ສຸຂະພາບ

 

ຈະ​ຫຼຸດ​ຄວາມດັນ​ເລືອດ​ໄດ້​ແນວ​ໃດ


ເປີດ​ຄໍ​ລຳ​ເພື່ອ​ສຸ​ຂະ​ພາບ​ມື້​ນີ້ຜູ້​ຂຽນ​ຢາກ​ພາ​ທ່ານໄປ​ຮູ້​ຈັກ​ວິ​ທີ​ຫລຸດ​ຄວາມ​ດັນ​ເລືອດ​ສູງສຳ​ລັບ​ຜູ້​ທີ່​ເປັນ​ພະ​ຍາດ
​ ດັ່ງ​ກ່າວ, ​ຕ້ອງ​ຄະ​ລຳ​ຂອງ​ກິນດ້ວຍ​ເຮົາ​ເອງ​ແລະມີ​ການວາງ​ແຜນ​ຢ່າງ​ຄັກ​ແນ່​ບໍ່​ຈຳ​ເປັນ​ໄປ​ຊື້ຢາມາ​ກິນ​ກໍ​ໄດ້, ​ໃນ​ບົດ ຮຽນ​ນີ້ຢາກ​ຍົກບາງອາຫານ​ທີ່​ສຳຄັນ​ແລະ​ອາຫານ​ທີ່​ບໍ່​ຈຳ​ເປັນ​ເຮົາ​ຈະ​ຕ້ອງ​ໄດ້​ຈຳ​ກັດ​ເຊັ່ນ: ​ການ​ກິນ​ອາ​ຫານ​ທີ່​ມີໄຂມັນແລະ​ເຄັມ, ຄວນ ​ຫລີກ​ລ່ຽງ​ປະ​ເພດ​ຂົ້ວ​ຈືນແລະຈຳ​ກັດ​ການ​ກີນນ້ຳ​ມັນສັດ, ເຮົາ​ຄວນ​ເພີ່ມ​ການ​ກີນ​ແບບ​ອົບ​ແລະ​ລວກ. ຈຳ​ກັດ​ການ​ກິນ​ເຄັມ​ແລະ​ອາ​ຫານ​ທີ່​ມີ ທາດ​ນາ​ຕຣີ (natri) ຄື ກຸ້ງ​ແຫ້ງ, ໄຂ່​ລູກ​ແລະ​ອື່ນໆ.
ກິນ​ປາແທນ​ຊີ້ນ, ໃນ​ບັນ​ດາ​ແຫລງ​ທີ່ສະ​ໜອງ​ໂປຣ​ຕີນ​ ມີ​ປາ, ສັດ​ປີກ​, ຊີ້ນງົວ​,ໝູ​ແລະແບ້. ທາດ​ຕຸ້ຍ​ໃນ​ປາ​ໄປ​ປັບ​ປຸງ​ທາດ acidgras poly​insatures ,ມີ​ຜົນ​ດີ​ໃນ​ການ​ຮັກ​ສາ​ຂອງ​ຈຸ​ລັງ​ແລະ​ຊ່ວຍ​ຫລຸດ​ຜ່ອນ​ລະ​ດັບໂກ​ເຣ​ສ​ເຕີ​ໂຣນ cholesterol ທີ່​ເສຍ​ໄປ​ໃນ​ເລືອດ​ແລະ​ຮັກ​ສາcholesterol ທີ່​ຍັງ​ຢູ່. ນອກ​ຈາກ​ນັ້ນ​ຍັງ​ສະ​ໜອງ​ທາດ DHA ແລະ EPA ຫລື​ຍັງ​ເອີ້ນ​ວ່າໂອ​ເມ​ກາ 3 (omega 3) ທີ່​ໄປ​ກະ​ທົບ​ໃຫ້​ເລືອດ​ແລ່ນ​ສະ​ດວກ, ຄວນ​ກິນ​ປາ 2-​3 ເທື່ອ​ອາ​ທິດ. ເພີ່ມ​ການ​ກິນ​ຜັກ ​ແລະ ​ໝາກ​ໄມ້, ​ເພາະ​ມັນ​ຈະ​ໄປ​ຊ່ວຍ​ສ້າງ cholestrol ທີ່​ເສຍ​ໄປ​ໃນ​ເລືອດ​ຄື: ຜັກ​ບົ້ງ, ຜັກ​ຕັງ​ໂອ, ໝາກ​ເຫລັ່ນ, ກາ​ຣົດ, ແລະ​ອື່ນໆ. ການຢຸດ​ເຊົາ​ສູບ​ຢາຍິ່ງ​ເປັນ​ການ​ດີ, ເພາະວ່າຢາສູບ​ພາ​ໃຫ້​ເກີດ​ພະ​ຍາດ​ຄວາມ​ດັນ​ເລືອດ​ສູງ, ລວມ​ທັງ​ພະ​ຍາດ​ຫົວ​ໃຈ​ຕີບ​ແລະ​ພະ​ຍາດ​ຫລອດ​ລົມ​ຫາຍ​ໃຈ​. ການ​ຫລຸດ​ນ້ຳ​ໜັກ 5 ກິ​ໂລ​ກໍ​ສາ​ມາດ​ຊ່ວຍ​ຫລຸດ​ຄວາມ​ດັນ​ເລືອດ​ໄດ້ 10%. ນອກ​ຈາກ​ນັ້ນ​ຍັງ​ຊ່ວຍ​ຄວາມ​ສ່ຽງ​ເປັນ​ພະ​ຍາດ​ເບົາ​ຫວານ. ຈຳ​ກັດ​ການ​ດື່ມ​ເຫລົ້າ. ຕາມ​ການ​ຢັ້ງ​ຢືນ​ຜູ້​ທີ່​ເປັນ​ພະ​ຍາດ​ຄວາມ​ດັນ​ເລືອດ​ສູງ​ແມ່ນ​ດື່ມ​ເຫລົ້າ​ບໍ່​ໄດ້​ແທ້ໆ. ເພາະ​ເຫລົ້າ​ມັນ​ໄປ​ແກ້​ຢາ​ທີ່​ກິນ​ຫລຸດ​ຄວາມ​ດັນ​ສ່ຳ​ບໍ່​ໜຳ​ຍັງ​ໄປ​ທຳ​ລາຍ​ເສັ້ນ​ເລືອດ​ໃນ​ສະ​ໝອງ​ ແລະເພີ່ມ​ການ​ອອກ​ກຳ​ລັງ​ກາຍ, ​ທຸກມື້​ຕ້ອງ​ມີ​ການ​ອອກ​ກຳ​ລັງ​ການ​ເປັນ​ປະ​ຈຳ​ບໍ່​ໄດ້​ຂາດ ແຕ່​ຢູ່​ໃນ​ລະ​ດັບ​ທຳ​ມະ​ດາ​ຍ່າງ​ຫລື​ລອຍ​ນ້ຳ​ປະ​ມານ 30-​ 45 ນາ​ທີ, 2-​ 3 ເທື່ອ​ອາ​ທິດ. ການ​ເຄື່ອນ​ໄຫວ​ອອກ​ກຳ​ລັງ​ກາຍ​ຈະ​ພາ​ໃຫ້​ຫລຸດ​ຄວາມ​ດັນ​ເລືອດ​ສູງ​ແລະ​ບໍ່​ຄວ​ນ​
ອອກ​ກຳ​ລັງ​ກາຍ​ຈົນ​ເກີນ​ໄປ​ຈະ​ພາ​ໃຫ້​ຄວາມ​ດັນ​ເລືອດ​ສູງ​ຕື່ມ./
.



 
   ກັບສາລະບານສຶກສາ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446