ສິນລະປະບັນເທີງ

ໄອ-ໂມບາຍ ເປິດໂຄງການ "i-mobile STAR CHALLENGE 2007"
ເວທີຄວ້າຝັນຂອງຫນຸ່ມສາວລາວ


ບໍລິສັດ ສາມາດ ໄອ-ໂມບາຍ ຈຳກັດ, ຮ່ວມກັບ ທ່ານ ສະຍາມ ຣາມສູດ ເຊິ່ງເປັນປະທານກຳມະການຝ່າຍບໍລິຫານ ຂອງບໍລິສັດ ສະຍາມ ອິນເຕີຣ໌ເນຊັນແນລ ຈຳກັດ, ໄດ້ເປີດໂຄງການ "i-mobile Star Challenge 2007" ເວທີຄວ້າຝັນສູ່ດວງດາວຂອງຫນຸ່ມສາວຮູ້ນໃຫມ່ ຢູ່ທີ່ ຮ້ານ i-mobile by Samart, ນະຄອນຫລວງວຽງຈັນ ສປປ ລາວ ໂດຍມີທ່ານ ໄຊສະຫວາດ ສິງນາມວົງ ຫົວຫນ້າກົມສິລປະກຳ ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ໃຫ້ກຽດມາເປັນປະທານໃນການເປີດໂຄງການ
ເພື່ອໃຫ້ເຍົາວະຊົນຫນຸ່ມສາວ ໃນ ສປປ ລາວ ໄດ້ສະແດງອອກເຖິງຄວາມສາມາດທີ່ຖືກຕ້ອງ, ການໃຊ້ໄຫວພິບ ຄວາມຄິດສ້າງສັນ ແລະ ການພັດທະນາບຸກຄະລິກພາບທີ່ດີ ໂດຍເປີດໂອກາດໃຫ້ເຍົາວະຊົນໄດ້ກ້າວໄປສູ່
ການເປັນ ນາຍແບບ, ນາງແບບ, ນັກສະແດງ
ແລະ ນັກຮ້ອງມືອາຊີບໃນອະນາຄົດ
ໂຄງການດັ່ງກ່າວແມ່ນໄດ້ຮັບການຕອບຮັບທີ່ດີຈາກ
ຜູ້ເຂົ້າສະຫມັກເຖິງ 400 ຄົນ ແລະ ໄດ້ຄັດເລືອກຜູ້ທີ່ມີຄວາມສາມາດຜ່ານເຂົ້າຮອບເປັນ
ທັງຫມົດ 20 ຄົນ, ເພື່ອເຂົ້າຮ່ວມກິດຈະກຳກັບ ໄອ-ໂມບາຍ ເຊັ່ນ: ໄດ້ຝຶກການເຕັ້ນ, ການຮ້ອງເພງ, ຝຶກທັກສະການສະແດງອອກ, ການພັດທະນາບຸກຄະລິກ ຈາກຄູຝຶກສອນອອກແບບທ່າ
ເຕັ້ນ ແລະ ຄູສອນຮ້ອງເພງ ຊື່ດັງຈາກ ບໍລິສັດ ຈີເອ໊ມເອ໊ມ ແກຣມມີ
ນອກຈາກນີ້ ໄອ-ໂມບາຍ ຍັງມອບໂທລະສັບມືຖືຮຸ້ນ i-mobile Music Capsule 310 ໃຫ້ກັບຜູ້ທີ່ເຂົ້າຮອບ 20 ຄົນ ສຸດທ້າຍ ເພື່ອໃຊ້ໃນກິດຈະກຳລະຫວ່າງການປະກວດ
ຮອບຊິງຊະນະເລີດ

ຮອບຊິງຊະນະເລີດ ໄດ້ຈັດຂື້ນໃນວັນທີ 20 ພຶດສະພາ 2007 ໂດຍຈະມີການຖ່າຍທອດສົດຜ່ານທາງໂທລະພາບ
ລາວ ພ້ອມຊົມຄອນເສີດຈາກ The Cells ແລະ ໂດມ ປະກອນລຳ ຈາກວົງໂນໂລໂກ້ ທີ່ ສູນການຄ້າລາວ-ໄອເຕັກ, ການປະກວດທັງ 2 ຮອບ ລູກຄ້າໄອ-ໂມບາຍ ຈະໄດ້ຮັບບັດຟຣີ ເພື່ອເຂົ້າຊົມຄອນເສີດ ແລະ ມີສິດລຸ້ນຖ່າຍຮູບໃກ້ກັບສິລປິນທີ່ມາຮ່ວມງານແບບພິເສດໆ, ສະນັ້ນ ລາຍລະອຽດຕ່າງໆ ທ່ານສາມາດຕິດຕໍ່ໄດ້ທີ່ຮ້ານ i-mobile by samart ທຸກສາຂາ ທັງ 12 ແຂວງ
ນອກຈາກນີ້ຜູ້ຊະນະເລີດຈາກການປະກວດ ຈະໄດ້ຮ່ວມງານກັບໄອ-ໂມບາຍ ເພື່ອເປັນນາຍແບບ ແລະ ນາງແບບ ໃຫ້ກັບໂທລະສັບມືຖືໄອ-ໂມບາຍ ໃນ ສປປ ລາວ ແລະ ຮ່ວມງານກັບໄອ-ໂມບາຍປະເທດໄທອີກດ້ວຍ
ຜົນການຕັດສິນໃຫ້ຄະແນນຈາກຄະນະກຳມະການ ແລະ ຈາກແຮງໃຈເຊຍຂອງຜູ້ເຂົ້າຊົມ ປະກົດວ່າຜູ້ທີ່ໄດ້ຮັບລາງວັນຊະນະເລີດ ແມ່ນ:

ທ້າວ ວິທະຍາ ໂພທິສານ (No. im10)

ຮອງອັນດັບ 1 ນ. ເມລະອອງ (No. im17) ທ. ອິນທະນູໄຊ ອັກຄະຣາຊ (No. im11)
ທ້າວ ວິທະຍາ ໂພທິສານ (No. im10) ໄດ້ຮັບລາງວັນເງິນ 30 ລ້ານກີບ ແລະ ໂທລະສັບ 1 ໜ່ວຍ
ຮອງອັນດັບ 1 ນ. ເມລະອອງ (No. im17) ໄດ້ຮັບເງິນ 10 ລ້ານກີບ ແລະ ໂທລະສັບ 1 ໜ່ວຍ
ຮອງອັນດັບ 2 ທ. ອິນທະນູໄຊ ອັກຄະຣາຊ (No. im11) ໄດ້ຮັບເງິນ 5 ລ້ານກີບ ແລະ ໂທລະສັບ 1 ໜ່ວຍ

ນ. ເພັດດາວັນ ດວງວິໄລແກ້ວ (No. im15)
ຮອງອັນດັບ 3 ນ. ເພັດດາວັນ ດວງວິໄລແກ້ວ (No. im15) ໄດ້ 2 ລາງວັນ. 1./ ຂັວນໃຈສື່ມວນຊົນ ໄດ້ເງິນ 8 ແສນກີບ ໂທລະສັບ 1 ໜ່ວຍ. 2/. ຮອງອັນດັບ 3 ໄດ້ເງິນ 3 ລ້ານກີບ ແລະ ໂທລະສັບ 1 ໜ່ວຍ
* ພິເສດຍັງມີລາງວັນຊົມເຊີຍ 2 ລາງວັນ
1. ນ. ຢາດມະນີ ສີວິໄຊ (No. im8) ໄດ້ເງິນ 1 ລ້ານກີບ ໂທລະສັບ 1 ໜ່ວຍ
2. ທ. ອິນທະນົງສັກ (No. im16) ໄດ້ເງິນ 1 ລ້ານກີບ ໂທລະສັບ 1 ໜ່ວຍ

ນ. ຢາດມະນີ ສີວິໄຊ (No. im8) ທ. ອິນທະນົງສັກ (No. im16)
ໄອ-ໂມບາຍ ຫວັງວ່າຜູ້ທີ່ໄດ້ຮັບຕຳແຫນ່ງຈາກການປະກວດຈະສາມາດເປັນຕົວ ຢ່າງ
ທີ່ດີໃຫ້ແກ່ ເຍົາວະຊົນໃນການສະແດງອອກ ໂດຍໄອ-ໂມບາຍ ເນັ້ນເຖິງການ ສະຫນັບສະຫນູນ ກິດຈະກຳດີໆເພື່ອເປັນທາງເລືອກຫນື່ງໃຫ້ກັບເຍົາວະຊົນລຸ້ນໃຫມ່ ໃນການພັດທະນາ ຕົນເອງ ໃຫ້ເປັນບຸກຄົນທີ່ມີຄຸນນະພາບຂອງສັງຄົມສືບຕໍ່ໄປ.


   ກັບສາລະບານບັນເທີງ                                                                                                                ກັບຫນາ້ພາສາລາວ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446