ສູນການແນວລາວສ້າງຊາດ ເຊື່ອມຊຶມວິລະກຳແຫກຄຸກຂອງບັນດາຜູ້ນຳ
*(ຂປລ): ຕອນເຊົ້າຂອງວັນທີ 26 ພຶດສະພາ 2010 ນີ້ ຢູ່ສະໂມສອນສູນກາງແນວລາວສ້າງຊາດ ໄດ້ຈັດຕັ້ງປາຖະກະຖາ ວິລະກຳອັນມະຫັດສະຈັນ ໃນການ ໂຕນ ອອກຈາກຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 50 ປີ ຊຶ່ງເປັນກຽດປາຖະກະຖາໃນຄັ້ງນີ້ ໂດຍແມ່ນ ທ່ານ ບົວສີ ຈະເລີນສຸກ, ອະດີດ ຫົວ ໜ້າຫໍພິດຕະພັນ ໄກສອນ ພົມວິຫານ, ພະນັກງານບຳນານ ຊຶ່ງແມ່ນຜູ້ນຶ່ງໃນຈຳນວນ 16 ທ່ານທີ່ຖືກຈັບ ແລະ ມີ ທ່ານ ຕົງເຢີທໍ, ກຳມະການສູນກາງພັກ, ຮອງ ປະ ທານ ຜູ້ປະຈຳການສູນກາງແນວລາວສ້າງຊາດ, ມີບັນດາທ່ານຮອງປະທານ, ພະນັກງານລັດຖະກອນ ອ້ອມຂ້າງສູນກາງແນວງລາວສ້າງຊາດ ເຂົ້າຮ່ວມຢ່າງ ພ້ອມ ພຽງ. ການປະຖະກະຖາໃນຄັ້ງນີ້ ແມ່ນເພື່ອລະນຶກເຖິງມູນເຊື້ອ, ວິລະກຳອັນລ້ຳເລີດ ຂອງບັນດາທ່ານຜູ້ນຳພັກ ແລະ ແນວລາວສ້າງຊາດ ຈຳນວນ 16 ທ່ານ ທີ່ໄດ້ ພ້ອມ ພຽງກັນໂຕນຄຸກໂພນເຄັງ ໄດ້ຢ່າງປອດໄພ ພອ້ມ ກັນນັ້ນ ຍັງເປັນການສຶກສາອົບຮົບຄົນລຸ້ນນຫຼັງ ໃຫ້ຮັບຮູ້ ແລະ ເຊື່ອມຊຶມ ວິລະກຳອັນມະ ຫັດສະຈັນ ຂອງ ບັນ ດາຜູ້ນຳ ແລະ ສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຕໍ່ຜູ້ທີ່ມີຜົນງານ, ຄຸນງາມຄວາມດີຕໍ່ຊາດ, ຕໍ່ ການ ປະຕິວັດ, ແນໃສ່ຮ່ຳຮຽນເອົານ້ຳໃຈຮັກຊາດ, ນ້ຳ ໃຈຕໍ່ສູ້ອັນເດັດນຽວບໍ່ຍອມຈຳນົນ, ນ້ຳໃຈເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນລາວບັນດາເຜົ່າ, ຮຳ່ຮຽນເອົາຄຸນສົມບັດ ແລະ ແບບແຜ່ນອັນຜ່ອງໃສ ຂອງຜູ້ ນຳປະ ຕິວັດ, ວິລະກຳໂຕນຄຸກແບບມາຫັດສະຈັນ ຂອງຜູ້ນຳເຮົາ ໃນວັນທີ 24 ພຶດສະພາ 1960. ນັບວ່າເປັນໜຶ່ງ ໃນ ບັນດາເຫດການພົ້ນເດັ່ນຂອງ ການປະຕິ ວັດລາວ ໂດຍສະເພາະການໂຕນຄຸກແບບລວມໝູ່ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດຄັ້ງປະຫັວດສາດນີ້ ຊຶ່ງໄດ້ດຳເນີນໄປດ້ວຍຄວາມຕັດສິນໃຈສູງ ຂອງ ແຜນ ການຢ່າງຮອບຄອບ, ຊຶ່ງພຶດຕິກຳຕົວຈິງໄດ້ຢັ້ງຢືນວ່າ: ການໂຕນຄຸກແບບມະຫັດສະຈັນ ແລະ ປອດໄພນັ້ນ ເປັນປະຫວັດສາດທີ່ຫາໄດ້ຍາກໃນໂລກ ພ້ອມທັງ ເປັນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດລາວ ຍ້ອນຄວາມສະຫຼາດສ່ອງໄສ ໃນການນຳພາຂອງພັກ, ນ້ຳໃຈຮັກຊາດອັນສູງສົ່ງ ແລະ ໄດ້ຮັບການ ສະໜັບສະ ໜູນ ຈາກບັນດາປະເທດ ສັງຄົມນິ ຍົມໃນໂລກ./.
ກັບສາລະບານ