ສິນລະປະບັນເທີງ

ນາງ​ສາວ​ອາພອນ​ລາວປີ2007​ຈະ​ແມ່ນ​ໃຜ

ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ບໍລິສັດ ເຄແອນຊີ ຈຳກັດ, ຈະໄດ້ຈັດການປະກວດ ນາງສາວ ອາພອນລາວ ປະຈຳປີ 2007 ໂດຍໄດ້ຮັບການອຸປະຖຳຫລັກຢ່າງເປັນທາງການຈາກ ບໍລິສັດ ເບຍລາວ ຈຳກັດ
ເພື່ອເລືອກເຟັ້ນເອົານາງສາວມາເປັນຕົວແທນໃນ
ການເຜີຍແຜ່ວັດທະນະທຳ ລາວອອກສູ່ສາຍຕາມວນຊົນ ທັງພາຍໃນ ແລະ ຕ່າງປະເທດ, ສະນັ້ນ ຈຶ່ງຂໍເຊີນຊວນບັນດານາງສາວລາວຜູ້ທີ່ມີເງື່ອນໄຂ ດັ່ງລຸ່ມນີ້ ເຂົ້າຮ່ວມການປະກວດດັ່ງກ່າວ.
* ລາງວັນ:
- ມົງກຸດ ປະຈຳຕຳແຫນ່ງ
- ເງິນສົດ 30 ລ້ານກີບ, ຜ້າບ່ຽງກຽດຕິຍົດ ແລະ ຂອງລາງວັນອື່ນໆ
- ເປັນຕົວແທນນາງສາວລາວ ເຜີຍແຜ່ວັດທະນະທຳລາວ ທັງພາຍໃນ ແລະ ຕ່າງປະເທດ
 ໝາຍເຫດ: ຜູ້ເຂົ້າຮອບ 6 ຄົນສຸດທ້າຍຈະໄດ້ຮັບກຽດເປັນນາງສາວປະຕິທິນເບຍລາວປະຈຳປີ 2008
ເງື່ອນໄຂຜູ້ເຂົ້າປະກວດ:

ເງື່ອນໄຂຜູ້ເຂົ້າປະກວດ:
1. ສັນຊາດລາວ
2. ເພດຍິງໂດຍກຳເນີດ
3. ມີອາຍຸຄົບ 18 ປີບໍລິບູນ ແລະ ບໍ່ເກີນ 25 ປີ ໃນເດືອນ ທັນວາ ປີ 2007 ນີ້
4. ມີບຸກຄະລິກດີ, ກິລິຍາທ່າທາງດີ, ສະຫລາດ ມີຄວາມຮູ້, ມະນຸດສຳພັນດີ
5. ເປັນໂສດ (ບໍ່ມີກຳນົດແຕ່ງງານພາຍໃນ 1 ປີ ນັບຈາກມື້ສະໝັກເປັນຕົ້ນໄປ)
6. ບໍ່ເຄີຍມີປະຫວັດອາດຍາກຳ ຫລື ປະກອບອາຊີທີ່ຜິດກົດຫມາຍ ຫລື ມີການປະພຶດ ແລະ ປະຫວັດອັນເປັນທີ່ລັງກຽດຂອງສັງຄົມ.
7. ມີການສຶກສາບໍ່ຕ່ຳກວ່າມັດທະຍົມຕອນປາຍ (ມ 6) ຫລື ທຽບເທົ່າ ຂື້ນໄປ
8. ມີສຸຂະພາບແຂງແຮງ, ບໍ່ເຄີຍເປັນໂລກທີ່ສັງຄົມລັງກຽດ.
9. ບໍ່ເຄີຍຜ່ານການເປັນນາງສາວໂຄສະນາສີນຄ້າໃດໜື່ງມາກ່ອນ
10. ບໍ່ເຄີຍຜ່ານການເຮັດໃສຍະກຳດ້ານຄວາມງາມມາກ່ອນ.
T ເອກະສານທີ່ຕ້ອງຕິດຂັດມາ:
 ສຳເນົາບັດປະຈຳໂຕ ຫລື ສຳມະໂນຄົວ.
 ໃບຢັ້ງຢືນການເກີດ.
 ຮູບຖ່າຍເຕັມໂຕ ຂະໜາດຈຳໂບ້ ແລະ ເຕັມໜ້າ ຂະໜາດທຳມະດາ ຢ່າງລະ 1 ໃບ
T ວັນເປີດຮັບສະໝັກ
 ນະຄອນຫຼວງວຽງຈັນ ເລີ່ມຮັບສະໝັກແຕ່ວັນທີ 11-15 ເດືອນ ມິຖຸນາ 2007 ທີ່ ບໍລິສັດ ເຄແອນຊີ ຈຳກັດ,
 ແຂວງສະຫວັນນະເຂດ ເລີ່ມຮັບສະໝັກແຕ່ວັນທີ 20-23 ເດືອນ ມິຖຸນາ 2007 ທີ່ໂຮງແຮມ ຮຸ່ງທິບ ຕາມໂມງລັດຖະການ.
 ແຂວງຈຳປາສັກ ເລີ່ມຮັບສະໝັກແຕ່ວັນທີ 20-23 ເດືອນ ມິຖຸນາ 2007 ທີ່ໂຮງແຮມ ຈຳປາສັກພາເລດສ໌ ຕາມໂມງລັດຖະການ.
 ແຂວງຫຼວງພະບາງ ເລີ່ມຮັບສະໝັກແຕ່ວັນທີ 02-05 ເດືອນ ກໍລະກົດ 2007 ທີ່ ໂຮງແຮມ ວິລ້າສັນຕິ ຕາມໂມງລັດຖະການ

T ຜູ້ທີ່ໄດ້ຮັບຕຳແໜ່ງ ນາງສາວອາພອນລາວ ຈະໄດ້ຮັບ:
 ເປັນຕົວແທນນາງສາວລາວ ເພື່ອເຜີຍແຜ່ ວັດທະນະທຳລາວ ທັງພາຍໃນ ແລະ ຕ່າງປະເທດ
 ເງີນສົດ 30 ລ້ານກີບ ແລະ ມົງກຸດປະຈຳຕຳແໜ່ງ
 ຜ້າບ່ຽງກຽດຕິຍົດ ແລະ ຂອງລາງວັນອື່ນໆ

 

 
   ກັບສາລະບານບັນເທີງ                                                                                                                ກັບຫນາ້ພາສາລາວ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446