ໄປທ່ຽວໂຕະໂໝະ ເບິ່ງອຸບມຸງເຮືອນຫີນ ແຫລ່ງວັດທະນະທຳມໍລະດົກໂລກ
* ສຳລັບຄໍລຳທ່ອງທ່ຽວໃນສະ ບັບນີ້ຜູ້ຂຽນຈະຊວນແລະພາທ່ານໄປ ທ່ອງທ່ຽວອີກສະຖານທີ່ຫນຶ່ງທີ່ເປັນ ສ່ວນຫນຶ່ງ ນອນໃນ ກຸ່ມຜາສາດຫີນ ວັດພູ ເຊິ່ງນັ້ນກໍຄື ອຸມົງ(ເຮືອນຫີນ) ທີ່ ເປັນປະຕິມະກຳບູຮານສະຖານທີ່ສ້າງ ຕັ້ງຂຶ້ນມາໃນສະຕະວັດທີ IX ແລະ ເຊື່ອ ກັນວ່າ: ສ້າງໄວ້ເພື່ອເປັນອະນຸ ສອນໃຫ້ແກ່ຣາຊະເທວີ ຂອງ ພະກະ ສັດຜູ້ປົກຄອງໃນສະໄໝນັ້ນ, ອຸມົງ ເປັນເຮືອນຜາສາດຫີນ ເຊິ່ງ ສ້າງ ຈາກ ຫີນກ້ອນໃຫຍ່ຊ້ອນກ່າຍລຽນລາຍ ກັນຂຶ້ນແບບມີການ ຄິດ ໄລ່ ໃສ່ຄວາມ ດຸ່ນ ດ່ຽງຂອງໂລກ, ແຕ່ໃນປະຈຸບັນ ໄດ້ຫລົງເຫລືອ ໄວ້ ພຽງສ່ວນໃດຫນຶ່ງ ເທົ່ານັ້ນ ເພື່ອຈະໄດ້ເປັນການສຶກສາ ແລະ ຄົ້ນຄວ້າໃນເວລາຕໍ່ໄປ. ສະຖານ ທີ່ອຸມົງດັ່ງກ່າວ ນີ້ຢູ່ຫ່າງຈາກຕົວ ວັດພູຈຳ ປາສັກປະມານ 11 ກິໂລແມັດ ເບື້ອງຝັ່ງນ້ຳຂອງດ້ານຕາເວັນອອກ ເຊິ່ງກົງກັນຂ້າມກັບ ດອນແດງ ເມືອງ ປະທຸມພອນ ແຂວງຈຳປາ ສັກ. ຖ້າທ່ານໄດ້ເດີນທາງຈາກເມືອງ ປາກເຊໄປຕາມທາງທິດໃຕ້ເລກທີ 13 ປາກເຊ-ເວີນຄາມ ເມື່ອເຖິງ ຕົວເມືອງ ປະທຸມພອນລະຫວ່າງ ກິໂລແມັດ 41 ຈະມີທາງແວ່ ດິນແດງເຂົ້າໄປປະມານ 4 ກິໂລແມັດ ກໍຈະໄປເຖິງບໍລິເວນ ເຮືອນຫີນ-ອຸມົງເຊິ່ງຕັ້ງຢູ່ບໍລິເວນແຄມ ປ່າມີຕົ້ນ ໄມ້ໃຫຍ່ ທີ່ມີຮົ່ມເຢັນ ສະບາຍ. ໃນບໍລິເວນເຮືອນ ຫີນຈະມີຕົ້ນເປືອຍ ຫລາຍຕົ້ນທີ່ສູງຖ້ວມອຸມົງ ເຊິ່ງເປັນຜາ ສາດຫີນກໍ່ຂຶ້ນ ມາດ້ວຍ ຫີນກ້ອນໃຫຍ່ ຈົນກາຍເປັນຜາສາດ ຫີນ ດັ່ງໃນປະຈຸ ບັນ ທີ່ຍັງຄົງເຫຼືອຮ່ອງ ຮອຍ ໄວ້ໃຫ້ນັກ ທ່ອງ ທ່ຽວໄດ້ສຶກສາ ແລະ ຄົ້ນຄວ້າ ຄວາມ ປັນມາຕາມປະຫວັດສາດຂອງ ອານາຈັກຂອມ ເມື່ອຕອນສ້າງ ຜາ ສາດ ຫີນວັດ ພູ 1.500-1.600 ປີ ກ່ອນໜ້າ ນີ້. ອຸມົງ (ເຮືອນຫີນ) ເປັນເຂດອະ ນຸລັກສຳລັບ ການທ່ອງທ່ຽວທີ່ກ່ຽວພັນ ກັບການທ່ຽວຊົມທຳມະຊາດ ແລະ ວິຖີຊີວິດຂອງຊາວບ້ານດອນແດງເຊິ່ງ ບາງ ຕອນ ມີຕຳນານກ່າວຂານກ່ຽວ ຂ້ອງກັບຕຳນານພຣະຍາຄູຂີ້ຫອມ (ພຣະຄູໂພນສະເມັກ) ເພາະຫາກ ທ່ານຂີ່ລົກຈາກປາກເຊ ແລ້ວ ແວ່ເຂົ້າ ທາງກິໂລແມັດ 30 (ບ້ານມ່ວງທ່າຂ້າມ ໄປທ່າບັກພະພິນເມືອງຈຳປາສັກ) ແລ້ວລົງເຮືອຂ້າມນ້ຳ ໄປທ່ຽວຊົມ ດອນແດງ ເພື່ອຊົມແສງອາ ທິດຕອນໃກ້ອັດສະ ດົງທີ່ພວມໂງໂຄ້ງ ຕ່າວຫົວລົງແລ້ວສົ່ງແສງສີເຫລືອງອາຫລ່າມ ກະທົບກັບພື້ນຫາດຊາຍສີຂາວຍາມ ແລງໆຈະ ສວຍງາມເມື່ອຍາມໄດ້ມາ ເຫັນຕ້ອງແສງແດດອອ່ນໆກະທົບເມັດຊາຍທີ່ເຫລື້ອມລະຫຍິບລະຍັບເພາະທັງດອນແດງແລະອຸບມຸງເຮືອນ ຫີນນອນຢູ່ໃນ ລາຍການ ນຳທ່ຽວ ຂອງ ບໍລິສັດທ່ອງທ່ຽວ ພາຍໃນແຂວງຈຳ ປາສັກອັນເນື່ອງ ເປັນແຫຼ່ງ ທ່ອງທ່ຽວ ໃນຮູບແບບການອະນຸລັກ, ສົ່ງເສີມ ການມີສ່ວນຮ່ວມຂອງປະຊາຊົນ ເຊິ່ງ ຜ່ານມາ, ທະ ນາຄານພັດທະນາອາຊີຫຼື ADB ໃຫ້ທຶນສະໜັບສະໜູນບູລະນະສ້ອມແປງໂຄງ ລ່າງວຽກ ງານການ ທ່ອງທ່ຽວ. ອຸມົງ(ເຮືອນຫີນ) ບ້ານໂຕະ ໂໝະທ່າເມືອງປະທຸມພອນແຂວງຈຳ ປາສັກຖ້າຂ້າມ ເຮືອ ຈາກ ດອນແດງ ໄປຈະໃຊ້ເວລາພຽງແຕ່ 20 ນາທີກໍ ສາມາດໄປເຖິງເພາະ ໃນປະຈຸບັນມີ ນັກທ່ອງທ່ຽວຕ່າງປະເທດ ສົນໃຈທີ່ສຸດ ເປັນຕົ້ນກໍແມ່ນນັກທ່ອງທ່ຽວເອີລົບ ແລະ ອາຊີ ເພາະ ດອນແດງໃນປະຈຸບັນ ມີລີສອດຂອງ ຊາວຕ່າງ ປະເທດທີ່ໄດ້ ມາລົງທຶນສ້າງໂຮງ ແຮມ ແລະ ລີສອດ ໃຫຍ່ຢູ່ດອນແຫ່ງນີ້ເຊິ່ງ ຄວາມ ຈິງ ແລ້ວ, ແຫລ່ງທ່ອງທ່ຽວ 2 ແຫ່ງນີ້ບໍ່ ສາມາດແຍກອອກຈາກລາຍການ ນຳທ່ຽວໄດ້ໃນ 2 ມື້ 1 ຄືນເພາະຖ້າໄດ້ ທ່ຽວດອນແດງ ກໍ ຕ້ອງສະລະເວລາ ນອນໂຮມສະເຕກັບຊາວບ້ານ, ຊົມ ເດືອນຫງາຍນັ່ງຝີງໄຟ ໃຕ້ແສງ ຈັນເພັງໃນຄືນທ ີ່ງຽບສະຫງັດ ແລະ ເມື່ອ ມີບັນດາ ນ້ອງໆຫລານມາຮ້ອງ, ຟ້ອນ, ລຳ ໃຫ້ຟັງລໍຖ້າກິນເຂົ້າຫລາມບັ້ງໃຫຍ່ ໃສ່ກະທິມັນໆໃນຍາມເດືອນສາມ ເດືອນ ສີ່, ກິນກ້ອຍພັນ ປານັ່ງ ຊົມສາຍນະທີທີ່ລ່ອງໄຫຼຍາມໃກ້ຕາເວັນຈະອັດ ສະດົງໂອຍ!ໃຜບໍ່ເຄີຍໄດ້ມາໄດ້ຍິນ ແລ້ວກໍກຽມຈິດກຽມໃຈໄວ້ເພາະແຫຼ່ງ ທ່ອງ ທ່ຽວແຫ່ງ ນີ້ ຖ້າປຽບທຽບ ແລ້ວກໍບໍ່ຕ່າງຫຍັງກັບເມືອງພັດທະຍາຫຼື ເກາະສະຫມຸຍຂອງໄທເພາະບັນຍາກາດ ຫາດຊາຍຍາມແລງນັ່ງເບິ່ງສາຍ ນ້ຳ ໄຫຼໃນອູ່ເປທີ່ສວຍ ງາມ ຂອງລີ ສອດ ມັນກໍ ບໍ່ຕ່າງຫຍັງກັບໄດ້ໄປທ່ຽວ ຫາດ ຊາຍແຄມທະເລ./.
ກັບສາລະບານ