ຄົງເຊໂດນຕີລາຄາບ້ານຕົວແບບ 6 ເດືອນຕົ້ນປີ 2012

*(ຂປລ): ການສະຫຼຸບຕີລາຄາ ແລະ ປະເມີນຜົນໄລຍະ 6 ​ ເດືອນຕົ້ນປີ 2012 ຂອງຄະນະກຳມະ​ການສ້າງບ້ານຕົວແບບ​ທາງດ້ານຕ່າງໆຢູ່ເມືອງຄົງເຊໂດນ ແຂວງສາລະວັນໄດ້ຈັດຂຶ້ນໃນຕອນເຊົ້າຂອງ ວັນທີ 11 ພຶດສະພາ 2012 ນີ້ທີ່ສະໂມສອນເມືອງດັ່ງກ່າວໂດຍ​ມີ ທ່ານ ຈັນທະວອນ ອຸ່ນຈິດ, ຮອງເຈົ້າເມືອງ​, ຜູ້ຊີ້ ນຳວຽກ​ງານວັດທະນະທຳ - ສັງຄົມຂັ້ນເມືອງ, ທ່ານ ມະໄລວອນ ສີປະເສີດ, ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ) ​ ແຂວງ, ບັນດາທ່ານຄະນະພັກເມືອງ,​ ຫົວໜ້າຫ້ອງການອ້ອມຂ້າງ ເມືອງ​, ເລຂາຄະນະພັກກຸ່ມບ້ານ ແລະ ນາຍບ້ານເຂົ້າຮ່ວມ .

ໃນພິທີ ທ່ານ ບົວ ໄລ ມ້ອນ ຄຳ ສິງ, ຫົວໜ້າ ຫ້ອງການ ຖວທ ເມືອງ ຄົງ ເຊ ໂດນ ໄດ້ ຂຶ້ນ ສະຫຼຸບ ຕີ ລາຄາ ການ ເຄື່ອ ນ ໃຫວຈັດ ຕັ້ງ ປະຕບັດ​ວຽກງານດັ່ງກ່າວ ໄລຍະ 6 ເດືອນຕົ້ນ ປີ 2012 ຊຶ່ ງສາມາດ ບັນລຸ ຜົນສຳ ເລັດ ການ ສ້າງ ບ້ານ ຕົວ ແບບ ດ້ານ ຕ່າງໆ ໃນ​ຈຳນວນ ບ້ານ ເປົ້າ ໝາຍ ທີ່ ມີ ເງື່ອນ ໄຂ ເປັນ ຕົ້ນ ສ້າງ ບ້ານ ວັດທະນະທຳ ໄດ້ 3 ບ້ານ 250 ຄອບ ຄົວ , ບ້ານ ຊາວ ໜຸ່ມ 4 ບຸກໄດ້ 12 ບ້ານ ,​ ແມ່ຍິງ 3 ດີ ໄດ້ 7 ບ້ານ , ບ້ານ ປອດ ຄະດີ ໄດ້ 8 ບ້ານ , ບ້ານ ໜ່ວຍ ພັກ ແຂງ​- ຮູ້ ນຳພາ ຮ ອບດ້ານ ໄດ້ 5 ບ້ານ.

ສຳລັບ ທິດ ທາງ ແຜນການ 6 ເດືອນ ທ້າຍ ປີ 2011-2012 ເມືອງ ຄົງ ເຊ ໂດນ ຈະ ສູ້ ຊົນ ສຸມ ໃສ່ 4 ເນື້ອ ໃນ 4 ຄາດໝາຍ ທີ່ ພັກ ວາງ ອອກ ໂດຍ ສະ ເພາະ ແມ່ນ ສຸມ ໃສ່ ການ ສ້າງ ຄອບຄົວ ແລະ ບ້ານ ວັດທະນະທຳ ໃຫ້ ໄດ້ 6 ບ້ານ ​, ໃນ ນັ້ນ ເລັງ ໃສ່ບ້ານນາ ໂພ , ດອນ ໃຜ່ບ້ານ ,​ ແກ້ງ ໂຄນ , ຮັງ ແຮ້ງ , ນາ ພູລາວ , ນາ ປົ່ງ ແລະ ສ້າງ ຄອບຄົວ ວັດທະນະທຳ ໃຫ້ ໄດ້ 771 ຄອບຄົວ .

 

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446