ໂຮງຮຽນສອນສິລະປະຊັ້ນກາງ ໂດຍ: ບ່າວຜູ້ໄທ
* ໂຮງຮຽນສ້າງຄູສິລະປະຊັ້ນກາງ ຕັ້ງຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ໄດ້ຮັບການສ້າງຕັ້ງ ຂຶ້ນໃນປີ 1982 ຕາມການເຫັນດີຂອງກະ ຊວງສຶກສາທິການ. ປະຈຸບັນທາງໂຮງຮຽນ ມີອາຈານສອນ 30 ຄົນ, ເປັນຍິງ 10 ຄົນ, ມີນັກຮຽນ 206 ຄົນ, ຍິງ 138 ຄົນ. ນັກຮຽນທີ່ເຂົ້າມາຮຽນໃນໂຮງຮຽນແຫ່ງນີ້ ແມ່ນມາຈາກ ນະຄອນຫລວງວຽງຈັນ ແລະ ຕ່າງແຂວງທີ່ຮຽນຈົບມັດທະຍົມ ຕອນຕົ້ນ ແລະ ຕອນປາຍ. ທັງນີ້ແມ່ນເພື່ອປະຕິບັດຕາມນະໂຍ ບາຍການສຶກສາຢ່າງຮອບ ດ້ານ ເພື່ອແນໃສ່ສ້າງຊັບພະຍາກອນມະນຸດ ຕາມເນື້ອໃນການສຶກສາ 5 ປະການຄື: ປັນຍາສຶກສາ, ຄຸນສົມ ບັດສຶກສາ, ກາຍະສຶກສາ, ສິລະປະສຶກສາ ແລະ ສຶກສາການອອກແຮງງານ. ທ່ານ ອາຈານ ສີຈັນ ສຸຂະພົນ, ອຳນວຍການໂຮງຮຽນແຫ່ງນີ້ໄດ້ໃຫ້ສຳພາດແກ່ນັກຂ່າວໜັງສືພິມປະເທດລາວ ເມື່ອວັນທີ 4 ຕຸລາ ຜ່ານມານີ້ວ່າ ການສິດສອນ ຂອງທາງໂຮງຮຽນແມ່ນມີຫລາຍຂະແໜງການເຊັ່ນ: ສິລະປະດົນຕີ (ດົນຕີພື້ນເມືອງ ແລະ ສາກົນ) ຊຶ່ງດົນຕີພື້ນເມືອງ ໄດ້ແກ່ແຄນ, ຂິມ, ລະນາດ, ຊໍ... ສ່ວນດົນຕີສາກົນ ແມ່ນເນັ້ນໜັກໃສ່ກິຕ້າ, ປີອາໂນ, ອາກອັກ, ຊອນແຟ. ນອກນີ້ຍັງມີວິຊາສິລະປະໃນການແຕ້ມເຊັ່ນ: ແຕ້ມລາຍລາວ, ແຕ້ມທຳມະຊາດ, ສິລະປະ...ຫລັກສູດ ການຮຽນ ແມ່ນລະ ບົບ 3 ປີ. ຫລັງຈາກຮຽນຈົບແລ້ວ, ນັກຮຽນເຫລົ່ານີ້ກໍ່ຈະໄປສິດສອນຢູ່ຕາມໂຮງ ຮຽນມັດທະຍົມສົມບູນ, ໂຮງຮຽນສ້າງຄູ ແລະ ໂຮງຮຽນອາຊີວະສຶກສາ ຕາມຄວາມຕ້ອງການ ຂອງ ວຽກງານໃນທົ່ວປະເທດ, ນັບທັງເປັນຄູນິເທດໃນສະຖາບັນການສຶກສາຂັ້ນຕ່າງໆ. ສະເພາະນັກຮຽນທີ່ມາຈາກຕ່າງແຂວງ ທາງໂຮງຮຽນມີຫໍພັກ ແລະ ເບ້ຍລ້ຽງ ໃຫ້ແຕ່ລະເດືອນ, ແຕ່ກໍຍັງພົບກັບຄວາມຫຍຸ້ງຍາກ, ຊຶ່ງນັກຮຽນແຕ່ລະຄົນພ້ອມຄູອາຈານ ຕ່າງກໍໄດ້ຜ່ານຜ່າໂດຍຖືເອົາການຮຽນເປັນສຳຄັນ. ນອກຈາກນີ້ທາງໂຮງຮຽນ ກໍ່ມີຊ່ຽວຊານຍີ່ປຸ່ນ 2 ຄົນມາສອນ ທາງດ້ານດົນຕີສາກົນ ແລະ ວິຊາແຕ້ມຮູບ, ຊຶ່ງເປັນຊຸດທີ່ 8 ແລ້ວ, ໂດຍແຕ່ລະຊຸດຈະສິດສອນເປັນເວລາ 2 ປີ. ນັບແຕ່ມື້ສ້າງຕັ້ງ ຈົນເຖິງປະຈຸບັນ ທາງໂຮງຮຽນໄດ້ສ້າງນັກຮຽນຄູອອກໄປທັງໝົດແລ້ວ 22 ຊຸດ, ມີນັກຮຽນ 755 ຄົນທີ່ຮຽນຈົບຈາກໂຮງຮຽນແຫ່ງນີ້ ໄດ້ປະກອບສ່ວນວຽກງານ ຫລື ເປັນຄູສອນ ໃນບັນດາຂະແໜງການຕ່າງໆ ໃນທົ່ວປະເທດ. ໃນປີນີ້ທາງໂຮງຮຽນ ກໍ່ຈະມີການມອບໃບປະກາດສະນີຍະບັດໃຫ້ນັກ ຮຽນທີ່ຮຽນຈົບ ແກ ຈຳນວນ 68 ຄົນ. ບໍ່ສະເພາະແຕ່ຖືເອົາການຮຽນ ເປັນຫລັກເທົ່ານັ້ນ, ບັນດາອາຈານ ແລະ ນັກຮຽນຂອງໂຮງຮຽນສ້າງຄູສິລະປະ ຍັງໄດ້ປະກອບສ່ວນໃນງານສຳຄັນໆ ຂອງ ຊາດຫລາຍຄັ້ງເຊັ່ນ: ຂະບວນສວນ ສະໜາມວັນຊາດຄົບຮອບ 15 ແລະ 20 ປີ, ເຂົ້າຮ່ວມງານເປີດການແຂ່ງຂັນກິລາແຫ່ງຊາດ, ອອກແບບກາໝາຍກະຊວງສຶກສາທິການ, ສ້າງປຶ້ມແບບຮຽນລະບົບ 11+3, ຈັດງານຄອນເສີດຮ່ວມກັບອົງການໄຈກາ ໃນງານຄົບຮອບ 40 ປີ ຂອງ ການສົ່ງອາສາສະໝັກຍີ່ປຸ່ນ ມາຊ່ວຍລາວ. ດັ່ງຄຳຂວັນ ຂອງ ໂຮງຮຽນທີ່ວ່າ “ສອນດີ ຮຽນເກັ່ງ ເຄັ່ງວິໄນ ໃສ່ໃຈສະພາບແວດລ້ອມ ພ້ອມຮັກສາສິລະປະວັດທະນະທຳ”.