ຂ່າວສານປະເທດລາວ (ຂປລ) - 80 ເສດຖາທິລາດ - ວຽງຈັນ ສປປລ - ໂທ (856 21) 212447 - ແຟກ 212446
ກ​ອງປະຊຸມ​ໃຫຍ່​ຜູ້້​ແທນ​ທົ່ວ​ປະ​ເທດ ຄັ້ງທີ V ຂອງ​ພັກ

ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.
 
 
 
 
 

 

 

  • ກ​ອງປະຊຸມ​ໃຫຍ່​ຜູ້້​ແທນ​ທົ່ວ​ປະ​ເທດ ຄັ້ງທີ V ຂອງ​ພັກ:
    ກ​ອງປະຊຸມ​ໃຫຍ່​ຜູ້້​ແທນ​ທົ່ວ​ປະ​ເທດ ຄັ້ງທີ V ຂອງ​ພັກ ​ໄດ້​ໄຂ​ຂຶ້ນ ​ແຕ່​ວັນ​ທີ 27-29 ມີນາ 1991
    ທີ​່ນະຄອນຫລວງ​ວຽງ​ຈັນໂດຍ​ມີ​ຜູ້້​ແທນ​ສົມບູນ​ເຂົ້າຮ່ວມ 367 ສະຫາຍ ທີ​່ເປັນຕົວ​ແທນ​ໃຫ້​ແກ່​ສະມາຊິກ​ພັກ 60.000 ສະຫາຍ ​ໃນ​ທົ່ວ​ປະ​ເທດ​.
    ກອງ​ປະຊຸມ​ໃຫຍ່​ຄັ້ງນີ້ ຖື​ສຳຄັນ​ເປັນ​ພິ​ເສດຕໍ່ການ​ປ່ຽນ​ແປງ​ໃຫມ່​ລະບົບ​ການ​ເມືອງ ​ໂດຍ​ໄດ້​ຊີ້ອອກ​ແຈ້ງວ່າ ການ​ປ່ຽນ​ແປງ​​ໃຫມ່ລະບົບການ​ເມືອງ​ຢູ່​ປະ​ເທດ​ເຮົາ “ບໍ່ຫມາຍ​ຄວາມ​ວ່າ ຕ້ອງ​ປ່ຽນ​​ແປງ​ລະບອບ​ການ​ເມື​ອງນີ້ ດ້ວຍ​ລະບອບ​ການ​ເມືອງ​ອື່ນ, ​ແຕ່ຫາກ​ແມ່ນ​ການບູລະນະ​ການຈັດຕັ້ງ ຂອງລະບົບ​ການ​ເມືອງ​ປະຊາທິປະ​ໄຕ ປະຊາຊົນ ​ແລະ ປ່ຽນ​ແປງ​ໃຫມ່​ແບບ​ວິທີເຄື່ອນ​ໄຫວ​ຂອງ​ມັນ ບົນ​ພື້ນຖານການກຳນົດ​ພາລະ​ບົດບາດ, ຫນ້າທີ​່ຂອງ​ແຕ່ລະອົງ​ປະກອບ​ໃຫ້​ຈະ​ແຈ້ງ...”. ພ້ອມ​ນັ້ນກອງ​ປະຊຸມ​ໃຫຍ່ ຍັງ​ໄດ້​ກຳນົດ​ທິດ​ນຳຂອງ​ການ​ປ່ຽນ​ແປງ​ໃຫມ່ລະບົບ​ການ​ເມືອງຄື: ຮັບປະກັນ​ລັກສະນະ​ສືບ​ທອດ ​ແລະ ຂະຫຍາຍຕົວ, ຕ້ານ​ແນວ​ຄິດ​ຮັກສາ​ເດີມ ​ແລະ ທ່າ​ອ່ຽງປະຕິ​ເສດ​ຢ່າງ​ສີ້ນ​ເຊີງ ບັນດາ​ຜົນງານ​ທີ່​ຍາດ​ມາ​ໄດ້; ດຳ​ເນີນ​ໄປ​ເປັນ​ແຕ່​ລະບາດ​ກ້າວ ດ້ວຍ​ຄວາມ​ຮອບ​ຄອບ, ຫນັກ​ແຫນ້ນ, ບໍ່​ສ້າງ​ຄວາມ​ກະທົບກະ​ເທືອ​ນທີ​່ຮ້າຍ​ແຮງ​ດ້ານ​ສັງຄົມ ​ແລະ ຈິດຕະສາດ, ຮັບປະກັນ​ສະຖຽນ​ລະພາບ​ຂອງ​ປະ​ເທດ​ຊາດ, ດຳ​ເນີນ​ໄປ​ຢ່າງ​ຄົບ​ຊຸດ ມີ​ການ​ປະສານ​ສົມທົບ​ຢ່າງ​ກົມກຽວລະຫວ່າງ​ການ​ປ່ຽນ​ແປງ​ໃຫມ່​ຂົງ​ເຂດ​ຕ່າງໆ ດ້ວຍ​ກັນ, ​ເຊີດ​ຊູ​ຄຸນນະພາ​ບ ​ແລະ ກຳລັງ​ແຮງ​ໃຫມ່​ໃຫ້​ທຸກ​ອົງການ​ຈັດຕັ້ງ...
    ກອງ​ປະຊຸມ​ໃຫຍ່​ ໄດ້ເລືອກ​ຕັ້ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະ​ໄຫມ​ທີ V ປະກອບ​ດ້ວຍກຳ ມະການ​ສົມບູນ 55 ສະຫາຍ ​ແລະ ກຳມະການ​ສຳຮອງ 4 ສະຫາຍ. ກອງ​ປະຊຸມ​ຄັ້ງທີ I ສະ​ໄຫມ​ທີ V ໄດ້​ເລືອກ​ຕັ້ງກົມການ​ເມືອງ​ສູນ​ກາງ​ພັກ ປະ​ກອບ​ດ້ວຍ 11 ສະ​ຫາຍຄື: ໄກສອນ ພົມວິຫານ, ຫນູ​ຮັກ ພູມ​ສະຫວັນ, ຄ​ຳ​ໄຕ ສີພັນ​ດອນ, ພູນ ສີປະ​ເສີດ, ​ໄມ​ຈັນ​ຕານ ​ແສງ​ມະນີ, ສະຫມານ ວິ​ຍະ​ເກດ, ອຸດົມ​ ຂັດຕິຍະ, ຈູຸມມະລີ ໄຊ​ຍະສອນ, ສົມລັດ ຈັນທະ​ມາດ, ຄຳ​ຜຸ​ຍ ​ແກ້ວ​ບົວລະພາ, ທອງ​ສິງ ທຳ​ມະ​ວົງ. ສະຫາຍ ​ໄກສອນ ພົມວິຫານ ​ໄດ້​ຮັບ​ເລືອກ​ເປັນ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ. ກອງ​ປະຊຸມ​ໄດ້​ແຕ່ງຕັ້ງທີ​ປຶກສາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ 3 ສະຫາຍຄື: ສຸພາ​ນຸວົງ, ພູມີ​ ວົງວິຈິດ ​ແລະ ສີ​ສົມພອນ ລໍ​ວັນ​ໄຊ.