ສິນລະປະບັນເທີງ

ໄດ້​ແລ້ວ10​ຄົນ​ຜູ້​ເຂົ້າ​ຮອບ​ແຂ່ງຂັນ​ຮ້ອງ​ເພງ​ຢີ່ປຸ່ນ


* ຮອບ​ຄັດ​ເລືອກ​ການ​ແຂ່ງຂັນ​ຮ້ອງ​ເພງ​ຍີ່ປຸ່ນ​ຄັ້ງທຳ​ອິດ, ​ໃນ​ວັນ​ເສົາທີ່​ຜ່ານ​ມານີ້ ທີ່​ສູນ​ຮ່ວມ​ມື ລາວ-ຍີ່ປຸ່ນ ມະຫາວິທະຍາ​ໄລ​ແຫ່ງ​ຊາດ (ວິທະຍາ​ເຂດ​ດົງ​ໂດກ) ສາ ມາດ​ຄັດ​ເລືອກ​ໄດ້​ແລ້ວ 10 ຄົນ ຜູ​້​ເຂົ້າ​ຮອບ​ຊີງ​ຊະນະ​ເລີດ​ຈາກ​ຜູ້​ເຂົ້າ​ຮ່ວມ​ແຂ່ງຂັນ​ທັງ​ໝົດ 36 ຄົນ, ​ໂດຍ​ຮອບ​ຊີງ​ຊະນະ​ເລີດ​ຈະ​ໄດ້​ຈັດ​ຂຶ້ນ ໃນ​ວັນ​ເສົາ​ທີ 3 ພະຈິກ 2007 ທີ່​ຈະ​ເຖິງ​ນີ້ ທີ່​ສູນ​ການ​ຄ້າ​ລາວ-​ໄອ​ເຕັກ ນະຄອນຫລວງ​ວຽງ​ຈັນ; ທັງ​ນີ້ ກໍ​ເພື່ອ​ສົ່ງ​ເສີມ​ການ​ຮຽນ​ຮູ້ ແລະ​ນຳ​ໃຊ້​ພາສາ​ຍີ່ປຸ່ນ ຂອງ​ນັກ​ສຶກສາ ລາ​ວທີ່​ພວມ​ຮຽນ​ພາສາ​ຍີ່ປຸ່ນ ໃຫ້​ຖືກ ຕ້ອງ, ​ເປັນ​ການ​ສົ່ງ​ເສີມ ​ແລະ​ແລກປ່ຽນ​ວັດທະນະທຳ​ລາວ-ຍີ່ປຸ່ນ ດ້ວຍ​ກັນ ເພື່ອ​ເຮັດ​ແນວ​ໃດໃຫ້​ນັກ​ສຶກສາລາ​ວກໍ​ຄື​ຍີ່ປຸ່ນ ໄດ້​ຮັບ​ຮູ້ ແລະ​ເຂົ້າ​ເຖິງ​ທາງ​ດ້ານ​ວັດທະນະທຳ​ອັນ​ດີງາມ​ຂອງ​ສອງ​ປະ​ເທດ​ຢ່າງ​ແທ້​ຈິງ. ສຳລັບ​ເງື່ອນ​ໄຂ​ຜູ້​ເຂົ້າ​ຮ່ວມ​ແຂ່ງຂັນ​ໃນ​ເທື່ອ​ນີ້ ແມ່ນ​ຕ້ອງ​ເປັນ ຄົນ​ສັນຊາດ​ລາວ, ອາຍຸ​ບໍ່​ເກີນ 15- 35 ປີ (ບໍ່​ຈຳ​ກັດ​ເພດ), ບໍ່​ແມ່ນ​ນັກ​ຮ້ອງ​ອາຊີບ (ຮູ້​ພາສາ​ຍີ່ປຸ່ນ​ຍິ່ງ​ເປັນ​ການ​ດີ), ຮ້ອງ​ດ່ຽວ​ ຫລື​ເປັນ​ກຸ່ມ​ບໍ່​ເກີນ 6 ຄົນ,​ ​ເລືອກ​ເພງ​ດ້ວຍ​ຕົນ​ເອງ ຖ້າ​ບໍ່​ມີ​ແມ່ນ​ສາມາດ​ເລ​ືອກ ​ແລະ​ອັດ​ເອົາ​ໄດ້​ທີ່​ສູນ​ລາວ-ຍີ່ປຸ່ນ, ຜູ້​ຊະນະ​ເລີດ​ອັນ​ດັບ​ທີ 1 ຈະ​ໄດ້​ຮັບ​ເຄື່ອງ​ສຽງ, ອັນ​ດັບ​ສອງ ກີ​ຕາ​ໄຟ ​ແລະ​ອັນ​ດັບ 3 ຈະ​ໄດ້​ຮັບ​ໄມ້ ຫລື​ກິ​ຕາ​ໂປງ./.

 
   ກັບສາລະບານ                                                                                                                ກັບຫນາ້ພາສາລາ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446