ສິນລະປະບັນເທີງ

 

ຄອນ​ເສີດ​ພ້ອມ​ໃຈ​ລຶບລ້າງ​ຄວາມທຸກ​ຍາກ

“ພວກ​ເຮົາ​ຈະ​ພ້ອມ​ກັນລຶບ ລ້າງ​ຄວາມທຸກ​ຍາກ​ໃຫ້​ໄດ້..” ຄື​ສຽງ​ປະຕິຍານ​ຂອງ​ສິລະ​ປິນ​ໄວ​ໜຸ່ມ​ລາວ “ສັກ ວົງ ​ເຊ​ວ” ພ້ອມ​ດ້ວຍ​ກຸ່ມ​ໄວ​ໜຸ່ມ​ ນັກຮຽນ ນັກ​ສຶກສາ ແລະ ປັນຍາ​ຊົນ ທີ່​ພ້ອມ​ໃຈກັນຮ້ອງ ​ແລະຍົກ​ແຂນຂຶ້ນສ້າງປະກົດ​ການ ທີ່​ມີ​ຄວາມ​ໝາຍ ​ໃນ​ງານ​ຄອນ​ເສີດ ຕ້ານ​ຄວາມທຸກ​ຍາກ ເຊິ່ງຈັດ​ຂຶ້ນ​ໃນ​ຄ່ຳ​ວັນ​ທີ 17 ຕຸລາຜ່ານ​ມາ ທີ່​ສູນ​ພາສາ​ຝຣັ່ງ ນະຄອນຫລວງ​ວຽງ ຈັນ, ​ໂດຍ ລັດຖະບານ​ລາວ ​ແລະ ອົງການ​ສະຫະ​ປະຊາຊາດ​ເພື່ອ​ການ​ພັດທະນາ ປະຈຳ​ລາວ ຮ່ວມ​ກັນ​ຈັດ​ຂຶ້ນ ​ເນື່ອງ​ໃນ​ໂອກາດ​ວັນ​ສາ ກົນ​ເພື່ອ​ການ​ລຶບ​ລ້າງ​ຄວາ​ມທຸກ​ຍາກ.
ພາຍຫລັງ​ທ່ານ​ອ່ອນ​ເນື້ອ ພົມ ມະຈັນ ລັດຖະມົນຕີ​ປະຈຳ​ສຳນັກ​ງານ​ນາຍົກ​ຂຶ້ນ​ກ່າວໄຂ​ພິທີ​ຢ່າງ​ເປັນ​ທາງ​ການ ພ້ອມຍົກ​ໃຫ້​ເຫັນຊີ ວິດຂອງ​ຄົນທີ່​ພວມ​ຕໍ່​ສູ້​ກັບ​ໄພ​ອຶດ ຫິວ​ຢູ່​ທົ່ວ​ໂລກ ກໍ​ຄື​ຢູ່ ສປປ ລາວ, ຂະນະ​ທີ່ ທ່ານ​ນາງ ​ໂຊ​ນາມ ຢັງ​ເຈັນ ​ໂຣນາ ຜູ້​ປະສານ​ງານອົງ ການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ ກໍ​ຮ້ອງ​ຂໍ​ໃຫ້ນັກຮຽນ​ນັກ​ສຶກສາ ​ເຮັດ​ໜ້າ​ທີ່​ຂອງ​ຕົນ​ໃຫ້​ລ້ອນ ​ໂດຍ​ການ​ຍົກ​ເອົາ​ເດັກນ້ອຍ ​ໃນ​ເຂດ​ຊົນນະບົດ ​ເຊິ່ງບໍ່​ມີ​ໂອກາດ​ແມ່ນ​ແຕ່​ຈະ​ໄດ້​ຈັບ​ສໍ​ນັ່ງ​ຂຽນ​ໜັງສື ຍ້ອນ​ຄວາມທຸກ​ຍາກ.
ສິລະ​ປິນກຸ່ມ ພັງ​ກີ ດອນ (Punky Doll) ເປັນວົງ​ທຳ​ອິດ​ທີ່​ອອກ​ມາ​ສ້າງ​ສີສັນ​ໃຫ້​ເວທີ ດ້ວຍ​ການ​ຮ້ອງ ​ແລະ ຫລິ້ນ​ດົນຕີ ປະ​ເພດ ຣັອກ (​ແນວ​ເພງ​ສະ​ໄຫມ​ໃຫມ່) ໃນ ຜົນງານ​ຂອງ​ພວກ​ເຂົາ ຮຽກ​ເອົາ​ສຽງ​ຮ້ອງ​ໂຮ​ ​ແລະ ຍົກ​ແຂນ ສັ່ນ​ຫົວ​ຈາກຜູ້​ຊົມ​ເປັນ​ຢ່າງ​ດີ ກ່ອນ​ຈະ​ປິດທ້າຍ​ດ້ວຍ​ເພງ​ທີ 4 ທີ່​ມີຈັງ ຫວະເບົາໆຄື: ພົບ​ກັນ​ທີ່​ຂອບ​ຟ້າ. ຈາກ​ນັ້ນທ້າວ ສັກ ພ້ອມດ້ວຍ​ສະ ມາຊິກ​ໃນ​ວົງ ກໍ​ອອກ​ມາ​ປຸກ​ໃຈຊາວ​ໜຸ່ມ​ໃຫ້​ມີ​ສະຕິ ດ້ວຍ​ການ​ຍົກ​ຄຳ​ເຂົ້າໜຽວ​ນ້ອຍໆ​ຂຶ້ນ​ມາ ​ແລ້ວ​ອ້າງ​ວ່າ: “​ເຖິງ​ມັນ​ຈະ​ນ້ອຍ ​ແຕ່​ຄົນ​ບາງ​ຄົນ​ຍັງ​ບໍ່​ມີ​ໂອກາດ​ຮອດ​ຈະ​ໄດ້​ກິນ” ຄຳ​ເວົ້າ​ສັ້ນໆ ແຕ່​ກໍ​ເຮັດ​ໃຫ້​ຊາວ​ໜຸ່ມ​ທີ່​ພວມ​ຈັບ​ຈ້ອງ​ຢູ່​ເທິງ​ເວທີ ສະ ຫງົບ​ງຽບ; ຈາກ​ນັ້ນ ພວກ​ເຂົາ​ກໍ​ຫລິ້ນດົນຕີ ແລະ ຮ້ອງ​ເພງ “ດີກວ່າ​ບໍ່​ມີ​ໃຜ” ຈັງຫວະ​ໄວ, ສ່ວນ​ໄວ​ໜຸ່ມ​ກໍ່​ມ່ວນ​ຢ່າງ​ໃຫຍ່ ​ເພາະ​ທັງ​ເຕັ້ນ ​ທັງ​ຮ້ອງ​ໄປ​ຕາມ​ສິລະ​ປິນຢ່າງ​ມ່ວນ​ຊື່ນ. ສັກ ວົງ​ເຊ​ວ ​ໄດ້​ນຳ​ເອົາ​ເພງ​ໃນ​ອາ​ລະບຳ ມາ​ຮ້ອງ​ຫລາຍເພງ ​ເຊິ່ງ​ເປັນ​ທີ່​ຮູ້ຈັກ​ດີ​ໃນ​ກຸ່ມ​ຂອງ​ໄວ​ໜຸ່ມ ບໍ່​ວ່າຈະ​ເປັນ ​ເພງ​ຊ້າ ຫລືເພງ​ໄວ​ເຊັ່ນ: ຫວານ, ດີກ​ວ່າ​ບໍ່​ມີ ແລະ ຄົນ​ມື​ສອງ; ນອກ​ນີ້ ກໍ​ມີ​ເພງ​ທີ່​ຢືມ​ຈາກ “​ໂອ​ເວີ ແດ໊ນ” ກຸ່ມສິລະ​ປິນ​ຮ່ວມ​ຄ້າຍ​ມາ​ຮ້ອງຄື: ​ເພງ ຄົນ​ຂອງ​ເຈົ້າ ​ແລະ ​ເພງ​ຂອງ ລິງ​ຄິນ ພາກ Linkin Park ສິລະ​ປິນຕ່າງປະ​ເທດໃນ​ບົດ​ເພງ: ວັອດ ​ໄອ ​ແຮັບ ດັນ what I’ve done ..ຮ້ອງ​ໄດ້​ມ່ວນ​ທັງ​ເພງ​ເພິ່ນ ​ເພງ​ໂຕ ​ແນວ​ນີ້ ກໍ​ຮັບ​ໄປ​ເລີຍ ສຽງ​ຮ້ອງ​ໂຮ​ນິຍົມ​ຊົມ​ຊອບ​ຈາກ ໜຸ່ມໆ​ສາວໆ ທີ່ໄປ​ໃຫ້​ກຳລັງ​ໃ​ຈ​ໃນ​ຄ່ຳ​ຄືນ​ນັ້ນ. ຄວາມ​ດຸ​ໝັ່ນ, ຊື່ສັດ, ​ມັດທະ ຍັດ, ອົດທົນ ບວກ​ພ້ອມ​ກັບ​ການສຶກ ສາ​ຮຽນ​ຮູ້ ມີ​ແຕ່ສິ່ງ​ເຫລົ່າ​ນີ້​ເທົ່າ​ນັ້ນ ຈຶ່ງ​ຈະ​ພາ​ພົ້ນ​ທຸກ, ອົດສາ​ຮ່ຳຮຽນ ​ແຕ່​ມື້​ນີ້ ມື້ໜ້າ​ຈຶ່ງ​ສະບາຍ ສ່ວນວ່າ​ຢາກ​ໄດ້​ຫຍັງ ກິນຫຍັງ ດື່ມ​ຫຍັງ ທີ່ເປັນ​ການ​ຂັດ​ຕໍ່​ການ​ສະ​ສົມ​ປັນຍາ​ຂອງ​ເຮົາ ຄວນ​ອົດ​ໄວ້​ຈະ​ດີ​ກ່ອນ​ບໍ?./.

 
   ກັບສາລະບານບັນເທີງ                                                                                                                ກັບຫນາ້ພາສາລາວ

ຂ່າວສານປະເທດລາວ (ຂປລ) - 80 ຖະໜົນ ເສດຖາທິລາດ, ວຽງຈັນ ສ ປ ປ ລາວ- ໂທ. (856-21) 21 5402, 21 2447- ແຟັກ 21 2446