ຂ່າວສານປະເທດລາວ (ຂປລ) - 80 ເສດຖາທິລາດ - ວຽງຈັນ ສປປລ - ໂທ (856 21) 212447 - ແຟກ 212446

ກ​ອງປະຊຸມ​ໃຫຍ່​ຜູ້້​ແທນ​ທົ່ວ​ປະ​ເທດ ຄັ້ງທີ VI ຂອງ​ພັກ

webmaster

ກົດບ່ອນນີ້ ເພື່ອເບິ່ງສະພາບອາກາດ ໃນ ຫຼວງພະບາງ, ສະຫວັນນະເຂດ ແລະ ປາກເຊ.

 

 

 

 

 

 

 

 

  • ກ​ອງປະຊຸມ​ໃຫຍ່​ຜູ້້​ແທນ​ທົ່ວ​ປະ​ເທດ ຄັ້ງທີ VI ຂອງ​ພັກ:
    ກ​ອງປະຊຸມ​ໃຫຍ່​ຜູ້້​ແທນ​ທົ່ວ​ປະ​ເທດ ຄັ້ງທີ VI ຂອງ​ພັກ ​ໄດ້​ໄຂ​ຂຶ້ນ ​ແຕ່​ວັນ​ທີ 18-20 ມີນາ 1996 ທີ່​ນະຄອນຫລວງ​ວຽງ​ຈັນ​ໂດຍ​ມີ​ຜູ້້​ແທນ​ສົມບູນ​ເຂົ້າຮ່ວມ 381 ສະຫາຍ
    ທີ​່ເປັນຕົວ​ແທນ​ໃຫ້​ແກ່​ສະມາຊິກ​ພັກ 78.000 ສະຫາຍ ​ໃນ​ທົ່ວ​ປະ​ເທດ​.
    ບົນ​ພື້ນຖານການ​ໄຈ້​ແຍກ​ຜົນງານ ​ແລະ ຂໍ​້ຂາດຕົກ​ບົກພ່ອງ​ຜ່ານ​ມາ ລາຍ​ງານ​ການ​ເມືອງ​ໄດ້​ມີ​ຂໍ້ສະຫລຸບ ​ແລະ ຖອດ​ຖອນ​ບົດຮຽນ​ອັນ​ປະ​ເສີດ​ຈາກ​ພຶດຕິກຳ​ອັນ​ມີ​ຊີ​ວິດ​ຊີວາ ​ແຫ່ງ​ການ​ດຳ​ເນີນ​ພາລະກິດ​ປ່ຽນ​ແປງ​ໃຫມ່​ໃນ​ໄລຍະ 10 ປີຜ່ານມາ​ຄື:
    1. ການ​ເພີ່ມ​ທະວີຄວາມສາມັກ​ຄີ​ເປັນ​ເອກະ​ພາບ​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ຕິດ​ແຫນ້ນກັບ​ການ​ເຊີດ​ຊູນ້ຳ​ໃຈຮັກ​ຊາດ, ​ເສີມ​ຂະຫຍາຍ​ຈິດ​ໃຈ​ເອກະລາດ, ​ເປັນ​ເຈົ້າຕົນ​ເອງ, ​ເພິ່ງ​ຕົນ​ເອງ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍຕົນ​ເອງ​ແມ່ນ​ປັດ​ໄຈ​ຕັດສິນ​ຜົນສຳ​ເລັດ​ຂອງ​ພາລະກິດ​ປ່ຽນ​ແປງ​​ໃຫມ່.
    2. ອີງ​ໃສ່​ປະຊາຊົນ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ອັນ​ມະຫາສານ​ຂອງ​ປະຊາຊົນ ​ແລະ ​ເຮັດທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຜົນ​ປະ​​ໂຫຍ​ດຂອງ​ປະຊາຊົນ.
    3. ຮັບປະກັນ​ສະຖຽນ​ລະພາບ​ທາງ​ດ້ານ​ການ​ເມື​ອງ, ຄວາມສະຫງົບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ສັງຄົ​ມ ​ແມ່ນ​ເງື່ອນ​ໄຂ​ອັນ​ຈຳ​ເປັນສຳລັບ​ການ​ປ່ຽນ​ແປງ​ໃຫມ່.
    4. ເພີ​່ມທະວີບົດບາດນຳ​ພາ​ຂອງ​ພັກໃນ​ທຸກຂົງ​ເຂດ​ວຽກ​ງານ ​ແລະ ​ເຊີດ​ຊູ​ຄວາມສັກສິດ​ແຫ່ງ​ການ ຄຸ້ມ​ຄອງ​ລັດ ​ແມ່ນ​ເງື່ອນ​ໄຂ​ຮັບປະກັນ​ໃຫ້​ແກ່​ການ​ປ່ຽນ​ແປງ​ໃຫມ່​ ​ດຳ​ເນີນ​ໄປ​ຢ່າງ​ຖືກຕ້ອງ ຕາມ​ແນວທາງ ​ແລະ ຈຸດຫມາຍ​ຂອງ​ພັກ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ຊາດ​ສົມທົບ​ກັບກຳລັງ​ແຮງ​ຂອງ​ຍຸກ​ສະ​ໄຫມ.
    5. ຍາດ​ແຍ່ງ​ເອົາການ​ສະຫນັບສະຫນູນ ​ແລະ ການ​ຊ່ວຍ​ເຫລື​ອຈາກ​ສາກົນ​ຢ່າງ​ມີຫລັກການ. ອັນ​ນັ້ນມັນ​ແມ່ນ​ເງື່ອນ​ໄຂ​ຈຳ​ເປັນ​ທີ​່ຂາດ​ບໍ່​ໄດ້​ ສຳ​ລັບ​ການສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ຂອງ​ພວກ​ເຮົາ.
    ກອງ​ປະຊຸມ​ໃຫຍ່​ໄດ້​ໄຈ້​ແຍກ​ສະພາບ​ແວດ​ລ້ອມ​ສາກົນ ​ແລະ ສະພາວະ​ຄວາມ​ເປັນຈິ່ງ​ຂອງ​ປະ​ເທດ​ຊາດ​ຢ່າງ​ເລິກ​ເຊິ່ງ ​ແລະ ຊີ້ບອກວ່າ ​ພວກ​ເຮົາ​ມີຄວາມສາມາດ​ພຽງພໍ​ທີ່​ຈະ​ສ້າງສາ​ປະ​ເທດ​ຊາດ ​ໃຫ້​ຈະ​ເລີນກ້າວຫນ້າ ​ໂດຍ​ຜ່ານ​ແຕ່​ລະບາດ​ກ້າວ​ອັນ​ແນ່ນອນ. ບົນ​ຈິດ​ໃຈດັ່ງກ່າວ​ນັ້ນ ກອງ​ປະຊຸມ​ໃຫຍ່​ໄດ້​ກຳນົດ​ຈຸດຫມາຍ​ສຳລັບ​ໄລຍະ​ແຕ່​ນີ້ ຮອດປີ 2020.
    ກອງ​ປະຊຸມ​ໃຫຍ່ ໄດ້​ເລືອກ​ຕັ້ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກສະ​ໄຫມທີ VI ຊຶ່ງ​ປະກອບ​ດ້ວຍ 49 ສະ​ຫາຍ. ກອງ​ປະຊຸມ​ຄັ້ງທີ I ສະ​ໄຫມ​ທີ VI ໄດ້​ເລືອກ​ຕັ້ງກົມການ​ເມືອງ​ສູນ​ກາງ​ພັກ ປະ​ກອບ​ດ້ວຍ 9 ສະຫາຍຄື: ຄຳ​ໄຕ ສີພັນ​ດອນ, ສະຫມານ ວິ​ຍະ​ເກດ, ອຸດົມ​ ຂັດຕິຍະ, ຈູມມະລີ ໄຊ​ຍະສອນ, ທອງ​ສິງ ທຳ​ມະ​ວົງ, ​ໂອສະກັນ ທຳ​ມະ​ເທວາ, ບຸນຍັງ ວໍລະ​ຈິດ, ສີສະ​ຫວາດ ​ແກ້ວ​ບຸນ​ພັນ, ອາຊາ​ງ ລາວ​ລີ. ກອງ​ປະຊຸມ​ໄດ້​ເລືອກ​ ສະຫາຍ ຄຳ​ໄຕ ສີພັນ​ດອນ ​ເປັນ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ແລະ ​ໄດ້​ແຕ່ງຕັ້ງ ສະຫາຍ ຫນູ​ຮັກ ພູນ​ສະຫວັນ ​ເປັນ​ທີ່​ປຶກສາ​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ.