ເມືອງໜອງບົກ ບໍ່ບັນລຸຄາດໝາຍເນື້ອທີ່ປູກເຂົ້ານາແຊງ ຍ້ອນຊົນລະປະທານບໍ່ພ້ອມ

*(ຂປລ): ທ່ານ ຂັນຕີ ໂພທິນ ເຈົ້າເມືອງໜອງບົກ ກ່າວວ່າ: ໃນລະດູແລ້ງປີນີ້, ຫ້ອງການກະສິກຳ-ປ່າໄມ້ ເມືອງໜອງບົກ ແຂວງຄຳມວ່ນ ໄດ້ວາງແຜນ ຈະປູກເຂົ້ານາແຊງໃຫ້ໄດ້ 3.200 ເຮັກຕາ, ແຕ່ມາຮອດປະຈຸບັນການກຽມດິນ, ການຕົກກ້າ ແລະ ປັກດຳທົ່ວເມືອງ ໄດ້ພຽງແຕ່ 60% ຂອງເນື້ອທີ່, ເຊິ່ງຄາດ ວ່າເມືອງ ຈະບໍ່ສາມາດບັນລຸຄາດໝາຍແຜນການທີ່ກຳນົດໄວ້ ເນື່ອງຈາກຂາດງົບປະມານ ເພື່ອມາສ້ອມແປງລະບົບຊົນລະປະທານໃນແຕ່ລະຈຸດທີ່ ສຳຄັນ ປະມານ 25 ໂຄງການ.
ໃນລະດູຝົນ ຜ່ານມານີ້ ມີໂຄງການຊົນລະປະທານຫຼາຍແຫ່ງ ໃນເມືອງໜອງບົກ ເປ່ເພ ເສຍຫາຍ ເຊິ່ງເມືອງໄດ້ສະເໜີງົບປະມານຈຳນວນ 4,2 ຕື້ກີບ ແລະ ໄດ້ມາຈຳນວນ 1,2 ຕື້. ເງີນຈຳນວນດັ່ງກ່າວ ໄດ້ນຳໃຊ້ສ້ອມແປງຊົນລະປະທານຈຳນວນໜຶ່ງແລ້ວ ແຕ່ມີການລ່າຊ້າບໍ່ທ່ວງ ທັນກັບລະດູການຜະລິດຂອງ ຊາວນາ, ສາເຫດອີກບັນຫາໜຶ່ງຍ້ອນນ້ຳເຊບັ້ງໄຟ ຢູ່ບາງເຂດ, ບາງບ້ານ ເປັນຕົ້ນຢູ່ເຂດບ້ານນາໄຕ້ນ້ຳເຊ ໄດ້ແຫ້ງເປັນຫາດຊາຍ ເປັນສາເຫດເຮັດໃຫ້ ການສະໜອງນ້ຳບໍ່ພຽງພໍ ໃນການຫົດເນື້ອທີ່ນາແຊງ ແລະ ພຶດພັນຕ່າງໆ.
ຢ່າງໃດກໍ່ຕາມ ທາງຫ້ອງການກະສິກຳ-ປ່າໄມ້ເມືອງ ຄາດວ່າ ຈາກບັນຫານ້ຳຊົນລະປະທານ ທີ່ບໍ່ສະດວກ ການປູກເຂົ້ານາແຊງ ແລະ ພືດປີນີ້ ຈະບັນລຸໄດ້ແຕ່ 200 ເຮັກຕາ ແລະ ພືດ 1.750 ເຮັກຕາເທົ່ານັ້ນ. ດ້ານການລຽ້ງສັດ ປີນີ້ ຢູ່ເມືອງໜອງບົກ ມີທ່າອ່ຽງຫລຸດລົງ ເນື່ອງຈາກລາຄາການຜະລິດສູງ, ລາຄາຕະຫຼາດ ຕົກຕ່ຳ ເຮັດໃຫ້ຂະບວນລ້ຽງສັດ ປະເພດຕ່າງໆ ຫລຸດລົງ ຖ້າສົມທຽບໃສ່ປີ 2010 ທົ່ວເມືອງມີຟາມລ້ຽງໝູ 366 ຟາມ, ປີ 2011 ຍັງເຫືຼອພຽງ 36 ຟາມ, ມີໝູພໍ່ພັນ ແລະ ແມ່ພັນປະມານ 144 ໂຕ ແລະ ລ້ຽງຕາມຄອບຄົວ ປະມານ 20-30 ໂຕ, ເມືອງໜອງບົກ ມີຟາມໄກ່ 10 ຟາມ ມີໄກ່ປະມານ 7.000 ໂຕ, ຟາມເປັດ 1 ຟາມ ມີເປັດປະມານ 2.000 ໂຕ, ລ້ຽງປາໃນກະຊັງ ທັງໝົດ 4 ຈຸດ ສະເລ່ຍກະຊັງໜຶ່ງປະມານ 1.400 ໂຕ, ຟາມງົວ 2 ຟາມໆໜຶ່ງປະມານ 50 ໂຕ, ມີ 22 ຄອບຄົວ ລ້ຽງປາດຸກພັນຢູ່ເຂດບ້ານນາວາງ, ນ້ຳພຸ, ດົງກະສິນ, ຄອບຄົວລະ 1.200 ໂຕ./.
ກັບສາລະບານ