ອນໂຮງງານຜະລິດເສັ້ນເຝີໃນແຂວງດັ່ງກ່າວ, ອັນ
ໄດ້ຊ່ວຍໃຫ້ອັດຕະປືມີລາຍຮັບເພີ່ມຂຶ້ນແລະໄປຄຽງຄູ່ກັບການປູກຝັງແລ້ວແຂວງຍັງໄດ້ວາງນະໂຍບາຍສົ່ງເສີ່ມ
ໃຫ້ປະຊາຊົນລ້ຽງສັດໃຫຍ່ຕາມຄວາມອາດສາມາດຂອງຕົນຊຶ່ງປະຈຸບັນສະເລ່ຍແລ້ວຄອບຄົວໜຶ່ງໃນແຂວງອັດຕະປື
ຈະມີງົວແລະຄວາຍແຕ່ 10- 20 ໂຕ ສະເພາະປີນີ້ແຂວງສາມາດສົ່ງງົວ- ຄວາຍອອກຂາຍໄດ້ປະມານ 1.000 ກວ່າໂຕ.
ເມື່ອທຽບກັບແຂວງອື່ນໆແລ້ວເຫັນໄດ້ເດັ່ນຊັດວ່າ: ຂະບວນການຜະລິດສີນຄ້າກະສິກຳໃນແຂວງອັດຕະປືເລີ່ມມີ
ໜໍ່ແໜງດີຂຶ້ນ.
|