ກອງປະຊຸມໃຫຍ່ຜູ້້ແທນທົ່ວປະເທດ ຄັ້ງທີ IV ຂອງພັກ:

ກອງປະຊຸມໃຫຍ່ຜູ້້ແທນທົ່ວປະເທດ ຄັ້ງທີ IV ຂອງພັກ ໄດ້ໄຂຂຶ້ນ ແຕ່ວັນທີ 13-15 ພະຈິກ 1986 ທີ່ນະຄອນຫລວງວຽງຈັນ ໂດຍມີຜູ້້ແທນສົມບູນເຂົ້າຮ່ວມ 303 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ 45.000 ສະຫາຍ ໃນທົ່ວປະເທດ.
ບົນພື້ນຖານແຫ່ງຈິນຕະນາການໃຫມ່ ກອງປະຊຸມໄດ້ຕີລາຄາຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ ຕໍ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນ 10 ປີຜ່ານມາ.
ຜ່ານພຶດຕິກຳ 10 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ກອງປະຊຸມໃຫຍ່ຖອດຖອນໄດ້ 5 ບົດຮຽນທີ່ສຳຄັນຄື :
1. ເພີ່ມທະວີການນຳພາຮອບດ້ານຂອງພັກ, ວາງແນວທາງອອກຢ່າງທັນການ ແລະ ບູລະນະຢ່າງບໍ່ຢຸດຢັ້ງ ທັງຢຶດຫມັ້ນໃນການຈັດຕັ້ງ ປະຕິບັດແນວທາງນັ້ນໃຫ້ປະກົດເປັນຈິງ.
2. ເພີ່ມທະວີຄວາມສາມັກຄີເປັນເອກະພາບໃນທົ່ວພັກ, ທົ່ວປວງຊົນ ເປັນສາເຫດອັນສຳຄັນຍິ່ງແຫ່ງໄຊຊະນະທຸກຢ່າງ ຂອງການປະຕິວັດປະເທດເຮົາ.
3. ຕ້ອງຕິດແຫນ້ນກັບຮາກຖານ, ສຸມໃສ່ກໍ່ສ້າງຮາກຖານໃຫ້ຫນັກແຫນ້ນ ເຂັ້ມແຂງ ໃນທຸກດ້ານ ເພື່ອປະຕິບັດສອງຫນ້າທີ່ຍຸດທະສາດເປັນຢ່າງດີ ແລະ ດຳເນີນການປະຕິວັດ 3 ປະການໄປພ້ອມໆກັນ.
4. ໃນທຸກການເຄື່ອນໄຫວດ້ານເສດຖະກິດ ຕ້ອງຮູ້້ຫມູນໃຊ້ບັນດາກົດເກນພາວະວິໄສ ແລະ ຄິດໄລ່ເຖິງປະສິດທິຜົນທາງເສດຖະສິດ-ສັງຄົມ.
5. ການຮ່ວມມືຮອບດ້ານ ກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ, ກ່ອນອື່ນຫມົດ ແມ່ນກັບສະ ຫະພາບໂຊວຽດ, ກໍ່ສ້າງກ້ອນກຳລັງຮ່ວມສຳພັນພິເສດລະຫວ່າງ ປະເທດເຮົາກັບ ຫວຽດນາມ ແລະ ກຳປູເຈຍ, ນຳໃຊ້ບັນດາເງື່ອນໄຂອັນສະດວກຂອງຍຸກສະໄຫມ ເປັນປັດໄຈທີ່ຂາດບໍ່ໄດ້ໃນການກໍ່ສ້າງສັງຄົມນິຍົມຢູ່ປະເທດເຮົາ.
ລາຍງານການເມືອງ ໄດ້ຂະຫຍາຍເພີ່ມເຕີ່ມແນວທາງການປະຕິວັດລາວ ທີ່ກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກວາງອອກ ແລະ ເຮັດໃຫ້ເປັນອັນລະອຽດຕື່ມອີກກ້າວຫນຶ່ງ ໂດຍສະເພາະຢ່າງຍິ່ງ ໄດ້ເນັ້ນເຖິງບັນຫາການປ່ຽນແປງໃຫມ່ ດ້ານຈິນຕະນາການ, ດັດແປງກົນໄກຄຸ້ມຄອງເສດຖະກິດ ແລະ ແບບແຜນວິທີ່ເຮັດວຽກ.
ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ປະກອບມີ: ກຳມະການສົມບູນ 51 ສະຫາຍ ແລະ ກຳມະການສຳຮອງ 9 ສະຫາຍ. ກອງປະຊຸມຄົບຄະນະຄັ້ງທີ I ຂອງຄະນະບໍລິຫານງານສູນກາງພັກ ສະໄຫມທີ IV ໄດ້ເປັນເອກະສັນ ເລືອກຕັ້ງກົມການເມືອງສູນກາງພັກ ປະກອບດ້ວຍ ກຳມະການສົມບູນ 11 ສະຫາຍຄື: ໄກສອນ ພົມວິຫານ, ຫນູຮັກ ພູມສະຫວັນ, ສຸພານຸວົງ, ພູມີ ວົງວິຈິດ, ຄຳໄຕ ສີພັນດອນ, ພູນ ສີປະເສີດ, ສີສົມພອນ ລໍວັນໄຊ, ສີສະຫວາດ ແກ້ວບຸນພັນ, ສາລີ ວົງຄຳຊາວ, ໄມຈັນຕານ ແສງມະນີ, ສະຫມານ ວິຍາເກດ ແລະ ສຳຮອງ 2 ສະຫາຍ: ອຸດົມ ຂັດຕິຍະ, ຈູຸມມະລີ ໄຊຍະສອນ. ສະຫາຍ ໄກສອນ ພົມວິຫານ ໄດ້ຮັບເລືອກເປັນເລຂາທິການໃຫຍ່ອີກເທືອຫນຶ່ງ.