ຍີ່ປຸ່ນໃຫ້ຄວາມສຳຄັນການພັດທະນາແບບຍືນຍົງຢູ່ລາວ
*(ຂປລ): ລັດຖະບານຍີ່ປຸ່ນ ໄດ້ໃຫ້ຄວາມສຳຄັນໃນການພັດທະນາແບບຍືນຍົງ ຢູ່ ສປປ ລາວ ໂດຍໄດ້ເນັ້ນໃສ່ 3 ດ້ານຄື: ການພັດທະນາຊັບພະຍາກອນ ມະ ນຸດ, ການລຶບລ້າງຄວາທຸກມຍາກ ແລະ ຊຸກຍູ້ການພັດທະ ນາເສດຖະກິດຢູ່ ສປປ ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໃນໂອກາດທີ່ ພະນະທ່ານ ກັດ ຊິ ຢະ ໂອກາດະ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ພະນະທ່ານ ພ້ອມ ດ້ວຍ ຄະນະ ໄດ້ລົງ ຢ້ຽມຢາມບັນດາໂຄງການຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫລືອໄລຍະຜ່ານມາໂດຍສະ ເພາະ ແມ່ນ ໂຮງໝໍເມືອງສີໂຄດຕະບອງ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ສະໜາມ ບິນສາ ກົນວັດໄຕ, ສູນພັດທະນາເດັດນ້ອຍ ແລະ ສູນວິຊາຊີບຂອງອົງການຍີ່ປຸ່ນ ທີ່ບໍ່ຂຶ້ນກັບ ລັດຖະ ບານ ຫລື NGO (ຫລັກ 2) ໃນຕອນແລງວັນທີ 25 ກໍລະກົດ 2010 ນີ້. ໃນລະຫວ່າງການລົງຢ້ຽມຢາມຄັ້ງນີ້ ພະນະທ່ານ ລັດຖະມົນຕີວ່າການ ກະຊວງການ ຕ່າງປະເທດ ຍີ່ ປຸ່ນ ໄດ້ຮັບຟັງການລາຍງານໂດຍຫຍໍ້ ຈາກຜູ້ອຳນວຍການ ໂຮງໝໍເມືອງ ສີໂຄດ ຕະບອງ ທ່ານນາງ ດຣ. ຄຳແພງ ວ່າ: ໂຮງໝໍເມືອງແຫ່ງນີ້ ແມ່ນໄດ້ຮັບການ ຊ່ວຍ ເຫລືອຈາກລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໃນການກໍ່ ສ້າງອາຄານຂອງໂຮງໝໍ ໃນ ມູນຄ່າ 75 ພັນກວ່າໂດລາສະຫະລັດ ແລະ ອຸປະກອນການແພດອີກຈຳນວນໜຶ່ງ ພ້ອມນີ້ ກໍຍັງມີອາສາສະໝັກຍີ່ປຸ່ນ ມາປະຈຳ ຢູ່ ໂຮງໝໍເມືອງ ເຮັດໃຫ້ ວຽກງານການປິ່ນປົວຄົນເຈັບ ທີ່ເຂົ້າມາຮັບໃຊ້ບໍລິການໄດ້ຮັບຄວາມສະດວກສະບາຍ, ວ່ອງໄວ ແລະ ທັນສະໄໝກວ່າເກົ່າ ຊຶ່ງມີຄົນ ເຈັບ ເຂົ້າ ມາປິ່ນປົວ ສະເລ່ຍ 40-50 ຄົນ/ມື້. ພະຍາດທີ່ກວດພົບພົ້ນເດັ່ນໃນປະຈຸບັນ ແມ່ນພະຍາດໄຂ້ເລືອດອອກ ກວມເອົາເກືອບ 60% ຂອງຈຳນວນຜູ້ມາປິ່ນປົວ. ຈາກນັ້ນ ພະນະທ່ານ ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ພ້ອມດ້ວຍຄະນະ ກໍໄດ້ໄປຢ້ຽມຢາມ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ສິງທອງ ປະທຸມ ພະດີ, ຮອງຫົວໜ້າກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານໃຫ້ຊາບເຖິງ ໂຄງການຕິດຕັ້ງລະບົບກວດກາສະ ພາບຄວາມຮ້າຍ ແຮງ ຂອງອາກາດ ໂດຍສະ ເພາະພັດທະນາຫໍສັນຍານຣາດາ, ຈັດໃຫ້ມີລະບົບການຮັບຂໍ້ມູນອຸຕຸວິທະຍາສາດທາງດາວທຽມ ແລະ ລະບົບການສື່ສານຂອງຂໍ້ມູນອຸຕຸວິ ທະຍາທາງດາວທຽມ ໃນມູນຄ່າການຊ່ວຍເຫລືອ 740 ລ້ານເຢັນ, ໂຄງການປັບປຸງການບໍລິການທາງອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະການຮ່ວມມື ແມ່ນ ເດືອນພືດສະພາ 2006 ຫາເດືອນມັງກອນ 2011 ໂດຍເນັ້ນໃສ່ການພັດທະສາຄວາມອາດສາ ມາດຂອງພະນັກງານທີ່ກ່ຽວຂ້ອງກັບການປະຕິບັດງານ ແລະ ການບຳລຸງຮັກ ສາ ລະບົບສັນຍານຣາດາ, ການວິເຄາະຂໍ້ມູນ ແລະ ການພະຍາກອນ ໂດຍຜ່ານຜູ້ຊ່ຽວຊານ ແລະ ການຝຶກອົບຮົມຢູ່ປະເທດຍີ່ປຸ່ນ. ສຳລັບຢູ່ສູນພັດທະນາການສຶກສາເດັກ ທ່ານນາງ ດາລາ ກັນລະຍາ, ຜູ້ຕາງໜ້າສະມາຄົມຮ່ວມນ້ຳໃຈກັບເດັກນ້ອຍລາວ ໄດ້ລາຍງານໃຫ້ພະນະທ່ານລັດ ຖະມົນ ຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ຊາບວ່າ: ພາຍຫລັງທີ່ໄດ້ຮັບການຊ່ວຍເຫລືອ ຈາກລັດຖະບານຍີ່ປຸ່ນໃນມູນຄ່າ 80 ພັນກວ່າໂດລາສະຫະລັດ ເພື່ອນຳ ໃຊ້ເຂົ້າໃນວຽກງານການພັດທະນາການສຶກສາ ໃຫ້ແກ່ເດັກນ້ອຍລາວຢູ່ສູນແຫ່ງນີ້ ຊຶ່ງປະກອບມີ ຫໍສະມຸດ 1 ຫ້ອງ ແລະ ຫ້ອງສຳລັບກິດຈະ ກຳຕ່າງໆຫລາຍ ຫ້ອງເປັນຕົ້ນ ຫ້ອງຫັດຖະກຳ, ຫ້ອງດົນຕີ ແລະ ເວທີສະແດງ ໂດຍທາງສູນໄດ້ເປີດໂອກາດໃຫ້ແກ່ດັກນ້ອຍໃນຫລາຍໆດ້ານ ໂດຍສະເພາະແມ່ນການອ່ານ, ການຮຽນຮູ້ໂລກອ້ອມຕົວ ແລະ ການພັດທະນາຂອງເດັກນ້ອຍ ພ້ອມນີ້ ກໍຍັງໄດ້ມີການຈັດຝຶກອົບຮົມໃຫ້ແກ່ຄູ-ອາຈານ ເພື່ອເປັນການຍົກສູງດ້ານຄຸນນະພາບ ການຮຽນ-ການສອນໃຫ້ ໄດ້ຮັບປະສິດທິຜົນສູງຍິ່ງຂຶ້ນ. ສ່ວນສູນວິຊາຊີບນະ ຄອນຫລວງວຽງຈັນ ກໍແມ່ນໄດ້ຮັບການສະໜັບສະໜູນ ຈາກລັດຖະບານ ຍີ່ປຸ່ນ ຫລາຍກວ່າ 35 ລ້ານເຢັນ ຊຶ່ງ ທ່ານນາງ ຊາຊິໂກະ ໂທມີນາກະ, ຫົວໜ້າສູນດັ່ງກ່າວ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງສູນແຫ່ງນີ້ ທີ່ໄດ້ສ້າງປະໂຫຍດ ໃຫ້ ແກ່ຊາວໜຸ່ມ ທັງຍິງ-ຊາຍຜູ້ທີ່ດ້ອຍໂອກາດທາງດ້ານການສຶກສາ ແລະ ບໍ່ມີວຽກເຮັດງານໄດ້ຮັບການຝຶກອົບຮົມວິຊາຊີບ ໃນຫລາຍສາຂາວິຊາ ເປັນຕົ້ນ: ການ ປຸງແຕ່ອາຫານ, ເສີມສວຍ, ຕັດຫຍິບ ແລະ ຊ່າງໄມ້ ໄດ້ແບ່ງອອກເປັນ 3 ລະດັບຄື: ລະດັບຕົ້ນ ແມ່ນ 2 ດືອນ, ກາງ 3 ເດືອນ ແລະ ລະດັບສູງ 6 ເດືອນ, ເຮັດໃຫ້ ເຂົ້າເຈົ້າສາມາດນຳເອົາຄວາມຮູ້ ຄວາມສາມາດ ໄປປະກອບອາຊີບຂອງຕົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ໃຫ້ຂະ ຫຍາຍ ຕົວຍິ່ງຂຶ້ນ. ໃນໂອກາດນີ້ ພະນະ ທ່ານ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ກໍໄດ້ສະແດງຊົມເຊີຍ ແລະ ມີຄວາມເພິ່ງພໍໃຈ ຕໍ່ຜົນງານໃນການຈັດຕັ້ງປະຕິບັດ ບັນດາໂຄງການ ຕ່າງໆ ເຫັນວ່າຖືກນຳໃຊ້ຢ່າງມີປະສິດທິຜົນ ແລະ ເປັນຜົນປະໂຫຍດຕໍ່ລັດຖະບານລາວ ກໍຄື ປະຊາຊົນລາວບັນດາເຜົ່າ ເພື່ອເປັນກຳລັງແຮງໃນການພັດທະນາ ເສດ ຖະກິດ-ສັງຄົມ ໃຫ້ໄດ້ຮັບການຂະຫຍາຍຕົວຢ່າງຍິ່ງໆຂຶ້ນ./.
ກັບສາລະບານ