ຂ່າວສານປະເທດລາວ (ຂປລ) - 80 ເສດຖາທິລາດ - ວຽງຈັນ ສປປລ - ໂທ (856 21) 212447 - ແຟກ 212446
ກອງ​ປະຊຸມ​ໃຫຍ່ ຜ້້​ູແທນ​ທົ່ວ​ປະ​ເທດ ຄັ້ງທີ III ຂອງ​ພັກ

ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.
 
 
 
 
 

 

 

  • ກອງ​ປະຊຸມ​ໃຫຍ່ ຜ້້​ູແທນ​ທົ່ວ​ປະ​ເທດ ຄັ້ງທີ III ຂອງ​ພັກ:
    ກອງ​ປະຊຸມ​ໃຫຍ່ ຜ້້​ູແທນ​ທົ່ວ​ປະ​ເທດ ຄັ້ງທີ III ຂອງ​ພັກ ​ໄດ້​ໄຂ​ຂຶ້ນ ​ແຕ່​ວັນ​ທີ 27-30 ເມສາ 1982 ທີ່​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ມີ​ຜູ້​ແທນ​ສົມບູນເຂົ້າຮ່ວມ 228 ສະຫາຍ ທີ່ເປັນຕົວ​ແທນໃຫ້​ສະ ມາຊິກ​ພັກ 35.000 ​ສະຫາຍ ​ໃນ​ທົ່ວ​ປະ​ເທດ ​ແລະ ມີ​ແຂກ​ຕ່າງປະ​ເທດ​ເຂົ້າຮ່ວມ 17 ຄະນະ.
    ລາຍ​ງານ​ການ​ເມືອງ ໄດ້​ສະຫລຸບ​ສັງ​ລວມ ​ໄຊຊະນະ​ຂອງ​ການ​ປະຕິວັດ​ຊາດ ປະຊາທິປະ​ໄຕ ​ແລະ ຜົນງານ​ທີ​່ຍາດ​ມາ​ໄດ້ໃນ 6 ປີ​ ​ແຫ່ງ​ການກໍ່ສ້າງ​ລະບອບ​ໃຫມ່, ກຳນົດ​ແນວທາງ ​ແລະ ທິດ​ທາງ​ ຫນ້າທີ່ຂອງ​ການ​ປະຕິວັດ​ໃນ​ໄລຍະ​ໃຫມ່, ​​ໄລຍະ​ແຫ່ງ​ການ​ປົກ​ປັກ​ຮັກສາ​ ​ເອກະລາດ​ແຫ່ງ​ຊາດ ​ແລະ ຂ້າມ​ຜ່ານ​ກ້າວ​ຂຶ້ນສູ່​ສັງຄົມ​ນິຍົມ​ເທື່ອ​ລະກ້າວ.
    ກອງ​ປະຊຸມ​ໃຫຍ່ ໄດ້​ວາງ​ບາງ​ຈຸດຫມາຍ​ພື້ນຖານ​ຂອງ​ການ​ປະຕິວັດ​ລາວ ​ໃນ​ໄລຍະ​ໃຫມ່​ຄື: “ບໍ່​ລົດ​ລະ​ໃນ​ການ​ເພີ່ມ​ທະວີ ແລະ ບູ​ລະນະ​ລະບົບ​ຜະ​ເດັດ​ການກຳມະຊີບ, ປະຕິບັດສິດ​ເປັນ​ເຈົ້າຂອງ​ປະຊາຊົນ​ຜູ້້ ອອກ​ແຮງ​ງານ​ເຜົ່າ​ຕ່າງໆ, ກໍ່ສ້າງ​ພື້ນຖານ​ວັດຖຸ -​ ເຕັກນິກ ​ອັນ​ຈຳ​ເປັນ​ຂອງ ລະບອບ​ສັງຄົມ​ນິຍົ​ມ ​ເຮັດ​ໃຫ້​ເສດຖະກິດ​ແຫ່ງ​ຊາດ​ ມີ​ພື້ນຖານກະສິກຳ - ປ່າ​ໄມ້ ແລະ ອຸດສາຫະກຳ​ຂະຫຍາຍຕົວ, ກໍ່ສ້າງ ​ແລະ ບູລະນະ​ການພົວພັນ​ແຫ່ງ​ການຜະລິດ​ສັງຄົມນິຍົມ, ຮັບປະກັນ​ໃຫ້​ບັນດາ​ພາກສ່ວນ​ເສດຖະກິດ​ສັງຄົມນິຍົມ ກວມ​ຖາ ນະ​ຄອບຄອງ​ໃນ​ພື້ນຖານ​ເສດຖະກິດ​ແຫ່ງ​ຊາດ, ກໍ່ສ້າງ ​ແລະ ບຳລຸງ​ພະນັກງານ, ກຳມະກອນ​ເພື​່ອໃຫ້​ມີ ຄວາມສາມາດ​ພຽງພໍ​ໃນ​ການສ້າງສາ​ພັດທະນາ ​ແລະ ​ເປັນ​ເຈົ້າປະ​ເທດ​ຊາດ, ​ເປັນ​ເຈົ້າສັງຄົມ, ສາມັກຄີ​ເຜົ່າ​ຕ່າງໆ, ສູ້້ຊົນນຳ​ເອົາ​ເຜົ່າ​ຕ່າງໆກ້າວ​ທຽບ​ທັນກັນ, ປອງ​ດອງ​ກັນ​ຢ່າງ​ແທ້​ຈິງຢູ່​ໃນ​ວົງ​ຄະນາ​ຍາດ​ຂອງ​ຊາດ​ລາວ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ​ແລະ ວັດທະນະທ​ຳຂ​ອງປະຊາຊົນ ​ແລະ ​ເຜົ່າ​ໃຫ້​ດີ​ຂຶ້ນ”.
    ກອງ​ປະຊຸມ​ໃຫຍ່​ຄັ້ງນີ້ ໄດ້​ຮັບຮອງ​ເອົາ​ທິດ​ທາງ​ຫນ້າທີ່​ແຜນການ​ພັດທະນາ​ເສດຖະກິດ​ - ສັງຄົມ 5 ປີ​ເທື່ອ​ທີ I (1981-1985), ຮັບຮອງ​ເອົາກົດ​ລະບຽບ​ດັດ​ແປງຂອງ​ພັກ ​ແລະ ​ເລືອກ​ຕັ້ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຊຸດ​ໃຫມ່ ລວມມີ ກຳມະການ​ສົມບູນ 49 ສະຫາຍ, ກຳມະການ​ສຳຮອງ 6 ສະຫາຍ. ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງທີ I ຂອງຄະນະ​ບໍລິຫານ​ງານ​ສູນ​ກາງພັກ ສະ​ໄຫມ​ທີ III ໄດ້​ເລືອກ​ຕັ້ງກົມການ​ເມືອງ​ສູນ​ກາງ​ພັກ ປະກອບ​ມີ 7 ສະຫາຍຄື: ​ໄກສອນ ພົມວິຫານ, ຫນູ​ຮັກ ພູມ​ສະຫວັນ, ສຸພານຸວົງ, ພູມີ ວົງວິຈິດ, ຄຳ​ໄຕ ສີພັນ​ດອນ, ພູນ ສີປະ​ເສີດ ​ແລະ ສີ​ສົມພອນ ລໍ​ວັນ​ໄຊ. ສະຫາຍ ​ໄກສອນ ພົມວິຫານ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ການ​ພັກ​ອີກ​ເທື່ອ​ໃຫມ່.