​ເສບ​ຫລາຍ ຈົນກາຍ​ເປັນ​ບ້າ
ບ່າວ​ຜູ້​ໄທ

ໃນ​ປະ​ຈຸ​ບັນ​ນີ້, ບັນ​ຫາ​ຢາ​ເສບ​ຕິດ ກຳ​ລັງ​ເປັນ​ໄພ​ອັນ​ຕະ​ລາຍ ຊຶ່ງ​ມັນ​ໄດ້​ທຳ​ລາຍອະ​ນາ​ຄົດ ຂອງ ຜູ້​ຄົນ​ບໍ່​ຈັກ​ວ່າ​ເທົ່າ​ໃດ​ມາ​ແລ້ວ, ເປັນ​ຕົ້ນ​ແມ່ນຊາວ​ໜຸ່ມ, ເຍົາ​ວະ​ຊົນ, ສະ​ນັ້ນ​ບັນ​ຫາ​ຕິດ​ຢາ​ເສບ​ຕິດ ກຳ​ລັງ​ເປັນ​ບັນ​ຫາ​ໃຫຍ່, ແຕ່​ດ້ວຍສາ​ເຫດ​ໃດ ທີ່​ພາ​ໃຫ້​ຄົນ​ເຫລົ່າ​ນັ້ນ​ຫັນ​ໄປ​ໃຊ້​ຢາ​ເສບ​ຕິດ? ດັ່ງ​ເລື່ອງທີ່​ເກີດ​ຂຶ້ນ​ກັບ​ທ້າວ ສົມ​ເພັດ (ນາມ​ສົມ​ມຸດ).
ຄ​ົນ​ເຮົາ​ທຸກ​ຄົນ ທີ່​ເກີດ​ມາ​ຕ່າງ​ກໍ່​ຢາກ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ, ແຕ່​ຢາກ​ມີ​ຊີ​ວິດ​ທີ່​ດີ​ກໍ່​ຕ້ອງ​ດີ້ນ​ຮົນ​ໃນ​ການ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ ບໍ່​ວ່າ​ວຽກ​ນັ້ນ​ຈ​ະ​ໜັກ ຫລື ເບົາ ເພື່ອ​ໃຫ້​ໄດ້​ສິ່ງ​ທີ່​ຕົນ​ຕ້ອງ​ການ, ໜຶ່ງ​ໃນ​ຫລາຍໆ ຄົນ​ນັ້ນ ກໍ​ຄືທ້າວ ສົມ​ເພັດ, ອາ​ຍຸ 30 ປີ ຮຽນ​ຈົບ​ປໍ 5 ຢູ່​ເມືອງ​ໜຶ່ງ ຂອງ ແຂວງ​ສະ​ຫວັນນະ​ເຂດ ກໍ່​ເປັນ​ຊາວ​ໜຸ່ມ​ຜູ້​ໜຶ່ງທີ່​ບໍ່​ຄອຍ​ຖ້າ​ວາດ​ສະ​ໜາ​ຍູ້​ສົ່ງ, ສະ​ນັ້ນ​ເຂົາ​ຈຳ​ເປັນ​ຕ້ອງ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ມາ​ຊ່ວຍ​ເຫລືອ​ພໍ່​ແມ່ ໃນ​ການ​ຄ້ຳ​ຈູນ​ຄອບ​ຄົວ ທີ່​ມີອ້າຍ​ນ້ອງ​ຮ່ວມ​ອຸ​ທອນກັນ​ເຖິງ 8 ຄົນ ແລະ ຄອບ​ຄົວ​ກໍ່​ມີ​ຖາ​ນະ​ຍາກ​ຈົນ. ໃນ​ເບື້ອງ​ຕົ້ນ ທ້າວ ສົມ​ເພັດ ໄດ້ໄປພົບ​ກັບ​ໝູ່ ແລ້ວ​ກໍ່​ຊວນ​ກັນ​ໄປ​ຊອກ​ຫາ​ເຮັດ​ວຽກ​ຢູ່​ຝັ່ງ​ຂອງ​ເບື້ອງ​ນັ້ນ, ຊຶ່ງ​ພໍ່​ແມ່ ກໍ່​ໄດ້​ຫ້າມ​ແລ້ວ ​ແຕ່​ທ້າວ ສົມ​ເພັດ ກໍ່​ບໍ່​ຟັງ.
ເມື່ອ​ໄປ​ເຖິງທ້າວ ສົມ​ເພັດ ກໍ່​ຊອກ​ໄດ້​ວຽກ​ເຮັດ​ຕາມ​ຄວາມ​ຫວັງ, ເຂົາ​ເຮັດ​ວຽກ​ຢູ່​ສວນ​ອ້ອຍ, ສວນ​ໝາກ​ມ່ວງ ໄດ້​ເງິນ​ເດືອນໆ ລະ 3.000 ບາດ​. ໃນ​ຂະ​ນະ​ດຽວ​ກັນ ເຈົ້າ​ຂອງ​ສວນ ກໍ່​ບອກວ່າ ຖ້າ​ພວກ​ເຈົ້າຢາກ​ໄດ້​ເງິນ​ຫລາຍ ກໍ່​ຕ້ອງ​ເຮັດ​ວຽກ​ຫລາຍ, ກາງ​ຄືນ​ກໍ່​ເຮັດ. ຍ້ອນ​ເຫັນ​ກ່​ເງິນ, ແຕ່​ຍ້ອນ​ຮ່າງ​ກາຍ​ທົນ​ຕໍ່​ຄວາມ​ອິດ​ເມື່ອຍ​ບໍ່​ໄດ້ ຈິ່ງ​ພາ​ກັນ​ສັກ​ຢາ ເຂົ້າ​ທາງ​ເສັ້ນ​ເລືອດ ເພາະ​ເຈົ້າ​ຂອງ​ສວນ​ເຂົາ​ເອົາ​ມາ​ຂາຍ​ໃຫ້ ແລ້ວ​ພາ​ກັນ​ເຮັດ​ວຽກ​ຕໍ່​ໄປ. ເຮັດ​ຄື​ແບບ​ນີ້ ຈົນ​ເປັນ​ການ​ລື້ງ​ເຄີຍ, ຖ້າ​ມື້​ໃດ​ບໍ່​ໄດ້​ສັກ​ຢາ ກໍ່​ບໍ່​ມີ​ແຮງ​ເຮັດວຽກ.
ທ້າວ ສົມ​ເພັດ ເຮັດ​ວຽກ​ຢູ່​ປະ​ເທດ​ໄທ ເປັນ​ເວ​ລາ​ປີກວ່າ ກໍ່​ກັບ​ບ້ານ ເພື່ອ​ຊ່ວຍ​ພໍ່​ແມ່ ເຮັດ​ໄຮ່​ໄຖ​ນາ ໄດ້​ປະ​ມານ 3 ເດືອນ, ໃນ​ໄລ​ຍະ​ນີ້ ຖ້າ​ມື້​ໃດ ບໍ່​ມີ​ຢາ​ໃຫ້​ສັກ ຫລື ກິນ ເຂົາ​ກໍ່​ຈະ​ເກີດ​ອາ​ການ​ປ່ວງ​ບ້າອາ​ລະ​ວາດ, ໃຜ​ເວົ້າ​ຫຍັງ​ກໍ່​ບໍ່​ຟັງ ແລະ ອາ​ການ​ກໍ່​ໜັກ​ຂຶ້ນ​ເລື້ອຍໆ ຈົນເສຍ​ສະ​ຕິ, ຊຶ່ງປັດ​ຈຸ​ບັນ​ຜູ້​ກ່ຽວໄດ້ ເປັນ​ລ​ອ່ຍ​ນຳ​ອີກ ໄປ​ໃສ​ມາ​ໃສ​ກໍ່​ບໍ່​ໄດ້, ຖາມ​ຫຍັງ​ກໍ່​ບໍ່​ຮູ້​ເລື່ອງ.

 

 

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446