ຂ່າວສານປະເທດລາວ (ຂປລ) - 80 ເສດຖາທິລາດ - ວຽງຈັນ ສປປລ - ໂທ (856 21) 212447 - ແຟກ 212446

ວັດ​ທະ​ນະ​ທຳ ​​ປະ​ຫວັດ​ສາດ ​ທຳ​ມະ​ຊາດ ແລະ ການ​ທ່ອງ​ທ່ຽວ

 
 
 
 
 
 
 
 
 
 
 
 
 
 
 

ຮຽບ​ຮຽງ: ບ່າວ​ຜູ້​ໄທ

ຈຳ​ປາ​ສັກ ເປັນ​ແຂວງ​ໃຕ້​ສຸດ ຂອງ ສ​ປ​ປ ລາວ, ມີ​ປະ​ຊາ​ກອນ 6 ແສນກວ່າ​ຄົນ (ອັນ​ດັບ 3 ຂອງ ປະ​ເທດ). ແຂວງ​ຈຳ​ປາ​ສັກ ເປັນ​ດິນ​ແດນ​ແຫ່ງ​ປະ​ຫວັດ​ສາດ ຂອງ ຊົນ​ຊາດ​ຂອມ ຫລື ຂະ​ເໝນ​ບູ​ຮານ ທີ່​ເຮືອງ​ອຳ​ນາດ​ໃນ​ສະ​ຕະ​ວັດ​ທີ 4-​9. ເມື່ອ​ຊົນ​ຊາດ​ຂອມ ເສື່ອມ​ອຳ​ນາດ​ລົງ​ໃນ​ສະ​ຕະ​ວັດ​ທີ 10-​12, ຊົນ​ຊາດ​ລາວ ທີ່​ເຄື່ອນ​ຍ້າຍ ມາ​ຈາກ​ພາກ​ໃຕ້ ຂອງ ຈີນ ກໍ່​ໄດ້​ເຕົ້າ​ໂຮມ​ກັນ ແລະ ເຂົ້າ​ຢູ່​ຮ່ວມ​ກັບ​ຊາວ​ຂອມ ພາຍ​ຫລັງ​ເຈົ້າ​ຟ້າ​ງຸ່ມ​ທ້ອນ​ໂຮມ​ແຜ່ນ​​ດິນ ທີ່​ມີ​ຊົນ​ຊາດ​ລາວ​ອາ​ໄສ​ຢູ່​ໃຫ້​ເປັນ​ໜຶ່ງ​ດຽວ. ອາ​ນາ​ຈັກ​ຈາມ​ປາ ຫລື ຈຳ​ປາ​ສັກ ກໍ່​ມີ​ຊື່​ເປັນ​ແຂວງ​ໜຶ່ງ ຂອງ ອາ​ນາ​ຈັກ​ລ້ານ​ຊ້າງ ຈົນ​ມາ​ເຖິງໃນ​ສະ​ຕະ​ວັດ​ທີ 18 ຫລັງ​ຈາກ​ນັ້ນ ຈຳ​ປາ​ສັກ ກໍ່​ຕົກ​ໄປ​ຢູ່​ໃຕ້​ການ​ປົກ​ຄອງ ຂອງ ສັກ​ດິ​ນາ​ຕ່າງ​ດ້າວ. ແຕ່​ຫລັງ​ຈາກ​ນັ້ນ ຈຳ​ປາ​ສັກ ກໍ່​ໄດ້​ກັບ​ຄືນ​ສູ່​ອ້ອມ​ອົກ​ແມ່ ອີກ​ຄັ້ງ​ໜຶ່ງ ຈົນ​ມາ​ເຖິງ​ປະ​ຈຸ​ບັນ. ພື້ນ​ທີ່​ເບື້ອງ​ທິດ​ຕາ​ເວັນ​ຕົກ ຂອງ ແຂວງຈຳ​ປາ​ສັກ ເປັນ​ທົ່ງ​ພຽງລ່ອງ​ລຽບ​ຕາມ​ສອງ​ຝັ່ງ​ແມ່​ນ້ຳ​ຂອງ, ທົ່ງ​ນາ​ອັນ​ກວ້າງ​ໃຫຍ່​ໄພ​ສານ​ແຫ່ງ​ນີ້​ໄດ້​ເຮັດ​ໃຫ້​ແຂວງ​ຈຳ​ປາ​ສັກ ກາຍ​ເປັນ​ອ່​ູ​ເຂົ້າ ອູ່​ປາ, ເປັນ​ດິນ​ແດນ​ທີ່​ອຸ​ດົມ​ສົມ​ບູນ ຂອງປະ​ເທດ. ພູ​ພຽງ​ບໍ​ລິ​ເວນ ຊຶ່ງ​ມີ​ລະ​ດັບ​ສຸງກວ່າ​ນ້ຳ​ທະ​ເລ​ປະ​ມານ 1.000 ກວ່າແມັດ ຊຶ່ງ​ໃນ​ເມື່ອ​ກ່ອນ​ເປັນ​ພູ​ເຂົາ​ໄຟ​ ຈິ່ງ​ເຮັດ​ໃຫ້​ດິນ​ແດນ​ແຫ່ງ​ນີ້​ງອກ​ງາມ​ເປັນ​ພິ​ເສດ ແລະ ເໝາະ​ສົມ​ໃຫ້​ແກ່​ການ​ປູກ​ ກາ​ເຟ, ໝາກ​ສະ​ເວີ, ມັນ​ ຝ​ຣັ່ງ, ກະ​ລ່ຳ​ປີ, ກາ​ລົດ, ຫົວ​ຜັກ​ບົ່ວ​ໃຫຍ່..​.
ຈຳ​ປາ​ສັກ ຍັງເປັນ​ແຫລ່ງ​ເຕົ້າໂຮມຄວາມ​ສາ​ມາດ​ບົ່ມ​ຊ້ອນ​ ທາງ​ດ້ານ​ການ​ທ່ອງ​ທ່ຽວຫລາຍ​ຢ່າງ ນັບ​ແຕ່​ການ​ທ່ອງ​ທ່ຽວ​ທຳ​ມະ​ຊາດ, ວັດ​ທະ​ນະ​ທຳ, ແຫລ່ງ​ປະ​ຫວັດ​ສາດ ແລະ ເປັນ​ແຂວງ​ທີ່​ມີ​ເກາະ​ດອນ​ຫລາຍກວ່າ​ໝູ່, ເມືອງ​ໂຂງ ເປັນ​ເມືອງ​ກາງດອນ, ມີ​ຊື່​ໃນ​ບາງ​ເອ​ກະ​ສານບອ​ແກວ່າ ເມືອງ​ສີ່​ພັນ​ດອນ. ເຂດ​ຊາຍ​ແດນ​ໃຕ້​ສຸດ ແມ່ນ​ແກ້ງ​ໃຫຍ່​ຫລີ່​ຜີ ຊຶ່ງ​ເປັນ​ແກ້ງ​ທີ່​ງົດ​ງາມ ໃຫຍ່​ເປັນ​ອັນ​ດັບ​ໜຶ່ງ ຂອງ ອາ​ຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້. ແກ້ງ​ນີ້​ມີ​ໄລ​ຍະ​ນ້ຳ​ໂຕນ​ຕາດ​ຍາວ​ຕິດ​ຕໍ່​ກັນ​ຫລາຍ​ກິ​ໂລ​ແມັດ, ລະ​ດັບ​ນ້ຳ​ໂຕນ​ສູງ​ນັບ​ແຕ່ດອນ​ໂຂງ​ລົງ​ໄປ 200-​300 ແມັດ ສົ່ງ​ສຽງ​ດັງ​ກ້ອງ​ໄປ​ໄກ ແລະ ເປັນ​ແຫ່​ລງ​ທ່ອງ​ທ່ຽວ​ທີ່​ງົດ​ງາມ​ອີກ​ແຫ່ງ​ໜຶ່ງໃນສ​ປ​ປ ລາວ.
ນອກ​ນີ້ຈຳ​ປາ​ສັກ ຍັງມີ​ແຫ່​ລງ​ທ່ອງ​ທ່ຽວທຳ​ມະ​ຊາດ ທີ່​ສວຍ​ງາມ​ຫລາຍອີກ​​ແຫ່ງທີ່​ໜ້າ​ຈັບ​ໃຈ​ເຊັ່ນ: ຕາດ​ຟານ, ຕາດ​ຜາ​ສ້ວມ, ຄອນ​ພະ​ເພັງ..​.ນອກ​ນີ້ ຍັງ​ມີ​ພູ​ອາ​ສາ, ຜາ​ສາດ​ຫີນ ທີ່​ຜ່ານ​ມາ​ເອີ້ນ​ກັນ​ຈົນ​ຕິດ​ປາກວ່າ ວັດ​ພູ​ຈຳ​ປາ​ສັກ. ຊຶ່ງ​ໃນ​ຕຳ​ນານ ວັດ​ພູ​ ມີ​ຊື່​ວ່າ ຜາ​ສາດ​ລຶງ​ຄະ​ປະ​ວະ​ຣະ​ຕະ ຊຶ່ງ​ເປັນ​ຊື່​ໃນ​ພາ​ສາ​ສັນ​ສະ​ກ​ຣິດ ຕັ້ງ​ໂດຍ​ເຈົ້າ​ຊີ​ວິດ​ຊົນ​ຊາດ​ຂອມ. ຫໍ​ຜາ​ສາດ ແຫ່ງ​ນີ້ມີ​ນຳ​ກັນ​ຫລາຍ​ຫລັງ ຊຶ່ງ​ຕັ້ງຢັ່ງ​ຢາຍ​ແຕ່​ຕີນ​ພູ ຂຶ້ນ​ໄປ​ຕາມ​ເປີ້ນ​ພູ, ໂດຍ​ມີ​ຂັ້ນ​ໄດ​ປູ​ດ້ວຍ​ຫີນ ກ້ອນ​ໃຫຍ່​ເປັນ​ຊັ້ນໆ ຊຶ່ງ​ກໍ່​ດ້ວຍ​ກ້ອນ​ຫີນ​ຕັດ ທີ່​ມີ​ຂະ​ໜາດ​ທີ່​ແຕກຕ່າງ​ກັນ ນັບ​ແຕ່​ເທົ່າ​ກ້​ອນ​ດິນ​ຈີ່ ໄປ​ຈົນ​ເຖິງ​ຂະ​ໜາດ​ໜຶ່ງ​ແມັດ, ແຕ່​ລະ​ກ້ອນ​ມີ​ການ​ຄວັດ​ລິງ​ລາຍ​ໃສ່ ຕາມ​ເລື່ອງ​ລາວ ຂອງ ສາ​ສະ​ໜາ​ພາມ ຄື ມີ​ຮູບພະ​ເຈົ້າ​ອົງ​ສຳ​ຄັນ​ໃນ​ສາ​ສະ​ໜາ​ນີ້​ເຊັ່ນ: ພະ​ຊີ​ວະ, ພະ​ນາ​ຣາຍ, ພະ​ວິດ​ສະ​ນຸ, ນາງ​ຟ້າ ຫລື ນາງ ອັບ​ປະ ສອນ..​.ນັກ​ປະ​ຫວັດ​ສາດ ແລະ ຜູ້​ຊຽວ​ຊານດ້ານ​ວັດ​ຖຸບ​ູ​ຮານ ມີ​ຄວາມ​ເຫັນ​ວ່າ ຜາ​ສາດ​ຫີນ​ແຫ່ງ​ນີ້ ຖືກ​ສ້າງ​ຂຶ້ນ​ໃນ​ລະ​ຫວ່າງ​ ພ​ສ 1200 ຫລື ຄ​ສ 700) ແລະ ມີ​ການ​ກໍ່​ສ້າງ​ເລື້ອຍ​ມາຫລາຍຍ​ຸກ ຫລາຍ​ສະ​ໄໝ, ແຕ່​ໄດ້​ຖືກ​ເພ​ພັງ ຫັກ​ໂຄ່ນ​ລົງ​ມາ ຍ້ອນ​ການ​ເວ​ລາ ທີ່​ບໍ່​ມີ​ການ​ບົວ​ລະ​ບັດ​ຮັກ​ສາ.
​ ປີ 1989, ລັດ​ຖະ​ບານ​ລາວ ກໍ່​ໄດ້​ລົງ​ມື​ປູ​ລະ​ນະ​ສ້ອມ​ແປງວັດ​ພູ ໂດຍ​ການ​ຮ່ວມ​ມື, ຊ່ວຍ​ເຫລືອ​ຈາກ​ອົງ​ການ​ສາ​ກົນ ແລະ ບັນ​ດາ​ປະ​ເທດ​ເພື່ອນ​ມິດ. ມາ​ໃນ​ວັນ​ທີ 14/12/2001, ຜາ​ສາດ​ຫີນ ວັດ​ພູ ໄດ້​ຖືກ​ປະ​ກາດ​ໃຫ້​ເປັນ​ມໍ​ລະ​ດົກ​ໂລກ ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ວັດ​ທະ​ນະ​ທຳ ແລະ ການ​ສຶກ​ສາ ຫລື ອຸຍ​ແນັ​ສ​ໂກ ໃນ​ພື້ນ​ທີ່ 400 ຕາ​ລາງ​ກິ​ໂລ​ແມັດ, ເປັນ​ແຫ່ງ​ທີ່​ສອງ ຂອງ ສ​ປ​ປ ລາວ ແລະ ເປັນ​ແຫ່ງ​ທຳ​ອິດ​ທີ່​ຮູ້​ຈັກ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ໃນ​ກອງ​ປະ​ຊຸມ​ວ່າ​ດ້ວຍ​ການຟື້ນ​ຟູ ວັດ​ພູ ຈຳ​ປາ​ສັກ ໃນ 5 ປີ​ຂ້າງ​ໜ້າ 2005-​2010 ຊຶ່ງ​ຈັດ​ຂຶ້ນໃນ​ວັນ​ທີ 24/1/2006 ຜ່ານ​ມາ ທີ່​ສະ​ໂມ​ສອນ ຫລັກ​ສີ່ ແຂວງ​ຈຳ​ປາ​ສັກ ພາຍ​ໃຕ້ ການ​ເປັນ​ປະ​ທານ ຂອງ ທ່ານ ໝູນ​ແກ້ວ ອໍ​ລະ​ບູນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫລງ​ຂ່າວ-​ວັດ​ທະ​ນະ​ທຳ, ທ່ານ ສອນ​ໄຊ ສີ​ພັນ​ດອນ, ຮອງເຈົ້າ​ແຂວງ​ຈຳ​ປາ​ສັກ, ປະ​ທານ​ມໍ​ລະ​ດົກ​ໂລກ ຂອງ ແຂວງ, ມີ​ບັນ​ດາ​ທ່ານ ຫົວ​ໜ້າ​ກົມ ແລະ ນັກ​ຊ່ຽວ​ຊານ​ຈາກ​ອົງ​ການ​ອຸຍ​ແນັ​ສ​ໂກ..​. ເຂົ້າ​ຮ່ວມ. ທີ່​ປະ​ຊຸມ​ໄດ້​ຕົກ​ລົງ​ກັນ​ໃນ​ຫລາຍ​ບັນ​ຫາ ໃນ​ການ​ຟື້ນ​ຟູ ວັດ​ພູ​ຄືນ​ໃໝ່ ທີ່​ຈະ​​ຈັດ​ຕັ້ງ​ປະ​ຕິ​ບັດ ນັບ​ແຕ່​ປີ 2005-​2010, ຊຶ່ງ​ໄດ້​ແບ່ງ​ອອກ​ເປັນ 4 ເຂດ​ເຊັ່ນ: ເຂດ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ ແລະ ພື້ນ​ທີ່​ທາງວັດ​ທະ​ນະ​ທຳ ຈຳ​ປາ​ສັກ. ເຂດ​ອະ​ນຸ​ລັກ​ສະ​ພາບ​ແວດ​ລ້ອມ​ທາງ​ສາ​ສະ​ໜາ ໂດຍ​ປະ​ກອບ​ມີ​ພູ​ເກົ້າ. ເຂດ​ສຶກ​ສາ​ຄົ້ນ​ຄວ້າ ທາງ​ດ້ານ​ວັດ​ຖຸ​ບູ​ຮານ, ຊຶ່ງ​ລວມ​ມີ 3 ບ່ອນ: ພື້ນ​ທີ່ ຂອງ ວັດ​ພູ ແລະ ເມືອງ​ລິງ​ຄະ​ປູ​ລະ, ເມືອງ​ບູ​ຮານ ແລະ ພື້ນ​ທີ່​ເມືອງ​ໂຕະ​ໂມະ. ເຂດ​ຄຸ້ມ​ຄອງ​ປົກ​ປັກ​ຮັກ​ສາ ສະ​ຖານ​ບູ​ຮານ. ຂະ​ນະ​ນີ້ ທາງ​ຂຶ້ນ​ໄປ​ວັດ​ພູ ກຳ​ລັງ​ໄດ້​ຮັບ​ການ​ສ້ອມ​ແປງ​ຄືນ​ໃໝ່, ບັນ​ດາ​ເສົາ​ເສ ທີ່​ຖືກ​ເປ່​ເພ ກໍ່​ໄດ້ປັບ​ປຸງ​ຄືນ​ໃຫ້​ຢູ່​ໃນ​ສະ​ພາບ​ເດີມ​ເທົ່າ​ທີ່​ຈະ​ເຮັດ​ໄດ້.
ໃນ 5 ປີ ຜ່ານ​ມາ ໄດ້​ມີ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ໄດ້ເຂົ້າ​ມາ​ທ່ຽວ​ຊົມ​ວັດ​ພູ ແລະ ຕົວ​ເມືອງ​ຈຳ​ປາ​ສັກ ນັບ​ມື້​ເພີ່ມ​ຂຶ້ນ, ສະ​ນັ້ນ​ພື້ນ​ທີ່ ແລະ ສະ​ຖານ​ທີ່​ໄດ້​ກາຍ​ເປັນ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ ຈິ່ງ​ຈຳ​ເປັນ​ຈະ​ຕ້ອງ​ມີ​ການ​ພັດ​ທະ​ນາ​ຢ່າງ​ລະ​ອຽ​ດ ເພື່ອ​ປົກ​ປັກ​ຮັກ​ສາ ແລະ ຍົກ​ລະ​ດັບ​ລວມ ຂອງ ມັນ ໃຫ້​ຄືນ​ສະ​ພາບ​ປະ​ຫວັດ​ສາດ ຂອງ ສະ​ຕະ​ວັດ​ທີ 19-​20. ນອ​ກ​ນີ້ ທາງ​ໂຄງ​ການ​ຍັງຈະ​ສ້າງ​ເວບ​ໄຊ ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ ແລະ ຜູ້​ສົນ​ໃຈ​ໄດ້​ຮູ້​ ແລະ ເຂົ້າ​​ເຖິງ​ຂໍ້​ມູນຂ່າວ​ສານ ແລະ ຮີດ​ຄອງ​ປະ​ເພ​ນີ​ວັດ​ທະ​ນະ​ທຳ​ລາວ ເວົ້າ​ລວມ, ເວົ້າ​ສະ​ເພາະ​ແມ່ນ​ປະ​ຊາ​ຊົນ​ໃນ​ເຂດ​ວັດ​ພູ. ພ້ອມ​ນີ້ ຍັງ​ມີ​ແຜນ​ຈະ​ສ້າງ​ບ້ານ​ພັກ ຢູ່ດອນ​ແດງ ໂດຍ​ມີ​ສ່ວນ​ຮ່ວມ ຂອງ ປະ​ຊາ​ຊົນ​ທ້ອງ​ຖິ່ນ, ຊຶ່ງ​ທີ່​ຜ່ານ​ມາ ກໍ່​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ໄປ​ທ່ຽວ ແລະ ໃຫ້​ຄວາມ​ສົນ​ໃຈ​ເປັນ​ຢ່າງ​ດີ. ສ້າງ​ກຸ່ມ​ຫັດ​ຖະ​ກຳທ້ອງ​ຖິ່ນ, ຮີດ​ຄອງ​ປະ​ເພ​ນີ (ໜັງ​ປະ​ລັດ​ຕື້) ສ້າງ​ກຸ່ມ​ນຳ​ທ່ຽວ..​.ທັງ​ນີ້​ແມ່ນ​ເພື່ອ​ໃຫ້​ນັກ​ທ່ອງທ່ຽວ​ໄດ້​ເຂົ້າ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່ ຂອງ ປະ​ຊາ​ຊົນ, ວັດ​ທະ​ນະ​ທຳ ຊື້​ຜະ​ລິດ​ຕະ​ພັນ ທີ່​ປະ​ຊາ​ຊົນ​ຜະ​ລິດ, ທັງ​ນີ້​ແມ່ນ​ເພື່ອ​ສ້າງ​ລາຍ​ໄດ້​ໃຫ້​ປະ​ຊາ​ຊົນ.
ແຕ່​ແຜນ​ຈັດ​ຕັ້ງ​ປະ​ຕິ​ບັດ ຈະ​ຕ້ອງ​ປະ​ຕິ​ບັດ​ຕາມ​ແນວ​ທາງ​ນະ​ໂຍ​ບາຍ ຂອງ ລັດ​ຖະ​ບານ​ລາວ ແລະ ຜູ້​ຊ່ຽວ​ຊານ, ທີ່​ປຶກ​ສາ, ໂດຍ​ສະ​ເພາະ​ຈະ​ຕ້ອງ​ປະ​ຕິ​ບັດ​ຕາມ​ທິດ​ຊີ້​ນຳ ຂອງ ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫລງ​ຂ່າວ-​ວັດ​ທະ​ນະ​ທຳ, ຂອງ ທ່ານ ຮອງ​ເຈົ້າ​ແຂວງ ແລະ ພະ​ແນກ​ຖະ​ແຫລງ​ຂ່າວ-​ວັດ​ທະ​ນະ​ທຳ ແຂວງ​ຈຳ​ປາ​ສັກ ທີ່​ໄດ້​ປະ​ກອບ​ຢູ່​ໃນ​ກອງ​ປະ​ຊຸມ​ຄັ້ງ​ວັນ​ທີ 24 ມັງ​ກອນ 2006 ຜ່ານ​ມາ ທີ່​ເມືອງ​ປາ​ເຊ.


ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.