30 ປີ ແຫ່ງການພັດທະນາເສດຖະກິດ
ໃນໄລຍະ 30 ປີຜ່ານມາ, ດ້ວຍຈິດໃຈຟົດຟື້ນປະຕິວັດ ແລະ ຄວາມຮັກຊາດ, ຮັກລະ ບອບໃຫມ່, ຮັກຄວາມເປັນເອກະລາດ ອັນແຮງກ້າ, ທົ່ວພັກ ທົ່ວກອງທັບ ທົ່ວປວງຊົນເຮົາ ໄດ້ສາ ມັກຄີ ເປັນຈິດຫນຶ່ງໃຈດຽວ ສູ້ຊົນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ປະຕິບັດແຜນພັດທະ ນາເສດຖະກິດ ດ້ວຍຜົນສຳເລັດຈຳນວນຫນຶ່ງ ທີ່ມີຄວາມຫມາຍສຳຄັນ.
ພາຍຫລັງປະຕິບັດແຜນການປົວແປງບາດແຜສົງຄາມ ແລະແຜນການຟື້ນຟູເສດຖະກິດ ນັບແຕ່ປີ 1976-1980 ໄດ້ສຳເລັດລົງຕາມລະດັບຄາດຫມາຍ ທີ່ໄດ້ກຳນົດໄວ້, ພັກເຮົາໄດ້ນຳ ພາປະຊາຊົນ ທົ່ວປະເທດກ້າວເຂົ້າປະຕິບັດ ແຜນການຂະຫຍາຍເສດຖະກິດ-ສັງຄົມ 5 ປີ ເທື່ອ ທີ I ( 1981-1985) ອັນໄດ້ເຮັດໃຫ້ເສດຖະກິດຂະຫຍາຍຕົວ ດ້ວຍຈັງຫວະສະເລ່ຍ 7,6% ຕໍ່ປີ ແລະ ຊີວິດການເປັນຢູ່ ຂອງປະຊາຊົນໄດ້ຮັບການປົວແປງ ໃຫ້ກ້າວເຂົ້າສູ່ສະພາບປົກກະຕິ ເທື່ອລະກ້າວ.
ແຜນການ 5 ປີ ຄັ້ງທີ II (1986-1990) ໄດ້ປັບປຸງກົນໄກເສດຖະກິດໄຫມ່ ໃຫ້ສອດ ຄ່ອງກັບຈຸດພິເສດ ຂອງປະເທດເຮົາ ໂດຍການນຳໃຊ້ການພົວພັນສິນຄ້າ-ເງິນຕາ, ນຳໃຊ້ກົນໄກ ຕະຫລາດ, ປະຕິບັດລະບອບລາຄາລາດຽວ ແລະ ນຳໃຊ້ ຫລາຍພາກ ສ່ວນ ເສດຖະກິດ ເຂົ້າໃນ ການສ້າງສາພັດທະນາປະເທດ. ໄລຍະນີ້ເສດຖະກິດ ໄດ້ມີການຂະ ຫຍາຍຕົວ ດ້ວຍຈັງຫວະສະ ເລ່ຍ 5% ຕໍ່ປີ.
ແຜນການ 5 ປີ ຄັ້ງທີ III (1991-1995) ຊຶ່ງທິດທາງຫນ້າທີ່ລວມໄດ້ວາງອອກ ໃນກອງ ປະຊຸມໃຫຍ່ຄັ້ງທີ V ຂອງພັກຄື: ສືບຕໍ່ພາລະກິດ ປ່ຽນແປງໃຫມ່ ຢ່າງຮອບດ້ານ, ຕັ້ງຫນ້າຫັນ ເສດຖະກິດ ທຳມະຊາດ ແລະ ເຄິ່ງທຳມະຊາດໄປສູ່ເສດຖະກິດສິນຄ້າ, ສືບຕໍ່ການພົວພັນຮ່ວມ ມືດ້ານເສດຖະກິດ ກັບຕ່າງປະເທດ.
ແຜນການ 5 ປີ ຄັ້ງທີ IV (1996-2000) ເປັນໄລຍະທີ່ປະເທດຊາດ ໄດ້ປະສົບກັບສະ ພາບ ຫຍຸ້ງຍາກສັບສົນ ພໍສົມຄວນ ອັນເນື່ອງຈາກ ບັນຫາວິກິດການທາງດ້ານເສດຖະກິດ ການ ເງິນຂອງໂລກ ແລະ ຂອງພາກພື້ນບວກກັບສະເຖຍລະພາບ ທາງດ້ານເສດຖະກິດການເງິນ ແລະ ໄພຂົ່ມຂູ່ຈາກທຳມະຊາດ ເຮັດໃຫ້ເກີດມີເງິນເຟີ້ຢ່າງຮ້າຍແຮງ, ຄ່າຂອງເງິນກີບຕົກຕ່ຳແຕ່ ເຖິງຢ່າງໃດກໍຕາມພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຢ່າງຈົດຈໍ່ ເພື່ອເຮັດ ໃຫ້ເສດຖະກິດ ການເງິນພາຍໃນປະເທດ ໄດ້ກັບຄືນສູ່ຄວາມປົກກະຕິ ແລະ ຟື້ນຕົວໂດຍໄວ. ກອງປະຊຸມ ໃຫຍ່ຂອງພັກຄັ້ງທີ VI ໄດ້ສືບຕໍ່ຄົ້ນຄວ້າວິເຄາະວິໄຈຢ່າງເລິກເຊິ່ງ ສະພາບແວດລ້ອມ ຂອງສາ ກົນ ແລະ ສະພາວະຄວາມເປັນຈິງຂອງປະເທດເຮົາ ເພື່ອແນໃສ່ວາງນະໂຍບາຍໃຫ້ສອດຄ່ອງ ໃນການກ້າວເຂົ້າໄປສູ່ ການເຊື່ອມໂຍງເສດຖະກິດ ກັບຕ່າງປະເທດ ທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍ ຫລາຍປະການ. ພ້ອມນັ້ນ ກໍໄດ້ກຳນົດ 8 ແຜນງານບູລິມະສິດຂອງລັດຖະບານ ອັນເປັນບ່ອນອີງໃຫ້ແກ່ຂະແຫນງການ ແລະ ທ້ອງຖິ່ນ ນຳໄປຜັນຂະຫຍາຍ ແລະ ສ້າງເປັນ ແຜນງານ, ໂຄງການລະອຽດ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ.
ກ້າວເຂົ້າສູ່ສະຕະວັດໃຫມ່, ຂະແຫນງການເສດຖະກິດ ກໍໄດ້ປະເຊີນຫນ້າກັບສິ່ງທ້າ ທາຍໃຫມ່ ເມື່ອກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກ ໄດ້ກຳນົດແນວທາງກ່ຽວກັບ ການຫັນເປັນ ອຸດສາຫະກຳ ແລະ ທັນສະໄຫມ ໂດຍມີຄາດຫມາຍສູ້ຊົນສູງສຸດ ຮອດປີ 2020 ຕ້ອງໃຫ້ປະ ເທດຊາດຫລຸດພົ້ນຈາກຄວາມດ້ອຍພັດທະນາ. ການປະກາດ ແນວທາງຫັນເປັນອຸດສາຫະກຳ ແລະທັນສະໄຫມ ແມ່ນການສະດຸ້ງໄວ ອີກເທື່ອຫນຶ່ງ ຂອງພັກ ເນື່ອງຈາກວ່າພວກເຮົາຍັງເປັນ ປະເທດດ້ອຍພັດທະນາ, ປະຊາຊົນສ່ວນຫລາຍ ຍັງຢູ່ໃນສະພາບ ທຸກຍາກຂາດເຂີນ ແລະ ອາ ໄສແຕ່ການທຳມາຫາກິນແບບອີງໃສ່ທຳມະຊາດເປັນຕົ້ນຕໍ, ລະດັບກຳລັງການຜະລິດ ໃນທຸກ ຂະແຫນງການຍັງຕ່ຳ ແລະ ຫລ້າຫລັງ, ພວກເຮົາຂາດທຶນຮອນ, ເຕັກໂນໂລຊີ ແລະ ແຮງງານ ທີ່ມີລະດັບ; ໃນຂະນະດຽວກັນ ພວກເຮົາພັດຕ້ອງໄດ້ເຂົ້າສູ່ຂະບວນໂລກາພິວັດ ຊຶ່ງແມ່ນຍຸກ ຂອງການແກ່ງແຍ້ງແຂ່ງຂັນ ທີ່ຂ້ຽວຂາດ ຂອງບັນດາປະຊາຊາດ ຢູ່ໃນໂລກ ຊຶ່ງມີທັງກາລະໂອ ກາດ ແລະ ຄວາມທ້າທາຍ, ເສດຖະກິດຂອງແຕ່ລະປະເທດ ໄດ້ມີການເຊື່ອມໂຍງກັນຢ່າງເລິກ ເຊິ່ງ, ສະນັ້ນ ພວກເຮົາມີຄວາມຈຳ ເປັນທີ່ຈະຕ້ອງໄດ້ພະຍາຍາມບືນຕົວ ເຮັດໃຫ້ລະບົບເສດ ຖະກິດແຫ່ງຊາດ ມີຄວາມຫນັກແຫນ້ນເຂັ້ມແຂງຂຶ້ນກວ່າເກົ່າ ເພື່ອໃຫ້ນຳທັນກະແສຂອງໂລກ ຫລືຢ່າງນ້ອຍກໍໃຫ້ມີຄວາມໃກ້ຄຽງ.
ການຫັນເປັນອຸດສາຫະກຳ ແລະທັນສະໄຫມ ແມ່ນຄວາມຈຳເປັນຕໍ່ການພັດທະນາ ຢູ່ປະເທດເຮົາ ຊຶ່ງບົດຮຽນພຶດຕິກຳຂອງຫລາຍປະເທດ ທີ່ມີຄວາມກ້າວຫນ້າ ກໍລ້ວນແຕ່ໄດ້ ຢັ້ງຢືນແລ້ວ. ມີແຕ່ຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄຫມ ເທົ່ານັ້ນ ຈຶ່ງຈະພາປະເທດ ຊາດ ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ກ້າວສູ່ລະບອບສັງຄົມ ທີ່ກ້າວຫນ້າທັນ ສະໄຫມຕາມທິດສັງຄົມນິຍົມ.
ນະໂຍບາຍຫັນເປັນອຸດສາຫະກຳ ແລະ ທັນສະໄຫມ ຂອງພັກ ທີ່ຖືກຮັບຮອງເອົາ ໃນມະ ຕິກອງປະຊຸມ ສູນກາງ ຄັ້ງທີ 4 ສະໄຫມທີ VII ໄດ້ກຳນົດວ່າ “ ເອົາການພັດທະນາ ອຸດສາຫະກຳ ພະລັງງານໄຟຟ້າ, ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ-ປ່າໄມ້, ອຸດສາຫະກຳທ່ອງທ່ຽວ, ອຸດສາຫະກຳບໍ່ແຮ່ ແລະ ອຸດສາຫະກຳຜະລິດວັດສະດຸກໍ່ສ້າງ ເປັນຂະແຫນງບູລິມະສິດ , ສ່ວນ ຂະແຫນງການສຶກສາ, ວິທະຍາສາດເຕັກໂນໂລຢີ, ຄົມມະນາຄົມ ແລະ ການຕະຫລາດເປັນຂໍ ກຸນແຈ” .
ສຳລັບຄາດຫມາຍສູ້ຊົນ ໃນການພັດທະນາເສດຖະກິດ ປີ 2001-2005 ອັນພື້ນຖານຍັງ ແມ່ນຕັ້ງຫນ້າຂະຫຍາຍການຜະລິດໄປພ້ອມກັບການປັບປຸງການພົວພັນການຜະລິດ ໃຫ້ສອດ ຄ່ອງ ເພື່ອຊຸກຍູ້ການຜະລິດສິນຄ້າ, ຂຸດຄົ້ນເສີມຂະຫຍາຍຂະແຫນງການທີ່ປະເທດເຮົາມີທ່າ ແຮງຕິດພັນກັບການຊຸກຍູ້ສົ່ງເສີມການຜະລິດກັບປະຊາຊົນ, ຂຸດຄົ້ນ ແລະເສີມຂະຫຍາຍຄວາມ ສາມາດ ແລະກຳລັງແຮງຂອງທຸກພາກສ່ວນເສດຖະກິດ; ສ້າງໂຄງປະກອບເສດຖະກິດ ກະສິ ກຳ- ປ່າໄມ້ ຕິດພັນກັບອຸດສາຫະກຳ ແລະບໍລິການ, ສ້າງໂຄງປະກອບເສດຖະກິດຕາມເຂດ ແຄວ້ນເພື່ອເສີມຂະຫຍາຍໃຫ້ໄດ້ຫມົດທ່າແຮງແຕ່ລະຕ້ອງຖິ່ນກໍຄືທົ່ວປະເທດ.
ຜ່ານການຈັດຕັ້ງປະຕິບັດທິດທາງແຜນການພັດທະນາເສດຖະກິດ ໃນແຕ່ລະໄລຍະ ສປປ ລາວ ສາມາດ ຍາດໄດ້ ຜົນສຳເລັດເປັນທີ່ເພິ່ງພໍໃຈ ໃນແຕ່ລະດ້ານ.
_ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _ _
