![]() |
||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||
ຂ່າວສານປະເທດລາວ (ຂປລ) - 80 ເສດຖາທິລາດ - ວຽງຈັນ ສປປລ - ໂທ (856 21) 212447 - ແຟກ 212446 |
||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VIII ຂອງພັກ |
|
|||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VIII ຂອງພັກປະຊາຊົນປະຕິວັດລາວ:
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VIII ຂອງພັກປະຊາຊົນປະຕິວັດລາວ ໄດ້ດຳເນີນແຕ່ວັນທີ 18-21 ມິນາ ປີ 2006 ທີ່ນະຄອນຫລວງວຽງຈັນ. ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ມີຜູ້ແທນ 498 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງຫມົດ 148.590 ສະຫາຍ ຢູ່ບັນດາຂະແຫນງການອ້ອມຂ້າງສູນກາງ, ທ້ອງຖິ່ນ ແລະ ຮາກຖານຕ່າງໆໃນທົ່ວປະເທດ. ກອງປະຊຸມໃຫຍ່ໄດ້ຕີລາຄາສູງຕໍ່ຄວາມສະດຸ້ງໄວ ແລະ ຄວາມສາມາດປະດິດສ້າງຂອງພັກເຮົາໃນການຫມູນໃຊ້ທິດສະດີ ມາກ-ເລນິນ ແລະ ບົດຮຽນປະຕິວັດເຂົ້າໃນການວາງ ແລະ ບູລະນະແນວທາງຂອງພັກ ໂດຍສະເພາະແມ່ນ ຄວາມເປັນເຈົ້າການລິເລີ່ມວາງແນວທາງປ່ຽນແປງໃຫມ່ອອກຢ່າງທັນການ ແລະ ໄດ້ນຳພາ, ຊີ້ນຳຈັດຕັ້ງປະຕິບັດຢ່າງມີຫລັກການ, ຍາດເອົາຜົນສຳເລັດມາໄດ້ເປັນກ້າວໆ. ອັນນີ້ເປັນການສະແດງອອກເຖິງຄວາມກ້າຫານ ຮັບຜິດຊອບຢ່າງເຕັມປ່ຽມຂອງພັກເຮົາຕໍ່ຊາຕາກຳຂອງປະເທດຊາດ ແລະ ຄວາມສາມາດສືບຕໍ່ນຳພາການປະຕິວັດກ້າວຂຶ້ນຢ່າງຫນັກແຫນ້ນ ໃນສະພາບການໃຫມ່ ຊຶ່ງໃນນັ້ນ ປະທານ ໄກສອນ ພົມວິຫານ ໄດ້ມີບົດບາດອັນສຳຄັນພົ້ນເດັ່ນ. ກອງປະຊຸມໃຫຍ່ໄດ້ທົບທວນແນວທາງປ່ຽນແປງໃຫມ່ ແລະສະຫລຸບຕີລາຄາຢ່າງພາວະວິໃສ ກ່ຽວກັບຜົນໄດ້ຮັບການຈັດຕັ້ງປະຕິບັດໃນ 20 ປີຜ່ານມາ ໂດຍຢັ້ງຢືນວ່າແນວທາງປ່ຽນແປງໃຫມ່ແມ່ນຖືກຕ້ອງສອດຄ່ອງກັບສະພາວະຄວາມເປັນຈິງທາງດ້ານເສດຖະກິດ -ສັງຄົມ ຂອງປະເທດເຮົາ; ສ້າງເງື່ອນໄຂ ແລະ ກາລະໂອກາດໃຫມ່ ໃຫ້ແກ່ການຂຸດຄົ້ນກຳລັງແຮງ ສັງລວມ ພາຍໃນຊາດ ສົມທົບກັບກຳລັງແຮງສາກົນ ເຂົ້າໃນການພັດທະນາ; ຮັບປະກັນການປັບປຸງບູລະນະລະບົບການເມືອງຂອງລະບອບ ປະຊາທິປະໄຕ ປະຊາຊົນ ໃຫ້ມີຄວາມຫນັກແຫນ້ນເຂັ້ມແຂງຍິ່ງຂຶ້ນ. ກອງປະຊຸມໃຫຍ່ ຍັງໄດ້ເປັນເອກະພາບຕີລາຄາຢ່າງກົງໄປກົງມາ ກ່ຽວກັບຜົນຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກໃນ 5 ປີຜ່ານມາ. ກອງປະຊຸມໃຫຍ່ໄດ້ເປັນເອກະພາບຕໍ່ການຕີລາຄາຂໍ້ຄົງຄ້າງຕ່າງໆໃນການຈັດຕັ້ງປະຕິບັດ ເປັນຕົ້ນແມ່ນໄດ້ລົງເລິກຈຳແນກສາເຫດຕົ້ນຕໍຂອງມັນເພື່ອແກ້ໄຂ. ບົນພື້ນຖານດັ່ງກ່າວ ກອງປະຊຸມໃຫຍ່ໄດ້ຢືນຢັນກ່ຽວກັບການເສີມຂະຫຍາຍ 5 ບົດຮຽນ ແຫ່ງການປ່ຽນແປງໃຫມ່ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນຂັ້ນຕໍ່ໄປ. ໂດຍກຳແຫນ້ນທ່າອ່ຽງລວມຂອງສະພາບແວດລ້ອມສາກົນ ແລະ ສະພາວະຄວາມເປັນຈິງຂອງປະເທດເຮົາ, ກອງປະຊຸມໃຫຍ່ ໄດ້ເຫັນດີເຫັນພ້ອມຮັບຮອງເອົາຄາດຫມາຍສູ້ຊົນ ສຳລັບໄລຍະຮອດປີ 2020 ແລະ ປີ 2010. ເພື່ອສືບຕໍ່ນຳພາ ພາລະກິດປ່ຽນແປງໃຫມ່ໄປສູ່ຈຸດຫມາຍມີໄຊ, ກອງປະຊຸມໃຫຍ່ ໄດ້ເປັນເອກະພາບກັນວ່າ: “ຕ້ອງຍົກສູງຄວາມສາມາດ ແລະ ເພີ່ມທະວີບົດບາດການນຳພາຂອງພັກໃນທຸກດ້ານ, ສ້າງພັກໃຫ້ປອດໃສເຂັ້ມແຂງ ແລະ ຫນັກແຫນ້ນ”. ກອງປະຊຸມໄດ້ມອບໃຫ້ຄະນະບໍລິຫານງານສູນກາງພັກ ສະໄຫມທີ VIII ຫັນລາຍງານການເມືອງເປັນມະຕິ, ເປັນແຜນການ, ໂຄງການລະອຽດ ແລະ ນຳພາ, ຊີ້ນຳການຈັດຕັ້ງປະຕິບັດ ໃຫ້ມີຜົນສຳເລັດ. ກອງປະຊຸມໃຫຍ່ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະບໍລິຫານງານສູນກາງພັກ ສະໄຫມທີ VII ທີ່ມີຄວາມບາກບັ່ນ ພະຍາຍາມເສີມຂະຫຍາຍຄວາມສາມາດປະດິດສ້າງນຳພາທົ່ວພັກ, ທົ່ວປວງຊົນ ຈັດຕັ້ງ ປະຕິບັດ ແນວທາງປ່ຽນແປງໃຫມ່ ໄດ້ຮັບຜົນສຳເລັດຢ່າງຫນ້າຊື່ນຊົມຍິນດີ. ກອງປະຊຸມໃຫຍ່ໄດ້ເປັນເອກະພາບກັນຮັບຮອງເອົາຄຳສະເຫນີອອກພັກຜ່ອນຂອງ ສະຫາຍ ຄຳໄຕ ສີພັນດອນ, ປະທານຄະນະບໍລິຫານງານສູນກາງພັກ ແລະ ສະຫາຍ ຫນູຮັກ ພູມສະຫວັນ, ທີ່ປຶກສາຄະນະບໍລິຫານງານສູນກາງພັກເຊິ່ງແມ່ນການນຳລຸ້ນກໍ່ຕັ້ງພັກຂອງພວກເຮົາ ພາຍຫລັງໄດ້ອຸທິດກຳລັງວັງຊາ ສະຕິປັນຍາກວ່າເຄິ່ງສັດຕະວັດໃຫ້ແກ່ພາລະກິດຂອງພັກ. ກອງປະຊຸມໃຫຍ່ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກ 148.590 ສະຫາຍ ແລະ ປະຊາຊົນລາວທຸກເຜົ່າ, ທຸກຊັ້ນຄົນ ສະແດງຄວາມກະຕັນຍູ້ຮູ້ບຸນຄຸນອັນເລິກເຊິ່ງ ແລະ ຄວາມຂອບອົກຂອບໃຈ ອັນຈິງໃຈຂອງສະຫາຍທັງສອງ ຊິ່ງເວລາໃດກໍ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານຂອງພັກ, ຂອງລັດ ແລະ ເປັນຫ່ວງເປັນໃຍນຳຄວາມສຸກທຸກຂອງປະຊາຊົນຢ່າງຈົດຈໍ່ຕະຫລອດມາ ທັງໄດ້ເປັນແບບຢ່າງອັນໃສແຈ້ງ ທາງດ້ານການດຳລົງຊີວິດທີ່ປອດໃສ ຊື່ສັດບໍລິສຸດ, ດຸຫມັ່ນ ແລະ ປະຢັດ. ກອງປະຊຸມໃຫຍ່ໄດ້ເຫັນດີເຫັນພ້ອມກ່ຽວກັບການດັດແປງກົດລະບຽບຂອງພັກ ໂດຍສອດຄ່ອງກັບແນວທາງການເມືອງຂອງພັກ, ຊຸກຍູ້ວຽກງານກໍ່ສ້າງພັກ ເຮັດໃຫ້ພັກເຮົາມີຄວາມປອດໃສເຂັ້ມແຂງ ມີຄວາມສາມາດພຽງພໍໃນການນຳພາພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະໃຫມ່ກ້າວຂຶ້ນຕາມທິດສັງຄົມນິຍົມ. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄຫມທີ VIII ປະກອບມີ 55 ສະຫາຍ ເພື່ອເປັນແກ່ນສານນຳພາ ແລະ ຊີ້ນຳການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ໃຫ້ໄດ້ຮັບຄວາມສຳເລັດໃຫມ່ໃຫຍ່ຫລວງກວ່າເກົ່າ. ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກ ໄດ້ເປັນເອກະພາບຢ່າງສົມບູນເລືອກຕັ້ງ ສະຫາຍ ຈູມມະລີ ໄຊຍະສອນ ເປັນເລຂາທິການໃຫຍ່ຂອງຄະນະບໍລິຫານງານສູນກາງພັກ, ເລືອກຕັ້ງກຳມະການກົມການເມືອງສູນກາງພັກປະກອບມີ 11 ສະຫາຍ ແລະ ເລືອກຕັ້ງຄະນະເລຂາທິການສູນກາງພັກປະກອບມີ 7 ສະຫາຍ. ກອງປະຊຸມໃຫຍ່ຮຽກຮ້ອງໃຫ້ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ສາມັກຄີເປັນຈິດຫນຶ່ງໃຈດຽວກັບຄະນະບໍລິຫານງານສູນກາງພັກ ປະຕິບັດທິດທາງຫນ້າທີ່ ທີ່ກອງປະຊຸມໃຫຍ່ ຄັ້ງທີ VIII ວາງອອກໃຫ້ປະກົດຜົນເປັນຈິງເພື່ອສ້າງສາປະເທດລາວໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີ ຜາສຸກ, ສັງຄົມມີ ປະຊາທິປະໄຕ, ສີວິໄລ ແລະ ຍຸຕິທຳ.
|
||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||
|
|
||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||||