ສິນລະປະບັນເທີງ

ໂມ​ເດິນ ແດ໊ນ..​. ແຮງ​ຂ້າມ​ປີ

ເຖິງວ່າລະ​ບຳເພງ​ຊຸດ​ທຳ​ອິດ “ໂມ​ເດິນ ແດ໊ນ ແຟນ​ຕາ​ຊີ (Modern Dance Fantasy) ” ຂອງ​ກຸ່ມ​ສິ​ລະ​ປິນ​ນັກ​ເຕັ້ນ​ສຽງ​ດີ “ໂມ​ເດິນ ແດ໊ນ” ຈາກ​ບໍ​ລິ​ສັດ ອິນ​ດີ ເຣັກ​ຄອດ ໄດ້​ເປີດ​ຕົວ​ເມື່ອ​ຕົ້ນ​ເດືອນ ​ກັນ​ຍາ ​ປີ​ຜ່ານ​ມາ, ແຕ່​ກະ​ແສ​ຄວາມ​ແຮງ​ຂອງ​ຫລາຍໆບົດ​ເພງ​ໃນ​ອາ​ລະ​ບຳ ກໍ່​ຍັງ​ໄດ້​ຮັບ​ການ​ຖາມ​ເຂົ້າມາຕະ​ຫລອດ​ໃນ​ລາຍ​ການ​ເພງ​ທາງ​ໂທ​ລະ
​ ພາບ ແລະ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຄື້ນຕ່າງໆໂດຍ​ສະ​ເພາະ​ເພງ ຟ້າ​ຜ່າ ແລະ ເວ​ລາ​ນາ​ທີ..​.
ໂມ​ເດິນ​ແດ໊ນ: “ພວກ​ເຮົາ​ຮູ້​ສຶກ​ດີ​ໃຈ ແລະ ພູມ​ໃຈ​ຫລາຍ ທ​ີ່​ທັງ​ສອງ​ເພງ ໄດ້​ຮັບ​ການ​ຕອບ​ຮັບເປັນຢ່າງ​ດີ, ນ້ອງໆ ​ແຟນ​ເພງ ກ​ໍ່​ໃຫ້​ການ​ຕ້ອນ​ຮັບ​ດີ ບໍ່​ວ່າ​ຈະ​ໄປ​ສະ​ແດງ​ຢູ່​ໃສ ພວກ​ເຂົາກໍ່​ຈະ​ຕິດ​ຕາມ​ໄປ​ໃຫ້​ກຳ​ລັງ​ໃຈ ແລະ ຮ້ອງ​ເພງ​ໄດ້​ເກືອບ​ທຸກ​ເພງ​ເຊັ່ນ ເພງ ສົ່ງ​ໃຈ, ທີ່​ສຸດ, ຟ້າ​ຜ່າ ແລະ ເວ​ລາ​ນາ​ທີ, ຂໍ​ຂອບ​ໃຈ​ຫລາຍໆ​ທີ່​ໃຫ້​ການ​ສະ​ຫນັບ​ສະ​ຫນູນ​ຕ​ະ​ຫລ​ອດມ​າ.
ເພງ​ຊຸດ​ນີ້​ມີ​ຫລາຍ​ຮູບ​ແບບ​ເພື່ອ​ໃຫ້​ຜູ້​ຟັງ​ໄດ້​ຟັງ​ຫລາກ​ຫລາຍ​ແນວ​ເພງ​ມີ​ທັງ ລັອກ, ປ໋ອບ, ຮິ​ບ​ຮອບ ແລະ ຊຶ້ງໆ, ນອກ​ຈາກ​ພວກ​ເຮົາ​ແລ້ວ ກໍ່​ຍັງ​ມີເອື້ອຍ​ ອາ​ລູ​ນາ ຊ່ວຍ​ຮຽບ​ຮຽງ, ມີ L.O.G ຊ່ວຍ​ແຕ່ງ​ເພງ ແລະ ມີ​ ເຊວ. ສ່ວນ​ການ​ແຕ່ງ​ກາຍ ເອ​ກະ​ລັກ​ແມ່ນ​ແປກ, ຮົກ ບໍ່​ຄື​ໃຜ ຢາກ​ໃຫ້​ໄວ​ຫນຸ່ມ​ລາວ​ມີ​ການ​ແຕ່ງ​ຕົວ​ຫລາຍ​ຂຶ້ນ, ແຕ່​ໃຫ້​ຢູ່​ໃນ​ກົດ​ເກນ​ຂອງ​ສັງ​ຄົມ”.
ຄອນ​ເສີດ ຂອງ​ໂມ​ເດິນ​ ແດ໊ນ:
“ຄອນ​ເສີດ​ສ່ວນ​ໃຫຍ່ ຈະ​ຖືກ​ເຊີນໄປ​ຮ່ວມ​ສະ​ແດງ​ເຊັ່ນ​ງານ​ຂອງ ແທງ​ໂກ, ເບຍ​ລາວ..​.ເຄີຍ​ໄປ​ທົວ​ຄອ​ນ​ເສ​ີດ​ຢູ່ 3 ແຂວງ​ພາກ​ໃຕ້ ສະ​ຫວັນ​ນະ​ເຂດ, ຈຳ​ປາ​ສັກ ແລະ ທ່າ​ແຂກ, ສ່ວນ​ພາກ​ເຫນືອ ແມ່ນ​ແຂວງ​ອຸ​ດົມ​ໄຊ. ສ່ວນ​ຄອນ​ເສີດ​ໃຫຍ່ ຄາດ​ວ່າ ເດືອນ​ມັງ​ກອນ ປີ 2007 ນີ້​ເຊິ່ງ​ເປັນ​ງານ​ຂອງ ຄ້າຍ ອິນ​ດີ ເຣັກ​ຄອດ.
ສຳ​ລັບ​ຄອນ​ເສີດ​ຢູ່​ຕ່າງ​ແດນ ພວກ​ເຮົາ​ກໍ່​ຖືກ​ທາບ​ທາມ​ມາ​ເຊັ່ນ​ກັນ, ແຕ່​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ກໍ່​ເຄີຍ​ໄປ​ມາ​ແລ້ວ 2 ເທື່ອ​ຢູ່ ຫນອງ​ຄາຍ (ໄທ), ເຫັນພວກ​ເອື້ອຍ ອ້າຍ ໃນ​ສັງ​ກັດ​ດຽວ​ກັນ​ໄປ​ ກໍ່​ດີ​ໃຈ ແລະ ພວກ​ເຮົາ​ກໍ​ຢາກ​ໄປ​ສະ​ແດງ​ໃຫ້​ເພື່ອນ​ບ້ານ​ເຫັນ​ວ່າ ບ້ານ​ເຮົາ​ກໍ່​ມີ​ການ​ພັດ​ທະ​ນາ​ດ້ານ​ວົງ​ການ​ບັນ​ເທີງ​ເຊັ່ນ​ກັນ”.
ເວົ້າ​ເຖິງ​ແຟນ​ຄ​ລັບ:
“Fan Club ​ຫນ້າ​ຮັກ​ຫລ​າຍ, ສ່ວນ​ໃຫຍ່​ຈະ​ເປັນ​ນ້ອງໆ​ນັກ​ຮຽນ​ມັດ​ທະ​ຍົມ ແຕ່​ຮຸ້ນ​ດຽວ​ກັບ​ພວກ​ເຮົາ​ກໍ່​ມີ​ເຊັ່ນ​ກັນ, ເວ​ລາ​ພວກ​ເຮົາ​ໄປ​ໃສ ພວກ​ເຂົາ​ເຈົ້າ​ກ​ໍ່​ຈະ​ຕິດ​ຕາມ​ໄປ​ເຊຍ​ໃຫ້​ກຳ​ລັງ​ໃຈ, ບາງ​ເທື່ອ​ກໍ່​ຈະ​ໂທ​ຫາ ເພື່ອ​ຢາກ​ຮູ້​ຂ່າວ​ຄາວ ແລະ ຂໍ້​ມູນ​ໃຫມ່​ກ່ຽວ​ກັບ​ພວກ​ເຮົາ, ດັ່ງ​ນັ້ນ ພວກ​ເຮົາ​ຈຶ່ງ​ຢາກ​ເຮັດ ເວບ ໄຊ ຫນຶ່ງ​ຂຶ້ນ​ມາ​”.
ຮູ້​ສຶກ​ແນວ​ໃດ ກ່ຽວ​ກັບ​ວົງ​ການ​ເພງ​ສະ​ຕິງ​ໃນ​ບ້ານ​ເຮົາ:
“ດີ​ໃຈ​ທີ່​ບ້ານ​ເຮົາ​ເປີດກວ້າງ, ເປີດ​ໂອ​ກາດ​ໃຫ້​ໄວ​ຫນຸ່ມ​ໄດ້​ສະ​ແດງ​ອອກ ເພາະ​ໄວ​ຫນຸ່ມ​ລາວ​ຕ້ອງ​ການ​ສະ​ຖານ​ທີ່​ໃຫ້​ເຂົາ​ເຈົ້າ​ເປີດ​ໃຈ ຢາກ​ເຮັດ ແຕ່​ບໍ່​ມີ​ໂອ​ກາດ. ຢາກ​ໃຫ້​ສັງ​ຄົມ​ເບິ່ງ​ເຫັນ​ວ່າ ດຽວ​ນີ້ ເພງ​ສະ​ຕິງ​ກໍ່​ບໍ່​ໄດ້​ລໍ້​ແຫລມ​ຈົນ​ເກີນ​ໄປ ມີ​ຄວາມ​ຫມາຍ​ດີໆ ແລະ ຖືກ​ໃຈ​ໄວ​ຫນຸ່ມ ດີກວ່າ​ໃຫ້​ໄປ​ຊົມ​ໃຊ້​ເພງ​ເພື່ອນ​ບ້ານ ຫລື ຕ່າງ​ປະ​ເທດ, ສົນ​ໃຈ​ເພງ​ລາວ​ດີກວ່າ”.
ຝາກວາ​ຈາ​ເຖິງ​ແຟນ​ເພງ:
ໂດ​ນາ ຊາຍ:ຂໍ​ຝາກ​ອະ​ລະ​ບຳ​ຂອງ​ພວກ​ເຮົາ​ດ້ວຍ, ພວກ​ເຮົາ​ຕັ້ງ​ໃຈ​ເຕັມ​ທີ່ ບໍ່​ຄາດ​ຫວັງ​ຫລ​າຍ ແຕ່​ຂໍ​ໃຫ້​ຖືກ​ໃຈ​ກັບ​ທຸກໆ​ຄົນ​ກໍ່​ພໍ.
ປຸ້ຍ: ຂໍ​ຂອບ​ໃຈ ສະ​ປອດ ແມັກ​ກາ​ຊີນ ທີ່​ເຮັດ​ໃຫ້​ພວກ​ເຮົາ​ໄດ້​ມາ​ສຳ​ພາດ ເຊິ່ງ​ຮູ້​ສຶກ​ດີ​ທີ່​ໄດ້​ມາ ແລະ ຢ່າ​ລືມ​ໂມ​ເດິນ ແດ໊ນ ​ເດີ້ !
ຕ້ອມ: ຂໍ​ໃຫ້​ນ້ອງໆ​ນັກ​ຮຽນ ຕັ້ງ​ໃຈ​ຮ່ຳ​ຮຽນ ແລະ ເຊື່ອ​ຟັງ​ຄຳ​ພໍ່​ແມ່.
ໂດ​ນາ ຍິງ: ຂໍ​ໃຫ້​ປະ​ເທດ​ລາວ​ຫມັ້ນ​ຍືນ​, ກ້າວ​ໄປ​ສູ່​ລະ​ດັບ​ສາ​ກົນ. ສຳ​ລັ​ບ​ນ້ອງໆ ທີ່​ສົ​ນ​ໃຈ​ຢາກ​ເປັນ​ແບບ​ພວກ​ເຮົາ​ທາງ​ບໍ​ລິ​ສັດ ຍິນ​ດີ​ຕ້ອນ​ຮັບ​ເພື່ອ​ສ້າງ​ຝັນ​ໃຫ້​ທຸກ​ຄົນ, ຈົ່ງ​ກ້າ​ສະ​ແດງ​ອອກ ແລະ ຫອບ​ພອນ​ສະ​ຫວັນ ບວກ​ພອນ​ສະ​ແຫວງ​ມາ​ຫາ​ໂລດ ແລ້ວ​ຈະ​ເບິ່ງ​ເຫັນ​ເອງ.
4 ສະ​ມາ​ຊິກ ວົງ ໂມ​ເດິນ​ ແດ໊ນ ນອກ​ຈາກ​ຕັ້ງ​ໃຈ​ກະ​ທຳ​ໃນ​ຜົນ​ງານ​ເພງ ​ໃຫ້​ດີ​ທີ່​ສຸດ​ບໍ່​ວ່າ​ຈະ​ເປັນ​ການ ຮ້ອງ, ເຕັ້ນ, ການ​ແຕ່ງ​ກາຍ​ທີ່​ທັນ​ສະ​ໄຫມ​ແລ້ວ, ພວກ​ເຂົາ​ຍັງ​ຕັ້ງ​ໃຈ​ໃນ​ການ​ຮ່ຳ​ຮຽນ​ອີກ​ດ້ວຍ..​.ຖ້າ​ຢາກ​ຮູ້​ຈັກ​ຜົນ​ງານ​ຂອງ​ພວກ​ເຂົາ ຫລາຍກວ່າ​ນີ້ ກໍ່​ໄປ​ຫາ​ຊື້​ມາ​ໄວ້​ຟັງ​ກໍ​ແລ້ວ​ກັນ !

 
   ກັບສາລະບານກິລາ                                                                                                                  ກັບຫນາ້ພາສາລາວ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446