ຂ່າວສານປະເທດລາວ (ຂປລ) - 80 ເສດຖາທິລາດ - ວຽງຈັນ ສປປລ - ໂທ (856 21) 212447 - ແຟກ 212446

 
 
 
 
 
 
 
 
 
 
 
 
 
 
 

ບ້ານ​ຫົວ​ແກ້ງ​ບຸກ​ບືນ​ເພື່ອ​ຫລຸດ​ພົ້ນອອກ​ຈາກ​ຄວາມກ​ຍາກ

ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.
 
 
 
 
 

 

 


ໂດຍ: ສົມ​ລິດ ບຸບ​ຜາ​ປັນ​ຍາ
*** ບ້ານ​ຫົວ​ແກ້ງ​ເມືອງ​ປາກ​ແຊງ ແຂວງ​ຫລວງ​ພະ​ບາງ, ເປັນ​ບ້ານ​ປະ​ສົມ 2 ຊົນ​ເຜົ່າ​ຄື: ເຜົ່າ​ລາວ​ລ​ຸ່ມ ແລະ ເຜົ່າ​ຂະ​ມຸ ມີ 60 ຄ​ອບ​ຄົວ​ ມີ​ປະ​ຊາ​ກອນ 300 ກວ່າ​ຄົນ ແລະ ມ​ີ​ໂຮ​ງ​ງານ 100 ກວ່າ​ແຮງ​ງານ. ມີ​ຖິ່ນ​ຖານ​ຕັ້ງ​ຢູ່​ຫົວ​ແກ້ງ​ນ້ຳ​ເຊືອງ.
ຫລາຍ​ເຊັ່ນ​ຄົນ​ມາ​ແລ​້ວບ​້ານ​ຫົວ​ແກ້ງ​ອາ​ໄສ​ສາຍ​ນ້ຳ​ເຊືອງ​ເປັນ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ຈະ​ລາ​ຈອນ​ສິນ​ຄ້າ ແລະ
ຖື​ເອົາ​ການ ຖາງ​ປ່າ​ເຮັດ​ໄຮ່​ປູກ​ເຂົ້າ​ເປັນ​ອາ​ຊີບ​ຫລັກ. ສ່ວນ​ການ​ຄ້າ​ຂາຍ​ພັດ​ຖື​ເປັນ​ສຳ​ຮອງ ເພາະ​ເປັນ​ບ້ານ​ຢູ່​ຫ່າງ​ໄກ​ຊຸມ​ຊົນ.
ການ​ຄ້າ​ຂາຍ​ ກໍ​ບໍ່​ມີ​ຫຍັງ​ພໍ​ສະ​ດວກ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຊີ​ວິດ​ການ​ເປັນ​ຢູ່​ດີ​ຂຶ້ນ​ກົງ​ກັນ​ຂ້າມ​ຄວາມ​ທຸກ​ຍາກ​ຊ້ຳ​ພັດ​ຄືບ​ຄານ
ເຂົ້າ​ມາ​ ທຸກ​ປີ​ສາ​ເຫດ​ຍ້ອນ​ສະ​ພາບ​ດິນ​ຟ້າ​ອາ​ກາດ​ມີ​ການ​ປ່ຽນ​ແປງ​ສະ​ມັດ​ຕະ​ພາບ​ຂອງ​ດິນ​ເສື່ອມ​ໂຊມ​ຜົນ​ຜະ​ລິດ​ຕົກ​ຕ່ຳ.
ພາຍ​ຫລັງ​ສຸມ​ໃສ່​ປະ​ຕິ​ບັດ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ປ​ະ​ຊາ​ຊົນ​ນຳ​ພາ​ປະ​ເທດ​ຊາດ​ໃຫ້​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ດ້ອຍ
ພັດ​ທະ​ນາ​ນີ້, ແນວ​ທາງ​ດັ່ງ​ກ່າວ​ໄດ້​ຖືກ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ເປັນ​ຮູ​ປະ​ທຳ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ຫນຶ່ງ​ໃນ​ແຜນ​ຍຸດ​ທະ​ສາດ​
ດັ່ງ​ກ່າວ​ນັ້ນ​ແມ່ນ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຖະ​ຫນົນ​ຫົນ​ທາງ​ເຂົ້າ​ໄປ​ເຖິງ​ເຂດ​ຊົນ​ນະ​ບົດ​ຫ່າງ​ໄກ​
ສອກ​ຫລີກ​ເຊິ່ງ​ໃນ​ນີ້​ບ້ານ​ຫົວ​ແກ້ງ​ກໍ​ແມ່ນ​ບ້ານ​​ຫນຶ່ງ​ໄດ້​ຮັບ​ຜົນ​ກະ​ທົບ​ທີ່​ດີ​ຈາກ​ແຜນ​ຍຸ​ທະ​ສາດ​ດັ່ງ​ກ່າວ, ໃນ​ປີ 2000 ອຳ​ນາດ
​ ການ​ປົກ​ຄອງ​ບ້ານ​ໄດ້​ຕັດ​ສິນ​ໃຈ​ນຳ​ພາ​ປະ​ຊາ​ຊົນ​ຍົກ​ຍ້າຍ​ຖິ່ນ​ຖານ​ເດີມ​ມາ​ຕັ້ງ​ພູມ​ລຳ​ເນົາ​ໃຫມ່​ຢູ່​ລຽບ​ຕາມ​
ແຄມ​ທາງລົດທີ່​ເຫັນ​ວ່າ​ມີ​ຄວາມ​ສະ​ອາດກວ່າ. ພາ​ຍ​ໃຕ້​ແສງ​ສະ​ຫວ່າງ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ3ຂອງ​ອົງ​ຄະ​ນະ​ພັກ​
ເມືອງ​ປາກ​ແຊງ, ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 5 ຂອງ​ອົງ​ຄະ​ນະ​ພັກ​ແຂວງ ແລ​ະ ແນວ​ທາງ​ອັນ​ຖືກ​ຕ້ອງ​ສ່ອງ​ໃສ​ຂອງ​ພັກ.
ປະ​ຊາ​ຊົນ​ບ້ານ​ຫົວ​ແກ້ງ​ເລີ່ມ​ມີ​ຄວາມ​ເຂົ້າ​ໃຈ​ຕໍ່ແຜນ​ຍຸດ​ທະ​ສາດ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ລັດ​ຖະ​ບານ​ເຂົາ​ເຈົ້າ​ໄດ​້​ຕັດ​ສິນ​
ໃຈ​ດ້ວຍ​ຕົນ​ເອງ​ນຳ​ພາ​ຄອບ​ຄົວ​ຫນີ​ຫ່າງ​ຈາກ​ຄວາມ​ທຸກ​ຍາກ. ເລີ່ມ​ຈາກ​ການ​ວາງ​ແຜນ​ຜະ​ລິດ​ສະ​ບຽງ​ອາ​ຫານ​ໃຫ້​ພໍ​ຢູ່​ພໍ​ກິນ
ແລະ ກາຍ​ເປັນ​ສິນ​ຄ້າ​ຂອງ​ແຕ່​ລະ​ຄອບ​ຄົວ ແລະ ຂອງ​ບ້ານ, ປັດ​ໄຈ​ຫນຶ່ງ​ທີ່​ປະ​ຊາ​ຊົນ​ບ້ານ​ຫົວ​ແກ້ງ​ເຂົ້າ​ໃຈ​ເຖິງ​ຜົ​ນ​ຮ້າຍ
​ ຂອງ​ການ​ຖາງ​ປ່າ​ເຮັດ​ໄຮ່​ປູກ​ເຂົ້າ​ໃນ​ແຕ່​ລະ​ປີ​ນັ້ນ​ແມ່ນ​ຄວາມ​ທຸກ​ຍາກຂ​ອງ​ຊາວ​ບ້ານ​ທີ່​ບໍ່​ມີ​ຍາມ​ແກ້​ຕົກ. ປ່າ​ໄມ້​ອັນ​ເປັນ
ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ເຄື່ອງ​ນາ​ຂອງ​ປ່າ​ອັນ​ລ້ຳ​ຄ່າ​ຖືກ​ບຸກ​ລຸກ​ທຳ​ລາຍ​ຢ່າງ​ໄຮ້​ຄຸ​ນ​ຄ່າ​ສົ່ງ​ຜົນ​ໃຫ້​ສະ​ພາບ​ແວດ​ລ້ອມ​
ມີ​ການ​ປ່ຽນ​ແປງຈາກ​ຜົນ​ສ​ະ​ທ້ອນ
​ ດັ່ງ​ກ່າວ​ນັ້ນ​ອຳ​ນາດ​ການ​ປົກ​ຄອງ​ບ້ານ​ຈຶ່ງ​ໄດ້​ນຳ​ພາ​ປະ​ຊາ​ຊົນ​ກຳ​ນົດ​ທ່າ​ແຮງ​ຂອງ​ບ້ານ​ໂດຍ​ອີງ​ໃສ່​ທ່າ​ແຮງ​ທີ່​ເປັນ​ມູນ​ເຊື້ອ
ຂອງ​ທ້ອງ​ຖິ່ນ​ເຊັ່ນ: ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ເນື້ອ​ທີ່​ດິນ, ຄວາມ​ດຸ​ຫມັ່ນ​ກຳ​ລັງ​ແຮງ​ງານ, ໃນ​ນີ້​ໃສ່​ການ​ລ້ຽງ​ສັດ​ປະ​ເພດ
ຕ່າງໆ​ຂອງ​ຄອ​ບ​ຄົວ​ປູກ​ພືດ​ອຸດ​ສາ​ຫະ​ກຳ​ເປັນ​ສິນ​ຄ້າ​ເປັນ​ຕົ້ນ​ຫມາກ​ງາ, ສາ​ລີ, ປໍ​ສາ ແລະ ເຮັດ​ການ​ບໍ​ລິ​ການ. ໃນ​ປີ 2006 ນີ້
ຢູ່ບ​້ານ​ດັ່ງ​ກ່າວ​ໄດ້​ມີ 30 ຄອບ​ຄົວ ສາ​ມາດ​ຢຸດ​ຕິ​ການ​ຖາງ​ປ່າ​ເຮັດ​ໄຮ່ ປູກ​ເຂົ້າ​ໃນ​ເນື້ອ​ທີ່ 30 ກວ່າ​ເຮັກ​ຕາ. ລັດ​ຖະ​ບານ​ໄດ້​
ໃຫ້​ທຶນ​ຊ່ວຍ​ເຫລືອ​ຈຳ​ນວນ 90 ລ້ານກວ່າ​ກີບ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ເປັນ​ສິນ​ຄ້າ. ສະ​ເລ່ຍ​ລາຍ​ຮັບ​ຂອງ​ບ້ານ​ປີ​ຫນຶ່ງ​ໄດ້
433 ລ້ານ​ກີບ, ສະ​ເລ່ຍ​ໃສ່​ຫົວ​ຄົນ​ໄດ້​ຮັບ 1 ລ້ານ 4 ແສນ​ກີບ​ຕໍ່ປີ. ມາ​ຮອດ​ປະ​ຈຸ​ບັນ​ເຫັນ​ວ່າ​ຊາວ​ບ້ານ​ຫົວ​ແກ້ງ ເມືອງ
ປາກ​ແຊງ​ແຂວງ​ຫລວງ​ພະ​ບາງ​ມີ​ຊີ​ວິດ​ການ​ເປັນ​ຢູ່​ດີ​ຂຶ້ນ​ເມື່ອ​ທຽບ​ໃສ່​ຫລາຍ 10 ປີ​ຜ່ານ​ມາ. ເພື່ອ​ນຳ​ພາ​ບ້ານ​ຂອງ​ຕົນ​ໃຫ້​ຫລຸດ
ພົ້ນ​ອອກ​ຈາກ​ຄວາ​ມ​ທຸກ​ຍາກ ແຕ່​ນີ້​ຮອດ​ປີ 2010 ແລະ ຄວາມ​ດ້ອຍ​ພັດ​ທະ​ນາ​ໃນ​ປີ 2020 ທາງ​ອຳ​ນາດ​ການ​ປົກ​ຄອງ​ບ້ານ​
ໄດ້​ວາງ​ຄາດ​ຫມາຍ​ສູ້​ຊົນ​ນຳ​ພາ​ປະ​ຊາ​ຊົນ​ສ້າງ​ລາຍ​ຮັບ​ໂດຍ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ໃ​ຫ້​ໄດ້ 440 ໂດ​ລາ​ຕໍ່​ປີ. ວາງ​ມາດ​ຕະ​ການ
​ ຢຸດ​ຕິ​ການ​ຖາງ​ປ່າ​ເຮັດ​ໄຮ່​ປູກ​ເຂົ້າ​ໃຫ້​ໄດ້ 100% ໃນ​ປີ 2010 ຫັນ​ໄປ​ເຮັດ​ອາ​ຊີບ​ອື່ນ​ທີ່​ຫມັ້ນ​ຄົງ​ກວ່າ​ເອົາ​ໃຈ​ໃສ່​ສ້າງ​ຄອບ​ຄົວ​
ຕົວ​ແບບ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ​ສິນ​ຄ້າ​ໃຫ້​ຫລາຍ​ແກ້​ໄຂ​ບັນ​ຫາ​ສັງ​ຄົມ​ໃຫ້​ມີ​ຄວາມ​ສະ​​ຫງົບ, ຊີ​ວິດ​ວັດ​ທະ​ນະ​ທຳ​ມີ​ຄວາມ
ເບີກ​ບານ​ມ່ວນ​ຊື່ນ​ເສດ​ຖາ​ກິດ​ມີ​ທ່າ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.