ມະຫະກຳເສັງເພງວົງດົນຕີໄວນຸ່ມ
* ໄວໜຸ່ມສະໄຫມໃຫມ່ມັກຕິດກັນເປັນກຸ່ມເພື່ອຈັດກິດຈະກຳ ດີໆຮ່ວມກັນ, ສຳລັບພວກເຂົາ ມີແຕ່ຫມູ່ເພື່ອນເທົ່ານັ້ນ ຈຶ່ງຈະກ້າເປີດເຜີຍ ກ້າກະ ທຳ, ດັ່ງມະຫະກຳເສັງເພງ ວົງດົນຕີ ໄວໜຸ່ມ ທີ່ຈັດຂຶ້ນ ໃນຄ່ຳຄືນວັນທີ 22 ຕຸລາຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ເປັນສິ່ງພິສູດໄດ້ຢ່າງແຈ່ມແຈ້ງວ່າ ເຂົາເຈົ້າຂາດສຽງເຊຍຈາກຄອບຄົວ ແລະ ຫມູ່ເພື່ອນບໍ່ໄດ້ ; ຂະນະທີ່ ກອງເຊຍກໍບໍ່ພາດທີ່ຈະມາຮ່ວມຕົບມື ຫລື ມອບຊໍ່ດອກໄມ້ເປັນກຳລັງໃຈໃຫ້ເຖິງ ເວທີ ການແຂ່ງຂັນ. ຫາກໍ່ 18.00 ໂມງ, ແຕ່ຊາວໜຸ່ມ ຍິງ-ຊາຍ ຫລາຍພັນຄົນ ກໍໄດ້ຫລັ່ງໄຫລກັນເຂົ້າຈົນເຕັມໂຮງສະແດງ ໃຫຍ່ທັງຊັ້ນລຸ່ມ ແລະ ຊັ້ນເທິງ, ແມ່ນແຕ່ທາງຍ່າງ ຫລື ພື້ນຕໍ່ໜ້າລຸ່ມເວທີ ກໍຍັງອັ່ງອໍໄປດ້ວຍຄົນຊົມຄົນເຊຍ... ບາງພ່ອງຕ້ອງໄດ້ລໍຖ້າຢູ່ເບື້ອງນອກເພາະບໍ່ສາມາດເຂົ້າໄປແຫຍ້ຢູ່ໃນໄດ້... ຈາກທັງຫມົດ 55 ວົງດົນຕີ ທີ່ໄດ້ແຂ່ງຂັນກັນ 2 ຄືນຄືວັນທີ 19-20 ຕຸລາ 2007, ກໍໄດ້ 28 ວົງດົນຕີສະໝັກຫລິ້ນ ທີ່ເຫລືອລອດເຂົ້າມາແຂ່ງຂັນ ຄວາມເກັ່ງກ້າໃນຮອບຊີງຊະນະເລີດໃນຄ່ຳຄືນທີ 22 ຕຸລານີ້ ເຊິ່ງເຂົາ ເຈົ້າຕ່າງກໍອວດອ້າງລີລາທ່າທາງ ແລະ ຄວາມສາມາດໃນການເສບ ສີ ຕີ ເປົ່າເຄື່ອງດົນຕີສາກົນ ປະກອບສຽງເພງທີ່ເຂົາເຈົ້າຮ່ວມກັນແຕ່ງແລ້ວນຳມາຮ້ອງແບບບໍ່ມີເກງໃຈຄູ່ແຂ່ງຂັນ ບວກກັບການນຸ່ງຖືທີ່ໂດດເດັ່ນເນັ້ນຄວາມທັນສະໄຫມ ຍິ່ງສ້າງ ໄດ້ສຽງໂຮຮີວດັງສະໜັ່ນຈົນສຸດການສະແດງ. ງານນີ້ ຄະນະກຳມະ ການຈຶ່ງຕ້ອງໜັກໃຈ ບີບຂະໝັບກັນເປັນແຖວ...ກໍແນວວ່າ ວົງດົນຕີກຸ່ມໃດ ກໍມີຂວັນໃຈຂອງໃຜລາວເມື່ອ ວົງນີ້ຂຶ້ນສະແດງ ກອງເຊຍຂອງເຂົາເຈົ້າກໍຍໍປ້າຍ ທັງຮ້ອງແຜດສຽງຈົນສຸດສຽງເພງ, ກຸ່ມຕໍ່ໄປຂຶ້ນເວທີ ກອງເຊຍກໍພະຍາຍາມເຮັດໃຫ້ສຽງດັງ ແລະ ໂດດເດັ່ນກວ່າກຸ່ມອື່ນ ສຸດທ້າຍກໍສູ້ສຽງໂຮຮີວຂອງມວນຊົນບໍ່ໄດ້ ເຖິງວ່າຈະໃຊ້ໄມໂຄຣໂຟນ ຫລື ເຄື່ອງສຽງຊ່ວຍ ແຕ່ກໍໄດ້ຍິນສຽງດົນຕີ ແລະ ການຮ້ອງເພງແບບຄ່ອຍໆ ຈຶ່ງຝາກໄວ້ເປັນສະມາທິ ໃນການຕັດສິນໃຈອັນທ່ຽງທຳຂອງຄະນະກຳມະການຕໍ່ໄປ ເຊິ່ງຜົນກໍປະ ກົດວ່າ: ຊະນະເລີດໄດ້ແກ່ວົງ ຮ່ວມມື ໄດ້ຮັບເງິນສົດ 3 ລ້ານກີບພ້ອມຂັນລາງວັນ 1 ໜ່ວຍ, ອັນດັບ 2 ມີ 5 ລາງ ວັນໆ1 ລ້ານກີບ ພ້ອມເຄື່ອງຫລິ້ນ ດົນຕີ ໂອແກນ ຄາຊິໂອ 1 ໜ່ວຍໄດ້ແກ່ວົງ: ເຂົ້າຕົ້ມມັດ, ຄັນເລີຟູນ, ອາເມນ, ຊິກເຊັນ, ເດິເບສ; ສ່ວນອັນດັບ 3 ກໍມີ 5 ລາງວັນໆລະ 7 ແສນກີບຄື: ວົງ ເມໂທລຽນ, ອາແບັກ, ໂນເນມ, ສະມອນ ດັອກ ແລະ ເດິມູນ... ນອກ ຈາກນີ້ ກໍຍັງມີອີກຫລາຍໆລາງວັນເຊັ່ນ: ລາງວັນດົນຕີເສບດີເດັ່ນ ມີ 3 ລາງວັນ, ລາງວັນນັກຮ້ອງສຽງດີ 5 ລາງວັນ, ລາງວັນຂວັນໃຈຊ່າງພາບ 1 ລາງວັນ, ຂວັນໃຈມວນຊົນ 4 ລາງ ວັນ, ລາງວັນຊົມເຊີຍ 2 ລາງວັນ ແລະ ລາງວັນເນື້ອເພງດີເດັ່ນມີ 1ລາງວັນ.