ອອກ​ພັນ​ສາ​ພາ​ມ່ວນ​ຊື່ນ

*ຖ້າ​ຈະ​ນັບ​ຖອຍຫລັງ​ບຸນ​ອອກ​ພັນ​ສາລາພະ​ເຈົ້າຂອງ​ຊາວ​ລາວ​ທັງ​ຫລາຍກໍ​ຈະ​ໝູນວຽນ​ມາ​ບັນຈົບ​ຄົບຮອບ​ອີກ​ເທື່ອ​ໜຶ່ງຍັງ​
ອີກບໍ່ພໍ​ເທົ່າ​ໃດ​ມື້ຂ້າງ​ໜ້າກໍ​ຈະ​ແມ່ນ​ມື້ບຸນ​ອອກ​ພັນ​ສາ​ຫລື​ບຸນ​ປະ​ວໍລະນາ, ​ແມ່ນ​ບຸນ​ປະ​ເພນີ​ສຳຄັນ​ອັນ​ໜຶ່ງ​ທາງ​ພຸດ
ທະ​ສາສະໜາ​ຈັດ​ຂຶ້ນ​ໃນ​ເດືອນ 11 ເພັງຂຶ້ນ 15 ຄ່ຳຂອງ​ທຸກໆ​ປີ​ຫລັງ​ຈາກ​ພະສົງ​ໄດ້​ຈຳ​ພັນ​ສາ​ຢູ່​ໃນ​ວັດ​ມາ​ເປັນ​ເວລາ3 ເດືອນ​ເຕັມ​ພໍດີ​ຄື​ນັບ​ມາ​ຈາກ​ເດືອນ 8 ແຮມ​ 1 ຄ່ຳຈົນ​ເຖິງ​ເດືອນ11ເພັງ.ການ​ລໍຄອຍ​ແລະຄວາມ​ໂລ່ງ​ອົກ​ໂລ່ງ​ໃຈຂອງ​ໜຸ່ມໆ​ ສາວ​ໆ​ເຖົ້າໆ​ແກ່ໆ​ທີ່​ໝາຍ​ໝັ້ນຢາກ​ເຂົ້າ​ສູ່​ການວິ​ວາ​ກໍ​ພາກັນ ຍິ້ມນ້ອຍ​ຍິ້ມ​ໃຫຍ່​ຢູ່​ໃຈ ບໍ່​ສະ​ເພາະ​ແຕ່​ໜຸ່ມໆ​ສາວໆ​ເທົ່າ​ນັ້ນບັນດາ ຮ້ານຄ້າຮ້ານ​ຂາຍ​ເຄື່ອງ​ຕ່າງໆ​ກໍ​ຄື​ຮ້ານ​ຂາຍ​ເຄື່ອງ​ ກໍ່​ສ້າງທີ່​ຂາດ​ລາຍ​ໄດ້​ມາ​
ດົນ​ກໍ​ຄອຍ​ດີ​ໃຈ​ໄປ​ ເໝືອນ​ກັນ ​ແລະ​ບັນດາ​ຄໍ​ທອງ​ແດງທີ່​ອົດ​ກັ້ນ ມາ​ນານ​ກໍ​ເຊັ່ນ​ດຽວ ເອົາລະມາ​ກ້າວ​ເຂົ້າ​ເລື່ອງບຸນ​ອອກ​ພັນສາ​ກັນ​ເທາະ.ບຸນ​ອອກ​ພັນ​ສາທີ່​ປູ່ຍ່າຕາຍາຍ ທີ່​ເຄີຍ​ປະຕິບັດ​ສືບ​ທອດ​
ກັນ​ມາ​ແຕ່​ຫລາຍ​ເຊັ່ນຄົນ​ຂອງ​ທຸໆ​ປີ​ຄື​ໃນ​ຕອນ​ເຊົ້າ​ຂອງ​ເດືອນ 11
ເພັງ​ໄດ້​ມີ​ພິທີ​ຕັກ ບາດ​ຖະຫວາຍ​ທານ​ແດ່​ພະສົງ​ຄື​ກັນ​ ກັບ​ບຸນ​ປະ​ເພນີ​ອື່ນໆທີ່​ເຄີຍ​ປະຕິບັດກັນ​ມາ ນອກຈາກ​
ນັ້ນ​ໃນ​ວັດ​ບາງ​ແຫ່ງ​ຍັງ​ໄດ້​ທຳ​ພິທີ​ຕັກ ບາດ​ເທ​ໂວ​ໃນ​ມື້​ເດືອນ 11ເພັງ​ຄື​ກັນ​ເປັນ​ການ​ທຳບຸນ​ລະນຶກ​ເຖິງ​ຄາວ​ເມື່ອ​ພະພຸດທະ​ ເຈົ້າ​ໄດ້​ສະ​ເດັດ​ລົງ​ມາ​ຈາກ​ເມືອງ​ສະຫວັນ​ຊັ້ນດາວະ ດິງ​ມາສູ່​ມະນຸດ​ສາ​ໂລກ​ຕອນ​ເມື່ອ​ພະ​ອົງ​ໄດ້​ສະ​ເດັດ​ໄປ​ຈຳ​ພັນ​ສາ​ຢູ່​ທີ່​ນັ້ນ​ ເປັນ​ເວລາ 3 ເດືອນ ​ເພື່ອ​ເທສະ ໜາ​ໂຜດ​ພະ​ມານ​ດາສິລິ​ມະຫາ​ມາ ຍາ. ໃນ​ຕອນ​ແລງ​ຈະ​ມີ​ການຈັດ ການ​ໄຫລ​ເຮືອ​
ໄຟ​ນຳ​ອີກ​ເພື່ອ​ບູຊາ​ພະຍາ​ນາກ​ທີ່​ດົນ​ບັນດານ​ໃຫ້​ນ້ຳ​ຟ້າ​ນ້ຳ​ຝົນຕົກ​ລົງ​ມາ ​ແກ່​ຜູ້​ຄົນ​ໄດ້​ເຮັດ​ໄຮ່​ເຮັດ​ນາ​ຕາມ​ລະດູ​ການ.
ວັດ​ໃດ​ຢູ່​ແຄ​ມນ້ຳ​ກໍ​ຈະ​ພາກັນ​ເຮັດ​ເຮືອ​ໄຟ​ຢູ່​ໃນ​ນ້ຳ​ແລ້ວ​ໄຕ້​ທູບ​ທຽນ​ໃສ່​ເຮືອນັ້ນ ຫລື​ກໍ​ປະດັບ​ປະດາ​ດ້ວຍ​ໄຟຟ້າ ທີ່​ມີ​ສີສັນ​ງົດ​ ງາມ​ເຫລື້ອມຍິບຍັບ​ແລ້ວ​ໄຫລ​ລ່ອງ​ໄປ​ຕາມ​ແມ່​ສາຍນ້ຳ​ຕ່າງໆທີ່​ໃກ້​ບ້ານ​ຫລື​ກໍ​ເຮັດ​ເຮືອ​ໄວ້​ກັບ​ບ່ອນ​ບໍ່​ມີ​ການ ເຄື່ອນ​ຍ້າຍ​ເບິ່ງ​ແລ້ວ​ກໍ​ເປັນ​ໜ້າ​ສະອອນ​ເອົາ​ແທ້ໆ. ສ່ວນ​ວັດ​ທີ່​ບໍ່​ຢູ່​ຕິດ​ກັບ​ແມ່ນ້ຳ​ກໍ​ຈະ​ພາກັນ​ເຮັດ​ເຮືອ​ໄຟ​ຢູ່​ພາຍ​ໃນ​ວັດ,​ເຮືອນັ້ນ
ຈະ​ເອົາ​ກາບ​ກົກ​ກ້ວຍ​ຫລື​ກ້ານ​ພ້າ​ວ​ແລະ​ບາງ​ບ່ອນ​ກໍ​ຈະ​ສານ​ແຕະ​ເຮັດ​ຮ້ານ​ເປັນ​ແບບ​ລັກສະນະ​ຮູບ​ເຮືອ​ ແລ້ວ​ໄຕ້​ທູບ​ທຽນ​ໃສ່​ບູຊາ​ໃນ​ມື້​ແລງ​ແລະ​ຢູ່​ຕາມ​ບ້ານ​ເຮືອນ​ຊານ​ກໍ​ຈະ​ເຮັດ​ເຊັ່ນ​ດຽວ​ກັນ​ທຸກໆ​ເຮືອນ​ຂອງ​ມື້ນັ້ນ. ພາຍ​ຫລັງ​ອອກ​ພັນ​ສາ​ແລ້ວ​ກໍ​ຈະ​ມີ​ບຸນຊ່ວງ​ເຮືອ​ຂອງ​ເຫລົ່າ​ໝູ່​ບ້ານ​ຕ່​າງໆ​ຕາມ​ລຳ​ແມ່ນ້ຳ​ໃຫຍ່​ນ້ອຍ​ອັນ​ເປັນ​ບຸນ​ປະ​ເພນີ​ມ່ວນ​
ຊື່ນ​ລື່ນ​ເລີງ​ອັນ​ໜຶ່ງຂອງ​ປະຊາຊົນ​ລາວ​ແລະ​ກໍ​ຖື​ວ່າ​ເປັນ​ ການ​ເລີ່​ມຕົ້ນ​ຂອງ​ບຸນ​ມ່ວນ​ຊື່ນ​ອື່ນໆ​ຕໍ່​ໄປ​ພາຍຫລັງ​ທີ່​ໄດ້​ພັກຜ່ອນ​ກັນ​ມາ​ເປັນ​ເວລາ 3 ເດືອນຕາມ​ລະດູ​ການ​ຈຳ​ພັນ​ສາ​ຂອງ​ພະສົງ.

 
   ກັບສາລະບານສຶກສາ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446