ເມື່ອ​ທຳ​ມະ​ຢູ່​ໃນ​ໃຈ



* ປະ​ເພນີ ບຸນເຂົ້າພັນ​ສາ ຫຼື ບຸນ​ຈຳ​ວັດ​ສາຫາກ​ໍຜ່ານມາ​ໝາດໆ, ສົດໆ​ຮ້ອນໆ​ນີ້​ເອງ ​ແລະເທົ່າທີ່​ເຫັນ ມາ​ແຕ່​ລະ​ຫຼັງຄາ​ເຮືອນ,​ແຕ່​ລະ​ຄອບຄົວ​ຕ່າງ​ກໍເຮັດ​ເຂົ້າໝໍ້ຫໍ່​ເຂົ້າ ຕົ້ມ, ກຽມ​ເຄື່ອງປັດ​ໄຈໄທ​ຍະ​ທານ​
ຕ່າງໆ​ບໍ່​ວ່າ​ຈະ​ເປັນ​ອາຫານ​ຫວານ- ຄາວ, ຜ້ານ້ຳຝົນ,ຕົ້ນ​ເຜິ້ງຕົ້ນທຽນ ​ເພື່ອ​ຕື່ນ​ເຊົ້າມາ​ຈະ​ໄດ້​ມຸ່ງ​ໜ້າ​ເຂົ້າສູ່​ວັດ​ສູ່​ວາ ​ແລະພໍ​ມາ​ເຖິງ​ວັນ​ບຸນ​ຈິງໆ​ຢູ່ຕາມ​ວັດວາອາ​ຮາມ​ຕ່າງໆນັ້ນກໍ​ຄຶກຄັກ​ໄປ​ດ້ວຍ​ອອກຕົນ​ຍາດ​ໂຍມ​ທັງ
​ ຍິງ-ຊາຍ,ທັງ​ຜູ້​ເຖົ້າຜູ້​ແກ່-​ໄວ​ໜຸ່ມ ​ແລະ ​ເດັກ​ເຍົາ​ໄວ​ໄປ​ໃສ່​ບາດ, ຖວາຍ​ເຄື່ອງ​ປັດໄຈ​ທານ​ຕ່າງໆ​
ໃຫ້​ແກ່​ພະ​ພິກຂຸ​ສົງ​ສາມະ​ເນນ ... ນີ້ກໍ​ເປັນ​ການສະ​ແດງ​ໃຫ້​ເຫັນວ່າ : ທຳ​ມະ​ທຳ​ໂມ​ໄດ້​ເຂົ້າ,​ໄດ້​ຝັງ​ເລິກ​ຢູ່​ໃນ​ຈິດ​ໃນ​ໃຈ​ຂອງ​ພຸດ​ທະສາສະ​ນິກກະ​ຊົນ​ທັງຫຼາຍ.​ແຕ່​ຂະນະ​ດຽວ​ກັນ, ກໍຍັງ​ມີ​ຄົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ມັກ​ຄິດ​ມັກ​ນຶກ​ໄປ​ວ່າ : ​ເລື່ອງ​ຂອງທຳ​ມະ​ເປັນ​ເລ​ື່ອງຂອງ​ສາ ສະໜາ​ເປັນ​ເລື່ອງ​ຂອງ​ພະ​ທີ່​ມີ​ຄວາມ​ເຂົ້າ​ໃຈ​ແສນ​ຍາກ​ເຂັນ ແລະ ຖື​ວ່າ​ເປັນ​ເລື່ອງ​ທີ່​ໄກ​ຕົວ! ແຕ່​ຄວາມ
​ ເປັນ​ຈິງ​ແລ້ວ, ຄຳ​ວ່າ : “ທຳ​ມະ” ແມ່ນມີ​ຄວາມ​ໝາຍ​ທັງ​ເລິກ-ກວ້າງ, ມີ​ຄວາມສຳຄັນ​ເປັນ​ຢ່າງ
​ ຍິ່ງ.ທັງ​ນີ້, ທຳ​ມະ​ກໍ​ຄື​ຄວາມ​ຈິງ, ຄວາມ​ຖືກ ຕ້ອງ ​ແລະ ຖື​ເປັນ​ຫຼັກການ​ທີ່​ດີ​ຂອງ​ຄົນ​ເຮົາ​ທີ່ຈະ​ປະພຶດ,ປະຕິບັດ​ໃນ​ການ​ດຳລົງ​ຊີວິດ​ຂອງ​ເຮົາ​ນັ້ນ​ເອງ. ມີ​ສິ່ງ​ໜຶ່ງ​ທີ່​ຖືເປັນ​ການ​ຢັ້ງຢືນອັນ​ໝັ້ນຄົງ​ແນ່ນອນ​ໃນ​ເລື່ອງ​ທຳ​ມະນີ້ມີ​ຂໍ້​ທຳ​ມະ​ບົດ​ໜຶ່ງ​ຂອງ​ທ່າ
ນ​ພຸດ​ທະ​ທາດ​ເຊິ່ງ​ເພິ່ນ​ໄດ້​ກ່າວ​ໄວ້​ຕອນ​ໜຶ່ງ​ທີ່ສຳຄັນ ແລະ ​ໄດ້​ເປັນ​ມໍລະດົກ​ທາງ​ທຳ​ວ່າ : “ທຳ​ມະ​ບໍ່​ແມ່ນ​ຕົວ​ໜັງສື​ແຫ່ງ​ການສະ​ແດງ​ທຳ,​ແຕ່​ເປັນການ​ທຳ​ (ປະຕິບັດ) ໜ້າ​ທີ່​ໆ​ຖືກຕ້ອງ
​ ຂອງ​ຜູ້​ປະຕິບັດ​ຂອງແຕ່ ລະຄົນ​ໃນ​ທຸກ​ອະລິຍະ​ບົດ.ທຸກ​ເວລາທຸກ​ສະຖານ​ທີ່ ຢ່າງ​ຖືກຕ້ອງ​ໃນ​
ຄວາມ​ເປັນ​ມະນຸດ​ຂອງ​ຕົນ ແລະ ຜູ້​ອື່ນ​ທີ່​ກ່ຽວຂ້ອງ​ເຊິ່ງກັນ ແລະກັນ ຈຶ່ງ​ຈະ​ເປັນ​ທຳມະທີ່​ຖືກຕ້ອງຕາມ​ຫຼັກ​ແຫ່ງ​ພຸດທະ​ສາສະໜາ​ອັນ​ນຳ​ມາ​ໃນ​ຄວາມ​ສະຫງົບ​ສຸກ​ໄດ້ຢ່າງ
​ ແທ້​ຈິງ”.ທັງ​ໝົດ​ທັງ​ປວງ​ຂອງ​ຄວາມ​ໝາຍ,ຄວາມ​ສຳຄັນ​ຂອງ​ທຳ​ມະນີ້ ລ້ວນ​ເປັນຄວາມ​ຈິງ ​ແລະ
ຄວາມ ຖືກຕ້ອງ​ໃນ​ການ​ປະພຶດ​ປະຕິບັດ​ຂອງ​ພວກ​ເຮົາ​ທຸກ​ຄົນ, ທັງ​ນີ້ ຖ້າ​ໃນ​ຊີວິດ​ຂອງ​ເຮົາ​ມີ​ແນວ
ທາງ ແລະ ​ເດີນ​ໄປ​ຕາມ​ທິດ​ທາງ​ທີ່​ຖື​ກຕ້ອງ​ແລ້ວ, ​ເຮົາ​ຍ່ອມ​ຈະ​ບໍ່​ກ້າວ​ເດີນ​ໄປ​ໃນ​ທາງ​ທີ່​ຜິດ​ທິດ

​ ຜິດ​ທາງ ​ແລະຈະ ພົບ​ແຕ່​ຄວາມສຸກ,ຄວາມ​ໂຊກ​ລາບ, ຄວາມ​ມ່ວນ​ຊື່ນ​ມາກ​ມາຍ​ກ່າຍ ກອງ ​ແລະ ຫຼາຍ​ກວ່າ​ການທີ່​ຈະພົບ​ກັບ​ຄວາມທຸກ​ທາງ​ໃຈ​ທັງຫຼາຍ​ທັງ​ປວງ​ແນ່ນອນ!


 
   ກັບສາລະບານສຶກສາ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446