ນາງ ສັງຂານປີນີ້ ຂີ່ລໍ
* ວັນສັງຂານລ່ວງຖືກມື້ໃດ ແມ່ນນາງສັງຂານປະຈຳວັນນັ້ນ ເປັນຜູ້ນຳເອົາພາຖາດຄຳຮອງຫົວບິດາຄື ທ້າວກະບິນລະພົມ ລົງມາຈາກຖ້ຳພູເຂົາສຸເມນໂນລາດ ເພື່ອທຳການຫົດສົງລ້າງສວ່າຍດ້ວຍນ້ຳຫອມ ເຊິ່ງວັນສັງຂານລ່ວງປີນີ້ກົງກັບວັນພຸດທີ 14 ເມສາ 2010 ຂຶ້ນ 1 ຄ່ຳເດືອນ 6 ລາວ, ນາງສັງຂານທີ່ຈະລົງມາແຫ່ ທຳ ພິທີແມ່ນ ນາງ ມົນທາເທວີ ນຸ່ງຊຸດສີຂຽວ ມືຂວາຖື ເຂັມທັກແສ່ວ, ສ່ວນມືຊ້າຍຖື ໄມ້ຄະທາ, ເຄື່ອງປະດັບຂອງນາງແມ່ນ ເພັດຕາແມວ ທັກດອກຈຳປາ ແລະ ອາ ຫານທີ່ນາງມັກແມ່ນ ນົມ ແລະ ເນີຍ (ເບີ) ມີພາຫະນະແມ່ນໂຕລໍ. ນາງສັງຂານທັງ 7 ແມ່ນລູກສາວຂອງພະຍາ ກະບິນລະພົມ ເປັນເຈົ້າແຫ່ງພົມມະໂລກ ຜູ້ມີລິດເດດເກັ່ງກ້າ ເຫນືອກວ່າ ເທວະດາ ແລະ ມະນຸດທັງຫລາຍ, ກ່ອນ ຈະຖືກ ທ້າວ ທຳມະບານກຸມມານ ຜູ້ຕອບຄຳຖາມຂອງພະຍາຖືກທັງ 3 ຂໍ້ພາຍໃນ 7 ວັນ. ພະຍາໄດ້ຮ້ອງທິດາສາວທັງ 7 ຂອງຕົນມາພ້ອມໜ້າກັນ ແລະ ສັ່ງ ຄວາມວ່າ: ຖ້າພໍ່ຖືກຕັດຄໍ ໃຫ້ພວກລູກເອົາພາຖາດຄຳມາຮອງຮັບບໍ່ໃຫ້ເລືອດ ແລະ ຫົວຕົກລົງດິນ ຈາກນັ້ນໃຫ້ເອົາໄປໄວ້ຢູ່ໃນຖ້ຳເຂົາສຸເມນໂນລາດ ເມື່ອເຖິງ ເດືອນຫ້າ ຟ້າລ່ວງ ຫລື ຕຸດສົງການປີໃດຖືກສັງຂານລ່ວງວັນໃດ ໃຫ້ລູກສາວປະຈຳວັນນັ້ນ ຂີ່ສັດພາຫະນະຂອງຕົນໄປແຫ່ເອົາ ຫົວພໍ່ອອກມາຈາກຖ້ຳເພື່ອ ຫົດສົງ ລ້າງສວ່າຍດ້ວຍນ້ຳອົບນ້ຳຫອມໃຫ້ສະອາດແລ້ວຈຶ່ງເອົາໄປໄວ້ບ່ອນເກົ່າ. ຕໍ່ມາບ່າວໄພ່ລາສະດອນເຫັນວ່າ ຈົບງາມດີແທ້ ຈຶ່ງຈັດຕັ້ງກັນເອົານ້ຳອົບນ້ຳຫອມ ຫລື ນ້ຳສະອາດມາຫົດສົງກັນ ເອີ້ນວ່າ: “ບຸນຫົດນ້ຳ” ຈົນເທົ່າທຸກວັນນີ້. ສ່ວນວ່ານາງສັງຂານ ຫລື ການແຫ່ສັງຂານນັ້ນ ກໍແມ່ນແຫ່ລູກສາວທັງ 7 ຂອງກະບິນລະພົມ. ນາງສັງຂານທັງ 7 ຍັງເປັນຕົວແທນໃຫ້ 7 ມື້ໃນ 1 ອາທິດ ເຊິ່ງມີພາຫະນະ, ອາວຸດ, ເຄື່ອງປະດັບ, ດອກໄມ້ ແລະ ອາຫານທີ່ມັກແຕກຕ່າງກັນດັ່ງນີ້: ນາງ ທຸງສະເທວີ (ວັນອາທິດ ຂີ່ຄຸດ) ນຸ່ງຊຸດສີແດງ, ມືຂວາຖືກົງຈັກ ແລະ ມື້ຊ້າຍຖືຫອຍສັງ. ເຄື່ອງປະດັບຂອງນາງແມ່ນ ພອຍສີຫມາກພິລາ (ສີບົວ), ທັດດອກ ພິລາ ແລະ ມັກກິນອາຫານທີ່ເປັນເຄື່ອງປ່າປະເພດເຄືອ. ນາງ ໂຄລະຄະເທວີ (ວັນຈັນ ຂີ່ເສືອໂຄ່ງ), ນຸ່ງຊຸດສີຟ້າ ແຊມສີເຫລືອງ ມືຂວາຖືດາບ ແລະ ມືຊ້າຍຖືໄມ້ເທົ້າ, ເຄື່ອງປະດັບແມ່ນໄຂ່ມຸກ, ທັດດອກປີບ ດອກພຸດ ອາຫານທີ່ມັກແມ່ນນ້ຳມັນພືດ. ນາງ ຮາກສະເທວີ (ວັນອັງຄານ ຂີ່ໝູປ່າ), ນຸ່ງຊຸດສີບົວອ່ອນ ມືຂວາຖືສາມງ່າມ (ຕຼີສູນ) ມືຊ້າຍຖືທະນູ. ເຄື່ອງປະດັບແມ່ນ ພອຍສີມົ່ນ ທັດດອກບົວ ແລະ ມັກດື່ມເລືອດ. ນາງ ມົນທາເທວີ (ວັນພຸດ ຂີ່ລໍ), ນຸ່ງຊຸດສີຂຽວ ມືຂວາຖືເຂັມທັກແສ່ວ ມືຊ້າຍຖືໄມ້ຄະທາ. ເຄື່ອງປະດັບແມ່ນເພັດຕາແມວ ມັກທັດດອກຈຳປາ ແລະ ອາຫານ ທີ່ມັກແມ່ນ ນົມ ແລະ ເນີຍ. ນາງ ກີລິນີເທວີ (ວັນພະຫັດ ຂີ່ຊ້າງ), ນຸ່ງຊຸດສີຂຽວແຊມເຫລືອງ, ມືຂວາຖືຂໍກ່ຽວຄວານຊ້າງ ມືຊ້າຍຖືປືນ. ເຄື່ອງປະດັບແມ່ນ ມໍລະກົດ ທັດດອກມົນທາ (ຕົ້ນ ໄມ້ໃຫຍ່ຊະນິດໜຶ່ງທີ່ມີດອກສີຂາວ ບົວ ມ້ວງ), ສ່ວນອາຫານທີ່ນາງມັກແມ່ນ ຖົ່ວດິນ ແລະ ຫມາກງາ. ນາງ ກີມີທາເທວີ (ວັນສຸກ ຂີ່ຄວາຍ) ນຸ່ງຊຸດສີຂາວ, ມືຂວາຖືດາບ ມືຊ້າຍຖືເຄື່ອງດີດຊະນິດໜຶ່ງຄືນ້ຳເຕົ້າ. ເຄື່ອງປະດັບແມ່ນ ບຸດສະລາຄຳສີເຫລືອງ, ພອຍສີ ເຫລືອງ. ມັກທັດດອກ ຈົງກຸນນີ ມັກກິນກ້ວຍ ແລະ ນ້ຳ. ແລະ ນາງ ມະໂຫທອນເທວີ (ວັນເສົາຂີ່ນົກຍູງ) ນຸ່ງຊຸດສີບົວອ່ອນ ແຊມສີດຳ ມືຂວາຖືກົງຈັກ ມືຊ້າຍຖືສາມງ່າມ (ຕຼີສູນ), ມັກທັດດອກຜັກຕົບ ແລະ ອາຫານ ທີ່ນາງມັກແມ່ນ ຊີ້ນກວາງ. ບຸນປີໃຫມ່ລາວ ຫລື ບຸນຫົດນ້ຳ ເຊິ່ງບາງທ້ອງຖິ່ນເອີ້ນວ່າ: ຕຸດສົງການ ປີນີ້ກົງກັບວັນທີ 14-15-16 ເດືອນເມສາ 2010 ຂຶ້ນ 1-2-3 ຄ່ຳເດືອນ 6 ລາວ ມີຊື່ເອີ້ນ ສະເພາະຂອງແຕ່ລະວັນວ່າ: ວັນສັງຂານລ່ວງ, ວັນເນົາ ແລະ ວັນສັງຂານຂຶ້ນ. /.
ກັບສາລະບານ