ເມືອງໄກສອນພົມວິຫານໝັ້ນໃຈ2008 ລົບລ້າງຄວາມທຸກຍາກໃຫ້ປະຊາຊົນໄດ້100%
* ນີ້ຄືຄວາມຕັ້ງໃຈ, ຄວາມພະຍາຍາມຂອງຄະນະພັກ-ອຳນາດການປົກຄອງເມືອງໄກສອນ ພົມວິຫານ ດິນແດນລືຊື່ແລະໄດ້ບັນທຶກໄວ້ໃນໜ້າປະຫວັດສາດຂອງຊາດລາວວ່າເປັນຖິ່ນກຳເນີດຂອງບັນພະບູລຸດຜູ້ທີ່ມີຈິດໃຈບໍລິສຸດ ຈົ່ງຮັກພັກດີຕໍ່ປະເທດຊາດ ແລະປະຊາຊົນ ນັ້ນຄືອະດີດປະທານໄກສອນ ພົມວິຫານຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວທັງຊາດ. ດ້ານຫນຶ່ງອັນເນື່ອງຈາກເມືອງໄກສອນ ພົມວິຫານເປັນສູນກາງທາງດ້ານການເມືອງ-ການປົກຄອງແລະເປັນສູນລວມທາງດ້ານການຄ້າ-ການລົງທຶນຂອງແຂວງສະຫວັນນະເຂດ ຈຶ່ງຈຳເປັນຕ້ອງໄດ້ເຮັດໃຫ້ໂສມໜ້າການພັດທະນາໃນດ້ານຕ່າງໆໄດ້ຫັນອ່ວຍໄປໃນທາງທີ່ດີຂຶ້ນຕາມລຳດັບ, ໂດຍສະເພາະການລຶບລ້າງຄວາມທຸກຍາກຂອງປະຊາຊົນພາຍໃນເມືອງ ເຊິ່ງໃນປະຈຸບັນນີ້ທົ່ວເມືອງຍັງເຫລືອຄອບຄົວທຸກຍາກອີກ 82 ຄອບຄົວ. ເມືອງໄກສອນ ພົມວິຫານ ປະກອບມີ 67 ບ້ານ ແລະ 13 ກຸ່ມບ້ານ, ມີປະຊາກອນທັງໝົດ 113.915 ຄົນ, ຍິງ 57.958 ຄົນ, ສະເລ່ຍຄວາມໜາແຫນ້ນຂອງພົນລະເມືອງ 146 ຄົນ/ ກິໂລແມັດມົນທົນ (ສະຖິຕິປີ 2006 ), ມີ 18.146 ຄອບຄົວ ແລະ 17.987 ຫລັງຄາເຮືອນ. ຜ່ານມາເມືອງນີ້ມີສະເຖຍລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບຮຽບຮ້ອຍ, ພື້ນຖານເສດຖະກິດ-ວັດທະນະທຳ-ສັງຄົມໄດ້ມີການພັດທະນາ ແລະຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 10-12,5% ລວມ ຍອດຜະລິດຕະພັນພາຍໃນ (GDP), ສະເລ່ຍລາຍໄດ້ໃສ່ຫົວຄົນສາມາດປະຕິບັດໄດ້ 6.816.000 ກີບ/ຄົນ/ປີ, ທຽບໃສ່ແຜນການແມ່ນເພີ່ມຂຶ້ນ 18,03% ຂອງແຜນການປີ, ການຜະລິດເຂົ້າສະເລ່ຍໃສ່ພົນລະເມືອງຜູ້ຫນຶ່ງ 695,43 ກິໂລ/ຄົນ/ປີ, ພື້ນຖານໂຄງລ່າງນັບແຕ່ຕົວເມືອງຮອດຊົນນະບົດກໍ່ໄດ້ຮັບການກໍ່ສ້າງສ້ອມແປງ ແລະພັດທະນາຢ່່າງກວ້າງຂວາງ. ທັງນີ້ໃນດ້ານກະສິກຳ ເປັນຕົ້ນແມ່ນການຜະລິດເຂົ້ານາແຊງໄດ້ໃນເນື້ອທີ່ 285 ເຮັກຕາ ເທົ່າກັບ 95% ຂອງແຜນການ ບັນລຸສະມັດຕະພາບສະເລ່ຍ 4,5 ໂຕນ/ເຮັກຕາ, ການຜະລິດເຂົ້ານາປີຕາມແຜນການແມ່ນ 12.840 ເຮັກຕາແລະປັກດຳຕົວຈິງໄດ້ 16.651 ເຮັກຕາ ເທົ່າກັບ 98,2% ປະຈຸບັນແມ່ນຢູ່ໃນໄລຍະເກັບກ່ຽວ. ສຳລັບການປູກພືດລະດູແລ້ງທົ່ວເມືອງໄກສອນ ພົມວິຫານສາມາດປະຕິບັດໄດ້ 754 ເຮັກຕາ ເຊິ່ງພືດທີ່ນິຍົມປູກຫລາຍກວ່າໝູ່ແມ່ນ ພືກຜັກ, ສາລີ, ໝາກແຕງ, ໝາກໂມ, ໃນນັ້ນເດັ່ນກວ່າໝູ່ແມ່ນຢູ່ກຸ່ມ 8 ແລະກຸ່ມ 11 ເຊິ່ງແຕ່ລະຄອບຄົວສາມາດສ້າງລາຍຮັບໄດ້ 5-10 ລ້ານກີບຕໍ່ຄອບຄົວຕໍ່ລະດູການ ຈາກນີ້ຈຶ່ງສາມາດສ້າງຄອບຄົວຕົວແບບໄດ້ 726 ຄອບຄົວ,ໃນນັ້ນຕົວແບບໃນການປູກເຂົ້າມີ 363 ຄອບຄົວ, ຕົວແບບໃນການປູກໝາກໄມ້ໃຫ້ໝາກ 128 ຄອບຄົວ, ຕົວແບບໃນການປູກພືດຜັກຕ່າງໆ 134 ຄອບຄົວ, ຕົວແບບປະສົມປະສານ 56 ຄອບຄົວ ແລະຕົວແບບຂະຫຍາຍພັນເຂົ້າ 45 ຄອບຄົວ. ສຳລັບທິດທາງໃນການພັດທະນາເສດຖະກິດ-ສັງຄົມໃນສົກປີ ນີ້ຄະນະພັກເມືອງຈະສືບຕໍ່ຈັດຕັ້ງປະຕິບັດວຽກງານໃນແຕ່ລະດ້ານໃຫ້ໄດ້ຮັບຜົນດີ ໂດຍຈະເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ແລະຫັນເອົາມະຕິຄຳສັ່ງຕ່າງໆ ມາຈັດຕັ້ງຜັນຂະຫຍາຍເຂົ້າໃສ່ພືດຕິກຳຕົວຈິງໃນແຕ່ລະຂົງເຂດວຽກງານ ເປັນຕົ້ນສ້າງຄວາມໜັກແໜ້ນທາງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພື້ນຖານທາງດ້ານເສດຖະກິດ-ການຄ້າ ແລະການບໍລິການ ໃຫ້ຂະຫຍາຍຕົວຕາມທິດທາງລວມຂອງສູນກາງກໍຄືຂອງແຂວງ, ສູ້ຊົນເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເລ່ຍບໍ່ໃຫ້ຫລຸດ 10-12,5% ( ລວມຍອດຜະລິດຕະພັນພາຍໃນ), ສູ້ຊົນຜະລິດສະບຽງອາຫານໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ, ຮັບປະກັນການຂະຫຍາຍຄອບຄົວຕົວແບບໃຫ້ຫລາຍຂຶ້ນກວ່າເກົ່າ, ພ້ອມດຽວກັນນັ້ນກໍ່ຕ້ອງໄດ້ຄັດເລືອກປະກາດບ້ານພັດທະນາໃນທົ່ວເມືອງໃຫ້ໄດ້ກຸ່ມລະ 1-2 ບ້ານ, ສູ້ຊົນຈັດຕັ້ງປະຕິບັດ 9 ແຜນງານບຸລິມະສິດທີ່ເມືອງວາງອອກໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ ຢ່າງໜ້ອຍໃຫ້ຈັດຕັ້ງປະຕິບັດໄດ້ 50 ໂຄງການຂຶ້ນໄປທັງໝົດນີ້ຈະເຮັດໃຫ້ການລຶບລ້າງຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ຢ່າງຂາດຕົວໃນປີ 2008./.