ໄທ​ປູ​ຊຳ ປາງບຸນ​ໃຫຍ່​ຂອງ​​ຊາວ​ອິນ​ເດຍ​ມາ​ເລ​ເຊຍ

“ໄທ​ປູ​ຊຳ” ຄື​ຈຸດ​ມຸ່ງ​ຫມາຍຂອງ​ສື່​ມວ​ນ​ຊົນ​ລາວ ໃນ​ການເດີນ​ທາງ​ໄປປະ​ຕິ​ບັດ​ພາ​ລະ​ກິດ​ຢູ່​ປະ​ເທດ​ມາ​ເລ​ເຊຍ, ແຕ່​ກໍ່​ຍັງ​ບໍ່​ມີ​ຜູ້​ໃດ​ຄິດ​ອອກເທື່ອວ່າ ງານ​ແບບ​ນີ້​ເປັນ​ລັກ​ສະ​ນະ​ແນວ​ໃດ​ແທ້.
ເຊົ້າ​ວັນ​ທີ 1 ກຸມ​ພາ ທີ່​ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ, ເຫລ​ົ່າ​ສື່​ມວນ​ຊົນ​ລາວ ພ້ອມ​(ໄກ)​ນຳ​ທ່ຽວຊາວ​ມາ​ເລ ພ້ອມ​ກັນຕື່ນແຕ່​ເດິກ ອອກ​ຈາກ​ທີ່​ພັກເພື່ອ​ມຸ່ງ​ຫນ້າ​ໄປ ຖ້ຳ​ບາ​ຕູ ຊົມ​ພິ​ທີ​ທາງ​ສາ​ສະ​ຫນາ​ ຮິນ​ດູ ຂອງ​ຊາວ​ອິນ​ເດຍ, ເຊິ່ງ​ເອີ້ນ​​ວ່າ “ໄທ​ປູ​ຊຳ”.
ຫນ່ວຍ​ຕາ​ຫລາຍໆ​ຄູ່​ເປີດກວ້າງ​ຂຶ້ນ​ໃນ​ທັນ​ໃດ ເມື່ອ​ພາບ​ທີ່​ເຫັນ​ຢູ່​ຕໍ່​ຫນ້າ ຊ່າງ​ຫນ້າ​ສົນ​ໃຈ​ ແລະ ແປກ​ໃຫມ່ອີ​ຫລີ, ບໍ່​ວ່າ​ຈະ​ເປັນ ຮູບ​ປັ້ນສະ​ຫງ່າ​ຂອງພະ​ເຈົ້າ “ມູ​ຣູ​ກັນ” ​ສີ​ເຫລືອງ​ຄຳ​​ສູງ​ໃຫຍ່​, ຂັ້ນ​ໃດສູງ 272 ຂັ້ນ​ໄປ​ຍັງ​ຖ້ຳ​ວັດ ບາ​ຕູ, ຮູບ​ແກະ​ສະ​ລັກ​ອັນ​ງົດ​ງາມ​ດ້ານ​ວິ​ຈິດ​ສິນ​ຕາມ​ປະ​ຕູ​ໂຂງ, ຮ້ານ​ນ້ອຍ​ໃຫຍ່​ສຳ​ລັບ​ຂາຍ​ອາ​ຫານ, ສ່ຽງ​ຊີ, ເຄື່ອງ​ໃຊ້​ອື່ນໆ ແລະ ສຽງ​ຟົດ​ແຊວ​ຂອງຜູ້​ຄົນ​ແຕ່ງ​ກາຍ​ແບບ​ພື້ນ​ເມືອງ​ອິນ​ເດຍ ເຄື່ອນ​ເຫນັງ​ຢູ່​ຕາມ​ວັກຂັ້ນ​ໃດ... ອາ​ລີ ບາ​ບາ ຄົນ​ນຳ​ທ່ຽວ​ບອກວ່າ “ອີກ​ບໍ່​ພໍ​ເທົ່າ​ໃດ​ເວ​ລາ​ນາ​ທີ ຜູ້​ຄົນ​ຈະ​ຫລັ່ງ​ໄຫລ​ກັນ​ເຂົ້າ​ມາ​ເລື້ອຍໆ ພ້ອມ​ກັບ​ພິ​ທີ​ແຫ່​ຂອງ​ຊາວ​ອິນ​ເດຍທີ່​ຫນ້າ​ແປກ​ຕາ​ແປກ​ໃຈ​ຍິ່ງ..​.”, ແມ່ນ​ຄວາມ​ ອາ​ລີ ບອກ ເພາະ​ຕາ​ເວັນຫາ​ກໍ່​ແຍ້ມ ຜູ້​ຄົນ​ກໍ່​ຫນາ​ແຫນ້ນ​ຂຶ້ນເລື້ອຍໆ, ພິ​ທີ​ແຫ່​ທີ່​ຫນ້າ​ຕື່ນ​ຕາ​ຕື່ນ​ໃຈ​ໄດ້​ປະ​ກົດ​ໃຫ້​ເຫັນ​ເປັນ​ຍ່ານໆ ແລະ ເພີ່ມ​ທະ​ວີ​ຄວາມ​ຢາກ​ຮູ້​ຢາກ​ເຫັນ​ ຈົນ​ຕ້ອງ​ກົດ​ຊັດ​ເຕີ​ຖ່າຍ​ພາບ​ຢ່າງເມົາ​ມັນ. ພິ​ທີ​ແຫ່ ມີ​ທັງ​ສຽງ​ເສບ, ເປົ່າ, ​ເຄາະ, ບາງ​ກຸ່ມ​ແບກ​ເຢືອກເງິນ​ບັນ​ຈຸ​ນ້ຳ​ນົມ, ບາງ​ກຸ່ມ​ເຈາະ​ແທງ​ຜິວ​ຫນັງ​ຕາມ​ຮ່າງ​ກາຍ ແລະ ໃບ​ຫນ້າເຫມືອນ​ບໍ່​ຮູ້​ສຶກ​ເຈັບ​ປວດ (ດັ່ງ​ຄົນ​ເຂົ້າ​ຊົງ), ​ບາງ​ກຸ່ມ ກໍ່​ເຕັ້ນ​ລຳ​ປະ​ກອບ​ສຽງ​ເພງ ແຕ່​ທັງ​ຫມົດ​ຈະ​ຍ່າງ​ດ້ວຍ​ຕີນ​ເປົ່າ ແລະ ເປ່ງເປັນ​ສຽງ​ດຽວ​ກັນ​ອອກ​ມາ​ວ່າ “ເວນ​ເວນ (vel vel)”..​.ສິ່ງ​ທີ່​ພວກ​ເຂົາ​ເຮັດ ແລະ ຮ້ອງ​ຢູ່​ຂະ​ນະ​ນີ້​ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຄົາ​ລົບ​ແດ່​ພະ​ເຈົ້າ “ມູ​ຣູ​ກັນ” ທີ່​ພວກ​ເຂົາບູ​ຊາ ແລ​ະ ນັບ​ຖື, ເພື່ອ​ລ້າງ​ບາບ, ຂໍ​ພອນ ແລະ ​ສະ​ແດງ​ຄວາມ​ຂອບ​ໃຈ​ທີ່​ພະ​ອົງ​ໄດ້​ປົກ​ປ້ອງ​ພວກ​ເຂົາ​ຈາກ​ຄວາມ​ຊົ່ວ​ຮ້າຍຕ່າງໆ.
ງານ​ໃຫຍ່​ແບບ​ນີ້ ແນ່ນອນບໍ່​ແມ່ນ​ແຕ່​ຊາວ​ອິນ​ເດຍ​ເທົ່າ​ນັ້ນ​ດອກ​ທີ່​ໃຫ້​ຄວາມ​ສຳ​ຄັນ, ນອກ​ຈາກ​ພວກ​ເຮົາ​ແລ້ວ ກໍ່​ຍັງ​ມີ​ນັກ​ທ່ອງ​ທ່ຽວ, ສື່​ມວນ​ຊົນ​ຈາກ​ປະ​ເທດ​ຕ່າງໆ ເຂົ້າ​ຮ່ວມ​ເພື່ອ​ບັນ​ທຶກ​ພາບ ແລະ ເກັບ​ກຳ​ຂໍ້​ມູນ ຄວາມ​ອັດ​ສະ​ຈັນດັ່ງ​ກ່າວ, ແລ​ະ ເພື່ອ​ໃຫ້​ໄດ້​ເຫັນ​ພິ​ທີ​ຢ່າງ​ສົມ​ບູນ​ແບບ ການ​ຂຶ້ນ​ຂັ້ນ​ໃດ​ໄປ​ຍັງ​ຖ້ຳ​ຕາມ​ຫລັງ​ຊາວ​ອິນ​ເດຍທີ່​ພວມ​ແຫ່ ຈຶ່ງ​ເປັນ​ຄວາມ​ຄິດ​ທີ່​ດີ​ທີ່​ສຸດ, ແຕ່​ບໍ່​ແມ່ນ​ເລື່ອງ​ງ່າຍ ເພາະ​ຄວາມ​ຫນາ​ແຫນ້ນ​ຂອງ​ຜູ້​ຄົນ​ ເຮັດ​ໃຫ້​ການ​ຍັບ​ຍ້າຍ​ບາດ​ຍ່າງ​ຂອງ​ພວກ​ເຮົາ​ຕິດ​ຂັດ ຕ້ອງ​ລໍ​ຖ້າ​ເປັນ​ຈັງ​ຫວະ ເຫ​ມືອນ​ເຫດ​ການ​ແຫ່​ຜາ​ສາດ​ເຜີ້ງ​ເຂົ້າ​ກົມ​ມະ​ລຽນ​ພະ​ທາດ​ຫລວງ​ເມື່ອ​ທ້າຍ​ປີ​ຜ່ານ​ມາ, ແຕ່​ຢູ່​ທີ່​ນີ້ ບໍ​ລິ​ເວນ​ກວ້າງກວ່າ ຈຶ່ງ​ບັນ​ຈຸ​ຜູ້​ຄົນ​ໄດ້​ຫລາຍກວ່າ..​.ໃຊ້​ເວ​ລາ​ເຫິງ​ເຕີບ​ຈຶ່ງ​ພາ​ກັນ​ຍ່າງ​ຂຶ້ນ​ເຖິງ​ຈຸດ​ຫມາຍ ແລະ ທີ່​ແຫ່ງ​ນີ້​ເອງ​ກໍ່​ເປັນ​ບ່ອນ​ສິ້ນ​ສຸດ​ຂອງ​ການ​ທຳ​ພິ​ທີ ເພາະ​ພວກ​ເຂົາ​ຈະ​​ເອົານ້ຳ​ນົມ​ທີ່​ພາ​ກັນແບກ​ໃສ່​ບ່າ​ຂຶ້ນ​ມາ​ໄຫວ້, ປ້າຍ​ໃສ່​ຫນ້າ​ຜາກ ແລະ ດື່ມ​ກິນ ພ້ອມ​ທັງ​ເອົາ​ເຂັມ-​ເຫລ​ັກຂໍ​ທີ່​ສຽບ​ແທງ​ຕາມ​ຕົນ​ຕົວ ແລະ ໃບ​ຫນ້າ​ອອກ, ຖັດ​ຈາກ​ນັ້ນ ພວກ​ເຂົາ​ກໍ່​ຍ່າງ​ລົງ​ເມືອ​ ດັ່ງ​ຄົນ​ປົກ​ກະ​ຕິ ເຫມືອນບໍ່​ມີ​ຫຍັງ​ເກີດ​ຂຶ້ນ. ຢ່າງ​ໃດ​ກໍ່​ຕາມ ໃນ​ພິ​ທີ​ຍັງ​ມີ​ຫນ່ວຍ​ງານ​ແພດ​ຫມໍ ແລະ ລົດ​ໂຮງ​ຫມໍ​ກຽມ​ໄວ້​ຢ່າງ​ຮອບ​ຄອບ​ເພື່ອກໍ​ລະ​ນີ​​ມີ​ການ​ບາດ​ເຈັບ, ພ້ອມມີ​ເຈົ້າ​ຫນ້າ​ທີ່​ຕຳ​ຫລວດ​ຮັກ​ສາ​ການຢ່າງ​ຫລວງ​ຫລາຍ​ ຮັບ​ປະ​ກັນ​ໄດ້​ຄວາມ​ປອດ​ໄພ​ສູງ.
ອອກ​ຈາກ​ທີ່​ນັ້ນ ອາ​ລີ ກໍ່​ອະ​ທິ​ບາຍ​ໃຫ້​ຟັງ​ວ່າ: “ງານຈັດ​ຂຶ້ນ​ປີ​ລະ​ເທື່ອ​ຂອງ​ທ້າຍ​ເດືອນ​ມັງ​ກອນ ຫລື ຕົ້ນ​ເດືອນ​ກຸມ​ພາ, ປີ​ນີ້ ​ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ 1-​7 ກຸມ​ພາ 2007, ຄຳ​ວ່າ “ເວນ ເວນ” ທີ່​ເປັ່ງ​ອອກ​ມາ​ເພື່ອ​ສະ​ແດງ​ຄວາມ​ສັກ​ກາ​ລະ​ບູ​ຊາ​ພະ​ເຈົ້າ. ກ່ອນ​ມື້​ງານ ໄດ້​ມີ​ການ​ກະ​ກຽມ​ກ່ອນ ໂດຍ​ສະ​ເພາະຄົນ​ທີ່​ເຂົ້າ​ຮ່ວມ​ໃນ​ພິ​ທີ​ຕ້ອງ​ໄດ້​ກຽມ​ພ້ອມ​ຕົນ​ເອງ​ທາງ​ດ້ານ​ຮ່າງ​ກາຍ, ຈິດ​ໃຈ​ຕະ​ຫລອດ 48 ວັນ​ກ່ອນ​ວັນ​ງານ ໂດຍ​ການ​ກິນ​ອາ​ຫານເຈ​ພຽງ​ຄາບ​ດຽວຕໍ່​ມື້, ຂາບ​ໄຫວ້​ຢູ່​ເຮືອນ ແລະ ຢູ່​ວັດສະ​ຫມ່ຳ​ສະ​ເຫມີ, ລະ​ເວັ້ນ​ຈາກ​ທາງ​ໂລກ ແລະ ນອນ​ຢູ່​ພື້ນ​. ເຖິງວ່າ​ໄລ​ຍະ​ໃນ​ການ​ຊຳ​ລະ​ລ້າງ​ໃຫ້​ຮ່າງ​ກາຍ ແລະ ຈິດ​ໃຈ​ບ​ໍ​ລິ​ສຸດ ຕ້ອງ​ໃຊ້​ເວ​ລາ ເຊິ່ງ​ຫລາຍໆ​ຄົນ​ປະ​ຕິ​ບັດ​ບໍ່​ໄດ້​ດົນ, ແຕ່​ສຳ​ລັບ​ຜູ້​ທີ່​ມີ​ຈິດ​ໃຈ​ໃນ​ການ​ສະ​ແຫວງ​ບຸນ​ອັນ​ແຮງ​ກ້າ​ແລ້ວ ພວກ​ເຂົາ​ສາ​ມາດ​ປະ​ຕິ​ບັດ​ສິນ​ໄດ້​ດົນ​ 7 ມື້​ຫລື​ຫລາຍກວ່າ​ນັ້ນ”.
ແລະ​ນີ້​ແລ້ວ ແມ່ນ​ຄຳ​ຕອບ​ທີ່​ຜູ້​ຂຽນ ແລ​ະ ທີມ​ງານສື່​ມວນ​ຊົນ​ພາ​ກັນ​ແປກ​ໃຈ​ວ່າ ເປັນ​ຫຍັງ​ຖ້ຽວ​ບິນ​ໄປ​ປະ​ເທດ​ມາ​ເລ​ເຊຍ ຈຶ່ງ​ມີ​ຊາວ​ອິນ​ເດຍ​ຮ່ວມ​ເດີນ​ທາງ​ນຳເປັນ​ຈຳ​ນວນ​ຫລວງ​ຫລາຍ, ມັນ​ບໍ່​ແມ່ນ​ວ່າ ປະ​ຊາ​ກອນ​ຂອງ​ຊາວ​ມາ​ເລ​ເຊຍ 7,2% ແມ່ນ​ຄົນ​ອິນ​ເດຍເທົ່າ​ນັ້ນ (ສະ​ຖິ​ຕິ​ທ້າຍ​ປີ 2006), ແຕ່​ຍ້ອນ​ວ່າ ຊາວ​ອິນ​ຢູ່​ແຕ່​ລະ​ທິດ ແຕ່​ລະ​ບ່ອນ ມີ​ຄວາມ​ສັດ​ທາ​ອັນ​ແຮງ​ກ້າ ຈຶ່ງ​ພ້ອມ​ໃຈ​ກັນ​ມາເຂົ້າ​ຮ່ວມ​ງານ​ທີ່​ສຳ​ຄັນ ແລະ ຍິ່ງ​ໃຫຍ່ ເຊິ່ງ​ເອີ້ນ​ວ່າ “ໄທ​ປູ​ຊຳ” ນີ້​ຕ່າງ​ຫາກ.


 
   ກັບສາລະບານສຶກສາ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446