ສິນລະປະບັນເທີງ

ຮ​ູບ​ພາບ​ໄດ້​ສະ​ແດງ​ໃຫ​້​ເຫັນ​ຜົນ​ສຳ​ເລັດ ແຫ່ງ​ການ​ປ່​ຽນ​ແປງ​ໃຫມ່​ຂອງ​ຫວຽດ​ນາມ ໂດຍ: ຄັດ​ທະ​ນາມ.

* ແລງ​ມື້​ນັ້ນ​ວັນ​ທີ 27 ກັນ​ຍາ ​ທ່າມ​ກາງ​ແສງແດດ​ຮ້ອນ​ອົບ​ຮົມ​ໃນ​ນະ​ຄອນ​ຫລວງວຽງ​ຈັນ​ແຕ່​ກໍ​ບໍ່​ເປັນ​ອຸ​ປະ​ສັກ​ໃດໆ​
ໃຫ້​ແກ່ບັນ​ດາ​ແຂກ​ທີ່​ຖືກ​ເຊີນ​ທັງ ພາຍໃນ​ແລະ​ຕ່າງ​ປະ​ເທດ ກວ່າ 200 ຄົນ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຢູ່ຕໍ່​ໜ້າ​ຫໍ​ພິ​ພິ​ທະ​ພັນ​
ແຫ່ງ​ຊາດ​ດ້ວຍ​ຈິດ​ໃຈ​ເບີກ​ບານ​ມ່ວນ​ຊື່ນເພື່ອລໍ​ຖ້າ​ຊົມການ​ເປີດ​ງານ​ວາງ​ສະ​ແດງ​ຮູບ​ພາບ​ພາຍ​ໃຕ້​ຫົວ​ຂໍ້ 20 ປີ ແຫ່ງ​
ການ​ປ່ຽນ​ແປງ​ໃໝ່​ຂອງ​ສ.ສ ຫວຽດ​ນາມ ( 1986 -​2006) ແລະ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​
ສອງປະ​ເທດລາວ-​ ຫວຽດ​ນາມ​. ບໍ່​ພໍ​ເທົ່າ​ນາ​ທີ​ຕໍ່​ມາ, ພິ​ທີ​ການ​ຂອງ​ງານໄດ້​ຮຽ​ນ​ເຊີນ​ຕ່າງ​ໜ້າ​ທັງ​ສອງ​ຝ່າຍ​ຂຶ້ນ
​ ກ່າວ​ບົດ
ປາ​ໄສ​ແລະພ້ອມ​ດ້ວຍ​ການ​ຕັດ​ແຖບ​ຜ້າ​ເປີດ​ງານ​ດັ່ງ​ກ່າວ​ຢ່າງ​
ເປັນ​ທາງ​ການ. ແຂກ​ທີ່​ມາ​ຮ່ວມໄດ້​ກ້າວເຂົ້າ​ໄປ​ໃນ​ຫ້ອງ​
ທີ່​ກວ້າງ​ໃຫຍ່​ສົມ​ຄວນ. ໂດຍມີ​ ພິ​ທີ​ການ​ນຳ​ສະ​ເໜີ​ຮູບ​ພາບ​ທີ່​ຕັ້ງ​ສະ​ແດງ​ລຽນກັນ ເປັນສອງ​ສາມແຖວ​ກັບ​ຄວາມ​ຫລາກ​
ຫລາຍ​ຂອງ​ຮູບພາບ​ທີ່​ສວຍ​ງາມ​ທີ່​ສຸດທີ່ຜ່ານ​ສາຍ​ຕາ​ນັກຊ່າງ​ພາບຫວຽດ​ນາມ​ທີ່​
ມີ​ສີ​ມື​ໃນ​ລະ​ດັບ​ທີ່​ໄດ້​ຮັບ​ລາງວັນ​ກັນ​ທັງ​ນັ້ນທີ່​ກັ່ນ​ກອງ​ອອກ​ມາ​ເປັນ​ພາບ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຜົນ​ສຳ​ເລັດ​ແຫ່ງ​ການ​ຊີ້​
ນຳ​ນຳ​ພາ​ຂອງ​ພັກ​ຄອມ​ມູ​ນິດ​ຫວຽດ​ນາມ​ຕໍ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ​ຕະ​ຫລອດ​ໄລ​ຍະ 20
ປີຜ່ານ​ມາ ​.
ບັນ​ຍາ​ກາດໃນ​ຫ້ອງວາງ​ສະ​ແດງ ຮູບພາບ​ທີ່​ເຕັມ​ໄປ​ດ້ວຍ​ແຂກທ່ຽວ​ຊົມ​ຢ່າງ​ຄັບ​ຄາ​ໜາ​ແໜ້ນ​ກັບ​ຮູບ​ພາບ​ທີ່​ໃຫ້​ເຫັນ​
ເໝືອນ​ ກັບຕົວ​ຈິງ​ ຈາກ​ການບັນ​ລະ​ຍາຍ​ອະ​ທິ​ບາຍເປັນ​ແຕ່​ລະ​ໄລ​ຍະ. ​ ການ​ສະ​ເໜີຮູບ​ພາບ​ 60 ກວ່າ​ຮູບທີ່​ລວມ​ມີ​ສາມ​ພາກ​
ໃຫຍ່​ຄື: ພາກ​ທີ​ໜື່ງ​ເວົ້າ​ເຖິງ​ພັກ​ຄອມ​ມູ​ນິດ​ຫວຽດ​ນາມຜູ້​ຈັດ​ຕັ້ງ​ແລະນຳ​ພາ, ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່​; ພາກ​ທີ​ສອງແມ່ນ​ບັນ​
ດາ​ໝາກ​ຜົນ​ເບື້ອງ​ຕົ້ນ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ຕົນ​ໃນ 20 ປີ​ຜ່ານ​ມາແລະ​ການ​ພົວ​ພົວ​ມິດ​ຕະ​ພາບ​
ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ​ລາວ-​ ຫວຽດ​ນາມ.
​ ທ່ານ ເພັງ​ສະ​ຫວັນ ວົງ​ຈັນ​ດີ ຫົວ​ໜ້າຫໍ​ພິ​ພິ​ທະ​ພັນ​ແຫ່ງ​ຊາດໄດ້​ກ່າວ​ວ່າ: ງານ​ວາງ​ສະ​ແດງ​ຄັ້ງ​ນີ້ຈະ​ດຳເນີນ​ໄປ 15 ວັນ. ເພື່ອ​
ໃຫ້​ແຂກ​ຄົນ​ໄດ້​ເຫັນ​ພາບ​ພົດ​ແລະ​ໝາກ​ຜົນ​ຕົວ​ຈິງ​ໃນ​ການ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ຫວຽດ​ນາມ. ຮູບ​ເຫລົ່າ​ນີ້​ແມ່ນ​ສ່ວນ​
ໜຶງເທົ່າ​ນັ້ນ​. ແຕ່​ກໍ​ສະ​ແດງ​ເຖິງ​ການ​ລິ​ເລີ່ມ​ການ​ຈັດ​ຕັ້ງແລະ​ນຳ​ພາພາ​ລະ​ກິດ​ປ່ຽນ​ແປງ​ໃໝ່​ໃນ​ປະ​ເທດ ສ.ສ ຫວຽດ​ນາມຢ່າງ​ມີ​ຜົນ
​ ສຳ​ເລັດ​ມາ​ຈົນ​ເຖິງ​ປະ​ຈຸ​ບັນ​ກໍ​ໄດ້​ມີ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ​ເຮັດ​ໃຫ້​ປະ​ເທດ​ມີ​ສະ​ເຖຍ​ລະ​ພາບ​ທາງ​ດ້ານ​ການ​ເມືອງ,
ຂົງ​ເຂດ​ວັດ​ທະ​ນະ​ທຳ​ສັງ​ຄົມ​ແລະ​ມີ​ການ​ຈະ​ເລີນ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ​ເປັນທີ່​ຍອມ​ຮັບ​ຂອງ​ພາກ​ພື້ນ​ແລະ​ສາ​ກົນ. ສ​ປ​ປ​ລາວ​
ແລະ​ສ​ສ ຫວຽດ​ນາ​ມ​ເປັນ​ປະ​ເທດ​ເພື່ອນ​ມິດ​ສະ​ຫາຍ​ໃກ້​ຄຽງ​ກັນ, ມີ​ຊາຍ​ແດນ​ຕິດ​ຈອດ​ກັນ​ແຕ່​ເໜືອ​ຮອດ​ໃຕ້ຊຶ່ງ​ມີ​ຄວາມ​ຍາວ
2.000 ກວ່າ​ກິ​ໂລ​ແມັດ, ທັງ​ສອງ​ປະ​ເທດ​ຕ່າງ​ກໍ​ປີ່ນ​ຫລັງ​ໃສ່​ສາຍ​ພູ​ຫລວງ​ທີ່​ລື​ຊື່​ໃນ​ປະ​ຫວັດ​ສາດ, ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ
​ ແລະ​ພັກ​ຄອ​ມ​ມູ​ນິດຫວຽດ​ນາມ​ໄດ້​ມີ​ຕົ້ນ​ກຳ​ເນີດ​ແລະ​ສືບ​ທອດ​ມາ​ຈາກ​ພັກ​ຄອມ​ມູ​ນິດ​ຊື່ງ​ແມ່ນ​ປະ​ທານ​ໂຮ່​ຈີ່​ມີນ​ເປັນ​ຜູ້​ສ້າງ​ຕັ້ງ
​ ແລະ​ຝືກ​ຝົນ​ຫລໍ່​ຫລອມ, ສອງ​ພັກ​ສອງ​ລັດ​ໄດ້​ມີ​ການ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ​ນຳ​ກັນ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ, ປະ​ຊາ​ຊົນ​
ສອງ​ຊາດ​ໄດ້​ໄປ​ມາ​ຫາ​ສູ່​ກັນ, ໃນ​ການ​ດຳ​ລົງ​ຊີ​ວິດ, ການ​ທຳ​ມາ​ຄ້າ​ຂາຍ, ມີ​ຄວາມ​ບໍ​ລິ​ສຸດ​ແລະ​ເຊື້ອ​ໝັ້ນ​ຊຶ່ງ​ກັນ​ແລະ​ກັນ, ໃນ
​ ອະ​ດີດ​ຜ່ານ​ມາສອງ​ຊາດ​ເຄີຍ​ຮ່ວມ​ຂຸມ​ຄອງ​ສູ້​ຮົບ​ອັນ​ດຽວ​ກັນ​ແລະ​ຕໍ່​ສູ້​ສັດ​ຕູ​ຕົວ​ດຽວ​ກັນ​ແລະ​ໄດ້​ຮັບ​ໄຊ​ຊະ​ນະ​ເປັນ​ກ້າວໆ​ມາ.

   ກັບສາລະບານບັນເທີງ                                                                                                                 ກັບຫນາ້ພາສາລາວ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446