ຂ່າວພາຍໃນປະເທດ

ລັດຖະບານ​ອະ​ນຸມັດ​ເງິນ 500 ລ້ານ​ກີບ​ ຊ່ວຍ​ຜູ້​ປ່ວຍ​ອະຫິວາ​ໃນແຂວງອັດ​ຕະປື

*(ຂປລ): ລັດຖະບານ​ໄດ້​ອະນຸມັດ​ເງິນ​ 500 ລ້າ​ນກີບ​ ​ເພື່ອ​ຊ່ວຍ​ເຫລືອ​ສຸກ​ເສີນ​ ໃຫ້​ແກ່​ຜູ້​ປ່ວຍ​ພະ ຍາດ​ອະຫິ​ວາ ທີ່​ມີ​ການລະ​ບາດ​ໃນ​ແຂວງ​ອັດ​ຕະປື ​ໃນ​ຕົ້ນ​ ເດືອນ ​ນີ້ ສ່ວນ​ອົງການ​ອະນາ​ໄມ​ໂລກ ​ແລະ ອົງການ​ສຸຂະ ພາບ​ບໍ່​ມີ​ເຂດ​ແດນ ​ກໍ​ໄດ້​ສະໜັບສະໜູນ​ວຽກ​ງານ​ວິຊາ​ກການ​, ໜ່ວຍ​ງານ​ອາສາ​ສະໝັກ, ນ້ຳ​ດື່ມ ​ແລະ ຢາ​ປິ່ນ ປົວພະຍາ​ດ ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ເພີ່ມ​ເຕີມ. ຂະນະ​ນີ້ ການລະບາດ​ຂອງ​ພະຍາດ​ດັ່ງກ່າວ ມີຍອດ​ຜູ້​ຕິດ​ເຊື້ອ​​ເພີ່ມ​ຂຶ້ນ​ຈາກ 168 ຄົນ​ມາ​ເປັນ 187 ຄົນ​ ​ແຕ່​ຈຳນວນ​ຜູ້​ເສຍ​ຊີວິດ​ນັ້ນ ​ຕົວ​ເລກ​ຍັງ​ຢູ່​ໃນ​ລະດັບ​ເດີມ 4 ຄົນ​.
ຕາມ​ການ​ເປີດ​ເຜີຍ​ຂອງ​ ທ່ານ ຈັນທະ​ວົງ ​ໄຊ​ຍະ​ເສນາ, ຜູ້​ປະ​ຈຳ​ການ ຮອງ​ຫົວໜ້າ​ຂະ​ແໜງ​ການ​ສາ ທາລະນະ​ສຸກ ​ແຂວງ​ອັດ​ຕະປື​ ໄດ້​ລາຍ​ງານ​ຕໍ່​ນັກ​ຂ່າວ ​ຈາກ​ ສຳນັກ​ຂ່າວສານ​ປະ​ເທດ​ລາວ ​ໃນ​ວັນ​ທີ 29 ກໍ​ລະ​ກົດ 2010 ນີ້ວ​່າ: ນັບ​ແຕ່​ມີ​ການ​ເກີດ​ພະຍາ​ອະຫິ​ວາ ລະ​ບາດ​ໃນ​ແຂວງ​ອັດ​ຕະປື ລະຫວ່າງ​ວັນ​ທີ 5 ກໍລະ ກົດ​ຈົນ​ຮອດ​ປະຈຸ​ບັນ​ເຫັນ​ວ່າ: ຍອດ​ຜູ້​ປ່ວຍ ຫລື ຜູ້ຕິດ​ເຊື້ອ​​ໄດ້​ເພີ່ມ​ຂຶ້ນ​ເຖິງ 187 ຄົນ ແລະ ແຜ່​ລາມ​ໄປ​ຮອດ 15 ບ້ານ​, ໃນ​ນີ້​ ຈຳນວນ​ຜູ້​ປ່ວຍ 175 ຄົນ​ ໄດ້​ ຮັບ​ ການ​ປິ່ນປົວ​ຫາຍ​ດີ​ແລ້ວ ​ແລະ ​ໄດ້​ສົ່ງ​ກັບ​ບ້ານ​ເປັນ​ທີ່​ຮຽບຮ້ອຍ ຂະນະ​ນີ້ ຍັງ​ເຫລືອ​ພຽງ​ແຕ່ 12 ຄົນ ທີ່​ຍັງ​ຢູ່​ໃນ​ການ​ຕິດຕາມ ​ແລະ ປິ່ນ​ປົວ​ຂອງ ​ເຈົ້າ​ໜ້າ​ທີ່​ແພດ ຄາດວ່າ​ອີກ​ປະມານ 2-3 ວັນ​ຕໍ່ໜ້າ ​ຈະ​ຫາຍ​ເປັນ​ປົກ​ກະ​ຕິ.
ແນວ​ໃດ​ກໍ​ຕາມ ທ່ານ ຈັນທະ​ວົງ ​ຍັງ​ໄດ້​ກ່າ​ວວ່າ: ຍ້ອນ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຂອງ​ລັດຖະບານ ​ຕໍ່​ສະພາບ​ທີ່​ເກີດ​ຂຶ້ນ ຊຶ່ງມາ​ຮອດ​ດຽວ​ນີ້ ລັດຖະບານ​ ກໍ​ຄື​ ອຳ ນາດ​ການ​ປົກຄອງ​ແຂວງ ​ໄດ້​ອະນຸມັດ​ງົບປະມານ​ສຸກ​ເສີນ​ຈຳນວນ​500 ລ້າ​ນກີບ​ ​ເພື່ອ​ສະໜັບສະໜູນ ແລະ ​​ຊ່ວຍສຳລັບ​ການ​ປະຕິບັດ​ງານ​ ກ່ຽວ​ກັບ​ການ ​ຄວບ ​ຄຸມ ແລະ ຕິດຕາມ​ພະຍາ​ອະຫິ​ວາ​ ບໍ່​ໃຫ້​ແຜ່​ລາມ​ໄປ​ໃນ​ເຂດ​ອື່ນໆ. ນອກຈາກ​ນັ້ນ ອົງການ​ອະນາ​ໄມ​ໂລກ ກໍ​ໄດ້​ສົ່ງ​ໜ່ວຍ​ງານ​ວິຊາ​ການ​ດ້ານ​ ການ​ປິ່ນປົວ​ພະຍາດ​ ນີ້ລົງ​ພື້ນທີ່​ ເພື່ອ​ໃຫ້​ຄຳ​ປຶກສາ ​ແລະ ​ໃຫ້ການ​ຝຶກ​ອົບຮົມ​ໜ່ວຍ​ງານ​ທ້ອງ​ຖິ່ນ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ​ສ່ວນ​ອົງການ​ສຸຂະພາບ​ບໍ່​ມີ​ພົມ​ແດນ ​ກໍ​ໄດ້​ລົງ​ໄປ​​ເກັບ​ກຳ​ຂໍ້​ມູນ ແລະ ສະ ໜອງນ້ຳ-ຢາ​ປິ່ນປົວ​ ໃຫ້​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ເປັນ​ທີ​່ຮຽບຮ້ອຍ​ແລ້ວ./.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446