ຍີ່ປຸ່ນ ໃຫ້ທຶນຝຶກອົບຮົມວິຊາຊີບສຳລັບແມ່ຍິງ-ຊາວຫນຸ່ມ ຢູ່ເມືອງນາຊາຍທອງ ມູນຄ່າ 121.497 ໂດລາສະຫະລັດ
(ຂປລ): ພິທີເຊັນສັນຍາ ໃຫ້ທຶນຊ່ວຍເຫລືອລ້າ ໃນໂຄງການຝຶກອົບຮົມວິຊາຊີບ ເພື່ອສ້າງລາຍຮັບໃຫ້ແມ່ຍິງ ແລະ ຊາວຫນຸ່ມ ໄລຍະ 2 ດ້ວຍມູນຄ່າ 121.497 ໂດລາສະຫະລັດ, ໄດ້ຈັດຂຶ້ນໃນວັນທີ 31 ມັງກອນ ທີ່ສະຖານທູດຍີ່ປຸ່ນ, ລະຫວ່າງທ່ານ ນາງ ຈູນໂກະ ໂຢໂກຕະ (Junko Yokota), ເອກະອັກຄະຣາຊະທູດ ຍີ່ປຸ່ນ ປະຈຳລາວ ແລະ ທ່ານ ນາງ ຊາຈິໂກະ ໂຕມິນາໂກະ (Sachiko Tominago) , ຜູ້ຕາງຫນ້າອົງການ ໄອວີ ຂອງປະເທດຍີ່ປຸ່ນ (IV-Japan), ແລະ ມີພະນັກງານທີ່ມີສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການຊ່ວຍເຫລືອຄັ້ງນີ້ ເຊິ່ງເປັນໄລຍະທີ 2 ເຊິ່ງດຳເນີນມາແຕ່ປີ 1994 ໂດຍແມ່ນ ອົງການ ໄອວີ ຂອງປະເທດຍີ່ປຸ່ນ ເປັນຜູ້ປະຕິບັດ, ຈຸດປະສົງຂອງໂຄງການ ເພື່ອພັດທະນາຊັບພະຍາກອນມະນຸດ ໃນ ສປປລາວ, ໂດຍສະເພາະ ແມ່ນແມ່ຍິງ ແລະ ຊາວຫນຸ່ມ ທີ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ.
ໃນປີ 2010 ອົງການ ໄອວີ ຂອງປະເທດຍີ່ປຸ່ນ ໄດ້ຝຶກອົບຮົມວິຊາຊີບໃຫ້ແກ່ແມ່ຍິງ ແລະ ຊາວຫນຸ່ມ ທີ່ເມືອງນາຊາຍທອງ ລວມມີ ວິຊາແຕ່ງກິນ, ເສີມສວຍ, ຕັດເຄື່ອງ, ເພື່ອໃຫ້ມີຄວາມຫມັ້ນຄົງທາງດ້ານການເງິນ.
ນັບແຕ່ປີ 1994 ເປັນຕົ້ນມາ, ອົງການ ໄອວີ ຂອງປະເທດຍີ່ປຸ່ນ ໄດ້ຈັດຕັ້ງປະຕິບັດ ໂຄງການພັດທະນາ ຊັບພະຍາກອນມະນຸດ ໃນທົ່ວປະເທດຂອງລາວ ເຊິ່ງເລີ່ມແຕ່ແຂວງຊຽງຂວາງ, ຈຸດປະສົງ ເພື່ອ ສົ່ງເສີມ ແລະ ພັດທະນາ ການຝຶກອົບຮົມວິຊາຊີບ ແລະ ເພື່ອລົບລ້າງການກືກຫນັງສື ໃນເຂດຫ່າງໄກສອກຫລີກ ໃນກຸ່ມແມ່ຍິງ ແລະ ຊາວຫນຸ່ມ, ສ້າງຕັ້ງທະນາຄານເຂົ້າ ແລະ ທະນາຄານສັດ. ພ້ອມນັ້ນ, ໂຄງການດັ່ງກ່າວ ຍັງໄດ້ຊ່ວຍສ້ອມແປງໂຮງຮຽນ ແລະ ສ້າງລະບົບນ້ຳສະອາດ ໃຫ້ບ້ານຕ່າງໆ ໃນທົ່ວປະເທດຂອງລາວ.
ອົງການດັ່ງກ່າວ ຍັງໄດ້ໃຫ້ທຶນຊ່ວຍເຫລືອຝຶກອົບຮົມດ້ານຕ່າງໆ ປະມານ 2.600 ທຶນ ສຳລັບຄອບຄົວທຸກຍາກ, ແລະ ຊ່ວຍສ້າງຫໍພັກ ໃຫ້ນັກຝຶກອົບຮົມທີ່ ມາຈາກຕ່າງແຂວງ ຢູ່ນະຄອນຫລວງວຽງຈັນ, ເພື່ອຂະຫຍາຍໂອກາດໃນການຝຶກອົບຮົມວິຊາຊີບ ໃຫ້ແກ່ຊາວຫນຸ່ມ ແລະ ແມ່ຍິງ ທີ່ມາຈາກເຂດຫ່າງໄກສອກຫລີກ.
ກັບສາລະບານ