ກອງປະຊຸມໃຫຍ່ຜູ້້ແທນທົ່ວປະເທດ ຄັ້ງທີ VII ຂອງພັກ:
ກອງປະຊຸມໃຫຍ່ຜູ້້ແທນທົ່ວປະເທດ ຄັ້ງທີ VII ຂອງພັກ ໄດ້ໄຂຂຶ້ນ ແຕ່ວັນທີ 12-14 ມີນາ 2001 ທີ່ນະຄອນຫລວງວຽງຈັນ ໂດຍມີຜູ້້ແທນສົມບູນເຂົ້າຮ່ວມ 452 ສະຫາຍ

ທີ່ເປັນຕົວແທນໃຫ້ແກ່ສະ ມາຊິກພັກ 100.000 ກວ່າສະຫາຍ ໃນທົ່ວປະເທດ.
ກອງປະຊຸມໃຫຍ່ໄດ້ເປັນເອກະສັນຢ່າງສົມບູນຕໍ່ເນື້ອໃນຂອງລາຍງານການເມືອງ ກ່ຽວກັບຜົນງານ ການນຳພາຂອງພັກ ໃນໄລຍະ 45 ປີຜ່ານມາ ກໍຄືຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI, ລວມທັງຂໍ້ສະຫລຸບ 5 ຂໍ້ ທີ່ເປັນບົດຮຽນກ່ຽວກັບການນຳພາການຈັດຕັ້ງປະຕິບັດແນວທາງຂອງພັກໃນຊຸມ ປີຜ່ານມາ.
ບົນພື້ນຖານຜົນສຳເລັດທີ່ບັນລຸໄດ້ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກ, ກອງປະຊຸມໃຫຍ່ໄດ້ມີຄວາມເປັນເອກະພາບສູງ ຮັບຮອງເອົາຄາດຫມາຍສູ້ຊົນແຫ່ງການພັດທະນາປະເທດ ສຳລັບໄລຍະຮອດປີ 2020, 2010 ແລະ 2001-2005. ພ້ອມກັນນັ້ນ ກອງປະຊຸມໃຫຍ່ກໍໄດ້ຢືນຢັນຄວາມຮັບຜິດຊອບສູງຕໍ່ໂຊກຊາຕາຂອງບ້ານເມືອງ ແລະ ສະແດງຄວາມຕັດສິນໃຈວ່າຕ້ອງຊອກຄົ້ນຫາວິທີການອັນຖືກຕ້ອງ, ເພີ່ມທະວີການຊີ້ນຳຊຸກຍູ້ຢ່າງໃກ້ຊິດ ແລະ ເຮັດວຽກຢ່າງເອົາການເອົາງານ, ຂຸດຄົ້ນ ແລະ ນຳໃຊ້ກຳລັງແຮງບົ່ມຊ້ອນຂອງຊາດ, ຂອງທ້ອງຖິ່ນຢ່າງສຸດຂີດ ເພື່ອແກ້ໄຂຄວາມຮຽກຮ້ອງຕ້ອງການຂອງສັງຄົມໃຫ້ໄດ້ ເຮັດໃຫ້ປະເທດຊາດຂອງພວກເຮົາ ຫລຸດພົ້ນຈາກຄວາມດ້ອຍພັດທະນາ.
ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄຫມທີ VII ປະກອບດ້ວຍ 53 ສະຫາຍ. ກອງປະຊຸມຄັ້ງທີ I ສະໄຫມທີ VII ໄດ້ເລືອກຕັ້ງກົມການເມືອງສູນກາງພັກ ປະກອບດ້ວຍ 11 ສະຫາຍຄື: ຄຳໄຕ ສີພັນດອນ, ສະຫມານ ວິຍາະເກດ, ຈູມມະລີ ໄຊຍະສອນ, ທອງສິງ ທຳມະວົງ, ໂອສະກັນ ທຳມະເທວາ, ບຸນຍັງ ວໍລະຈິດ, ສີສະຫວາດ ແກ້ວບຸນພັນ, ອາຊາງ ລາວລີ, ທອງລຸນ ສີສຸລິດ, ດວງໃຈ ພິຈິດ, ບົວສອນ ບຸບຜາວັນ. ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກ ສະໄຫມ ທີ VII ໄດ້ເປັນເອກະສັນຢ່າງສົມບູນເລືອກຕັ້ງ ສະຫາຍ ຄຳໄຕ ສີພັນດອນ ເປັນປະທານຄະນະ ບໍລິຫານງານ ສູນກາງພັກ ແລະ ໄດ້ແຕ່ງຕັ້ງ ສະຫາຍ ຫນູຮັກ ພູນສະຫວັນ ເປັນທີ່ປຶກສາຂອງຄະນະບໍລິຫານງານສູນກາງພັກ.