ນາງ ໄພລິນດາ ພິລາວັນ ໄດ້ຕຳແໜ່ງ ນາງສາວລາວ
* ນ້ຳຕາແຫ່ງຄວາມປື້ມປິຕິໄຫລລິນອາບແກ້ມຂອງນາງ ພາຍຫລັງໄດ້ຍິນສຽງປະກາດຊື່ຜູ້ຊະນະເລີດ ການປະກວດ ນາງສາວລາວ 2009 ເຊິ່ງປີທຳອິດນີ້ ນາງ ໄພລິນດາ ພິລາວັນ ອາຍຸ 19 ປີ ຕົວແທນຈາກນະ ຄອນຫລວງວຽງຈັນ ໄດ້ຕຳແໜ່ງ ນາງສາວລາວ 2009 ໄປຄອງ ພ້ອມອີກ 2 ຕຳແໜ່ງຄື: ນາງສາວ ຂວັນ ໃຈຊ່າງພາບ ແລະ ນາງສາວຜິວໃສສຸຂະພາບດີ. ການປະກວດ ນາງສາວລາວ ຫລື Miss Lao 2009 ເຊິ່ງປ່ຽນຊື່ມາຈາກ ນາງສາວ ອາພອນລາວ ໃນ ຮອບຊີງຊະນະເລີດ ໄດ້ຈັດຂຶ້ນໃນຄ່ຳວັນເສົາທີ 21 ພະຈິກ ຜ່ານມາ ທີ່ໂຮງແຮມດອນຈັນພາເລດ ນະຄອນ ຫລວງວຽງຈັນ ໂດຍມີ 23 ນ້ອງ ນາງ ສາວຜ່ານເຂົ້າຮອບຈາກ 12 ແຂວງ ແລະ ຖ່າຍທອດ ສົດລາຍການ ປະ ກວດ ໄປ ທົ່ວໂລກ ໂດຍຜ່ານ ໂທລະພາບລາວ ສະຕາ ຊາແນວ. ເວທີໄດ້ເລີ່ມຂຶ້ນດ້ວຍການຍ່າງອວດຕົວ ແລະ ສະແດງຟ້ອນຂອງ 23 ນ້ອງ ນາງ ສາວ ໃນຊຸດບັນດາເຜົ່າ, ສ່ວນຮອບທີສອງ ເປັນການແນະນຳຕົວ ຂອງແຕ່ລະ ນາງໃນຊຸດ ລາວປະຍຸກ ກ່ອນຈະໄປຕື່ນເຕັ້ນໃນຮອບ ທີ ສາມ ກັບ ຊຸດລາຕີລາວ ເພື່ອ ຄັດເລືອກເອົາ 10 ຄົນສຸດທ້າຍ ໄປຕອບຄຳຖາມ. ຜ່ານການຕອບຄຳ ຖາມ ທັງ 10 ນາງ ຜົນປະກົດວ່າ ຜູ້ຊະນະເລີດ ໄດ້ເງິນລາງວັນ 50 ລ້ານກີບ ທັງເປັນ ເຈົ້າຂອງລົດ BYD ມູນຄ່າ 85 ລ້ານກີບ, ຊຸດຄຳຫນັກ 3 ບາດ ພ້ອມມຸງກຸດ ສາຍ ສະພາຍ ໄດ້ແກ່ ນາງ ໄພລິນດາ ພິລາວັນ, ສ່ວນຮອງອັນ ດັບ 1 ແມ່ນນາງ ວົງພະ ຈັນ ວົງວິລາສັກ ຕົວແທນຈາກ ແຂວງຈຳປາສັກ ໄດ້ຮັບເງິນລາງວັນ 20 ລ້ານກີບ, ຮອງອັນດັບ 2 ແມ່ນ ນາງ ນິພາພອນ ພົມມະຈັນ ຕົວແທນຈາກແຂວງວຽງຈັນ ໄດ້ຮັບເງິນລາງວັນ 15 ລ້ານກີບ, ສຳລັບ ຮອງອັນດັບ 3 ໄດ້ແກ່ນາງ ສຸພາ ພອນ ອິນທະວົງ ຈາກນະຄອນຫລວງ ແລະ ນາງ ຈັນ ປະສົງ ສິດທິພັນ ຈາກແຂວງອັດຕະປື ໄດ້ຮັບເງິນລາງວັນຜູ້ລະ 10 ລ້ານກີບ. ພ້ອມນີ້ກໍຍັງມີ ລາງວັນພິເສດ 5 ລາງ ວັນໆລະ 5 ລ້ານກີບໄດ້ແກ່ ລາງວັນ ຂວັນໃຈຊ່າງພາບ, ລາງວັນ ຜິວໃສສຸຂະພາບດີ ເປັນຂອງນາງ ໄພລິນດາ ພິລາວັນ, ສ່ວນລາງວັນ ມິດຕະພາບ ເປັນ ຂອງ ນາງ ວົງພະຈັນ ວົງວິລາສັກ, ລາງວັນບຸກ ຄະລິກຂະພາບດີ ແມ່ນນາງ ເກສອນ ພົນອາດ ແລະ ລາງວັນຂວັນໃຈປະຊາຊົນ ໄດ້ແກ່ນາງ ຈັນປະສົງ ສິດ ທິພັນ. ທ່ານ ສີແພງ ວົງປັນຍາ ຫົວໜ້າກົມວັດທະນະທຳ-ມະຫາຊົນ, ຄະນະຮັບຜິດຊອບໂຄງການ ໄດ້ເປີດເຜີຍ ວ່າ: “ແມ່ຍິງລາວເຄີຍມີມູນເຊື້ອທາງ ດ້ານວັດທະນະທຳ ທີ່ເປັນເອກະລັກມາແຕ່ບູຮານນະການ ເຊິ່ງໄດ້ກາຍ ເປັນ ມໍລະດົກຕົກທອດມາເຖິງເຊັ່ນລູກເຊັ່ນຫລານ ນັ້ນກໍຄື ຄວາມງາມທັງກາຍ ຈິດໃຈ ແລະ ວາຈາ ໂດຍ ສືບ ທອດ ແລະ ເສີມຂະຫຍາຍມູນເຊື້ອທີ່ດີງາມຂອງແມ່ຍິງລາວ, ພັກ ແລະ ລັດຖະບານ ໄດ້ມີແນວທາງ ແລະ ໂຄງການຫລາຍຢ່າງທີ່ເຫມາະສົມ ເພື່ອສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງລາວ ກໍຄື ການປະຕິບັດ ຄວາມສະ ເຫມີ ພາບ ລະຫວ່າງຍິງ-ຊາຍ ຢູ່ໃນສັງຄົມ ສ້າງທຸກເງື່ອນໄຂໃຫ້ເອື້ອຍນ້ອງ ໄດ້ປະກອບສ່ວນ ເຂົ້າ ໃນ ພາລະກິດປົກປັກ ແລະ ສ້າງສາພັດທະນາປະເທດຊາດທີ່ແສນຮັກຂອງພວກເຮົາ ແລະ ໂຄງການປະ ກວດ ນາງສາວລາວ ກໍແມ່ນໜຶ່ງໃນແນວ ທາງລວມ ດັ່ງກ່າວ. ຕະຫລອດໄລຍະ 10 ວັນນາງສາວທັງ 23 ຄົນໄດ້ເຄື່ອນໄຫວກິດຈະກຳຢູ່ແຂວງຈຳປາສັກ ເພື່ອ ຮຽນ ຮູ້ກ່ຽວກັບຄວາມອຸດົມສົມບູນ ແລະ ສວຍສົດງົດງາມ ຂອງ ທິດ ທັດທຳມະຊາດ ກໍຄືຜົນງານຂອງ ການ ສ້າງ ສາພັດທະນາເສດຖະກິດ-ສັງຄົມຂອງພີ່ນ້ອງຊາວແຂວງຈຳປາສັກ ພ້ອມນີ້ ກໍໄດ້ເຂົ້າຝຶກອົບຮົມ ກ່ຽວ ກັບສະ ພາບການເມືອງ-ການປົກຄອງ-ເສດຖະກິດ-ວັດທະນະທຳ-ສັງຄົມ, ຄວາມຮູ້ກ່ຽວກັບພູມສາດ, ແຫລ່ງ ທ່ອງ ທ່ຽວທີ່ສຳຄັນຂອງປະເທດ, ປະຫວັດສາດສຳຄັນ ຂອງ ຊາດ ແລະ ຮີດ 12 ຄອງ 14 ຕະຫລອດຮອດ ມາລະ ຍາດທາງສັງຄົມ”./.
ກັບສາລະບານ