ວັດທະນະທຳ​ຂອງ​ລາວ

*ເພື່ອ​ເປັນ​ການ​ປົກ​ປັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ຂອງ​ຊາດ​ໃຫ້​ຢູ່​ຄຽງ​ຄູ​່ກັບ​ຄົນ​ລາວ​ຕະ​ຫລອດ​ໄປ​ກໍ​ຄື​ການ​ປູກ​ຈິດ​ສຳ​ນຶກ​ໃຫ້​ອາ​
ນຸ​ຊົນ​ຄົນ​ລຸ້ນ​ຫລັງ​ໃຫ້​ຮູ້​ຈັກ​ປົກ​ປັກ​ຮັກສາວັດ​ທະ​ນະ​ທຳ​ຂອງ​ຊາດນັ້ນ ໃນ​ຄໍ​ລ້ຳ​ສີ​ສັນ​ວັດ​ທະ​ນະ​ທຳມື້​ນີ້​ຜູ້​ຂຽນ​ຈະ​ພາ​ບັນ​ດາ​ທ່ານ​ໄປ​ຮູ້​ຈັກ​ກັບ​ຄວາມ​ຫມາຍ​ ຄວາມ​ສຳ​ຄັນ​ຂອງ​ຄຳ​ວ່າ​ວັດ​ທະ​ນະ​ທຳ ຊຶ່ງ​ຂ້າ​ພະ​ເຈົ້າ​ເຊື່ອ​ແນ່​ວ່າ​ຍັງ​ມີ​ອີກ​ຫລາຍ​ທ່ານ​ທີ່ຍັງ​ບໍ່​ທັນ ເຂົ້າໃຈ​ຄວາມ​ຫມາຍ​ຄວາ​ມ​ສຳ​ຄັນ​ຂອງ​ຄຳ​ນີ້​ຢ່າງ​ເລີກ​ເຊິ່ງ​ເທົ່າ​ທີ່​ຄວນ, ຄຳ​ວ່າ​ວັດ​ທະ​ນະ​ທຳ​ແປ​ວ່າ ສະ​ພາບ​ທີ່​ເຮັດ​ໃຫ້​ເກີດ​ຄວາມງອກ​ງາມ​ຄວາມ​ຈະ​ເລີນ​ສະ​ນັ້ນ ​ຄຳ​ວ່າ​ວັດ​ທະ​ນະ​ທຳ​ຂອງ​ຊາດ ຈຶ່ງ​ມີ​ຄວາມ​ຫມາຍ​ວ່າ​ສະ​ພາບ ທີ່​ເຮັດ​ໃຫ້້​ເກີດ​ຄວາມງອກ​ງາມ​ຄວາມ​ຈະ​ເລີນ​ຂອງ​ຊາດ ຊຶ່ງ​ມີ​ລັກ​ສະ​ນະ​ສະ​ແດງ​ອອກ4ປະ​ການ​ຄື: ​ລັກ​ສະ​ນະ​ທີ່​ຫນຶ່ງ​ແມ່ນ​ສະ​ແດງ​ອອກ​ເຖິງ​ຄວາມ​ຈະ​ເລີນງອກ​ງາມ​ ອາດ​ແບ່ງ​ອອກ​ໄດ້ສອງ​ປະ​ເພດ​ຄື:ຄວາມ​ຈະ​ເລີນ ງອກ​ງາມ​ທາງ​ດ້ານ​ຈິດ​ໃຈ​ແລະ ຄວາມ​ຈະ​ເລີນງອກ​ງາມ​ທາງ​ດ້ານ​ວັດ​ຖຸ., ​ຄວາມ​ມີ​ລະ​ບຽບ​ຮຽບ​ຮ້ອຍ​ເຊັ່ນ​ຄວາມ​ເປັນ​ລະ​ບຽບ​ທາງ​ດ້ານ​ການ​ແຕ່ງ​ກາຍ ຊຶ່ງ​ມັນ​ສາ​ມາດ ບອກ​ໄດ້​ຄວາມ​ເປັນ​ຍິງ​ຊາຍ​ຢ່າງ​ຈະ​ແຈ້ງ ສະ​ແດງ​ອອກ ຄວາມ​ເປັນ​ເອ​ກະ​ລັກ​ໃນ​ການ​ນຸ່ງ​ຖື​ຂອງ​ບັນ​ດາ​ຊົນ​ເຜົ່າ​ໃນ​ລາວ​ເຮົາ, ​ຄວາມ​ກ້ຽວ​ກ່ອມກົມ​ກຽວ​ກ້າວ​ຫນ້າ​ຂອງ​ຊາດ ເຊັ່ນ​ຄົນ​ລາວ​ເຮົາ​ມີ​ມູນ​ເຊື້ອ​ຄວາມ​ສາ​ມາ​ມັກ​ຄີ ມີ​ຄວາມ​ນິ​ຍົມ​ຊົມ​ຊອບ​ຕໍ່​ຊາດ​ຂອງ​ຕົນ ຮັກ​ຊາດ​ຂອງ​ຕົນ ບໍ່​ປະ​ຫມາດ​ຢຽດ​ຫຍາມ​ຄົນ​ລາວ​ແລະ ຊາດ​ລາວ ບໍ່​ຍອມ​ໃຫ້​ຊາດ​ອື່ນ​ຂົ່ມ​ຂູ່ ບັງ​ບຽດ​ຢຽດ​ຢາມ​ຄົນ​ລາວ​ແລະ ຊາ​ດ​ລາວ ຕໍ່​ສູ້​ບໍ່​ຍອມ​ຈຳ​ນົນ​ຕະ​ຫລອດ​ໄລ​ຍະ​ປະ​ຫວັດ​ສາດ ແລະ ນິ​ຍົມ​ໃຊ້​ສິ່ງ​ຂອງ​ຄົນ​ລາວ​ຜະ​ລິດ​ໄດ້​ເຊັ່ນ:ສິ້ນ​ນຸ່ງ​ແພ​ຖື​ແລະ ເຄື່ອງ​ໃຊ້​ໃມ້​ສອຍ​ຕ່າງໆ​ແລະ ລັກ​ສະ​ນະ​ສຸດ​ທ້າຍ​ຄຶ:ສະ​ແດງ​ເຖິງ​ຄຸນ​ນະທຳ​ແລະ ສີ​ລະ​ທຳ​ຂອງ​ປະ​ຊາ​ຊົນ ອັນ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ດ້ວຍ​ຄວາມ​ປະ​ພຶດ​ໃນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ລາວ ມີ​ສີ​ລະ​ທຳ​ອັນ​ດີ ປະ​ພຶດ​ສິ່ງ​ທີ່​ຄວນ​ປະ​ພຶດ ຫລີກ​ເວັ້ນ​ສິ່ງ​ທີ່​ຄວນ​ຫລີກ​ເວັ້ນ ມີ​ນ້ຳ​ໃຈ​ສື່​ສັດ​ສຸດ​ຈະ​ລິດ ບໍ່​ໂລບ​ມາກ​ໂລ​ພາ​ແລະ ອື່ນໆ ອັນ​ເນື່ອງ​ຈາກ​ປະ​ຊາ​ຊົນ​ລາວເຮົາ​ມີ​ພື້ນ​ຖານ​ແນວ​ຄິດ​ຈາກ​ຄຳ​ສັ່ງ​ສອນ ຂອງ​ພະ​ພຸດ​ທະ​ສາ​ສະ​ຫນາ ອັນ​ຖຶ​ວ່າ​ເປັນ​ມູນ​ມໍ​ລະ​ດົກ​ທີ່​ຄົນ​ລາວ​ເຮົາ​ໄດ້​ສືບ​ທອດ​ມາ​ແຕ່​ບູ​ຮານ​ນະ​ການ​ ຈົນ​ເຖິງ​ປະ​ຈຸ​ບັນ​ ຈຶ່ງ​ເຮັດ​ໃຫ້​ຄົນ​ລາວ​ເຮົາ​ໄດ້​ມີ​ຄວາມ​ເປັນ​ເອ​ກະ​ລັກ ສະ​ເພາະ​ຕົນ ​ທີ່​ອາດ​ສະ​ແດງ​ອອກ​ໄດ້​ຫລາຍ​ຮູບ​ຫລາຍ​ແບບ. ວັດ​ທະ​ນະ​ທຳ​ຕ່າງໆ ຖ້າ​ແບ່ງ​ຕາມ​ປະ​ເພດ​ກໍ​ຄົງ​ມີ​ສອ​ງ​ດັ່ງ​ກ່າວ​ມາ​ແລ້ວ​ຄື​ທາງ​ຈິດ​ໃຈ​ແລະ ທາງວັດ​ຖຸ ແຕ່​ຫາກ​ແບ່ງ​ຕາມ​ເນື້ອ​ໃນ​ຂອງວັດ​ທະ​ນະ​ທຳ​ແທ້​ແລ້ວ ກໍ​ອາດ​ແບ່ງ​ອອກ​ໄດ້4ປະ​ເພດ​ເຊັ່​ນ:ຄະ​ຕິ​ທຳ​ຄື​ວັດ​ທະ​ນະ​ທຳ​ກ່ຽວ​ກັບ​ຄະ​ຕິ​ທຳ​ຄື​ທາງ​ຫລື​ຫລັກ​ໃນ​ວາດ​ວົງ​ການດ​ຳ​ລົງ​ຊີ​ວິດ ສ່ວນ​ໃຫຍ່​ເປັນ​ເລື່ອງ​ຈິດ​ໃຈ​ແລະ ກາຍ​ໂດຍ​ໄດ້​ມາ​ຈາກ​ຄຳ​ສັ່ງ​ສອນ​ຂອງ​ພະ​ພຸດ​ທະ​ສາດ​ສະ​ຫນາ ບວກ​ກັບ​ແນວ​ທາງ​ອັນ​ຖືກ​ຕ້ອງ​ຂອງ​ພັກ-​ລັດ​ອີກ​ດ້ວຍ.
ຄໍ​ລຳສີ​ສັນ​ວັດ​ທະ​ນະ​ທຳ ເທິງ ຫນ້າ​ຫນັງ​ສື​ພິມ​ລາວ​ພັດ​ທະ​ນາ​ຍັງ​ມີ​ຫາກ​ຫລາຍ​ສີ​ສັນ​ທີ່ຫນ້າ​ສົນ ໃຈແລະ ຄົ້ນ​ຫາກ່ຽວ​ກັບ​ວັດ​ທະ​ນະ​ທ​ຳຂອງ​ລາວ​ເຮົາ ດັ່ງ​ນັ້ນ​ໃນ​ມື້​ຕໍ່ໆ​ໄປ​ຜູ້​ຂຽນ​ຈະ​ພາ​ຍາ​ຍາມ​ຊອ​ກ​ຫາ​ຂໍ້​ມູນຂ່າວ​ສານທີ່​ຫນ້າ​ສົນ​ໃຈ​ເຫລົ່າ​ນັ້ນ ​ມາ​ນຳ​ສະ​ເຫນີ​ໃຫ້​ຜູ້​ອ່ານ​ໄດ້​ຮັບ​ຮູ້​ແລະ ເຂົ້າ​ໃຈຢ່າງ​ເລິກ​ເຊິ່ງ ເພື່ອ​ເຮັດ​ແນວ​ໃດ​ໃຫ້​ທຸກ​ເພ​ດ​ໄວ​ໄດ້​ຮັບ​ຮູ້​ຂໍ້​ມູນ​ຂ່າວ​ສານ​ທີ່​ຖືກ​ຕ້ອງກໍ​ຄື ການ​ປູກ​ຈິ​ດ​ສຳ​ນຶກ​ທີ່​ດີໃຫ້​ທຸ​ກ​ເພດ​ໄວ​ຮູ້​ຮັກ​ແລະ ປົກຮັກ​ສາ​ວັດ​ທະ​ນະ​ນຳ​ນີ້​ໄວ້​ຕະ​ຫລອດ​ໄປອີກ​ດ້ວຍ./.

 
   ກັບສາລະບານສຶກສາ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446