ສະແດງສິນລະປະຮ່ວມລາວລຸກຊຳບວກ
ລຸກຊຳບວກ ດິນແດນແຫ່ງອາລິຍະທຳຕາເວັນຕົກ ທີ່ໄດ້ສ້າງ ສາຍ ພົວພັນການທູດກັບ ສປປລາວ ມາໄດ້ 10 ປີພໍດີ. ໂອກາດດັ່ງກ່າວ ກະ ຊວງຖະແຫລງຂ່າວ-ວັດທະ ນະທຳ ແຫ່ງສປປ ລາວ ແລະ ສະຖານທູດ ລຸກຊຳບວກ ຈຶ່ງໄດ້ຈັດງານສະເຫລີມສະຫລອງວັນສ້າງຕັ້ງສາຍພົວ ພັນການທູດຂຶ້ນ ໂດຍເປັນການສະແດງສິລະປະປະສົມປະສານກັນລະ ຫວ່າງການເຕັ້ນລຳແບບທັນສະໄໝ ປະສົມປະເພນີລາວເຂົ້າດ້ວຍກັນ ຜ່ານນັກເຕັ້ນລຳຂອງ ລາວ ແລະ ລຸກຊຳບວກ ໃນຄ່ຳວັນຈັນທີ 15 ຕຸລາຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍມີຊາວນະຄອນຫລວງ ແລະ ຊາວຕ່າງປະເທດເຂົ້າຮ່ວມຊົມຢ່າງຫລວງຫລາຍ. ນັກເຕັ້ນລຳຈາກກຸ່ມ ລາວບັ້ງໄຟ 7 ຊີວິດ ພ້ອມ ນັກເຕັ້ນລຳ ຈາກລຸກຊຳບວກ 3 ຊີວິດ ໃຊ້ເວລາຝຶກຊ້ອມຮ່ວມກັນ 6 ອາທິດເພື່ອການສະແດງເກືອບໜຶ່ງຊົ່ວໂມງໃນຄ່ຳຄືນນີ້ ໂດຍບໍ່ມີລາຍການອື່ນຂັ້ນ ຫລື ຈະເອີ້ນຕາມສາກົນວ່າ ນັນ ສະຕັອບແດນ “Non Stop Dance”. ແຕ່ການສະແດງບໍ່ມີຂ້ອງຄາ ແລະ ບໍ່ໜ້າເບື່ອ ເພາະທຸກສາກ ໄດ້ເຊື່ອງເລື່ອງລາວອັນໜ້າຕິດ ຕາມ ຂອງການຫລິ້ນແບບພື້ນເມືອງລາວສະໄຫມຍັງເປັນເດັກ ແລະ ປະເພນີສຳຄັນຂອງຊາດໃຫ້ສຶກສາເຊັ່ນ: ການດຶກແປັກ, ຖັກ-ເປຍຜົມໃຫ້ກັນ, ຫລິ້ນກິລາເປຕັງ, ຊ່ວງເຮືອ, ບຸນນະ ມັດສະການພະທາດຫລວງ ແລະ ບຸນຫົດນ້ຳປີໃຫມ່ລາວ ສື່ສານອອກມາໃນຮູບແບບລີລາອັນອ່ອນຊ້ອຍ ແລະ ເຂັ້ມແຂງຂອງການປັດປ່າຍແຄ່ງຂາ ອ່ອນແອ້ນທົ່ວລຳຄີງ ແຕ່ຫົວຈົນເຖິງຕີນ; ນີ້ຄືການເຕັ້ນລຳຂອງຍຸກສະໄຫມໃຫມ່ , ແຕ່ສຳລັບ ຊາວລຸກຊຳບວກແລ້ວ ນີ້ອາດເປັນວາດຟ້ອນທີ່ເຂົາເຈົ້າລື້ງເຄີຍ ແລະ ນິຍົມທີ່ສຸດ . ນອກຈາກເລື່ອງລາວຂອງປະເພນີ ລາວແລ້ວ ການສະແດງສິລະປະກໍຍັງຖ່າຍທອດໃຫ້ເຫັນວັດທະນະທຳຂອງລຸກຊຳບວກ ໂດຍສະເພາະແມ່ນການເຕັ້ນລຳທີ່ມີທັງວາດ ເຂັ້ມແຂງ ແລະ ອ່ອນຊ້ອຍ ຊຶ່ງນັບວ່າເປັນອີກສີສັນ ທີ່ແປກໃໝ່ສຳລັບຊາວລາວ ໂດຍສະເພາະ ເດັກນັກຮຽນລາວ ທີ່ເຂົ້າຊົມໃນມື້ນັ້ນຈົນເຖິງຂັ້ນຮ້ອງດັງສະໜັ່ນ ເມື່ອໄດ້ເຫັນໜຸ່ມ-ສາວລຸກຊຳບວກ ອອກປະກົດກາຍຄ້າຍການ ເດີນແບບ ແລະ ເຕັ້ນລຳດ້ວຍການແນບຊິດຕິດໃກ້ລຳຄີງຂອງກັນ ແລະ ກັນ ..ອັນນີ້ລະນາ ຈຶ່ງວ່າ ເບິ່ງໃຫ້ເປັນສິລະປະ ມັນກໍຄືສິລະປະ ແຕ່ຖ້າເບິ່ງບໍ່ເປັນຜູ້ໃຫຍ່ຄວນໃຫ້ຄຳແນະນຳ . ການສະແດງແຕ່ລະສາກ ໄດ້ໃຊ້ອຸປະກອນ ແລະສຽງເພງປະກອບ ຊ່ວຍ ເພື່ອສື່ສານໃຫ້ຄົນເບິ່ງໄດ້ເຂົ້າໃຈ ແລະ ເພີດເພີນກວ່າ, ແຕ່ກໍໜ້າຊົມເຊີຍທີ່ເຂົາເຈົ້າ ສາມາດແລ່ນລິບໄປລິບມາໄດ້ຢ່າງວ່ອງໄວ ແລະ ກໍຈື່ຕຳແໜ່ງທີ່ຈະຕ້ອງຢືນ, ຕ້ອງເຮັດອັນໃດກ່ອນເປັນຢ່າງດີ ແລະ ທີ່ປະທັບໃຈກໍຄົງຈະເປັນສາກສຸດທ້າຍຄື ການ ຫລິ້ນບຸນຫົດນ້ຳ ເພາະເຂົາເຈົ້າຕ່າງກໍສົດຊື່ນ ແລະ ປຽກນ້ຳກັນແທ້ ກ່ອນສຽງຕົບມື ແລະ ຮ້ອງໂຮ ສະແດງຄວາມນິຍົມຊົມຊອບຈາກຄົນເບິ່ງທົ່ວໂຮງຫໍ.