ສິນລະປະບັນເທີງ

​ໂອກາດ​ດີ​ສຳລັບ​ຜູ້​ສົນ​ໃຈຮ້ອງ​ເພງ​ລະດັບ​ສາກົນ

* ຫວ່າງບໍ່ດົນມານີ້ ທີມງານບໍ ລິສັດ ເອເຊຍ ຊາວ (Asia Sounds) ເຊິ່ງເປັນບໍລິສັດ ເຮັດ ກ່ຽວກັບສື່ໂຄ ສະນາ ແລະ ບັນເທີງ ທາງໂທລະ ພາບ ປະເທດ ອົດສະຕຣາລີ ນຳ ໂດຍທ່ານນາງ ເອດຣຽນ ສະມິດ (Ms Adrienne Smith) ຮອງປະ ທານບໍລິຫານຝ່າຍການຕະຫລາດ ຂອງບໍລິສັດດັ່ງກ່າວໄດ້ມາພົບປະກັບ ພາກສ່ວນກ່ຽວຂ້ອງຂອງ ກະຊວງ ຖະແຫລງຂ່າວ ແລະ ວັດທະນະທຳ ເພື່ອປຶກສາຫາລືກ່ຽວກັບ ການສົ່ງ ເສີມເສັງເພງ ຂອງພາກພື້ນອາຊີ ປະຈຳປີ 2008.
ທ່ານ ນາງ ສະມິດ ໃຫ້ສຳພາດ ຕໍ່ສື່ມວນຊົນລາວ ວ່າ: “ພວກເຮົາ ເດີນທາງມາປະເທດລາວ ຄັ້ງນີ້ ແມ່ນເພື່ອຂໍອະນຸຍາດ ຈາກພາກ ສ່ວນທີ່ກ່ຽວຂ້ອງຂອງ ລາວໃນ ການເຊື້ອເຊີນນັກດົນຕີລາວເຂົ້າ ຮ່ວມການແຂ່ງຂັນ , ເພາະວ່າ ງານ ດັ່ງກ່າວ ໄດ້ເປີດກວ້າງ ໃຫ້ທຸກໆ ຄົນ ແລະ ພວກເຮົາ ກໍ່ຫວັງວ່າອາດ ຈະມີບາງ ຄົນຈາກປະເທດລາວ ຊະນະການແຂ່ງຂັນ ໃນຄັ້ງນີ້ ”.
ໂຄງການຫລິ້ນດົນຕີນີ້ ມີຊື່ວ່າ: “ສຸຕາສີ” (Sutasi) ເຊິ່ງຫຍໍ້ມາຈາກ Sources of Unsigned Talents in Asia ແປວ່າ “ການຄົ້ນຫາຄວາມ ສາມາດຂອງນັກຮ້ອງເພງ ທີ່ບໍ່ສັງ ກັດຢູ່ກັບຄ້າຍເພງໃດຫນຶ່ງ ໃນພາກ ພື້ນອາຊີ.ໂຄງການດັ່ງກ່າວນີ້ມີຈຸດ ປະສົງ ເພື່ອຊອກຫາຜູ້ທີ່ມີພອນສະ ຫວັນ, ຄວາມສາມາດທາງດ້ານ ດົນຕີ ແລະ ເພງທີ່ມີຄຸນນະພາບ ຢູ່ ໃນລາວກໍ່ຄືຢູ່ໃນພາກພື້ນ ເພື່ອກ້າວ ເຂົ້າໄປສູ່ຕະຫລາດເພງໃນພາກ ພື້ນອາຊີ.ຜູ້ຊະນະເລີດຈາກການ ແຂ່ງຂັນໃນໂຄງການນີ້ ຈະໄດ້ຮັບ ລາງວັນ ແລະ ເງິນສົດເປັນມູນຄ່າ ຫນຶ່ງລ້ານ ໂດລາສະຫະລັດ.
ທ່ານ ປະເສີດ ບັນຈົງພັກດີ ຜູ້ປະ ສານງານການປະກວດເສັງເພງ ຢູ່ນະຄອນຫລວງວຽງຈັນ ມີຄຳ ເຫັນວ່າ: “ພວກເຮົາເວົ້າບໍ່ໄດ້ວ່າ ໃຜຈະເປັນຜູ້ຊະນະເລີດການແຂ່ງ ຂັນ; ບາງເທື່ອການແຕ່ງເພງ, ດົນ ຕີແບບລາວ ແລະ ເພງທີ່ແຕ່ງ ໂດຍ ຄົນລາວ ອາດຈະຊະນະໃຈ ກຳມະ ການຕັດສິນເພງກໍ່ເປັນໄປ ໄດ້. ການແຂ່ງຂັນຄັ້ງນີ້ ເປັນໂອກາດ ດີສຳລັບນັກຮ້ອງ ແລະ ນັກແຕ່ງ ເພງລາວ , ຖ້າມີຜູ້ສະຫມັກຫລາຍ ທາງບໍລິສັດກໍ່ຈະເດີນທາງມາຈັດ ການແຂ່ງຂັນເພື່ອຄັດເລືອກເອົາ ຕົວແທນຈາກປະເທດເຮົາ ເຂົ້າໄປ ແຂ່ງຂັນໃນຮອບສຸດທ້າຍ. ເພງທີ່ ຈະນຳເຂົ້າແຂ່ງຂັນ ສາມາດແຕ່ງ ເປັນພາສາຂອງຕົນເອງ ຫລືປະ ສົມປະສານກັບພາສາອື່ນໆ, ແຕ່ ສິ່ງສຳຄັນຄືສາມາດໃຫ້ຄວາມບັນ ເທີງ ແລະສຽງຮ້ອງທີ່ມ່ວນ ເປັນ ຫນ້າສະອອນ ແລະເປັນເພງສະ ໄຫມ ໃຫມ່ທີ່ດຶງດູດຈິດໃຈຂອງຜູ້ ຟັງ ”.
ສຳລັບ ວິທີການ ແລະ ຂັ້ນຕອນ ຂອງການຄັດເລືອກນັ້ນ, ທ່ານນາງ ສະມິດ ໃຫ້ຮູ້ວ່າ: ບໍລິສັດຈະເລືອກ ເອົານັກຮ້ອງ 12 ຄົນ ແລະ ນັກສະ ແດງ 12 ຄົນ ຈາກ 11 ປະເທດອາ ຊຽນ, ແຕ່ບໍ່ຫມາຍຄວາມວ່າ ຜູ້ຖືກ ຄັດເລືອກທັງຫມົດຈະເປັນຕົວແທນ ມາຈາກພາກພື້ນ. ພວກເຮົາອາດ ຈະເລືອກເອົາຜູ້ເຂົ້າແຂ່ງຂັນຈາກ ປະເທດລາວ 5 ຄົນຫລື ຫລາຍ ກວ່ານັ້ນ ເຊິ່ງ ມັນຂຶ້ນກໍກັບມາດ ຕະຖານ ແລະ ຄຸນນະພາບ ຂອງຜູ້ ເຂົ້າຮ່ວມແຂ່ງຂັນ.
ການແຂ່ງຂັນຮ້ອງເພງ ຂອງ ພາກພື້ນອາຊີ ປະຈຳປີ 2008 ຈະ ເລີ່ມຂຶ້ນໃນເດືອນກຸມພາ ສຳລັບ ຢູ່ໃນອາຊຽນ, ເຂດອາຊີຕາເວັນ ອອກໃນເດືອນເມສາ ແລະ ເຂດອາ ຊີຕາເວັນຕົກໃນ ເດືອນ ສິງຫາ. ຫລັງຈາກນັ້ນ ບໍລິສັດ ເອເຊຍ ຊາວ ເອົານັກແຕ່ງເພງ ແລະ ນັກຮ້ອງ ທີ່ຊະນະເລີດ ຈາກແຕ່ລະພາກ ພື້ນມາ ລວມກັນຢູ່ ພິທີການແຂ່ງ ຂັນໃຫຍ່ ຂອງຮອບສຸດທ້າຍ ທີ່ຈະ ຈັດຂຶ້ນ ໃນເດືອນ ຕຸລາ ປີ 2008 ໂດຍຜ່ານການຕັດສິນຂອງຄະນະ ກຳມະການມືອາຊີບ ແລະ ຜ່ານ ການລົງ ຄະແນນ ສຽງຈາກປະຊາ ຊົນທີ່ຢູ່ທົ່ວທະວີບອາຊີ.
ການເປີດຮັບ ສະຫມັກ ໄດ້ເລີ່ມ ມາແຕ່ວັນທີ 14 ເດືອນ ກັນຍາ ແລະ ຈະສິ້ນສຸດໃນວັນທີ 1 ພະຈິກ 2007 ນີ້. ທ່ານໃດທີ່ສົນໃຈ ສາມາດສະ ຫມັກເຂົ້າແຂ່ງຂັນໄດ້ດ້ວຍການ ດາວ ໂລດເອົາແບບຟອມ ຈາກເວບ ໄຊ www.sutasi.com .
ບໍລິສັດ ອາຊີ ຊາວ ເປັນບໍລິ ສັດຂອງອົດສະຕຣາລີ ທີ່ມີຫ້ອງ ການຢູ່ເມືອງ ແມວເບີນ ປະເທດ ອົດ ສະຕຣາລີ, ຢູ່ສິງກະໂປ, ນິວຢອກ ແລະລອດແອນເຈີລິດ ສະຫະລັດ ອາເມລິກາ ເປັນບໍລິສັດສື່ໂຄສະນາ ທາງດ້ານເພງລະດັບທົ່ວໂລກ, ຄຸ້ມ ຄອງຜູ້ທີ່ມີ ຄວາມສາມາດດ້ານ ການຫລິ້ນດົນຕີ ແລະ ຮ້ອງເພງ, ຜະລິດລາຍການບັນເທີງ ການສະ ແດງຕ່າງໆຜ່ານໂທລະພາບ ແລະ ກະຈາຍການຖ່າຍເຫດການຕ່າງໆ ຜ່ານໂທລະພາບ.

 
   ກັບສາລະບານບັນເທີງ                                                                                                                ກັບຫນາ້ພາສາລາວ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446