ຫຼັງສາກສິນລະປະກອນສູນກາງ
ກອງສິລະປະກອນສູນກາງ ເປັນກອງສືບທອດມູນມໍລະດົກທາງ ດ້ານສິລະປະວັດທະນະທຳຂອງ ຊາດມາຕະຫລອດ ທັງອະນຸລັກ ແລະສົ່ງເສີມ. ໄລຍະມໍ່ໆມານີ້ ກໍປະ ກົດເຫັນພວກ ເຂົາເຄື່ອນໄຫວສະ ແດງຮັບໃຊ້ງານສຳຄັນຕ່າງໆ ຢ່າງລຽນຕິດ ບໍ່ວ່າຈະເປັນ ອາ ຊຽນ, ໄອໂປ, ອີຢູ ຫລື ການສະ ແດງແລກປ່ຽນວັດທະ ນະທຳກັບ ຕ່າງປະເທດ...ຈຶ່ງເປັນທີ່ສັງເກດ ຂອງມວນຊົນວ່າ: ນັກສິລະປະລາວ ເປັນຫຍັງຈຶ່ງມີແຕ່ໜ້າເກົ່າ? ຕໍ່ ຄວາມເປັນຫ່ວງ ເປັນໃຍໃນຂົງ ເຂດວຽກງານນີ້ ທ່ານ ຕ່ວນ ມວນ ຈັນ ອຳນວຍການກອງສິລະປະ ກອນສູນກາງ ກໍໄດ້ຊີ້ແຈງຕໍ່ໜັງສື ພິມພວກເຮົາເມື່ອ ບໍ່ດົນມານີ້ ທີ່ນະ ຄອນຫລວງວຽງຈັນວ່າ: “..ຜູ້ທີ່ມີ ຄວາມຮັກມັກໃນວິຊານີ້ ແມ່ນຫາ ຍາກ ແລະ ມີໜ້ອຍ, ຫລາຍຄົນບໍ່ ຢາກ ເອົາວິຊານີ້ເປັນອາຊີບ ສະ ເພາະກົມກອງພວກເຮົາເຊິ່ງເປັນລຸ້ນທີ 4 ມີພະນັກງານນັກສະແດງ 65 ຄົນ ຍິງ 29 ຄົນ..ຍ້ອນຂາດເຂີນບຸກຄະ ລາກອນບາງບົດຟ້ອນທີ່ຕ້ອງໄດ້ ໃຊ້ຈຳນວນຄົນຫລາຍ ຈຶ່ງຈຳເປັນ ຕ້ອງໃຊ້ນັກສະແດງເກົ່າ ແລະ ໃຫມ່ ປະສົມກັນ, ອີກດ້ານໜຶ່ງ ນັກຟ້ອນ ເກົ່າ ກໍມີຄວາມສາມາດ ມີບົດຮຽນ. ສຳລັບ ງານໃຫຍ່ໆທີ່ຕ້ອງໃຊ້ນັກ ສະແດງ ເປັນຮ້ອຍໆຄົນ ພວກເຮົາ ຕ້ອງໄດ້ອາ ໄສຄວາມຊ່ວຍເຫລືອ ຈາກກົມກອງອື່ນ ເຊັ່ນ: ນັກຟ້ອນ ຈາກ ໂຮງຮຽນ ສິລະປະດົນຕີແຫ່ງ ຊາດ, ກອງສິລະປະກອນກອງທັບ ແລະ ກອງອື່ນໆເຊັ່ນ: ນັກຮ້ອງຈາກ ຄ້າຍເພງຕ່າງໆ.ເຖີງແນວໃດ ກໍຂໍ ສະແດງຄວາມຂອບອົກຂອບໃຈ ຕໍ່ ຄວາມເປັນຫ່ວງເປັນໃຍ ທີ່ຢາກໃຫ້ ຂະແຫນງການ ຂອງພວກຂ້າພະ ເຈົ້າດີຂຶ້ນທັງປະລິມານ ແລະ ຄຸນ ນະພາບ, ໃນຕໍ່ຫນ້າພວກຂ້າພະ ເຈົ້າກໍຈະພະຍາຍາມ ບຸກບືນຕົວຂຶ້ນ ຍົກລະດັບຄຸນນະພາບ ລີລາສິລະ ປະສີສັນຂອງການສະແດງໃຫ້ສູງ ຂຶ້ນ ເພື່ອຕອບສະຫນອງຕາມ ຄວາມຮຽກຮ້ອງຕ້ອງການຂອງ ທ່ານຜູ້ຊົມ”. ຖາມ: ມີຫລັກການເລືອກເຟັ້ນ ຜູ້ຈະມາເປັນນັກຟ້ອນ-ນັກຮ້ອງ ແນວໃດ ? “ຜູ້ທີ່ຈະມາເປັນນັກສະແດງຟ້ອນ ຕ້ອງໄດ້ຜ່ານການຮຽນ ແລະ ຈົບ ຈາກໂຮງ ຮຽນສິລະປະດົນຕີແຫ່ງ ຊາດ ໃຊ້ເວລາຮຽນ7 ປີ ຈຶ່ງໄດ້ຊັ້ນ ກາງ. ຕໍ່ຜູ້ທີ່ມີພອນສະຫວັນພິເສດ ກໍຮັບມາຝຶກຊ້ອມ ແລະ ສອນໃຫ້ ກັບ ທີ່ ແຕ່ຢ່າງໃດກໍຕ້ອງສົ່ງໄປ ຮຽນຢູ່ໂຮງ ຮຽນແຫ່ງນັ້ນຄືເກົ່າ ເພື່ອໃຫ້ໄດ້ຊັ້ນ. ສະເພາະຜູ້ຂັບ ຮ້ອງທີ່ມີ ພອນສະຫວັນພິເສດຈະ ຮັບມາຝຶກເອົາ ແລະ ສົ່ງໄປຮຽນ ແຕ່ໃຊ້ເວລາຮຽນ 4 ປີ ກໍຈົບຊັ້ນ ກາງ”. ຖາມ: ການປະດິດທ່າຟ້ອນ ອີງ ໃສ່ອັນໃດເປັນຫລັກ ? “ການປະດິດທ່າຟ້ອນ ອີງໃສ່ ພື້ນ ຖານສິລະປະວັດທະນະທຳອັນ ດີງາມ ຂອງຊາດລາວເປັນຫລັກ, ທ່າຟ້ອນຕ້ອງສະແດງ ອອກໃຫ້ ເຫັນນິໃສໃຈຄໍ ການອ່ອນນ້ອມ ຖ່ອມໂຕ, ໂອບເອື້ອອາລີ, ຮູ້ບຸນຄຸນ ໃຫ້ກຽດຜູ້ອື່ນສະເຫມີ ແລະມີສິລະ ທຳປະຈຳໃຈ ພ້ອມເຮັດໃຫ້ ແຂກ ຕ່າງປະເທດເຂົ້າໃຈຮີດຄອງປະ ເພ ນີສິລະປະວັດທະນະທຳ ຂອງ ລາວ ວ່າເປັນແນວໃດໂດຍຜ່ານ ການຊົມສິລະປະ, ບາງບົດຟ້ອນກໍ ໄດ້ນຳເອົາສິ່ງ ຍອດຍິ່ງຂອງໂລກ ມາປະຍຸກດັດແປງໃຫ້ແທດ ເຫມາະກັບເຮົາເພື່ອສ້າງສີສັນໃຫ້ ສິລະປະຂອງຊາດເຊັ່ນ: ການຫມູນ ຕົວແບບການເຕັ້ນລຳບັນເລ, ການ ຟ້ອນແບບເຂັ້ມແຂງ ມີລັກສະນະ ການຕໍ່ສູ້ ສິ່ງເຫລົ່ານີ້ ຕ້ອງໃຊ້ເຕັກ ນິກຂອງສາກົນ ເພາະທ່າຟ້ອນ ຂອງເຮົາມີແຕ່ຄວມອ່ອນນ້ອມ, ນີ້ມ ນວນ”. ຖາມ: ສິລະປະວັດທະນະທຳ ຂອງຕ່າງປະເທດ ພວມມີອິດທິ ພົນຕໍ່ກຸ່ມໄວໜຸ່ມລາວ, ມີທັດສະນະ ແນວໃດ ຕໍ່ບັນຫານີ້. “ນີ້ເປັນກົດເກນຂະຫຍາຍຕົວ ທາງດ້ານສິລະປະ, ຄົນເຮົາມັກຈະ ມີຄ່ານິຍົມຊົມໃຊ້ຂອງນອກ ຊີມອາ ຫານລົດຊາດແປກ, ສິລະປະກໍຄືອາ ຫານຖານວິນຍານຊະນິດ ໜຶ່ງທີ່ ຂາດບໍ່ໄດ້ສຳລັບຄົນໃນສັງຄົມ. ທຸກ ລຸ້ນຄົນຈະມີຄວາມມັກຄ່ານິຍົມບໍ່ ຄືກັນ ໄວ ຫນຸ່ມຈະມີຄວາມກະຕືລື ລົ້ນຮັບສິ່ງ ແປກໃຫມ່ກວ່າຫມູ່. ມີ ຫລາຍນັກຮ້ອງ ຫລາຍຄ້າຍເພງ ມັກເອົາແນວເພງ ທ່າເຕັ້ນຂອງ ຕ່າງປະເທດມາລອກຮຽນແບບ ໃນນັ້ນ ກໍມີບາງ ອັນເຮັດໄດ້ດີ ບາງ ອັນກໍຮັບບໍ່ໄດ້ເຊັ່ນ: ການຮ້ອງເພງ ໃຊ້ອັກຄະລັກພາສາບໍ່ຖືກຕ້ອງ ຮັກ ສຸດຫົວໃຈ ກໍເປັນ ຫົວຈາຍ, ເຈົ້າ ກໍ່ ເປັນຈ້າວ.. ພ້ອມນັ້ນການນຸ່ງຖືກໍມີ ຄວາມໂລດໂຜນ ເກີນກາຍຄວາມ ເປັນຈິງ. ສິລະປະຕ່າງຊາດ ມີ ຫລາຍອັນທັນສະໄຫມ ແລະ ດີ ເຊິ່ງພວກເຮົາຈະຕ້ອງໄດ້ເລືອກ ເຟັ້ນໃຫ້ເຂົ້າກັບສັງຄົມລາວ, ແຕ່ກໍ ຊົມເຊີຍ ສຳລັບສິລະປິນທີ່ຮູ້ຈັກປະ ຍຸກເອົາ ດົນຕີທັນສະໄຫມແບບສາ ກົນ ປະສົມສຳນຽງພາສາເປັນລັກ ສະນະທ້ອງຖິ່ນລາວຄື: ພາສາ ຫລວງພະບາງ ແບບນີ້ຍິ່ງເຮັດໃຫ້ ເພງມີສະເໜ່ ແລະ ໜ້າສົນໃຈ”. ສຳລັບງານ ຊີເກມ ຄັ້ງທີ 25 ເຊິ່ງ ສປປ ລາວໄດ້ຮັບກຽດເປັນ ເຈົ້າພາບຈະຈັດຂຶ້ນໃນປີ 2009 ກອງສິລະປະກອນສູນກາງ ກໍຈະ ໄດ້ເຂົ້າຮ່ວມສະແດງຮັບໃຊ້ ເຊິ່ງ ທຸກການສະແດງຈະເຕັມໄປດ້ວຍ ສີສັນວັດທະນະທຳລາວ ເພື່ອເອກ ອ້າງຄວາມເປັນຊາດທາງດ້ານສິ ລະປະວັດທະນະທຳ, ເຖິງວ່າລາວ ຈະເປັນປະເທດນ້ອຍກຳລັງພັດທະ ນາ ແຕ່ຮັບຮອງວ່າ ວັດທະນະທຳ ຂອງ ລາວ ບໍ່ໄດ້ນ້ອຍໜ້າກວ່າຊາດ ໃດໃນໂລກ. ສະເພາະໄປຮັບທຸງຕໍ່ ຈາກປະເທດໄທ ທີ່ໂຄລາດ ໃນ ເດືອນ 12 ປີນີ້ ກໍມີລາຍການສະ ແດງທີ່ເປັນລັກຊະນະຊາດລາວ ຈຳນວນໜຶ່ງ ເພື່ອໄປຮຽກນ້ຳ ຍ່ອຍ. ຢ່າງໃດກໍ່ຕາມ ທ່ານ ຕ່ວນ ມວນຈັນ ກໍຝາກມາວ່າ: “ພວກເຮົາ ກຽມພ້ອມເຮັດຫລ້ອນໜ້າທີ່ປະຕິ ບັດຕາມທິດຊີ້ນຳຂອງກົມ ແລະ ກະ ຊວງເຊິ່ງ ກໍມີຫລາຍງານໃນຕໍ່ ຫນ້າເຊັ່ນ: ທ້າຍເດືອນ 11 ແມ່ນ ກອງປະຊຸມ ຝະລັ່ງໂກໂຟນີທີ່ມີ ແຂກເຂົ້າຮ່ວມ ກວ່າ 50 ປະເທດ, ກອງປະຊຸມອາຊຽນ, ຮັບໃຊ້ແຂກ ທີ່ມາຢ້ຽມຢາມລາວ ສ່ວນການສະ ແດງໃຫຍ່ໆແມ່ນ ຊີເກມ 2009. ສິ ລະປະວັດທະນະທຳ ຄືສິ່ງຊີ້ບອກ ຊາດ, ຖ້າຂາດສິ່ງເຫລົ່ານີ້ໄປ ຈະ ເຫລືອຄວາມ ເປັນຊາດໄດ້ແນວໃດ ດັ່ງນັ້ນຖ້າພວກເຮົາທຸກຄົນທຸກລຸ້ນ ທຸກເພດໄວຮ່ວມກັນ ອານຸລັກສິລະ ປະວັດທະນະທຳຂອງລາວໄວ້ ເຊັ່ນ: ເພງລາວ, ຂັບລຳລາວ ເຫນືອ-ໃຕ້ ແລະ ທ່າຟ້ອນ ທີ່ຫລາກ ຫລາຍ ແລະ ເປັນເອກະລັກເຊັ່ນ: ຂັບທຸ້ມຫລວງພະບາງ, ລຳຕັ່ງ ຫວາຍ, ຟ້ອນຊົນເຜົ່າ ທີ່ມີຫລາຍ ຈັງຫວະເຮັດໃຫ້ອອນຊອນມ່ວນ ຊື່ນ, ນອກຈາກ ອານຸລັກຊາດແລ້ວ ກໍຕ້ອງຫັນມານິຍົມ ສິລະປະຂອງ ຕົນເອງ ດັ່ງຄຳວ່າ ລາວຮັກ ລາວ ໃຊ້ ລາວໄດ້ ລາວຈະເລີນ. ແລ້ວຈະ ເປັນມໍລະ ດົກໃຫ້ເຣົາໄດ້ສືບທອດ ຕໍ່ໆໄປ ຖ້າບໍ່ອະນຸລັກ ຕອນນີ້ ມັນກໍ ຈະຫມົດໄປໃນຕົວ”.