ຂ່າວສານປະເທດລາວ (ຂປລ) - 80 ເສດຖາທິລາດ - ວຽງຈັນ ສປປລ - ໂທ (856 21) 212447 - ແຟກ 212446
ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງທີ I ຂອງ​ພັກ

ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.
 
 
 
 
 

 

 

  • ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງທີ I ຂອງ​ພັກ:
    ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງທີ I ຂອງ​ພັກ ໄດ້​ດຳ​ເນີນ​ແຕ່​ວັນ​ທີ 22 ມີນາ ​ເຖິງ​ວັນ​ທີ 6 ເມສາ ປີ 1955 ຢູ່​ທີ​່ແຂວງ​ຫົວພັນ. ​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງປະຫວັດສາດ​ນີ້ມີ​ຜູ້​ແທນ​ສົມບູນ 20 ສະຫາຍ ຕາງຫນ້າ​ໃຫ້​ສະມາຊິກ​ພັກ ​ເກືອບ 400 ສະຫາຍ ​ໃນ​ທົ່ວປະ​ເທດ.
    ກອງ​ປະຊຸມ​ໃຫຍ່ໄດ້ຜ່ານບົດ​ລາຍ​ງານ​ສ້າງຕັ້ງພັກ​ແລະ​ເປັນ​ເອກະສັນ​ໃສ່​ຊື່ວ່າ: “ພັກ​ປະຊາຊົນ​ລາວ”; ຜ່ານ​ບັນດານະ​ໂຍບາຍ​ພື້ນຖານ, ​ໂຄງ​ການ​ດຳ​ເນີນ​ງານ​ສະ​ເພາະ​ຫນ້າ ​ແລະ ກົດ​ລະບຽບ​ຂອງ​ພັກ ຊຶ່ງ​ສະ​ເຫນີ​ໂດຍ ສະຫາຍ ​ໄກສອນ​ ພົມວິຫານ.
    ກອງ​ປະຊຸມ​ໃຫຍ່​ ໄດ້​ວາງ​ຫນ້າທີ່ລວມຂອງ​ພັກ​ໃນ​ໄລຍະ​ສະ​ເພາະ​ຫນ້າ​ຄື: “ນຳພາ​ທົ່ວ​ປວງ​ຊົນສາ ມັກຄີ​ຕໍ່ສູ້ເຮັດ​ສຳ​ເລັດ​ພາລະກິດປົດ​ປ່ອຍ​ຊາດ, ສ້າງ​ປະ​ເທດ​ລາວ​ໃຫ້​ເປັນ​ປະ​ເທດສັນຕິພາບ ​ເອກະລາດ ປະຊາທິປະ​ໄຕ ​ເອກະ​ພາບ ​ແລະ ວັດທະນະຖາ​ວອນ”. ເພື່ອ​ສຳ​ເລັດ​ຫນ້າທີ​່ອັນ​ຫນັກຫນ່ວງ ​ແລະ ມີ​ກຽດ​ສະຫງ່າ​ດັ່ງກ່າວ​ນັ້ນ, ພັກ​ໄດ້​ວາງ​ນະ​ໂຍບາຍ​ພື້ນຖານ ​ແລະ ​ໂຄງການ​ດຳ​ເນີນ​ງານ​ສະ​ເພາະ​ຫນ້າ 12 ຂໍ້.
    ກອງ​ປະຊຸມ​ໃຫຍ່​ໄດ້​ເລືອກ​ເອົາ​ຄະນະ​ຊີ້ນຳ​ສູນ​ກາງ​ພັກ ລວມມີ 5 ສະຫາຍຄື: ໄກສອນ ພົມວິຫານ, ຫນູ​ຮັກ ພູມ​ສະຫວັນ, ບຸນ ພົມ​ມະຫາ​ໄຊ, ສີສະ​ຫວາດ ​ແກ້ວ​ບຸນ​ພັນ ​ແລະ ຄຳ​ແສງ. ສະຫາຍ ​ໄກສອນ ພົມວິຫານ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ ຄະນະ​ຊີ້ນຳ​ສູນ​ກາງ​ພັກ.
    ການ​ກຳ​ເນີ​ດຂອງ​ພັກ​ປະຊາຊົນ​ລາວ ​ເປັນ​ການ​ສົມທົບ​ລະຫວ່າງ​ຂະ​ບວນການ​ຕໍ່ສູ້​ຮັກ​ຊາດ ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ກັບ​ຂະ​ບວນການ​ຕໍ່ສູ້ຂອງ​ກຳມະກອນ ແລະ ລັດທິ​ມາກ-​ເລ​ນິນ ທີ່​ ສະຫາຍ ​ໂຮ່​ຈິ​ມິນ ນຳ​ເຂົ້າ​ມາ​ເຜີຍ​ແຜ່​ໃນ​ອິນດູຈີນ, ເປັນ​ການ​ສືບ​ຖອດ​ພາລະກິດ​ອັນ​ມີ​ກຽດ​ສະຫງ່າ​ຂອງ​ພັກ​ກອມ​ມູນິດ​ອິນ ດູຈີນ, ຮັບ​ເອົາ​ພາລະ​ກຳ​ປະຫວັດສາດ​ອັນ​ແສນ​ຫຍຸ້ງຍາກ ​ແຕ່​ສະຫງ່າ​ລາສີ​ແຫ່ງ​ການ​ນຳພາ​ການ​ຕໍ່ສູ້​ຂອງ​ປະ ຊາຊົນ​ລາວ, ເປັນ​ຂີດ​ໝາຍ​ແຫ່ງ​ການ​ຂະຫຍາຍຕົວ​ໃໝ່ ແລະ ​ເປັນ​ບາດ​ລ້ຽວທີ່​ສຳຄັນ​ຍິ່ງ ​ໃນ​ປະຫວັດສາດ​ຂອງ​ການ​ປະຕິວັດ​ລາວ.

    ຫມາຍ​ເຫດ: ​ແຕ່​ປີ 1955 ເຖິງ​ປີ 1963, ຄະນະ​ຊີ້ນຳ​ສູນ​ກາງ​ພັກ ​ໄດ້​ຄັດ​ເລືອກ​ເອົາກຳມະການຄະນະ​ຊີ້​ນຳ​ສູນ​ກາງ​ພັກ ​ເຂົ້າຕື່ມ​ດັ່ງນີ້:
    - 14/5/55 ມີ​ ສະຫາຍ ສຸພາ​ນຸວົງ, ສະຫາຍ ພູມີ​ ວົງວິຈິດ, ສະຫາຍ ພູນ ສີປະ​ເສີດ.
    - ປີ 1956 ມີ ສະຫາຍ ຄຳ​ສຸກ ​ໄຊ​ຍະ​ແສງ, ສະຫາຍ ທິດ​ມ່ວນ ສາວຈັນທະລາ, ສະຫາຍ ສີ​ສົມພອນ​ ລໍ​ວັນ​ໄຊ, ສະຫາຍ ຄ​ຳ​ໄຕ ສີພັນດອນ, ສະຫາຍ ຊົມຊື່ນ ​ໄຂຄຳພິທຸນ.
    - ປີ 1961 ມີ ສະຫາຍ ສະຫນັ່ນ ສຸດທິ​ຈັກ.
    - ປີ 1963 ​ມີ ສະຫາຍ ສາລີ ວົງ​ຄຳ​ຊາວ.