ນິໂຄຄິດແມນ ປະຕິເສດບໍ່ໄດ້ຖືພາ


ເມື່ອບໍ່ດົນມານີ້ໄດ້ມີຂ່າວລືອອກມາວ່າ: ນິໂຄ ຄິດແມນ ນັກສະແດງສາວຊາວອອດຊີ ກຳລັງຖືພາກັບສາມີຄົນໃຫມ່”ຄີເອບານ”ແຕ່ລ້າສຸດນິໂຄໄດ້ອອກມາ
ປະຕິເສດຂ່າວລືດັ່ງກ່າວເປັນທີ່ຮຽບຮ້ອຍແລ້ວ,ໂດຍກ່ອນ
ຫນ້ານີ້ ເມື່ອຕົ້ນເດືອນເມສາ 2007 ບັນດາຫມູ່ເພື່ອນສະນິດຂອງນັກສະແດງສາວຄົນນີ້ໄດ້ອອກມາຖະ
ແຫລງກັບຫນັງສືພິມ News Of The World ວ່າ:ນັກສະແດງສາວຄົນດັ່ງກ່າວ”ກຳລັງຖືພາ” ຊຶ່ງຕາມການລາຍງານກ່າວວ່າ ນິໂຄແລະ ສາມີ”ຄີເອບານ” ພະຍາຍາມທີ່ຈະມີທາຍາດຕົວນ້ອຍ ຕັ້ງແຕ່ພວກເຂົາທັງສອງໄດ້ແຕ່ງງານກັນເມື່ອປີທີ່ຜ່ານມາແລະ ຕ້ອນນີ້ພວກເຂົາກຳລັງລໍຖ້າທີ່ຈະມີທາຍາດໄດ້ເອງຕາມທຳມະຍາດບ
ໍ່ໄດ້ແລ້ວ ໂດຍອ້າງອີກວ່າ ນິໂຄໄດ້ເດີນທາງໄປທີ່ໂຮງຫມໍແຫ່ງຫນຶ່ງໃນລັດແຄລີຟໍເນຍ ສະຫະລັດອາເມລິກາເພື່ອພົບແພດສ່ວນຕົວ ແລະ ຮັບຮູ້ຜົນການກວດ ເມື່ອອາທິດກ່ອນແລະ ລ່າສຸດມີລາຍງານອອກມາແລ້ວວ່າ ນັກສະແດງສາວປະຕິເສດຂ່າວລືດັ່ງກ່າວໂດຍໂຄສົກສ່ວນຕົວຂອງນ
ິໂຄອອກມາກ່າວວ່າ:
ຂ່າວທີ່ເກີດຂຶ້ນບໍ່ເປັນຄວາມຈິງ ຫາກແຕ່ເປັນພຽງຂ່າວລືເທົ່ານັ້ນ ຖ້າຫາກເກີດວ່ານິໂຄທ້ອງແທ້ໆຈະຖະແຫລງຂ່າວໃຫ້ຮູ້ຢ່າງແນ່ນອນ.
ຢ່າງໃດກໍດີ ນິໂຄ ຄິດແມນ ດາລາສາວຊື່ດັງກໍມີລູກແລ້ວ2ຄົນຄື ອີສເບລາແລະ ຄອນເນ ຊຶ່ງເປັນລູກລ້ຽງທີ່ລາວຮັບມາອຸປະກາລະຮ່ວມກັບທອມຄຸດ”ອາດີດສາມີ”ຊຶ່ງຄະນະນີ້ເດັກທັງສອງຄົນໄດ້ອາໃສຢູ່ກັບທອມຄູດ ພ້ອມກັບແມ່ລ້ຽງຄົນໃຫມ່ຢ່າງເຄທີແລະ ນ້ອງສາວຄົນລ່າສຸດ ຊູຮີ

 
   ກັບສາລະບານກິລາ                                                                                                                  ກັບຫນາ້ພາສາລາວ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446