ສ. ອາພິສັກ
* ເມື່ອມໍ່ໆມານີ້ ສະຫາຍເລຂາໜ່ວຍພັກບໍລິສັດ ຊີມັງລາວຈຳກັດ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະເທດລາວພວກເຮົາວ່າ: ພາຍຫລັງມະຕິ 7 ຂອງສູນກາງພັກ ໄດ້ລະບຸແຈ້ງກ່ຽວກັບການສ້າງປະເທດເຮົາໃຫ້ກາຍເປັນປະເທດ
ອຸດສາຫະກຳ ແລະ ທັນສະໄໝເທື່ອ ລະກ້າວ. ການກຳເນີດເກີດຂຶ້ນຂອງຂະແໜງການອຸດສາຫະກຳຊີມັງເວົ້າລວມ, ເວົ້າສະເພາະ
ໂຮງງານຊີມັງລາວວັງວຽງ ໄດ້ຖືກສ້າງຕັ້ງຂຶ້ນ, ດ້ວຍການຮ່ວມມືລົງທຶນອັນມະຫາສານຂອງລັດຖະບານທັງສອງປະເທດລາວ-ຈີນ, ຊຶ່ງຜົນສຳເລັດດັ່ງກ່າວມັນແມ່ນຄວາມພະຍາຍາມສູງຂອງການຊີ້ນຳໆພາຂອງພັກ ຊຶ່ງສະແດງໃຫ້ເຫັນເຖິງ ຍາມໃດຜູ້ນຳພັກ-ລັດ ໄດ້ມີຄວາມເອົາໃຈໃສ່, ເປັນຫ່ວງເປັນໄຍໃຫ້ການສະໜັບສະໜູນ, ອູ້ມຊູຕະຫລອດມາ. ນອກຈາກຊີ້ນຳທາງດ້ານຫລັກການ, ດ້ານກົດໝາຍ ແລະ ດ້ານພາກຈັດຕັ້ງປະຕິບັດແລ້ວ ພວກເພິ່ນຍັງລົງໄປກວດກາຕົວຈິງ, ໃຫ້ການຊີ້ນຳຢູ່ພາກສະໜາມຄື: ເມື່ອທ້າຍເດືອນ ທັນວາ ປີ 1999 ທ່ານ ບຸນຍັງ ວໍລະຈິດ ພ້ອມດ້ວຍຜູ້ນຳພັກ-ລັດຫລາຍທ່ານເຂົ້າຮ່ວມພິທີວາງສີລາລຶກກໍ່ສ້າງໂຮງງານຊີມັງຫລັງ II. ເດືອນສິງຫາ ປີ 2000 ທ່ານ ສີສະຫວາດ ແກ້ວບຸນທັນ, ອະດີດນາຍົກລັດຖະມົນຕີ ໄດ້ລົງກວດກາວຽກພາກສະໜາມທີ່ພວມກຳລັງກໍ່ສ້າງໂຮງງານ. ວັນທີ 18 ທັນວາ ປີ 2001 ທ່ານ ບຸນຍັງ ວໍລະຈິດ, ນາຍົກລັດຖະມົນຕີຢ້ຽມຢາມ ແລະ ຊີ້ນຳວຽກງານກໍ່ສ້າງໂຮງງານ. ວັນທີ 28 ກຸມພາ ປີ 2002 ທ່ານ ຈູມມະລີ ໄຊຍະສອນ, ຮອງປະທານປະເທດ ຜູ້ປະຈຳການກົມການເມືອງສູນກາງພັກ ໄດ້ລົງຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ໂຮງງານ. ວັນທີ 23 ມີນາ ປີ 2002 ທ່ານ ທອງ ລຸນ ສີສຸລິດ, ຮອງນາຍົກເຂົ້າຮ່ວມພິທີເປີດໂຮງງານເປັນທາງການ ແລະ ເມື່ອປີ 2003 ທ່ານ ບົວສອນ ບຸບຜາວັນ ລົງຊີ້ນຳວຽກງານຢູ່ໂຮງງານ, ພ້ອມນັ້ນປະທານຮ່ວມມີທາງດ້ານເສດຖະກິດລາວ-ຈີນ ໄດ້ລົງຢ້ຽມຢາມເປັນແຕ່ລະໄລຍະ ນັບແຕ່ໄລຍະເລີ່ມຕົ້ນກໍ່ສ້າງຈົນສຳເລັດ.
ທ່ານ ເລຂາໜ່ວຍພັກກ່າວວ່າ: ຕະຫລອດໄລຍະ 5 ປີຜ່ານມາ ໄປຄຽງກັບການດຳເນີນການຜະລິດທຸລະກິດ, ຄະນະພັກ-ຄະນະອຳນວຍການໂຮງງານ ໄດ້ອອກແຮງສຶກສາ ອົບຮົມວຽກງານການເມືອງນຳພາແນວຄິດ, ເປີດຊຸດຝຶກອົບຮົມທາງດ້ານວິທະຍາສາດ, ເຕັກນິກ, ເຕັກໂນໂລຊີ ເພື່ອຍົກລະດັບໃຫ້ພະນັກງານວິຊາການມີຄວາມຮູ້ຄວາມສາມາດສູງຂຶ້ນເທື່ອລະກ້າວ. ມາຮອດປະຈຸບັນລະບົບໂຄງຮ່າງການຈັດຕັ້ງຂອງບໍລິສັດ ໄດ້ເຕີບໃຫຍ່ຂະຫຍາຍຕົວ, ມີ 1 ໜ່ວຍພັກ, ມີອົງການຈັດຕັ້ງກຳມະບານ, ແມ່ຍິງເຄື່ອນໄຫວຢ່າງເປັນຂະບວນ, ມີຄວາມໜັກແໜ້ນ, ລະດັບການເຮັດວຽກມີປະສິດທິຜົນດີ, ພະນັກງານວິຊາການລາວສາມາດດຳເນີນການຜະລິດ, ຄຸ້ມຄອງເຄື່ອງຈັກ ແລະ ສ້ອມແປງເຄື່ອງຈັກດ້ວຍຕົນເອງໄດ້, ມີຄວາມສາມາດຄຸ້ມຄອງຄຸນນະພາບຂອງຊີມັງໃຫ້ໄດ້ຕາມມາດຕະຖານສາກົນຢ່າງໝັ້ນຄົງ, ລູກຄ້າມີຄວາມເຊື່ອໝັ້ນ ແລະ ໄວວາງໃຈໃນເມື່ອໃຊ້ຊີມັງກາກະທິງທອງ. ພາບພົດ, ບົດບາດ ແລະ ຊື່ສຽງຂອງບໍລິສັດ ແລະ ໂຮງງານຊີມັງຫລັງ II ກໍນັບມື້ສູງເດັ່ນໃນສັງຄົມຂອງລາວ. ການຂະຫຍາຍຕະຫລາດຈຳໜ່າຍຊີມັງກວ້າງອອກ ກວມ 6 ແຂວງ ແລະ ນະຄອນຫລວງ, ລວມທັງໂຄງການກໍ່ສ້າງຂອງລັດຖະບານ, ໂຄງການກໍ່ສ້າງທີ່ອົງການຈັດຕັ້ງສາກົນຊ່ວຍເຫລືອ.
ຕະຫລອດ 4-5 ປີທີ່ຜ່ານມາ ພວກຂ້າພະເຈົ້າຍາດໄດ້ຜົນງານທີ່ພົ້ນເດັ່ນໃນການຜະລິດທຸລະກິດຄື:
ປີ 2002 ຜະລິດໄດ້ 148.670 ໂຕນ.
ປີ 2003 ຜະລິດໄດ້ 240.510 ໂຕນ.
ປີ 2004 ຜະລິດໄດ້ 230.357 ໂຕນ.
ປີ 2005 ຜະລິດໄດ້ 266.000 ໂຕນ.
ຊຶ່ງຜົນສຳເລັດດັ່ງກ່າວໄດ້ ມາ ແມ່ນຍ້ອນພັກ-ລັດ ການຈັດຕັ້ງຂັ້ນເທິງມີຄວາມເອົາໃຈໃສ່ໃຫ້ການຊີ້ນຳໃນທຸກຂົງເຂດວຽກງານ, ເປັນຫ່ວງເປັນໄຍວຽກງານການຜະລິດດຳເນີນທຸລະກິດຂອງບໍລິສັດ, ອຳນາດການປົກຄອງທ້ອງຖິ່ນ, ບ້ານ, ເມືອງ, ແຂວງ ໄດ້ໃຫ້ການອູ້ມຊູຊ່ວຍເຫລືອໃນການແກ້ໄຂວຽກງານ ແລະ ເວລາພົບຄວາມຫຍຸ້ງຍາກຕ່າງໆ, ອຳນວຍຄວາມສະດວກໃນການຊອກຄົ້ນ, ສຳຫລວດ ແລະ ຂຸດຄົ້ນແຫລ່ງວັດຖຸດິບປ້ອນໂຮງງານ.
|