ບ້ານເກີດທີ່ຮັກ
* ຍາມເມື່ອໄກຈາກບ້ານ ຈາກພວກເຜົ່າພົງສາ
ຈາກບິດາຮຽມຮັກ ອີ່ແມ່ຄຳຄົນລ້ຽງ
ຟັງສຽງຈາວານເວົ້າ ລູກເອີຍລະວັງແນ່
ຍາມລູກອອກຈາກບ້ານ ອາໄສຮູ້ເພິ່ງຕົວເອງ ໄດເດີ!..
* ພໍ່ນີ້ບໍ່ໄດ້ໃກ້ ບໍ່ໄດ້ເບິ່ງແພງຮັກ
ໃຫ້ລູກສຶກສາເອົາ ເລື່ອງອັນດີແນວຮ້າຍ
ບ້ານນີ້ໝາຍພຽງເຈົ້າ ສຶກສາມາຮຽນໃຫ້ເກັ່ງ
ຫວັງວ່າໃຫ້ລູກແກ້ວ ມາສ້າງພັດທະນາ ລູກເອີຍ!...
* ຄຳນັ້ນລູກຈື່ໄດ້ ດັ່ງຢູ່ໃນສະໝອງ
ລູກປະຄອງຄວາມດີ ດັ່ງທີ່ຄຳສອນໄວ້
ລູກຂໍເອົາໃຈເຂົ້າ ໃນຄຳສອນບໍ່ເຫີນຫ່າງ
ຍ່າງຕາມທາງພໍ່ຂີດໄວ້ ບໍ່ຍອມລ້ຽວຫລີກໜີ ພໍ່ເອີຍ!...
* ຕອນນີ້ຄິດຮອດບ້ານ ຢາກຈະອວ່າຍຄືນກັບ ຫລາຍເດ!..
ແຕ່ໃຈຍັງຄາຂັດ ເສດຖະກິດກໍພຽງນ້ອຍ
ໃຈບໍ່ຖອຍຍັງຖືໄວ້ ຄືຄຳພໍ່ແມ່ສັ່ງ ນັ້ນໜາ
ບ້ານເກີດມາໃຜບໍ່ຮູ້ ບຸນຄຸນນັ້ນຈື່ບໍ່ລືມ
* ເຖິງແມ່ນລູກຈາກບ້ານ ໄປຢູ່ຮ່ອມແດນໄກ
ໄປເພື່ອສຶກສາຕົນ ຊອກຮ່ຳຮຽນເອົາຄວາມຮູ້
ບ້ານເກີດຄືຄູເຄົ້າ ສອນລູກມາຄືພໍ່ແມ່
ຍັງລ່ຳແລຄິດຮອດແກ້ວ ແຖວບ້ານເກີດທີ່ຮັກຮຽມ ພຸ້ນໜາ!..