ຂ່າວສານປະເທດລາວ (ຂປລ) - 80 ເສດຖາທິລາດ - ວຽງຈັນ ສປປລ - ໂທ (856 21) 212447 - ແຟກ 212446

 
 
 
 
 
 
 
 
 
 
 
 
 
 
 

ກະ​ແສ​ເພງ​ບ້ານ​ເຮົາ​ໃນ​ປະ​ຈຸ​ບັນ​ກັບ​ຄ່າ​ນິ​ຍົມ​ຂອງ​ສັງ​ຄົມ

ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.
 
 
 
 
 

 

 

ສ. ສາຍ​ນ້ຳ​ຂອງ


ເນື້ອ​ໃນ​ບົດ​ເພງ, ບົດ​ຂັບ​ລຳ, ບົດ​ກາບກອນ, ເລື່ອງ​ສັ້ນ, ນະ​ວະ​ນິ​ຍາຍ​ຕ່າງໆ​ລ້ວນ​ແຕ່​ແມ່ນ​ວັດ​ທະ​ນະ​ທຳ​ທາງ​ດ້ານ​ຈິດ​ໃຈ ທີ່​ສະ​ທ້ອນ​ໃຫ້​ເຫັນ​ຄວາມ​ມັກ, ຄວາມ​ນິ​ຍົມ ແລະ ສະ​ພາບ​ການ​ຂອງ​ສັງ​ຄົມ​ໃນ​ຍຸກ​ນັ້ນໆ. ບົດ​ຂຽນ​ໃນ​ແຕ່​ລະ​ຍຸກ​ຫລື​ບົດ​ເພງ​ໃນ​ແຕ່​ລະ​ໄລ​ຍະ​ຈະ​ພາ​ພວກ​ເຮົາ​ເຫັນ​ສະ​ພາບ​ຂອງ​ສັງ​ຄົມ ໃນ​ໄລ​ຍະ​ນັ້ນ​ໄດ້​ເປັນ​ຢ່າງ​ດີ, ພ້ອມ​ນີ້​ຍັງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ພູມ​ປັນ​ຍາ​ຂອງ​ຜູ້​ແຕ່ງ, ຄວາມ​ສາ​ມາດ​ໃນ​ການ​ສ້າງ​ມະ​ໂນ​ພາບ​ໃນ​ການ​ປະ​ດິດ​ແຕ່ງ​ທີ່​ສາ​ມາ​ດຈູງ​ໃຈ​ໃຫ້​ພວກ​ເຮົາ​
ອ່ານ​ແລ້ວ​ຢາກ​ອ່ານ​ອີກ​ຫລື​ຖ້າ​ເປັນ​ບົດ​ເພງ​ກໍ່​ແມ່ນ​ຟັງ​ແລ້ວ​ຢາກ​ຟັງ​ອີກ​ຢ່າງ​ອີ່ມ​ບໍ່​ເປັນ​. ເຊິ່ງ​ສິ່ງ​ນີ້​ເປັນ​ສິ່ງ​ທີ່​ນັກ​ແຕ່ງ​ລຸ້ນ​ກ່ອນ​ເພິ່ນ​ໄດ້​ປະ​ໄວ້​ໃຫ້​ພວກ​ເຮົາ. ມາ​ຮອດ​ໄລ​ຍະ​ປະ​ຈຸ​ບັນ​
ຖັນ​ແຖວ​ນັກ​ແຕ່ງ, ນັກ​ຂີດ​ຂຽນ​ແມ່ນ​ມີ​ຫລວງ​ຫລາຍ​ສົມ​ຄວນ​ທັງ​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ສູງ​ແຕ່​ສັງ​ເກດ​ເຫັນ​ວ່າ
​ ສິ່ງ​ທີ່​ນັກ​ແຕ່ງ​ປະ​ຈຸ​ບັນ​ສ່ວນ​ຫລາຍ​ຍັງ​ຂາດ​ກໍ່​ຄື​ຄວາມ​ພຽນ, ຄວາມ​ອົດ​ທົນ​ທີ່​ຈະ​
ຂຽນ​ໃຫ້​ບົດ​ກອນ, ບົດ​ເພງ​ຂອງ​ຕົນ​ອອກ​ມາ​ດີ​ຍັງ​ເຮັດ​ແບບ
“ສຸກ​ເອົາ​ເຜົາ​ກິນ” ຈິ່ງ​ເຮັດ​ໃຫ້​ເນື້ອ​ໃນ​ຈັງ​ຫວະ​ທຳ​ນອງ​ບໍ່​ທັນ​ເລິກ​ເຊິ່ງ.
ນີ້​ຄື​ຄວາມ​ເປ​ັນ​ຈິງ​ຂອງວົງ​ການ​ເພງ​ບ້ານ​ເຮົາ​ໃນ​ປະ​ຈຸ​ບັນ​ທີ່​ສ່ວນ​ຫລາຍ​ເນັ້ນ​ໄປ​ທາງ​
ປະ​ລິ​ມານ​ຫລາຍ ກວ່າ​ຄຸນ​ນະ​ພາບ. ຈາກ​ຈຸດ​ນີ້​ຈິ່ງ​ເຮັດ​ໃຫ້​ນັກ​ຮ້ອງ​ທີ່​ມີ​ຊື່​ສຽງ
ແລະ ບັນ​ດາ​ວົງ​ດົນ​ຕີ​ຕະ​ຫລອດ​ຮອດ​ນັກ​ຮ້ອງ​ສະ​ໝັ​ກ​ຫລິ້ນ​ທັງ​ຫລາຍ​ນິ​ຍົມ
​ ກັນ​ນຳ​ເອົາ​ເພງ​ເກົ່າໆ ມາ​ຮ້ອງ​ຄືນ​ໃໝ່ ແລະ ກໍ່​ໄດ້​ຮັບ​ຄວາມ​ນິ​ຍົມ​ກັນ​ຢ່າງ
ກວ້າງ​ຂວາງ. ເຊິ່ງ​ສິ່ງ​ດັ່ງ​ກ່າວ​ຈະ​ວ່າ​ນັກ​ຮ້ອງ​ສ່ວນ​ຫລາຍ​ເປັນ​ໄວ​ກາງ​ຄົນ​ຫລື​ມີ​ອາ​ຍຸ​ຫລາຍ
​ ກໍ່​ຄົງ​ຈະ​ບໍ່​ຜິດ​
ແຕ່​ເບິ່ງ​ໂດຍ​ທົ່ວ​ໄປ ເພງ​ດັ່ງ​ກ່າວ​ກໍ່​ຖືກ​ຕອບ​ຮັບ​ຈາກ
​ ສັງ​ຄົມ​ເປັນ​ຢ່າງ​ດີ ເຫັນ​ໄດ້​ຈາກ​ການ​ໃຊ້​ບໍ​ລິ​ການ​ໃນ​ງານ ດອງ ຫລື ງານ​ສ້າງ​ສັນ​ຕ່າງໆ.
ຕໍ່​ກັບ​ບັນ​ຫາ​ນີ້, ທ່ານ ອຸ​ໄທ ສຸ​ວັນ​ນະ​ພາ​ສີ ຫົວ​ໜ້າ​ຂະ​ແໜງ​ຄົ້ນ​ຄວ້າ​ຄຸ້ມ​ຄອງວັດ​ທະ​ນະ​ທຳ​ພະ​ແນກ​ຖະ​ແຫລງ​ຂ່າວ-​
ວັດ​ທະ​ນະ​ທຳ ​ ແຂວງ​ຈຳ​ປາ​ສັກ ແລະ ທ່ານ ໃຈ​ຄຳ ຄັນ​ສີ​ລາ ຮອງ​ຫົວ​ໜ້າ​ຂະ​ແໜງ​ດັ່ງ​ກ່າວ
​ ທັງ​ເປັນ​ນັກ​ສິ​ລະ​ປິນ-​ນັກ​ແຕ່ງ​ເພງ​ອາ​ວຸ​ໂສ ທ່ານ ໄດ້​ໃຫ້​ທັດ​ສະ​ນະ​ວ່າ​ບົດ​ເພງ​ເກົ່າ​ທີ່​ນັກ​ຮ້ອງ​ລຸ້ນ​ປະ​ຈຸ​ບັນ​ນຳ​ມາ​ຮ້ອງ​ໃຫມ່ ແມ່ນ​ມີ​ເນື້ອ​ໃນ​
ໜັກ​ແໜ້ນ​ຮັດ​ກຸມ, ມີ​ຄວາມ​ໝາຍ​ເລິກ​ເຊິ່ງ, ຖືກ​ຕ້ອງ​ຕາມ​ຫລັກ​ການ​ແຕ່ງ​ເພງ​
ມີ​ການ​ສຳ​ພັດ, ການ​ສອດ​ແຊກ​ສັບ​ສຳ​ນວນ​ວັນ​ນະ​ຄະ​ດີ​ທີ່​ໃຫ້​ຄວາມ​ໝາຍ
​ ຄົບ​ຖ້ວນ, ຈັງ​ຫວະ​ທຳ​ນອງ​ມີ​ເອ​ກະ​ລັກ​ສະ​ເພາະ ບໍ່​ລອກ ລຽນ​ແບບ​ສະ​ນັ້ນ​ຈິ່ງ​ເຮັດ​ໃຫ້​ບົດ​ເພງ​ລຸ້ນ​ເກົ່າ​ບໍ່​ວ່າ​ຈະ​ເປັນ​ເພງ​ທີ່​ເວົ້າ​ເຖິງ​ຄວາມ​ຮັກ-​ມັກ​ ຫລື ເພງ​ປຸກ​ລະ​ດົມ​ນ້ຳ​ໃຈ​ປະ​ຕິ​ວັດ ຟັງ​ແລ້ວ​ຈິ່ງ​ກິນ​ໃຈ ໃຫ້​ມະ​ໂນ​ພາບ​ດີ​ຟັງ​ແລ້ວ​ຢາກ​ຟັງ​ອີກ​ແຕກ​ຕ່າງ​ກັບ​ເພງ​ທີ່​ແຕ່ງ​ຂຶ້ນ​ໃໝ່ໆ ທີ່​ແລ່ນ​ນຳ​ຕະ​ຫລາດ ເຊິ່ງ​ສ່ວນ​ຫລາຍ​ເນື້ອ​ໃນ​ບໍ່​ເລິກ​ເຊິ່ງ, ການ​ແຕ່ງ​ບໍ່​ເຂົ້າ​ຫລັກ​ການ, ການ​ໃຊ້​ສັບ​ພາ​ສາ​ສື່​ຄວາມ​ໝາຍ
​ ກໍ່​ເບົາ​ບາງ, ການ​ແຍກ​ສຽງ, ການ​ປະ​ສານ​ສຽງ​ກໍ່​ເຮັດ​ແບບ​ສະ​ບາຍ​ໂພດ, ລວມ​ທັງ​ນັກ​ຮ້ອງ​ກໍ່​ຂາດ​ຄວາມ​ເອົາ​ໃຈ​ໃສ່​ໃນ​ການ​ຝຶກ​ແອບ ແລະ​ບັນ​ຫາ​ອື່ນໆ.
ຈາກ​ບັນ​ດາ​ທັດ​ສະ​ນະ ແລະ ກະ​ແສ​ສັງ​ຄົມ​ກ່ຽວ​ກັບ​ເພງ​ບ້ານ​ເຮົາ​ໃນ​ປະ​ຈຸ​ບັນ,
ນັກ​ແຕ່ງ​, ນັກ​ຂຽນ​ເພງ​ກໍ່​ຄື​ພາກ​ສ່ວນກວດ​ກາ​ເນື້ອ​ໃນ ຈິ່ງ​ຄວນ​ຫັນ​ມາ​ເບິ່ງ​ຄືນ​ໃນ​ຈຸດ​ນີ້​ວາ​ຄວນ​ປັບ​ປຸງ​ແນວ​ໃດ ຈິ່ງ​ຈະ​ໄດ້​ບົດ​ເພງ, ບົດ​ຂັບ​ລຳ​ອອກ​ມາ​ດີ, ມີ​ເນື້ອ​ໃນ​ຈັງ​ຫວະ​ທຳ​ນອງ​ຈັບ​ອົກ​ຈັບ​ໃຈ​ກາຍ​ເປັນ​ເພງ​ລຳ​ທີ່​ອຳ​ມະ​ຕະ​ຄື​ເນື້ອ​ໃນ​ເພງ​ໄລ​ຍະ​ກ່ອນໆ​
ຖ້າ​ເຮັດ​ໄດ້​ຄື​ແນວ​ນັ້ນ​ຈິ່ງ​ຈະ​ສາ​ມາດ​ເຊີດ​ຊູ​ບົດ​ບາດ​ຂອງ​ເພງ​ບ້ານ​ເຮົາ​ໃຫ້​ສູງ​ເດັ່ນ​ກາຍ​ເປັນ
​ ແຮງ​ດຶງ​ດູດ​ໃຫ້​ຄົນ​ລາວ​ເຮົາ​ນິ​ຍົມ​ເພງ​ຂອງ​ຕົນ​ເອງ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ.