ຊາວ​ເຜົ່າ​ຜົງ​ບ້ານ​ນຳ້​ຫະ​ເຊື່ອ​ໝັ້ນ​ຕໍ່​ຊີ​ວິດ​ໃໝ່


* ນັບ​ວ່າ​ເປັນ​ນິ​ມິດ​ໝາຍ​ອັນ​ດີ​ທີ່​ເຂື່ອນ​ໄຟ​ຟ້າ​ແບບ​ປະ​ສົມ​ປະ​ສານ ແຫ່ງ​ທຳ​ອິດ ຂອງ​ປະ​ເທດ​ເຮົາ ໄດ້​ຖືກ​ເປີດ​ບໍ​ລິ​ການ​ຢູ່​ຂອບ​ເຂດ​ບ້ານ​ນ້ຳ​ກະ ເມືອງ​ຜາ​ໄຊ, ແຂວງ​ຊຽງ​ຂວາງ ຫວ່າງ​ທ້າຍ​ເດືອນ ເມ​ສາ 2007 ນີ້​ເປັນ​ຕົ້ນ​ມາ ເຊິ່ງ​ມັນ​ໄດ້​ກາຍ​ເປັນ​ຂີດ​ໝາຍ​ສຳ​ຄັນ​ໜຶ່ງ ໃນ​ການ​ເປີດ​ໂສມ​ໜ້າ​ໃໝ່​ແກ່​ຊາວ​ບ້ານ​ນ້ຳ​ກະ, ເພື່ອ​ພັດ​ທະ​ນາ​ຕົນ​ເອງ​ໃຫ້​ຫ່າງ​ອອກ​ຈາກ​ສະ​ພາບ​ທຸກ​ຍາກ​ຂາດ​ເຂີນ ຄື​ໃນ​ເມື່ອ​ກ່ອນ​ໄປ​ເທື່ອ​ລະ​ກ້າວ. ບ້ານ​ນ້ຳ​ກະ ແມ່ນ​ບ້ານ​ຂອງ​ພີ່​ນ້ອງ​ຊາວ​ເຜົ່າ​ມົ້ງ ຂຶ້ນ​ກັບ​ເມືອງ​ຜາ​ໄຊ, ແຂວງ​ຊຽງ​ຂວາງ ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ມາ​ແຕ່​ດົນ​ແລ້ວ, ທ່ານ ຫວັງ​ລໍ​ຢາງ ນາຍ​ບ້ານ ບ້ານ​ນ້ຳ​ກະ ໄດ້​ເປີດ​ເຜີຍ​ວ່າ: ທຳ​ອິດ​ບ້ານ ຂອງ​ພວກ​ເຮົາ ມີ​ພຽງ​ແຕ່​ບໍ່​ພໍ​ເທົ່າ​ໃດ​ຫລັງ​ຄາ​ເຮືອນ​ເທົ່າ​ນັ້ນ ທີ່​ຍ້າຍ​ມາ​ຈາກ​ເຂດ​ພິ​ເສດ​ໄຊ​ສົມ​ບູນ ແລະ​ບ້ານ​ໃກ້​ຄຽງ​ຈຳ​ນວນ​ໜຶ່ງ ແຕ່​ມາ​ຮອດ​ດຽວ​ນີ້​ໄດ້​ຂະ​ຫຍາຍ​ອອກ​ເປັນ​ບ້ານ​ໃຫຍ່ ມີ​ເຖິງ 96 ຄອບ​ຄົວ, ຍ້ອນ​ເຫັນ​ແຈ້ງ​ຕໍ່​ແນວ​ທາງ​ນະ​ໂຍ​ບາຍ ຂອງ​ພັກ-​ລັດ ກ່ຽວ​ກັບ​ການ​ຢຸດ​ຕິ​ການ​ຖາງ​ປ່າ​ເຮັດ​ໄຮ່​ແບບ​ເລື່ອນ​ລອຍ ຫັນ​ມາ​ຈັດ​ສັນ​ອາ​ຊີບ​ແບບ​ຄົງ​ທີ່ ແລະ​ຕັ້ງ​ບ້ານ​ເຮືອນ​ແບບ​ຖາ​ວອນ​ນັ້ນ ປະ​ຊາ​ຊົນ​ພາຍ​ໃນ​ບ້ານ​ໄດ້​ຊອກ​ທຸກ​ເງື່ອນ​ໄຂ​ເພື່ອ​ສັບ​ຊາວ, ບຸກ​ເບີກ​ເນື້ອ​ທີ່​ດິນ​ເປົ່າ​ວ່າງ ໃຫ້​ກາຍ​ມາ​ເປັນ​ເນື້ອ​ທີ່​ນາ​ທີ່​ໃຫ້​ຜົນ​ຜະ​ລິດ​ເຂົ້າ​ສູງກວ່າ ການ​ເຮັດ​ໄຮ່​ຕັ້ງ​ຫລາຍ​ເທົ່າ. ມາ​ຮອດ​ດຽວ​ນີ້ ຊາວ​ບ້ານ​ນ້ຳ​ກະ ມີ​ນາ​ເຮັດ​ເກືອບ​ທຸກ​ຄອບ​ຄົວ ຖື​ວ່າ​ແຕ່​ລະ​ປີ​ມີ​ເຂົ້າ​ກຸ້ມ​ກິນ ແລະ​ບາງ​ຄອບ​ຄົວ​ກໍ​ເຫລືອ​ກິນ.
ທ່ານ ນາຍ​ບ້ານ ຍັງ​ໄດ້​ກ່າວ​ຕື່ມ​ວ່າ: ເພື່ອ​ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​ປູກ​ພ​ືດ​ພັນ​ຕ່າງໆ ເປັນ​ສິນ​ຄ້າ​ນັ້ນ ທາງ​ບໍ​ລິ​ສັດ ຊັນ​ລະ​ບົບ​ໄຟ​ຟ້າ​ແສງ​ຕາ​ເວັນ ໄດ້ ຮ່ວມ​ມື​ກັບ​ພະ​ແນກ​ພະ​ລັງ​ງານ ແລະ​ບໍ່​ແຮ່ ແຂວງ​ຊຽງ​ຂວາງ ໄດ້​ມາ​ປົວ​ແປງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ ຂະ​ໜາດ​ນ້ອຍ (ນ້ຳ​ກະ) ພ້ອມ​ທັງ​ໄດ້​ຕິດ​ຕັ້ງ​ລະ​ບົບ​ໄຟ​ຟ້າ​ແສງ​ຕາ​ເວັນ ແລະ​ເຄື່ອງ​ຈັກ​ໄຟ​ຟ້າ ທີ່​ແລ່ນ​ດ້ວຍ​ນ້ຳ​ມັນ​ໝາກ​ເຍົາ ເສີມ​ເຂົ້າ​ຕື່ມ​ເພື່ອ​ໃຫ້​ສາ​ມາດ​ສະ​ໜອງ​ກະ​ແສ​ໄຟ​ຟ້າ ໃຫ້​ປະ​ຊາ​ຊົນ​ໄດ້​ຊົມ​ໃຊ້​ຢ່າງ​ພຽງ​ພໍ ກັບ​ຄວາມ​ຕ້ອງ​ການ, ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ທາງ​ບໍ​ລິ​ສັດ​ເພິ່ນ​ຍັງ​ໄດ້​ສົ່ງ​ເສີມ​ປະ​ຊາ​ຊົນ ບ້ານ​ນ້ຳ​ກະ ປູກ​ຕົ້ນ​ໝາກ​ເຍົາ ເຊິ່ງ​ຈະ​ໄດ້​ນຳ​ເອົາ​ໝາກ ຂອງ​ມັນ​ມາ​ບີບ​ເປັນ​ນ້ຳ​ມັນ​ໂອ​ໄບ​ດີ​ເຊວ ເພື່ອ​ໃຊ້​ເປັນ​ພະ​ລັງ​ງານ​ທົດ​ແທນ​ອີ​ກ​ດ້ວຍ.
ນອກ​ຈາກ​ເຮັດ​ນາ​ເປັນ​ອາ​ຊີບ​ຫລັກ​ແລ້ວ ຊາວ​ບ້ານ​ນ້ຳ​ກະ ຍັງ​ໄດ້​ລ້ຽງ​ຄວາຍ 1.000 ກວ່າ​ໂຕ; ນອກ​ນີ້ ແຕ່​ລະ​ຄອບ​ຄົວ​ຍັງ​ໄດ້​ລ້ຽງ​ໝູ ແລະ​ສັດ​ປີກ​ອີກ​ຈຳ​ນວນ​ໜຶ່ງ, ການ​ຊອກ​ຄົ້ນ​ເຄື່ອງ​ປ່າ ຂອງ​ດົງ​ທີ່​ເປັນ​ຢາ​ເພື່ອ​ນຳ​ໃຊ້​ຂາຍ​ຕາມ​ຕະ​ຫລາດ​ໃກ້​ຄຽງ ກໍ​ເປັນ​ອີກ​ຊ່ອງ​ທາງ​ໜຶ່ງ ທີ່​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ລາຍໄດ້​ເສີມ​ຮັບ​ໃຊ້​ຄອບ​ຄົວ ເພື່ອ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.
ເບິ່ງ​ສະ​ພາບ​ລວມ​ແລ້ວ ເຫັນ​ວ່າ​ພີ່​ນ້ອງ​ເຜົ່າ​ມົ້ງ ບ້ານ​ນ້ຳ​ກະ ມີ​ຄວາມ​ກະ​ຕື​ລື​ລົ້ນ​ຫລາຍ​ ຕໍ່​ເຂື່ອນ​ໄຟ​ຟ້າ​ແບບ​ປະ​ສົມ​ປະ​ສານ ຂອງ​ບໍ​ລິ​ສັດ ຊັນ​ລະ​ບົບ​ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ຂອບ​ເຂດ​ບ້ານ ຂອ​ງ​ຕົນ ເຊິ່ງ​ເຂົາ​ເຈົ້າ​ຕ່າງ​ກໍ​ເຊື່ອ​ໝັ້ນ​ວ່າ ມັນ​ຈະ​ຊ່ວຍ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່ ຂອງ​ຕົນ​ດີ​ຂຶ້ນ​ເປັນ​ກ້າວໆ ເຊິ່ງ​ອັນ​ຕົ້ນ​ຕໍ ເຂົາ​ເຈົ້າ​ໄດ້​ມີ​ນາ​ເຮັດ, ມີ​ອາ​ຊີບ​ຄົງ​ທີ່, ມີ​ເຮືອນ​ຢູ່​ທີ່​ໝັ້ນ​ຄົງ​ຖາ​ວອນ, ມີ​ລົດ​ໄຖ​ນາ, ມີ​ລົດ​ບັນ​ທຸກ, ລົດ​ໂດຍ​ສານ​ປະ​ຈຳ​ບ້ານ, ມີ​ຕູ້​ເຢັນ, ໂທ​ລະ​ພາບ ແລະ​ເຄື່ອ​ງ​ໃຊ້ ຂອງ​ສອຍ​ປະ​ຈຳ​ເຮືອນ ສິ່ງ​ສຳ​ຄັນ​ອີກ​ອັນ​ໜຶ່ງ ບັນ​ດາ​ລູກ​ຮັກ​ຫລານ​ແພງ ຂອງ​ປະ​ຊາ​ຊົນ​ພາຍ​ໃນ​ບ້ານ ໄດ້​ມີ​ໂອ​ກາດ​ຮ່ຳ​ຮຽນ​ໜັງ​ສື​ຢ່າງ​ທົ່ວ​ເຖິງ.
ມາ​ເຖິງ​ປະ​ຈຸ​ບັນ​ພີ່​ນ້ອງ​ເຜົ່າ​ມົ້ງ ບ້ານ​ນ້ຳ​ກະ ບໍ່​ພຽງ​ແຕ່​​ມີ​ຊີ​ວິດ​ການ​ເປັນ​ຢູ່ ແລະ​ວັດ​ທະ​ນະ​ທຳ​ທີ່​ດີ​ແລ້ວ, ເຂົາ​ເຈົ້າ​ຍັງ​ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ຄວາມ​ສະ​ຫງົບ​ອຸ່ນ​ອຽນ, ອັນ​ນີ້​ກໍ​ຍ້ອນ​ວ່າ ແຕ່​ລະ​ຄອບ​ຄົວ​ມີ​ຄວາມ​ຢູ່​ດີ​ກິນ​ດີ ແລະ​ມີ​ຄວາມ​ສາ​ມັກ​ຄີ​ຮັກ​ແພງ​ກັນ; ພ້ອມ​ກັນ​ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ ເພື່ອ​ປົກ​ປັກ​ຮັກ​ສາ​ບ້ານ​ຊ່ອງ ແລະ​ທັບ​ມ້າງ​ກົນ​ອຸ​ບາຍ ການ​ເຄື່ອນ​ໄຫວ ຂອງ​ພວກ​ຄົນ​ບໍ່​ດີ​ໃຫ້​ໝົດ​ໄປ​ຢ່າງ​ສິ້ນ​ເຊີງ.


 
   ກັບສາລະບານສຶກສາ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446