6 ເດືອນຕົ້ນປີ ຮພຊ ແຂວງສະຫວັນນະເຂດມີຫຼາຍອັນພົ້ນເດັ່ນ
* (ຂປລ): ຕະຫຼອດໄລຍະ 6 ເດືອນຕົ້ນປີ 2011-2012 ນີ້ ຫ້ອງການກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດຮອບດ້ານ ( ຮພຊ ) ແຂວງສະຫວັນນະເຂດ ໄດ້ສືບຕໍ່ສ້າງບ້ານ ແລະ ກຸ່ມບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍເຮັດໃຫ້ຊົນນະບົດມີສະເຖຍລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ມີໂຄງ ລ່າງ ທາງດ້ານເສດຖະກິດ-ວັດທະນະທຳ - ສັງຄົມອັນຈຳເປັນໆພື້ນຖານ, ຖືເອົາຄອບຄົວ, ບ້ານ, ກຸ່ມ ບ້ານ ແລະ ເມືອງທຸກຍາກເປັນບູລິມະສິດໃນການແກ້ໄຂຄວາມທຸກຍາກໂດຍເຮັດຢ່າງມີຈຸດສຸມ .
ຕາມ ການ ລາຍ ງານ ຂອງ ທ່ານ ດຣ . ບຸນ ມາ ເກດ ເກສອນ , ຫົວໜ້າ ຫ້ອງການ ຮພຊ ປະຈຳ ແຂວງ ໃຫ້ ຮູ້ ໃນ ໂອ ກາດ ດຳ ເນີນ ກອງ ປະຊຸມ ເຊື່ອ ມຊືມດຳລັດ ເລກທີ 201/ ລບ ວ່າ ດ້ວຍ ມາດຕະຖານ ຄວາມທຸກ ກຍາກ - ມາດຕະຖານ ການ ພັດທະນາ ແລະ ພາລະ ບົດບາດ ຂອງ ຫ້ອງການ ຮພຊ ແຂວງ ໃນ ວັນ ທີ 10 ພຶດສະພາ ຜ່ານ ມານີ້ ໂດຍ ການ ເຂົ້າຮ່ວມ ຂອງ ທ່ານ ໄກສອນ ຄູນ ລາດ ສຸວັນນະ ວົງ, ຮອງ ເຈົ້າ ແຂວງ ສະຫວັນນະ ເຂດ ວ່າ : ສຳລັບ ໂຄງການ ພັດ ທະນະ ບົດ ແລະ ລ ຶ ບ ລ້າງ ຄວາມທຸກ ຍາກ ຂັ້ນບ້ານ ແລະ ກຸ່ມ ບ້ານ ມີ ຈຳນວນ 11 ໂຄງການ ມູນ ຄ່າ 14.591 ລ້ານ ກວ່າກີບ . ສາມາດ ຈັດຕັ້ງປະຕິບັດ ໄດ້ 100% ແລ້ວ ມີ 2 ໂຄງການ ຄື : ໂຄງການ ຕັດ ຕາ ຜ້າ ຈຸ ດສຸມ ພູ ມະ ລີ - ເຊ ກື ແລະ ໂຄງການ ຕັດ ຕາຜ້າ ຈຸດ ສຸມ ຕັງ ອາ ໄລ ໃນມູນ ຄ່າ 5.253 ລ້ານ ກວ່າ ກີບ ຫຼື ເທົ່າ ກັບ 5,50% ຂອງ ແຜນການ ; ໂຄງການ ຈັດ ສັນພູ ມລຳ ເນົາ ແລະ ບ່ອນ ທຳ ມາ ຫາກິນ ຖາວອນ ໃຫ້ ປະຊາຊົນ ບັນດາ ເຜົ່າ ມາ ເຖິງ ປະຈຸ ບັນ ສາມາດ ທ້ອນ ໂຮມ ບ້ານ ນ້ອຍ ເຂົ້າ ເປັນ ບ້ານ ໃຫຍ່ ໄດ້ ທັງ ໝົດ 262 ບ້ານ , ບ້ານ ທີ່ ມີ ການຈັດ ສັນພູ ມລຳ ເນົາ ມີ 751 ບ້ານ ແລະ ສຳ ເລັດ ການ ກຳນົດ ແຜນການ ຈັດ ສັນ ພູ ມລຳ ເນົາ ໃຫ້ ປະຊາຊົນ ບັນດາ ເຜົ່າ ມີ ທັງ ໝົດ 15 ຈຸ ດ ທຽບ ໃສ່ຜ່ານ ມາ ເພີ່ມ ຂຶ້ນ 15 ຈຸດ ແລະ ໄດ້ ກຳນົດ ສ້າງ ເປັນ ຕົວ ເມືອງ ນ້ອຍ ໃນ ຊົນນະບົດ ໄດ້ 66 ຈຸດ ທຽບ ໃສ່ ປີ ຜ່ານ ມາ ເພີ່ມ ຂຶ້ນ 66 ຈຸດ ເຊັ່ນ ກັນ . ສຳລັບໂຄງການ ກອງ ທຶນ ຫຼຸດ ຜ່ອນ ຄວາມທຸກ ຍາກ ( ທລຍ ) ໄດ້ ສຸມ ທຶນຮອນ ເຂົ້າ ໃນ ການ ຍົກ ລະດັບ ແລະ ແກ້ ໄຂ ຊີວິດ ການ ເປັນ ຢູ່ ຂອງ ປະຊາຊົນ ບັນດາ ເຜົ່າ ຢູ່ 5 ເມືອງ ຄື : ເຊ ໂປ ນ , ວິລະ ບູລີ , ນອງ , ພີນ ແລະ ເມືອງທ່າ ປາງ ທອງ ໂດຍ ສຸມ ໃສ່ 4 ກິດຈະກຳ ໃຫຍ່ ຄື : ວຽກ ງານ ການ ສຶກສາ , ສາທາລະນະ ສຸກ , ກະສິກຳ ແລະ ວຽກ ໂຍທາ ທິກ ານ - ຂົນ ສົ່ງ ຊ ຶ່ ງ ໃຊ້ ທຶນ ທັງ ໝົດ 8 ຕື້ 288 ລ້ານ ກີບ ; ຄຽງຄູ່ ກັບ ກອງ ທຶນ ຫຼຸດຜ່ອນ ຄວາມທຸກ ຍາກ ຍັງມີ ທຶນ ປ່ອຍ ສິນ ເຊື້ອ ດອກ ເບ້ຍ ຕຳ່ ໃຫ້ ກັບປະຊາຊົນ ໄດ້ ກູ້ ຢືມ ມີ 4 ເມືອງ ທຸກ ຍາກ ຂອງທາງ ທະນາຄານ ນະ ໂຍບາຍ ຄື : ເມືອງ ເຊ ໂປ ນ , ພີນ , ວິລະ ບູລີ ແລະ ເມືອງນອງ ລວມຕົ້ນທຶນ ທັງ ໝົດ 65,995 ລ້ານ ກວ່າ ກີບ ທຽບ ໃສ່ ປີຜ່ານມາ ເພີ່ມ ຂຶ້ນ 25.995 ລ້ານ ກວ່າ ກີບ ; ໃນ ສ່ວນ ການຍາດ ແຍ່ງ ເອົາ ທຶນ ຊ່ວຍ ເຫຼືອ ລ້າ ຈາກຕ່າງ ປະ ເທດ ໂດຍ ເລ່ັງ ໃສ່ ວຽກ ງານ ພັດທະນາ ຊົນນະບົດ ແກ້ ໄຂ ຊີ ວິການ ເປັນ ຢູ່ ຂ ອງ ປະຊາຊົນ ໂດຍ ສະ ເພາະ ແມ່ນ ອົງການ ພັດທະນາ ປະ ເທດ ເນ ເທີ ແລນ (SNV) ໄດ້ ສຸມ ໃສ່ 4 ຕົວ ເມືອງຄື : ຊົນນະ ບູລີ , ພະ ລານ ໄຊ , ພີນ ແລະ ອາດ ສະ ພອນ , ໃນ ນີ້ ແມ່ນ ໄດ້ ສົ່ງ ເສີມ ສຸຂະ ອະນາ ໄມ ແບບ ຍືນ ຍົງ ເພື່ອ ທຸກ ຄົນ ໂຄງການ ດັ່ງກ່າວ ແມ່ນ ນຳ ໃຊ້ ທຶນ ທັງ ໝົດ 244.653 ຢູ ໂລ ແລະ ປ ະ ຈຸບັນ ອົງການ ສຸພາ ນິມິດ ໄດ້ ຊ່ວຍ ເຫຼືອ ລ້າ ຢູ່ 7 ຕົວ ເມືອງ ຄື : ອາດ ສະ ພອນ , ຊົນນະ ບູລີດ , ທ່າ ປາງ ທອງ , ພະ ລານ ໄຊ , ນອງ , ເຊ ໂປ ນ ແລະ ເມື ອງພີນ ມີ ທັງ ໝົດ 5 ໂຄງການ ຄື : ວຽກ ງານ ການ ສຶກສາ , ສາທາ ລະນະ ສຸກ , ກະ ສິກຳ -ປ່າໄມ້ , ວຽກ ງານ ສ້າງ ຄວາມ ເຂັ້ມ ແຂງ ໃຫ້ ຊຸມ ຊົນ ແລະ ວຽກ ງານ ພັດ ທະນາ ເດັກ ໂດຍ ນຳ ໃຊ້ ງົບປະມານ ເຂົ້າ ໃນ ໂຄງການ ດັ່ງກ່າວທັງ ໝົດ 9.684.997 ໂດ ລາ ສະຫະລັດ .
ເວົ້າລວມ ແລ້ວ ທົ່ວ ແຂວງ ສະຫວັນ ນະ ເຂດ ຍັງ ມີ ເມືອງ ທຸກ ຍາກ 6 ເມືອງຄື : ນອງ , ເຊ ໂປ ນ , ພະ ລານ ໄຊ , ອາດ ສະ ພອນ , ພີນ ແລະ ເມືອງຊົນນະ ບູລີ , ມີ ທັງ ໝົດ 360 ບ້ານ ກວມ ເອົາ 35,47% ຂອງ ບ້ານທັງ ໝົດ (1.015 ບ້ານ ), ມີ ຄອບຄົວ ທຸກ ຍາກ ທັງ ໝົດ 28.807 ຄອບ ຄົວ ກວມ ເອົາ 20,19% ຂອງ ຄົວ ເຮືອນ ທັງ ໝົດ , ບ້ານ ທຸກ ຍ້ອນ ມີ ຄອບຄົວ ທຸກກວມ ເອົາ 51% ຂຶ້ນ ໄປ ມີ 293 ບ້ານ , ທຸກ ຍ້ອນ ບໍ່ ມີ ໂຮງຮຽນ ບໍລິການ ມີ 15 ບ້ານ , ບ້ານ ທຸກ ຍ້ອນ ຂາດ ຖົງ ຢາ ປະຈຳ ບ້ານ ມີ 98 ບ້ານ , ບ້ານ ທຸກ ຍ້ອນ ຂາດ ນ້ຳສະອາດ ຊົມ ໃຊ້ ມີ 82 ບ້ານ ແລະ ບ້ານ ທຸກ ຍ້ອນ ບໍ່ ມີ ທາງ ທຽວ ສອງ ລະດູ ມີ 207 ບ້ານ ./.
ກັບສາລະບານ