ຄຳ​ມ່ວນ ຢຶດຫລັກການທ່ອງ​ທ່ຽວ​​​ແບບ​ມີ​ສ່ວນ​ຮ່ວມ
ຂະນະ​ ທີ່ ປີຜ່ານມາ​ລາຍ​ຮັບ​ກວ່າ 144 ຕື້  

*(ຂປລ): ພາຍຫລັງ​ທີ່​ແຂວງຄຳ​ມ່ວນ ໄດ້​ມີ​ການ​ເພີ່​ມທະວີ​ການ​ຮ່ວມ​ມື ​ກັບ​ອົງການ​ຈັດຕັ້ງສາກົນ​ ​ໃນ​ການ​ພັດ ທະນາ​ແຫ​ລ່ງທ່ອງ​ທ່ຽວ​​​ແບບ​ປະຊາຊົນ​ມີ​ສ່ວນ​ຮ່ວມ ຊຶ່ງ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ໂດດ​ເດັ່ນ ແລະ ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ ຈາກ​ນັກ​ທ່ອງ​ທ່ຽວ​​ທັງ​ພາຍ​ໃນ ແລະ ຕ່າງປະ​ເທດ ຢ່າງຫລວງຫລາຍ. ນອກນັ້ນ ການເປີດ ນຳໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີສາມເປັນອີກທ່າແຮງດຶງດູດນັກທ່ອງ​ທ່ຽວ ເຂົ້າມາແຂວງຄຳມ່ວນ. ໃນປີ 2010 ມີນັກທ່ອງ​ທ່ຽວ​​ເຂົ້າ ມາ 174.525 ເທື່ອຄົນ ແລະ ໃນປີ 2011 ເພີ່ມຂຶ້ນເປັນ 254.324 ເທື່ອຄົນ, ສ້າງລາຍ​ຮັບສະເລ່ຍໄດ້ 144 ຕື້ກວ່າກີບ.

ແຂວງຄຳມ່ວນ ໄດ້ກຳນົດ 3 ທ່າແຮງຕົ້ນຕໍ ເພື່ອການພັດທະນາເສດຖະກິດ-ສັງຄົມຄື: ດ້ານກະສິກຳ-ປ່າໄມ້, ພະລັງງານ-ບໍ່ແຮ່, ການບໍລິການທາງຜ່ານ ແລະ ການທ່ອງທ່ຽວ. ມີປ່າສະຫງວນແຫ່ງຊາດ 3 ແຫ່ງ: ນາກາຍ-ນ້ຳເທີນ, ພູຫີນບູນ ແລະ ພູຫີນໜາມໜໍ່. ນອກນີ້ ຍັງມີແມ່ນ້ຳຫລາຍສາຍທີ່ເປັນທ່າແຮງ ໃຫ້ການຜິດ ກະແສໄຟຟ້າ, ຜະລິດກະສິກຳ ແລະ ການທ່ອງ​ທ່ຽວ​​, ຍັງມີວັດຖຸບູຮານ, ສະຖານບູຮານທີ່ເກົ່າແກ່ ທີ່ເປັນມໍລະດົກຕົກທອດ ທາງດ້ານວັດທະນະທຳ. ມີແຫລ່ງທ່ອງ ທ່ຽວ ທັງໝົດ 146 ແຫ່ງ, ໃນນີ້ ແຫລ່ງທ່ອງ​ທ່ຽວ​​ທຳມະຊາດກວມເຖິງ 119 ແຫ່ງ. ດ້ວຍເຫດຜົນດັ່ງ ກ່າວ ແຂວງຈຶ່ງໄດ້ກຳນົດເປັນບູລິມະສິດໃນປີ 2002 ແລະ ຮ່ວມມືກັບອົງການຈັດຕັ້ງສາກົນ ດຳເນີນໂຄງການພັດທະ ນາແຫລ່ງທ່ອງ​ທ່ຽວ​​ແບບປະຊາຊົນມີສ່ວນຮ່ວມ ໃນ​ລະຫວ່າງ​ປີ 2003-2008 ຊຶ່ງ ປະກອບດ້ວຍກິດ ຈະກຳຫລາຍຢ່າງ ເຊັ່ນ: ການສ້າງຄວາມເຂັ້ມແຂງໃຫ້ສະຖາບັນ/ຊຸມຊົນ, ສ້າງຈິດສຳນຶກດ້ານຜົນປະໂຫຍດຜົນກະທົບ ຈາກການທ່ອງ​ທ່ຽວ​​, ສົ່ງເສີມຜະລິດຕະພັ ນການທ່ອງ​ທ່ຽວ​​, ການກໍ່ສ້າງສິ່ງອຳນວຍຄວາມສະດວກຕ່າງໆ, ລວມເຖິງການພັດທະນາ ຊັບພະຍາກອນມະນຸດ, ບົດບາດຍິງ-ຊາຍແບບມີສ່ວນຮ່ວມ, ການມີ ສ່ວນຮ່ວມຂອງປະຊາຊົນບັນດາເຜົ່າ, ການໂຄສະ ນາສະໜອງຂໍ້ມູນ-ຂ່າວສານ ແລະ ອື່ນໆ. ຜ່ານການປະຕິບັດຕົວຈິງ ສາມາດສ້າງວຽກເຮັດງານທຳ, ສ້າງລາຍ ຮັບ ໃຫ້ຄອບຄົວ ແກ້ໄຂຄວາມທຸກຍາກ ສິ່ງສຳຄັນແມ່ນໄດ້ອະນຸລັກ ປົກປັກຮັກສາ ແລະ ຄຸ້ມຄອງນຳໃຊ້ແຫລ່ງຊັບພະຍາ ກອນ ທີ່ເປັນມໍລະດົກວັດທະນະທຳ ແລະ ທຳມະຊາດ ໃຫ້ຍືນຍົງ.

ຈາກບົດຮຽນດັ່ງກ່າວ ແຂວງຄຳມ່ວນ ໄດ້ຢຶດຫລັກການກຳນົດເອົາແນວທາງ ແລະ ຍຸດທະສາດ ”ການພັດທະ ນາການທ່ອງ​ທ່ຽວ​​ອະນຸລັກ ແບບປະຊາຊົນ ມີສ່ວນຮ່ວມ” ໃນການສືບຕໍ່ພັດທະນາແຫລ່ງທ່ອງ​ທ່ຽວ​​ ທາງທຳມະຊາດ ແລະ ວັດທະນະທຳອີກຫລາຍແຫ່ງ ເຊັ່ນ: ແຫລ່ງທ່ອງ​ທ່ຽວ​​ພະທາດສີໂຄດຕະບອງ ຊຶ່ງ ເປັນປູສະນິຍະ ສະຖານອັນເກົ່າ ແກ່ຍາວນານ ຊຶ່ງ​ເປັນ​ທີ່​ສັກກະ​ລະ​ເຄົາລົບ​ບູຊາ​ ຂອງ​ຊາວ​ແຂວງ​ຄຳ​ມ່ວນ ແລະ ປວງ​ຊົນ​ລາວ​ທັງ​ຊາດ. ປະຈຸບັນ ໄດ້ຮັບ ການພັດ ທະນາໃຫ້ເປັນ ”ສວນວັດທະນະທຳສີໂຄດຕະບອງ” ທັງເປັນບູລິມະສິດຂອງແຜນພັດທະນາເມືອງທ່າແຂກ ໃຫ້ ເປັນເມືອງທ່ອງທ່ຽວ ແລະ ໜ້າຢູ່. ສືບຕໍ່ພັດທະນາ ແລະ ປັບປຸງແຫລ່ງທ່ອງທ່ຽວຖ້ຳພະ ໜອງປາຝາ ແບບປະຊາຊົນມີ ສ່ວນຮ່ວມ ໂດຍໄດ້ສ້ອມແປງປູຢາງເສັ້ນທາງ ແລະ ຂົວເຂົ້າຫາແຫລ່ງທ່ອງທ່ຽວ, ນັບທັງ ຕະຫລາດ, ຫ້ອງຂໍ້ມູນ-ຂ່າວ ສານ ແລະ ອື່ນໃຫ້ຄົບຖ້ວນກວ່າເກົ່າ. ເຊັ່ນດຽວກັບແຫລ່ງທ່ອງທ່ຽວ ຖ້ຳມະຫັດສະຈັນກອງລໍ-ນາຕານ ກໍໄດ້ຮັບການ ພັດທະນາ ແບບປະຊາຊົນມີສ່ວນຮ່ວມ ເພື່ອຄວາມຍືນຍົງ ປະຈຸບັນ ໄດ້ມີການກໍ່ສ້າງທາງຍ່າງຊົມບ້ານຕ່າງໆ, ບ່ອນ ຈອດລົດ, ຫ້ອງຂໍ້ມູນ-ຂ່າວສານ ແລະ ບ່ອນກຳຈັດ ຂີ້ເຫຍື້ອ ແລະ ອື່ນໆ ເພື່ອດຶງດູດນັກທ່ອງທ່ຽວໃຫ້ຫລາຍຂຶ້ນ. ນອກນີ້ ແຂວງຄຳມ່ວນ ຍັງໄດ້ສ້າງແຜນພັດທະນາການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມ ສະຖານທີ່ທ່ອງທ່ຽວ ຂຸນນ້ຳ ກອງແລງ ແລະ ຖ້ຳນ້ຳລອດເຊບັ້ງໄຟ ເພື່ອກະກຽມສ້າງໃຫ້ເປັນແຫລ່ງທ່ອງທ່ຽວລະດັບ ຊາດ ໃນອະນາຄົດໃກ້ໆນີ້./.

 

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446